lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/03/2024 xtgmf]k; ບົດຄວາມ... ຄະນະບໍລິຫານງານ... ເຈົ້າໜ້າທີ່ອາວຸໂສ... ສຳເລັດການຮ່ວມມື... ຊີວະປະຫວັດຫຍໍ້.... ສະມາຊິກຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ນັບຕັ້ງ ແຕ່ປີ 2016 ເປັນຕົ້ນມາ, ຂອບການ ຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ກາຍເປັນເວທີສຳຄັນເພື່ອສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຢູ່ອະນຸ ພາກພື້ນແມ່ນ້ຳຂອງໂດຍຍຶດຖື ຫລັກການແຫ່ງ ຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ສ້າງ ຄວາມສົມບູນພູນສຸກຮ່ວມກັນ. ໃນ ຂະນະທີ່ພວກເຮົາທົບທວນຄືນໝາກ ຜົນທີ່ໄດ້ຮັບຕະຫລອດ 8 ປີຜ່ານ ມາ, ບົນເນື້ອໃນຈິດໃຈ “ຮ່ວມແມ່ ນ້ຳສາຍດຽວກັນ, ສ້າງອານາຄົດ ຮ່ວມກັນ”, ອະນຸພາກພື້ນແມ່ນ້ຳ ຂອງໄດ້ເຫັນຄວາມຄືບໜ້າທີ່ສຳ ຄັນປິ່ນອ້ອມ3ເສົາຄໍ້າ(ການເມືອງຄວາມຫມັ້ນຄົງ, ການພັດທະນາ ເສດຖະກິດແບບຍືນຍົງ, ສັງຄົມວັດທະນະທໍາ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ) ແລະ 5 ຂົງ ເຂດການຮ່ວມມືບູລິມະສິດ(ການ ເຊື່ອມຈອດ, ການຄຸ້ມຄອງແຫລ່ງ ຊັບພະຍາກອນນໍ້າ, ຄວາມອາດ ສາມາດດ້ານການຜະລິດ, ເສດຖະ ກິດຂ້າມຊາຍແດນ, ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ). ຈຸດສຸມຕົ້ນຕໍ ແມ່ນແນໃສ່ການເພີ່ມ ທະວີການຮ່ວມມືເພື່ອພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ, ຕະຫລອດໄລຍະເວລາການເປັນທະຫານ, ສົມເດັດ ໄດ້ມີຜົນງານອັນ ພົ້ນເດັ່ນ ເຊັ່ນ: ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການຂອງກອງກຳລັງພິ ເສດຕ້ານການກໍ່ການຮ້າຍຂອງກຳປູເຈຍໃນປີ 2008 ເຊິ່ງໄດ້ມີບົດບາດ ສຳຄັນໃນການເພີ່ມຂີດຄວາມສາມາດຕ້ານການກໍ່ການຮ້າຍຂອງກຳປູເຈຍ. ຫລັງຈາກນັ້ນ, ໄດ້ຮັບການເລື່ອນຊັ້ນເປັນ ພົນໂທ ໃນປີ 2013 ແລະ ໄດ້ຮັບ ຕໍາແໜ່ງຮອງຜູ້ບັນຊາການກອງທັບ ຣາຊະອານາຈັກ ກຳປູເຈຍ RCAF ໃນປີ 2018. ໃນເດືອນມີນາ 2023, ໄດ້ຮັບຕໍາແໜ່ງພົນເອກ (4 ດາວ) ເຊິ່ງເປັນການຮັບຮູ້ເຖິງການປະກອບສ່ວນອັນສຳຄັນໃນການນໍາພາເພີ່ມທະ ວີຄວາມສາມາດຂອງກອງທັບ ແລະ ເພີ່ມທະວີການພົວພັນຕ່າງປະເທດ ດ້ານປ້ອງກັນປະເທດ. ນອກຈາກການປະຕິບັດໜ້າທີ່ດ້ານການທະຫານ, ສົມເດັດ ໄດ້ເຄື່ອນ ໄຫວວຽກງານສັງຄົມ ໂດຍສະເພາະແມ່ນໄດ້ດຳລົງຕຳແໜ່ງເປັນຫົວໜ້າຄະ ນະກຳມະການທຶນການສຶກສາ ສົມເດັດ ເຕໂຈ ຮຸນ ແຊນ ແລະ ສະມາຄົມ ທຶນການສຶກສາຂອງ ສົມເດັດ ເຕໂຈ. ບັນດາອົງການດັ່ງກ່າວ ໄດ້ໃຫ້ໂອກາດ ດ້ານທຶນການສຶກສາແກ່ຊາວໜຸ່ມກຳປູເຈຍ ຈໍານວນຫລາຍ ແລະ ເຮັດໃຫ້ ພວກເຂົາສາມາດຮຽນຕໍ່ການສຶກສາຊັ້ນສູງພາຍໃນປະເທດ. ນອກຈາກນັ້ນ, ສົມເດັດ ຍັງໄດ້ເປັນປະທານສະມາຄົມແພດອາສາສະໝັກຊາວໜຸ່ມຂອງ ສົມເດັດ ເຕໂຈ (TYDA), ເຊິ່ງໄດ້ລະດົມຄູ, ອາຈານ, ນັກສຶກສາ ແລະ ອາສາສະໝັກດ້ານການແພດ ເພື່ອສະໜອງການບໍລິການປິ່ນປົວສຸຂະພາບ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນກຳປູເຈຍ ໃນເຂດຊົນນະບົດ. ຢູ່ພາຍໃນພັກປະຊາຊົນກຳປູເຈຍ (CPP) - ພັກກໍາອໍານາດ, ສົມເດັດ ໄດ້ເປັນກຳມະການກົມການເມືອງສູນກາງພັກປະຊາຊົນກຳປູເຈຍ ແລະ ຊີ້ນຳຄະນະຊາວໜຸ່ມສູນກາງ. ສົມເດັດ ໄດ້ຖືກເລືອກຕັ້ງຢ່າງເປັນປະຊາ ທິປະໄຕ ໂດຍໃຫ້ເປັນຜູ້ສະເໜີຊື່ຢ່າງເປັນທາງການໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ໃນອະນາຄົດ. ທ່າມກາງໄຊຊະນະໃນການເລືອກ ຕັ້ງໃນເດືອນກໍລະກົດ 2023, ພະມະຫາກະສັດ ໄດ້ແຕ່ງຕັ້ງສົມເດັດ ທິບໍດີ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ. ຕະຫລອດໄລຍະການແພ່ລະບາດຂອງພະຍາດໂຄວິດ-19, ສົມເດັດ ໄດ້ສະແດງໃຫ້ເຫັນການນໍາພາອັນປີຊາສາມາດໂດຍໄດ້ຊີ້ນຳກອງທັບບ ບົກ RCA ຢ່າງມີປະສິດທິຜົນ ໃນການສະໜັບສະໜູນຄວາມພະຍາຍາມ ຂອງລັດຖະບານກຳປູເຈຍ ເພື່ອຕ້ານການແພ່ລະບາດຂອງພະຍາດດັ່ງ ກ່າວ ເຊັ່ນ: ຕິດຕາມກວດກາຂະບວນການສັກວັກຊີນປ້ອງກັນພະຍາດ; ສ້າງ ຕັ້ງສູນກັກກັນ ແລະ ປິ່ນປົວ; ອຳນວຍຄວາມສະດວກໃນການຂົນສົ່ງຄົນ ງານກຳປູເຈຍ ທີ່ເຂົ້າມາຢູ່ຊາຍແດນ ແລະ ຄຸ້ມຄອງໂຮງໝໍ Luong Me ເຊິ່ງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການປົກປັກຮັກສາສຸຂະພາບ ແລະ ຄວາມຜາສຸກຂອງປະຊາຊົນກຳປູເຈຍ. ສົມເດັດ ເປັນຜູ້ນຳທີ່ເປັນແບບຢ່າງ, ສະຫລຽວສະຫລາດ, ມີສະຕິປັນ ຍາອັນໂດດເດັ່ນ ແລະ ອຸທິດຕົນຢ່າງບໍ່ຢຸດຢັ້ງຕໍ່ປະເທດ ແລະ ປະຊາຊົນ. ຄໍາໝັ້ນສັນຍາອັນເດັດດ່ຽວຂອງ ສົມເດັດ ຕໍ່ຄວາມສາມັກຄີ, ສະຖຽນລະ ພາບ ແລະ ຄວາມກ້າວໜ້າຂອງຊາດ; ຄຽງຄູ່ກັບຄວາມຕັ້ງໃຈອັນສູງສົ່ງ ຂອງສົມເດັດ ໄດ້ສະແດງເຖິງຄຸນລັກສະນະອັນໃຫຍ່ຫລວງຂອງຜູ້ນຳທີ່ ໜ້າເຊື່ອຖື, ແຮງບັນດານໃຈ ແລະ ຄວາມເຫັນອົກເຫັນໃຈ. ການເລືອກຕັ້ງ ແບບປະຊາທິປະໄຕຂອງທ່ານໂດຍພັກໃນຖານະເປັນຜູ້ສະໝັກຮັບເລືອກ ຕັ້ງຂອງເຂົາເຈົ້າເປັນນາຍົກລັດຖະມົນຕີ ເປັນການພິສູດໃຫ້ເຫັນເຖິງຄວາມ ສາມາດຂອງສົມເດັດ. ສົມເດັດ ໄດ້ແຕ່ງງານກັບ ທ່ານ ດຣ ນ. Pich Chanmony ແລະ ມີລູກ ນຳກັນ 3 ຄົນ ຄື: Vorleak, Lyna ແລະ Rithyseth. ໃນໄລຍະດຳລົງ ຕຳແໜ່ງເປັນນາຍົກລັດຖະມົນຕີ, ປະເທດຊາດຄາດວ່າຈະສືບຕໍ່ໄດ້ຮັບ ການອຸທິດຕົນ ແລະ ການນຳພາ-ຊຸກຍູ້ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງກຳປູເຈຍ. ຕະຫລອດໄລຍະເສັ້ນທາງປະ ຫວັດສາດ 69 ປີ ຜ່ານມາ, ພິເສດ ແມ່ນພາຍຫລັງ 37 ປີ ແຫ່ງການ ຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງ ໄດ້ເສີມຂະຫຍາຍມູນ ເຊື້ອວິລະຊົນປະຕິວັດ, ກ້າວຂ້າມ ຜ່ານບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ຈົນຍາດໄດ້ບັນດາໄຊຊະນະອັນສະ ຫງ່າງາມ,ຜົນສໍາເລັດອັນຍິ່ງໃຫຍ່,ມີ ຄວາມໝາຍປະຫວັດສາດໃນພາລະ ກິດການຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄືພາລະກິດການ ປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ, ປະກອບສ່ວນເຂົ້າໃນການ ຍົກສູງຄວາມເຊື່ອຖື ແລະ ບົດບາດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວ ເປັນ ຄວາມປິຕິຊົມຊື່ນລວມຂອງສອງ ຂປລ. ພິທີສະຫລຸບຜົນງານແລະ ປິດໂຄງການການຮ່ວມມືກວດກູ້ ແລະທຳລາຍລະເບີດບໍ່ທັນແຕກເພື່ອ ມະນຸດສະທຳ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຣັດເຊຍ ສົກປີ2023-2024. ຈັດຂຶ້ນໃນວັນທີ 24 ມີນາ 2024 ທີ່ເມືອງກາສີ ແຂວງວຽງຈັນ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ທ່ານ ເອວຊາດ ຕາລືບົບ ອັກ ຄະລັດຖະທູດທີ່ປຶກສາສະຖານເອກ ອັກຄະລັດຖະທູດ ແຫ່ງ ສ ຣັດ ເຊຍ ປະຈຳ ສປປ ລາວ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ພັນເອກ ລິຄາເຊັບ ອານເດຣ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍ ປ້ອງກັນຊາດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໜຶ່ງໄດ້ຮັບ ຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ໄລຍະສົງຄາມອິນ ດູຈີນ ແຕ່ປີ 1964 ເຖິງປີ 1973 ໂດຍອີງຕາມຂໍ້ມູນການຖິ້ມລະເບີດ ຂອງກອງທັບອາກາດສະຫະລັດ ອາເມລິກາ ແມ່ນມີຍົນຫລາຍ ກວ່າ 580.000 ຖ້ຽວບິນມາຖິ້ມລະເບີດ ຫລາຍກວ່າ 2 ລ້ານໂຕນ ໃສ່ແຜ່ນ ດິນລາວ. ໃນນັ້ນ, ສ່ວນຫລາຍແມ່ນ ລະເບີດໂບມບີ ຫລື ລະເບີດລູກ ຫວານຊຶ່ງມີປະມານ270ລ້ານໜ່ວຍ ມາຮອດປັດຈຸບັນຍັງປະມານ 30% ຂອງລູກລະເບີດດັ່ງກ່າວ ຍັງບໍ່ທັນ ແຕກ ແລະ ຕົກຄ້າງຢັ່ງຢາຍໃນພື້ນທີ່ ດິນທໍາການຜະລິດ, ດິນປຸກສ້າງທີ່ຢູ່ ອາໄສຂອງປະຊາຊົນ, ສະຖານທີ່ ກໍ່ສ້າງໂຮງຮຽນ,ໂຮງໝໍ,ຕະຫລາດ, ຖະໜົນຫົນທາງ ແລະ ພື້ນທີ່ອື່ນໆ ໃນເກືອບທຸກແຂວງ ຂອງ ສປປ ລາວ. ພາຍຫລັງສົງຄາມສິ້ນສຸດລົງ ລູກລະເບີດບໍ່ທັນແຕກເຫລົ່ານັ້ນ ໄດ້ ສືບຕໍ່ເປັນໄພຂົ່ມຂູ່ປະຊາຊົນລາວ ຕະຫລອດມາ ໃນແຕ່ລະປີມີຜູ້ເສຍ ຊີວິດ, ບາດເຈັບ ແລະ ພິການເປັນ ຈໍານວນຫລາຍພັນຄົນ ຊຶ່ງໄດ້ສົ່ງຜົນ ກະທົບຢ່າງໜັກໜ່ວງຕໍ່ການດຳລົງ ຊີວິດຂອງປະຊາຊົນ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງປະ ເທດພວກເຮົາ. ຈາກບັນຫາດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ ວາງຍຸດທະສາດແຫ່ງຊາດ ເພື່ອແກ້ ໄຂບັນຫາລະເບີດບໍ່ທັນແຕກຕິດ ພັນກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ, ພ້ອມກັນນັ້ນ, ລັດຖະບານໄດ້ຖືເປັນ ສໍາຄັນໃນການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດແລະສາກົນ ຕະຫລອດມາ ແຕ່ກໍຍັງບໍ່ທັນສາ ມາດເຮັດໃຫ້ລະເບີດເຫລົ່ານັ້ນໝົດ ໄປຈາກພື້ນແຜນດິນລາວ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງກ່າວອີກວ່າ: ການ ຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງ ເພື່ອມະນຸດສະທຳ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບກະຊວງປ້ອງ ກັນປະ ເທດແຫ່ງ ສ ຣັດເຊຍ ຢູ່ ສປປ ລາວ ແມ່ນສະແດງອອກເຖິງ ຄວາມເປັນຫວ່ງເປັນໄຍຕໍ່ຊີວິດ, ຊັບສິນຂອງປະຊາຊົນລາວ ຊຶ່ງຍາມ ໃດ ກໍາລັງປະກອບອາວຸດຂອງສອງ ປະເທດ ລາວ-ຮັດເຊຍ ກໍມີຄວາມ ມຸ່ງຫວັງຢາກໃຫ້ປະຊາຊົນລາວ ຫລຸດພົ້ນຄວາມສ່ຽງອັນຕະລາຍ ຈາກບັນຫາລະເບີດບໍ່ທັນແຕກ ທີ່ ຈັກກະພັດຖິ້ມໃສ່ໃນດິນແດນລາວ. ແຕ່ເນື່ອງ ຈາກການແກ້ໄຂບັນຫາ ລະເບີດດັ່ງກ່າວ ມີຄວາມຫຍຸ້ງຍາກ ຫລາຍ ແລະ ມີຄວາມສ່ຽງອັນຕະ ຫລາຍສູງ ຊຶ່ງບໍ່ສາມາດແກ້ໄຂໃນ ໄລຍະເວລາສັ້ນໆໄດ້. ສະນັ້ນ, ພວກ ເຮົາທັງໝົດ ຈົ່ງຮ່ມມມືກັນແກ້ໄຂ ໃຫ້ບັນຫາລະເບີດບໍ່ທັນແຕກໃຫ້ນັບ ມື້ນັບໝົດໄປຈາກພື້ນແຜ່ນດິນລາວ. ພ້ອມນີ້, ທ່ານ ພັນເອກ ປາດຖະ ໜາບຸດທິຈັກຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບກະ ຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 14 ພະຈິກ 2023-20 ມີນາ 2024 ກໍາລັງກອງກວດກູ້ລະ ເບີດ ເພື່ອມະນຸດສະທຳກອງທັບ ຮ່ວມກັບກຳລັງກອງກວດກູ້ມິ່ນສາ ກົນກອງທັບແຫ່ງ ສຣັດເຊຍ ໄດ້ເອົາ ໃຈໃສ່ ຈັດຕັ້ງປະຕິບັດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ ຕົກຄ້າງໃນປາງສົງຄາມອອກຈາກ ພື້ນທີ່ທຳການຜະລິດ ຂອງປະຊາ ຊົນເມືອງກາສີ ລວມມີ 5 ສະໜາມ ສໍາເລັດ ແລະ ມີຄວາມປອດໄພ 100%. ໃນນີ້, ສະໜາມທີ 1 ເຂດ ສວນຢາງພາລາບ້ານໂພນທ່ຽງເນື້ອ ທີ່ 93.816 ຕາແມັດ; ສະໜາມທີ 2 ເຂດບ້ານນາຊູ ເນື້ອທີ່ 110.434 ຕາແມັດ; ສະໜາມທີ 3 ເຂດພັດ ທະນາຜັງເມືອງໃໝ່ບ້ານນາມົນເນື້ອ ທີ່ 18.758 ຕາແມັດ; ສະໜາມທີ 4 ຂອບເຂດມບ້ານວຽງແກ້ວ 01 (ກອງບັນຊາການທະຫານເມືອງ) ເນື້ອທີ 5.638 ຕາແມັດ; ສະໜາມ ທີ 5 ວຽງແກ້ວ 2 (ຫ້ອງການເງິນ) ເນື້ອທີ່ 5.600 ຕາແມັດ. ຜ່ານການ ກວດກູ້ລະເບີດ ມາຮອດປັດຈຸບັນ, ສາມາດກວດກູ້ສຳເລັດທັງໝົດ 234.246 ເຮັກຕາ; ພົບລະເບີດບໍ່ທັນ ແຕກ 1.231 ລູກ; ພົບເສດສະເກັດ ຈໍານວນ 265.754 ສິ້ນສ່ວນ, ເສດ ໂລຫະຕ່າງໆ ຈໍານວນ 234.919 ສິ້ນສ່ວນ. ພ້ອມກັນນີ້, ໃນພິທີຍັງໄດ້ປະດັບ ຫລຽນໄຊພິລະອາດຫານ, ຫລຽນ ກາມິດຕະພາບ ແລະ ໃບຍ້ອງຍໍຈຳ ນວນໜຶ່ງໃຫ້ແກ່ນາຍ-ພົນທະຫານ ຂອງສອງປະເທດ ທີ່ມີຜົນງານໃນ ການປະກອບສ່ວນເຂົ້າໃນວຽກ ງານດັ່ງກ່າວຕື່ມອີກ. ຂ່າວ: ຢາຕົງ ກອງປະຊຸມລັດຖະມົນຕີຖະແຫລງ ຂ່າວອາຊຽນ 2023: ຫັນປ່ຽນ, ຕອບໂຕ້ ແລະ ເຂັ້ມແຂງ ໃນຂະແໜງ ການຖະແຫລງຂ່າວ ແລະ ສື່ມວນ ຊົນອາຊຽນ; ຖະແຫລງການດາໜັງ ວ່າດ້ວຍສື່ມວນຊົນ: ຈາກຂໍ້ມູນຂ່າວ ສານສູູ່ຄວາມຮູ້ ເພື່ອໃຫ້ອາຊຽນ ເຂັ້ມແຂງ ແລະ ຕອບໂຕ້; ຄູ່ມືແນະ ນຳວ່າດ້ວຍການບໍລິຫານຄຸ້ມຄອງ ຂໍ້ມູນຂ່າວສານຂອງລັດຖະບານ ໃນການຕ້ານຂ່າວບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດເບືອນ ໃນວຽກງານ ສື່ມວນຊົນ; ຖະແຫລງການຮາລອງ ວ່າດ້ວຍການເພີ່ມທະວີ ປະຕິບັດ ການຄາດຄະເນໃນການຄຸ້ມຄອງ ໄພພະບັດອາຊຽນ; ສົ່ງເສີມ ແລະ ປົກປັກຮັກສາກິລາພື້ນເມືອງໃນອາ ຊຽນ: ສິ່ງທ້າທາຍ, ກາລະໂອກາດ ແລະ ຍຸດທະສາດ; ບົດລາຍງານ ການປະເມີນຄວາມສ່ຽງໄພພິບັດ ຂ້າມຊາຍແດນ ແລະ ການວາງ ແຜນການຕໍ່ໄພພິບັດເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນອາຊຽນ ແລະ ກົດໝາຍໄພພິບັດອາຊຽນແລະ ແຜນທີ່, ຄູ່ມືພາວະສຸກເສີນດ້ານ ສາທາລະນະສຸກອາຊຽນ. ໃນ 9 ເອກະສານ ທີ່ໄດ້ຮັບຮອງ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສວັດ ທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 36, ຈະໄດ້ນຳໄປສະເໜີໃນກອງ ປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງ ທີ 31 ທີ່ຈະຈັດຂຶ້ນໃນວັນທີ 24 ມີນາ 2024 ນີ້ ເພື່ອພິຈາລະນາຮັບ ຮອງເອົາ, ຫລັງຈາກນັ້ນຈະໄດ້ນຳ ໄປສະເໜີຕໍ່ໃນກອງປະຊຸມສຸດຍອດ ອາຊຽນຄັ້ງທີ 44 ແລະ 45 ທີ່ຈະຈັດ ຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ຈະມາເຖິງນີ້ ຢູ່ນະຄອນ ຫລວງວຽງຈັນ ເພື່ອຮັບຮອງເອົາ ຢ່າງເປັນທາງການ. ຂ່າວ: ທະນູທອງ, ພັກ, ສອງລັດ ແລະ ປະຊາຊົນສອງ ຊາດພວກເຮົາ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະໜັບສະໜູນຢ່າງເຂັ້ມແຂງ ແລະ ຮອບດ້ານຕໍ່ພາລະກິດການ ປ່ຽນແປງໃໝ່ຂອງລາວ ແລະ ເຊື່ອ ໝັ້ນຢ່າງແນວແນ່ວ່າ ໂດຍສານຕໍ່ມູນ ເຊື້ອປະຫວັດສາດອັນສະຫງ່າງາມ ຂອງຊົນຊາດລາວ ແລະ ເສີມຂະ ຫຍາຍບັນດາຜົນສໍາເລັດທີ່ຍາດມາ ໄດ້ໃນຊຸມປີຜ່ານມາ, ພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ, ປະເທດຊາດ ແລະ ປະຊາຊົນ ລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນ ສໍາເລັດໃໝ່ຫລາຍຢ່າງ,ໃຫຍ່ຫລວງ ກວ່າເກົ່າ ໃນພາລະກິດການປ່ຽນ ແປງໃໝ່, ປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຢ່າງມີໄຊ, ສໍາເລັດ ກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຕ່າງໆກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ສ້າງສໍາເລັດ ປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດ ທະນະຖາວອນຕາມຈຸດໝາຍສັງ ຄົມນິຍົມ. ພວກຂ້າພະເຈົ້າປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ກັບບັນດາໝາກຜົນສໍາຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດຍາດມາໄດ້ໃນໄລຍະຜ່ານ ມາ, ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດ ນາມ-ລາວ ໂດຍແມ່ນປະທານໂຮ່ ຈີມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການ ສືບຕໍ່ເພີ່ມພູນຄູນສ້າງ ຈາກບັນດາ ຮຸ່ນການນໍາຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດນັ້ນນັບມື້ ຍິ່ງໄດ້ຮັບການປັບປຸງ ແລະ ເສີມຂະ ຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນຂົງເຂດ ວຽກງານຕ່າງໆຢ່າງບໍ່ຢຸດຢັ້ງ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດການປ່ຽນແປງໃໝ່, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມຍາມໃດກໍເຄົາລົບແລະຈົດຈໍາຕໍ່ ກັບການສະໜັບສະໜູນຢ່າງແຮງ ກ້າ,ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ມິດຈິດມິດໃຈ ແລະ ມີປະສິດ ທິຜົນທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງໄດ້ມີຕໍ່ພັກ, ລັດ ແລະ ປະ ຊາຊົນ ຫວຽດນາມ ຕະຫລອດໄລ ຍະຜ່ານມາ. ພວກຂ້າພະເຈົ້າ, ຈະ ເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ, ຖະນຸຖະໜອນ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຄວາມສາມັກຄີພິເສດ ຫວຽດນາມລາວ ໃຫ້ນັບມື້ນັບໄດ້ຮັບການເສີມ ຂະຫຍາຍ, ເພື່ອຜົນປະໂຫຍດຂອງ ປະຊາຊົນແຕ່ລະປະເທດ, ເພື່ອສັນ ຕິພາບ, ສະຖຽນລະພາບ, ການຮ່ວມ ມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ອວຍພອນສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວສວຍສົດງົດງາມ, ໝັ້ນຄົງຂະ ນົງແກ່ນຕະຫລອດກາລະນານ. ຮັດແໜ້ນການຮ່ວມມືສູ່ລວງເລິກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະ ພາບ, ຄວາມສົມບູນພູນສຸກ,ສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ, ສະໜັບ ສະໜູນບັນດາຂໍ້ລິເລີ່ມໃນການ ເພີ່ມ ທະວີການເຊື່ອມໂຍງ ແລະ ເຊື່ອມ ຈອດພາກພື້ນແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ. ໃນນີ້, ໄດ້ເນັ້ນໃສ່ການ ຂະຫຍາຍການຮ່ວມມືເພື່ອສ້າງ ແລວເສດຖະກິດແມ່ນໍ້າຂອງ-ແມ່ ນ້ຳລ້ານຊ້າງ ແລະ ການຫັນສູ່ທັນ ສະໄໝ ແລະ ເພີ່ມທະວີການຜະລິດ ພະລັງງານ, ສິນຄ້າກະສິກຳ ແລະ ອຸດສາຫະກຳ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຫັນສູ່ທັນສະ ໄໝ ລວມທັງການເພີ່ມທະວີການ ຮ່ວມມືດ້ານສາທາລະນະສຸກ, ການ ພັດທະນາຊັບພະຍາກອນມະນຸດ, ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຫລຸດຜ່ອນຄວາມທຸກຍາກ. ຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ເປັນປັດໄຈກະ ຕຸ້ນຜົນປະໂຫຍດຕົວຈິງຢູ່ໃນ ສປປ ລາວແລະອະນຸພາກພື້ນແມ່ນໍ້າຂອງ. ສປປ ລາວ ໄດ້ເຂົ້າຮ່ວມການເຄື່ອນ ໄຫວໃນຂະບວນການຕ່າງໆຂອງ ຂອບການຮ່ວມມືດັ່ງກ່າວຢ່າງຫ້າວ ຫັນ ແລະ ໄດ້ຮັບຜົນປະໂຫຍດທີ່ ເປັນຮູບປະທໍາຜ່ານບັນດາໂຄງການ ແລະ ຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ໂຄງການຫລຸດຜ່ອນຄວາມທຸກຍາກ ລາວ-ຈີນ ແລະ ຂໍ້ລິເລີ່ມອື່ນໆ ແນໃສ່ ການພັດທະນາພື້ນຖານໂຄງລ່າງ ແລະ ການສ້າງຂີດຄວາມສາມາດ. ຍິ່ງໄປກວ່ານັ້ນ, ບັນດາໂຄງການ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ໃຫ້ການສະໜັບ ສະໜູນດ້ານການຝຶກອົບຮົມ ແລະ ການລິເລີ່ມພັດທະນາໃນຂະແໜງ ຕ່າງໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ຄວາມກ້າວໜ້າທາງດ້ານເສດຖະ ກິດ-ສັງຄົມ. ສປປ ລາວ ໄດ້ຮັບອະ ນຸມັດໂຄງການທັງໝົດ ຈໍານວນ 80 ໂຄງການ ລວມມູນຄ່າ ປະມານ 21 ລ້ານໂດລາສະຫະລັດ. ມາຮອດ ປັດຈຸບັນ, ໄດ້ຈັດຕັ້ງປະຕິບັດສຳ ເລັດ ຈໍານວນ 30 ໂຄງການ ແລະ 50 ໂຄງການ ແມ່ນຢູ່ໃນຂັ້ນຕອນ ການຈັດຕັ້ງປະຕິບັດ. ໃນຂະນະທີ່ພວກເຮົາກ້າວເຂົ້າ ສູ່ໄລຍະໃໝ່ຂອງການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໃນຕໍ່ໜ້າ, ພວກເຮົາຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຮ່ວມກັນບັນລຸເປົ້າໝາຍ ແລະ ຈຸດປະສົງຂອງການຮ່ວມມື ກໍຄື ການຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງຄັ້ງທີ4ທີ່ໄດ້ຈັດຂຶ້ນໃນ ປີ 2023 ເຊັ່ນ: ຖະແຫລງການເນ ປີດໍ, ແຜນປະຕິບັດງານ 5 ປີ ຂອງ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ (2023-2027) ແລະ ຖະແຫລງການວ່າດ້ວຍຂໍ້ລິ ເລີ່ມສ້າງແລວນະວັດຕະກໍາຂອບ ການຮ່ວມມືແມ່ນ້ຳຂອງແມ່ນ້ຳ- ລ້ານຊ້າງ. ບົດບາດຂອງ ຂອບການ ຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໃນການສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາແບບ ຮອບດ້ານແມ່ນສອດຄ່ອງກັບວິໄສ ທັດຂອງການສ້າງປະຊາຄົມແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ຈະ ເລີນຮຸ່ງເຮືອງ ແລະ ເຊື່ອມຈອດກັນ ກໍຄື ການປະກອບສ່ວນເຂົ້າໃນການ ສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງ ແລວ-ໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອການພັດທະນາແບບຍືນ ຍົງ ຂອງ ສະຫະປະຊາຊາດ. ຂ້າພະເຈົ້າ, ຂໍສະແດງຂອບໃຈ ມາຍັງລັດຖະບານ ແຫ່ງສາທາລະ ນະລັດປະຊາຊົນ ຈີນ ທີ່ໃຫ້ຄວາມ ຮ່ວມມື ແລະ ການສະໜັບສະໜູນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງຕະຫລອດມາໂດຍສະ ເພາະກໍແມ່ນຜ່ານກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ບັນດາໂຄງການອະນຸພາກພື້ນ ຕ່າງໆ ເຊິ່ງໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນໃນອະນຸພາກ ພື້ນແມ່ນ້ຳຂອງ. ການມີສ່ວນຮ່ວມ ຢ່າງຕັ້ງໜ້າຂອງ ສປປ ລາວ ໃນ ຂອບການຮ່ວມມືດັ່ງກ່າວ ໄດ້ເນັ້ນ ໜັກຄວາມໝາຍໝັ້ນຂອງພວກເຮົາ ໃນການສືບຕໍ່ຮ່ວມມືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມ ກັນລະຫວ່າງບັນດາປະເທດສະມາ ຊິກທັງໝົດ. ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງຄົບຮອບ 8 ປີ, ພວກເຮົາຢໍ້າຄືນຄວາມໝາຍ ໝັ້ນໃນການສືບຕໍ່ຍົກລະດັບຂອບ ການຮ່ວມມືດັ່ງກ່າວໄປສູ່ລະດັບໃໝ່ ກໍເພື່ອຮັບປະກັນສັນຕິພາບ, ສະຖຽນ ລະພາບ ແລະ ຄວາມສົມບູນພູນສຸກ ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ທົ່ວໂລກ.
RkJQdWJsaXNoZXIy MTc3MTYxMQ==