xtgmf]k; 3 25/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dkog'y oc0;'lts;a ootg0f 8h v'l6 h -q ogda []kpIa [.sh wfh 8k,czo ໂດຍ: ເຂົ້າຈານນໍ້າ xt-k-q olv'g,n v' c0;'v5 fq ,wwfh zq oxt3spf9kd37'dkora fmtok-q oot[q f glu ,0tspkpc[[czooerk0v'ra d gIa f.sh xtgmf-kf dh k;l6j 7;k,9tg]u olu ;y w] ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955 ຊຶ່ງປີນີ້ແມ່ນຄົບ ຮອບ 69 ປີ ພໍດີ. ເມື່ອຫວນຄືນປະ ຫວັດສາດຂອງລາວກ່ອນໜ້ານີ້ ຫລາຍສິບປີ ກໍ່ຄື ໃນໄລຍະທີ່ປະເທດ ເຮົາຕົກຢູ່ໃນແອກຄອບຄອງຂອງ ພວກຈັກກະພັດລ່າເມືອງແບບເກົ່າ, ການຕໍ່ສູ້ເພື່ອປົດປ່ອຍເອກະລາດ ຂອງປະຊາຊົນລາວບັນດາເຜົ່າ ເຖິງ ວ່າເກີດຂຶ້ນຢູ່ຫລາຍແຫ່ງໃນທົ່ວປະ ເທດ ແຕ່ສຸດທ້າຍບໍ່ໄດ້ຮັບຜົນສຳ ເລັດຍ້ອນຂາດການນຳພາ, ແຕ່ພາຍ ຫລັງການສ້າງຕັ້ງພັກປະຊາຊົນ ປະ ຕິວັດລາວ, ເຖິງວ່າຕ້ອງຜະເຊີນໜ້າ ກັບພວກຈັກກະພັດລ່າເມືອງຂຶ້ນ ແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາໄດ້ແບກຫາບເອົາພາລະ ກຳອັນໜັກໜ່ວງ ເພື່ອນໍາພາ-ຊີ້ນຳ ປວງຊົນລາວທັງຊາດຕໍ່ສູ້ຕ້ານການ ຮຸກຮານຂອງຈັກກະພັດ ແລະ ລູກ ແຫລ້ງຕີນມືປະຕິການຢ່າງດຸເດືອດ ຂ້ຽວຂາດ, ທໍລະຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະລະທີ່ ສຸດຈົນສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນ ແລ້ວສະຖາ ປະນາລະບອບໃໝ່ ລະບອບປະຊາ ທິປະໄຕປະຊາຊົນຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາປີ 1975. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ພັກເຮົາໄດ້ສືບຕໍ່ນຳ ພາປວງຊົນລາວທັງຊາດດໍາເນີນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ດ້ວຍ ການວາງແນວທາງນະໂຍບາຍໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງໃນແຕ່ ລະໄລຍະ ໂດຍສະເພາະນັບແຕ່ພັກ ໄດ້ນໍາພາການປະຕິບັດແນວທາງ ປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນ ມາ ເຮັດໃຫ້ການພັດທະນາປະເທດ ຊາດນັບມື້ມີຜົນສໍາເລັດອັນໃຫຍ່ ຫລວງກວ່າເກົ່າ, ໃນນີ້ຜົນສຳເລັດ ອັນສຳຄັນແລະ ເປັນພື້ນຖານກວ່າໝູ່ ໝົດແມ່ນຄວາມເປັນເອກະລາດ, ອຳ ນາດປະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງປະເທດຊາດ ໄດ້ ຮັບການປົກປັກຮັກສາໄວ້ໄດ້ຢ່າງ ໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນມີສະຖຽນລະພາບໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ. ໃນສະພາບທີ່ພວມຜະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ພັກເຮົາ ມີໜ້າທີ່ນໍາ ພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງ ອອກ. ດັ່ງນັ້ນ, ເວລານີ້ ຍິ່ງກວ່າເວ ລາໃດໝົດມັນຮຽກຮ້ອງໃຫ້ພະນັກ ງານສະມາຊິກພັກທຸກຄົນຕ້ອງຢຶດ ໝັ້ນ ແລະ ເສີມຂະຫຍາຍແບບແຜນ ນຳພາທີ່ດີຂອງພັກ ກໍຄື ແບບແຜນ ນໍາພາຊີ້ນຳທີ່ດີຂອງອະດີດການນຳ ຂອງພັກຮຸ່ນທຳອິດຢ່າງໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫລໍ່ຫລອມຕົນ ເອງ, ຍົກລະດັບວຽກງານໃນທຸກ ດ້ານໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ມີລະ ບຽບວິໄນ, ເຮັດຫລ້ອນທຸກໜ້າທີ່ ທີ່ພັກ ແລະ ລັດຖະບານມອບໝາຍ ໃຫ້ດ້ວຍຄວາມເສຍສະລະຕາມ ແນວທາງປ່ຽນແປງໃໝ່ ແລະ ມີ ຫລັກການຂອງພັກ, ພ້ອມນີ້ຕ້ອງຍົກ ສູງບົດບາດ, ຄວາມສາມາດ ນຳພາ ຂອງພັກໃນທຸກຂົງເຂດວຽກງານ ໃຫ້ນັບມື້ສູງເດັ່ນໄປພ້ອມກັບການ ເປັນແບບຢ່າງນຳໜ້າ, ເດັດດ່ຽວແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນ ການ, ຮັບປະກັນໃຫ້ພັກເຮົາມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕະຫລອດໄປ ເພື່ອສ້າງພື້ນຖານອັນ ໜັກແໜ້ນໃຫ້ການພັດທະນາປະເທດ ຊາດໄປສູ່ຈຸດໝາຍສັງຄົມນິຍົມຕາມ ທີ່ພັກເຮົາໄດ້ວາງໄວ້. ພາບປະກອບ * ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການ ເງິນ, ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ພະແນກການເງິນ ແຂວງສະຫວັນ ນະເຂດ ໄດ້ເນັ້ນໃຫ້ເອົາໃຈໃສ່ບຸກບືນ ແລະ ສູ້ຊົນເກັບລາຍຮັບແຕ່ຫົວປີ ຢູ່ ໃນງວດໜຶ່ງ ໃຫ້ໄດ້ 30% ຂຶ້ນໄປ ຕາມແຜນການຫລືລື່ນແຜນການໄປ ພ້ອມໆກັບການນຳໃຊ້ກົດໝາຍ, ລະ ບຽບການ ແລະ ມາດຕະການຕ່າງໆ ທີ່ມີຢູ່, ລວມທັງຊອກຄົ້ນ ແລະ ເກັບ ລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ ແລະ ຍັງເຫັນວ່າບໍ່ທັນເກັບໄດ້ຄົບ ຖ້ວນ ໂດຍສະເພາະຖານໃດທີ່ຈະເປັນ ຖານລາຍຮັບເພີ່ມທີ່ໝັ້ນຄົງແລະຍືນ ຍົງ ຂອງແຂວງສະຫວັນນະເຂດ. ຕໍ່ກັບການປະຕິບັດໜ້າທີ່ວິຊາ ສະເພາະ, ທ່ານນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການ ເງິນແຂວງສະຫວັນນະເຂດ ໄດ້ຍົກ ໃຫ້ເຫັນສະພາບການຈັດຕັ້ງປະຕິ ບັດລາຍຮັບ-ລາຍຈ່າຍຂອງແຂວງ ປີ 2023 ແລະ ທິດທາງແຜນການປີ 2024ວ່າ: ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດປະຈຳປີ2023, ດ້ານລາຍຮັບ, ການຈັດເກັບລາຍ ຮັບສາມາດປະຕິບັດໄດ້3.067,43 ຕື້ກີບ ເທົ່າກັບ 136,43% ຂອງ ແຜນການປີ, ເກີນແຜນ 36,43% ເປັນເງິນ 819,10 ຕື້ກີບ, ຖ້າທຽບ ໄລຍະດຽວເພີ່ມຂຶ້ນ 45,82%; ໃນນີ້: ລາຍຮັບພູດສູນກາງ ປະຕິ ບັດໄດ້: 1.479,99 ຕື້ກີບ, ເທົ່າກັບ 134,54%ຂອງແຜນປີ, ເກີນແຜນ 34,54% ເປັນເງິນ 379,99 ຕື້ ກີບ, ຖ້າທຽບໄລຍະດຽວເພີ່ມຂຶ້ນ 27,30%; ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້: 1.587,43 ຕື້ກີບ ເທົ່າ ກັບ 138,24% ຂອງແຜນປີ, ເກີນ ແຜນ 38,24% ເປັນເງິນ 439,10 ຕື້ກີບ, ຖ້າທຽບໄລຍະດຽວ ເພີ່ມ ຂຶ້ນ 68,71%, ການຈັດເກັບລາຍ ຮັບຂອງ 14 ເມືອງ ແລະ ນະຄອນ ສາມາດປະຕິບັດໄດ້ 95,28 ຕື້ກີບ, ເທົ່າກັບ 130,25% ຂອງແຜນ ການປີ, ເກີນແຜນ 30,25% ເປັນ ເງິນ 22,13 ຕື້ກີບ ເຊິ່ງໃນນີ້ທັງ 14 ເມືອງ ແລະ ນະຄອນສາມາດປະ ຕິບັດລາຍຮັບໄດ້ເກີນແຜນທັງໜົດ; ດ້ານລາຍຈ່າຍປີ 2023 ສາມາດ ປະຕິບັດລາຍຈ່າຍໄດ້ 1.070,14 ຕື້ກີບ, ເທົ່າກັບ99,18%ຂອງແຜນ ການໝົດປີ, ໃນນີ້: ມີລາຍຈ່າຍວິ ຊາການ 44,72 ຕື້ກີບ, ເທົ່າກັບ 98,41% ຂອງແຜນການປີ. ພ້ອມນັ້ນ, ຍັງໄດ້ລົງເລິກບັນຫາ, ຂໍ້ຫຍຸ້ງຍາກ, ມາດຕະການແກ້ໄຂ ແລະທິດທາງແຜນການປີ ເພື່ອພ້ອມ ກັນສູ້ຊົນ ຈັດຕັ້ງຜັນຂະຫຍາຍ ການ ສ້າງຖານລາຍຮັບໃໝ່ ໃຫ້ມີຄວາມ ໝັ້ນຄົງ-ຍືນຍົງ, ເປັນຖານລາຍຮັບທີ່ ສາມາດເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງ ໃນຫລາຍປີ ຂຶ້ນໄປເລື້ອຍໆ. * ນັບແຕ່ປີ 2017 ເຖິງປັດຈຸບັນ ທີ່ທະນາຄານພັດທະນາອາຊີ ໄດ້ ໃຫ້ທຶນຊ່ວຍເຫລືອລ້າ 35,6 ລ້ານ ໂດລາ ແລະ ທຶນສົມທົບຂອງລັດຖະ ບານ 2 ລ້ານໂດລາ ສຸມໃສ່ພັດທະ ນາບັນດາໂຄງການທີ່ຕິດພັນກັບ ການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນເຮັດໃຫ້ຫລາຍຄອບຄົວ ຢູ່ເມືອງແບງ ແລະ ເມືອງຮຸນ ຂອງ ແຂວງອຸດົມໄຊ ໄດ້ຮັບການປັບປຸງ ດີຂຶ້ນເທື່ອລະກ້າວ. ທ່ານບຸນມີສຸທິວົງຫົວໜ້າໜ່ວຍ ງານຄຸ້ມຄອງໂຄງການປະຈໍາແຂວງ ອຸດົມໄຊ ໄດ້ກ່າວໃນກອງປະຊຸມຄະ ນະຊີ້ນໍາໂຄງການພັດທະນາໂຄງ ລ່າງຊົນນະບົດພາກເໜືອ-ທຶນເພີ່ມ ແລະ ສະຫລຸບການຈັດຕັ້ງປະຕິບັດ ວຽກງານຂອງໂຄງການ ແລະ ປິດ ໂຄງການວ່າ: ການຈັດຕັ້ງປະຕິບັດ ວຽກງານຂອງໂຄງການພັດທະນາ ໂຄງລ່າງຊົນນະບົດພາກເໜືອ-ທຶນ ເພີ່ມເຊິ່ງ ໂຄງການໄດ້ຮັບການອະນຸ ມັດງົບປະມານຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ ໃນປີ 2017 ຈໍານວນ 35,6 ລ້ານໂດລາ ແລະ ທຶນສົມທົບຂອງລັດຖະບານ 2 ລ້ານໂດລາ ລວມທັງໝົດ 37,6 ລ້ານໂດລາ. ປີ 2017-2024 ໂຄງ ການນີ້ໄດ້ຈັດຕັ້ງປະຕິບັດຢູ່4ແຂວງ ພາກເໜືອຄື: ແຂວງອຸດົມໄຊ, ຜົ້ງ ສາລີ, ຫລວງນໍ້າທາ ແລະ ແຂວງບໍ່ ແກ້ວ. ສໍາລັບຢູ່ແຂວງອຸດົມໄຊ ໄດ້ ຈັດຕັ້ງປະຕິບັດ ຢູ່ເມືອງແບງ ແລະ ເມືອງຮຸນ. ໃນນັ້ນ, ໄດ້ຮັບການລົງ ທຶນກໍ່ສ້າງຟື້ນຟູພື້ນຖານໂຄງລ່າງ ດ້ານຊົນລະປະທານຈໍານວນ4ໂຄງ ການ, ເມືອງລະ 2 ໂຄງການ, ສ້າງ ຕັ້ງກຸ່ມຜູ້ຊົມໃຊ້ນໍ້າ 14 ກຸ່ມ ແລະ ໄດ້ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ກຸ່ມດ້ານການບໍລິຫານກຸ່ມ, ການຄຸ້ມ ຄອງການເງິນ, ການຄຸ້ມຄອງນໍາໃຊ້ ລະບົບຊົນລະປະທານ, ການສົ່ງເສີມ ຜະລິດກະສິກໍາ, ການຕະຫລາດຜະ ລິດຕະພັນກະສິກໍາ, ການປູກຝັງ ຕາມສັນຍາຜູກພັນການຜະລິດ. ທ່ານ ບຸນມີ ສຸທິວົງ ກ່າວຕື່ມວ່າ: ມາຮອດປັດຈຸແຕ່ລະໜ້າວຽກຂອງ ໂຄງການໄດ້ຮັບການຈັດຕັ້ງປະຕິ ບັດສໍາເລັດ 100% ທັງໄດ້ມອບໂອນໃຫ້ກຸ່ມເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ບົວລະບັດຮັກສາ. ແນວໃດກໍດີ ເປົ້າໝາຍຂອງໂຄງການແມ່ນຟື້ນຟູ ພື້ນຖານໂຄງລ່າງດ້ານຊົນລະປະ ທານເພື່ອສາມາດຕອບສະໜອງນ້ຳ ໃຫ້ແກ່ການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າສ້າງລາຍ ຮັບເຂົ້າຄອບຄົວຂອງປະຊາຊົນ ໄດ້ ຢ່າງພຽງພໍທັງເຮັດໃຫ້ຊີວິດການ ເປັນຢູ່ຂອງເຂົາເຈົ້າດີຂຶ້ນກ້າວໄປສູ່ ການຫລຸດພົ້ນອອກຈາກຄວາມທຸກ ຍາກໃນຕໍ່ໜ້າ.
RkJQdWJsaXNoZXIy MTc3MTYxMQ==