5838

78r g-b j v,-b ,;a ole7a o0v'ra d{0v'-kf c]t gxu f0t[;odkoc0j '0a oIa d-kf c]t ra fmtok -u ;txts;a fsp= lq ,gfa f,tsk[= ;= my [= fu I5 o,kcof okpq d]a f4t,q o8u csj ' ik-tvkok9a d dex6 g9p h lkoltcf'7;k,glQ klts]q f.9 leg]a fdkoIj ;,,n d;fd6 h c]t me]kp]tg[u f[+ ma oc8d16 j g,n v'dklu gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 25.03.2024 ປີທີ 23 ສະບັບທີ 5.898 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf [q f7;k, mj ko ltgs]u ,w- dq ,,tly f Iv'okpq d]a f4t,q o8u F ]a f4t,q o8u dt-;'dko8j k'xtgmf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 ຂປລ.ວັນທີ23ມີນາ2024ນີ້,ທ່ານທອງລຸນສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະ ແດງຄວາມເສົ້າສະຫລົດໃຈ ເຖິງທ່ານວະລາດີເມຍປູຕິນປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ຕໍ່ເຫດການຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ເມືອງກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຊາບຂ່າວຕໍ່ເຫດການ ຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ເມືອງກຣາສະໂນໂກສກ໌, ເຂດຊານ ເມືອງມົດສະກູໃນວັນທີ22ມີນາ2024,ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດ ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈໍານວນຫລາຍ. 7tot[= ]y sko'kol6 odk'ra ddv,,6 oy fs;Pfok, v;prvo;a olh k'8A 'ra d xx ]k; 7q [Iv[ 69 xu g9Q k|h kmuj vk;5 3l ;a fmtotme{la '7q ,vk-Po 7A 'mu 36 Ia [Iv'gvq k 9 gvdtlkole7a o ]a f4t,q o8u ltrkxt-k7q ,;a fmtotme{la '7q , vk-Po 7A 'mu 31 Ia [Iv's]kp[a oskle7a o * ເນື່ອງໃນໂອກາດວັນສ້າງຕັ້ງ ຂອບການຮ່ວມມືແມ່ນໍ້າຂອງແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດໃຈມາຍັງບັນດາລັດຖະບານ ແລະ ປະຊາຊົນຂອງບັນດາປະເທດ ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22/3/1955-22/3/ 2024), ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນ ເຖິງຄະ ນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຕາງໜ້າພັກກອມມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍຖືເປັນກຽດສົ່ງມິດຈິດ ມິດໃຈ ຖານສະຫາຍອ້າຍນ້ອງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊ ທີ່ອົບອຸ່ນມາຍັງ ຄະນະບໍລິຫານງານສູນກາງພັກ, ສະມາຊິກພັກປະຊາ ຊົນ ປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ. ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ (23 ມີນາ 2016-23 ມີນາ 2024) ຂປລ. ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນມາແນດ ເກີດໃນວັນທີ 20 ຕຸລາ 1977, ຢູ່ເມືອງ Memot, ແຂວງ Kampong Cham (ເກີດ ໃນສະໄໝການປົກຄອງຂອງຂະເໝນແດງ), ສົມເດັດ ເປັນຜູ້ນຳທະ ຫານທີ່ມີບົດບາດສູງ ເຊິ່ງໄດ້ດໍາລົງຕໍາແໜ່ງສໍາຄັນໃນກອງທັບ ຣາ ຊະອານາຈັກກຳປູເຈຍ(RCAF)ໂດຍສະເພາະແມ່ນໄດ້ດຳລົງຕຳແໜ່ງ ເປັນຮອງຜູ້ບັນຊາການກອງທັບຣາຊະອານາຈັກ ກຳປູເຈຍ RCAF ແລະ ຜູ້ບັນຊາການກອງທັບບົກ ແຫ່ງ ຣາຊະອານາຈັກກຳປູເຈຍ (RCA), ລວມທັງຫົວໜ້າກອງບັນຊາການກຳລັງພິເສດຕ້ານການກໍ່ ການ ຮ້າຍແຫ່ງຊາດ. ດ້ານການສຶກສາຂອງສົມເດັດ ໄດ້ເລີ່ມຕົ້ນທີ່ນະຄອນຫລວງພະນົມ ເປັນ ເຊິ່ງໄດ້ສໍາເລັດການສຶກສາສາມັນໃນປີ 1993. ໃນປີ 1995, ສົມເດັດ ໄດ້ເຂົ້າເປັນທະຫານຂອງ RCAF ແລະ ຕໍ່ມາໄດ້ເຂົ້າຮຽນ ຢູ່ໂຮງຮຽນການທະຫານທີ່ມີຊື່ສຽງຂອງສະຫະລັດ ທີ່ West Point ໃນປີດຽວກັນ ເຊິ່ງເປັນຄົນກໍາປູເຈຍຄົນທໍາອິດທີ່ຮຽນຈົບຈາກ West Point ໃນປີ 1999 ໃນລະດັບປະລິນຍາຕີ ດ້ານເສດຖະສາດ. ຫລັງ ຈາກນັ້ນ, ໄດ້ຮັບປະລິນຍາໂທ ດ້ານເສດຖະສາດ ຈາກມະຫາວິທະຍາໄລ ນິວຢອກ ແລະ ປະລິນຍາເອກ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ Bristol.  ອ່ານຕໍ່ໜ້າ 2 ຂປລ. ກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງ ຄົມ ອາຊຽນ ຄັ້ງທີ 31 ຈັດຂຶ້ນ ໃນ ວັນທີ24 ມີນາ 2024 ນີ້, ຢູ່ນະຄອນ ຂປລ. ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ໄດ້ຈັດປາຖະ ກະຖາເຊື່ອມຊຶມເອກະສານ ເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດ ລາວ ຄົບຮອບ 69 ປີ; ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນລະນຶກນັກ ຮົບເສຍອົງຄະ ແລະ ເສຍສະຫລະຊີ ວິດເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ເປີດຂະບວນການແຂ່ງຂັນ ຍ້ອງຍໍຮັກຊາດ ແລະ ພັດທະນາ ປະ ຂປລ. ກົມການຈັດຫາງານກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ຮ່ວມມືກັບ ອົງການສະຫະປະຊາຊາດເພື່ອການ ຂປລ. ກອງປະຊຸມເຈົ້າໜ້າທີ່ອາ ວຸໂສວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ຈັດຂຶ້ນໃນວັນທີ 23 ມີນາ 2024 ນີ້, ໂດຍການເປັນປະທານ ຂອງທ່ານ ຄຳພູ ເພັຍສັກຂາ ຮອງ ຫົວໜ້າກົມແຜນການ ແລະ ການ ຮ່ວມມືສາກົນ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ທັງເປັນເຈົ້າໜ້າທ່ີອາວຸໂສວັດ ທະນະທຳ-ສັງຄົມ ອາຊຽນ ໂດຍມີ ເຈົ້າໜ້າທີ່ອາວຸໂສວັດທະນະທຳສັງຄົມອາຊຽນ, ໜ່ວຍງານພັດທະ ນາແຜນຍຸດທະສາດເສົາຄ້ຳວັດທະ ນະທຳ-ສັງຄົມອາຊຽນ,ຕີມໍແລັດສະ ເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກປະເທດ ອາຊຽນ ເຂົ້າຮ່ວມ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ພິຈາລະນາຮັບ ຮອງເອົາ 9 ເອກະສານສຳຄັນ ຂອງ ອາຊຽນ. ທ່ານ ຄຳພູ ເພັຍສັກຂາ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ ປຶກສາຫາລືໃນຫລາຍບັນຫາສຳ ຄັນ ໂດຍສະເພາະ ໄດ້ພິຈາລະນາຮັບ ຮອງເອົາ 9 ເອກະສານສຳຄັນ ເປັນ ຕົ້ນຖະແຫລງການວັງວຽງວ່າດ້ວຍ ການສົ່ງເສີມຜະລິດຕະພັນວັດທະ ນະທຳຂະໜາດນ້ອຍ ແລະ ຂະໜາດ ກາງຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ຂອບວຽກວ່າດ້ວຍລະບົບການການ ປະສານງານພາວະສຸກເສີນສາທາ ລະນະສຸກອາຊຽນ; ວິໄສທັດໂດຍ  ອ່ານຕໍ່ໜ້າ 2 ຫລວງພະບາງ ແຂວງຫລວງພະ ບາງ ໂດຍການເປັນປະທານ ຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ກາວກີມຮຸນ ເລຂາທິການ ໃຫຍ່ ອາຊຽນ, ບັນດາລັດຖະມົນຕີ ສະຫາຍ ທອງສະຫວັນ ພົມວິຫານ  ອ່ານຕໍ່ໜ້າ 4 gxu f'kooa frq [cI''ko xt9exu 2024 ພັດທະນາປະຈຳ ສປປ ລາວ (UNDP) ແລະ ສະມາຄົມທຸລະກິດ ການບໍລິການຈັດຫາງານເປີດງານ ນັດພົບແຮງງານ ປະຈຳ ປີ 2024 ຈັດຂຶ້ນໃນວັນທີ 22 ມີນາ 2024 ທີ່ສູນການຮ່ວມມືສາກົນ ແລະ ການ ຝຶກອົບຮົມ ICTC ໂດຍເປັນປະທານ ແລະ ກ່າວເປີດງານຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະ ຊວງແຮງງານແລະ ສະຫວັດດີການ ສັງຄົມ, ມີທ່ານ ນາງ ມາຕິນ ເທີເຣີ ຜູ້ຕາງໜ້າອົງການສະຫະປະຊາ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/03/2024 xtgmf]k; ບົດຄວາມ... ຄະນະບໍລິຫານງານ... ເຈົ້າໜ້າທີ່ອາວຸໂສ... ສຳເລັດການຮ່ວມມື... ຊີວະປະຫວັດຫຍໍ້.... ສະມາຊິກຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ນັບຕັ້ງ ແຕ່ປີ 2016 ເປັນຕົ້ນມາ, ຂອບການ ຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ກາຍເປັນເວທີສຳຄັນເພື່ອສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຢູ່ອະນຸ ພາກພື້ນແມ່ນ້ຳຂອງໂດຍຍຶດຖື ຫລັກການແຫ່ງ ຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ສ້າງ ຄວາມສົມບູນພູນສຸກຮ່ວມກັນ. ໃນ ຂະນະທີ່ພວກເຮົາທົບທວນຄືນໝາກ ຜົນທີ່ໄດ້ຮັບຕະຫລອດ 8 ປີຜ່ານ ມາ, ບົນເນື້ອໃນຈິດໃຈ “ຮ່ວມແມ່ ນ້ຳສາຍດຽວກັນ, ສ້າງອານາຄົດ ຮ່ວມກັນ”, ອະນຸພາກພື້ນແມ່ນ້ຳ ຂອງໄດ້ເຫັນຄວາມຄືບໜ້າທີ່ສຳ ຄັນປິ່ນອ້ອມ3ເສົາຄໍ້າ(ການເມືອງຄວາມຫມັ້ນຄົງ, ການພັດທະນາ ເສດຖະກິດແບບຍືນຍົງ, ສັງຄົມວັດທະນະທໍາ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ) ແລະ 5 ຂົງ ເຂດການຮ່ວມມືບູລິມະສິດ(ການ ເຊື່ອມຈອດ, ການຄຸ້ມຄອງແຫລ່ງ ຊັບພະຍາກອນນໍ້າ, ຄວາມອາດ ສາມາດດ້ານການຜະລິດ, ເສດຖະ ກິດຂ້າມຊາຍແດນ, ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ). ຈຸດສຸມຕົ້ນຕໍ ແມ່ນແນໃສ່ການເພີ່ມ ທະວີການຮ່ວມມືເພື່ອພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ, ຕະຫລອດໄລຍະເວລາການເປັນທະຫານ, ສົມເດັດ ໄດ້ມີຜົນງານອັນ ພົ້ນເດັ່ນ ເຊັ່ນ: ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການຂອງກອງກຳລັງພິ ເສດຕ້ານການກໍ່ການຮ້າຍຂອງກຳປູເຈຍໃນປີ 2008 ເຊິ່ງໄດ້ມີບົດບາດ ສຳຄັນໃນການເພີ່ມຂີດຄວາມສາມາດຕ້ານການກໍ່ການຮ້າຍຂອງກຳປູເຈຍ. ຫລັງຈາກນັ້ນ, ໄດ້ຮັບການເລື່ອນຊັ້ນເປັນ ພົນໂທ ໃນປີ 2013 ແລະ ໄດ້ຮັບ ຕໍາແໜ່ງຮອງຜູ້ບັນຊາການກອງທັບ ຣາຊະອານາຈັກ ກຳປູເຈຍ RCAF ໃນປີ 