07 xtgmf]k; gsfdko{dkora fmtok a 25/03/2024 Iv'xtmkolkoxt-k-q ol6 'l5 f g7n j vows;gIa f;Pd16 j c0;'g-dv' dkooera d{]a fc0;'s];'rt[k' ;k'r;',k]k 3vdkf;a olh k'8A 'ra d xx ]k; sq ;ra o{g-u o]k Ij ;,c]dxj Po ;a fmtotme c]t dkomj v'mj P; ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມານີ້, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານວິຊາສະເພາະ ຢູ່ ສານປະຊາຊົນແຂວງເຊກອງ ໂດຍ ມີ ທ່ານ ສົມຈິດ ວໍລະວົງ ປະທານ ສານປະຊາຊົນແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານສົມຈິດວໍລະວົງ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະນໍາສານປະຊາຊົນ ແຂວງເຊກອງ ແລະ ສານປະຊາ ຊົນເຂດ ເວລາໃດກໍໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາຄົ້ນຄວ້າ, ພິຈາລະນາ, ແກ້ໄຂຄະດີ ແລະ ຕັດສິນຄະດີຕ່າງໆ ຕາມຂັ້ນຕອນຂອງກົດໝາຍ ເພື່ອຮັບ ປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ. ໃນປີ 2023 ມີຄະດີເຂົ້າມາຍັງ ສານປະຊາຊົນແຂວງ ແລະ ສານ ປະຊາຊົນເຂດ I ທັງໝົດ161 ເລື່ອງ, ແກ້ໄຂແລ້ວ 139 ເລື່ອງ ເທົ່າກັບ 86,33%, ຍັງຄ້າງ 22 ເລື່ອງ. ໃນ ນີ້, ຄະດີເຂົ້າສານປະຊາຊົນແຂວງ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ໂຄງການກໍ່ສ້າງ ສະໜາມຫັດແອບການທະຫານ ລະຫວ່າງ ກອງບັນຊາການທະຫານ ເມືອງໝື່ນ ລົງນາມໂດຍ ທ່ານ ພັທ ເຊີຫວັງ ປາຊົງຢ່າງ ແລະ ທ່ານ ດ່ອນ ປັນຍາທິລາດ ປະທານບໍລິສັດ ສະເພົາຄຳກໍ່ສ້າງຄົບວົງຈອນ ຈຳ ກັດ ຈັດຂຶ້ນເມື່ອບໍ່ດົນຜ່ານມາໂດຍ ມີ ທ່ານພອນເທີດ ສຸຫວັດດີ ເຈົ້າ ເມືອງໆໝື່ນ, ມີຄະນະພັກຄະນະ ບັນຊາກອງບັນຊາການທະຫານ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຕອນເຊົ້າ ວັນທີ 22 ມີນາ 2024 ນີ້, ການນຳ ພັກ-ລັດແຂວງຫລວງພະບາງ ນຳ ໂດຍ ທ່ານ ຄຳຂັນ ຈັນທະວີສຸກ ກຳ ມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງຫລວງພະບາງ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາ ວະລີ ນັກຮົບນິລະນາມ ແລະ ວາງ ກະຕ່າດອກໄມ້ ຢູ່ອະນຸສາວະລີປະ ທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ(22 ມີນາ 195522ມີນາ 2024) ເປັນການສະແດງ ຄວາມເຄົາລົບ-ຄວາມກະຕັນຍູຮູ້ບຸນ ຄຸນຕໍ່ບັນດາສະຫາຍນັກຮົບນິລະ ນາມ, ວິລະຊົນແຫ່ງຊາດ, ພະນັກ ງານການນຳຮຸ່ນກ່ອນ, ຜູ້ທີ່ໄດ້ເສຍ ສະຫລະເລືອດເນື້ອ ແລະ ຊີວິດ ຂອງ ຕົນເຂົ້າໃນພາລະກິດປະຕິວັດຕໍ່ສູ້ກູ້ ຊາດ ທີ່ແສນລຳບາກ ແລະ ຍືດເຍື້ອ ຍາວນານ-ທໍລະຫົດອົດທົນ, ພິລະ ອາດຫານກ້າແກ່ນ-ໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈໍານົນ ເພື່ອປົດປ່ອຍຊາດ, ປົດປະຊາຊົນ ອອກຈາກການປົກ ຄອງຂອງພວກສັດຕູ, ຈົນໄດ້ຮັບໄຊ ຊະນະຢ່າງສົມບູນ ແລະ ໄດ້ປະກາດ ເອກະລາດ ສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ໂອກາດເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້, ການນຳ ພັກ-ລັດແຂວງຫລວງພະບາງໄດ້ ປະຕິຍານຕົນວ່າ: ຈະຮ່ຳຮຽນເອົາ ຄຸນສົມບັດ-ສິນທຳປະຕິວັດ ແບບ ຢ່າງອັນດີເລີດ ຂອງບັນດາສະຫາຍ ການນໍາ, ນັກຮົບປະຕິວັດ ຮຸ່ນກ່ອນ ແລະ ຈົງຮັກພັກດີຕໍ່ອຸດົມການຂອງ ພັກ, ຕັ້ງໜ້າຈັດຕັ້ງ-ປະຕິບັດມະຕິ ກອງປະຊຸມໃຫຍ່ທີ່ ອົງຄະນະພັກ ແຂວງ ຄັ້ງທີ 8 ວາງອອກໃຫ້ປະກົດ ຝັນເປັນຈິງ, ຈະຕັ້ງໜ້າເສີມຂະ ຫຍາຍແນວຄິດ ປະທານ ໄກສອນ ພົມວິຫານ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຕາມແນວທາງການປ່ຽນ ແປງໃໝ່ ຮອບດ້ານທີ່ມີຫລັກການ ຂອງພັກ ໄປສູ່ຈຸດໝາຍທີ່ພັກ ແລະ ປະຊາຊົນລາວບັນດາເຜົ່າໄດ້ເລືອກ ເອົາໄວ້, ເພີ່ມທະວີໃນການນໍາພາຊີ້ນຳ ແລະ ກໍ່ສ້າງພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮ່ຳ ຮຽນເອົາຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດທີ່ຖະ ໜອມຖ່ອມຕົວ, ປອດໃສຂາວສະ ອາດ, ດຸໝັ່ນ, ປະຢັດ, ຊື່ສັດ ແລະ ທ່ຽງທຳ ຂອງປະທານ ສຸພານຸວົງ ເພື່ອໝູນໃຊ້ເຂົ້າໃນການສ້າງພັດທະ ນາ ແຂວງຫລວງພະບາງ ໃຫ້ຮັ່ງມີ ເຂັ້ມແຂງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ກອງປະຊຸມແລກ ປ່ຽນທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ຫົວພັນ-ເຊີນລາ ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ ທີ່ແຂວງຫົວພັນ, ຝ່າຍແຂວງຫົວ ພັນ ນຳໂດຍ ສະຫາຍ ຄໍາແພງ ໄຊ ສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ພ້ອມຄະນະ, ຝ່າຍແຂວງເຊີນລາ ນຳໂດຍ ສະຫາຍ ຫງວຽນ ຮິ້ວ ດົງ ກຳມະການສູນກາງພັກ, ເລຂາພັກ ແຂວງ, ຫົວໜ້າຄະນະສະມາຊິກ ສະພາແຫ່ງຊາດແຂວງເຊີນລາແຫ່ງ ສສ ຫວຽດນາມ. ໂອກາດນີ້, ສະຫາຍ ຄໍາແພງ ໄຊ ສົມແພງ ໄດ້ລາຍງານສະພາບລວມ ຂອງແຂວງ ແລະ ຜົນງານການ ຮ່ວມມືລະຫວ່າງ 2 ແຂວງ ວ່າ: ໃນ ໄລຍະຜ່ານມາ, ພາຍໃຕ້ການນໍາ ພາ-ຊີ້ນໍາ ຂອງອົງຄະນະພັກແຂວງ, ອົງການປົກຄອງທຸກຂັັ້ນ ແລະ ຄວາມເອົາໃຈໃສ່ຂອງຂະແໜງ ການທີ່ກ່ຽວຂ້ອງ ໄດ້ເຮັດໃຫ້ການ ຈັດຕັັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມໄດ້ດໍາເນີນ ໄປຕາມທິດທີ່ກໍານົດໄວ້ເຮັດໃຫ້ ສະພາບການໂດຍລວມຂອງແຂວງ ຍັງຮັກສາໄດ້ຄວາມສະຖຽນລະ ພາບທາງດ້ານການເມືອງ, ມີຄວາມ ສະຫງົບ ແລະ ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍລວມແລ້ວປະຊາຊົນບັນດາ ເຜົ່າມີຄວາມສາມັກຄີດີ, ມີຄວາມ ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ ແລະ ລັດ, ປີ 2023 ລວມຍອດຜະລິດຕະພັນ ພາຍໃນ ຫລື GDP ບັນລຸ 4.753 ຕື້ກວ່າກີບ ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄດ້ 15 ລ້ານກວ່າກີບ/ຄົນ/ປີ ຫລື ເທົ່າກັບ 892 ໂດລາສະຫະລັດ/ ຄົນ/ປີ ດ້ວຍອັດຕາການຂະຫຍາຍ ຕົວທາງດ້ານເສດຖະກິດຢູ່ໃນລະ ດັບ 4,16%, ສາມາດເກັບລາຍ pa’lk,kfIv’Ia[oadmjv’mjP;wfh1jk’rP’r= g,n v'\nj o g-a ola opk37'dko d+ lh k'lt|k,sa fcv[dkomtsko ຮັບເຂົ້າງົບປະມານ ໄດ້ 162,22 ຕື້ກີບ, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 40,87 ລ້ານໂດລາ ສະຫະລັດ ແລະສິ່ງທີ່ພົ້ນເດັ່ນອີກ ຢ່າງໜຶ່ງ ແຂວງໄດ້ເປີດນໍາໃຊ້ ສະໜາມບິນໜອງຄ້າງຢ່າງເປັນ ທາງການ ເຊິ່ງເປັນອີກໜຶ່ງທ່າ ແຮງໃນການພັດທະນາເຂົ້າໃນ ວຽກງານຄົມມະນາຄົມຂົນສົ່ງ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ, ສັງຄົມຂອງແຂວງ ແລະ ເຮັດໃຫ້ປີ 2023 ມີນັກ ທ່ອງທ່ຽວເຂົ້າມາທ່ຽວຢູ່ແຂວງ ທັງໝົດ 45.496 ຄົນ. ຄຽງຄູ່ຜົນສຳເລັດດັ່ງກ່າວ, ແຂວງຫົວພັນ ຍັງໄດ້ມີການພົວພັນ ຮ່ວມມືກັບບັນດາປະເທດໃນພາກ ພື້ນ ແລະ ສາກົນ, ພິເສດແມ່ນພົວ ພັນຮ່ວມມືກັບບັນດາແຂວງຊາຍ ແດນຫວຽດນາມ. ສໍາລັບການພົວ ພັນຮ່ວມມືລະຫວ່າງສອງແຂວງ ແມ່ນໄດ້ເອົາໃຈໃສ່ໃນການຈັດຕັ້ງ ຜັນຂ ະຫຍ າ ຍ ເ ນື້ອ ໃ ນບົດບັນ ທຶກຮ່ວມມືທີ່ໄດ້ລົງນາມໄລຍະປີ 2022- 2024 ເຊິ່ງຍາມໃດ ແຂວງ ເຊີນລາ ກໍໃຫ້ການເອົາໃຈໃສ່ ແລະ ໃຫ້ທຶນຊ່ວຍເຫລືອເພື່ອພັດທະນາ ພື້ນຖານໂຄງລ່າງທີ່ຈໍາເປັນໃຫ້ແກ່ ແຂວງຫົວພັນ ເປັນຕົ້ນແມ່ນການ ກໍ່ສ້າງຕຶກອາຄານຫ້ອງນອນຄົນ ເຈັບ ໂຮງໝໍເມືອງແອດ. ນອກ ນັ້ນ, ບັນດາພະແນກການ, ບັນດາ ເມືອງຂອງແຂວງເຊີນລາ ຍັງໄດ້ ຊ່ວຍເຫລືອກໍ່ສ້າງພື້ນຖານໂຄງ ລ່າງ ແລະ ອຸປະກອນຮັບໃຊ້ຫ້ອງ ການໃຫ້ແກ່ບັນດາພະແນກການ, ບັນດາເມືອງຂອງແຂວງຫົວພັນ; ການພົບປະແລກປ່ຽນຄະນະຜູ້ ແທນຂັ້ນສູງ, ບັນດາພະແນກການ, ບັນດາເມືອງ ແລະ ປະຊາຊົນຂອງ ສອງແຂວງກໍໄດ້ໄປມາຫາສູ່ຢ່າງ ເປັນປົກກະຕິ. ພ້ອມນັ້ນ ໃນແຕ່ລະ ປີແຂວງເຊີນລາ ຍັງໄດ້ຊ່ວຍກໍ່ສ້າງ ຊັບພະຍາກອນມະນຸດໃຫ້ແກ່ແຂວງ ຈໍານວນ 45 ທຶນ ໄປຮຽນພາສາ ຫວຽດນາມ, ສາຂາວິຊາສະເພາະ ຢູ່ບັນດາໂຮງຮຽນ, ມະຫາວິທະຍາ ໄລ, ວິທະຍາໄລແຂວງເຊີນລາ. ທ່ານເຈົ້າແຂວງຫົວພັນ ຍັງ ກ່າວຕື່ມວ່າ: ບົນພື້ນຖານມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງ ຊາດລາວ-ຫວຽດນາມ ກໍຄືສອງ ແຂວງ ຫົວພັນ-ເຊີນລາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພວກເຮົາຈະສືບຕໍ່ ເພີ່ມພູນຄູນສ້າງມູນເຊື້ອອັນດີງາມ ດັ່ງກ່າວໃຫ້ຍືນຍົງ ແລະ ນັບມື້ເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ທັງສອງຝ່າຍຍັງໄດ້ ເຊັນບົດບັນທຶກການຮ່ວມມື ຫົວພັນ- ເຊີນລາ ໄລຍະປີ 2024-2026 ຕື່ມ ອີກ.ຈາກນັ້ນ,ທັງສອງຝ່າຍກໍໄດ້ເຂົ້າ ຮ່ວມພາເຂົ້າສາມັກຄີ, ຮ່ວມຊົມສິ ລະປະສອງປະເທດ, ງານວາງສະ ແດງສິນຄ້າ ແລະ ກິດຈະກຳກິລາ ພື້ນເມືອງຂອງບັນດາເຜົ່າ ຕື່ມອີກ. 131 ເລື່ອງ, ແກ້ໄຂແລ້ວ 119 ເລື່ອງ ເທົ່າກັບ 90,83%, ຍັງຄ້າງ 12 ເລື່ອງ ແລະ ຄະດີເຂົ້າສານປະ ຊາຊົນເຂດ 30 ເລື່ອງ, ແກ້ໄຂແລ້ວ 20 ເລື່ອງ ເທົ່າກັບ67,7%, ຍັງຄ້າງ 10 ເລື່ອງ.ພ້ອມກັນນີ້, ກໍໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ- ແນວຄິດ ຕິດພັນກັບການຈັດສົ່ງ ພະນັກງານໄປຍົກລະດັບທິດສະດີ ການເມືອງ-ການປົກຄອງ ແລະ ວິຊາສະເພາະ, ໄດ້ປະເມີນຜົນ ແລະ ຈັດປະເພດພະນັກງານປະຈໍາປີ 2023. ໃນນີ້, ພະນັກງານດີເດັ່ນຈໍາ ນວນ 3 ຄົນ, ຍິງ 1 ຄົນ, ປະເພດດີ 22 ຄົນ, ຍິງ 5 ຄົນ, ບໍ່ໄດ້ປະເມີນ 2 ຄົນ ແລະ ຜູ້ພິພາກສາດີ-ເກັ່ງ ຈໍາ ນວນ 6 ຄົນ. ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ມີຄໍາເຫັນຊີ້ນໍາໂດຍ ເນັ້ນໃຫ້ຄະນະພັກ-ຄະນະນໍາສານ ປະຊາຊົນແຂວງເຊກອງ ສືບຕໍ່ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານ ຕິດພັນ ກັບ ປັບປຸງລະບົບການຈັດຕັ້ງ, ແບບ ແຜນການນໍາພາ-ວິທີເຮັດວຽກ; ສືບຕໍ່ບໍາລຸງສ້າງພະນັກງານໃຫ້ ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຊໍານານງານ; ຄົ້ນຄວ້າ ພິຈາລະນາ, ແກ້ໄຂຄະດີ ແລະ ຕັດສິນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນ ຄວາມຍຸຕິທໍາ. ເມືອງໝື່ນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງສະໜາມຫັດ ແອບການທະຫານຂອງກອງບັນ ຊາການທະຫານເມືອງໝື່ນ ຕັ້ງຢູ່ ບ້ານນາປ່າໄຜ່ ເມືອງໝື່ນ ແຂວງ ວຽງຈັນ ເຊິ່ງກິດຈະກຳການກໍ່ສ້າງ ປະກອບມີ: ປັບເດີ່ນ, ກໍ່ສ້າງທາງ ເຂົ້າ, ຫ້ອງການ ຂະໜາດ 4x9 ແມັດ , ເຮືອນນອນ ຂະໜາດ 5 12 ແມັດ , ເຮືອນຄົວ ຂະໜາດ 8x8 ແມັດ, ຫ້ອງນໍ້າ 1 ຫລັງ ແລະ ຕິດຕັ້ງລະບົບ ໄຟຟ້າແສງຕາເວັນ ຄົບຊຸດ ເຊິ່ງຈະ ໃຊ້ເວລາກໍ່ສ້າງ 2 ປີ ໃຫ້ສຳເລັດ ລວມມູນຄ່າທັງໝົດ 1,8 ຕື້ກວ່າກີບ.
RkJQdWJsaXNoZXIy MTc3MTYxMQ==