xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 25/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lt4kom6 f v6 cdio 4tcs]'0j k;dj P;da [ltrk[dko16j v6 cdio m6 f]k; xt9e ll s;Pfok, 1h P,0j eoa [okpq d]a f4t,q o8u s;Pfok, ຂປລ. ໃນວັນທີ22ມີນາ2024, ທີ່ ສະຖານທູດ ເຢຍລະມັນ, ໄດ້ມີ ພິທີຖະແຫລງຂ່າວ ກ່ຽວກັບສະພາບ ການຢູ່ອູແກຣນ ເຊິ່ງຖະແຫລງ ໂດຍ ທ່ານ ປາໂວຣ ໂອເຣວ (Pavlo OREL), ອຸປະທູດຊົ່ວຄາວ ອູ ແກຣນ ປະຈໍາ ປະເທດໄທ ທີ່ຮັບຜິດ ຊອບ ສປປ ລາວ ແລະ ມີການເຂົ້າ ຮ່ວມຂອງບັນດາເອກອັກຄະລັດຖະ ທູດ, ຜູ້ຕາງໜ້າສະຖານທູດ, ພະນັກ ງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ຕ່າງໆ. ໃນພິທີ, ທ່ານ ອຸປະທູດຊົ່ວຄາວ ອູແກຣນ ໄດ້ຍົກໃຫ້ເຫັນເຖິງສະ ລັດຖະມົນຕີສະພາປະຊາຄົມ... ເປີດງານັດພົບແຮງງານ... ຄຕພ ເຊື່ອມຊຶມວັນສຳຄັນ... ສານສະແດງ... ສປປ ລາວ ປະນາມການກະທຳ ທີ່ເປັນການກໍ່ຮ້າຍທຸກຮູບແບບຢ່າງ ແຂງແຮງແລະຢືນຢັນຮ່ວມມືກັບວົງ ຄະນະສາກົນ ເພື່ອຕໍ່ຕ້ານລັດທິການ ກໍ່ການຮ້າຍສາກົນ ເພື່ອປົກປັກຮັກ ສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ. ໃນນາມປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂ້າ ພະເຈົ້າສະແດງຄວາມເສົ້າສະຫລົດ ໃຈແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງ ມາຍັງປະຊາຊົນ ແລະ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ໂດຍສະ ເພາະຕໍ່ຄອບຄົວຜູ້ທີ່ໄດ້ຮັບເຄາະ ຮ້າຍຈາກເຫດການໃນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນຳພາຂອງທ່ານ, ລັດຖະບານ ກໍຄື ປະຊາຊົົນ ແຫ່ງ ສະຫະພັນ ຣັດ ເຊຍ ຈະສາມາດຜ່ານຜ່າຄວາມໂສກ ເສົ້າ ແລະ ຄວາມຫຍຸ້ງຍາກຕ່າງໆ ເພື່ອເຮັດໃຫ້ສະພາບການກັບຄືນສູ່ ຄວາມເປັນປົກກະຕິໂດຍໄວ. ສະພາປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ, ລັດຖະມົນຕີກະຊວງ ສາມັກຄີແລະການມີສ່ວນຮ່ວມທາງ ສັງຄົມ ແຫ່ງ ຕີມໍ ເເລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດສະມາ ຊິກ ອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາ ລືກ່ຽວກັບຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດວຽກງານພາຍໃຕ້ເສົາ ຄຳ້ປະຊາຄົມວັດທະນະທຳ-ສັງຄົມ ໃນໄລຍະຜ່ານມາ ແລະ ແລກປ່ຽນ ທາງດ້ານວິໄສທັດຍຸດທະສາດເພື່ອ ການພັດທະນາຂອງເສົາຄໍ້າປະຊາ ຄົມໃຫ້ຢູ່ໃນທ່າກຽມພ້ອມສຳລັບ ກາລະໂອກາດ ແລະ ສາມາດຮັບມື ກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ອະນາຄົດທີ່ຈະເກີດຂຶ້ນຢ່າງມີ ປະສິດທິຜົນ. ພ້ອມນີ້, ກອງປະຊຸມ ຈະໄດ້ຮັບຮອງເອົາເອກະສານຂອງ ອາຊຽນ ຈຳນວນ 9 ສະບັບ ເພື່ອ ຈະສະເໜີໃຫ້ຜູ້ນຳອາຊຽນພິຈາລະ ນາຮັບຮອງ ແລະ ຮັບຊາບ ໃນກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຄາດວ່າຈະຈັດຂຶ້ນ ໃນເດືອນຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ແລະ ຮັບຮອງເອົາ ບົດລາຍງານເຈົ້າໜ້າທີ່ອາວຸໂສວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 36; ບົດລາຍງານກອງປະຊຸມລັດ ຖະມົນຕີປະຊາຄົມວັດທະນະທໍາສັງຄົມອາຊຽນຕໍ່ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ຮັບຮອງເອົາຖະແຫລງການ ຮ່ວມຂອງກອງປະຊຸມລັດຖະມົນຕີ ປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມເຊື່ອ ໝັ້ນວ່າ ບັນດາເອກະສານສຳຄັນທີ່ ໄດ້ຮັບຮອງໃນກອງປະຊຸມໃນຄັ້ງນີ້, ຈະເປັນນິຕິກຳທີ່ມີຄວາມໝາຍ ຄວາມສຳຄັນໃຫ້ແກ່ທຸກພາກສ່ວນ ຂະແໜງການທັງພາກລັດ ແລະ ເອກກະຊົນເປັນບ່ອນອີງທີ່ໜັກເເໜ້ນ ໃນການນຳໄປຈັດຕັ້ງປະຕິບັດໃຫ້ ຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ທ່ານ ພົງໄຊສັກ ອິນຖາ ລາດຮອງລັດຖະມົນຕີກະຊວງຮສສ ແລະ ນັກສຶກສາ ຈາກສະຖາບັນ ການ ສຶກສາ, ສະຖາບັນການພັດທະ ນາວີຊາຊີບ ແລະ ການພັດທະນາສີມື ແຮງງານເຂົ້າຮ່ວມ. ຈັດງານຄັ້ງນີ້, ກໍເພື່ອແນະນຳ ເຄື່ອງມືການບໍລິການໃຫ້ຄຳປຶກສາ ແລະຈັດຫາງານພາຍໃນພາຍໃຕ້ລະ ບົບຂໍ້ມູນຂ່າວສານຕະຫລາດແຮງ ງານຂອງກະຊວງ ຮສສ, ແນະນຳ ແລະ ໃຫ້ຄຳປຶກສາການນຳໃຊ້ເຄື່ອງ ມືການບໍລິການໃຫ້ຄຳປຶກສາ ແລະ ຈັດຫາງານພາຍໃນປະເທດ ພາຍ ໃຕ້ລະບົບຂໍ້ມູນຂ່າວສານຕະຫລາດ ແຮງງານໃຫ້ແກ່ຫົວໜ່ວຍແຮງງານ ແລະ ຜູ້ຊອກວຽກເຮັດງານທຳ ແລະ ສ້າງໂອກາດໃຫ້ຜູ້ຊອກວຽກເຮັດ ງານທຳໄດ້ພົບປະກັບຜູ້ໃຊ້ແຮງ ງານ, ເຂົ້າເຖິງຂໍ້ມູນອາຊີບທີ່ຫລາກ ຫລາຍ, ສ້າງຄວາມເຂົ້າໃຈກ່ຽວກັບ ສະພາບຕະຫລາດແຮງງານ ແລະ ການພັດທະນາທັກສະທີ່ຈໍາເປັນແລະ ສຳຄັນໃນການຊອກວຽກ. ພ້ອມນີ້, ມີຫົວໜ່ວຍແຮງງານ, ວິສາຫະກິດ ບໍລິການຈັດຫາງານ ແລະ ຄູ່ຮ່ວມ ງານທັງພາກລັດ ແລະ ເອກະຊົນ ເພື່ອໃຫ້ບໍລິການຂຶ້ນທະບຽນຊອກ ວຽກ, ໃຫ້ຄໍາປຶກສາ, ສໍາພາດເອົາ ແຮງງານລວມທັງໝົດ 56 ບໍລິສັດ, ຕຳແໜ່ງຫວ່າງ 560 ຕຳແໜ່ງທີ່ ຕ້ອງການແຮງງານຫລາຍກວ່າ 1.740 ຄົນ. ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ຮູ້ວ່າ: ງານຕະຫລາດ ນັດແຮງງານມີການເຂົ້າຮ່ວມຢ່າງ ຫລວງຫລາຍ ຂອງບັນດາຫົວໜ່ວຍ ແຮງງານທັງພາຍໃນ ແລະ ຕ່າງ ປະເທດ, ຜູ້ປະກອບການລວມທັງ ກຳລັງແຮງງານ ໜຸ່ມຜູ້ທີ່ຈະເຂົ້າສູ່ຕະຫລາດແຮງ ງານ, ຜູ້ຕ້ອງການຢາກປ່ຽນວຽກ ຜູ້ວ່າງງານ (ມີປະມານ 500 ກວ່າ ຕໍາແໜ່ງ ແລະ ຄວາມຕ້ອງການ ຫລາຍກວ່າ 1.700 ຄົນ). ນອກ ຈາກຜູ້ຕ້ອງການແຮງງານ ແລະ ຜູ້ ຊອກວຽກຈະມາພົບກັນ ແລະ ການ ນັດພົບກັນຜ່ານລະບົບ Online, ການປະກາດຮັບສະໝັກ, ການຄັດ ເລືອກ ແລະ ການບັນຈຸງານຈະດຳ ເນີນໄປໃນແຕ່ລະວັນ. ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຂໍເຊີນໃຫ້ໄວໜຸ່ມ-ກຳ ລັງ ແຮງງານທັງໝົດຈົ່ງຊັກຊວນ ກັນມາຮ່ວມງານນຳພວກເຮົາຈົນ ຮອດວັນທີ 24 ມີນາ 2024, ພ້ອມ ກັນຕັດສິນໃຈເຂົ້າສູ່ຕຳແໜ່ງງານ ທີ່ລໍຖ້າຢູ່ ໃຫ້ນັບມື້ນັບຫລາຍຂຶ້ນ ເລື້ອຍໆ. ໃນກິດຈະກຳ ການປັບປຸງລະບົບ ຂໍ້ມູນຂ່າວສານຕະຫລາດແຮງງານ ເພື່ອເພີ່ມທະວີການເຂົ້າເຖິງການບໍ ລິການຂອງພາກລັດດ້ານການສະ ໜັບສະໜູນການຈ້າງງານ ໃນປີ 2023 ຊຶ່ງອົງການສະຫະປະຊາ ຊາດ ເພື່ອການພັດທະນາ ປະຈໍາ ຈຳປີ 2024 ຈັດຂຶ້ນໃນວັນທີ 22 ມີນາ 2024. ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ຍົກ ໃຫ້ເຫັນເຖິງມູນເຊື້ອການກຳເນີດ ແລະ ການຂະຫຍາຍຕົວຂອງພັກ ປະຊາຊົນ ປະຕິວັດລາວ ຕະຫລອດ ໄລຍະ69ປີທີ່ຜ່ານມາໂດຍສະເພາະ ແມ່ນການກຳເນີດ, ທາດແທ້ ແລະ ອຸດົມການຂອງພັກ ຜົນງານທີ່ຍາດ ມາໄດ້ໃນແຕ່ລະໄລຍະ ປົດປ່ອຍປະ ເທດຊາດ, ປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດ ເຊິ່ງ ເຫັນໄດ້ວ່າ ສປປລາວມີສະຖຽນລະ ພາບທາງດ້ານການເມືອງ,ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ ເສດຖະກິດ ແຫ່ງຊາດມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະ ຊາຊົນລາວໄດ້ຮັບການປັບປຸງດີ ຂຶ້ນ. ພ້ອມນີ້, ສະຫາຍທອງສະຫວັນ ພົມວິຫານ ຍັງຍົກໃຫ້ເຫັນເຖິງການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບພວກລ່າເມືອງຂຶ້ນນັບ ແຕ່ ປີ 1930 ເປັນຕົ້ນມາ ໂດຍສະເພາະ ແມ່ນບັ້ນຮົບປ້ອງກັນເມືອງທ່າແຂກ ໃນເດືອນມີນາ ປີ 1946 ເຊິ່ງນຳພາ ການຕໍ່ສູ້ໂດຍປະທານ ສຸພານຸວົງ ພາຍຫລັງພວກລ່າເມືອງຂຶ້ນ ແລະ ລູກແລ້ງຕີນມືຂອງພວກເຂົາໄດ້ ສ້າງໂທດກຳທີ່ບໍ່ມີວັນລືມໃຫ້ແກ່ປະ ຊາຊົນລາວ, ພວກເຂົາໄດ້ເຂັນຂ້າປະ ຊາຊົນ, ຂ້າແມ່ມານດ້ວຍການເອົາ ກະບີ່ແທງທ້ອງ, ຈັບເອົາເດັກນ້ອຍ ຍັດໃສ່ກະເປົາຖິ້ມລົງນ້ຳຂອງ ແລະ ເອົົາປືນກວາດຍິງໃສ່ຝູງຄົນແລ້ວ ໂຍນລົງນ້ຳຂອງເວລານັ້ນນ້ຳຂອງ ເຕັມໄປດ້ວຍເລືອດ ແລະ ຊາກສົບ ຂອງປະຊາຊົນຜູ້ບໍລິສຸດທັງແມ່ຍິງ ແລະ ເດັກນ້ອຍ 3.000ກວ່າຄົນຖືກ ຂ້າຕາຍ, ເຮືອນຊານບ້ານຊ່ອງຖືກ ທຳລາຍເປັນຈຳນວນຫລວງຫລາຍ ຄອບຄົວຜົວ-ເມຍ, ພໍ່-ແມ່-ລູກຖືກ ພັດພາກຈາກກັນລູກກາຍເປັນລູກ ກຳພ້າ-ກຳພອຍຍ້ອນການກະທຳ ພາບການທີ່ເກີດຂຶ້ນຢູ່ ອູແກຣນໃນ ໄລຍະເວລາ 2 ປີ ຜ່ານມາພາຍຫລັງ ເກີດຂໍ້ຂັດແຍ່ງ ລະຫວ່າງ ອູແກຣນ ແລະຣັດເຊຍໃນເດືອນກຸມພາ2022 ເຊິ່ງໄດ້ສ້າງຜົນກະທົບຢ່າງໜັກ ໜ່ວງທາງດ້ານຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງ. ພ້ອມດຽວກັນ ນັ້ນ, ຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ ອູແກຣນ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ບັນດາປະເທດທີ່ຢູ່ໃກ້ ຄຽງ ກໍຄື ປະເທດອື່ນໆໃນທົ່ວໂລກ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ການຄ້າ,ການເງິນ,ດ້ານພະລັງງານ, ດ້ານສະບຽງອາຫານ ແລະ ອື່ນໆ. ໃນພິທີຖະແຫລງຂ່າວຄັ້ງນີ້, ສື່ ມວນຊົນຈໍານວນໜຶ່ງ ກໍໄດ້ຍົກບາງ ຄໍາຖາມຂຶ້ນ ເພື່ອໃຫ້ສະຖານທູດຊີ້ ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ ບັນຫາທີ່ສື່ມວນຊົນມີຄວາມສົນໃຈ. *** ຕໍ່ຈາກໜ້າ 1 *** ປາກົດຜົນເປັນຈິງ ທັງຮັບປະກັນຜົນ ປະໂຫຍດອັນລວມໃຫ້ແກ່ປະຊາຊົນ ຂອງພວກເຮົາໃນອະນາຄົດ ໂດຍ ສະເພາະເປົ້າໝາຍລວມຂອງອາ ຊຽນ ກໍເພື່ອສ້າງປະຊາຄົມ ອາຊຽນ ໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີ ຄວາມປອງດອງ, ປະຊາ ຊົນມີວິຖີຊີ ວິດທີ່ດີ, ມີການພັດທະນາແບບຍືນ ຍົງ, ມີຄວາມຮັບຮູ້ ແລະ ເຂົ້າໃຈເອ ກະລັກມໍລະດົກວັດທະນະທຳເຊິ່ງ ກັນແລະກັນ, ການເຂົ້າເຖິງການສຶກ ສາ, ມີຄວາມປອດໄພທາງດ້ານສຸຂະ ພາບ, ການໃສ່ໃຈຮັກສາສິ່ງແວດ ລ້ອມ ແລະ ກຽມພ້ອມຮັບມືກັບການ ປ່ຽນແປງຂອງສະພາບດິນຟ້າອາ ກາດ, ແຮງງານເຄື່ອນຍ້າຍ, ຄວາມ ສະເໝີພາບຍິງ-ຊາຍແລະເປີດກວ້າງ ໂອກາດໃນການປະກອບອາຊີບສຳ ລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ. ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ກ່າວອີກວ່າ: ອາ ຊຽນຈະຕ້ອງສືບຕໍ່ຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດຕາມວິໄສທັດ ປະຊາຄົມອາຊຽນ2025ແລະແຜນ ແມ່ບົດປະຊາຄົມວັດທະນະທຳ- ສັງຄົມອາຊຽນ2025 ໃຫ້ປະສົບຜົນ ສຳເລັດຕາມເປົ້າໝາຍທີ່ວາງໄວ້. ສປປ ລາວ ໄດ້ກຳນົດເອົາ 9 ແຜນ ບູລິມະສິດໃນການເປັນປະທານອາ ຊຽນສຳລັບປີ 2024. ໃນນັ້ນ, ຂົງ ເຂດວຽກງານປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ມີ 4 ຂົງເຂດ ບຸລິມະສິດ ເຊິ່ງປະກອບມີ: ການສົ່ງ ເສີມບົດບາດວັດທະນະທໍາ ແລະ ສິ ລະປະໃນອາຊຽນ ໃຫ້ກວມລວມ ແລະຍືນຍົງ; ການສົ່ງເສີມການຮ່ວມ ມືດ້ານສິ່ງແວດລ້ອມ: ຄວາມທົນ ທານຕໍ່ການປ່ຽນແປງດິນຟ້າອາ ກາດ; ການສົ່ງເສີມບົດບາດຂອງ ແມ່ຍິງ ແລະ ເດັກນ້ອຍ ເພື່ອການຫັນ ປ່ຽນພຶດຕິກຳໃນອາຊຽນ ແລະ ການຫັນປ່ຽນການປັບປຸງສຸຂະ ພາບຂອງອາຊຽນໃນສະພາບການ ໃໝ່. ນອກຈາກ 4 ຂົງເຂດບູລິມະ ສິດແລ້ວ, ສປປ ລາວ ຍັງເລັງເຫັນ ຄວາມ ສໍາຄັນຂອງວຽກແຮງງານ ເຄື່ອນຍ້າຍ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານຂອງແຮງ ງານເຄື່ອນຍ້າຍພາຍໃນອາຊຽນ. ໂອກາດດຽວກັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຕາງ ໜ້າໃຫ້ລັດຖະບານລາວຂໍຄວາມ ຮ່ວມມື ແລະ ຮຽກຮ້ອງມາຍັງປະ ເທດສະມາຊິກອາຊຽນ ໃຫ້ສືບຕໍ່ປະ ກອບສ່ວນຢ່າງຕັ້ງໜ້າ ແລະ ຊຸກຍູ້ ໃຫ້ແຕ່ລະຂະແໜງການພາຍໃຕ້ເສົາ ຄ້ຳຂອງຕົນສຸມໃສ່ທຸກຄວາມສາ ມາດ ແລະ ເອົາໃຈໃສ່ໃນການພັດ ທະນາ ແລະ ຜັນຂະຫຍາຍບັນດາເອ ກະສານວິໄສທັດ, ຖະແຫລງການ, ແຜນປະຕິບັດງານ, ຄູ່ມືແນະນຳ, ນິ ຕິກຳ ແລະ ແນວຄິດລິເລີ່ມຕ່າງໆ ຂອງເສົາຄ້ຳວັດທະນະທຳ-ສັງຄົມ ອາຊຽນ ໃຫ້ເປັນຮູບປະທຳນັບມື້ນັບ ຫລາຍຂຶ້ນ. ພ້ອມທັງສະເໜີ ໃຫ້ທຸກ ພາກສ່ວນ ແລະ ຂະແໜງການຈົ່ງ ຮ່ວມແຮງຮ່ວມໃຈກັນ , ສຸມສະຕິປັນ ຍາ ເພື່ອພັດທະນາແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ແລະ ເອົາໃຈ ໃສ່ຈັດຕັ້ງການປະເມີນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະ ທຳ - ສັງຄົມອາຊຽນ 2025 (ASCC Blueprint 2025) ໃຫ້ປະສົບຜົນສໍາເລັດຕາມລະດັບ ຄາດໝາຍ. ຂ່າວ: ທະນູທອງ, ພາບ:ເກດສະໜາ *** ຕໍ່ຈາກໜ້າ 1 *** ສປປ ລາວ(UNDP) ໄດ້ໃຫ້ທຶນສະ ໜັບສະໜູນໃນການຈັດຕັ້ງປະຕິບັດ ກິດຈະກໍາດັ່ງກ່າວກົມການຈັດຫາ ງານ ກໍຄື ກະຊວງ ຮສສ ໄດ້ສົມທົບ ກັບບໍລິສັດ ລາຍລາວແລັບ ຈຳກັດ ຜູ້ດຽວ ໃນການດຳເນີນການປັບປຸງ ແລະ ພັດທະນາລະບົບດັ່ງກ່າວ ໂດຍ ສະເພາະແມ່ນເຄື່ອງມືການບໍລິການ ໃຫ້ຄຳປຶກສາແລະຈັດຫາງານພາຍ ໃນປະເທດ ພາຍໃຕ້ລະບົບຂໍ້ມູນ ຂ່າວສານຕະຫລາດແຮງງານ ຂອງກະຊວງ ຮສສ ພາຍໃຕ້ການ ບໍລິຫານຈັດງານ ແລະ ອຳນວຍ ຄວາມສະດວກດ້ານງົບປະມານ ຈາກອົງການສະຫະປະຊາຊາດ ເພື່ອ ການພັດທະນາ ປະຈໍາ ສປປ ລາວ (UNDP) ໂດຍຜ່ານການກະກຽມ ງານດັ່ງກ່າວ ເປັນຕົ້ນ ດ້ານງົບປະ ມານ, ສະຖານທີ່, ກະກຽມເນື້ອໃນ, ການໂຄສະນາເຊີນຊວນເຂົ້າຮ່ວມ ງານຕະຫລາດນັດແຮງງານຜ່ານ ສື່ໂຄສະນາອອນລາຍ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ອັນໄຮ້ມະນຸດສະທຳ ແລະໂຫດຮ້າຍ ປ່າເຖື່ອນດັ່ງກ່າວນັ້ນສປປລາວຈຶ່ງ ຖືເອົາວັນທີ 21 ມີນາ ເປັນວັນຄຽດ ແຄ້ນຂອງປະຊາຊົນລາວຕໍ່ສັດຕູຜູ້ ຮຸກຮານ. ພ້ອມນີ້, ພັກ-ລັດຍັງໄດ້ກຳ ນົດເອົາວັນທີ 21 ມີນາ ເປັນວັນລະ ນຶກເຖິງນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ນັບແຕ່ປີ 2014 ເປັນຕົ້ນມາ. ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ມີ ຄຳເຫັນຕໍ່ພິທີເປີດຂະບວນການແຂ່ງ ຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ຂອງຄະນະພົວພັນຕ່າງປະເທດສູນ ກາງພັກ ຮອດປີ 2025 ໂດຍເນັ້ນ ໃຫ້ບັນດາກົມຖືເອົາການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນ ກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດໃຫ້ ສອງວຽກດັ່ງກ່າວໄປໃນລວງດຽວ ກັນທີ່ສູນກາງພັກ ແລະ ລັດຖະກອນ ວາງອອກ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຟ້າມ ມິງ ຈິງ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນ ຕີແຫ່ງ ສສ ຫວຽດນາມ ທີ່ນະຄອນ ຫລວງ ຮ່າໂນ້ຍ ໃນໂອກາດທີ່ທ່ານໄດ້ ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ລາວຄົນໃໝ່ ປະຈຳ ສສ ຫວຽດນາມ. ໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມ ຂ່າວ ແລະ ຄຳອວຍພອນອັນປະເສີດ ຈາກທ່ານ ສອນໄຊ ສີພັນດອນ ກຳ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຖິງທ່ານ ຟ້າມ ມິງ ຈິງ ແລະ ການນຳ ພັກ, ລັດຫວຽດນາມ. ພ້ອມທັງໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອົບອຸ່ນ, ສະໜິດສະໜົມຂອງທ່ານນາ ຍົກລັດຖະມົນຕີ ແລະ ສະແດງຄວາມ ປິຕິຍິນດີຕໍ່ຜົນສຳເລັດໃນການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໂດຍມີເລຂາທິການໃຫຍ່ ຫງວຽນ ຝູ໋ ຈ້ອງ ເປັນຜູ້ນຳພາ ຊຶ່ງເຮັດໃຫ້ປະເທດ ຊາດຫວຽດນາມ ໄດ້ຮັບພັດທະນາ ຮອບດ້ານຢ່າງວ່ອງໄວ ແລະ ກ້າວກະ ໂດດ, ເສດຖະກິດສືບຕໍ່ເຕີບໂຕ, ຊີວິດ ການເປັນຢູ່ຂອງປະຊາຊົນດີຂຶ້ນເຫັນ ໄດ້ຢ່າງຈະແຈ້ງ. ທ່ານ ຟ້າມ ມິງ ຈິງ ໄດ້ສະແດງ ຄວາມຊົມເຊີຍ ທ່ານ ນາງ ຄຳເພົາ ເອີນທະວັນ ທີ່ໄດ້ຮັບໜ້າທີ່ເປັນເອກອັກ ຄະລັດຖະທູດວິສາມັນຜູ້ອຳນາດເຕັມ ແຫ່ງສປປລາວປະຈຳສສຫວຽດນາມ ແລະ ສະແດງຄວາມຊົມເຊີຍຜົນສຳ ເລັດໃນການພັດທະນາເສດຖະກິດສັງຄົມຂອງລາວໃນໄລຍະຜ່ານມາ. ພ້ອມນີ້, ທ່ານໄດ້ເນັ້ນໜັກວ່າ: ຫວຽດ ນາມ ແລະ ລາວ ມີສາຍພົວພັນພິເສດ, ເປັນມໍລະດົກອັນລ້ຳຄ່າ ຊຶ່ງປະຊາຊົນ ສອງປະເທດລ້ວນແຕ່ມີຄວາມຮັບຜິດ ຊອບປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຖື ສຳຄັນ ແລະ ໃຫ້ບຸລິມະສິດອັນດັບໜຶ່ງ ແກ່ການເພີ່ມທະວີສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດແລະການຮ່ວມມືຮອບດ້ານຫວຽດ ນາມ-ລາວ; ສືບຕໍ່ຊ່ວຍເຫລືອລາວສຸດ ຄວາມສາມາດຂອງຕົນບົນພື້ນຖານ ເຄົາລົບຄວາມເປັນເອກະລາດ ແລະ ອະ ທິປະໄຕຂອງກັນ; ສອງຝ່າຍຕ້ອງປະຕິ ບັດບັນດາຂໍ້ຕົກລົງ, ກົກໄກການຮ່ວມ ມືສອງຝ່າຍໃຫ້ມີປະສິດທິຜົນສູງເປັນ ຕົ້ນ ແມ່ນຜົນຂອງການພົບປະລະ ຫວ່າງສອງພັກ ແລະ ກອງປະຊຸມທະວີ ພາກຄີຄັ້ງທີ46ຂອງຄະນະກຳມະການ ຮ່ວມມື ຫວຽດນາມ-ລາວ ທີ່ຜ່ານມາ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການເຄື່ອນ ໄຫວພົບປະ ແລະ ໂຄສະນາເຜີຍແຜ່ມູນ ເຊື້ອອັນລ້ຳຄ່າ ແລະ ສາຍພົວພັນມີໜຶ່ງ ບໍ່ມີສອງ ຫວຽດນາມ-ລາວ ໃນໝູ່ປະ ຊາຊົນສອງປະເທດ ເປັນຕົ້ນແມ່ນຄົນ ຮຸ່ນໜຸ່ມ. ຫວຽດນາມ ຈະສືບຕໍ່ສະໜັບ ສະໜູນລາວຮັບໜ້າທີ່ເປັນປະທານຈັດ ກອງປະຊຸມອາຊຽນປີ2024, ປະທານ AIPA 45, ຮ່ວມກັນຊຸກຍູ້ປັບປຸງ ຄວາມສາມັກຄີ ແລະ ບົດບາດເປັນສູນ ລວມຂອງອາຊຽນ. ທ່ານນາຍົກລັດຖະ ມົນຕີຍັງໄດ້ສະແດງຄວາມຫວັງວ່າ ທຸກພາກສ່ວນທີ່ກ່ຽວຂ້ອງຂອງສອງ ປະເທດ ຈະປະສົມປະສານກັນໃຫ້ດີຂຶ້ນ ກວ່າເກົ່າ, ຕັດສິນແກ້ໄຂບັນຫາທີ່ກີດ ຂວາງ ເພື່ອເຮັດໃຫ້ການຮ່ວມມື ທາງ ດ້ານເສດຖະກິດ, ການຄ້າ, ການລົງທຶນ ພັດທະນາໃຫ້ສົມຄູ່ກັບການພົວພັນ ທາງດ້ານການເມືອງ, ເຊື່ອໝັ້ນ ແລະ ຕິດພັນກັນລະຫວ່າງສອງປະເທດ. ໃນ ນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ບັນດາໂຄງ ການຮ່ວມມືຍຸດທະສາດ, ໂຄງການ ເຊື່ອມຈອດພື້ນຖານໂຄງລ່າງຄົມມະ ນາຄົມ, ພະລັງງານ; ຮ່ວມມືກໍ່ສ້າງຊັບ ພະຍາກອນມະນຸດ;ຊຸກຍູ້ມູນຄ່າການ ຄ້າສອງຝ່າຍ ແລະ ບັນດາກິດຈະການ ລົງທຶນ; ສ້າງເງື່ອນໄຂໃຫ້ວິສາຫະ ກິດສອງປະເທດເພີ່ມການລົງທຶນ ເຊິ່ງ ກັນແລະກັນ; ເພີ່ມທະວີການຮ່ວມມືລະ ຫວ່າງບັນດາທ້ອງຖິ່ນ ເປັນຕົ້ນແມ່ນ ບັນດາທ້ອງຖິ່ນລຽບຕາມຊາຍແດນ; ເປັນເຈົ້າການປະສານສົມທົບ, ແບ່ງ ປັນຂໍ້ມູນ, ຊ່ວຍໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານທູດຍັງໄດ້ສະ ແດງຄວາມຍິນດີ ທີ່ໄດ້ຮັບໜ້າທີ່ເປັນ ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ແລະ ຈະເຮັດສຸດຄວາມ ສາມາດ ເພື່ອເປັນຂົວຕໍ່ໃຫ້ແກ່ການພົວ ພັນຮ່ວມມື ລະຫວ່າງບັນດາອົງການ ສູນກາງ ແລະ ທ້ອງຖິ່ນຂອງສອງປະ ເທດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໄດ້ຢູ່ຄຽງບ່າຄຽງໄຫລ່,ໃຫ້ ການສະໜັບສະໜູນພັກ, ລັດ ແລະປະ ຊາຊົນລາວໃນພາລະກິດຕໍ່ສູ້ ຍາດ ເອົາ ເອກະລາດແຫ່ງຊາດໃນເມື່ອກ່ອນກໍຄື ການປົກປັກຮັກສາແລະສ້າງສາພັດທະ ນາປະເທດຊາດຂອງລາວ ໃນປັດຈຸ ບັນ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.
RkJQdWJsaXNoZXIy MTc3MTYxMQ==