5836

zQ 'lk]u 9t9a fgmltdkovksko-q ogzj q k{ fn j ,-k grn j vlq j 'glu ,dkomj v'mj P; .-h zq ozt]y frkp.o.sh s]kpM zt]y f8tra og7n j v'xA ofy ogzq k g,n v'g8U sq ; 0v'9u o 4n doewx;k'ltcf'16 j oy ;1vd ]a f4t[ko c]t 76 j Ij ;,ra fmtok lts]v'zq oleg]a fdkolh k'7a 'xa opk]k; ]a f4t[kos;Pfok, ,v[rkstot .sh dt-;'xh v'da o7;k,lts'[q Iv'okpq d]a f4t,q o8u g7n j vows;gIa f;Pd16 j c0;'7e,j ;o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 21.03.2024 ປີທີ 23 ສະບັບທີ 5.896 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ -q ,g-u poE.9;a omu 21 ,u ok 1j k'l5 f.9 K -q ,g-u poE.9;a omu 21 ,u ok 1j k'l5 f.9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 * ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດ ເພື່ອ ປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນຈົບ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024). ໃນປະຫວັດສາດ, ຊາດລາວເຮົາເປັນ ຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນ ແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະບຸ ລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ, ມີແຕ່ປະເທດອື່ນເຂົ້າມາລົບ ກວນຮຸກຮານ ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກ ຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາ ປິຕຸພູມອັນແສນຮັກເອົາໄວ້. ເມື່ອຫວນຄືນປະຫວັດສາດກ່ອນນີ້, ຊາດລາວເຮົາ ໄດ້ເກີດເຫດ ການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດການທີ່ນັກຮົບ ປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານໄດ້ອຸທິດຕົນຕໍ່ສູ້ເອົາເປັນ ເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດການຄັ້ງນັ້ນຈົບລົງ ຂປລ. ອີງຕາມແຫລ່ງຂ່າວ ແຂວງຄຳມ່ວນ ໃຫ້ຮູ້ໃນວັນທີ 19 ມີນາ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວ ແລະ ເຮັດວຽກຢູ່ແຂວງຄຳ ມ່ວນ, ພ້ອມທັງໄດ້ໂອ້ລົມຕໍ່ພະນັກ ງານການນຳຫລັກແຫລ່ງຂອງ ແຂວງ ຢູ່ທີ່ເຮືອນຮັບແຂກ ເລກ 1 wvptdko{8es];f gru j ,mt;u dkoxtlko lq ,mq [ 8y f8k,d;fdk7h kp75 ,0a '{fa flh k' c9h 'dkodt-;'dko8j k'xtgmf Iv'xtmko lo- -5 dp6h dkodtdP, dv'xt-5 ,.spj 3 0A o 16j c0;'7e,j ;o dt-;'cI''ko c]t lts;a ffu dkola '7q , xk4tdt4k,6 og-N v;a ole7a o0v'-kf  ອ່ານຕໍ່ໜ້າ 8  ອ່ານຕໍ່ໜ້າ 4 ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ ຈັດປາຖະກະຖາຫວນຄືນວັນສຳ ຄັນຂອງຊາດ ຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ 69ປີ, ວັນຄຽດແຄ້ນຂອງປະຊາຊົນ ລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ 21 ມີນາ 1946 ແລະ ເຊື່ອມຊຶມຜັນ ຂະຫຍາຍທິດຊື້ນຳຂອງສະຫາຍ ເລຂາທິການໃຫຍ່ຕໍ່ກັບວຽກງານ ການເງິນທົ່ວປະເທດ ແລະ ຈັດຕັ້ງ ຜັນຂະຫຍາຍແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳ ລາວຈີນ ສະບັບໃໝ່ສົກປີ 2024-2028 ຂຶ້ນໃນວັນທີ 20 ມີນານີ້ ທີ່ກະຊວງ ຂປລ. ວັນທີ 18 ມີນາ 2024, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສຸນກາງແນວລາວ ສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ຢູ່ ແຂວງຄຳມ່ວນ. ພ້ອມທັງໄດ້ຮັບຟັງ ການລາຍງານການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານແນວລາວ ສ້າງຊາດແຂວງ ຈາກທ່ານ ພິດສະ ໄໝ ກອງຊາເດດ ຄະນະປະຈຳພັກ ແຂວງ, ປະທານແນວລາວ ສ້າງ ຊາດແຂວງຄຳມ່ວນ. ໃນໄລຍະທີ່ຜ່ານມາຄະນະ ກຳມະການແນວລາວສ້າງຊາດ ແຂວງໄດ້ຖືສຳຄັນວຽກງານສຶກສາ ອົບຮົມວຽກງານທາງດ້ານການ ເມືອງ-ແນວຄິດ, ເສີມຂະຫຍາຍນໍ້າ ໃຈຮັກຊາດ, ຮັກລະບອບໃໝ່, ສະຕິ ແຂວງຄໍາມ່ວນ. ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ ກໍໄດ້ລາຍງານສະ ພາບການພັດທະນາເສດຖະກິດ- ຊາດ ແລະ ຄວາມເປັນເຈົ້າຂອງປະ ເທດຊາດ ໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໄດ້ຮັບ ຮູ້ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໄດ້ສຳ ເລັດການປັບປຸງພາລະບົດບາດ ແລະ ການກຳນົດຕຳແໜ່ງງານ ຂອງແນວລາວສ້າງຊາດແຂວງ ດັ່ງກ່າວ. ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ໃບຄຳ ຂັດທິຍະ ເລຂາຄະນະພັກ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມມີບັນດາຄະນະພັກ, ຫົວ ໜ້າກົມຮອງກົມ ພ້ອມດ້ວຍພະນັກ ງານວິຊາການອ້ອມຂ້າງກະຊວງ ແຮງງານ ເຂົ້າຮ່ວມ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ ຍົກໃຫ້ເຫັນການກໍາເນີດ, ເຕີບໃຫຍ່ ເຂັ້ມແຂງ ແລະ ແນວທາງທີ່ສະ ຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ນໍາພາກອງທັບ ແລະ ປະຊາຊົນບັນດາເຜົ່າດໍາເນີນ ການຕໍ່ສູ້ຍາດເອົາເອກະລາດ, ອໍາ ຂປລ.ວັນທີ 14 ມີນາ 2024 ທີ່ນະຄອນຫລວງວຽງຈັນ, ຄະນະ ຜູ້ແທນລະດັບສູງຈາກສະຫະພາບ ເອີຣົບ,ຈາກກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວ ໄດ້ລົງຢ້ຽມຢາມ ໂຮງຮຽນປະຖົມ ທີ່ນະຄອນຫລວງ ວຽງຈັນ ເພື່ອຮ່ວມກັນສະເຫລີມສະ ຫລອງຜົນສຳເລັດຂອງຖານຂໍ້ມູນ ການຮຽນ-ການສອນ“ຄັງປັນຍາ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-26 ມີນາ 2024 ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາ ມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/03/2024 xtgmf]k; ຊົມເຊີຍນ້ຳໃຈ... ຮອງນາຍົກລັດຖະມົນຕີ... ກະຊວງ ຮສສ ປາຖະກະຖາ... ຮອງປະທານ ສນຊ ຊຸກຍູ້... ລັດຖະບານຫວຽດນາມ.... sq ;|h k 78r 8h voIa [7totz6 h cmo lt,k7q ,,y f8trk[ l gdq ks]u {]k; ດ້ວຍການປາບປາມອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນ ແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ. ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍ ພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະ ບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນ ການຕໍ່ສູ້ຍືດເຍື້ອຍາວນານຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງ ເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍ ຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນປະຕິວັດລາວ)ໄດ້ ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາຂະບວນ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ, ລະອິດລະອ້ຽວທໍລະຫົດອົດທົນ, ເຕັມໄປດ້ວຍ ຄວາມເສຍສະຫລະຕະຫລອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດອອກ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບໃໝ່, ລົບລ້າງລະບອບ ສັກດີນາຫລ້າຫລັງ ແລ້ວສ້າງລະບອບໃໝ່-ລະບອບປະຊາ ທິປະໄຕ ປະ ຊາຊົນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 . ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາໄດ້ມີມາແຕ່ສະຕະວັດ ທີ14, ແຕ່ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍອົງຄະ ແລະ ເສຍຊີ ວິດ, ໄລຍະທີ່ດຸເດືອດ ຂ້ຽວຂາດ ເປັນຕາຍກວ່າຫມູ່ແມ່ນໄລຍະສົງຄາມ ຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະແຫ່ງການ ນຳພາຕໍ່ສູ້ອັນລະອິດລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນ ລາວ ກໍຄືລັດຖະບານລາວອິດສະລະໃນເມື່ອກ່ອນ ຊຶ່ງປັດຈຸບັນເປັນພັກປະ ຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາ ກໍໄດ້ຖືສຳ ຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍ ອົງຄະ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີນາ 1946 ເປັນວັນ ນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດ ຊາດ. ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ກັບສັກດີນາ ແລະ ພວກ ລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມໄປດ້ວຍ ຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດໃຫ້ແກ່ຜືນແຜ່ນດິນ ອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ຜູ້ຮຸກຮານ. ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະລະ ຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສະລະ ເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າທຸກ ວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປົກປັກ ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດເຮົາ; ພ້ອມກັນອຸທິດຕົນເຂົ້າ ໃນ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ ເພື່ອ ນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລ ຕາມຈຸດໝາຍກ້າວສູ່ສັງຄົມ ນິຍົມ ໃຫ້ສຳເລັດຜົນເປັນກ້າວໆ. ນ້ຳໃຈ ວັນທີ 21 ມີນາ ໝັ້ນຍືນ ! ຂປລ. ໃນວັນທີ 20 ມີນາ 2024 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ໂອມິງຮວັນ(OhMyungHwan) ປະທານສະມາຄົມມິດຕະພາບ ສ ເກົາຫລີ-ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຍິນດີຕ້ອນຮັບອັນອົບ ອຸ່ນ ແລະ ຕີລາຄາສູງຕໍ່ການມາ ຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ ແທນສະມາຄົມມິດຕະພາບ ສ ເກົາ ຫລີ-ລາວ ເຊິ່ງເປັນການປະກອບ ສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງ ຊາດ ລາວ-ສ ເກົາຫລີ ໃຫ້ນັບມື້ໄດ້ ຮັບການພັດທະນາ ແລະ ກ້າວຂຶ້ນ ສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ພ້ອມ ນັ້ນ, ຍັງໄດ້ຊົມເຊີຍຕໍ່ການພົວພັນ ຮ່ວມມືທີ່ດີ ຕະຫລອດໄລຍະເກືອບ ສອງທົດສະວັດ ທີ່ສ້າງຕັ້ງສະມາ ຄົມມິດຕະພາບຮ່ວມກັນ ລະຫວ່າງ ລາວ-ສ ເກົາຫລີ ແລະ ສ ເກົາຫລີ - ລາວ ໃນການເຮັດບົດບາດການທູດ ປະຊາຊົນ ເພື່ອສະໜັບສະໜູນການ ພົວພັນດ້ານລັດຂອງສອງປະເທດ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ ໂດຍ ສະເພາະຊຸກຍູ້ການຮ່ວມມືໃນຂະ ແໜງເສດຖະກິດ, ການຄ້າ, ການລົງ ທຶນ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ - ສ ເກົາຫລີ. ພ້ອມ ນັ້ນ ຍັງໄດ້ປະກອບສ່ວນທຶນຮອນ ເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນການ ລະດົມທຶນ ມາພັດທະນາພື້ນຖານ ໂຄງລ່າງດ້ານການສຶກສາ, ສາທາ ລະນະສຸກ, ວັດທະນະທຳ-ສັງຄົມ ເປັນຕົ້ນແມ່ນສະໜັບສະໜູນກໍ່ສ້າງ ອາຄານໂຮງຮຽນ, ສະໜັບສະໜູນ ເຄື່ອງນຸ່ງຫົ່ມ, ເກີບ, ຢາປົວພະຍາດ, ເຄື່ອງອຸປະໂພກ ແລະ ບໍລິໂພກອື່ນໆ. ສະຫາຍ ໂອ ມິງ ຮວັນ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນຂອງສະ ຫາຍ ທອງສະຫວັນ ພົມວິຫານ ແລະ ໄດ້ລາຍງານການເຄື່ອນໄຫວ ຂອງ ສະມາຄົມມິດຕະພາບ ສ ເກົາຫລີ- ລາວ ໂດຍຫຍໍ້ໃຫ້ຊາບພ້ອມທັງໃຫ້ ຄຳໝັ້ນໝາຍທີ່ຈະສືບຕໍ່ພົວພັນ ຮ່ວມມືກັບສະມາຄົມມິດຕະພາບ ລາວ- ສ ເກົາຫລີ ໃນການປະຕິບັດ ພາລະບົດບາດຂອງຕົນເພື່ອປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມຂອງສອງປະເທດ ແລະ ປະຊາ ຊົນສອງຊາດ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນ ສ ເກົາ ຫລີ-ລາວ. ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມ ມິດຕະພາບ ສ ເກົາຫລີ-ລາວ ໄດ້ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າ ຮ່ວມພິທີມອບ-ຮັບອາຄານໂຮງ ຮຽນປະຖົມສົມບູນ ຢູ່ບ້ານກ້ານ, ເມືອງຊຳເໜືອ, ແຂວງຫົວພັນ ເຊິ່ງ ໂຮງຮຽນແຫ່ງນີ້ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫ້ອງນ້ຳຍິງ-ຊາຍ ລວມມູນຄ່າການກໍ່ສ້າງ 67.000 ໂດລາສະຫະລັດ, ເປັນໂຮງຮຽນມິດ ຕະພາບ ແຫ່ງທີ 3 ທີ່ໄດ້ຮັບການ ສ້າງຂຶ້ນ ໂດຍການຮ່ວມມືລະຫວ່າງ ສະມາຄົມມິດຕະພາບ ລາວ-ສ ເກົາ ຫລີແລະ ສ ເກົາຫລີ-ລາວ ໂດຍການ ສະໜັບສະໜູນທຶນຈາກສະມາຄົມ ມິດຕະພາບ ສ ເກົາຫລີ-ລາວ. ຈາກນັ້ນ, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມແຂວງໄຊສົມບູນ ແລະ ມອບເຄື່ອງຊ່ວຍເຫລືອຄອມພິວ ເຕີໂນດບຸກ ຈຳນວນ 8 ເຄື່ອງ, ຢາ ປົວພະຍາດ ແລະ ອຸປະກອນການ ສຶກສາຈຳນນວນໜຶ່ງ ລວມມູນຄ່າ 7.000 ໂດລາສະຫະລັດ. ພ້ອມດຽວກັນນັ້ນ, ຍັງໄດ້ໄປ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງ ປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ຈຳນວນໜຶ່ງ ຢູ່ນະຄອນ ຫລວງວຽງຈັນ, ແຂວງຫົວພັນ ແລະ ແຂວງໄຊສົມບູນ ອີກດ້ວຍ. ຂ່າວ-ພາບ:ຄຕພ ຂປລ. ລັດຖະບານຫວຽດນາມ ມອບພາຫະນະທີ່ຜະລິດຢູ່ສສຫວຽດ ນາມ ຍີ່ຫໍ້ Vinfast, ປະເພດລົດ SUV, ລຸ້ນ VF8 20 ຄັນ (ລົດໄຟ ຟ້າ) ແລະ ລົດຈັກມ້າຂາວ ຍີ່ຫໍ້: HONDA CB 500X ຈໍານວນ 30 ຄັນ ໃຫ້ກະຊວງ ປກສ ເພື່ອຮັບ ໃຊ້ປ້ອງກັນຄວາມສະຫງົບທີ່ກອງ ປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນ ປີ 2024. ພິທີມອບ-ຮັບພາຫະນະດັ່ງ ກ່າວໄດ້ຈັດຂຶ້ນໃນວັນທີ 18 ມີນາ 2024ຜ່ານມາ ຢູ່ກະຊວງປ້ອງ ກັນຄວາມສະຫງົບ ໂດຍການເຂົ້າ ຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ຄະນະຜູ້ແທນຂັ້ນ ສູງຂອງກະຊວງປ້ອງກັນຄວາມ ສະຫງົບ ສສ ຫວຽດນາມ ນຳໂດຍ ທ່ານ ພົນໂທ ເລືອງ ຕາມ ກວາງ ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຮອງລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນ ບຳ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມປະຈຳສປປລາວພ້ອມຄະນະ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ກ່າວວ່າ: ພາຫະນະ ດັ່ງກ່າວ ແມ່ນການຊ່ວຍເຫລືອສຸດ ທີ່ມີຄວາມໝາຍສໍາຄັນເປັນການ ປະກອບສ່ວນອັນໃຫຍ່ຫລວງ ທີ່ສະ ແດງໃຫ້ເຫັນເຖິງມູນເຊື້ອການພົວ ພັນຮ່ວມມືແບບພິເສດ ແລະ ຮອບ ດ້ານຂອງສອງພັກ, ສອງລັດຖະ ບານ ກໍຄື ປະຊາຊົນສອງຊາດລາວຫວຽດນາມ ໂດຍສະເພາະສອງກຳ ລັງປ້ອງກັນຄວາມສະຫງົບທີ່ມີມູນ ເຊື້ອຮັກແພງສາມັກຄີ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈບໍລິສຸດ ຜຸດຜ່ອງມາແຕ່ດົນນານ. ພ້ອມນັ້ນ, ຍັງໄດ້ຢັ້ງຢືນເຖິງການປະກອບ ສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມ ສາຍພົວພັນຮ່ວມມື ລະຫວ່າງ ສອງ ຊາດ ໃນຂົງເຂດວຽກງານປ້ອງກັນ ຄວາມສະຫງົບ, ທັງເປັນການຊ່ວຍ ເຫລືອຖືກຕ້ອງກັບຄວາມຈຳເປັນ, ຄວາມຕ້ອງການທາງດ້ານວິຊາສະ ເພາະປ້ອງກັນຄວາມສະຫງົບລາວ ແລະ ສືບຕໍ່ຊ່ວຍເຫລືອດ້ານພາຫະ ນະວິຊາສະເພາະ ຕາມແຜນຮ່ວມ ມືປະຈຳປີຂອງສອງກະຊວງ ເຊິ່ງ ກະຊວງປ້ອງກັນຄວາມສະຫງົບ ລາວ ຈະນໍາໃຊ້ພາຫະນະທີ່ໄດ້ຮັບ ການຊ່ວຍເຫລືອເຂົ້າໃນການເຄື່ອນ ໄຫວວຽກງານວິຊາສະເພາະໃຫ້ ເກີດປະໂຫຍດສູງສຸດ ແລະ ຈະປົກ ປັກຮັກສາໃຫ້ສາມາດນໍາໃຊ້ໄດ້ ຍາວນານ. ຂ່າວ-ພາບ: ສຳນັກຂ່າວສານຫວຽດ ນາມປະຈໍາລາວ ສັງຄົມຂອງແຂວງ ໃຫ້ຊາບ ໂດຍ ອີງໃສ່ 3 ທ່າແຮງຕົ້ນຕໍຄື:ທ່າແຮງ ທາງດ້ານກະສິກຳ, ດ້ານອຸດສາຫະ ກຳພະລັງງານ-ບໍ່ແຮ່, ດ້ານການບໍລິ ການທາງຜ່ານ ແລະ ການທ່ອງ ທ່ຽວ, ໃນປີ 2023 ຜ່ານມາເສດຖະ ກິດຂອງແຂວງ ແມ່ນມີການຂະ ຫຍາຍຕົວຢູ່ໃນລະດັບ 5,88%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 16.593 ຕື້ກີບ ເທົ່າກັບ 111,43%, ທຽບໃສ່ປີຜ່ານມາເພີ່ມ ຂຶ້ນ18,39%, ລາຍຮັບສະເລ່ຍຕໍ່ຫົວ ຄົນ ເທົ່າກັບ 36,5 ລ້ານກີບຫລື ເທົ່າ ກັບ 1.979 ໂດລາສະຫະລັດ; ວຽກ ງານພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກແມ່ນໄດ້ສຸມ ທຶນຮອນ, ງົບປະມານເຂົ້າໃນການ ປັບປຸງພື້ນຖານໂຄງລ່າງ ແລະ ຍົກ ລະດັບການບໍລິການເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ໃນປັດຈຸບັນທົ່ວແຂວງມີບ້ານພົ້ນ ທຸກ441ບ້ານກວມ77,37%,ບ້ານ ທຸກຍາກມີ 129 ບ້ານ ກວມເອົາ 22,63%, ບ້ານພັດທະນາ 222 ບ້ານກວມ 38,95%, ຄອບຄົວ ພົ້ນທຸກ 65.880 ຄອບຄົວ ເທົ່າກັບ 79,19%, ຄອບຄົວທຸກຍາກມີ 17.312ຄອບຄົວເທົ່າກັບ20,81%, ຄອບຄົວພັດທະນາ 54.909 ຄອບຄົວ ເທົ່າກັບ 66,00%. ສຳລັບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ໃນໄລຍະ 3 ເດືອນ ຕົ້ນປີ 2024 ສາມາດຈັດ ເກັບລາຍຮັບງົບປະມານໄດ້ທັງໝົດ 681,04 ຕື້ກີບ ເທົ່າກັບ 28,17% (ແຜນການປີ 2.417 ຕື້ກີບ) ໃນ ນີ້ລາຍຮັບສູນກາງປະຕິບັດໄດ້ 188,72 ຕື້ກີບ ເທົ່າກັບ 18,06% (ແຜນການປີ 1.045 ຕື້ກີບ),ລາຍ ຮັບທ້ອງຖິ່ນປະຕິບັດໄດ້ 492,32 ຕື້ກີບ ເທົ່າກັບ 35,87% (ແຜນ ການປີ 1.372 ຕື້ກີບ), ດ້ານລາຍ ຈ່າຍປະຕິບັດໄດ້ 135,53 ຕື້ກີບ ເທົ່າກັບ 21,51% (ແຜນການປີ 547 ຕື້ກີບ). ໂອກາດນີ້ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ທິດຊີ້ນຳຕໍ່ການນຳ ແຂວງຄຳມ່ວນ ສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມທາງດ້ານການເມືອງແນວຄິດ, ປຸກລະດົມຈິດໃຈສະມາ ຊິກພັກ-ພະນັກງານ ໃຫ້ມີຄວາມໜັກ ແໜ້ນ ໂດຍສະເພາະໃນສະພາບທີ່ ປະເທດເຮົາ ກຳລັງຜະເຊີນກັບບັນ ຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນໃນປັດຈຸບັນ, ເອົາ ໃຈໃສ່ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ, ເອົາໃຈໃສ່ລົງໃກ້ຊິດ ຕິດແທດກັບທ້ອງຖິ່ນຮາກຖານໃຫ້ ຫລາຍຂຶ້ນ. ຕໍ່ກັບການພັດທະນາຍຸດ ທະສາດຕາມ 3 ທ່າແຮງຂອງ ແຂວງທີ່ໄດ້ກຳນົດແມ່ນໃຫ້ມີຄວາມ ດຸ່ນດ່ຽງລະຫວ່າງ ຂະແໜງການ ອຸດສາຫະກຳພະລັງງານ-ບໍ່ແຮ່ກັບ ຂະແໜງການບໍລິການ ແລະ ທ່ອງ ທ່ຽວ ເພື່ອໃຫ້ມີຄວາມຍືນຍົງ. ນອກ ນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນກ່ຽວກັບສະພາບ ຂອງພາກພື້ນ ແລະ ສາກົນ ທີ່ເປັນ ບັນຫາກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາໃນ ປັດຈຸບັນ. ຈາກນັ້ນ, ຄະນະທ່ານຮອງນາ ຍົກລັດຖະມົນຕີ ໄດ້ເດີນທາງໄປ ຢ້ຽມຢາມບໍລິສັດຊີໂນ-ອາກຣີ ໂປ ຕາສ ທີ່ບ້ານດົງໃຕ້ ເມືອງທ່າແຂກ ຊຶ່ງໃຫ້ການຕ້ອນຮັບໂດຍທ່ານໂຖງ ຢົງເຫີງ ຜູ້ອຳນວຍການບໍລິສັດຊີ ໂນ-ອາກຣີໂປຕາສຈຳກັດພ້ອມທັງ ລາຍງານກ່ຽວກັບການດຳເນີນກິດ ຈະການຂອງບໍລິສັດ. ຂ່າວ-ພາບ: ກອງຄໍາ ແລະ ຢູ່ໃນຂັ້ນເມືອງ, ສຳເລັດກອງ ປະຊຸມສາມັນຄົບຄະນະກາງສະໄໝ ຂອງໜ່ວຍພັກແນວລາວ ສ້າງຊາດ ແຂວງ, ປັບປຸງແບບແຜນການນຳ ພາ, ວິທີເຮັດວຽກຂອງຄະນະກຳ ມະການແນວລາວສ້າງຊາດທຸກຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ. ສຳລັບການກະກຽມໃຫ້ແກ່ ກອງປະຊຸມໃຫຍ່ 3 ຂັ້ນ ໄດ້ເຜີຍແຜ່ ເຊື່ອມຊຶມບັນດາເອກະສານທີ່ສຳ ຄັນ ເປັນຕົ້ນ: ຄຳແນະນຳຂອງຄະ ນະປະຈຳພັກແຂວງກ່ຽວກັບການ ກະກຽມຈັດຕັ້ງດຳເນີນກອງປະຊຸມ ໃຫຍ່ ຂອງອົງຄະນະພັກເມືອງ, ຄະ ນະພັກກອງບັນຊາການປກຊ-ປກສ ແຂວງ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານໃນທົ່ວແຂວງ ຄຳມ່ວນ, ເອກະສານກ່ຽວກັບບົດ ສະຫລຸບການຈັດຕັ້ງປະຕິບັດກອງ ປະຊຸມຄົບຄະນະກາງສະໄໝຂອງ ອົງຄະນະພັກແຂວງແລະແຈ້ງການ ຂອງຄະນະປະຈຳສູນກາງແນວ ລາວສ້າງຊາດ ກ່ຽວກັບການກະ ກຽມແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ໄລຍະ 5 ປີ (2024-2029). ສ່ວນຄາດໝາຍສູ້ຊົນໃນຕໍ່ໜ້າ ແນວລາວສ້າງຊາດແຂວງຈະສຸມ ໃສ່ເຄື່ອນໄຫວຊຸກຍູ້ ເມືອງໄຊບົວ ທອງ ໃຫ້ໄດ້ປະກາດຮັບຮອງເປັນ ເມືອງຈັດຕັ້ງປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີ ປອງດອງ, ສືບຕໍ່ຂຽນປະຫວັດສາດ ແນວລາວສ້າງຊາດແຂວງ, ເອົາໃຈ ໃສ່ເຕົ້າໂຮມຄວາມສາມັກຄີບັນດາ ສາສະໜາ, ຊຸກຍູ້ແຕ່ລະສາສະໜາ ໄດ້ເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ, ສືບຕໍ່ຮ່ວມຂະບວນ ການໂຄສະນາປຸກລະດົມວຽກ ງານສາທາລະນະສຸກ, ວຽກງານ ກະສິກຳ-ປ່າໄມ້ ແລະ ວຽກງານຊັບ ພະຍາກອນທຳມະຊາດ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແນວລາວສ້າງ ຊາດ ແລະ ປຸກລະດົມໃຫ້ປະຊາຊົນ ບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ແລະ ເຂົ້າຮ່ວມຂະບວນການດັ່ງກ່າວ ຢ່າງກວ້າງຂວາງ ແລະ ແຂງແຮງ. ໂອກາດນີ້,ທ່ານນາງອິນລາວັນ ແກ້ວບຸນພັນ ໄດ້ຊີ້ນຳໃຫ້ເຫັນ ຄວາມສໍາຄັນໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຕົນ ໃຫ້ສໍາເລັດຕາມລະດັບ ຄາດໝາຍ, ທັງນີ້ເພື່ອຕີລາຄາການ ນໍາພາ-ຊີ້ນໍາຂອງຄະນະນໍາໃນການ ຈັດຕັ້ງປະຕິບັດວຽກງານຮອບດ້ານ 5 ປີຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ ຄະນະກຳມະການແນວລາວສ້າງ ຊາດແຕ່ລະຂັ້ນ ຈົ່ງເອົາໃຈໃສ່ວຽກ ງານດ້ານບຸກຄະລາກອນ ຖືສໍາຄັນ ໃນການສ້າງພະນັກງານກັບທີ່ຜູ້ມີ ປະສົບການ ໂດຍຫັນເປັນໜຸ່ມໃຫ້ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ເອົາໃຈໃສ່ວຽກງານໂຄສະນາ-ຂະ ບວນການໃຫ້ຟົດຟື້ນເຫັນໄດ້ມູນ ເຊື້ອຂອງແນວລາວສ້າງຊາດ, ຜົນ ງານການເຄື່ອນໄຫວທີ່ພົ້ນເດັ່ນ, ວຽກດີຄົນເດັ່ນ ແລະ ທາງດ້ານເນື້ອ ໃນໃຫ້ມີຈຸດສຸມ, ເອົາໃຈໃສ່ຈັດຕັ້ງ ປະຕິບັດ4ຮ່ວມ4 ເສີມສ້າງແລະ 9 ຂໍ້ແຂ່ງຂັນຕິດພັນກັບຂະບວນການ ຮັກຊາດ ແລະ ພັດທະນາ ຂອງແນວ ລາວສ້າງຊາດ. ຂ່າວ-ພາບ: ກອງຄໍາ ນາດອະທິປະໄຕ ແລະ ຄວາມມີອິດ ສະຫລະພາບມາສູ່ປະຊາຊົນລາວ ບັນດາເຜົ່າ ຊຶ່ງພັກປະຊາຊົນປະຕິ ວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ໃນວັນ ທີ 22 ມີນາ 1955 ເພື່ອເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນ ກໍາມະກອນ ແລະ ຊາວຜູ້ອອກແຮງ ງານລາວ. ພາຍຫລັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງ ຂຶ້ນກໍໄດ້ກໍານົດອຸດົມການຂອງຕົນ ໄດ້ຢ່າງຈະແຈ້ງຄື: ນໍາພາປວງຊົນ ລາວດຳເນີນການຕໍ່ສູ້ຕ້ານພວກຈັກ ກະພັດລ່າເມືອງຂຶ້ນ ເພື່ອນຳເອົາ ຄວາມເປັນເອກະລາດ ມາໃຫ້ປະ ເທດຊາດ ແລະ ສ້າງສາພັດທະນາ ປະເທດຊາດ ສູ່ຈຸດໝາຍສັງຄົມນິ ຍົມ. ປັດຈຸບັນພັກເຮົາໄດ້ເສີມຂະ ຫຍາຍອຸດົມການ ໃຫ້ມີຄວາມສອດ ຄ່ອງຕື່ມອີກຄື: ນໍາພາປວງຊົນລາວ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.ທັງນີ້ກໍເພື່ອແນໃສ່ເຮັດ ໃຫ້ຄະນະພັກ-ພະນັກງານພາຍໃນ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມແຕ່ລະສະຫາຍໄດ້ຮັບ ຮູ້ເຂົ້າໃຈແຈ້ງຕໍ່ທາດແທ້ມູນເຊື້ອັນ ດີງາມແລະວິລະກໍາອັນລໍ້າເລີດຂອງ ພັກ ກໍຄືນໍ້າໃຈຕໍ່ສູ້ບໍ່ຍອມຈໍານົນຂອງ ນັກຮົບປະຕິວັດ ເພື່ອເປັນແບບຢ່າງ ທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ ຍົກໃຫ້ເຫັນຖິງຄວາມໝາຍ, ຄວາມ ສໍາຄັນຂອງວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດ ຊາດ ຊຶ່ງພັກ-ລັດຖະບານໄດ້ກໍານົດ ເອົາວັນທີ່ປະທານ ສຸພານຸວົງ ຖືກ ບາດເຈັບໃນບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ໃນວັນທີ 21 ມີນາ 1946ແລະໃຫ້ມີການຈັດຕັ້ງລະນຶກ ວັນດັ່ງກ່າວ ນັບແຕ່ປີ 2014 ເປັນ ຕົ້ນມາ. ບັ້ນຮົບປ້ອງກັນຕົວເມືອງ ທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ ສໍາຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງ ແຕ່ເປັນ “ ວັນຄຽດແຄ້ນ ” ຂອງປະ ຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ ຮຸກຮານເທົ່ານັ້ນ, ແຕ່ມັນຍັງສະ ແດງເຖິງຄວາມສາມັກຄີຕໍ່ສູ້ດ້ວຍ ເລືອດເນື້ອ, ເປັນຕາຍນໍາກັນລະ ຫວ່າງ ປະຊາຊົນ 2 ຊາດລາວຫວຽດນາມອ້າຍນ້ອງທີ່ເປັນແວ່ນ ແຍງອັນເຫລື້ອມໃສຂອງນ້ໍາໃຈສູ້ ຮົບຢ່າງພິລະອາດຫານບໍ່ຍອມຈໍາ ນົນ ຂອງກອງທັບ ແລະ ປະຊາຊົນ ເມືອງທ່າແຂກ ກໍຄືການບັນຊາ ທີ່ເດັດດ່ຽວໜຽວແໜ້ນ ຂອງຄະ ນະບັນຊາການກໍາລັງປະກອບອາ ວຸດພວກເຮົາ ນໍາໂດຍປະທານສຸພາ ນຸວົງ ເປັນຜູ້ບັນຊາການທີ່ກ້າແກ່ນ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້, ຄວາມປ່າເຖື່ອນ, ໂຫດຮ້າຍສາ ມານບໍ່ມີມະນຸດສະທໍາຂອງພວກລ່າ ເມືອງຂຶ້ນ ທີ່ມີຕໍ່ປະຊາຊົນລາວໂດຍ ສະເພາະແມ່ນຕໍ່ປະຊາຊົນຊາວ ເມືອງທ່າແຂກ ຊຶ່ງໄດ້ກາຍເປັນກະ ແສຟອງໃຫ້ແກ່ຂະບວນການປະຕິ ວັດຊາດ ປະຊາທິປະໄຕ ຂອງພວກ ເຮົາກ້າວໄປສູ່ການປົດປ່ອຍຊາດ ຢ່າງສົມບູນ. ພ້ອມນີ້, ທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະພັກ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ເຜີຍແຜ່ ເຊື່ອມຊຶມຜັນຂະຫຍາຍທິດຊື້ນຳ ຂອງສະຫາຍເລຂາທິການໃຫຍ່ຕໍ່ ກັບວຽກງານການເງິນທົ່ວປະເທດ ແລະທ່ານລີປາວຢ່າງ ກຳມະການ ຄະນະພັກ ຮອງລັດຖະມົນຕີກະ ຊວງແຮງງານແລະສະຫວັດດີການ ສັງຄົມ ກໍໄດ້ເຜີຍແຜ່ກ່ຽວກັບການ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາ ກຳ ລາວ-ຈີນ ສະບັບໃໝ່ ສົກປີ 2024-2028. ຂ່າວສານ ຮສສ

xtgmf]k; 3 21/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ຕໍ່ຈາກສະບັບກ່ອນ *** ຮິບໂຮມໂດຍ: ພະກາ ບົດສະເໜີ ຮຽບຮຽງໂດຍ: ພິດສະໄໝ ]tob dgsfdko [A oIq [g,n v'mj kc0d ;a omu 21 ,u ok 7q [Iv[ 78 xu ໂດຍ: ຄ້ອງໃໝ່ .-h zq ozt]y frkp.o.sh s]kpM ພາຍຫລັງພວກລ່າເມືອງຂຶ້ນ ຝລັ່ງ ແລະ ລູກແຫລ່ງຕີນມືຂອງ ພວກມັນຢຶດຄອງຕົວເມືອງທ່າແຂກ ໄດ້ແລ້ວພວກເຂົາໄດ້ສ້າງໂທດກຳ ອັນໂຫດຮ້າຍ ແລະ ບໍ່ມີມື້ຈະຫລົງ ລືມໄດ້ໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ ດ້ວຍການເຂັ່ນຂ້າປະຊາຊົນ ລາວ ແລະ ຊາວຫວຽດນາມຕ່າງ ດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດ ຫ້ຽມ, ຂ້າແມ່ມານດ້ວຍການເອົາ ກະບີ່ແທງທ້ອງ, ຈັບເອົາເດັກນ້ອຍ ຍັດໃສ່ກະເປົາປ່ານມັດປາກແລ້ວ ຖີ້ມລົງນໍ້າຂອງ ແລະ ໃສ່ຄົກມອງ ຕຳຈົນເສຍຊີວິດ, ເອົາປືນຍິງກວາດ ໃສ່ຜູ້ຄົນແລ້ວໂຍນລົງນໍ້າຂອງ ເຮັດ ໃຫ້ແມ່ນໍ້າຂອງຍາມນັ້ນກາຍເປັນສີ ແດງດ້ວຍເລືຶອດ ແລະ ຊາກສົບ, ປະ ຊາຊົນຜູ້ບໍລິສຸດ, ລວມທັງແມ່ຍິງ ແລະ ເດັກນ້ອຍ ຫລາຍກວ່າ 3.000 ຄົນຖືກຂ້າຕາຍ, ຂະນະທີ່ເຮືອນຊານ ບ້ານຊ່ອງ ແລະ ພື້ນຖານໂຄງລ່າງ ຖືກທໍາລາຍເປັນຈໍານວນຫລວງ ຫລາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່ ແລະ ລູກຖືກພັດພາກຈາກກັນ, ລູກກາຍເປັນກໍາພ້າ-ກຳພອຍ ຢ່າງ ໜ້າເວດທະນາທີ່ສຸດ. (ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບ 78 ປີ 21/3/1946-21/3/2024) ຍ້ອນການກະທໍາທີ່ໄຮ້ມະນຸດສະ ທໍາ ແລະ ໂຫດຮ້າຍປ່າເຖື່ອນທີ່ພວກ ລ່າເມືອງຂຶ້ນຝລັ່ງກໍ່ຂຶ້ນ, ວັນທີ 21 ມີນາປີ 1946 ຈິ່ງໄດ້ກາຍເປັນວັນ ຄຽດແຄ້ນ ຂອງປະຊາຊົນລາວຕໍ່ ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານ, ຫລັງຈາກນັ້ນຈິ່ງປ່ຽນມາເປັນວັນຜູ້ ເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຈົນເຖິງປັດຈຸບັນ ນີ້. ບັ້ນຮົບປ້ອງກັນຕົວເມືອງທ່າ ແຂກ ບໍ່ພຽງແຕ່ເປັນວັນຄຽດແຄ້ນ ຂອງປະຊາຊົນລາວບັນດາເຜົ່າຕໍ່ ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານ ເທົ່ານັ້ນ ແຕ່ຍັງເປັນວັນແຫ່ງຄວາມ ສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ແລະ ເປັນຕາຍຮ່ວມກັນ ລະຫວ່າງ ສອງ ຊາດລາວ-ຫວຽດນາມອ້າຍນ້ອງທີ່ ເປັນແວ່ນແຍງອັນເຫລື້ອມໃສຂອງ ນໍ້າໃຈສູ້ຮົບຢ່າງພິລະອາດຫານບໍ່ ຍອມຈໍານົນຂອງກອງທັບ ແລະ ປະ ຊາຊົນຊາວເມືອງທ່າແຂກກໍຄືການ ບັນຊາທີ່ເດັດດ່ຽວໜຽວແໜ້ນຂອງ ຄະນະກອງບັນຊາການກໍາລັງປະ ກອບອາວຸດຂອງພວກເຮົາ, ພ້ອມນີ້ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພາ ນຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນ ນັກຮຽນຮູ້ແລະນັກວິສະວະກອນທີ່ ໂດດເດັ່ນເທົ່ານັ້ນ, ເພີ່ນຍັງເປັນນັກ ຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາ ການທະຫານທີ່ມີຄວາມຊໍານິຊໍານານ ໃນການວາງແຜນສູ້ຮົບ, ຈັດຕັ້ງສູ້ ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫລະຊີ ວິດເພື່ອປະເທດຊາດ ຢ່າງອົງອາດ ກ້າຫານ, ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມໃຫ້ ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ. ນອກຈາກນີ້ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ໄດ້ກາຍເປັນສະແສ ຟອງໃຫ້ແກ່ການປະຕິວັດຊາດ ປະ ຊາທິປະໄຕຂອງຊາດລາວເຮົາກ້າວ ໄປສູ້ການປົດປ່ອຍປະເທດຊາດ ໄດ້ ຢ່າງສົມບູນ ແລະ ສະຖາປະນາເປັນ ສປປລາວໃນວັນ2ທັນວາປີ1975. ວິລະກໍາອັນໂຫດຮ້າຍປ່າເຖື່ອນທີ່ ພວກລ່າເມືອງຂຶ້ນຝລັ່ງ ໄດ້ສ້າງໄວ້ ຢູ່ເມືອງທ່າແຂກ ເຖິງວ່າຜ່ານມາ ຫລາຍທົດສະວັດແລ້ວກໍຕາມແຕ່ ປະຊາຊົນລາວບັນດາເຜົ່າ, ເວົ້າ ລວມ, ເວົ້າສະເພາະແມ່ນປະຊາຊົນ ຊາວ ເມືອງທ່າແຂກ, ແຂວງຄໍາ ມ່ວນ ຍັງຈົດຈໍາໄດ້ເປັນຢ່າງດີ ແລະ ບໍ່ມີວັນທີ່ຈະຫລົງລືມໄດ້. ພາບປະກອບ ,kI6h 9a d7e lq omy .orklk]k; (2) ພາບປະກອບ ກໍລະນີນີ້, ສໍາລັບຕົວ ອ ບໍ່ອອກສຽງ ຈຶ່ງຈັດເປັນພະຍັນຊະນະທີ່ອາໄສ ສະຫລະ, ດັ່ງນັ້ນ ຈຶ່ງຈັດວ່າເປັນ ການຕໍ່ສະຫລະ. ໝວດຄໍາທີ່ໃຊ້ສະຫລະໜ້າແມ່ນ xິ ຫລື xີ . ຖ້າສະຫລະຫລັງແມ່ນxິ ຫລື xີ ໃຫ້ໂຮມເຂົ້າກັນເປັນ xິ ຫລືxີ ຕົວໃດຕົວໜຶ່ງ ກໍ່ໄດ້, ຕົວຢ່າງ: ທໍລະ ນີ+ ອິນທະ ເປັນ ທໍລະນິນທະ ໝາຍ ເຖິງຜູ້ຍິ່ງໃຫຍ່ໃນແຜ່ນດິນ, ເຈົ້າ ແຜ່ນ ດິນ/ກະສັດ; ມຸນິ+ ອິນທະ ເປັນ ມຸນິນທະ ໝາຍເຖິງຈອມນັກປາດ, ໝາຍເຖິງພະພຸດທະເຈົ້າ; ໂກສີ+ ອິນທະ ເປັນ ໂກສິນທະ ໝາຍເຖິງ ເທບພະເຈົ້າແຫ່ງສາສະໜາພາມ. ໃນກໍລະນີຖ້າສະຫລະຫລັງແມ່ນ ສະຫລະອື່ນນອກຈາກ xິ ຫລື xີ ໃຫ້ແປງ xິ ຫລື xີ ເປັນຕົວ ຍ ກ່ອນ ແລ້ວຈຶ່ງໂຮມເຂົ້າກັນ, ຕົວຢ່າງ: ອັກ ຄີ ແປງເປັນ ອັກຄະຍະ + ອາຄາຣະ ເປັນອັກຄະຍາຄານໝາຍເຖິງເຮືອນ ໄຟ;ສາມັກຄີແປງເປັນສາມັກຄະຍະ + ອາຈາຣ ເປັນສະມັກຄະຍາ ຈານ ໝາຍເຖິງຄວາມພ້ອມພຽງຂອງ ອາຈານ; ມະຕິແປງເປັນມະຕະຍະ+ ອະທິປາຍະ ເປັນ ມັດຕະຍາທິບາຍ ໝາຍເຖິງການຊີ້ແຈງ ຫລື ການອະ ທິບາຍຕາມການຕົກລົງກັນ, ຕາມ ຄວາມເຫັນ; ກິດຕິ ແປງເປັນ ກິດຕະ ຍະ+ ອາກະຣະ ເປັນ ກິດຕິຍາກອນ ໝາຍເຖິງບໍ່ເກີດແຫ່ງ ຊື່ສຽງ; ມາລີ ແປງເປັນ ມະລະຍະ+ ອາພະ ຣະນະ ເປັນ ມາລະຍາພອນ ໝາຍເຖິງ ເຄື່ອງປະດັບດ້ວຍດອກໄມ້... ໃນຫລັກສົນທິສະຫລະ, ນອກ ຈາກທີ່ໄດ້ສະເໜີມາແລ້ວຍັງມີຫລັກ ໝວດຄໍາ ທີ່ສະຫລະໜ້າແມ່ນ xຸ ຫລືxູ ລະບຸໄວ້ຄື: ຖ້າສະຫລະແມ່ນ xຸ ຫລື xູສົນທິກັບ xຸ ຫລື xູ ໃຫ້ໂຮມ ເຂົ້າກັນເປັນ xຸ ຫລື xູ. ຕົວຢ່າງ: ຄະຣຸ+ ອຸປະເທສະ =ຄະລູປະເທດ ໝາຍເຖິງຄໍາແນະນໍາ ສັ່ງສອນຂອງ ຄູ; ຄະຣຸ+ອຸປະກອນ= ຄຣູປະກອນ ໃຊ້ເປັນ ຄະລູປະກອນ ໝາຍເຖິງ ເຄື່ອງມືຂອງຜູ້ສອນ, ສື່ການສອນ ຂອງຄູ; ຄະຣຸ+ ອຸປະຖໍາ ເປັນ ຄະລູ ປະຖໍາ ໝາຍເຖິງຄວາມດູແລເບິ່ງ ແຍງຂອງຄູ...ຖ້າສະຫລະຫລັງ ແມ່ນສະຫລະອື່ນ ນອກຈາກ xຸ ຫລື xູ ໃຫ້ແປງxຸຫລື xູ ເປັນຕົວວກ່ອນ ແລ້ວຈຶ່ງໂຮມເຂົ້າກັນ, ຕົວຢ່າງ: ສິນທຸແປງເປັນ ສິນທະວະ+ ອາຈາ ຣະຍະ ເປັນ ສິນທະວາຈານ ໝາຍ ເຖິງ ຜູ້ຝຶກມ້າ; ຈັກຂຸແປງເປັນຈັກ ຂະວະ+ ອາຍາຕະນະ ເປັນ ຈັກຂະ ວາ ຍະຕະນະ ໝາຍເຖິງຄວາມຮັບ ຮູ້ທາງຕາ... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ບັນຫາທີ່ມັກຖືກຕັ້ງຂຶ້ນອັນໜຶ່ງ ແມ່ນການນໍາໃຊ້ຜົນຜະລິດພາຍໃນ ກໍ່ຄືບັນດາຜະລິດຕະພັນທີ່ຜະລິດໄດ້ ເອງຢູ່ພາຍໃນປະເທດຂອງພວກເຮົາ ເພື່ອຊຸກຍູ້ສົ່ງເສີມຂະບວນການຜະ ລິດເປັນສິນຄ້າຢູ່ພາຍໃນປະເທດ ໃຫ້ຟົດຟື້ນ ແຂງແຮງໄປເລື້ອຍ, ອັນ ຈະເປັນການປະກອບສ່ວນສໍາຄັນ ສ້າງທ່າແຮງພື້ນຖານໜັກແໜ້ນເຮັດ ໃຫ້ເສດຖະກິດນັບມື້ເຂັ້ມແຂງ, ເອກະ ລາດ ແລະ ມີຄວາມເປັນເຈົ້າຕົນເອງ. ຄວາມເປັນເອກະລາດ ແລະ ເຈົ້າຕົນເອງນັ້ນແມ່ນສໍາຄັນທີ່ສຸດ. ເວົ້າເຖິງການປຸກລະດົມໂຄສະນາ ຊຸກຍູ້ໃຫ້ທົ່ວສັງຄົມຊົມໃຊ້ຜະລິດ ຕະພັນສິນຄ້າທີ່ພວກເຮົາຜະລິດ ໄດ້ເອງຢູ່ພາຍໃນປະເທດ ແມ່ນໄດ້ ເຮັດຢ່າງແຂງແຮງ ແລະ ຫລາຍຮູບ ຫລາຍສີ ຫລາຍວິທີພໍສົມຄວນ ຕະຫລອດໄລຍະຜ່ານມາ. ດ້ານນະ ໂຍບາຍໃຫຍ່ນັ້ນຍິ່ງມີມາແຕ່ໃດ ແລະ ໄດ້ມີການຈັດຕັ້ງຜັນຂະຫຍາຍ ຢ່າງເອົາການເອົາງານສົມຄວນ ກ່ຽວກັບການສົ່ງເສີມຜະລິດພາຍ ໃນໃຫ້ເປັນສິນຄ້າ ແລະ ຊຸກຍູ້ໃຫ້ມີ ການຊົມໃຊ້ໃຫ້ຫລາຍ ເພື່ອຂະຫຍາຍ ສູ່ການສົ່ງອອກ ເປັນແຕ່ລະໄລຍະ ຕະຫລອດມາ. ເຖິງຢ່າງໃດກໍ່ດີ, ຄຽງຄູ່ກັບໝາກ * ນໍາສະເໜີບົດຜ່ານມາ, ບົດນີ້ ນໍາເອົາຫລັກການກ່ຽວກັບການປະ ສົມຄໍາຕາມຫລັກພາສາປາລີ-ສັນ ສະກິດ ເອີ້ນວ່າ ການສົນທິຄໍາຈົນໄດ້ ຄໍາສົນທິ ທີ່ມາປົນເປ ກາຍເປັນພາ ສາລາວມາແຕ່ດົນນານແລ້ວ. ຫລໍາຄືນວ່າ, ຫລັກການສົນທິ ແມ່ນການນໍາເອົາຄໍາເຄົ້າພາສາປາ ລີ ແລະ ສັນສະກິດ ຕັ້ງແຕ່ສອງຄໍາ ຂຶ້ນໄປມາເຊື່ອມຕໍ່ເຂົ້າກັນໃຫ້ເປັນ ຄໍາດຽວ ໂດຍມີການປ່ຽນແປງສະ ຫລະ ຫລື ພະຍັນຊະນະ ເຮັດໃຫ້ພະ ຍາງຫລັງຂອງຄໍາໜ້າກົມກືນກັບ ສຽງພະຍາງໜ້າຂອງຄໍາຫລັງ . ບົດນີ້ ສະເໜີ ກໍລະນີ ຖ້າສະຫລະ ຫລັງແມ່ນສະຫລະ ເx,ໄx,ໂx, ເxົາ ໃຫ້ໂຮມເຂົ້າກັນເປັນໄມ້ກັນເປັນ ເx,ໄx, ໂx, ເxົາ, ຕົວຢ່າງ: ມະຫາ+ ເອລາວັນ =ມະເຫລາວັນ ໝາຍເຖິງ ຊ້າງໃຫຍ່, ຊ້າງສາມຫົວໃນນິຍາຍ; ໂພຄະ+ໄອສະຫວັນ=ໂພໄຄສະ ຫວັນ ໝາຍເຖິງຊັບສົມບັດ; ມະ ຫາ+ໂອສົດ = ມະໂຫສົດ ໝາຍເຖິງ ຢາສັກສິດ, ຊື່ພະໂພທິສັດຊາດໜຶ່ງ; ມະຫາ + ເອົາລານ = ມະເຫົາລານ ໝາຍເຖິງຄວາມມ່ວນຊື່ນຫລາຍ. ຜົນຕ່າງໆທີ່ເຮັດໄດ້ໃນຂະບວນການ ຊຸກຍູ້ຜະລິດພາຍໃນເປັນສິນຄ້ານັ້ນ, ຜ່ານມາກໍ່ຍັງມີບັນຫາທີ່ຖືກຕັ້ງຂຶ້ນ ເພື່ອໃຫ້ພ້ອມກັນຫັນປ່ຽນໃໝ່ບໍ່ວ່າ ໃນຂັ້ນການຄຸ້ມຄອງ, ຂະບວນການ ສົ່ງເສີມ-ຜະລິດ, ວິທີການຕະຫລາດ ແລະ ການຊົມໃຊ້ຂອງສັງຄົມ. ຫລາຍຄໍາເຫັນ ກໍ່ມີຫລາຍແງ່ ມູມມອງ. ຜູ້ຊົມໃຊ້ກໍ່ຢາກໃຊ້ອັນດີ ເມື່ອພໍມີອັນຈ່າຍ. ຜູ້ຜະລິດກໍ່ມີອີກ ແງ່ມູມມອງ...