xtgmf]k; 3 20/03/2024 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ *** dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ: ພິດສະໄໝ zq oleg]a f.odkolh k'lkra fmtokxtgmf-kf rkp.8h dkooerk0v'ra d xt-k-q o xt8y ;a f]k; ໂດຍ: ໄໝຄຳຍ້ອມສິນ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ]tob dgsfdko [A oIq [g,n v'mj kc0d ;a omu 21 ,u ok 7q [Iv[ 78 xu *ວັນທີ 21 ມີນາ ແມ່ນວັນທີ່ປວງ ຊົນລາວທັງຊາດ, ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະ ກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝລັ່ງທີ່ເຄີຍປະລາ ໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວ ອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນ ການບຸກລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາ ເຜົ່າ ໄດ້ດໍາເນີນການຕໍ່ສູ້ຕີຕ້ານການບຸກ ລຸກບຽດຢຶດຂອງສັດຕູຢູ່ຕົວເມືອງ ຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ຊຶ່ງຄະນະ ບັນຊາການທະຫານ ແລະ ຄະນະຮັບ ຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາ ການສູງສຸດ ໄດ້ນໍາພາກໍາລັງປະກອບ ອາວຸດ ຂອງລາວ ແລະ ຊາວຫຽດນາມ ຕ່າງດ້າວຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ. ໃນປີ 1946 ພວກລ່າເມືອງຂຶ້ນ ແບບເກົ່າ ໄດ້ກັບຄືນມາຮຸກຮານລາວ ອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນ * ພັກປະຊາຊົນ ປະຕິວັດລາວ ພາຍ ຫລັງໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ຜະ ເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງ ເປັນຕົ້ນ: ພື້ນຖານເສດຖະກິດ-ສັງຄົມ ບໍ່ທັນມີຫຍັງ, ຖານທີ່ໝັ້ນຂອງການປະ ຕິວັດລາວຕົ້ນຕໍແມ່ນຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ໃນເວລາ ດຽວກັນນັ້ນ,ຈັກກະພັດອາເມລິກາພັດ ໄດ້ ເພີ່ມທະວີການຮຸກຮານຢູ່ອິນດູຈີນ ກໍ່ຄືປະເທດເຮົາຢ່າງໂຫດຮ້າຍປ່າ ເຖື່ອນ, ແຕ່ພັກເຮົາກໍ່ສາມາດນໍາພາປະ ຊາຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ ພິລະອາດຫານ ແລະ ສາມາດຍາດໄດ້ ໄຊຊະນະຢ່າງສະຫງ່າງາມສາມາດ ປົດປ່ອຍປະເທດຊາດໄດ້ຢ່າງມີໄຊໃນ ວັນທີ 2 ທັນວາ ປີ 1975. ໃນປີ2024ນີ້ພໍດີຄົບຮອບວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ 69 ປີ (22 ມີນາ 1955-22 ມີນາ 2024) ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວ ລັດ,ທົ່ວກຳລັງປະກອບອາວຸດແລະທົ່ວ ປວງຊົນລາວທັງຊາດ ພວມອອກແຮງ ແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ລວງເລິກຂອງທຸກວຽກງານ ໄປພ້ອມກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງ ທີ IX(2021-2025) ໄດ້ດໍາເນີນ ໃນ ສະພາບສາກົນ ແລະ ພາກພື້ນມີການ ຜັນແປຢ່າງສັບສົນ. ພາຍໃນປະເທດ ເຮົາ ໄດ້ຜະເຊີນໜ້າກັບຄວາມຫຍຸ້ງ ຍາກດ້ານເສດຖະກິດ, ງົບປະມານການເງິນ, ບັນຫາໜີ້ສິນ, ໄພທໍາມະ ຊາດ. ສະພາບດັ່ງກ່າວໄດ້ເປັນອຸປະສັກ ໃຫຍ່ຫລວງແລະ ກາຍເປັນສິ່ງທ້າທາຍ ຕໍ່ການຈັດຕັ້ງປະຕິບັດບັນດາຄາດ ໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ. ແຕ່ພາຍໃຕ້ແນວ ທາງປ່ຽນແປງໃໝ່ຮອບດ້ານມີຫລັກ ການ, ພັກເຮົາ ໄດ້ນໍາພາສ້າງພື້ນຖານ ແລະ ບັນດາປັດໄຈຕົວຈິງທີ່ສໍາຄັນໃຫ້ ແກ່ການແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ ເກີດຂຶ້ນລວມທັງສ້າງຄວາມອາດ ສາມາດຫລາຍດ້ານ ເພື່ອເຮັດໃຫ້ເສດ ຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ທັງຮັບປະກັນສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບປອດໄພ ໂດຍພື້ນ ຖານ, ຄວາມເປັນເອກະລາດ, ອໍານາດ ອະທິປະໄຕ, ຜືນແຜ່ນດິນອັນຄົບ ຖ້ວນ ແລະ ໝາກຜົນຂອງການປະຕິວັດ ໄດ້ ຮັບການປົກປ້ອງຢ່າງເຂັ້ມແຂງຍ້ອນ ລະບົບການເມືອງຢູ່ແຕ່ລະຂັ້ນໄດ້ຮັບ ການປັບປຸງຢ່າງຕໍ່ເນື່ອງ, ປະຊາຊົນ ບັນດາເຜົ່າ ນັບທັງພີ່ນ້ອງຊາວລາວ ຜູ້ມີນໍ້າໃຈຮັກເຊື້ອແພງຊາດທີ່ດໍາລົງ ຊີວິດ, ທໍາມາຫາກິນຢູ່ຕ່າງ ປະເທດໄດ້ ເສີມຂະຫຍາຍມູນເຊື້ອແຫ່ງຄວາມ ສາມັກຄີປອງດອງ ແລະ ຄວາມເອື້ອ ເຟື້ອເພື່ອແຜ່ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງແຂງແຮງ, ໄດ້ປະກອບສ່ວນ ສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວ ປວງຊົນຮອບ ດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ; ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການກໍ່ສ້າງ, ປັບ ປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະ ເທດຊາດ, ຄວາມສາມາດໃນການປະ ຕິບັດໜ້າທີ່ໄດ້ຮັບການຍົກລະດັບສູງ ຂຶ້ນ; ກາຍເປັນກໍາລັງປະຈັນບານ ໃນ ການຕ້ານ, ສະກັດກັ້ນແລະທັບມ້າງກົນ ອຸບາຍມ້າງເພທໍາລາຍຂອງອິດທິກໍາ ລັງປໍລະປັກ ແລະ ການກໍ່ຄວາມບໍ່ສະ ຫງົບ, ອາດຊະຍາກໍາຕ່າງໆ ຂອງພວກ ຄົນບໍ່ດີ. ການພັດທະນາເສດຖະກິດຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ,ໝັ້ນທ່ຽງ, ຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນແຕ່ລະໄລຍະເຊັ່ນ: 19861990 ສະເລ່ຍ 4,8% ຕໍ່ປີ; 19911995 ເພີ່ມຂຶ້ນ 6,4%: 19962005 ໄດ້ 6,2% ຕໍ່ປີ; 2006-2010 ສະເລ່ຍ 7,9%; 2010-2015 ບັນລຸ 7,9% , ປີ 2019 ບັນລຸ 6,4% ແລະ ປີ 2020 ບັນລຸ 5,8% ແລະ ປີ 2023 4,2% ແລະ ລາຍຮັບຂອງປະຊາຊົນ ກໍ່ໄດ້ ເພີ່ມຂຶ້ນເຊັ່ນ: ປີ 1985 ລາຍຮັບ ສະເລ່ຍຕໍ່ຫົວຄົນໄດ້ 4 ໂດລາ,ປີ 1995 ໄດ້ 380 ໂດລາ,ປີ 2006 ໄດ້ 534 ໂດລາ,ປີ 2010 ໄດ້ 1.069 ໂດລາ, ປີ 2015 ໄດ້1.970 ໂດລາ, ປີ2019 ໄດ້ 2.638 ໂດລາ, ປີ 2020 ໄດ້ 2.664 ໂດລາ ແລະ ປີ 2023 ໄດ້ 1.777 ໂດລາ ສາເຫດທີ່ເຮັດໃຫ້ລາຍຮັບຕໍ່ຫົວ ຄົນມີທ່າອຽງຫລຸດລົງຍ້ອນອັດຕາເງິນ ເຟີ້ ແລະ ການອ່ອນຄ່າຂອງເງິນກີບ. ອັນພົ້ນເດັ່ນໃນປີງົບປະມານ 2021 ແລະ2022ລັດຖະບານສາມາດປະຢັດ ລາຍຈ່າຍຈໍານວນໜຶ່ງທີ່ບໍ່ຈໍາເປັນ ຊຶ່ງ ໄດ້ເຮັດໃຫ້ມູນຄ່າການຂາດດຸນງົບປະ ມານມີທ່າອ່ຽງຫລຸດລົງ ແລະ ເກີນດຸນ, ໃນນັ້ນ ປີ 2022 ເກີນດຸນຢູ່ໃນລະດັບ 259,64 ຕື້ກີບ, ເທົ່າກັບ 0,12% ຂອງGDP ແລະ 6 ເດືອນຕົ້ນປີ 2023 ເກີນດຸນ 2.784,43 ຕື້ກີບ, ເທົ່າກັບ 2,35% ຂອງ GDP; ຄັງສໍາຮອງ ເງິນຕາຕ່າງປະເທດສາມາດກຸ້ມການ ນໍາເຂົ້າ 3,67 ເດືອນ. ຂົງເຂດວັດທະນະທໍາ-ສັງຄົມ ໄດ້ ຮັບການພັດທະນາ, ຍົກລະດັບຂຶ້ນ ຢ່າງ ຕໍ່ເນື່ອງກາຍເປັນປັດໄຈພື້ນຖານຮັບ ປະກັນໃຫ້ແກ່ການພັດທະນາແບບຍືນ ຍົງ. ສາມາດບັນລຸໄດ້ດັດສະນີການພັດ ທະນາຊັບພະຍາກອນມະນຸດ ຂອງບັນ ດາປະເທດທີ່ພົ້ນຈາກສະຖານະພາບ ດ້ອຍພັດທະນາ; ພ້ອມນັ້ນ ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນໄດ້ມີ ຄວາມຄືບໜ້າຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບ ການປັບປຸງຍົກລະດັບຂຶ້ນຢ່າງຈະ ແຈ້ງ. ຄຽງຄູ່ກັບການປັບປຸງ, ຍົກລະ ດັບຄຸນນະພາບດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກໍາໃຫ້ ເປັນລະບົບຮັດກຸມກວ່າເກົ່າ, ສ້າງພື້ນ ຖານອັນເຂັ້ມແຂງ ໃຫ້ແກ່ການຫັນໄປ ສູ່ການຄຸ້ມຄອງລັດຕາມກົດໝາຍ ເຊິ່ງ ສອດຄ່ອງກັບເປົ້າໝາຍການສ້າງ ລັດປະຊາທິປະໄຕປະຊາຊົນທີ່ປົກຄອງ ດ້ວຍກົດໝາຍ. ການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດຍຸດທະສາດ ຂະຫຍາຍຕົວສູ່ລະດັບສູງອັນໃໝ່, ໃນ ນັ້ນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ສືບຕໍ່ຂະ ຫຍາຍຕົວເຂົ້າສູ່ລວງເລິກ, ການພົວ ພັນອັນ ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດ ທະສາດລາວ-ຈີນໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມຊະຕາກໍາ, ການພົວພັນຮ່ວມມື- ຊ່ວຍເຫລືອເຊິ່ງກັນແລະກັນທີ່ເປັນມູນ ເຊື້ອກັບບັນດາປະເທດສັງຄົມນິຍົມອ້າຍ ນ້ອງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ. ສັງລວມແລ້ວ, ຜົນສໍາເລັດທີ່ຍາດ ໄດ້ຢ່າງຕໍ່ເນື່ອງໃນຫລາຍສິບປີແຫ່ງ ການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ໄດ້ເຮັດໃຫ້ໂສມໜ້າຂອງ ປະ ເທດເຮົາມີການປ່ຽນ ແປງໃຫຍ່ຫລວງ ຮອບດ້ານ ໄດ້ກາຍເປັນພື້ນຖານອັນ ໜັກແໜ້ນ ທີ່ຮັບປະກັນໃຫ້ປະເທດຊາດ ແລະ ລະບອບໃໝ່ຂອງພວກເຮົາຍືນ ຍົງຄົງຕົວ, ສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບ ຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງ ອອກ. ພັກເຮົາ ມີຄວາມເຂົ້າໃຈເລິກ ເຊິ່ງບັນຫາຕ່າງໆພວມຜະເຊີນຢູ່, ຄົ້ນ ຫາທາງອອກ ແລະ ວາງບັນດາມາດ ຕະການອັນຈໍາເປັນ ເພື່ອແກ້ໄຂບັນຫາ ດັ່ງກ່າວ ທັງສະເພາະໜ້າ ແລະ ຍາວ ນານ; ປະຊາຊົນບັນດາເຜົ່າມີຄວາມ ເຊື່ອໝັ້ນ, ໃຫ້ການສະໜັບສະໜູນ ແລະ ສືບຕໍ່ປົກປັກຮັກສາພັກ ແລະ ລະ ບອບ ໃໝ່; ປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ ໃຫ້ຄວາມເຊື່ອໝັ້ນ ແລະ ສືບຕໍ່ສະ ໜັບສະໜູນຊ່ວຍເຫລືອອັນຈໍາເປັນ ໃຫ້ແກ່ປະເທດເຮົາ ໄດ້ປະກອບສ່ວນ ສໍາຄັນເຮັດໃຫ້ພວກເຮົາ ຜ່ານຜ່າໄດ້ ຄວາມຫຍຸ້ງຍາກດ້ານຕ່າງໆ ອັນເປັນ ພື້ນຖານໃຫ້ພວກເຮົາກ້າວສູ່ການຈັດ ຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ. (ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບ 78 ປີ 21/3/1946-21/3/2024) ການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບ ກັບກອງກໍາລັງປະກອບອາວຸດຂອງ ຄົນຫວຽດນາມຢູ່ລາວໄດ້ດໍາເນີນການ ຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານ ການ ບຸກລຸກບຽດຢຶດຂອງສັດຕູ ຢູ່ບັນດາຕົວ ເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດັ່ນກວ່າໝູ່ແມ່ນ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດ ສໍາຄັນຂອງການປະຕິວັດໃນເວລາ ນັ້ນ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານ ກັບກໍາລັງທະຫານ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ພວກປະຕິການຂາຍ ຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະ ຈໍາເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີລະຫວ່າງ2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະ ກຽມໃຫ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມ ບັດຂອງປະຊາ ຊົນແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍ ຕົວ” (ເອກະສານ ສະຫາຍ ຫງວຽນ- ຕື - ກຸຍ ສະມາຊິກພັກ ໜ່ວຍພັກທ່າ ແຂກ ໃນສະໄໝນັ້ນ). ປະຕິບັດຕາມມະ ຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານສຸພານຸວົງເປັນຜູ້ບັນ ຊາການສູງສຸດໄດ້ໂຮມປະຊຸມ ເພື່ອ ຜ່ານແຜນການສູ້ຮົບປ້ອງກັນຕົວເມືອງ ຢ່າງລະອຽດ. ຄະນະບັນຊາການໄດ້ ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າ ຄະນະບັນຊາການຮັບຜິດຊອບເຂດຕາ ເວັນອອກສ່ຽງ ເໜືອ ແລະ ທິດຕາເວັນ ຕົກສ່ຽງໃຕ້ຂອງເມືອງທ່າແຂກ; ກໍາ ລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມ ຕ່າງດ້າວ 2 ກອງ-ຮ້ອຍ) ປະກອບອາ ວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງ ກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູ ໃນທຸກທິດ. ເພື່ອເພີ່ມທະວີຄວາມສາມັກຄີໃນ ການຕໍ່ສູ້, ກອງບັນຊາການ ໄດ້ປຸກລະ ດົມທະຫານ ແລະ ປະຊາຊົນລາວທີ່ຮັກ ຊາດ - ຊາວຫວຽດນາມຕ່າງດ້າວ ກໍ່ ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມຕົວເມືອງ, ໂດຍປະຕິບັດ ຕາມຄໍາຂວັນທີ່ວ່າ: “ຖວາຍຄໍາເພື່ອ ກູ້ຊາດ” ປະຊາຊົນລາວ ແລະ ຊາວ ຫວຽດ-ນາມຕ່າງດ້າວ ໄດ້ຈິງໃຈປະ ກອບເງິນ, ຄໍາຢ່າງຫລວງຫລາຍໄປ ປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ ກໍາລັງປະກອບອາວຸດ; ສ່ວນສະມາ ຄົມແມ່ຍິງ ແມ່ນຮັບຜິດຊອບວຽກງານ ແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດ ໜ້າທີ່ໃນທຸກດ້ານ. ຢ່າງໃດກໍຕາມ ຍ້ອນເຫລັກຫລາຍ ກວ່າຖ່ານ ຄື ພວກລ່າເມືອງຂຶ້ນຝລັ່ງ ມີອາວຸດຍຸດໂທປະກອນທີ່ທັນສະໄໝ ກວ່າ ເຮັດໃຫ້ທະຫານປະຕິວັດຂອງພວກ ເຮົາບໍ່ສາມາດຮັກສາຕົວເມືອງທ່າ ແຂກໄວ້ໄດ້ຈິ່ງຕັດສິນໃຈທັງຕ້ານແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມ ກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປແຂວງ ນະຄອນພະນົມ, ປະເທດໄທ ແຕ່ພວກ ສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວມ ຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາ ມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນລົ້ມຕາຍ ແລະ ບາດ ເຈັບຢ່າງຫລວງຫລາຍ, ສ່ວນເຮືອຈັກ ທີ່ປະທານ ສຸພານຸວົງ ແລະ ພະນັກງານ ຈໍານວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງ ຢູ່ກາງແມ່ນໍ້າຂອງ, ນັກຮົບປະຕິວັດ ລາວຜູ້ໜຶ່ງ ແລະ ຊາວຫວຽດນາມ ຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດ ຄາທີ່, ສ່ວນປະທານ ສຸພານຸວົງ ໄດ້ຮັບ ບາດເຈັບສາຫັດ ແລະ ນໍາໄປປິ່ນປົວຢູ່ ໂຮງໝໍແຂວງນະຄອນພະນົມຂອງໄທ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==