5831

07 xtgmf]k; gsfdko{dkora fmtok a 14/03/2024 ຂ່າວ: ກ່າ ຄຸດທະວົງສັກ່ າ່ າຸ ດົ ງັ ກ ຂ່າວ: ມະນີວັນ່ າີ ວັນ 7kf;j kdkod+ lh k'lt|k,dy ]k c0;'lk]t;a o 9t.sh leg]a f.ogfn vod= ]tdq foU g,n v'v5 m5 ,rvo gxu fgmltdko xu mj v'mj P;]k; 2024 1j k'7b d7N o Iv'g]0kra dc0;'7e,j ;o 8h voIa [ vtfu fmtskovklklt\a d{-j P;-kos;Pfok, *ຕາມການລາຍງານຂອງທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ເມື່ອບໍ່ດົນມານີ້ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ຄະນະຮັບ ຜິດຊອບຂອງແຂວງ ພວມເລັ່ງ ຊຸກຍູ້ການກໍ່ສ້າງ ແລະ ປັບປຸງ ສະໜາມກິລາແຂວງຕ້ອງໃຫ້ສໍາ ເລັດພາຍໃນເດືອນກໍລະກົດ 2024 ນີ້, ເພື່ອຮັບໃຊ້ງານກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າ ພາບ ຊື່ງຈະຈັດຂຶ້ນແຕ່ລະຫວ່າງ ວັນທີ13-ຫາ 22 ທັນວານີ້ ແລະ ມາຮອດປັດຈຸບັນ ການກໍ່ສ້າງມີ ຄວາມຄືບໜ້າ 80% ແລ້ວ. ທ່ານ ສຸນີ ນາມມະບົວລີ ໃຫ້ຮູ້ ວ່າ: ການກະກຽມຄວາມພ້ອມດ້ານ ພື້ນຖານໂຄງລ່າງ ມີຜົນສຳເລັດ ຫລາຍດ້ານ ເປັນຕົ້ນແມ່ນການ ກໍ່ສ້າງສະໜາມເປີດ ແລະ ປິດແມ່ນ ສໍາເລັດແລ້ວຄື: ສຳເລັດການສ້າງ ອັດສະຈັນ (ບ່ອນນັ່ງຊົມ) ໂຊນ 2, ການກໍ່ສ້າງຫ້ອງການ, ຫ້ອງພັກ ນັກກິລາ, ຫ້ອງຮັບຮອງແຂກພິເສດ (VIP), ຕິດຕັ້ງອຸປະກອນຮັບໃຊ້ ຕ່າງໆ ແລະ ສິ່ງອໍານວຍຄວາມ ສະດວກອື່ນໆ. ຂປລ. ແຫລ່ງຂ່າວຕາກ ເມືອງ ປາກລາຍ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກ ວ່າດ້ວຍການປະສານງານ ຮ່ວມ ລະຫວ່າງ ຄະນະສະມາຊິກ ສະພາປະຊາຊົນແຂວງ(ສສຂ) ປະຈໍາເມືອງ ກັບອົງການປົກຄອງ ເມືອງ ຈັດຂຶ້ນໃນວັນທີ 12 ມີນາ 2024 ໂດຍມີ ທ່ານ ນາງ ວິລະພອນ ທອງພິມ ຮອງປະທານສະພາປະຊາ ຊົນແຂວງ, ທ່ານ ບຸນຫລາຍ ວົງ ດາລາ ວ່າການເຈົ້າເມືອງປາກລາຍ, ມີສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການພາຍໃນເມືອງ ເຂົ້າຮ່ວມ. ໃນພິທີ, ທ່ານ ສົມດີ ຄົງສະຫວັນ ຫົວໜ້າ ຄະນະສະມາຊິກສະພາປະ ຊາຊົນແຂວງປະຈໍາເມືອງປາກລາຍ ໄດ້ຜ່ານບົດບັນທຶກ ວ່າດ້ວຍການ ປະສານງານຮ່ວມ ລະຫວ່າງ ຄະນະ ສະມາຊິກສະພາປະຊາຊົນແຂວງປະ ຈໍາເຂດເລືອກຕັ້ງເມືອງ ກັບອົງການ ປົກຄອງເມືອງ, ພ້ອມທັງເຊັນບົດ ບັນທຶກຮ່ວມກັບ ທ່ານ ບຸນຫລາຍ ວົງດາລາ ວ່າການເຈົ້າເມືອງປາກ ລາຍ ເຊິ່ງບົດບັນທຶກດັ່ງກ່າວ ໄດ້ກໍາ ນົດຫລັກການ, ຂອບເຂດສິດ-ໜ້າທີ່ ແລະ ກົນໄກ ກ່ຽວກັບການພົວພັນ ປະສານງານ ລະຫວ່າງ ຄະນະສະ ມາຊິກສະພາປະຊາຊົນແຂວງປະ ຈໍາເມືອງກັບອົງການປົກຄອງເມືອງ ໃນການຄົ້ນຄວ້າປຶກສາຫາລື ແລະ ຕົກລົງບັນຫາທ້ອງຖິ່ນຮ່ວມກັນ ດ້ວຍຄວາມຮັບຜິດຊອບສູງ ແນໃສ່ ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ຢູ່ທ້ອງຖິ່ນເຂົ້າສູ່ລະບຽບ ກົດໝາຍຢ່າງເຂັ້ມງວດ ເພື່ອອໍາ ນວຍຄວາມສະດວກ ໃນການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານຂອງ ແຕ່ລະພາກສ່ວນໃຫ້ມີຄວາມໂປ່ງ ໃສຖືກຕ້ອງ ຊັດເຈນ ແລະ ທັນການ. ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເທສະ ການປີທ່ອງທ່ຽວ 2024 ຂອງ ເມືອງອຸທຸມພອນ ຕິດພັນກັບການ ສົ່ງເສີມການທ່ອງທ່ຽວທາງທໍາມະ ຊາດ ແລະ ວັດທະນະທໍາອັນໂດດ ເດັ່ນ ຈັດຂຶ້ນຢ່າງຄຶກຄື້ນ ໃນທ້າຍ ອາທິດຜ່ານມາ ໂດຍມີ ທ່ານ ບຸນ ໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ, ທ່ານ ບົວ ເງິນ ຊາພູວົງ ປະທານສະມາຄົມນັກ ສິລະປິນແຫ່ງຊາດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງໄສ ໄຊຍະ ວົງຄໍາດີ ເຈົ້າເມືອງອຸທຸມພອນໄດ້ ໃຫ້ຮູ້ວ່າ: ເມືອງອຸທຸມພອນ ຍາມ ໃດກໍຖືເອົາວຽກງານສົ່ງເສີມການ ທ່ອງທ່ຽວ ເປັນການກະຕຸກຊຸກຍູ້ ການຂະຫຍາຍຕົວທາງດ້ານເສດ ຖະກິດຢ່າງຕໍ່ເນື່ອງ ເພື່ອເປັນການ ໂຄສະນາ ແລະ ກຽມຄວາມພ້ອມ ໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024. ເທສະການປີທ່ອງທ່ຽວ 2024 ເມືອງອຸທຸມພອນ ໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ ຕາມຄໍາຂວັນຂອງ ເມືອງທີ່ວ່າ: “ອຸທຸມພອນ ເມືອງ ປະຕູສີ່ທິດ ເຂດເສດຖະກິດພິເສດ ເຂດທ່ອງທ່ຽວທໍາມະຊາດ ຖໍ້າພະ ດ່ານລາດມັ່ງດົງໃນຫັດຖະກໍາໄມ້ ໃຜ່ດົງທ່າ ພ້າກ້ານາຫົວຂົວ ປີ້ງໄກ່ ລາດນົວທາງແບ່ງເຊໂນ” ອັນເປັນ ເຫດການໜຶ່ງທີ່ມີຄວາມໝາຍຄວາມ ສໍາຄັນ ແລະ ໄດ້ຕິດພັນກັບຫລາຍ ພາກສ່ວນໃນສັງຄົມ. ທ່ານ ໂພຄໍາ ແວວມະນີ ຮອງເຈົ້າ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 11 ມີນາ 2024 ຜ່ານມາ, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຄໍາມ່ວນ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກ-ພະນັກ ງານ ໄດ້ຕ້ອນຮັບ ທ່ານ ດ້ວນ ວັນ ບ່າວ ຫົວໜ້າຄະນະອະດີດທະຫານ ອາສາສະໝັກ-ຊ່ຽວຊານຫວຽດ ນາມ ແຂວງ ຮາຍຟອງ ສສ ຫວຽດ ນາມ ພ້ອມຄະນະ ໃນໂອກາດທີ່ໄດ້ ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ ສະໜາມຮົບເກົ່າຢູ່ ສປປ ລາວ ແລະ ພົບປະກັບສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ. ທ່ານ ວົງເພັດ ຈິດປັນຍາ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຮັດວຽກ ຂອງຄະນະດັ່ງກ່າວ, ພ້ອມທັງໄດ້ ລາຍງານກ່ຽວກັບສະພາບການ ປະຕິບັດແນວທາງນະໂຍບາຍຂອງ ພັກ-ຂອງລັດ ກໍຄືສະພາບລວມ ຂອງແຂວງຄໍາມ່ວນ ໂດຍຫຍໍ້, ລວມເຖິງການພົວພັນຮ່ວມມືຮອບ ດ້ານຂອງສອງພັກ, ສອງລັດ ກໍຄື ການພົວພັນຮ່ວມມືຂອງແຂວງ ຄໍາມ່ວນ ແລະ ບັນດາແຂວງໃກ້ ຄຽງ ສສ ຫວຽດນາມ ໃນຜ່ານມາ pa’lk,kfIv’Ia[oadmjv’mjP;wfh1jk’rP’r= g-a o[q f[a omb d dkoxtlko'koIj ;, ]ts;j k' xt9eg,n v'da [vq 'dkoxq d7v'g,n v' ການກໍ່ສ້າງສະໜາມກິລາແຫ່ງ ນີ້, ແມ່ນໄດ້ລົງມືກໍ່ສ້າງມາແຕ່ປີ 2017, ຄາດໝາຍໃຫ້ສຳເລັດໃນປີ 2019, ແຕ່ຍ້ອນຫລາຍເງື່ອນໄຂ, ໂດຍສະເພາະສະພາບການແພ່ລະ ບາດພະຍາດໂຄວິດ-19 ຈຶ່ງມີການ ໂຈະຊົ່ວຄາວ ແລະ ທາງລັດຖະບານ ກໍຄື ແຂວງສາລະວັນ ສືບຕໍ່ດຳເນີນ ການກໍ່ສ້າງ ນັບແຕ່ເດືອນພະຈິກ 2023 ເປັນຕົ້ນມາ, ສັນຍາມູນຄ່າ ການກໍ່ສ້າງເບື້ອງຕົ້ນແມ່ນ 19 ຕື້ ກວ່າກີບ, ແຕ່ຍ້ອນສະພາບບັນຫາ ອັດຕາແລກປ່ຽນເງິນຕາ, ອັດຕາ ເງິນເຟີ້ ເຮັດໃຫ້ມູນຄ່າການຈັດຊື້ ອຸປະກອນ, ຄ່າແຮງງານເພີ່ມຂຶ້ນ ຫລາຍ ແລະ ໄດ້ດັດປັບລາຄາການ ກໍ່ສ້າງຂອງບໍລິສັດຮັບເໝົາຂຶ້ນເປັນ ມູນ ຄ່າກວ່າ 30 ຕື້ກີບ. ສະໜາມກິລານີ້, ມີເນື້ອທີ່ 7 ເຮັກຕາ, ພື້ນທີ່ອັດສະຈັນ ສາມາດ ບັນຈຸຄົນເຂົ້າຊົມໄດ້ກວ່າ 1 ພັນຄົນ. ເມືອງອຸທຸມພອນ ໄດ້ໃຫ້ຮູ້ວ່າ: ການ ຈັດງານຄັ້ງນີ້, ເພື່ອສືບຕໍ່ເສີມສ້າງ ອະນຸລັກຮັກສາວັດທະນະທໍາ ຮີດ ຄອງປະເພນີອັນດີງາມ ສືບທອດ ມູນເຊື້ອຄວາມສາມັກຄີຮັກແພງ ມີ ນໍ້າໃຈໄມຕີ ອັນຍິ້ມແຍ້ມແຈ່ມໃສ ໂອບເອື້ອອາລີ ທີ່ເປັນເອກະລັກຂອງ ຄົນລາວ; ເປົ້າໝາຍຂອງງານ ກໍ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ເຊິ່ງເມືອງອຸທຸມພອນ ມີແຫລ່ງ ທ່ອງທ່ຽວທາງທໍາມະຊາດທີ່ໂດດ ເດັ່ນ ໂດຍສະເພາະ ຖໍ້າພະດ່ານລາດ ມັ່ງ ຢູ່ບ້ານດົງໃນ ແລະ ຢູ່ໃກ້ກັນນັ້ນ, ກໍມີພະທາດພະນົມ ປະຖົມລັດຕະນະ ເຈດີເກົ່າແກ່ ເປັນທີ່ກາບໄຫວ້ບູຊາ, ມີຫັດຖະກໍາຈັກສານ ໄມ້ໄຜ່ບ້ານດົງ ທ່າ ເປັນເຄື່ອງໃຊ້ສອຍຄົວເຮືອນ, ມີການຕີເຫລັກເຮັດພ້າກ້າ ຢູ່ບ້ານ ນາຫົວຂົວ. ສໍາລັບຢູ່ໃນຕົວເມືອງ ກໍມີຈຸດແວ່ພັກເຊົາກິນເຂົ້າຫອມກັບ ປີ້ງໄກເຊໂນ ເຊິ່ງເປັນສິນຄ້າໂອ ດັອບຂອງເມືອງ, ນອກນັ້ນ ຍັງມີ ສະຖານທີ່ຕ້ອນຮັບນັກທ່ອງທ່ຽວ ເຂົ້າມາພັກເຊົາ ເຊິ່ງມີໂຮງແຮມ 5 ແຫ່ງ, ເຮືອນພັກ 13 ແຫ່ງ, ຮ້ານ ອາຫານ-ຮ້ານກິນດື່ມ 14 ແຫ່ງ, ຮ້ານບັນເທີງ 2 ແຫ່ງ, ຮ້ານປີ້ງໄກ່ ເຊໂນ 40 ກວ່າຮ້ານ. ແລະ ການຊ່ວຍເຫລືອດ້ານຕ່າງໆ ຈາກລັດຖະບານ ສສ ຫວຽດນາມ ເປັນຕົ້ນ ງົບປະມານການກໍ່ສ້າງ ອາຄານໂຮງຮຽນ, ກໍ່ສ້າງລະບົບ ຊົນລະປະທານ ຢູ່ບ້ານຊຽງຫວາງ ແລະ ດ້ານອື່ນໆ. ພ້ອມນີ້, ແຂວງ ຄໍາມ່ວນ ຍັງໄດ້ໃຫ້ຄວາມສໍາຄັນ ໃນການທ້ອນໂຮມເກັບກູ້ ແລະ ຂຸດຄົ້ນອັດທິອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍຊີວິດ ຢູ່ແຂວງຄໍາມ່ວນ ໃນສະໄໝສົງຄາມ ກັບຄືນປະເທດ, ມາຮອດປັດຈຸບັນ ລວມມີ 5 ພັນກວ່າກໍລະນີ. ນອກ ນີ້, ຍັງໄດ້ລາຍງານກ່ຽວກັບແຜນ ການຮ່ວມມືໃນປີ 2024 ລະຫວ່າງ ແຂວງຄໍາມ່ວນ ກັບກອງປະຕິບັດ ງານ 589 ແລະ ແຜນວຽກຈຸດສຸມ ຂອງແຂວງຄໍາມ່ວນ ຈໍານວນໜຶ່ງ. ໂອກາດນີ້, ທ່ານ ດ້ວນ ວັນ ບ່າວ ໄດ້ຕາງໜ້າຄະນະສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານວົງເພັດຈິດປັນຍາ, ພ້ອມ ທັງແຈ້ງໃຫ້ຊາມເຖິງຈຸດປະສົງແລະ ແຜນການເຄື່ອນໄຫວຂອງ ຄະນະ ອະດີດທະຫານອາສາສະໝັກ- ຊ່ຽວຊານຫວຽດນາມ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==