ຢ່າງໃດກໍ່ຕາມຄວາມ ສາມັກຄີກັນແມ່ນສໍາຄັນ, ການຊ່ວຍ ກັນສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ກໍ່ຕ້ອງອາໄສສາມັກຄີ. ຄືພວກ ເຮົາຮູ້, ບາງເຊື້ອຊາດ ເວລາໄປຢູ່ປະ ເທດຕ່າງໆ ເປີດຮ້ານອາຫານ, ຄົນ ເຊື້ອຊາດດຽວກັນຮູ້ ກໍ່ພາກັນແຫ່ໄປ ສະໜັບສະໜູນ ແລະ ມີຄໍາເຫັນຊ່ວຍ ທັງເລື່ອງລົດຊາດ, ການບໍລິການ ແລະ ລາຄາ. ໄປມາຫາສູ່ສະໝໍ່າສະ ເໝີ ເມື່ອມີໂອກາດ ຫລື ບາງເທື່ອກໍ່ ຕ້ອງຍາດໂອກາດໄປຫາກັນ, ນັ້ນ ແມ່ນການຊຸກຍູ້ສົ່ງເສີມກັນຖືກທິດ ຖືກລວງ ພ້ອມກັນມຸ່ງໜ້າສູ່ອະນາ ຄົດອັນສົດໃສນໍາກັນ. ໃນບັນດາຜະ ລິດຕະພັນທີ່ຜະລິດເອງໄດ້ຢູ່ໃນປະ ເທດເຮົາ ດຽວນີ້ແມ່ນມີຫລາຍ, ອັນ ໃດດີອັນໃດບໍ່ດີກໍ່ຂຶ້ນກັບແນວຄິດໃຜ ລາວ, ແຕ່ບາງອັນກໍ່ຕ້ອງ ໄດ້ດັດປັບ ເພື່ອຜົນປະໂຫຍດລວມຂອງຊາດ ໃຫ້ກ້າວສູ່ຄວາມຍືນຍົງ. ຖ້າເວົ້າ ສະເພາະຜະລິດຕະພັນທີ່ເປັນເຄື່ືອງ ປຸງແຕ່ງລົດຊາດອາຫານດຽວນີ້ ລາວ ເຮົາຜະລິດໄດ້ເອງກໍ່ມີຄົບຄັນ ເວົ້າຕາມການປຸງແຕ່ງອາຫານ ລາວ. ລີ້ນເຮົາມັນກໍ່ປັບໄປຕາມຖ້າ ເຮັດໃຫ້ມັນລື້ງອັນໃດ, ຄືຄົນກິນ ເຄັມ-ຈາງຕ່າງກັນ. ບາງຄົນແຕ່ ກ່ອນຂາດແປ້ງນົວບໍ່ໄດ້, ແຕ່ດຽວນີ້ ຫັນປ່ຽນມາປຸງແຕ່ງອາຫານບໍ່ໃສ່ ແປ້ງນົວ ສຸຂະພາບກໍ່ຍັງດີຄືເກົ່າ. ເວົ້າເຖິງແປ້ງນົວ-ນໍ້າປາ ຫລາຍຄົນ ກໍ່ມັກຍິນເລື່ອງເລົ່າປາກຕໍ່ປາກມາ ແລ້ວ ໃນລັກສະນະໃສ່ບໍ່ໃສ່ (ແປ້ງ ນົວ-ນໍ້າປາ)ບາງທີກໍ່ບໍ່ຮູ້(ເອີ!ແນວ ນີ້ກາໄຄແດ່, ທັງທີ່ຜູ້ຖືຖ້ວຍກັບເຂົ້າ ເຮືອນຄົວບໍ່ໄດ້ຕື່ມແປ້ງນົວ ແລະ ຢອດນໍ້າປາແຕ່ຢ່າງໃດ), ເປັນເລື່ອງ ຈິດຕະສາດ? ເວົ້າແນວນີ້ກໍ່ຢາກ ແລກປ່ຽນຄໍາເຫັນວ່າ ຄວນແອບຫັດ ໃຊ້ຂອງເຮົາຜະລິດນີ້, ທໍາອິດກໍ່ອາດ ຈະບໍ່ລື້ງແດ່, ແຕ່ຖ້າປະຕິບັດເທື່ອນີ້ ເທື່ອໜ້າ...ມັນຈະຄ່ອຍລື້ງ ໄປເອງ. ທາດແທ້ຂອງເຮົາກໍ່ກິນປາແດກນັ້ນ ລະ, ແຕ່ບາງຄັ້ງຄາວກິນເນີຍ ຖືວ່າ ເປັນປາກົດການ? ກິນໄດ້ສອງສາມ ຄາບ ກໍ່ຄຶດຮອດລົດຊາດອາຫານທີ່ ມີປາແດກແລ້ວເດ!? ຄິດວ່າ ແປ້ງ ນົວ ທີ່ມີຕົ້ນກໍາເນີດມາຈາກຕ່າງປະ ເທດນັ້ນ ເກີດນໍາຫລັງປາແດກແນ່ ນອນ. ເຮົາຈຶ່ງຄວນພາກພູມໃຈໃນ ມູນເຊື້ອ. ເວົ້າເຖິງເລື່ອງຜະລິດຕະພັນ ຜົນຜະລິດພາຍໃນ ກໍ່ຄືສິນຄ້າຜະລິດ ໄດ້ເອງຢູ່ໃນປະເທດ, ຄິດເຫັນຕົວ ເລກມູນຄ່ານໍາເຂົ້າ-ສົ່ງອອກຂອງ ເຮົາ ປີ 2023 ຕາມຂໍ້ມູນພາກສ່ວນ ກ່ຽວຂ້ອງ ໃນປີ 2023 ຜ່ານມາບັນ ລຸ ໄດ້ຫລາຍກວ່າ 15.500 ລ້ານໂດ ລາສະຫະລັດ, ໃນນັ້ນທັງຂາເຂົ້າ ແລະ ອອກ ລ້ວນເພີ່ມຂຶ້ນ ເມື່ອສົມ ທຽບໃສ່ປີ2022, ໂດຍສະເພາະມູນ ຄ່າສົ່ງອອກຫລາຍກວ່ານໍາເຂົ້າ (ສົ່ງອອກ: 8.370ລ້ານໂດລາ, ນໍາ ເຂົ້າ 7.180 ກວ່າໂດລາ), ນັ້ນຖື ເປັນທ່າດີດ້ານດຸນການຄ້າ. ສະນັ້ນ ການຜະລິດພາຍໃນຕ້ອງໃຫ້ນັບມື້ ເຂັ້ມແຂງ, ຈະເຂັ້ມແຂງໄດ້ຕ້ອງອາ ໄສທົ່ວສັງຄົມຊົມໃຊ້ນໍາກັນ ເຮັດ ໃຫ້ບັນດາຜະລິດຕະພັນສິນຄ້າຂອງ ເຮົາກ້າວໜ້າພັດທະນາໄປເລື້ອຍໆ, ເຂັ້ມແຂງຢູ່ພາຍໃນ ກ້າວໄປສູ່ສົ່ງ ອອກໃຫ້ຫລາຍໃນອະນາຄົດ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາເອົາໄວ້ວ່າ: “ຕ້ອງຊຸກຍູ້ໃຫ້ ປະຊາຊົນໃຊ້ສິນຄ້າ ທີ່ຜະລິດພາຍ ໃນປະເທດ, ສຶກສາອົບຮົມໃຫ້ທຸກຄົນ (ໂດຍເລີ່ມແຕ່ເດັກນັກຮຽນເປັນຕົ້ນ ໄປ) ຮັບຮູ້ວ່າການໃຊ້ສິນຄ້າທີ່ຜະ ລິດພາຍປະເທດນັ້ນ ກໍ່ເປັນໜ້າທີ່ອັນ ໜຶ່ງຂອງພັນລະເມືອງ. ພ້ອມດຽວ ກັນກໍ່ປະຕິບັດຕາມມາດຕະການປົກ ປ້ອງການຜະລິດພາຍໃນປະເທດ ດ້ວຍການຈໍາກັດການນໍາເຂົ້າ ຫລື ເກັບພາສີສູງສໍາລັບປະເພດສິນຄ້າ ທີ່ຜະລິດໄດ້ແລ້ວຢູ່ພາຍໃນປະເທດ. ເປັນອັນແນ່ນອນວ່າ ໃນເບື້ອງຕົ້ນ ສິນຄ້າທີ່ຜະລິດອອກ ອາດມີຄຸນນະ ພາບບໍ່ທຽມທັນກັບຂອງຕ່າງປະ ເທດ ແລະ ຕົ້ນທຶນກໍ່ອາດຈະສູງ, ແຕ່ພວກເຮົາກໍ່ຕ້ອງໃຫ້ໂອກາດແກ່ ຜູ້ຜະລິດ ເພື່ອປັບປຸງເຕັກໂນໂລຊີ, ຍົກສູງຄຸນນະພາບ, ຫລຸດຜ່ອນການ ໃຊ້ຈ່າຍ ແລະ ລາຄາລົງ...”(ບົດ ຄໍາເຫັນກ່າວໂອ້ລົມຕໍ່ກອງປະຊຸມ ກ່ຽວກັບການຜະລິດສິນຄ້າໃຊ້ ສອຍ ແລະ ສິນຄ້າສົ່ງອອກ. ກຸມພາ 1991).

RkJQdWJsaXNoZXIy MTc3MTYxMQ==