5835

xtgmf]k; 6 20/03/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d r6 g[h p,kpoy ' wfh Ia [s]kp]k';a ofu gfaj o0v'vk-Po ໂດຍ: ເກີດຂວັນໃຈ ມາລີຈັນສີ glA omk']q fw2]k;{9u o dkpgxa oglA omk'lkdq o *ເສັ້ນທາງລົດໄຟລາວ-ຈີນກາຍ ເປັນເສັ້ນທາງນາໆຊາດ ແລະ ຊ່ວຍ ໃຫ້ ສປປ ລາວ ປົດຈາກແອກປະ ເທດທີ່ບໍ່ຕິດຈອດກັບທະເລຢ່າງສົມ ບູນ ພາຍຫລັງ ສປປ ລາວ-ສປ ຈີນ ຈັບມືຮ່ວມກັນສ້າງທາງລົດແຫ່ງ ດັ່ງກ່າວນັບແຕ່ປີ 2015 ແລະ ເປີດ ໃຫ້ບໍລິການໃນທ້າຍປີ 2021 ຜ່ານມາ ຂະນະທີ່ປະເທດໄທເພື່ອນ ບ້ານໄກ້ຄຽງກັບ ສປປ ລາວ ແລະ ເປັນໜຶ່ງໃນສະມາຊິກອາຊຽນໄດ້ ໂດດຂຶ້ນຂະບວນໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ-ໄທ ເຊື່ອມຕໍ່ອາຊຽນ, ຈີນ, ຕາເວັນອອກ ກາງ ແລະ ເອີຣົບຢ່າງເປັນທາງ ການໂດຍມີຈຸດເຊື່ອມຕໍ່ລະຫວ່າງ ນະຄອນຫລວງວຽງຈັນ ແລະ ຈັງ ຫວັດໜອງຄາຍຂອງໄທ. ຫວ່າງບໍ່ດົນມານີ້, ໜັງສືພິມ ຈາຍນາເດຍລີ, ເປັນກະບອກສຽງ ຂອງ ສປຈີນ ໄດ້ລາຍງານວ່າ: ເສັ້ນ ໂດຍ: ເກີດຂວັນໃຈ ມາລີຈັນສີ ທາງລົດໄຟ ລາວ-ຈີນ ບັນທຶກສະ ຖິຕິໃໝ່ ມີຜູ້ໂດຍສານໃຊ້ບໍລິການ ແລ້ວ ບັນລຸເຖິງ 30 ລ້ານຄົນ ແລະ ມີການບັນທຶກການຂົນສົ່ງສິນຄ້າ 34 ລ້ານໂຕນ. ດັ່ງທີ່ຮູ້ນໍາກັນ, ພາຍຫລັງເປີດ ບໍລິການ ທາງລົດໄຟ ລາວ-ຈີນ ໃນ ເດືອນທັນວາ 2021 ໃນສະເພາະ ສ່ວນເບື້ອງຂອງ ສປປ ລາວ ຈໍາ ນວນຜູ້ໂດຍສານ ໄດ້ເພີ່ມຈາກ 720 ຄົນ ຂຶ້ນເປັນ 12.808 ຄົນ ໃນ ແຕ່ລະວັນ. ສ່ວນການໃຫ້ບໍລິການ ລົດໄຟຂ້າມແດນ ລາວ-ຈີນ ພາຍ ຫລັງເປີດບໍລິການ ໃນວັນທີ 13 ເມສາ 2023, ມາຮອດປັດຈຸບັນມີ ຈໍານວນຜູ້ໂດຍສານຂ້າມແດນແລ້ວ ຈໍານວນ 155.000 ຄົນ ຈາກ 87 ປະເທດ ແລະ ເຂດແຄວ້ນ. ການເດີນທາງຈາກນະຄອນ ຫລວງວຽງຈັນຂອງລາວ ເຖິງນະ ຄອນຄຸນໝິງ ສປ ຈີນ ໃຊ້ເວລາເດີນ ທາງທັງໝົດ 9,5 ຊົ່ວໂມງ ເຊິ່ງເຫັນ ວ່າຜູ້ໂດຍສານ ໃນທົ່ວທຸກມຸມໂລກ ສາມາດຈອງປີ້ໄດ້ຢ່າງງ່າຍດາຍ ຜ່ານແອັບ ແລະ ສາມາດຊໍາລະການ ຈ່າຍຜ່ານ WeChat, Alipay, UnionPay,VISAandOnepay. ຄວາມຈິງແລ້ວເສັ້ນທາງລົດໄຟ ລາວ-ຈີນ ບໍ່ແມ່ນຮັບໃຊ້ປະເທດໃດ ປະເທດໜຶ່ງ ແຕ່ຫາກຮັບໃຊ້ຜົນປະ ໂຫຍດລວມແລະ ວົງຄະນະຍາດສາ ກົນເພື່ອສ້າງກາລະໂອກາດ, ເອື້ອອໍາ ນວຍຄວາມສະດວກສະບາຍ ແລະ ຫລຸດຜ່ອນຄວາມທຸກຍາກແຕກ ໂຕນກັນລະຫວ່າງປະເທດດ້ອຍພັດ ທະນາ, ປະເທດພວມພັດທະນາແລະ ປະເທດທີ່ຈະເລີນແລ້ວຜ່ານການ ການສົ່ງເສີມໄປມາຫາສູ່ກັນ, ການ ຄ້າ, ການລົງທຶນ, ການຂົນສົ່ງ ແລະ ແລກປ່ຽນການພັດທະນາເສດຖະ ກິດ-ສັງຄົມຮອບດ້ານ. ນອກຈາກ ນັ້ນຍັງຊ່ວຍໃຫ້ເຂົ້າເຖິງການປະຢັດ ເວລາ, ປະຢັດເງິນແລະ ປະຢັດການ ຂົນສົ່ງ. ປີ 2024 ນີ້, ສປປ ລາວ ເປີດ ປີທ່ອງທ່ຽວ ແລະ ເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ເຊິ່ງ ລັດຖະບານລາວກໍໄດ້ວາງຄາດ ໝາຍໄວ້ວ່າ: ຈະສູ້ຊົນດຶງດູດນັກ ທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານ ກວ່າຄົນ. * ບໍລິສັດພູເບ້ຍມາຍນິງ ກາຍເປັນ ໜຶ່ງໃນໂຄງການພັດທະນາຕົວແບບໃນ ອາຊຽນ ພາຍຫລັງຄວ້າລາງວັນດີເດັ່ນ ຈາກອາຊຽນແລະສາກົນໂດຍສະເພາະ ລາງວັນແຮ່ທາດອາຊຽນ (ສະມາຄົມ ອາຊີຕາເວັນອອກສຽງໃຕ້) ປີ 2023 ການປະຕິບັດທີ່ດີທີ່ສຸດໃນການແຈກ ຢາຍ ແລະ ຂົນສົ່ງແຮ່ທາດຢ່າງມືອາ ຊີບ; ລາງວັນຄວາມປອດໄພດີເດັ່ນ ຂອງເຄືອຂ່າຍຄວາມປອດໄພ ແລະ ສຸ ຂະພາບອາຊີບອາຊຽນ(OSHNET) ຄັ້ງທີ 19, ລາງວັນສະພາບແວດລ້ອມ ການເຮັດວຽກທີ່ປອດໄພ-ສຸຂະພາບດີ ຜ່ານໂຄງການປູກຈິດສໍານຶກແລະປ້ອງ ກັນພະຍາດເອດ ແລະ ອື່ນໆ. ຂະນະທີ່ ປັດຈຸບັນນີ້ ໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດພູເບ້ຍມາຍນິງ ຈະສິ້ນ ສຸດການດໍາເນີນງານ ຫລື ປິດບໍ່ໃນລະ ຫວ່າງປີ 2024-2025 ນີ້ ແລະ ພິຈາ ລະນາຈະສືບຕໍ່ດໍາເນີນການຂຸດຄົ້ນຕໍ່ ຫລື ບໍ່ຈົນເຖິງປີ 2035. ໃນວັນທີ15 ມີນາ 2024 ຜ່ານມາ, ບໍລິສັດພູເບ້ຍມາຍນິງ ຮ່ວມມືກັບ ສະ ມາຄົມນັກຂ່າວແຫ່ງ ສປປ ລາວ, ສື່ ມວນຊົນລາວ ພົບປະປຶກຫາລື ແລະ ຊອກຊ່ອງທາງສືບຕໍ່ໂຄສະນາເຜີຍແຜ່ ດ້ານວຽກງານຄຸ້ມຄອງສິ່ງແວດລ້ອມ, ສືບຕໍ່ປະຕິບັດຕາມແນວທາງນະໂຍ ບາຍການພັດທະນາຍືນຍົງຮອດປີ 2030 ຂອງພັກ-ລັດຖະບານ, ຂັ້ນ ຕອນການປິດບໍ່ແຮ່ ພາຍຫລັງຢຸດການ ດໍາເນີນການ, ການຊອກວິທີສ້າງອາ ຊີບ ແລະ ສ້າງລາຍໄດ້ໃຫ້ປະຊາຊົນ ຫລັງປິດບໍ່ ແລະ ອື່ນໆເພື່ອຮັບປະກັນ ໃຫ້ທຸກໜ້າວຽກນັ້ນມີສໍາເລັດ ແລະ ມີ ຄຸນນະພາບສູງ ເຊິ່ງກອງປະຊຸມພົບ ປະລະຫວ່າງບໍລິສັດພູເບ້ຍມາຍນິງ ກັບສື່ມວນຊົນລາວ ຄັ້ງນີ້ໄດ້ຮັບກຽດ ເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກ ຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດ ຖະມົນຕີ ກະຊວງ ຖວທ, ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ຈຳກັດແລະ ບັນດາສື່ມວນຊົນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດພູເບ້ຍມາຍນິງ ໄດ້ລາຍງານສູ່ ຟັງວ່າ: ການພົບກັນຄັ້ງນີ້ຄືຄວາມພະ ຍາຍາມຮັດແໜ້ນການຮ່ວມມືເພີ່ມ ຂຶ້ນ ເພື່ອສືບຕໍ່ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານ ແລະ ສ້າງຄວາມເຂົ້າໃຈ ຢ່າງເລິກເຊິ່ງລະຫວ່າງພາກລັດ-ເອ ກະຊົນ ແລະ ປະຊາຊົນໂດຍປະຕິບັດນະ ໂຍບາຍການພັດທະນາຍືນຍົງສີຂຽວ ຂອງພັກ-ລັດຖະບານ, ຮັບປະກັນສິ່ງ ແວດລ້ອມດ້ວຍຄຸນນະພາບສູງ, ສ້າງ ວຽກເຮັດງານທໍາທາງກົງ-ທາງອ້ອມ ໃຫ້ທຸກພາກສ່ວນ, ນອກຈາກນັ້ນໃນ ອະນາຄົດ ຍັງສືບຕໍ່ເບິ່ງວິໄສທັດການ ພັດທະນານັ້ນຈະປິດບໍ່ແຮ່ ແລະ ຈະ ສືບຕໍ່ຂະຫຍາຍເວລາໃນການຂຸດຄົ້ນ ຫລື ບໍ່? ເຊິ່ງບັນຫານີ້ຍັງບໍ່ຮູ້ເທື່ອແຕ່ ໃນນັ້ນກໍໄດ້ມີການໂອ້ລົມ ແລະ ປຶກສາ ຫາລືກັບພາກລັດແລ້ວເຖິງຂັ້ນຕອນ ປິດບໍ່ແຮ່ຈະເຮັດແນວໃດເພື່ອຮັບປະ ກັນບໍ່ໃຫ້ມີຜົນກະທົບດ້ານສິ່ງແວດ ລ້ອມ, ການສ້າງອາຊີບ ແລະ ການຜະ ລິດຍືນຍົງ ພາຍຫລັງປິດບໍ່ແຮ່. ດັ່ງທີ່ຮູ້ນໍາກັນ, ບໍລິສັດພູເບ້ຍມາຍ ນິງ ໄດ້ປະກອບສ່ວນສໍາຄັນໃນການ ສ້າງວຽກເຮັດງານທໍາໃຫ້ແຮງງານ ລາວ, ລວມເຖິງການສ້າງລາຍໄດ້ໃຫ້ ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊິ່ງໄດ້ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ ບໍລິສັດ ພູເບ້ຍມາຍນິງ ມີພະ ນັກງານ ທັງໝົດ 3.900 ຄົນ, ມີບໍລິ ສັດ ທີ່ເປັນຜູ້ຮັບເໝົາທັງພາຍໃນ ແລະ ຕ່າງປະເທດ ມີພະນັກງານລວມກັນ ປະມານ 1.000 ຄົນ, ໃນນັ້ນສະເພາະ ພະນັກງານ ຫລື ກໍາມະກອນທີ່ ເປັນ ຄົນລາວ ກວມອັດຕາສູງ 93% ໂດຍ ສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າໃນເຂດ ທ້ອງຖິ່ນທີ່ຢູ່ໃກ້ຄຽງຂອງໂຄງການ, ແມ່ຍິງ ກວມເອົາ 21% ຂອງພະນັກ ງານພາຍໃນບໍລິສັດທັງໝົດ. ຜົນງານຕະຫລອດໄລຍະ 11 ປີ ບໍລິສັດດັ່ງກ່າວ ໄດ້ຮ່ວມມືກັບວິທະ ຍາໄລ ເຕັກນິກລາວ-ເຢຍລະມັນ ເພື່ອ ຈັດຕັ້ງປະຕິບັດໂຄງການສ້າງສີມື ແຮງງານ ໃນ 5 ວິຊາ ຄື: ກົນຈັກໜັກ, ສ້ອມແປງ ແລະ ບໍາລຸງຮັກສາ, ໄຟຟ້າ, ໄຟຟ້າລົດຍົນ ແລະ ເຊື່ອມຈອດ ຫລັງ ຈາກຮຽນຈົບກໍສາມາດສອບເສັງເພື່ອ ເຂົ້າເຮັດວຽກນໍາບໍລິສັດ ພູເບ້ຍ ມາຍ ນິງ ຕາມຕໍາແໜ່ງງານ ແລະ ຈໍານວນ ທີ່ບໍລິສັດຕ້ອງການ. ຄຽງຄູ່ກັນນີ້ບໍລິ ສັດດັ່ງກ່າວ ໄດ້ສ້າງໂອກາດໃຫ້ຊຸມຊົນ ທ້ອງ ຖິ່ນນັບແຕ່ການຈ້າງງານໄປເຖິງ ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ໂດຍໄດ້ຈັດສັນງົບປະມານ 380.000 ກວ່າໂດລາສະຫະລັດຕໍ່ປີເຂົ້າໃນໂຄງ ການທຶນພັດທະນາຊຸມຊົນ ແລະ ໃນຕໍ່ ໜ້າຈະເພີ່ມ ຂຶ້ນເປັນ 750.000 ໂດລາ ສະຫະລັດຕໍ່ປີ ເຊິ່ງງົບປະມານດັ່ງກ່າວ ໄດ້ນໍາເຂົ້າຈັດຕັ້ງປະຕິບັດໂຄງການ ຕ່າງໆນັບແຕ່ປີ 2002-2022 ລວມ ມີ 436 ໂຄງການ, ໂດຍສຸມໃສ່ 6 ຂະ ແໜງການສໍາຄັນ ຄື: ກະສິກໍາ, ສຶກສາ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ການພັດທະນາທຸລະກິດທ້ອງຖິ່ນ ແລະ ການເຂົ້າເຖິງການເງິນ . ສໍາລັບບໍລິສັດ ພູເບ້ຍ ມາຍນິງ ຈໍາ ກັດ ມີໂຄງການຂຸດຄົ້ນ 2 ໂຮງງານໃນ ເຂດສໍາປະທານແຂວງໄຊສົມບູນ ຄື: ໂຄງການຂຸດຄົ້ນ- ປຸງແຕ່ງທອງ-ຄໍາ ພູຄໍາ ແລະໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ. ແນວໃດກໍຕາມ ບໍລິສັດ ພູເບ້ຍມາຍ ນິງ ຢືນຢັນວ່າຕົນເອງໄດ້ເອົາໃຈໃສ່ ບໍາບັດ ແລະ ພື້ນຟູສິ່ງແວດລ້ອມພື້ນທີ່ ດຳເນີນງານດ້ວຍຄວາມເອົາໃຈໃສ່ ຢ່າງໃກ້ຊິດຕໍ່ສິ່ງແລດລ້ອມ ໂດຍນໍາ ໃຊ້ຫລັກການຄຸ້ມຄອງຂອງສາກົນ ເພື່ອປົກປ້ອງສິ່ງແວດລ້ອມດຳເນີນ ຢ່າງສອດຄ່ອງກັບແນວທາງນະໂຍ ບາຍຂອງພັກ-ລັດຖະບານ ໂດຍສະ ເພາະແມ່ນກົດໝາຍວ່າດ້ວຍແຮ່ທາດ ຊຶ່ງໃນມາດຕາ 6 ກໍຄື ຫລັກການກ່ຽວ ກັບວຽກງານແຮ່ທາດ. ໃນນີ້, ກໍມີການ ຮັບປະກັນ ເຖິງການປົກປັກຮັກສາສິ່ງ ແວດລ້ອມດ້ວຍມືອາຊີບ ແລະ ມີຄວາມ ຮັບຜິດຊອບສູງຕໍ່ຜົນປະໂຫຍດລວມ ຂອງຊາດ.

RkJQdWJsaXNoZXIy MTc3MTYxMQ==