5831

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 14/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]h ko-h k',u go3iol ,v[rklu -a [rtpkdvo cIj mkfw8,kf 4 .sh c0;'lts;a ootg0f d;fdk7;k,rh v,0v'fj komh v'4y j o [h ko;a ' dP,pq d]tfa [gxa ofj kolkdq o lt4kom6 f/ia j ' lts]v';a oc,j py 'lkdq o 7q [Iv[ 114 xu ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງມີເນໂຣນສ ຈຳກັດ (LXML) ໄດ້ມອບພາສີຊັບພະຍາ ກອນແຮ່ທາດ ປະຈຳໄຕມາດ 4 ສົກປີ 2023 ຈຳນວນ 5,6 ລ້ານ ກວ່າໂດລາສະຫະລັດ ໃຫ້ແຂວງ ສະຫວັນນະເຂດ ເຊິ່ງມອບໂດຍ ທ່ານ ສະໝານ ອະເນກາ ຜູ້ອຳນວຍ ການໃຫຍ່ LXML ແລະ ຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມຄະນະ, ມີຜູ້ຕາງໜ້າພະແນກການທີ່ກ່ຽວ ຂ້ອງພາຍໃນແຂວງ, ຫົວໜ້າຫ້ອງ ການສາຂາບໍລິສັດ ປະຈຳແຂວງ ສະຫວັນນະເຂດ ເຂົ້າຮ່ວມ. ທ່ານ ສະໝານ ອະເນກາ ໄດ້ສະ ແດງຄວາມຂອບໃຈມາຍັງທ່ານ ເຈົ້າແຂວງສະຫວັນນະເຂດ, ການ ນຳເມືອງວິລະບູລີ ແລະ ຊຸມຊົນ ທ້ອງຖິ່ນທີ່ໄດ້ໃຫ້ການສະໜັບສະ ໜູນໂຄງການຂຸດຄົ້ນບໍ່ຄຳ-ທອງເຊ ໂປນ ດ້ວຍດີຕະຫລອດມາ. ໃນກາງ ປີ 2023 ບໍລິສັດໄດ້ຮັບແຈ້ງການ ຂປລ. ສະຖານທູດຝຣັ່ງ ປະຈຳ ລາວ ຮ່ວມກັບອົງການສະຫະປະ ຊາຊາດ ເພື່ອການພັດທະນາຈັດກິດ ຈະກຳສະເຫລີມສະຫລອງວັນແມ່ ຍິງສາກົນຄົບຮອບ114ປີ(8ມີນາ 1910-8 ມີນາ 2024) ໃນວັນທີ 12ມີນາ 2024, ທີ່ສະຖານທູດຝຣັ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ຊິວ ແລ້ງ ຊອກ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ ຍິງລາວ, ທ່ານ ນາງ ມາຕິນ ເທີເຣີ ຜູ້ ຕ່າງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ຊິວ ແລ້ງ ຊອກ ໄດ້ ກ່າວວ່າ: ວັນທີ 8 ມີນາ ບໍ່ພຽງ ແຕ່ເປັນວັນສະເຫລີມສະຫລອງວັນ ແມ່ຍິງສາກົນເທົ່ານັ້ນແຕ່ຍັງເປັນວັນ ໃນການປະຕິບັດສິດທັງໝົດລວມ ທັງປະເມີນຜົນກະທົບ ແລະ ອອກ ແບບວິທີການໃໝ່ໆໃນການເສີມ ສ້າງ ແລະ ເສີມຂະຫຍາຍຂອບເຂດ ສິດທິແມ່ຍິງຢ່າງເໝາະສົມ, ການສົ່ງ ເສີມສິດທິແມ່ຍິງບໍ່ພຽງແຕ່ຊ່ວຍ ເສີມສ້າງຄວາມເຂັ້ມແຂງຂອງແມ່ ຍິ່ງເທົ່ານັ້ນ, ແຕ່ຍັງເປັນການປະ ກອບສ່ວນສະໜັບສະໜູນຄວາມ ເປັນຢູ່ທີ່ດີ ແລະ ຄວາມຈະເລີນຮຸ່ງ ເຮືອງຂອງຊຸມຊົນ ແລະ ສັງຄົມຂອງ ພວກເຮົາອີກດ້ວຍ ເຊິ່ງຫົນທາງ ການຮັບປະກັນຄວາມສະເໝີພາບ ທາງເພດຍັງຍາວໄກ, ລວມທັງໃນ ປະເທດຝຣັ່ງເອງທັງພາກລັດ ແລະ ເອກະຊົນຍັງມີໜ້ອຍ, ດ້ວຍເຫດ ຜົນດັ່ງກ່າວ, ລັດຖະບານຝຣັ່ງ ຈຶ່ງໄດ້ສ້າງຍຸດທະສາດສົ່ງເສີມສິດ ທິແມ່ຍິງ ແລະ ຄວາມສະເໝີພາບ ທາງເພດ ນັບແຕ່ປີ 2017 ເປັນ ຕົ້ນມາ. ໂອກາດນີ້, ທ່ານ ນາງ ສິລິກິດ ບຸບຜາ ກໍໄດ້ມີຄໍາເຫັນວ່າ: ການຈັດ ກິດຈະກຳໃນຄັ້ງນີ້, ເປັນອີກເວທີ ໜຶ່ງທີ່ມີຄວາມສຳຄັນ ເຊິ່ງສະແດງ ເຖິງຈຸດຢືນ ແລະ ຄວາມໝາຍໝັ້ນ ຂອງແມ່ຍິງບັນດາປະເທດຕ່າງໆ ໃນໂລກ ພ້ອມກັນສົມທົບຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນການປະສານ ສົມທົບໃນການປະຕິບັດວຽກງານ ພັດທະນາແມ່ຍິງ ແລະ ປົກປັກຮັກ ສາສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງລາວ ແລະ ເດັກນ້ອຍ, ປະຕິບັດຄວາມສະເໝີພາບຍິງຊາຍ ແລະ ຄວາມກ້າວໜ້າຂອງ ແມ່ຍິງ. ຂ່າວ-ພາບ: ສົມຫວັງ ຈາກສູນກາງ ໃຫ້ບໍລິສັດ ມອບພາສີ ຊັບພະຍາກອນແຮ່ທາດໃຫ້ແຂວງ ສະຫວັນນະເຂດ ເຊິ່ງເປັນຄັ້ງທີ 2 ຊຶ່ງລວມເປັນຍອດມູນຄ່າທັງໝົດ 11.600.000 ໂດລາສະຫະລັດ. ໃນໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະເຂດກໍໄດ້ສະແດງຄວາມ ຂອບໃຈມາຍັງປະທານບໍລິສັດ, ຂອບໃຈທ່ານຜູ້ອຳນວຍການໃຫຍ່ ແລະ ຄະນະບໍລິຫານງານບໍລິສັດ LXML ທີ່ໄດ້ມອບເງິນພາສີຊັບພະ ຍາກອນແຮ່ທາດດັ່ງກ່າວ ໃຫ້ແກ່ ແຂວງສະຫວັນນະເຂດ ໄດ້ຕາມກຳ ນົດເວລາ ແລະ ໄດ້ມອບໃບຍ້ອງຍໍ (Appreciated Certification of Best Royalty Payer) ທີ່ ເປັນບໍລິສັດດີເດັ່ນໃນການມອບພາ ສີຊັບພະຍາກອນນຳອີກ. ຂໍ້ມູນ-ພາບ: ບໍລິສັດລ້ານຊ້າງ ມີເນ ໂຣນສຈຳກັດ ຂປລ. ແຫລ່ງຂ່າວຈາກເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງ ປະຊຸມຮ່ວມຄະນະຮັບຜິດຊອບຂັ້ນ ສູນກາງ ແລະ ຂັ້ນແຂວງ ເພື່ອຊຸກຍູ້ ການຍົກລະດັບດ່ານທ້ອງຖິ່ນບ້ານ ວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ ຈັດຂຶ້ນໃນວັນທີ 12 ມີນາ 2024 ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ, ມີ ທ່ານ ດາວເຮືອງ ນັນທະວົງ ຮອງ ເຈົ້າແຂວງວຽງຈັນ, ມີຄະນະກຳມະ ການຂັ້ນສູນກາງ, ຄະນະກຳມະການ ຂັ້ນແຂວງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ. ກອງປະຊຸມ, ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການ ແຂວງວຽງຈັນ ໄດ້ລາຍງານສະ ພາບໂດຍລວມກ່ຽວກັບການພັດທະ ນາ ແລະ ຍົກລະດັບດ່ານທ້ອງຖິ່ນ ບ້ານວັງ ເປັນດ່ານສາກົນ ພາຍ ຫລັງທີ່ໄດ້ຮັບການເຫັນດີໃຫ້ແຂວງ ວຽງຈັນ ດຳເນີນການກໍ່ສ້າງດ່ານ ບ້ານວັງ ຄະນະຮັບຜິດຊອບກໍໄດ້ຮີບ ຮ້ອນດຳເນີນການກໍ່ສ້າງປັບປຸງພື້ນ ຖານໂຄງລ່າງຕາມເງື່ນໄຂ ແລະ ນວ ເລັ່ງຈັດຕັ້ງປະຕິບັດ... ເຜີຍແຜ່ນິຕິກຳຄຸ້ມຄອງ... ຄັ້ງນີ້, ປະກອບມີ: ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ; ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງເງິນຕາຕ່າງປະ ເທດ; ນໍາສະເໜີການນຳໃຊ້ແອັບ ພີເຄຊັນ ອີຊີກີບ ໂດຍມີຈຸດປະສົງ ເພື່ອໃຫ້ບັນດາຜູ້ປະກອບການໃນ ຂະແໜງການທ່ອງທ່ຽວ ໄດ້ຮັບຮູ້, ເຊື່ອມຊຶມ ເພື່ອພ້ອມກັນນໍາໄປຈັດ ຕັ້ງປະຕິບັດຕົວຈິງໃຫ້ສອດຄ່ອງ, ໃຫ້ເຂົ້າສູ່ລະບົບເທື່ອລະກ້າວໃນຕໍ່ ໜ້າ. ພ້ອມນີ້, ຍັງເປັນການຊຸກຍູ້, ສົ່ງເສີມການຈໍລະຈອນເງິນຕາ, ການຄ້າ, ການບໍລິການ, ການລົງທຶນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສໍາ ຮອງເງິນຕາຕ່າງປະເທດ, ສ້າງ ຈິດສໍານຶກໃຫ້ບັນດາຜູ້ປະກອບການ ປະຕິບັດຕາມລະບຽບຫລັກການ ໃນການຄອບຄອງ, ການນໍາໃຊ້, ນະທາງບົກ ຈາກ ກຳແພງນະຄອນ ມາເປັນນະຄອນຫລວງວຽງຈັນ ໃຫ້ສຳເລັດຕາມເປົ້າໝາຍທີ່ໄດ້ກຳ ນົດໄວ້. ຜ່ານການຈັດຕັ້ງປະຕິບັດ ມາແຕ່ວັນທີ 1-12 ມີນາ 2024 ສາມາດປ່ຽນຊື່ປ້າຍທະບຽນທັງລົດ ເກົ່າ ແລະ ລົດໃໝ່ ທັງໝົດ 4.375 ຄັນ. ໃນນັ້ນ, ຂຶ້ນທະບຽນລົດໃໝ່ 1.875 ຄັນ ແລະ ປ່ຽນຊື່ປ້າຍ 2.451 ຄັນ. ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໃຫ້ສຳພາດຕໍ່ສື່ ມວນຊົນ ໃນວັນທີ 13 ມີນາ 2024 ນີ້ວ່າ: ເຫດຜົນ ແລະ ເງື່ອນໄຂຂອງ ການປ່ຽນປ້າຍທະບຽນພາຫະນະ ທາງບົກ ໃນຄັ້ງນີ້, ແມ່ນປະຕິບັດ ໃຫ້ສອດຄ່ອງກັບຄວາມເປັນຈິງ, ໃຫ້ຖືກກັບຊື້ເອີ້ນຂອງນະຄອນ ຫລວງວຽງຈັນ ເຊິ່ງຜ່ານການຈັດ ຕັ້ງປະຕິບັດ ນັບແຕ່ວັນທີ 1-12 ມີ ນາ ສາມາດຂຶ້ນທະບຽນ ແລະ ປ່ຽນ ຊື່ປ້າຍທະບຽນ ທັງລົດເກົ່າ ແລະ ລົດໃໝ່ໄດ້ທັງໝົດ 4.375 ຄັນ. ໃນນັ້ນ, ສຳນັກງານໃຫຍ່ບ້ານທົ່ງ ປົ່ງເມືອງສີໂຄດຕະບອງ ສາມາດ ປ່ຽນທະບຽນລົດເກົ່າໄດ້ທັງໝົດ 1.495ຄັນ,ລົດໃໝ່ໄດ້1.116 ຄັນ, ສາຂາເມືອງນາຊາຍທອງ ປ່ຽນທະ ບຽນລົດເກົ່າ ໄດ້ 84 ຄັນ, ລົດໃໝ່ 284 ຄັນ, ສາຂາເມືອງໄຊທານີ ປ່ຽນທະບຽນລົດເກົ່າ ໄດ້ 499 ຄັນ, ລົດໃໝ່ 227 ຄັນ ແລະ ສາຂາ ເມືອງຫາດຊາຍຟອງ ປ່ຽນທະບຽນ ລົດເກົ່າ ໄດ້ 423 ຄັນ, ລົດໃໝ່ໄດ້ 251 ຄັນ. ສຳລັບລົດທີ່ຂຶ້ນທະບຽນ ກຳແພງນະຄອນ (ໂຕເກົ່າ) ຖ້າ ການຊໍາລະສະສາງກັບຕ່າງປະເທດ ເປັນໄປຕາມຫລັກການ, ລະບຽບ ການແລະມາດຕະການກ່ຽວກັບເງິນ ຕາຕ່າງປະເທດຂອງ ສປປ ລາວ. ທ່ານ ໂພສີ ແກ້ວມະນີວົງ ໄດ້ຄຳ ເຫັນວ່າ: ການທ່ອງທ່ຽວແມ່ນຂະ ແໜງການບໍລິການທີ່ປະກອບສ່ວນ ສ້າງລາຍຮັບໃຫ້ແກ່ປະເທດຊາດ ເປັນຂະແໜງການທີ່ສົ່ງອອກກັບທີ່, ສ້າງວຽກເຮັດງານທໍາກະຈາຍລາຍ ໄດ້ໃຫ້ແກ່ປະຊາຊົນທັງທາງກົງ ແລະທາງອ້ອມເປັນຈໍານວນຫລາຍ. ພ້ອມນັ້ນ, ລັດຖະບານໄດ້ຖືສໍາຄັນ ວຽກງານພັດທະນາການທ່ອງທ່ຽວ ໂດຍຖືເປັນຂະແໜງເສດຖະກິດປາຍ ແຫລມ ຖືເອົາວຽກງານການທ່ອງ ທ່ຽວ ເປັນສິ່ງກະຕຸ້ນໃຫ້ມີການຂະ ຫຍາຍການຜະລິດທີ່ເປັນຕ່ອງໂສ້ ເປັນຕົ້ນການຂົນສົ່ງ, ການຜະລິດ ເພື່ອອຸປະໂພກ ແລະ ບໍລິໂພກ, ການ ຜະລິດກະສິກໍາ, ການສົ່ງເສີມສີໄມ້ ລາຍມືຫັດຖະກໍາ, ການສົ່ງເສີມວັດ ທະນະທໍາບັນດາເຜົ່າລວມທັງການ ສ້າງຈິດສໍານຶກໃຫ້ແກ່ປະຊາຊົນ ລາວບັນດາເຜົ່າໃຫ້ຮັກຫອມປະ ເທດຊາດ, ຮັກວັດທະນະທໍາທີ່ເປັນ ເອກະລັກ ແລະ ປົກປັັກຮັກສາສິ່ງ ແວດລ້ອມທໍາມະຊາດພູຜາປ່າໄມ້, ຫ້ວຍນໍ້າລໍາເຊໃຫ້ມີຄວາມຍືນຍົງ. ໃນນັ້ນ, ຂະແໜງການທ່ອງທ່ຽວ ປະກອບດ້ວຍບັນດາກິດຈະການທີ່ ຫລາກຫລາຍ, ມີຫລາຍກິດຈະການ ດໍາເນີນໃນຮູບແບບທຸລະກິດ ເປັນ ຕົ້ນ ສະຖານທີ່ພັກແຮມ, ຮ້ານອາ ຫານ, ຮ້ານບັນເທີງ, ຮ້ານບໍລິການ ນວດ ແລະ ສະປາ, ຮ້ານຂາຍເຄື່ອງ ທີ່ລະນຶກ, ການໃຫ້ຄໍາປຶກສາດ້ານ ການທ່ອງທ່ຽວ,ການນໍາທ່ຽວ,ການ ຈັດກິດຈະກໍາສົ່ງເສີມການທ່ອງ ທ່ຽວ ແລະ ອື່ນໆ ເຊິ່ງກໍ່ໃຫ້ເກີດມີຫົວ ໜ່ວຍວິສາຫະກິດບໍລິການເປັນຈໍາ ມາດຖານທີ່ກຳນົດໄວ້; ໄດ້ລົງຕິດ ຕາມຄວາມຄືບໜ້າສາມາດຕີລາ ຄາໄດ້ 75% ທາງດ້ານພື້ນຖານ ໂຄງລາງໃນຈຳນວນທັງໝົດ 15 ມາດຖານ ຕາມດຳລັດ 558/ລບ, ລົງວັນທີ 31 ທັນວາ 2018 ສາ ມາດແຍກໄດ້ມາດຖານທີ່ສຳເລັດ ເພື່ອຮອງຮັບການບໍລິການແຂກ ຕ່າງບ້ານ ແລະ ປະຊາຊົນໃນປະ ເທດໄດ້ເຖິງ 10 ມາດຖານ ແລະ ຍັງອີກ 5 ມາດຖານ ແມ່ນໄດ້ຮີບສືບ ຕໍ່ປັບປຸງດຳເນີນການກໍ່ສ້າງເປັນ ປົກກະຕິ, ເນື້ອທີ່ເຂດບໍລິເວນດ່ານ ລວມມີ 10,8 ເຮັກຕາ. ປັດຈຸບັນ ສຳເລັດແລ້ວ 6,8 ເຮັກຕາ. ໃນກອງປະຊຸມມີຄວາມເປັນ ເອກະພາບໃຫ້ຍົກລະດັບດ່ານທ້ອງ ຖິ່ນບ້ານວັງເມືອງໝື່ນ ຂຶ້ນເປັນດ່ານ ສາກົນ ພາຍຫລັງທີ່ແຂວງກຽມ ຄວາມພ້ອມຮອບດ້ານ ເຊັ່ນ: ດ້ານ ບຸກຄະລະກອນ, ເຄື່ອງມື-ອຸປະກອນ ແລະ ອື່ນໆ ແລ້ວໃຫ້ລາຍງານສູນ ກາງກຽມພ້ອມເປີດພິທີຢ່າງເປັນ ທາງການຕາມເງື່ອນໄຂ ແລະ ວັນ, ເວລາ ອັນເໝາະສົມ. ຂ່າວ-ພາບ: ນາງ ວັນນາ ຢາກສືບຕໍ່ນໍາໃຊ້ກໍສາມາດນໍາໃຊ້ ໄດ້ຈົນກວ່າໃບທະບຽນຈະໝົດອາ ຍຸ ຈຶ່ງປ່ຽນມາເປັນນະຄອນຫລວງ ວຽງຈັນ ຫລື ຖ້າມີຈຸດປະສົງຢາກ ປ່ຽນກ່ອນ ກໍສາມາດປ່ຽນໄດ້ຕາມ ຄວາມສະໝັກໃຈ, ສ່ວນລະຫັດປ້າຍ ແລະ ຕົວເລກທະບຽນແມ່ນຍັງຮັກ ສາໄວ້ຄືເກົ່າ. ຕໍ່ກັບກໍລະນີຫາງສຽງທີ່ເກີດ ຂຶ້ນຢູ່ໃນສື່ສັງຄົມອອນລາຍກ່ຽວກັບ ຄ່ານາຍໜ້າການມາປ່ຽນປ້າຍທະ ບຽນດັ່ງກ່າວ ວ່າມີພະນັກງານຢູ່ ກອງຄຸ້ມຄອງພາຫະນະ ແລະ ການ ຂັບຂີ່ ນວ ຮ່ວມຂະບວນການນຳໄດ້ ມີການກົງລາຄາຄ່າຂຶ້ນທະບຽນ ແມ່ນບໍ່ມີມູນຄວາມຈິງ ເຊິ່ງກອງຄຸ້ມ ຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ກຳນົດລາຄາຄ່າບໍລິການຕາມ ລະບຽບການທີ່ໄດ້ກຳນົດໄວ ເຊິ່ງ ຄ່າບໍລິການຂຶ້ນທະບຽນລົດໃໝ່ແລະ ລົດເກົ່າ ປະເພດລົດຈັກ, ລົດໃໝ່ຫລື ລົດເກົ່າເອົາເຕັກນິກ 184.000 ກີບ, ສ່ວນລົດເກົ່າທີ່ມີເຕັກນິກແລ້ວ 134.000 ກີບ. ສຳລັບປະເພດລົດ ເບົາລົດໃໝ່ ຫລື ລົດເກົ່າເອົາເຕັກ ນິກ 219.000 ກີບ, ລົດເກົ່າທີ່ມີ ເຕັກນິກແລ້ວ144.000ກີບ. ສຳລັບ ປະເພດລົດບັນທຸກ 3-15 ໂຕນ 329.000 ກີບ. ລົດເກົ່າທີ່ມີເຕັກນິກ ແລ້ວ154.000ກີບ,15 ໂຕນຂຶ້ນໄປ 344.000 ກີບ. ສ່ວນລົດເກົ່າທີ່ ມີເຕັກນິກແລ້ວ 169.000 ກີບ, ຫາງລາກ (ລົດພວງ) 379.000 ກີບ, ລົດເກົ່າ ທີ່ມີເຕັກນິກແລ້ວ 154.000 ກີບ. ໂອກາດນີ້, ທ່ານ ບຸນປອນ ບຸນສົມຫວັງ ຍັງໄດ້ຮຽກຮ້ອງໃຫ້ ຜູ້ໃຊ້ລົດຢູ່ນະຄອນຫລວງວຽງຈັນ ໂດຍສະເພາະໃບທະບຽນລົດທີ່ໝົດ ອາຍຸ ໃຫ້ມາປ່ຽນທະບຽນດ້ວຍຕົນ ເອງ, ຢູ່ຕາມແຕ່ລະສາຂາໃກ້ບ້ານ ຂອງຕົນເອງ ເຊິ່ງກອງຄຸ້ມຄອງພາ ຫະນະ ແລະ ການຂັບຂີ່ ນວ ມີທັງ ໝົດ 3 ສາຂາ ຄື: ສາຂາເມືອງຫາດ ຊາຍຟອງ ຢູ່ບ້ານດົງໂພສີ, ສາຂາ ເມືອງໄຊທານີ ຢູ່ຫລັກ 16 ແລະ ສາຂາເມືອງນາຊາຍທອງ ຢູ່ນ້ຳ ຊວງ. ສ່ວນສຳນັກງານໃຫຍ່ຕັ້ງຢູ່ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ. ສຳລັບລົດຈັກໄຟຟ້າທີ່ມີກຳ ລັງໄຟຟ້າ 1ກິໂລວັດຂຶ້ນໄປແມ່ນຈະ ໃຫ້ມາຂຶ້ນທະບຽນຕິດປ້າຍ, ສ່ວນ ລົດຈັກ ທີ່ມີກຳລັງໄຟຟ້າ 1 ກິໂລວັດ ລົງມາ ແມ່ນຈະບໍ່ຕິດປ້າຍທະບຽນ, ຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນ ໄວໆນີ້. ຂ່າວ-ພາບ: ທະນູທອງ ນວນຫລາຍ. ປັດຈຸບັນ, ສປປ ລາວ ມີສະຖານ ທີ່ພັກແຮມຈໍານວນ 3.000 ກວ່າ ແຫ່ງ, ມີ 67.000 ກວ່າຫ້ອງ, ມີພັດ ຕະຄານ 27 ແຫ່ງ, ຮ້ານອາຫານ 2.900 ກວ່າແຫ່ງ, ສະຖານບັນ ເທີງ 139 ແຫ່ງ, ບໍລິສັດນໍາທ່ຽວ ລະຫວ່າງປະເທດ 600 ກວ່າບໍລິ ສັດ, ພະນັກງານນໍາທ່ຽວ 2.000 ກວ່າຄົນ, ມີສະຖານທີ່ທ່ອງທ່ຽວທີ່ ຂຶ້ນທະບຽນແລ້ວ 800 ກວ່າແຫ່ງ. ຂ່າວ-ພາບ: ວັນເພັງ

RkJQdWJsaXNoZXIy MTc3MTYxMQ==