5835

ms] 75 h ,7v'g'o8k8j k'xtgmf g0Q kl6 j ]t[q [mtok7kogru j ,0B o y gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 20.03.2024 ປີທີ 23 ສະບັບທີ 5.895 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf lko-q ,g-u p76j Ij ;,8ec|j ' rkdlj ;odj P;0h v'ln [8+ 05 f7Q o rtr5 fmtI6 [gdq j kcdj 16 j fvogzY '7e g,n v'8Q ogzY ' Iv'okpq d]a f4t,q o8u 8h voIa [m6 fvkc-a dw[-ko mk[mk,xa [x5 'dq f\kp 0q 'g0fltrkcsj '-kf 3 lt[a [ 3I''ko8a fc8j ' c]t cxI6 [\6 fvof6 j dP,rh v,lt|v'-U o.ow]ptxu .\j ]k; l;l le,toks]a ddko rN o4kodkooe.-h rklk]k; dkooec0;'s];'rt[k' 1h P,1k, 7v[7q ;8q ;c[[16 j g,n v'r6 76 o 7totoedt-;'xh v'da oxtgmf ,v[g7n j v'-j ;pgs]n v.sh l6 oglpvq '7t ຂປລ.ໃນວັນທີ 15 ມີນາ 2024 ຜ່ານມານີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຂປລ. ໃນວັນທີ 18 ມີນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດ ໄດ້ຖືກເລືອກຕັ້ງໃຫ້ສືບຕໍ່ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສະ ຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍ ຢ່າງສຸດອົກສຸດໃຈມາຍັງທ່ານ ທີ່ໄດ້ຮັບໄຊຊະນະຢ່າງຖ້ວມທົ້ນໃນການ ເລືອກ ຕັ້ງ ແລະ ສືບຕໍ່ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ຜົນການເລືອກຕັ້ງຄັ້ງນີ້ ໄດ້ເປັນສິ່ງຢັ້ງຢືນຢ່າງ ມີຊີວິດຊີວາເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາ ຊົນ ຣັດເຊຍ ຕໍ່ຄວາມສາມາດ ແລະ ສະຫລຽວສະຫລາດ ໃນການເປັນ ຜູ້ນຳຂອງທ່ານ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກ ແໜ້ນວ່າພາຍໃຕ້ການນໍາພາ ອັນ ປີຊາສາມາດຂອງທ່ານ, ຣັດເຊຍຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ຂ້າພະເຈົ້າມີຄວາມປິຕິຍິນດີເຮັດວຽກ ຮ່ວມກັບທ່ານຢ່າງໃກ້ຊິດເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມບົນພື້ນຖານການ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ (ສວສ) ຈັດ ສະພາແຫ່ງຊາດ ຄື: ກົດໝາຍວ່າ ດ້ວຍສະພາແຫ່ງຊາດ, ກົດໝາຍວ່າ ດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງຈັດ ຂຶ້ນໃນວັນທີ 18-19 ມີນາ 2024 ທີ່ສະພາປະຊາຊົນແຂວງຫົວພັນ ເພື່ອເປັນການລະດົມສະຕິປັນຍາ, ຄໍາຄິດເຫັນທີ່ເປັນປະໂຫຍດຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ໂຊບກິ ເມດິຊາ ດາ ທູດ ແຫ່ງ ສ ອາແຊັກໄບຊານ ປະຈໍາ ສປປ ລາວ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ຂປລ. ຈາກການລາຍງານຈາກ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະ ເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ເມື່ອບໍ່ດົນນີ້ວ່າ: ທຫລ ໄດ້ອອກນິຕິກຳການຄຸ້ມຄອງລາຍ ທ່ານ ສົມມາດ ພົນເສນາ ຂປລ. ກອງປະຊຸມທາບທາມ ຮ່າງກົດໝາຍ 3 ສະບັບ ໃນຂົງເຂດ ສຳມະນາກ່ຽວກັບຫລັກການພື້ນ ຮັບເງິນຕາຕ່າງປະເທດ ຈາກການ ສົ່ງ ອອກ ແລະ ການບໍລິການເລກ ທີ 333/ທຫລ ລົງວັນທີ 7 ມີນາ 2024 ເພື່ອຜັນຂະຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ແກ້ຫົວຂໍ້ຂ່າວຜິດ *ໜັງສືພິມປະເທດລາວ ໜ້າ 2 ອອກສະບັບວັນທີ 19/3/2024 ໃນຫົວຂໍ້: ຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຜູ້ຕາງໜ້າອົງການ ໄຈກາ ປະຈຳລາວ ນັ້ນຜິດ; ຖືກແທ້ແມ່ນ ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ມຽນມາ ຄົນໃໝ່. ກອງບັນນາທິການ ຂໍອະໄພໃນຄວາມຜິດພາດຄັ້ງນີ້ດ້ວຍ. ຂປລ. ນັບແຕ່ຕົ້ນເດືອນເມສາ ຂອງທຸກໆປີປະຊາຊົນໃນຂອບເຂດ ທົ່ວປະເທດ ໄດ້ກະກຽມສະເຫລີມ ສະຫລອງບຸນປີໃໝ່ລາວ ເຮັດໃຫ້ ມີຫາງສຽງໃນການສະໜອງຊີ້ນ ໝູບໍ່ພຽງພໍ, ສະເພາະຢູ່ນະຄອນ ຫລວງວຽງຈັນ ໄລຍະກ່ອນປີໃໝ່ ແລະ ຫລັງປີໃໝ່ລາວເປັນໄລຍະ ທີ່ສັງຄົມບໍລິໂພກຊີ້ນໝູຈຳນວນ ຫລາຍ. ສະນັ້ນ, ໃນໄລຍະປີໃໝ່ລາວ 2024 ນີ້, ໂຮງງານຕັດແຕ່ງ ແລະ ແປຮູບໝູດອນດູ່ ແມ່ນມີຄວາມກຽມ ພ້ອມໃນການສະໜອງຊີ້ນທີ່ສະ ອາດ ແລະ ປອດໄພສູ່ສັງຄົມ. ທ່ານ ຄຳຫລ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະກິດສະ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/03/2024 xtgmf]k; ຮອງນາຍົກລັດຖະມົນຕີ... ທຫລ ຄຸ້ມຄອງເງິນຕາ... ຄະນະນຳກະຊວງປ້ອງກັນ... ພາກສ່ວນກ່ຽວຂ້ອງ... ສານຊົມເຊີຍ... ທາບທາມປັບປຸງກົດໝາຍ... ຂປລ.