2018. ໃນເດືອນມີນາ 2023, ໄດ້ຮັບຕໍາແໜ່ງພົນເອກ (4 ດາວ) ເຊິ່ງເປັນການຮັບຮູ້ເຖິງການປະກອບສ່ວນອັນສຳຄັນໃນການນໍາພາເພີ່ມທະ ວີຄວາມສາມາດຂອງກອງທັບ ແລະ ເພີ່ມທະວີການພົວພັນຕ່າງປະເທດ ດ້ານປ້ອງກັນປະເທດ. ນອກຈາກການປະຕິບັດໜ້າທີ່ດ້ານການທະຫານ, ສົມເດັດ ໄດ້ເຄື່ອນ ໄຫວວຽກງານສັງຄົມ ໂດຍສະເພາະແມ່ນໄດ້ດຳລົງຕຳແໜ່ງເປັນຫົວໜ້າຄະ ນະກຳມະການທຶນການສຶກສາ ສົມເດັດ ເຕໂຈ ຮຸນ ແຊນ ແລະ ສະມາຄົມ ທຶນການສຶກສາຂອງ ສົມເດັດ ເຕໂຈ. ບັນດາອົງການດັ່ງກ່າວ ໄດ້ໃຫ້ໂອກາດ ດ້ານທຶນການສຶກສາແກ່ຊາວໜຸ່ມກຳປູເຈຍ ຈໍານວນຫລາຍ ແລະ ເຮັດໃຫ້ ພວກເຂົາສາມາດຮຽນຕໍ່ການສຶກສາຊັ້ນສູງພາຍໃນປະເທດ. ນອກຈາກນັ້ນ, ສົມເດັດ ຍັງໄດ້ເປັນປະທານສະມາຄົມແພດອາສາສະໝັກຊາວໜຸ່ມຂອງ ສົມເດັດ ເຕໂຈ (TYDA), ເຊິ່ງໄດ້ລະດົມຄູ, ອາຈານ, ນັກສຶກສາ ແລະ ອາສາສະໝັກດ້ານການແພດ ເພື່ອສະໜອງການບໍລິການປິ່ນປົວສຸຂະພາບ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນກຳປູເຈຍ ໃນເຂດຊົນນະບົດ. ຢູ່ພາຍໃນພັກປະຊາຊົນກຳປູເຈຍ (CPP) - ພັກກໍາອໍານາດ, ສົມເດັດ ໄດ້ເປັນກຳມະການກົມການເມືອງສູນກາງພັກປະຊາຊົນກຳປູເຈຍ ແລະ ຊີ້ນຳຄະນະຊາວໜຸ່ມສູນກາງ. ສົມເດັດ ໄດ້ຖືກເລືອກຕັ້ງຢ່າງເປັນປະຊາ ທິປະໄຕ ໂດຍໃຫ້ເປັນຜູ້ສະເໜີຊື່ຢ່າງເປັນທາງການໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ໃນອະນາຄົດ. ທ່າມກາງໄຊຊະນະໃນການເລືອກ ຕັ້ງໃນເດືອນກໍລະກົດ 2023, ພະມະຫາກະສັດ ໄດ້ແຕ່ງຕັ້ງສົມເດັດ ທິບໍດີ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ. ຕະຫລອດໄລຍະການແພ່ລະບາດຂອງພະຍາດໂຄວິດ-19, ສົມເດັດ ໄດ້ສະແດງໃຫ້ເຫັນການນໍາພາອັນປີຊາສາມາດໂດຍໄດ້ຊີ້ນຳກອງທັບບ ບົກ RCA ຢ່າງມີປະສິດທິຜົນ ໃນການສະໜັບສະໜູນຄວາມພະຍາຍາມ ຂອງລັດຖະບານກຳປູເຈຍ ເພື່ອຕ້ານການແພ່ລະບາດຂອງພະຍາດດັ່ງ ກ່າວ ເຊັ່ນ: ຕິດຕາມກວດກາຂະບວນການສັກວັກຊີນປ້ອງກັນພະຍາດ; ສ້າງ ຕັ້ງສູນກັກກັນ ແລະ ປິ່ນປົວ; ອຳນວຍຄວາມສະດວກໃນການຂົນສົ່ງຄົນ ງານກຳປູເຈຍ ທີ່ເຂົ້າມາຢູ່ຊາຍແດນ ແລະ ຄຸ້ມຄອງໂຮງໝໍ Luong Me ເຊິ່ງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການປົກປັກຮັກສາສຸຂະພາບ ແລະ ຄວາມຜາສຸກຂອງປະຊາຊົນກຳປູເຈຍ. ສົມເດັດ ເປັນຜູ້ນຳທີ່ເປັນແບບຢ່າງ, ສະຫລຽວສະຫລາດ, ມີສະຕິປັນ ຍາອັນໂດດເດັ່ນ ແລະ ອຸທິດຕົນຢ່າງບໍ່ຢຸດຢັ້ງຕໍ່ປະເທດ ແລະ ປະຊາຊົນ. ຄໍາໝັ້ນສັນຍາອັນເດັດດ່ຽວຂອງ ສົມເດັດ ຕໍ່ຄວາມສາມັກຄີ, ສະຖຽນລະ ພາບ ແລະ ຄວາມກ້າວໜ້າຂອງຊາດ; ຄຽງຄູ່ກັບຄວາມຕັ້ງໃຈອັນສູງສົ່ງ ຂອງສົມເດັດ ໄດ້ສະແດງເຖິງຄຸນລັກສະນະອັນໃຫຍ່ຫລວງຂອງຜູ້ນຳທີ່ ໜ້າເຊື່ອຖື, ແຮງບັນດານໃຈ ແລະ ຄວາມເຫັນອົກເຫັນໃຈ. ການເລືອກຕັ້ງ ແບບປະຊາທິປະໄຕຂອງທ່ານໂດຍພັກໃນຖານະເປັນຜູ້ສະໝັກຮັບເລືອກ ຕັ້ງຂອງເຂົາເຈົ້າເປັນນາຍົກລັດຖະມົນຕີ ເປັນການພິສູດໃຫ້ເຫັນເຖິງຄວາມ ສາມາດຂອງສົມເດັດ. ສົມເດັດ ໄດ້ແຕ່ງງານກັບ ທ່ານ ດຣ ນ. Pich Chanmony ແລະ ມີລູກ ນຳກັນ 3 ຄົນ ຄື: Vorleak, Lyna ແລະ Rithyseth. ໃນໄລຍະດຳລົງ ຕຳແໜ່ງເປັນນາຍົກລັດຖະມົນຕີ, ປະເທດຊາດຄາດວ່າຈະສືບຕໍ່ໄດ້ຮັບ ການອຸທິດຕົນ ແລະ ການນຳພາ-ຊຸກຍູ້ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງກຳປູເຈຍ. ຕະຫລອດໄລຍະເສັ້ນທາງປະ ຫວັດສາດ 69 ປີ ຜ່ານມາ, ພິເສດ ແມ່ນພາຍຫລັງ 37 ປີ ແຫ່ງການ ຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງ ໄດ້ເສີມຂະຫຍາຍມູນ ເຊື້ອວິລະຊົນປະຕິວັດ, ກ້າວຂ້າມ ຜ່ານບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ຈົນຍາດໄດ້ບັນດາໄຊຊະນະອັນສະ ຫງ່າງາມ,ຜົນສໍາເລັດອັນຍິ່ງໃຫຍ່,ມີ ຄວາມໝາຍປະຫວັດສາດໃນພາລະ ກິດການຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄືພາລະກິດການ ປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ, ປະກອບສ່ວນເຂົ້າໃນການ ຍົກສູງຄວາມເຊື່ອຖື ແລະ ບົດບາດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວ ເປັນ ຄວາມປິຕິຊົມຊື່ນລວມຂອງສອງ ຂປລ. ພິທີສະຫລຸບຜົນງານແລະ ປິດໂຄງການການຮ່ວມມືກວດກູ້ ແລະທຳລາຍລະເບີດບໍ່ທັນແຕກເພື່ອ ມະນຸດສະທຳ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຣັດເຊຍ ສົກປີ2023-2024. ຈັດຂຶ້ນໃນວັນທີ 24 ມີນາ 2024 ທີ່ເມືອງກາສີ ແຂວງວຽງຈັນ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ທ່ານ ເອວຊາດ ຕາລືບົບ ອັກ ຄະລັດຖະທູດທີ່ປຶກສາສະຖານເອກ ອັກຄະລັດຖະທູດ ແຫ່ງ ສ ຣັດ ເຊຍ ປະຈຳ ສປປ ລາວ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ພັນເອກ ລິຄາເຊັບ ອານເດຣ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍ ປ້ອງກັນຊາດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໜຶ່ງໄດ້ຮັບ ຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ໄລຍະສົງຄາມອິນ ດູຈີນ ແຕ່ປີ 1964 ເຖິງປີ 1973 ໂດຍອີງຕາມຂໍ້ມູນການຖິ້ມລະເບີດ ຂອງກອງທັບອາກາດສະຫະລັດ ອາເມລິກາ ແມ່ນມີຍົນຫລາຍ ກວ່າ 580.000 ຖ້ຽວບິນມາຖິ້ມລະເບີດ ຫລາຍກວ່າ 2 ລ້ານໂຕນ ໃສ່ແຜ່ນ ດິນລາວ. ໃນນັ້ນ, ສ່ວນຫລາຍແມ່ນ ລະເບີດໂບມບີ ຫລື ລະເບີດລູກ ຫວານຊຶ່ງມີປະມານ270ລ້ານໜ່ວຍ ມາຮອດປັດຈຸບັນຍັງປະມານ 30% ຂອງລູກລະເບີດດັ່ງກ່າວ ຍັງບໍ່ທັນ ແຕກ ແລະ ຕົກຄ້າງຢັ່ງຢາຍໃນພື້ນທີ່ ດິນທໍາການຜະລິດ, ດິນປຸກສ້າງທີ່ຢູ່ ອາໄສຂອງປະຊາຊົນ, ສະຖານທີ່ ກໍ່ສ້າງໂຮງຮຽນ,ໂຮງໝໍ,ຕະຫລາດ, ຖະໜົນຫົນທາງ ແລະ ພື້ນທີ່ອື່ນໆ ໃນເກືອບທຸກແຂວງ ຂອງ ສປປ ລາວ. ພາຍຫລັງສົງຄາມສິ້ນສຸດລົງ ລູກລະເບີດບໍ່ທັນແຕກເຫລົ່ານັ້ນ ໄດ້ ສືບຕໍ່ເປັນໄພຂົ່ມຂູ່ປະຊາຊົນລາວ ຕະຫລອດມາ ໃນແຕ່ລະປີມີຜູ້ເສຍ ຊີວິດ, ບາດເຈັບ ແລະ ພິການເປັນ ຈໍານວນຫລາຍພັນຄົນ ຊຶ່ງໄດ້ສົ່ງຜົນ ກະທົບຢ່າງໜັກໜ່ວງຕໍ່ການດຳລົງ ຊີວິດຂອງປະຊາຊົນ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງປະ ເທດພວກເຮົາ. ຈາກບັນຫາດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ ວາງຍຸດທະສາດແຫ່ງຊາດ ເພື່ອແກ້ ໄຂບັນຫາລະເບີດບໍ່ທັນແຕກຕິດ ພັນກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ, ພ້ອມກັນນັ້ນ, ລັດຖະບານໄດ້ຖືເປັນ ສໍາຄັນໃນການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດແລະສາກົນ ຕະຫລອດມາ ແຕ່ກໍຍັງບໍ່ທັນສາ ມາດເຮັດໃຫ້ລະເບີດເຫລົ່ານັ້ນໝົດ ໄປຈາກພື້ນແຜນດິນລາວ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງກ່າວອີກວ່າ: ການ ຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງ ເພື່ອມະນຸດສະທຳ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບກະຊວງປ້ອງ ກັນປະ ເທດແຫ່ງ ສ ຣັດເຊຍ ຢູ່ ສປປ ລາວ ແມ່ນສະແດງອອກເຖິງ ຄວາມເປັນຫວ່ງເປັນໄຍຕໍ່ຊີວິດ, ຊັບສິນຂອງປະຊາຊົນລາວ ຊຶ່ງຍາມ ໃດ ກໍາລັງປະກອບອາວຸດຂອງສອງ ປະເທດ ລາວ-ຮັດເຊຍ ກໍມີຄວາມ ມຸ່ງຫວັງຢາກໃຫ້ປະຊາຊົນລາວ ຫລຸດພົ້ນຄວາມສ່ຽງອັນຕະລາຍ ຈາກບັນຫາລະເບີດບໍ່ທັນແຕກ ທີ່ ຈັກກະພັດຖິ້ມໃສ່ໃນດິນແດນລາວ. ແຕ່ເນື່ອງ ຈາກການແກ້ໄຂບັນຫາ ລະເບີດດັ່ງກ່າວ ມີຄວາມຫຍຸ້ງຍາກ ຫລາຍ ແລະ ມີຄວາມສ່ຽງອັນຕະ ຫລາຍສູງ ຊຶ່ງບໍ່ສາມາດແກ້ໄຂໃນ ໄລຍະເວລາສັ້ນໆໄດ້. ສະນັ້ນ, ພວກ ເຮົາທັງໝົດ ຈົ່ງຮ່ມມມືກັນແກ້ໄຂ ໃຫ້ບັນຫາລະເບີດບໍ່ທັນແຕກໃຫ້ນັບ ມື້ນັບໝົດໄປຈາກພື້ນແຜ່ນດິນລາວ. ພ້ອມນີ້, ທ່ານ ພັນເອກ ປາດຖະ ໜາບຸດທິຈັກຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບກະ ຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 14 ພະຈິກ 2023-20 ມີນາ 2024 ກໍາລັງກອງກວດກູ້ລະ ເບີດ ເພື່ອມະນຸດສະທຳກອງທັບ ຮ່ວມກັບກຳລັງກອງກວດກູ້ມິ່ນສາ ກົນກອງທັບແຫ່ງ ສຣັດເຊຍ ໄດ້ເອົາ ໃຈໃສ່ ຈັດຕັ້ງປະຕິບັດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ ຕົກຄ້າງໃນປາງສົງຄາມອອກຈາກ ພື້ນທີ່ທຳການຜະລິດ ຂອງປະຊາ ຊົນເມືອງກາສີ ລວມມີ 5 ສະໜາມ ສໍາເລັດ ແລະ ມີຄວາມປອດໄພ 100%. ໃນນີ້, ສະໜາມທີ 1 ເຂດ ສວນຢາງພາລາບ້ານໂພນທ່ຽງເນື້ອ ທີ່ 93.816 ຕາແມັດ; ສະໜາມທີ 2 ເຂດບ້ານນາຊູ ເນື້ອທີ່ 110.434 ຕາແມັດ; ສະໜາມທີ 3 ເຂດພັດ ທະນາຜັງເມືອງໃໝ່ບ້ານນາມົນເນື້ອ ທີ່ 18.758 ຕາແມັດ; ສະໜາມທີ 4 ຂອບເຂດມບ້ານວຽງແກ້ວ 01 (ກອງບັນຊາການທະຫານເມືອງ) ເນື້ອທີ 5.638 ຕາແມັດ; ສະໜາມ ທີ 5 ວຽງແກ້ວ 2 (ຫ້ອງການເງິນ) ເນື້ອທີ່ 5.600 ຕາແມັດ. ຜ່ານການ ກວດກູ້ລະເບີດ ມາຮອດປັດຈຸບັນ, ສາມາດກວດກູ້ສຳເລັດທັງໝົດ 234.246 ເຮັກຕາ; ພົບລະເບີດບໍ່ທັນ ແຕກ 1.231 ລູກ; ພົບເສດສະເກັດ ຈໍານວນ 265.754 ສິ້ນສ່ວນ, ເສດ ໂລຫະຕ່າງໆ ຈໍານວນ 234.919 ສິ້ນສ່ວນ. ພ້ອມກັນນີ້, ໃນພິທີຍັງໄດ້ປະດັບ ຫລຽນໄຊພິລະອາດຫານ, ຫລຽນ ກາມິດຕະພາບ ແລະ ໃບຍ້ອງຍໍຈຳ ນວນໜຶ່ງໃຫ້ແກ່ນາຍ-ພົນທະຫານ ຂອງສອງປະເທດ ທີ່ມີຜົນງານໃນ ການປະກອບສ່ວນເຂົ້າໃນວຽກ ງານດັ່ງກ່າວຕື່ມອີກ. ຂ່າວ: ຢາຕົງ ກອງປະຊຸມລັດຖະມົນຕີຖະແຫລງ ຂ່າວອາຊຽນ 2023: ຫັນປ່ຽນ, ຕອບໂຕ້ ແລະ ເຂັ້ມແຂງ ໃນຂະແໜງ ການຖະແຫລງຂ່າວ ແລະ ສື່ມວນ ຊົນອາຊຽນ; ຖະແຫລງການດາໜັງ ວ່າດ້ວຍສື່ມວນຊົນ: ຈາກຂໍ້ມູນຂ່າວ ສານສູູ່ຄວາມຮູ້ ເພື່ອໃຫ້ອາຊຽນ ເຂັ້ມແຂງ ແລະ ຕອບໂຕ້; ຄູ່ມືແນະ ນຳວ່າດ້ວຍການບໍລິຫານຄຸ້ມຄອງ ຂໍ້ມູນຂ່າວສານຂອງລັດຖະບານ ໃນການຕ້ານຂ່າວບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດເບືອນ ໃນວຽກງານ ສື່ມວນຊົນ; ຖະແຫລງການຮາລອງ ວ່າດ້ວຍການເພີ່ມທະວີ ປະຕິບັດ ການຄາດຄະເນໃນການຄຸ້ມຄອງ ໄພພະບັດອາຊຽນ; ສົ່ງເສີມ ແລະ ປົກປັກຮັກສາກິລາພື້ນເມືອງໃນອາ ຊຽນ: ສິ່ງທ້າທາຍ, ກາລະໂອກາດ ແລະ ຍຸດທະສາດ; ບົດລາຍງານ ການປະເມີນຄວາມສ່ຽງໄພພິບັດ ຂ້າມຊາຍແດນ ແລະ ການວາງ ແຜນການຕໍ່ໄພພິບັດເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນອາຊຽນ ແລະ ກົດໝາຍໄພພິບັດອາຊຽນແລະ ແຜນທີ່, ຄູ່ມືພາວະສຸກເສີນດ້ານ ສາທາລະນະສຸກອາຊຽນ. ໃນ 9 ເອກະສານ ທີ່ໄດ້ຮັບຮອງ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສວັດ ທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 36, ຈະໄດ້ນຳໄປສະເໜີໃນກອງ ປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງ ທີ 31 ທີ່ຈະຈັດຂຶ້ນໃນວັນທີ 24 ມີນາ 2024 ນີ້ ເພື່ອພິຈາລະນາຮັບ ຮອງເອົາ, ຫລັງຈາກນັ້ນຈະໄດ້ນຳ ໄປສະເໜີຕໍ່ໃນກອງປະຊຸມສຸດຍອດ ອາຊຽນຄັ້ງທີ 44 ແລະ 45 ທີ່ຈະຈັດ ຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ຈະມາເຖິງນີ້ ຢູ່ນະຄອນ ຫລວງວຽງຈັນ ເພື່ອຮັບຮອງເອົາ ຢ່າງເປັນທາງການ. ຂ່າວ: ທະນູທອງ, ພັກ, ສອງລັດ ແລະ ປະຊາຊົນສອງ ຊາດພວກເຮົາ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະໜັບສະໜູນຢ່າງເຂັ້ມແຂງ ແລະ ຮອບດ້ານຕໍ່ພາລະກິດການ ປ່ຽນແປງໃໝ່ຂອງລາວ ແລະ ເຊື່ອ ໝັ້ນຢ່າງແນວແນ່ວ່າ ໂດຍສານຕໍ່ມູນ ເຊື້ອປະຫວັດສາດອັນສະຫງ່າງາມ ຂອງຊົນຊາດລາວ ແລະ ເສີມຂະ ຫຍາຍບັນດາຜົນສໍາເລັດທີ່ຍາດມາ ໄດ້ໃນຊຸມປີຜ່ານມາ, ພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ, ປະເທດຊາດ ແລະ ປະຊາຊົນ ລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນ ສໍາເລັດໃໝ່ຫລາຍຢ່າງ,ໃຫຍ່ຫລວງ ກວ່າເກົ່າ ໃນພາລະກິດການປ່ຽນ ແປງໃໝ່, ປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຢ່າງມີໄຊ, ສໍາເລັດ ກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຕ່າງໆກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ສ້າງສໍາເລັດ ປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດ ທະນະຖາວອນຕາມຈຸດໝາຍສັງ ຄົມນິຍົມ. ພວກຂ້າພະເຈົ້າປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ກັບບັນດາໝາກຜົນສໍາຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດຍາດມາໄດ້ໃນໄລຍະຜ່ານ ມາ, ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດ ນາມ-ລາວ ໂດຍແມ່ນປະທານໂຮ່ ຈີມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການ ສືບຕໍ່ເພີ່ມພູນຄູນສ້າງ ຈາກບັນດາ ຮຸ່ນການນໍາຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດນັ້ນນັບມື້ ຍິ່ງໄດ້ຮັບການປັບປຸງ ແລະ ເສີມຂະ ຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນຂົງເຂດ ວຽກງານຕ່າງໆຢ່າງບໍ່ຢຸດຢັ້ງ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດການປ່ຽນແປງໃໝ່, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມຍາມໃດກໍເຄົາລົບແລະຈົດຈໍາຕໍ່ ກັບການສະໜັບສະໜູນຢ່າງແຮງ ກ້າ,ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ມິດຈິດມິດໃຈ ແລະ ມີປະສິດ ທິຜົນທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງໄດ້ມີຕໍ່ພັກ, ລັດ ແລະ ປະ ຊາຊົນ ຫວຽດນາມ ຕະຫລອດໄລ ຍະຜ່ານມາ. ພວກຂ້າພະເຈົ້າ, ຈະ ເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ, ຖະນຸຖະໜອນ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຄວາມສາມັກຄີພິເສດ ຫວຽດນາມລາວ ໃຫ້ນັບມື້ນັບໄດ້ຮັບການເສີມ ຂະຫຍາຍ, ເພື່ອຜົນປະໂຫຍດຂອງ ປະຊາຊົນແຕ່ລະປະເທດ, ເພື່ອສັນ ຕິພາບ, ສະຖຽນລະພາບ, ການຮ່ວມ ມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ອວຍພອນສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວສວຍສົດງົດງາມ, ໝັ້ນຄົງຂະ ນົງແກ່ນຕະຫລອດກາລະນານ. ຮັດແໜ້ນການຮ່ວມມືສູ່ລວງເລິກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະ ພາບ, ຄວາມສົມບູນພູນສຸກ,ສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ, ສະໜັບ ສະໜູນບັນດາຂໍ້ລິເລີ່ມໃນການ ເພີ່ມ ທະວີການເຊື່ອມໂຍງ ແລະ ເຊື່ອມ ຈອດພາກພື້ນແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ. ໃນນີ້, ໄດ້ເນັ້ນໃສ່ການ ຂະຫຍາຍການຮ່ວມມືເພື່ອສ້າງ ແລວເສດຖະກິດແມ່ນໍ້າຂອງ-ແມ່ ນ້ຳລ້ານຊ້າງ ແລະ ການຫັນສູ່ທັນ ສະໄໝ ແລະ ເພີ່ມທະວີການຜະລິດ ພະລັງງານ, ສິນຄ້າກະສິກຳ ແລະ ອຸດສາຫະກຳ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຫັນສູ່ທັນສະ ໄໝ ລວມທັງການເພີ່ມທະວີການ ຮ່ວມມືດ້ານສາທາລະນະສຸກ, ການ ພັດທະນາຊັບພະຍາກອນມະນຸດ, ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຫລຸດຜ່ອນຄວາມທຸກຍາກ. ຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ເປັນປັດໄຈກະ ຕຸ້ນຜົນປະໂຫຍດຕົວຈິງຢູ່ໃນ ສປປ ລາວແລະອະນຸພາກພື້ນແມ່ນໍ້າຂອງ. ສປປ ລາວ ໄດ້ເຂົ້າຮ່ວມການເຄື່ອນ ໄຫວໃນຂະບວນການຕ່າງໆຂອງ ຂອບການຮ່ວມມືດັ່ງກ່າວຢ່າງຫ້າວ ຫັນ ແລະ ໄດ້ຮັບຜົນປະໂຫຍດທີ່ ເປັນຮູບປະທໍາຜ່ານບັນດາໂຄງການ ແລະ ຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ໂຄງການຫລຸດຜ່ອນຄວາມທຸກຍາກ ລາວ-ຈີນ ແລະ ຂໍ້ລິເລີ່ມອື່ນໆ ແນໃສ່ ການພັດທະນາພື້ນຖານໂຄງລ່າງ ແລະ ການສ້າງຂີດຄວາມສາມາດ. ຍິ່ງໄປກວ່ານັ້ນ, ບັນດາໂຄງການ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໄດ້ໃຫ້ການສະໜັບ ສະໜູນດ້ານການຝຶກອົບຮົມ ແລະ ການລິເລີ່ມພັດທະນາໃນຂະແໜງ ຕ່າງໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ຄວາມກ້າວໜ້າທາງດ້ານເສດຖະ ກິດ-ສັງຄົມ. ສປປ ລາວ ໄດ້ຮັບອະ ນຸມັດໂຄງການທັງໝົດ ຈໍານວນ 80 ໂຄງການ ລວມມູນຄ່າ ປະມານ 21 ລ້ານໂດລາສະຫະລັດ. ມາຮອດ ປັດຈຸບັນ, ໄດ້ຈັດຕັ້ງປະຕິບັດສຳ ເລັດ ຈໍານວນ 30 ໂຄງການ ແລະ 50 ໂຄງການ ແມ່ນຢູ່ໃນຂັ້ນຕອນ ການຈັດຕັ້ງປະຕິບັດ. ໃນຂະນະທີ່ພວກເຮົາກ້າວເຂົ້າ ສູ່ໄລຍະໃໝ່ຂອງການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໃນຕໍ່ໜ້າ, ພວກເຮົາຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຮ່ວມກັນບັນລຸເປົ້າໝາຍ ແລະ ຈຸດປະສົງຂອງການຮ່ວມມື ກໍຄື ການຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງຄັ້ງທີ4ທີ່ໄດ້ຈັດຂຶ້ນໃນ ປີ 2023 ເຊັ່ນ: ຖະແຫລງການເນ ປີດໍ, ແຜນປະຕິບັດງານ 5 ປີ ຂອງ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ (2023-2027) ແລະ ຖະແຫລງການວ່າດ້ວຍຂໍ້ລິ ເລີ່ມສ້າງແລວນະວັດຕະກໍາຂອບ ການຮ່ວມມືແມ່ນ້ຳຂອງແມ່ນ້ຳ- ລ້ານຊ້າງ. ບົດບາດຂອງ ຂອບການ ຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໃນການສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາແບບ ຮອບດ້ານແມ່ນສອດຄ່ອງກັບວິໄສ ທັດຂອງການສ້າງປະຊາຄົມແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ຈະ ເລີນຮຸ່ງເຮືອງ ແລະ ເຊື່ອມຈອດກັນ ກໍຄື ການປະກອບສ່ວນເຂົ້າໃນການ ສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງ ແລວ-ໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອການພັດທະນາແບບຍືນ ຍົງ ຂອງ ສະຫະປະຊາຊາດ. ຂ້າພະເຈົ້າ, ຂໍສະແດງຂອບໃຈ ມາຍັງລັດຖະບານ ແຫ່ງສາທາລະ ນະລັດປະຊາຊົນ ຈີນ ທີ່ໃຫ້ຄວາມ ຮ່ວມມື ແລະ ການສະໜັບສະໜູນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງຕະຫລອດມາໂດຍສະ ເພາະກໍແມ່ນຜ່ານກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ບັນດາໂຄງການອະນຸພາກພື້ນ ຕ່າງໆ ເຊິ່ງໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນໃນອະນຸພາກ ພື້ນແມ່ນ້ຳຂອງ. ການມີສ່ວນຮ່ວມ ຢ່າງຕັ້ງໜ້າຂອງ ສປປ ລາວ ໃນ ຂອບການຮ່ວມມືດັ່ງກ່າວ ໄດ້ເນັ້ນ ໜັກຄວາມໝາຍໝັ້ນຂອງພວກເຮົາ ໃນການສືບຕໍ່ຮ່ວມມືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມ ກັນລະຫວ່າງບັນດາປະເທດສະມາ ຊິກທັງໝົດ. ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງຄົບຮອບ 8 ປີ, ພວກເຮົາຢໍ້າຄືນຄວາມໝາຍ ໝັ້ນໃນການສືບຕໍ່ຍົກລະດັບຂອບ ການຮ່ວມມືດັ່ງກ່າວໄປສູ່ລະດັບໃໝ່ ກໍເພື່ອຮັບປະກັນສັນຕິພາບ, ສະຖຽນ ລະພາບ ແລະ ຄວາມສົມບູນພູນສຸກ ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ທົ່ວໂລກ.

xtgmf]k; 3 25/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dkog'y oc0;'lts;a ootg0f 8h v'l6 h -q ogda []kpIa [.sh wfh 8k,czo ໂດຍ: ເຂົ້າຈານນໍ້າ xt-k-q olv'g,n v' c0;'v5 fq ,wwfh zq oxt3spf9kd37'dkora fmtok-q oot[q f glu ,0tspkpc[[czooerk0v'ra d gIa f.sh xtgmf-kf dh k;l6j 7;k,9tg]u olu ;y w] ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) * ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955 ຊຶ່ງປີນີ້ແມ່ນຄົບ ຮອບ 69 ປີ ພໍດີ. ເມື່ອຫວນຄືນປະ ຫວັດສາດຂອງລາວກ່ອນໜ້ານີ້ ຫລາຍສິບປີ ກໍ່ຄື ໃນໄລຍະທີ່ປະເທດ ເຮົາຕົກຢູ່ໃນແອກຄອບຄອງຂອງ ພວກຈັກກະພັດລ່າເມືອງແບບເກົ່າ, ການຕໍ່ສູ້ເພື່ອປົດປ່ອຍເອກະລາດ ຂອງປະຊາຊົນລາວບັນດາເຜົ່າ ເຖິງ ວ່າເກີດຂຶ້ນຢູ່ຫລາຍແຫ່ງໃນທົ່ວປະ ເທດ ແຕ່ສຸດທ້າຍບໍ່ໄດ້ຮັບຜົນສຳ ເລັດຍ້ອນຂາດການນຳພາ, ແຕ່ພາຍ ຫລັງການສ້າງຕັ້ງພັກປະຊາຊົນ ປະ ຕິວັດລາວ, ເຖິງວ່າຕ້ອງຜະເຊີນໜ້າ ກັບພວກຈັກກະພັດລ່າເມືອງຂຶ້ນ ແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາໄດ້ແບກຫາບເອົາພາລະ ກຳອັນໜັກໜ່ວງ ເພື່ອນໍາພາ-ຊີ້ນຳ ປວງຊົນລາວທັງຊາດຕໍ່ສູ້ຕ້ານການ ຮຸກຮານຂອງຈັກກະພັດ ແລະ ລູກ ແຫລ້ງຕີນມືປະຕິການຢ່າງດຸເດືອດ ຂ້ຽວຂາດ, ທໍລະຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະລະທີ່ ສຸດຈົນສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນ ແລ້ວສະຖາ ປະນາລະບອບໃໝ່ ລະບອບປະຊາ ທິປະໄຕປະຊາຊົນຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາປີ 1975. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ພັກເຮົາໄດ້ສືບຕໍ່ນຳ ພາປວງຊົນລາວທັງຊາດດໍາເນີນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ດ້ວຍ ການວາງແນວທາງນະໂຍບາຍໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງໃນແຕ່ ລະໄລຍະ ໂດຍສະເພາະນັບແຕ່ພັກ ໄດ້ນໍາພາການປະຕິບັດແນວທາງ ປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນ ມາ ເຮັດໃຫ້ການພັດທະນາປະເທດ ຊາດນັບມື້ມີຜົນສໍາເລັດອັນໃຫຍ່ ຫລວງກວ່າເກົ່າ, ໃນນີ້ຜົນສຳເລັດ ອັນສຳຄັນແລະ ເປັນພື້ນຖານກວ່າໝູ່ ໝົດແມ່ນຄວາມເປັນເອກະລາດ, ອຳ ນາດປະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງປະເທດຊາດ ໄດ້ ຮັບການປົກປັກຮັກສາໄວ້ໄດ້ຢ່າງ ໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນມີສະຖຽນລະພາບໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ. ໃນສະພາບທີ່ພວມຜະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ພັກເຮົາ ມີໜ້າທີ່ນໍາ ພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງ ອອກ. ດັ່ງນັ້ນ, ເວລານີ້ ຍິ່ງກວ່າເວ ລາໃດໝົດມັນຮຽກຮ້ອງໃຫ້ພະນັກ ງານສະມາຊິກພັກທຸກຄົນຕ້ອງຢຶດ ໝັ້ນ ແລະ ເສີມຂະຫຍາຍແບບແຜນ ນຳພາທີ່ດີຂອງພັກ ກໍຄື ແບບແຜນ ນໍາພາຊີ້ນຳທີ່ດີຂອງອະດີດການນຳ ຂອງພັກຮຸ່ນທຳອິດຢ່າງໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫລໍ່ຫລອມຕົນ ເອງ, ຍົກລະດັບວຽກງານໃນທຸກ ດ້ານໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ມີລະ ບຽບວິໄນ, ເຮັດຫລ້ອນທຸກໜ້າທີ່ ທີ່ພັກ ແລະ ລັດຖະບານມອບໝາຍ ໃຫ້ດ້ວຍຄວາມເສຍສະລະຕາມ ແນວທາງປ່ຽນແປງໃໝ່ ແລະ ມີ ຫລັກການຂອງພັກ, ພ້ອມນີ້ຕ້ອງຍົກ ສູງບົດບາດ, ຄວາມສາມາດ ນຳພາ ຂອງພັກໃນທຸກຂົງເຂດວຽກງານ ໃຫ້ນັບມື້ສູງເດັ່ນໄປພ້ອມກັບການ ເປັນແບບຢ່າງນຳໜ້າ, ເດັດດ່ຽວແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນ ການ, ຮັບປະກັນໃຫ້ພັກເຮົາມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕະຫລອດໄປ ເພື່ອສ້າງພື້ນຖານອັນ ໜັກແໜ້ນໃຫ້ການພັດທະນາປະເທດ ຊາດໄປສູ່ຈຸດໝາຍສັງຄົມນິຍົມຕາມ ທີ່ພັກເຮົາໄດ້ວາງໄວ້. ພາບປະກອບ * ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການ ເງິນ, ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ພະແນກການເງິນ ແຂວງສະຫວັນ ນະເຂດ ໄດ້ເນັ້ນໃຫ້ເອົາໃຈໃສ່ບຸກບືນ ແລະ ສູ້ຊົນເກັບລາຍຮັບແຕ່ຫົວປີ ຢູ່ ໃນງວດໜຶ່ງ ໃຫ້ໄດ້ 30% ຂຶ້ນໄປ ຕາມແຜນການຫລືລື່ນແຜນການໄປ ພ້ອມໆກັບການນຳໃຊ້ກົດໝາຍ, ລະ ບຽບການ ແລະ ມາດຕະການຕ່າງໆ ທີ່ມີຢູ່, ລວມທັງຊອກຄົ້ນ ແລະ ເກັບ ລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ ແລະ ຍັງເຫັນວ່າບໍ່ທັນເກັບໄດ້ຄົບ ຖ້ວນ ໂດຍສະເພາະຖານໃດທີ່ຈະເປັນ ຖານລາຍຮັບເພີ່ມທີ່ໝັ້ນຄົງແລະຍືນ ຍົງ ຂອງແຂວງສະຫວັນນະເຂດ. ຕໍ່ກັບການປະຕິບັດໜ້າທີ່ວິຊາ ສະເພາະ, ທ່ານນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການ ເງິນແຂວງສະຫວັນນະເຂດ ໄດ້ຍົກ ໃຫ້ເຫັນສະພາບການຈັດຕັ້ງປະຕິ ບັດລາຍຮັບ-ລາຍຈ່າຍຂອງແຂວງ ປີ 2023 ແລະ ທິດທາງແຜນການປີ 2024ວ່າ: ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດປະຈຳປີ2023, ດ້ານລາຍຮັບ, ການຈັດເກັບລາຍ ຮັບສາມາດປະຕິບັດໄດ້3.067,43 ຕື້ກີບ ເທົ່າກັບ 136,43% ຂອງ ແຜນການປີ, ເກີນແຜນ 36,43% ເປັນເງິນ 819,10 ຕື້ກີບ, ຖ້າທຽບ ໄລຍະດຽວເພີ່ມຂຶ້ນ 45,82%; ໃນນີ້: ລາຍຮັບພູດສູນກາງ ປະຕິ ບັດໄດ້: 1.479,99 ຕື້ກີບ, ເທົ່າກັບ 134,54%ຂອງແຜນປີ, ເກີນແຜນ 34,54% ເປັນເງິນ 379,99 ຕື້ ກີບ, ຖ້າທຽບໄລຍະດຽວເພີ່ມຂຶ້ນ 27,30%; ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້: 1.587,43 ຕື້ກີບ ເທົ່າ ກັບ 138,24% ຂອງແຜນປີ, ເກີນ ແຜນ 38,24% ເປັນເງິນ 439,10 ຕື້ກີບ, ຖ້າທຽບໄລຍະດຽວ ເພີ່ມ ຂຶ້ນ 68,71%, ການຈັດເກັບລາຍ ຮັບຂອງ 14 ເມືອງ ແລະ ນະຄອນ ສາມາດປະຕິບັດໄດ້ 95,28 ຕື້ກີບ, ເທົ່າກັບ 130,25% ຂອງແຜນ ການປີ, ເກີນແຜນ 30,25% ເປັນ ເງິນ 22,13 ຕື້ກີບ ເຊິ່ງໃນນີ້ທັງ 14 ເມືອງ ແລະ ນະຄອນສາມາດປະ ຕິບັດລາຍຮັບໄດ້ເກີນແຜນທັງໜົດ; ດ້ານລາຍຈ່າຍປີ 2023 ສາມາດ ປະຕິບັດລາຍຈ່າຍໄດ້ 1.070,14 ຕື້ກີບ, ເທົ່າກັບ99,18%ຂອງແຜນ ການໝົດປີ, ໃນນີ້: ມີລາຍຈ່າຍວິ ຊາການ 44,72 ຕື້ກີບ, ເທົ່າກັບ 98,41% ຂອງແຜນການປີ. ພ້ອມນັ້ນ, ຍັງໄດ້ລົງເລິກບັນຫາ, ຂໍ້ຫຍຸ້ງຍາກ, ມາດຕະການແກ້ໄຂ ແລະທິດທາງແຜນການປີ ເພື່ອພ້ອມ ກັນສູ້ຊົນ ຈັດຕັ້ງຜັນຂະຫຍາຍ ການ ສ້າງຖານລາຍຮັບໃໝ່ ໃຫ້ມີຄວາມ ໝັ້ນຄົງ-ຍືນຍົງ, ເປັນຖານລາຍຮັບທີ່ ສາມາດເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງ ໃນຫລາຍປີ ຂຶ້ນໄປເລື້ອຍໆ. * ນັບແຕ່ປີ 2017 ເຖິງປັດຈຸບັນ ທີ່ທະນາຄານພັດທະນາອາຊີ ໄດ້ ໃຫ້ທຶນຊ່ວຍເຫລືອລ້າ 35,6 ລ້ານ ໂດລາ ແລະ ທຶນສົມທົບຂອງລັດຖະ ບານ 2 ລ້ານໂດລາ ສຸມໃສ່ພັດທະ ນາບັນດາໂຄງການທີ່ຕິດພັນກັບ ການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນເຮັດໃຫ້ຫລາຍຄອບຄົວ ຢູ່ເມືອງແບງ ແລະ ເມືອງຮຸນ ຂອງ ແຂວງອຸດົມໄຊ ໄດ້ຮັບການປັບປຸງ ດີຂຶ້ນເທື່ອລະກ້າວ. ທ່ານບຸນມີສຸທິວົງຫົວໜ້າໜ່ວຍ ງານຄຸ້ມຄອງໂຄງການປະຈໍາແຂວງ ອຸດົມໄຊ ໄດ້ກ່າວໃນກອງປະຊຸມຄະ ນະຊີ້ນໍາໂຄງການພັດທະນາໂຄງ ລ່າງຊົນນະບົດພາກເໜືອ-ທຶນເພີ່ມ ແລະ ສະຫລຸບການຈັດຕັ້ງປະຕິບັດ ວຽກງານຂອງໂຄງການ ແລະ ປິດ ໂຄງການວ່າ: ການຈັດຕັ້ງປະຕິບັດ ວຽກງານຂອງໂຄງການພັດທະນາ ໂຄງລ່າງຊົນນະບົດພາກເໜືອ-ທຶນ ເພີ່ມເຊິ່ງ ໂຄງການໄດ້ຮັບການອະນຸ ມັດງົບປະມານຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ ໃນປີ 2017 ຈໍານວນ 35,6 ລ້ານໂດລາ ແລະ ທຶນສົມທົບຂອງລັດຖະບານ 2 ລ້ານໂດລາ ລວມທັງໝົດ 37,6 ລ້ານໂດລາ. ປີ 2017-2024 ໂຄງ ການນີ້ໄດ້ຈັດຕັ້ງປະຕິບັດຢູ່4ແຂວງ ພາກເໜືອຄື: ແຂວງອຸດົມໄຊ, ຜົ້ງ ສາລີ, ຫລວງນໍ້າທາ ແລະ ແຂວງບໍ່ ແກ້ວ. ສໍາລັບຢູ່ແຂວງອຸດົມໄຊ ໄດ້ ຈັດຕັ້ງປະຕິບັດ ຢູ່ເມືອງແບງ ແລະ ເມືອງຮຸນ. ໃນນັ້ນ, ໄດ້ຮັບການລົງ ທຶນກໍ່ສ້າງຟື້ນຟູພື້ນຖານໂຄງລ່າງ ດ້ານຊົນລະປະທານຈໍານວນ4ໂຄງ ການ, ເມືອງລະ 2 ໂຄງການ, ສ້າງ ຕັ້ງກຸ່ມຜູ້ຊົມໃຊ້ນໍ້າ 14 ກຸ່ມ ແລະ ໄດ້ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ກຸ່ມດ້ານການບໍລິຫານກຸ່ມ, ການຄຸ້ມ ຄອງການເງິນ, ການຄຸ້ມຄອງນໍາໃຊ້ ລະບົບຊົນລະປະທານ, ການສົ່ງເສີມ ຜະລິດກະສິກໍາ, ການຕະຫລາດຜະ ລິດຕະພັນກະສິກໍາ, ການປູກຝັງ ຕາມສັນຍາຜູກພັນການຜະລິດ. ທ່ານ ບຸນມີ ສຸທິວົງ ກ່າວຕື່ມວ່າ: ມາຮອດປັດຈຸແຕ່ລະໜ້າວຽກຂອງ ໂຄງການໄດ້ຮັບການຈັດຕັ້ງປະຕິ ບັດສໍາເລັດ 100% ທັງໄດ້ມອບໂອນໃຫ້ກຸ່ມເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ບົວລະບັດຮັກສາ. ແນວໃດກໍດີ ເປົ້າໝາຍຂອງໂຄງການແມ່ນຟື້ນຟູ ພື້ນຖານໂຄງລ່າງດ້ານຊົນລະປະ ທານເພື່ອສາມາດຕອບສະໜອງນ້ຳ ໃຫ້ແກ່ການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າສ້າງລາຍ ຮັບເຂົ້າຄອບຄົວຂອງປະຊາຊົນ ໄດ້ ຢ່າງພຽງພໍທັງເຮັດໃຫ້ຊີວິດການ ເປັນຢູ່ຂອງເຂົາເຈົ້າດີຂຶ້ນກ້າວໄປສູ່ ການຫລຸດພົ້ນອອກຈາກຄວາມທຸກ ຍາກໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==