xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 20/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ການນຳແຂວງ... ltstra oc,j py 'dt-;'dko8j k'xtgmf xk4tdt4k;a oc,j py 'lkdq o 7q [Iv[ 114 xu ຂປລ. ສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ໄດ້ຈັດພິທີປາ ຖະກະຖາ ພາຍໃຕ້ຄຳຂວັນ: “ລົງ ທຶນເລັ່ງໃສ່ການພັດທະນາຄວາມ ກ້າວໜ້າຂອງແມ່ຍິງ” ແລະ ສະ ຫລຸບການເຄື່ອນໄຫວວຽກງານສະ ຫະພັນແມ່ຍິງກະຊວງການຕ່າງ ປະເທດ ປີ 2023 ແລະ ທິດທາງ ແຜນການການເຄື່ອນໄຫວປີ2024 ໃນໂອກາດສະເຫລີມສະຫລອງວັນ ແມ່ຍິງສາກົນຄົບຮອບ 114 ປີ (8/3/1910-8/3/2024) ໃນ ວັນທີ 15 ມີນາ 2024 ໂດຍມີ ທ່ານ ນາງ ທຳມາ ເພັດວິໄຊ ຮອງ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະ ຍາລັດຖະມົນຕີ, ປະທານກິດຕິມະ ສັກສະຫະພັນແມ່ຍິງກະຊວງການ ຕ່າງປະເທດ, ມີຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ, ບັນດາ ຄະນະກົມ, ຕາງໜ້າອົງການຈັດຕັ້ງ ຊາວໜຸ່ມ, ສະຫະພັນກຳມະບານ, ບັນດາພັນລະຍາຄະນະນຳ ກະຊວງ ແລະ ສະມາຊິກສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ທຳມາ ເພັດວິໄຊ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນ ແລະ ປະຫວັດຄວາມ ເປັນມາແຫ່ງການຕໍ່ສູ້ເພື່ອທວງເອົາ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງໃນທົ່ວໂລກ. ພ້ອມນັ້ນ, ຍັງຍົກໃຫ້ເຫັນບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ. ໃນໂອກາດດຽວກັນ, ທ່ານນາງ ໄກມະນີ ອໍລະບູນ ປະທານສະຫະ ພັນແມ່ຍິງກະຊວງການຕ່າງປະ ເທດ ໄດ້ຜ່ານບົດສະຫລຸບການ ເຄື່ອນໄຫວຂອງສະຫະພັນແມ່ຍິງ ປະຈຳປີ 2023 ແລະ ທິດທາງແຜນ ການປີ 2024 ໂດຍໄດ້ຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນ ໃນໄລຍະ 1 ປີ ຜ່ານມາ ເຊິ່ງເອື້ອຍນ້ອງແມ່ຍິງ ໄດ້ປະຕິບັດວຽກງານຂອງສະຫະ ພັນແມ່ຍິງ ໄປຄຽງຄູ່ກັບການປະຕິ ບັດວຽກງານວິຊາສະເພາະໄດ້ຢ່າງ ມີປະສິດທິພາບ ແລະ ມີຜົນສຳເລັດ. ໃນພິທີ ຍັງໄດ້ມີການມອບໃບຍ້ອງ ຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງສະຫະພັນ ແມ່ຍິງກະຊວງການຕ່າງປະເທດ. ໃນນັ້ນ, ມີບັນດາໜ່ວຍ ແລະ ບຸກ ຄົນທີ່ໄດ້ຮັບການຍ້ອງຍໍ ຄື: ດີເດັ່ນ ປະເພດ I ລວມມີທັງໝົດ 17 ໜ່ວຍ ແລະ ບຸກຄົນດີເດັ່ນປະເພດ I ລວມ ທັງໝົດ 235 ສະຫາຍ. ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍ ໄດ້ຕີລາຄາສູງບົດບາດຂອງເອື້ອຍ ນ້ອງແມ່ຍິງກະຊວງການຕ່າງປະ ເທດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ. ພ້ອມ ທັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານທີ່ເອື້ອຍນ້ອງແມ່ຍິງກະຊວງ ການຕ່າງປະເທດຍາດມາໄດ້ເຊິ່ງ ມີຜົນສຳເລັດຫລາຍດ້ານ. ຂ່າວ: ກຕທ ຂປລ. ໃນທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະ ມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາ ລາຂອງ ທ່ານ ນາກາເຊະ ໂທຊິໂອະ (Nagase Toshio) ຫົວໜ້າຫ້ອງ ການຜູ້ຕາງໜ້າອົງການຮ່ວມມືຍີ່ ປຸ່ນ(ໄຈກາ)ປະຈຳ ສປປລາວຄົນ ເກົ່າ ເນື່ອງໃນໂອກາດສຳເລັດການ ປະຕິບັດໜ້າທີ່ຢູ່ ສປປ ລາວ ພ້ອມ ທັງແນະນຳ ແລະ ເຂົ້າຢ້ຽມຂ່ຳນັບ ຂອງ ນາງ ມິຢາໂກະ ໂກບາຢາຊິ (ຊາກຸໂດະ) (Miyako KOBAYASHI (SAKUDO)) ໃນ ໂອກາດມາດຳລົງຕຳແໜ່ງຫົວໜ້າ ຫ້ອງການຜູ້ຕາງໜ້າອົງການໄຈກາ ປະຈຳ ສປປ ລາວ ຄົນໃໝ່. ໃນໂອກາດນີ້, ທ່ານ ເກດສະໜາ ພົມມະຈັນ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນງານຂອງທ່ານ ນາກາເຊະ ໂທຊິໂອະທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຂະແໜງຍຸຕິທຳ ຂອງ ສປປ ລາວ ຕະຫລອດມາ ພ້ອມທັງລາຍງານຜົນສໍາເລັດຂອງ ການຮ່ວມມື ລະຫວ່າງ ກະຊວງຍຸຕິ ທໍາຂອງ ສປປ ລາວ ກັບກະຊວງ ຍຸຕິທຳ ປະເທດຍີ່ປຸ່ນ ກໍຄືອົງການ ໄຈກາ ປະຈຳ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະການເຜີຍແຜ່ ປະມວນກົດໝາຍແພ່ງ ແລະ ບົດ ອະທິບາຍ,ນໍາໃຊ້ເອກະສານອ້າງອີງ ທີ່ໄດ້ສ້າງໃນໂຄງການຜ່ານມາ, ສົ່ງ ເສີມການຈັດຕັ້ງປະຕິບັດ ແລະ ການ ບັງຄັບໃຊ້ກົດໝາຍບົນພື້ນຖານ ການຕີຄວາມໝາຍກົດໝາຍ ແລະ Iv']a f4t,q o8u dt-;'p5 8y me 8h voIa [z6h 8k'|h kvq 'dkow9dk xt9e]k; ຄົ້ນຄວ້າຄວາມຈໍາເປັນ ໃນການປັບ ປຸງກົດໝາຍໃນອະນາຄົດ ດ້ວຍການ ເກັບກຳຂໍ້ມູນຈາກການສໍາຫລວດ ສະພາບການປະຕິບັດຕົວຈິງ, ການ ປະຕິບັດ ແລະ ການປັບຕົວເຂົ້າ ໃນສັງຄົມ ຂອງປະມວນກົດໝາຍ ແພ່ງ; ປະສານສົມທົບບັນດາສະຖາ ບັນການສຶກສາ, ການຝຶກອົບຮົມກົດ ໝາຍສຳລັບນັກກົດໝາຍອາຊີບໃໝ່ ແລະ ການຝຶກອົບຮົມຕໍ່ເນື່ອງເຂົ້າ ກັນ, ສ້າງຂະບວນການພັດທະນາ ນັກວິຊາຊີບກົດໝາຍທີ່ສອດຄ່ອງ, ພັດທະນາເອກະສານສິດສອນ, ການ ນໍາໃຊ້ເອກະສານ ແລະ ວິທີການສິດ ສອນແລ້ວ ເອົາໄປນໍາໃຊ້ໃນອົງການ ຈັດຕັ້ງຂອງຕົນ; ສຶກສາທິດສະດີ ກົດໝາຍກ່ຽວກັບການດໍາເນີນຄະ ດີແພ່ງ, ຄະດີອາຍາ, ວິເຄາະ, ກວດ ກາບັນຫາພາກປະຕິບັດຕົວຈິງແລ້ວ ນໍາສະເໜີປັບປຸງກົດໝາຍ. ທ່ານຮອງລັດຖະມົນຕີກະຊວງ ຍຸຕິທໍາຍັງໄດ້ສະແດງຄວາມຂອບ ໃຈ ແລະ ໄດ້ອວຍພອນໃຫ້ ທ່ານ ນາກາເຊະໂທຊິໂອະເດີນທາງກັບປະ ເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າວຽກ ງານໃໝ່ ພ້ອມທັງສະແດງຄວາມ ຂອບໃຈແລະຕ້ອນຮັບນາງMiyako KOBAYASHI (SAKUDO) ໃນໂອກາດມາດຳລົງຕຳແໜ່ງຄົນ ໃໝ່ ເພື່ອສືບຕໍ່ໃຫ້ການຮ່ວມມືແລະ ສະໜັບສະໜູນຂະແໜງຍຸຕິທຳໃນ ຕໍ່ໜ້າໃຫ້ມີປະສິດທິພາບກວ່າເກົ່າ. ຂ່າວ-ພາບ: ກະຊວງຍຸຕິທຳ oa dlb dlk]k; 28 7q o wxlb dlk8+ muj xtgmfpuj x5j o ຂປລ. ງານລ້ຽງສົ່ງນັກສຶກສາ ລາວ ທີ່ກໍາລັງກຽມຕົວໄປສຶກສາຕໍ່ ທີ່ປະເທດຍີ່ປຸ່ນ ຈໍານວນ 28 ຄົນ, ພາຍໃຕ້ທຶນການສຶກສາ ຂອງກະ ຊວງສຶກສາທິການຍີ່ປຸ່ນ(MEXT) ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ມີນາ 2024 ທີ່ເຮືອນພັກຂອງ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະ ຊວງ ສຶກສາທິການ ແລະ ກິລາ, ປະ ທານສະມາຄົມມິດຕະພາບ ລາວ-ຍີ່ ປຸ່ນ, ມີທ່ານ ເຄັນອິຈິໂຄບະຢະຊິເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາແຂກຈາກພາກ ສ່ວນກ່ຽວຂ້ອງ ແລະ ອະດີດນັກສຶກ ສາລາວທີ່ກັບມາຈາກຍີ່ປຸ່ນເຂົ້າຮ່ວມ. ໃນກາດນີ້, ທ່ານ ເຄັນອິຈິ ໂຄ ບະຢະຊິ ກ່າວວ່າ: ໃນໄລຍະ 30 ປີ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ຮັບ ເອົານັກສຶກສາລາວ ໄປສຶກສາຕໍ່ທີ່ ປະເທດ ຍີ່ປຸ່ນ ຫລາຍກວ່າ 1.300 ຄົນ ພາຍໃຕ້ທຶນການສຶກສາທີ່ຫລາກ ຫລາຍ. ປີນີ້, ນັກສຶກສາລາວ28ຄົນ ໄດ້ຮັບທຶນການສຶກສາ ໃນລະດັບ ຫລັງປະລິນຍາຕີ, ປະລິນຍາຕີ,ຫລັກ ສູດຊັ້ນສູງເຕັກໂນໂລຊີ ແລະ ຫລັກ ສູດຊັ້ນສູງທົ່ວໄປ. ເປັນທີ່ຄາດຫວັງ ວ່ານັກສຶກສາເຫລົ່ານີ້ຈະເກັບກ່ຽວ ເອົາບົດຮຽນຢ່າງຫລວງຫລາຍໃນ ລະຫວ່າງທີ່ຢູ່ຍີ່ປຸ່ນ ແລ້ວຈະນໍາໃຊ້ ປະສົບການ, ຄວາມຮູ້ ແລະ ທັກສະ ທີ່ໄດ້ຮັບເຂົ້າໃນການພັດທະນາພາກ ພື້ນ ແລະ ສາກົນ ໃນອະນາຄົດ. ທ່ານ ທູດກ່າວອີກວ່າ: ປີໜ້າຈະເປັນປີຄົບ ຮອບວາລະ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນລາວ. ຢູ່ຍີ່ປຸ່ນຈະມີການຈັດງານເພື່ອ ສະເຫລີມສະຫລອງໂອກາດດັ່ງ ກ່າວ ແລະ ຫວັງວ່າບັນດານັກສຶກ ສາລາວຈະມີສ່ວນຮ່ວມ ແລະ ເຂົ້າ ຮ່ວມງານເຫລົ່ານີ້ຢ່າງກະຕືລືລົ້ນ ເພື່ອເພີ່ມທະວີຄວາມເຂັ້ມແຂງ ໃຫ້ ຂົວຕໍ່ລະຫວ່າງສອງປະເທດ. ທ່ານ ນາງ ເຊິ່ງຄືນ ແຊ່ເຕີນ ຜູ້ທີ່ ຈະໄປສຶກສາໃນລະດັບປະລິນຍາໂທ ໄດ້ຕາງໜ້າໃຫ້ນັກສຶກສາທີ່ໄດ້ຮັບ ທຶນຂຶ້ນກ່າວ ສະແດງຄວາມຂອບໃຈ ຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ສະໜອງ ທຶນການສຶກສາໃນຄັ້ງນີ້, ພ້ອມທັງ ຢືນຢັນເຖິງຄວາມມຸ່ງໝັ້ນທີ່ມີຮ່ວມ ກັນຂອງນັກສຶກສາທຸກຄົນທີ່ຈະສຸມ ເທື່ອແຮງ ເຂົ້າໃນການສຶກສາຄົ້ນ ຄວ້າທີ່ປະເທດຍີ່ປຸ່ນ. ຂ່າວ, ພາບ: ກິດຕາ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໂອກາດ ເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງ ພູຄູນ ໃນອາທິດຜ່ານມາ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ຫລວງພະບາງ ພ້ອມຄະນະໄດ້ ຢ້ຽມຢາມຄອບຄົວ ທ່ານ ບົວຈຸກື ຕົວແບບດ້ານການປູກພືດຜັກ ຢູ່ ບ້ານນ້ຳມ້າດາວ ເມືອງພູຄູນ ເຊິ່ງ ເປັນຄອບຄົວໜຶ່ງທີ່ຫັນຈາກການ ເຮັດໄຮ່ປູກເຂົ້າມາປູກພືດຜັກ ເພື່ອ ສ້າງລາຍຮັບໃຫ້ຄົງທີ່ຕາມແນວ ທາງນະໂຍບາຍຂອງພັກ-ລັດ. ທ່ານ ບົວຈຸກື ໃຫ້ສຳພາດວ່າ: ເມື່ອກ່ອນຕົນເອງ ແລະ ຄອບຄົວ ແມ່ນອາໄສເຮັດໄຮ່ ພໍກຸ້ມຢູ່ກຸ້ມກິນ ເທົ່ານັ້ນ ບໍ່ສາມາດຫລຸດຜົນອອກ ຈາກຄວາມທຸກຍາກໄດ້, ມາຮອດປີ 2018 ຈຶ່ງໄດ້ເຊົ່າເນື້ອທີ່ດິນນໍາປະ ຊາຊົນບ້ານລ້ອງໂປດ ເພື່ອປູກກະ ລໍ່າປີໃນເນື້ອທີ່ 0,3 ເຮັດຕາ, ໃຊ້ທຶນ ໃນການປູກກະລໍ່າປີ 10 ລ້ານກວ່າ ກີບຕໍ່ປີ, ສາມາດເກັບກູ້ຜົນຜະລິດ ໄດ້ 1 ໂຕນເຄິ່ງ, ສະເລ່ຍເປັນເງິນ 13 ລ້ານກວ່າກີບຕໍ່ຊຸດ,ມາຮອດ ປີ 2019 ເຖິງປັດຈຸບັນ, ວິຊາການ ຂອງຫ້ອງການກະສິກຳ ແລະ ປ່າ ໄມ້ໄດ້ລົງມາຝຶກອົບຮົມທາງດ້ານ ເຕັກນິກການປູກພືດ, ການເຮັດຝຸ່ນ ບົ່ມ, ການເຮັດນໍ້າສະກັດຊີວະພາບ ແລະ ສະໝຸນໄພປ້ອງກັນແມງໄມ້- ສັດຕູພືດ ຢູ່ພາຍໃນບ້ານ. ເມື່ອໄດ້ ຮັບຄຳແນະນຳແລ້ວ ຍິ່ງເຮັດໃຫ້ ຕົນເອງຢາກມີອາຊີບທີ່ໝັ້ນຄົງ, ທັງ ເຫັນວ່າຄວາມສົນໃຈຜູ້ບໍລິໂພກແລະ ຕະຫລາດຕ້ອງການຫລາຍຂຶ້ນ, ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກກະລ່ຳ ປີ ແລະ ຜັກກາດຫໍ່ເພີ່ມເປັນເຄິ່ງເຮັກ ຕາ, ທັງໄດ້ລົງທຶນ 15 ລ້ານກວ່າ ກີບຕໍ່ຊຸດ, ສາມາດເກັບກູ້ຜົນຜະລິດ ໄດ້ປະມານ 5 ໂຕນຕໍ່ຊຸດ ສະເລ່ຍ ເປັນເງິນ 26 ລ້ານກີບຕໍ່ຊຸດ, ລາຄາ ຂາຍກະລໍ່າປີ ແລະ ຜັກກາດຫໍ່ຕໍ່າ ສຸດ 3.000 ກີບຕໍ່ກິໂລ ແລະ ສູງສຸດ 9.000 ກີບຕໍ່ກິໂລ, ສະເລ່ຍການ ປູກກະລໍ່າປີ ແລະ ຜັກກາດຫໍ່ແມ່ນ 3 ຊຸດຕໍ່ປີ. ສ່ວນການຕະຫລາດແມ່ນ ພໍ່ຄ້າມາເກັບຊື້ກັບສວນ ແລະ ຈຳ ນວນໜຶ່ງແມ່ນສົ່ງໄປແຂວງວຽງ ຈັນ ແລະ ແຂວງຫລວງພະບາງ. ທ່ານ ບົວຈຸກື ຍັງໃຫ້ຮູ້ອີກວ່າ: ການປູກກະລ່ຳປີ ແລະ ຜັກກາດຫໍ່ ສາມາດເປັນແຫລ່ງລາຍຮັບໜຶ່ງທີ່ ໝັ້ນຄົງ, ຈຶ່ງຢຶດຖືເປັນອາຊີບຫລັກ ຊຶ່ງເຮັດໃຫ້ຄອບຄົວຕົນເອງ ມີລາຍ ຮັບຈາກການຂາຍພືດຜັກ ເປັນ 80 ລ້ານກວ່າກີບປີ, ສະເລ່ຍໄດ້ 7 ລ້ານ ກີບຕໍ່ຄົນຕໍ່ປີ. ບຽງອາຫານນະຄອນຫລວງວຽງ ຈັນ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຈາກການ ສຳຫລວດການສະໜອງຊີ້ນໝູແກ່ ສັງຄົມໃນໄລຍະກ່ອນປີໃໝ່ ແລະ ຫລັງປີໃໝ່ລາວ ໃນຫລາຍປີຜ່ານມາ ເຫັນວ່າໄລຍະນີ້ ຢູ່ນະຄອນຫລວງ ວຽງຈັນ ເປັນໄລຍະທີ່ຫລາຍພາກ ສ່ວນ, ສຳນັກງານ-ອົງການ, ຫ້ອງ ການ ໄດ້ມີການສະເຫລີມສະຫລອງ ປີໃໝ່ເຮັດໃຫ້ການບໍລິໂພກຊີ້ນໝູມີ ຈໍານວນເພີ່ມຂຶ້ນ. ສ່ວນບັນຫາໃນ ການສະໜອງຊີ້ນໜູຕາມທ້ອງຕະ ຫລາດບໍ່ພຽງພໍນັ້ນ ອາດເປັນຍ້ອນ ໄລຍະນັ້ນພໍ່ຄ້າ-ແມ່ຄ້າທີ່ຂາຍຊີ້ນ ໝູສ່ວນຫລາຍແມ່ນພັກສະຫລອງ ປີໃໝ່. ໃນຂະນະທີ່ໂຮງງານຕັດແຕ່ງ ແລະ ແປຮູບໝູດອນດູ່ ແມ່ນສະ ໜອງເປັນປົກກະຕິ. ທ່ານ ຄຳຫລ້າ ແສງດາວົງ ຍັງ ໃຫ້ຮູ້ອີກວ່າ: ໂຮງງານຕັດແຕ່ງແລະ ແປຮູບໝູດອນດູ່ ໄດ້ຮັບການຮັບ ຮອງຄຸນນະພາບແລະ ການບໍລິການ GHPs. ປັດຈຸບັນ, ຊີ້ນໝູຈາກໂຮງ ງານດອນດູ່ ໄດ້ສະໜອງຊິ້ນໃນນະ ຄອນຫລວງວຽງຈັນ ແລະ ຕ່າງ ແຂວງຈຳນວນໜຶ່ງ. ໃນນັ້ນ, ສະ ໜອງ ໃນນະຄອນຫລວງ 500 ໂຕ ຕໍ່ມື້ຄາດວ່າປີ 2025 ອາດເພີ່ມຂຶ້ນ ເປັນ 600 ໂຕ. ທັງນີ້ ກໍອີງໃສ່ທິດ ທາງຂອງລັດຖະບານທີ່ຫັນສູ່ກຸ້ມ ຕົນເອງ ເພື່ອຫລຸດຜ່ອນການນຳເຂົ້າ. ໃນປີ 2024 ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ອາຊຽນທາງໂຮງງານດັ່ງກ່າວ ໄດ້ເນັ້ນໜັກກ່ຽວກັບເຖິງມາດຕະ ຖານຄວາມສະອາດ ແລະ ຄວາມ ສະອາດປອດໄພ ໂດຍໂຮງງານໄດ້ ເອົາໃຈໃສ່ຕິດຕາມຕັ້ງແຕ່ຂັ້ນຕອນ ການລ້ຽງ, ເມື່ອສັດເກີດມາແລ້ວ ໃຊ້ວັກຊິນຫຍັງ, ກິນອາຫານຫຍັງ, ຢູ່ແນວໃດ, ຄອກແນວໃດ,ໃຜລ້ຽງ, ການຈັດສົ່ງເຂົ້າໂຮງງານກໍມີສັດ ຕະວະແພດກວດພະຍາດສັດກ່ອນ 15 ມື້, ຈາກນັ້ນຈຶ່ງເຮັດ ໃບເຄື່ອນ ຍ້າຍສູ່ໂຮງງານ, ພາຍຫລັງຄົວແລ້ວ ກໍມີໜ່ວຍງານກວດກາຕື່ມ, ຖ້າຫາກ ຊີ້ນມີບັນຫາ ກໍຈະນຳເອົາໄປທຳ ລາຍຖິ້ມ. *** ຕໍ່ຈາກໜ້າ 1 *** ໂຮງງານຕັດແຕ່ງ...
RkJQdWJsaXNoZXIy MTc3MTYxMQ==