ວັນທີ 18 ມີນາ 2024 ນີ້, ຄະນະນຳກະຊວງປ້ອງກັນປະເທດ, ຄອບຄົວການນຳຂັ້ນສູງ ແລະ ຄອບ ຄົວສຸຍະວົງ ກໍຄືບໍລິສັດ PSL ໄດ້ລົງ ເຄື່ອນໄຫວຢ້ຽມຢາມ ແລະ ມອບ ເຄື່ອງໃຫ້ແກ່ສູນເສຍອົງຄະພິເສດ 790, ສູນເສຍອົງຄະ 489 ແລະ ສູນອົງຄະທຽມ 686 ເນື່ອງໃນໂອ ກາດລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດ ຊາດ ຄົບຮອບ 78 ປີ (21/03/ 1946-21/03/2024), ມີສະ ຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດຫົວ ໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດແຫ່ງ, ພ້ອມດ້ວຍ ຄະນະ, ມີບັນດາຄະນະນຳກະຊວງ ປ້ອງກັນເທດ, ຄອບຄົວການນຳ ຂັ້ນສູງ, ພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ເຂົ້າຮ່ວມ. ເຄື່ອງທີ່ນຳມອບໃນຄັ້ງນີ້ປະ ກອບມີ: ອຸປະກອນການແພດ, ເຄື່ອງ ອຸປະໂພກ-ບໍລິໂພກ (ເຂົ້າສານ, ນ້ຳດື່ມ,ໂຕະ, ຕູ້, ແອ, ຄອມພິວເຕີຕັ້ງ ໂຕະ, ເຄື່ອງອັດເອກະສານພ້ອມອຸ ປະກອນຄົບຊຸດ ແລະ ເງິນສົດຈຳ ນວນໜຶ່ງ) ລວມມູນຄ່າທັງໝົດ 1 ຕື້ກີບ. ຕະຫລອດໄລຍະເວລາຜ່ານມາ ຍາມໃດພັກ-ລັດ ກໍໄດ້ເອົາໃຈໃສ່ ເບິ່ງແຍງດູແລ ໃກ້ຊິດຕິດແທດຕາມ ຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໃຍຄືກັບ ຄົນຢູ່ໃນຄອບຄົວດຽວກັນ, ພະຍາ ຍາມຊອກຫາທຸກວິທີທາງ ເພື່ອຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ໃຫ້ແກ່ພະນັກງານຜູ້ເສຍອົງຄະບໍ່ ວ່າຈະເປັນທາງດ້ານການເງິນງົບ ປະມານ, ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານ ຕ່າງໆຕໍ່ພະນັກງານເສຍອົງຄະຍ້ອນ ການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກ ງານຜູ້ມີຜົນງານ ແລະ ຄຸນງາມ ຄວາມດີ ໃນພາລະກິດຮັບໃຊ້ການ ປະຕິວັດຊາດ ປະຊາທິປະໄຕ ຕາມນິ ຕິກໍາ ແລະ ຄວາມສາມາດຕົວຈິງ. ໂດຍ: ຊັ້ນ 1 ນ ນົກ ບຸນມາເລີດ ຂປລ. ເມື່ອບໍ່ດົນມານີ້, ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຄົ້ນພົບພະ ພຸດທະຮູບເກົ່າແກ່ຢູ່ບໍລິເວນທີ່ຜູ້ ປະກອບການພັດທະນາດອນເຜິ້ງ ຄໍານໍາໃຊ້ລົດຈົກຫີນແຮ່ ເພື່ອປັບ ເປັນບ່ອນນຳໃຊ້ຊ່ວງເຮືອໃນໄລຍະ ບຸນປີໃໝ່ທີ່ຈະມາເຖິງ ເຊິ່ງຢູ່ບໍລິ ເວນດັ່ງກ່າວ, ໄດ້ພົບສິ້ນສ່ວນເສົາກໍ່ ດ້ວຍດິນຈີ່ ແລະ ໂບກດ້ວຍປູນປະ ທາຍ. ຈາກນັ້ນ, ກໍໄດ້ໃຊ້ລົດແກ່ເອົາ ຫີນແຮ່ຢູ່ແຄມຂອງ ຊຶ່ງຫ່າງຈາກ ວັດ ປະມານ 3-4 ກິໂລແມັດ ມາ ຖອກຢູ່ຕາມເສັ້ນທາງພາຍໃນວັດ ຈາກປະຕູໂຂງທາງເຂົ້າເບື້ອງຕາ ເວັນຕົກສູ່ຕາເວັນອອກ ເຊິ່ງລົດທີ່ ເກດ (ດຸດ) ກອງດິນ ພົບເຫັນສຽນ (ຫົວ) ພຸດທະຮູບທອງສຳລິດ 1 ສຽນ ຂະໜາດ 40 ຊັງຕີແມັດ ແລະ ໄດ້ພົບອົງພະທີ່ມີແຕ່ເລົາຄີງມີ ຄວາມສູງ 30 ຊັງຕີແມັດ(ຊຕມ), ແຕ່ສ່ວນສຽນນັ້ນບໍ່ເຫັນ. ທ່ານ ທອງສະລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ຮູ້ໃນ ວັນທີ 19 ມີນາ 2024 ນີ້ວ່າ: ພາຍ ຫລັງຮູ້ຂ່າວກ່ຽວກັບການຄົ້ນພົບ ພະພຸດທະຮູບດັ່ງກ່າວ. ກົມມໍລະດົກ ກໍໄດ້ລົງຊ່ວຍກອບກູ້ວັດຖຸບູຮານ ລະຫວ່າງວັນທີ 16-18 ມີນາ ເຊິ່ງ ພະພຸດທະຮູບທີ່ຂຸດຄົ້ນໄດ້ມີທັງອົງ ໃຫຍ່ ແລະ ອົງນ້ອຍ (ອົງນ້ອຍສຸດ ປະມານ 20-25 ຊຕມ) ລວມທັງ ໝົດ 38 ອົງ ແລະ ຍັງຈະສືບຕໍ່ຂຸດ ຄົ້ນ, ນອກນີ້ໄດ້ມີການປະສານງານ ຢ່າງໃກ້ຊິດກັບພະແນກຖວທແຂວງ ບໍ່ແກ້ວ ແລະ ຫ້ອງການ ຖວທ ເມືອງ ຕົ້ນເຜິ້ງ ເຊິ່ງວິຊາການກົມມໍລະດົກ ໄດ້ນຳໃຊ້ເຄື່ອງກວດໂລຫະໃນລະ ດັບຄວາມເລິກ 25 ຊຕມ ເພື່ອ ກວດເປັນໜ້າກະດານໄປເທື່ອລະ ກ້າວຕາມເສັ້ນທາງທີ່ເພິ່ນຖອກເທ ຫີນແຮ່ຕາມເສັ້ນທາງ ເພື່ອຈະປູ ເປັນທາງຄອນກຣີດ ແລະ ໄດ້ພົບ ສິ້ນສ່ວນທອງສຳລິດ ຂອງອົງພະ ພຸດທະຮູບທີ່ຖືກລົດຈົກເຮັດແຕກ ຫລາຍປ່ຽງ, ໄດ້ພົບກ້ອນຊື່ນຫລາຍ ກ້ອນ ຂະໜາດເສັ້ນຜ່າກາງ 1,5-2 ຊຕມ ແລະ ພົບພະໃບໂພນ້ອຍທີ່ ເຮັດດ້ວຍຊື່ນ 2-3 ອົງ, ໃກ້ປະຕູໂຂງ ດ້ານຕາເວັນອອກກໍໄດ້ກວດພົບ ສຽນພະພຸດທະຮູບ ເມື່ອເອົາມາຕິດ ຈອດກັບອົງພະທີ່ເປັນເລົາຄີງ ເຊິ່ງ ພົບມາກ່ອນນັ້ນ 2-3 ມື້ ຜ່ານມາ ປາ ກົດວ່າ ແມ່ນສຽນພະອົງດັ່ງກ່າວ. ພາຍຫລັງທີ່ໄດ້ກວດຢາມເສັ້ນ ທາງໃນວັດສຳເລັດແລ້ວ, ຄະນະຮັບ ຜິດຊອບໄດ້ຕົກລົງເປັນເອກະພາບ ຈະຕ້ອງໄດ້ສືບຕໍ່ຂຸດຄົ້ນກອບກູ້ເທົ່າ ທີ່ຍັງມີເງື່ອນໄຂ ແລະ ຍັງພົບເຫັນ ຮ່ອງຮອຍຂອງສະຖານທີ່ຢັ້ງຢືນບໍ ລິເວນນີ້ເປັນວັດເກົ່າແກ່ມີອາຍຸລະ ຫວ່າງກາງສັດຕະວັດທີ 14 ເຖິງ ທ້າຍສັດຕະວັດທີ 16; ເອົາໃຈໃສ່ ຕິດຕາມ ແລະ ກວດກາຢ່າງເຂັ້ມ ງວດຕໍ່ກັບການຂຸດຄົ້ນໄດ້ພະພຸດ ທະຮູບຢູ່ພາກສະໜາມ ແລະ ນຳມາ ເກັບມ້ຽນ ໂດຍຜ່ານການຈົດບັນຊີ ຕົວເລກຂອງແຕ່ລະວັນ; ເອົາໃຈໃສ່ ປ້ອງການຄວາມປອດໄພ ທັງຊັບ ສິນ ແລະ ຊີວິດຂອງຜູ້ຄົນທັງຫລາຍ ທີ່ພາກັນເຂົ້າຮ່ວມການຂຸດຄົ້ນ ລວມທັງມວນຊົນຜູ້ທີ່ເຂົ້າໄປເບິ່ງ ໂດຍສະເພາະແມ່ນລົດຈົກທີ່ໃຊ້ງວງ ງວກໄປມາ, ໄຟຟ້າທີ່ໃຊ້ຈັກສູບນ້ຳ ແລະ ການຕົກລົງຈາກຕາຝັ່ງ; ຈະ ໄດ້ຂຶ້ນທະບຽນບັນຊີບັນດາວັດຖຸ, ພະພຸດທະຮູບ ທີ່ໄດ້ຈາກການຂຸດຄົ້ນ ເຊິ່ງໝາຍຄວາມວ່າການຂຶ້ນທະ ບຽນ ຈະເຮັດຄຽງຄູ່ໄປກັບການຂຸດ ຄົ້ນ; ຈັດຕັ້ງໜ່ວຍສະເພາະກິດຂອງ ການນຳພະພຸດທະຮູບເຂົ້າມາໃນ ວັດ ແລະ ນໍາອອກໄປພາກສະໜາມ ໃນແຕ່ລະມື້ລວມທັງເວລານຳມາ ເກັບຮັກສາໄວ້ໃນສິມວັດທອງທິບ. ເປັນຄູ່ຮ່ວມຍຸດທະສາດ, ຄວາມເຂົ້າ ອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນລະ ຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສະຫະ ພັນ ຣັດເຊຍ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດຂອງພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດອັນມີ ຄວາມໝາຍສຳຄັນນີ້ ອວຍພອນໄຊ ອັນປະເສີດມາຍັງທ່ານຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດ ອັນມີກຽດສູງສົ່ງຂອງທ່ານ. ນັບຂອງທ່ານ ໂຊບກິ ເມດິຊາດາ (Shovgi Mehdizada) ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສ ອາແຊັກໄບຊານ ປະ ຈໍາ ສປປ ລາວ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສອງປະເທດ ລາວ ແລະ ອາແຊັກໄບຊານ ຕະ ຫລອດໄລຍະຜ່ານມາ ທີ່ໄດ້ຮັບການ ເສີມຂະຫຍາຍເປັນກ້າວໆມາ. ພ້ອມ ນີ້, ສອງຝ່າຍໄດ້ເຫັນດີເປັນເອກະ ພາບທີ່ຈະສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມື ລາວ-ອາແຊັກໄບຊານ ໃນ ຕໍ່ໜ້າ ໂດຍສະເພາະແມ່ນການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ ແທນສອງຝ່າຍ ກໍຄື ການສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດການຄ້າຮ່ວມກັນໃນອະນາຄົດ. ໃນໂອກາດດຽວກັນ, ທ່ານເອກ ອັກຄະລັດຖະທູດ ແຫ່ງ ສ ອາແຊັກ ໄບຊານ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ ການຮ່ວມມືໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ອາແຊັກໄບຊານ ໃນອະນາຄົດ. ຂ່າວ-ພາບ: ກຕທ ແຂວງ (ສສຂ) ໃນຖານະເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ກໍຄື ເປົ້າ ໝາຍທີ່ກ່ຽວຂ້ອງຕ່າງໆເພື່ອປັບປຸງ ກົດໝາຍ 3 ສະບັບ ໃຫ້ຄົບຖ້ວນ, ຮັດ ກຸມ ແລະ ແທດເໝາະກັບສະພາບ ຕົວຈິງກ່ອນທີ່ຈະນໍາໄປພິຈາລະ ນາ, ຮັບຮອງເອົາຢູ່ກອງປະຊຸມສະ ໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ (ສພຊ) ຊຸດທີ IX. ໃນກອງປະຊຸມ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຊາດ ໄດ້ມີຄຳເຫັນວ່າ: ກົດໝາຍ 3 ສະບັບດັ່ງກ່າວ ໄດ້ປັບປຸງມາແລ້ວ ຫລາຍຄັ້ງ, ການປັບປຸງກົດໝາຍແຕ່ ລະຄັ້ງ ກໍເປັນບ່ອນອີງສຳຄັນແກ່ ການເຄື່ອນໄຫວຂອງສະພາແຫ່ງ ຊາດແລະສະພາປະຊາຊົນຂັ້ນແຂວງ ໃຫ້ນັບມື້ດີຂຶ້ນ. ເຖິງຢ່າງໃດກໍຕາມ, ການປັບປຸງໄລຍະຜ່ານມາ ກໍບໍ່ທັນ ໄດ້ປະຕິບັດສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ ໂດຍສະ ເພາະຂັ້ນຕອນການຈັດຕັ້ງປະຕິບັດ ແລະ ທາບທາມກົດໝາຍບໍ່ທັນເຮັດ ຢ່າງກວ້າງຂວາງ, ມີພຽງແຕ່ຄະ ນະຮັບຜິດຊອບທີ່ໄດ້ຖືກມອບໝາຍ ເປັນຜູ້ປັບປຸງ ແລ້ວກໍນຳເຂົ້າຜ່ານ ກອງປະຊຸມສະພາແຫ່ງຊາດ ພິຈາ ລະນາ ແລະ ຮັບຮອງເຮັດໃຫ້ມີບາງ ເນື້ອໃນບໍ່ທັນຮັດກຸມ ແລະ ຈະແຈ້ງ ຈຶ່ງເຮັດໃຫ້ການເຄື່ອນໄຫວຂອງ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ ໃນບາງດ້ານ ບໍ່ທັນມີ ຄຸນນະພາບເທົ່າທີ່ຄວນ. ສະນັ້ນ, ຈຸດ ປະສົງຂອງການທາບທາມຄັ້ງນີ້, ກໍເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ເປັນການຍາດແຍ່ງເອົາຄຳຄິດຄຳ ເຫັນຂອງເປົ້າໝາຍຕ່າງໆໃນສັງ ຄົມເພື່ອນຳໄປຄົ້ນຄວ້າປັບປຸງໃຫ້ ກາຍເປັນກົດໝາຍຂອງປະຊາຊົນ, ມາຈາກປະຊາຊົນ ແລະ ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ. ຖ້າກົດໝາຍດັ່ງກ່າວ, ໄດ້ຖືກ ຮັບຮອງແລ້ວ ຈະກາຍເປັນເຄື່ອງມື ສຳຄັນໃນການປະຕິບັດສິດ, ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງໃຫ້ມີຄຸນ ນະພາບສູງຂຶ້ນຕື່ມ, ປະກອບສ່ວນ ສຳຄັນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດຂອງ ພວກເຮົາ, ຮັບປະກັນເຮັດໃຫ້ສະ ຖຽນລະພາບທາງດ້ານການເມືອງ ມີຄວາມໜັກແໜ້ນ, ເສດຖະກິດຂະ ຫຍາຍຕົວຕໍ່ເນື່ອງ, ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ມີຄວາມສັກສິດສູງຂຶ້ນ, ສັງຄົມ ມີຄວາມສະຫງົບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິ ໄລ. ໃນກອງປະຊຸມ, ໄດ້ຮັບຟັງບົດ ລາຍງານກ່ຽວກັບການປັບປຸງກົດ ໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ, ກົດໝາຍວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສຸມ ສະຕິປັນຍາ ເພື່ອຄົ້ນຄວ້າປະກອບ ຄຳເຫັນຕໍ່ແຕ່ລະເນື້ອໃນຂອງ 3 ກົດໝາຍຢ່າງມີຈຸດສຸມ ເຊິ່ງຈະ ເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບ ຜິດຊອບນຳໄປຄົ້ນຄວ້າ, ວິເຄາະວິ ໄຈປັບປຸງກົດໝາຍແຕ່ລະສະບັບ ເພື່ອເຮັດໃຫ້ກົດໝາຍມີເນື້ອໃນຄົບ ຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ດ້ວຍຄຸນນະພາບສູງ. ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ ດ້ວຍອະດີດຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພຸດ ສິມມາລາວົງ ໄດ້ກ່າວ ວ່າ: ພາສາລາວ ແລະ ອັກສອນ ລາວ ເປັນພາສາ ແລະ ອັກສອນທາງ ການ, ເປັນເຄື່ອງມືສໍາລັບການ ຮຽນ-ການສອນ, ການຖ່າຍທອດ ຄວາມຮູ້ວິຊາຕ່າງໆໃນສະຖານທີ່ ການສຶກສາ, ເປັນເຄື່ອງມືໃນການ ສື່ສານຢູ່ໃນສັງຄົມລາວ. ນອກນັ້ນ, ພາສາລາວ ຍັງເປັນວິຊາຮຽນໜຶ່ງ ທີ່ສໍາຄັນ ຢູ່ໃນລະບົບໂຮງຮຽນຂອງ ລາວ ໂດຍສະເພາະແມ່ນສາມັນ ສຶກສາ. ເຖິງຢ່າງໃດກໍຕາມໃນການ ນໍາໃຊ້ພາສາລາວ, ພວກເຮົາຍັງ ພົບເຫັນບາງບັນຫາທີ່ຍັງບໍ່ທັນເປັນ ເອກະພາບກັນທີ່ຂຶ້ນກັບປັດໄຈ ຕ່າງໆທາງດ້ານຫລັກໄວຍາກອນ ລາວ (ຫລັກການໃຊ້ພາສາ), ການ ຮຽນ-ການສອນພາສາ, ການໃຊ້ພາ ສາລາວໃນສັງຄົມ ແລະ ອິດທິພົນ ຂອງພາສາປະເທດເພື່ອນບ້ານ ກໍຄື ພາສາຕ່າງປະເທດອື່ນໆ ຊຶ່ງກະ ຊວງສຶກສາທິການ ແລະ ກິລາ ໄດ້ ສ້າງຕັ້ງສູນຄົ້ນຄວ້າພາສາລາວ ແລະ ຄະນະກໍາມະການຄົ້ນຄວ້າພາ ສາລາວຂຶ້ນ ໃນປີ2022. ຫລັງຈາກ ນັ້ນຄະນະກໍາມະການດັ່ງກ່າວ ກໍໄດ້ ດໍາເນີນວຽກງານຂອງຕົນ ໂດຍ ໄດ້ດໍາເນີນການຄົ້ນຄວ້າຮຽບຮຽງ ເອກະສານຫລັກການພື້ນຖານ ການນໍາໃຊ້ພາສາລາວ ລວມທັງ ການຂຽນຄໍາພາສາລາວດ້ວຍອັກ ສອນ Latin ແລະ ການຂຽນທັບ ສັບພາສາຕ່າງປະເທດຈໍານວນໜຶ່ງ; ໄດ້ຄົ້ນຄວ້າຮຽບຮຽງວັດຈະນານຸ ກົມພາສາລາວແລະປຶ້ມປະຫວັດວັນ ນະຄະດີລາວ. ນອກນັ້ນ, ກໍໄດ້ຄົ້ນ ຄວ້າວິທີສອນພາສາລາວ ສໍາລັບ ນັກຮຽນຊົນເຜົ່າ ໂດຍຜ່ານການຝຶກ ເວົ້າ ເພື່ອກຽມຄວາມພ້ອມສໍາລັບ ຮຽນຕາມປຶ້ມແບບຮຽນທົ່ວໄປ, ປັບປຸງການຮຽນ-ການສອນພາສາ ລາວຢູ່ຊັ້ນປະຖົມ ແລະ ມັດທະຍົມ ສຶກສາ. ການທີ່ຈະໃຫ້ການນໍາໃຊ້ພາ ສາລາວ ມີຄວາມເປັນເອກະພາບກັນ ນັ້ນ, ກ່ອນອື່ນໝົດຕ້ອງມີຫລັກການ ພື້ນຖານທີ່ເປັນບ່ອນອີງ, ຫລັງຈາກ ນັ້ນຜູ້ໃຊ້ພາສາລາວ ຈະຕ້ອງມີສະຕິ ເຄົາລົບ ແລະ ປະຕິບັດຕາມຫລັກ ການທີ່ໄດ້ຕົກລົງເອກະພາບກັນ. ສະນັ້ນ, ການຄົ້ນຄວ້າ ແລະ ກໍານົດ ຫລັກການນໍາໃຊ້ພາສາລາວ ຕ້ອງ ສືບຕໍ່ກ້າວໄປຂ້າງໜ້າຕາມຫລັກ ການຂຽນຕາມສຽງໃນໄວຍາກອນ ປັດຈຸບັນ, ເຖິງຢ່າງໃດກໍຕາມ, ການ ຄົ້ນຄວ້າ ແລະ ພັດທະນາພາສາລາວ ຕ້ອງຄໍານຶງເຖິງລັກສະນະສັງຄົມ ຂອງພາສາ ໝາຍວ່າ ຕ້ອງສຶກສາ ສະພາວະຄວາມເປັນຈິງຂອງການ ນໍາໃຊ້ໃນຊີວິດຕົວຈິງ ໃນວຽກງານ ລັດຖະການ, ໃນຊີວິດປະຈໍາວັນຂອງ ປະຊາຊົນ ລວມທັງຄ່ານິຍົມຂອງ ຄົນສ່ວນຫລາຍທີ່ສົມເຫດສົມຜົນ. ພາສາປາກເວົ້າຈະເວົ້າຕາມສຽງ ສໍານຽງຂອງທ້ອງຖິ່ນໃດກໍໄດ້, ແຕ່ ເວລາຂຽນໃຫ້ຂຽນເອກະພາບກັນ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ຮັບຟັງການລາຍງານຫລັກການ ພື້ນຖານການນໍາໃຊ້ພາສາລາວປະ ກອບມີການນຳໃຊ້ຕົວອັກສອນ ລາວ, ການນໍາໃຊ້ວະລີ ແລະ ປະ ໂຫຍກໃນພາສາລາວ, ການນຳໃຊ້ ຄຳໃນພາສາລາວ, ຫລັກການ ແລະ ວິທີແຕ່ງກາບກອນ; ການຂຽນພາ ສາລາວດ້ວຍອັກສອນລາແຕັງ ແລະ ການຂຽນທັບສັບພາສາຕ່າງປະ ເທດປະກອບມີການຂຽນພາສາ ລາວ ດ້ວຍອັກສອນລາແຕັງ,ການ ຂຽນທັບສັບພາສາຝຣັ່ງ, ການ ຂຽນທັບສັບພາສາອັງກິດ, ການ ຂຽນທັບສັບພາສາຣັດເຊຍ, ການ ຂຽນທັບສັບພາສາຫວຽດນາມ, ພາສາຈີນ, ພາສາຍີ່ປຸ່ນ ແລະ ພາສາ ເກົາຫລີ. ຂ່າວ-ພາບ: ຍຸພິນທອງ ຕ່າງປະເທດຂອງສປປລາວໄດ້ເປີດ ກວ້າງຫລາຍດ້ານໂດຍອີງໃສ່ຫລັກ ການສາກົນ ແລະ ຈຸດພິເສດຂອງ ປະເທດເຮົາ ທີ່ມີການນຳໃຊ້ເງິນຕາ ຫລາຍສະກຸນ.ຜ່ານມາເຖິງວ່າ ທຫລ ໄດ້ມີນະໂຍບາຍ, ນິຕິກຳເປັນເຄື່ອງ ມືຂອງລັດໃນການຄຸ້ມຄອງເງິນຕາ ຕ່າງປະເທດ, ແຕ່ອີງໃສ່ສະພາບ ທາງດ້ານເສດຖະກິດ-ການເງິນມີ ການພັດທະນາໃນແຕ່ລະໄລຍະ, ຄວາມຕ້ອງການເງິນຕາເພື່ອນຳ ເຂົ້າສິນຄ້າ ແລະ ການບໍລິການ ແລະ ພັນທະທາງການເງິນກັບຕ່າງປະ ເທດມີສູງຂຶ້ນ, ທຫລ ຈຳເປັນຕ້ອງ ມີການປະຕິຮູບວຽກງານຄຸ້ມຄອງ ເງິນຕາຕ່າງປະເທດ ໃຫ້ຄົບຖ້ວນສົມ ບູນຄືກັບຫລາຍປະເທດ ເປັນຕົ້ນ ການພັດທະນາລະບົບການຄຸ້ມຄອງ ຜູ້ນຳເຂົ້າ-ສົ່ງອອກ, ການເປີດບັນຊີ ສະເພາະຜູ້ນຳເຂົ້າ-ສົ່ງອອກ, ບັນ ຊີລົງທຶນຕ່າງປະເທດ, ກຳນົດເວລາ, ເງື່ອນໄຂ, ໄລຍະເວລານຳລາຍຮັບ ຈາກການສົ່ງອອກ, ພັດທະນາລະ ບົບການບໍລິຫານກະແສເງິນຕາ ຕ່າງປະເທດ (CMS) ແລະ ພັນທະ ການແລກປ່ຽນກັບລະບົບທະນາ ຄານ, ກຳນົດເພດານການກູ້ຢືມຕ່າງ ປະເທດຂອງພາກລັດ ແລະ ເອກະ ຊົນ ແລະ ການຄຸ້ມຄອງແຫລ່ງເງິນ ຕາຈາກແຮງງານ, ການທ່ອງທ່ຽວ ຕ່າງໆແລະ ຕ້ອງຄຸ້ມຄອງລາຍຈ່າຍ ເພື່ອຊຳລະກັບຕ່າງປະເທດ. ຈາກການຈັດຕັ້ງປະຕິບັດໄລ ຍະບໍ່ດົນມານີ້, ເຫັນວ່າ ລາຍຮັບເງິນ ຕາຈາກການສົ່ງອອກຜ່ານທະນາ ຄານດີຂຶ້ນຕາມລຳດັບ ເປັນຕົ້ນ ປີ 2021ບັນລຸໄດ້32,46%, ປີ2022 ຂປລ. ໃນວັນທີ 18 ມີນາ 2024 ນີ້,ທ່ານນາງສວນສະຫວັນວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງ ທ່ານ ອອງ ໂກ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງ ສາທາລະນະລັດ ສະຫະ ພາບ ມຽນມາ ໃນໂອກາດມາດຳ ລົງຕຳແໜ່ງເປັນທູດຄົນໃໝ່ ປະ ຈຳ ສປປ ລາວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ອອງ ໂກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າດ້ວຍປະສົບການທາງດ້ານ ການທູດ ແລະ ບົດຮຽນ, ຄວາມຮູ້ ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງ ລາວ-ມຽນມາ ໂດຍສະ ເພາະວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບ ຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າ ສູ່ລວງເລິກ ແລະ ມີປະສິດທິພາບ, ປະສິດທິຜົນສູງ ໃນອະນາຄົດ. ທ່ານ ອອງ ໂກ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານນາງສວນສະ ຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ ຈະສຸມທຸກເຫື່ອແຮງ,ສະ ຕິປັນຍາ ເຂົ້າການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ກໍຄື ຊຸກຍູ້ສົ່ງ ເສີມການພົວພັນຮ່ວມມື ລະຫວ່າງ ມຽນມາ-ລາວ ໃຫ້ນັບມື້ໄດ້ຮັບການ ເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ ໃນອະນາຄົດ. ທັງນີ້, ກໍເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ຂອງທັງ ສອງປະເທດ ມຽນມາລາວ, ລາວ-ມຽນມາ. ຂ່າວ: ວຽງສະຫວັນ,ພາບ: ຂັນໄຊ ]a f4t,q o8u dt-;' 4;m 8h voIa [m6 f,Po,k 7q o.\j ສວສ ສຳມະນາ.... ຖານການນຳໃຊ້ພາສາລາວ ໃນວັນ ທີ 18 ມີນາ 2024 ໂດຍພາຍໃຕ້ ການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີທ່ານ ບໍ່ແສງຄຳ ວົງດາລາ ອະດີດລັດຖະ ມົນຕີກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ພ້ອມ ປະເທດ (ສະບັບປັບປຸງ) ໃຫ້ເຂົ້າ ສູ່ລ່ວງເລິກ ແລະ ປະຕິບັດຄາດ ໝາຍສະພາແຫ່ງຊາດ ໃນການນຳ ລາຍຮັບເງິນຕາຈາກການສົ່ງອອກ ຜ່ານລະບົບທະນາຄານ ໃຫ້ບັນລຸໄດ້ 70% ໃນປີ 2024. ນະໂຍບາຍຄຸ້ມຄອງເງິນຕາ ກວມເອົາ 36,26% ແລະ ໃນປີ 2023 ເພີ່ມຂຶ້ນເປັນ 54,47%ຂອງ ມູນຄ່າການສົ່ງອອກ, (ຄາດໝາຍ ສະພາແຫ່ງຊາດກຳນົດໄວ້ 50%), ການສະໜອງເງິນຕາຂອງລະບົບ ທະນາຄານແກ່ສັງຄົມ ເພື່ອຊໍາລະ ສິນຄ້າກັບຕ່າງປະເທດແກ່ສິນຄ້າ ບູລິມະສິດ, ພັນທະທາງການເງິນ ໂດຍລວມດີຂຶ້ນ, ສະພາບອັດຕາ ແລກປ່ຽນ ແລະ ເງິນເຟີ້ເຖິງວ່າບໍ່ ທັນບັນລຸຕາມລະດັບຄາດໝາຍກຳ ນົດ ແຕ່ກໍບໍ່ເໜັງຕີງແຮງ ແລະ ສາ ມາດຄວບຄຸມໄດ້. ເຖິງຢ່າງໃດຕາມ, ອີງໃສ່ຄວາມຕ້ອງການເງິນຕາມີ ສູງເພື່ອນຳເຂົ້າສິນຄ້າ ແລະ ການ ບໍລິການ ໂດຍສະເພາະສິນຄ້າທີ່ຈຳ ເປັນ ເປັນຕົ້ນ ນ້ຳມັນເຊື້ອໄຟ, ສິນຄ້າ ອຸປະໂພກ-ບໍລິໂພກທີ່ຈຳເປັນ ແລະ ອື່ນໆ, ທຫລ ຈະສືບຕໍ່ປັບປຸງນິຕິ ກຳ ແລະ ລະບົບການຄຸ້ມຄອງເງິນ ຕາຕ່າງປະເທດໃຫ້ຄົບຖ້ວນ ແລະ ມີຄວາມເຂັ້ມແຂງ ເພື່ອແກ້ໄຂບັນຫາ ເຄັ່ງຮ້ອນໃນປັດຈຸບັນ. ການອອກນິຕິກຳຂອງ ທຫລ ແມ່ນໜຶ່ງໃນມາດຕະການທີ່ສຳຄັນ ຂອງການຄຸ້ມຄອງເງິນຕາໃຫ້ເຂົ້າ ສູ່ລະບົບທະນາຄານຫລາຍຂຶ້ນ, ສ້າງຖານະເງິນຕາຕ່າງປະເທດໃຫ້ ເຂັ້ມແຂງ ເຊິ່ງຈະມີຜົນດີຫລາຍຢ່າງ ໃຫ້ກັບສັງຄົມກໍຄືການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເຊິ່ງນະໂຍບາຍດັ່ງກ່າວ ອາດຈະເປັນເລື່ອງໃໝ່ຂອງ ສປປ ລາວ ແຕ່ຫລາຍປະເທດ ໄດ້ປະຕິບັດ ມາເປັນສອງ-ສາມທົດສະວັດແລ້ວ. ຂ່າວ: ຣັດສະໝີ ດວງສັດຈະ

xtgmf]k; 3 20/03/2024 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ *** dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ: ພິດສະໄໝ zq oleg]a f.odkolh k'lkra fmtokxtgmf-kf rkp.8h dkooerk0v'ra d xt-k-q o xt8y ;a f]k; ໂດຍ: ໄໝຄຳຍ້ອມສິນ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ]tob dgsfdko [A oIq [g,n v'mj kc0d ;a omu 21 ,u ok 7q [Iv[ 78 xu *ວັນທີ 21 ມີນາ ແມ່ນວັນທີ່ປວງ ຊົນລາວທັງຊາດ, ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະ ກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝລັ່ງທີ່ເຄີຍປະລາ ໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວ ອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນ ການບຸກລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາ ເຜົ່າ ໄດ້ດໍາເນີນການຕໍ່ສູ້ຕີຕ້ານການບຸກ ລຸກບຽດຢຶດຂອງສັດຕູຢູ່ຕົວເມືອງ ຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ຊຶ່ງຄະນະ ບັນຊາການທະຫານ ແລະ ຄະນະຮັບ ຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາ ການສູງສຸດ ໄດ້ນໍາພາກໍາລັງປະກອບ ອາວຸດ ຂອງລາວ ແລະ ຊາວຫຽດນາມ ຕ່າງດ້າວຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ. ໃນປີ 1946 ພວກລ່າເມືອງຂຶ້ນ ແບບເກົ່າ ໄດ້ກັບຄືນມາຮຸກຮານລາວ ອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນ * ພັກປະຊາຊົນ ປະຕິວັດລາວ ພາຍ ຫລັງໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ຜະ ເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງ ເປັນຕົ້ນ: ພື້ນຖານເສດຖະກິດ-ສັງຄົມ ບໍ່ທັນມີຫຍັງ, ຖານທີ່ໝັ້ນຂອງການປະ ຕິວັດລາວຕົ້ນຕໍແມ່ນຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ໃນເວລາ ດຽວກັນນັ້ນ,ຈັກກະພັດອາເມລິກາພັດ ໄດ້ ເພີ່ມທະວີການຮຸກຮານຢູ່ອິນດູຈີນ ກໍ່ຄືປະເທດເຮົາຢ່າງໂຫດຮ້າຍປ່າ ເຖື່ອນ, ແຕ່ພັກເຮົາກໍ່ສາມາດນໍາພາປະ ຊາຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ ພິລະອາດຫານ ແລະ ສາມາດຍາດໄດ້ ໄຊຊະນະຢ່າງສະຫງ່າງາມສາມາດ ປົດປ່ອຍປະເທດຊາດໄດ້ຢ່າງມີໄຊໃນ ວັນທີ 2 ທັນວາ ປີ 1975. ໃນປີ2024ນີ້ພໍດີຄົບຮອບວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ 69 ປີ (22 ມີນາ 1955-22 ມີນາ 2024) ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວ ລັດ,ທົ່ວກຳລັງປະກອບອາວຸດແລະທົ່ວ ປວງຊົນລາວທັງຊາດ ພວມອອກແຮງ ແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ລວງເລິກຂອງທຸກວຽກງານ ໄປພ້ອມກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງ ທີ IX(2021-2025) ໄດ້ດໍາເນີນ ໃນ ສະພາບສາກົນ ແລະ ພາກພື້ນມີການ ຜັນແປຢ່າງສັບສົນ. ພາຍໃນປະເທດ ເຮົາ ໄດ້ຜະເຊີນໜ້າກັບຄວາມຫຍຸ້ງ ຍາກດ້ານເສດຖະກິດ, ງົບປະມານການເງິນ, ບັນຫາໜີ້ສິນ, ໄພທໍາມະ ຊາດ. ສະພາບດັ່ງກ່າວໄດ້ເປັນອຸປະສັກ ໃຫຍ່ຫລວງແລະ ກາຍເປັນສິ່ງທ້າທາຍ ຕໍ່ການຈັດຕັ້ງປະຕິບັດບັນດາຄາດ ໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ. ແຕ່ພາຍໃຕ້ແນວ ທາງປ່ຽນແປງໃໝ່ຮອບດ້ານມີຫລັກ ການ, ພັກເຮົາ ໄດ້ນໍາພາສ້າງພື້ນຖານ ແລະ ບັນດາປັດໄຈຕົວຈິງທີ່ສໍາຄັນໃຫ້ ແກ່ການແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ ເກີດຂຶ້ນລວມທັງສ້າງຄວາມອາດ ສາມາດຫລາຍດ້ານ ເພື່ອເຮັດໃຫ້ເສດ ຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ທັງຮັບປະກັນສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບປອດໄພ ໂດຍພື້ນ ຖານ, ຄວາມເປັນເອກະລາດ, ອໍານາດ ອະທິປະໄຕ, ຜືນແຜ່ນດິນອັນຄົບ ຖ້ວນ ແລະ ໝາກຜົນຂອງການປະຕິວັດ ໄດ້ ຮັບການປົກປ້ອງຢ່າງເຂັ້ມແຂງຍ້ອນ ລະບົບການເມືອງຢູ່ແຕ່ລະຂັ້ນໄດ້ຮັບ ການປັບປຸງຢ່າງຕໍ່ເນື່ອງ, ປະຊາຊົນ ບັນດາເຜົ່າ ນັບທັງພີ່ນ້ອງຊາວລາວ ຜູ້ມີນໍ້າໃຈຮັກເຊື້ອແພງຊາດທີ່ດໍາລົງ ຊີວິດ, ທໍາມາຫາກິນຢູ່ຕ່າງ ປະເທດໄດ້ ເສີມຂະຫຍາຍມູນເຊື້ອແຫ່ງຄວາມ ສາມັກຄີປອງດອງ ແລະ ຄວາມເອື້ອ ເຟື້ອເພື່ອແຜ່ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງແຂງແຮງ, ໄດ້ປະກອບສ່ວນ ສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວ ປວງຊົນຮອບ ດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ; ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການກໍ່ສ້າງ, ປັບ ປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະ ເທດຊາດ, ຄວາມສາມາດໃນການປະ ຕິບັດໜ້າທີ່ໄດ້ຮັບການຍົກລະດັບສູງ ຂຶ້ນ; ກາຍເປັນກໍາລັງປະຈັນບານ ໃນ ການຕ້ານ, ສະກັດກັ້ນແລະທັບມ້າງກົນ ອຸບາຍມ້າງເພທໍາລາຍຂອງອິດທິກໍາ ລັງປໍລະປັກ ແລະ ການກໍ່ຄວາມບໍ່ສະ ຫງົບ, ອາດຊະຍາກໍາຕ່າງໆ ຂອງພວກ ຄົນບໍ່ດີ. ການພັດທະນາເສດຖະກິດຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ,ໝັ້ນທ່ຽງ, ຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນແຕ່ລະໄລຍະເຊັ່ນ: 19861990 ສະເລ່ຍ 4,8% ຕໍ່ປີ; 19911995 ເພີ່ມຂຶ້ນ 6,4%: 19962005 ໄດ້ 6,2% ຕໍ່ປີ; 2006-2010 ສະເລ່ຍ 7,9%; 2010-2015 ບັນລຸ 7,9% , ປີ 2019 ບັນລຸ 6,4% ແລະ ປີ 2020 ບັນລຸ 5,8% ແລະ ປີ 2023 4,2% ແລະ ລາຍຮັບຂອງປະຊາຊົນ ກໍ່ໄດ້ ເພີ່ມຂຶ້ນເຊັ່ນ: ປີ 1985 ລາຍຮັບ ສະເລ່ຍຕໍ່ຫົວຄົນໄດ້ 4 ໂດລາ,ປີ 1995 ໄດ້ 380 ໂດລາ,ປີ 2006 ໄດ້ 534 ໂດລາ,ປີ 2010 ໄດ້ 1.069 ໂດລາ, ປີ 2015 ໄດ້1.970 ໂດລາ, ປີ2019 ໄດ້ 2.638 ໂດລາ, ປີ 2020 ໄດ້ 2.664 ໂດລາ ແລະ ປີ 2023 ໄດ້ 1.777 ໂດລາ ສາເຫດທີ່ເຮັດໃຫ້ລາຍຮັບຕໍ່ຫົວ ຄົນມີທ່າອຽງຫລຸດລົງຍ້ອນອັດຕາເງິນ ເຟີ້ ແລະ ການອ່ອນຄ່າຂອງເງິນກີບ. ອັນພົ້ນເດັ່ນໃນປີງົບປະມານ 2021 ແລະ2022ລັດຖະບານສາມາດປະຢັດ ລາຍຈ່າຍຈໍານວນໜຶ່ງທີ່ບໍ່ຈໍາເປັນ ຊຶ່ງ ໄດ້ເຮັດໃຫ້ມູນຄ່າການຂາດດຸນງົບປະ ມານມີທ່າອ່ຽງຫລຸດລົງ ແລະ ເກີນດຸນ, ໃນນັ້ນ ປີ 2022 ເກີນດຸນຢູ່ໃນລະດັບ 259,64 ຕື້ກີບ, ເທົ່າກັບ 0,12% ຂອງGDP ແລະ 6 ເດືອນຕົ້ນປີ 2023 ເກີນດຸນ 2.784,43 ຕື້ກີບ, ເທົ່າກັບ 2,35% ຂອງ GDP; ຄັງສໍາຮອງ ເງິນຕາຕ່າງປະເທດສາມາດກຸ້ມການ ນໍາເຂົ້າ 3,67 ເດືອນ. ຂົງເຂດວັດທະນະທໍາ-ສັງຄົມ ໄດ້ ຮັບການພັດທະນາ, ຍົກລະດັບຂຶ້ນ ຢ່າງ ຕໍ່ເນື່ອງກາຍເປັນປັດໄຈພື້ນຖານຮັບ ປະກັນໃຫ້ແກ່ການພັດທະນາແບບຍືນ ຍົງ. ສາມາດບັນລຸໄດ້ດັດສະນີການພັດ ທະນາຊັບພະຍາກອນມະນຸດ ຂອງບັນ ດາປະເທດທີ່ພົ້ນຈາກສະຖານະພາບ ດ້ອຍພັດທະນາ; ພ້ອມນັ້ນ ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນໄດ້ມີ ຄວາມຄືບໜ້າຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບ ການປັບປຸງຍົກລະດັບຂຶ້ນຢ່າງຈະ ແຈ້ງ. ຄຽງຄູ່ກັບການປັບປຸງ, ຍົກລະ ດັບຄຸນນະພາບດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກໍາໃຫ້ ເປັນລະບົບຮັດກຸມກວ່າເກົ່າ, ສ້າງພື້ນ ຖານອັນເຂັ້ມແຂງ ໃຫ້ແກ່ການຫັນໄປ ສູ່ການຄຸ້ມຄອງລັດຕາມກົດໝາຍ ເຊິ່ງ ສອດຄ່ອງກັບເປົ້າໝາຍການສ້າງ ລັດປະຊາທິປະໄຕປະຊາຊົນທີ່ປົກຄອງ ດ້ວຍກົດໝາຍ. ການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດຍຸດທະສາດ ຂະຫຍາຍຕົວສູ່ລະດັບສູງອັນໃໝ່, ໃນ ນັ້ນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ສືບຕໍ່ຂະ ຫຍາຍຕົວເຂົ້າສູ່ລວງເລິກ, ການພົວ ພັນອັນ ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດ ທະສາດລາວ-ຈີນໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມຊະຕາກໍາ, ການພົວພັນຮ່ວມມື- ຊ່ວຍເຫລືອເຊິ່ງກັນແລະກັນທີ່ເປັນມູນ ເຊື້ອກັບບັນດາປະເທດສັງຄົມນິຍົມອ້າຍ ນ້ອງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ. ສັງລວມແລ້ວ, ຜົນສໍາເລັດທີ່ຍາດ ໄດ້ຢ່າງຕໍ່ເນື່ອງໃນຫລາຍສິບປີແຫ່ງ ການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ໄດ້ເຮັດໃຫ້ໂສມໜ້າຂອງ ປະ ເທດເຮົາມີການປ່ຽນ ແປງໃຫຍ່ຫລວງ ຮອບດ້ານ ໄດ້ກາຍເປັນພື້ນຖານອັນ ໜັກແໜ້ນ ທີ່ຮັບປະກັນໃຫ້ປະເທດຊາດ ແລະ ລະບອບໃໝ່ຂອງພວກເຮົາຍືນ ຍົງຄົງຕົວ, ສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບ ຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງ ອອກ. ພັກເຮົາ ມີຄວາມເຂົ້າໃຈເລິກ ເຊິ່ງບັນຫາຕ່າງໆພວມຜະເຊີນຢູ່, ຄົ້ນ ຫາທາງອອກ ແລະ ວາງບັນດາມາດ ຕະການອັນຈໍາເປັນ ເພື່ອແກ້ໄຂບັນຫາ ດັ່ງກ່າວ ທັງສະເພາະໜ້າ ແລະ ຍາວ ນານ; ປະຊາຊົນບັນດາເຜົ່າມີຄວາມ ເຊື່ອໝັ້ນ, ໃຫ້ການສະໜັບສະໜູນ ແລະ ສືບຕໍ່ປົກປັກຮັກສາພັກ ແລະ ລະ ບອບ ໃໝ່; ປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ ໃຫ້ຄວາມເຊື່ອໝັ້ນ ແລະ ສືບຕໍ່ສະ ໜັບສະໜູນຊ່ວຍເຫລືອອັນຈໍາເປັນ ໃຫ້ແກ່ປະເທດເຮົາ ໄດ້ປະກອບສ່ວນ ສໍາຄັນເຮັດໃຫ້ພວກເຮົາ ຜ່ານຜ່າໄດ້ ຄວາມຫຍຸ້ງຍາກດ້ານຕ່າງໆ ອັນເປັນ ພື້ນຖານໃຫ້ພວກເຮົາກ້າວສູ່ການຈັດ ຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ. (ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບ 78 ປີ 21/3/1946-21/3/2024) ການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບ ກັບກອງກໍາລັງປະກອບອາວຸດຂອງ ຄົນຫວຽດນາມຢູ່ລາວໄດ້ດໍາເນີນການ ຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານ ການ ບຸກລຸກບຽດຢຶດຂອງສັດຕູ ຢູ່ບັນດາຕົວ ເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດັ່ນກວ່າໝູ່ແມ່ນ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດ ສໍາຄັນຂອງການປະຕິວັດໃນເວລາ ນັ້ນ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານ ກັບກໍາລັງທະຫານ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ພວກປະຕິການຂາຍ ຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະ ຈໍາເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີລະຫວ່າງ2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະ ກຽມໃຫ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມ ບັດຂອງປະຊາ ຊົນແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍ ຕົວ” (ເອກະສານ ສະຫາຍ ຫງວຽນ- ຕື - ກຸຍ ສະມາຊິກພັກ ໜ່ວຍພັກທ່າ ແຂກ ໃນສະໄໝນັ້ນ). ປະຕິບັດຕາມມະ ຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານສຸພານຸວົງເປັນຜູ້ບັນ ຊາການສູງສຸດໄດ້ໂຮມປະຊຸມ ເພື່ອ ຜ່ານແຜນການສູ້ຮົບປ້ອງກັນຕົວເມືອງ ຢ່າງລະອຽດ. ຄະນະບັນຊາການໄດ້ ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າ ຄະນະບັນຊາການຮັບຜິດຊອບເຂດຕາ ເວັນອອກສ່ຽງ ເໜືອ ແລະ ທິດຕາເວັນ ຕົກສ່ຽງໃຕ້ຂອງເມືອງທ່າແຂກ; ກໍາ ລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມ ຕ່າງດ້າວ 2 ກອງ-ຮ້ອຍ) ປະກອບອາ ວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງ ກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູ ໃນທຸກທິດ. ເພື່ອເພີ່ມທະວີຄວາມສາມັກຄີໃນ ການຕໍ່ສູ້, ກອງບັນຊາການ ໄດ້ປຸກລະ ດົມທະຫານ ແລະ ປະຊາຊົນລາວທີ່ຮັກ ຊາດ - ຊາວຫວຽດນາມຕ່າງດ້າວ ກໍ່ ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມຕົວເມືອງ, ໂດຍປະຕິບັດ ຕາມຄໍາຂວັນທີ່ວ່າ: “ຖວາຍຄໍາເພື່ອ ກູ້ຊາດ” ປະຊາຊົນລາວ ແລະ ຊາວ ຫວຽດ-ນາມຕ່າງດ້າວ ໄດ້ຈິງໃຈປະ ກອບເງິນ, ຄໍາຢ່າງຫລວງຫລາຍໄປ ປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ ກໍາລັງປະກອບອາວຸດ; ສ່ວນສະມາ ຄົມແມ່ຍິງ ແມ່ນຮັບຜິດຊອບວຽກງານ ແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດ ໜ້າທີ່ໃນທຸກດ້ານ. ຢ່າງໃດກໍຕາມ ຍ້ອນເຫລັກຫລາຍ ກວ່າຖ່ານ ຄື ພວກລ່າເມືອງຂຶ້ນຝລັ່ງ ມີອາວຸດຍຸດໂທປະກອນທີ່ທັນສະໄໝ ກວ່າ ເຮັດໃຫ້ທະຫານປະຕິວັດຂອງພວກ ເຮົາບໍ່ສາມາດຮັກສາຕົວເມືອງທ່າ ແຂກໄວ້ໄດ້ຈິ່ງຕັດສິນໃຈທັງຕ້ານແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມ ກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປແຂວງ ນະຄອນພະນົມ, ປະເທດໄທ ແຕ່ພວກ ສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວມ ຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາ ມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນລົ້ມຕາຍ ແລະ ບາດ ເຈັບຢ່າງຫລວງຫລາຍ, ສ່ວນເຮືອຈັກ ທີ່ປະທານ ສຸພານຸວົງ ແລະ ພະນັກງານ ຈໍານວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງ ຢູ່ກາງແມ່ນໍ້າຂອງ, ນັກຮົບປະຕິວັດ ລາວຜູ້ໜຶ່ງ ແລະ ຊາວຫວຽດນາມ ຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດ ຄາທີ່, ສ່ວນປະທານ ສຸພານຸວົງ ໄດ້ຮັບ ບາດເຈັບສາຫັດ ແລະ ນໍາໄປປິ່ນປົວຢູ່ ໂຮງໝໍແຂວງນະຄອນພະນົມຂອງໄທ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==