5831

xtgmf]k; 3 14/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ *** ຕໍ່ຈາກສະບັບກ່ອນ *** ໂດຍ: ຄ້ອງໃໝ່ d;ooE.sh 05 j oL ບົດສະເໜີ dkora fmtok0v'0tc|'dkowxltou c]t 3m]t7q ,,tok7q , (ເນື່ອງໃນໂອກາດວັນໄປສະນີແຫ່ງຊາດ ແລະ ໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ 13/3/1965-13/3/2024) ໃນປີ 2007 ກົມໄປສະນີ ໄດ້ ແຍກອອກມາຈາກກະຊວງຄົມມະ ນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລ້ວສ້າງຕັ້ງເປັນອົງການໄປສະນີ ໂທລະຄົມມະນາຄົມແຫ່ງຊາດຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ສະບັບເລກທີ 375/ນຍ ລົງວັນທີ 22 ຕຸລາ 2007 ຂອງທ່ານນາຍົກ ລັດຖະມົນຕີ ຊຶ່ງມີກົມໄປສະນີເປັນ ຜູ້ຄຸ້ມຄອງ ແລະ ຊີ້ນຳວຽກງານໄປ ສະນີ ຢູ່ຂັ້ນສູນກາງ ແລະ ມີບັນດາ ພະແນກໄປສະນີ ແລະ ໂທລະຄົມມະ ນາຄົມແຂວງ, ນະຄອນຫລວງຄຸ້ມ ຄອງວຽກງານໄປສະນີຂັ້ນທ້ອງ ຖິ່ນ ໂດຍມີບໍລິສັດລັດວິສາຫະກິດ ໄປສະນີລາວ ເຮັດໜ້າທີ່ເປັນຜູ້ໃຫ້ ບໍລິການແກ່ສັງຄົມ. ໃນປີ 2011 ອົງການໄປສະນີໂທລະຄົມມະນາ ຄົມແຫ່ງຊາດ ກໍ່ໄດ້ຍົກລະດັບ ເປັນ ກະຊວງໄປສະນີ ໂທລະຄົມມະນາ ຄົມ ແລະ ການສື່ສານ ຕາມດໍາລັດ ເລກທີ 303/ນຍ ລົງວັນທີ 29 ກັນຍາ2011ແລະໄດ້ປັບປຸງພາລະ ບົດບາດຂອຕົນ ໃນປີ 2017 ຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງໄປ ສະນີໂທລະຄົມມະນາຄົມແລະການ ສື່ສານ ສະບັບເລກທີ 22/ນຍ ລົງ ວັນທີ16ມັງກອນ2017ຂອງທ່ານ ນາຍົກລັດຖະມົນຕີ, ນອກຈາກບໍລິ ສັດລັດວິສາຫະກິດໄປສະນີລາວ ທີ່ເຮັດໜ້າທີ່ຕາງໜ້າພາກລັດ ໃນ ການເຄື່ອນໄຫວບໍລິການໄປສະນີ ໃຫ້ແກ່ສັງຄົມແລ້ວ ຍັງໄດ້ເປີດ ກວ້າງໃຫ້ພາກເອກະຊົນເຂົົ້າມາລົງ ທຶນ ແລະ ເຄື່ອນໄຫວບໍລິການໄປ ສະນີ ເພີ່ມຂຶ້ນ. ຮອດປີ 2021 ກະ ຊວງໄປສະນີໂທລະຄົມມະນາຄົມ ກໍ່ໄດ້ລວມເອົາວຽກງານເຕັກໂນ ໂລຊີ ຈາກກະຊວງວິທະສາດ ແລະ ເຕັກໂນໂລຊີເຂົົ້າດ້ວຍກັນແລ້ວປ່ຽນ ຊື່ເປັນກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາມດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງເຕັກໂນໂລຊີແລະການ ສື່ສານສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021, ການຂະ ຫຍາຍຕົວຂອງວຽກງານໄປສະນີ ແລະ ໂທລະຄົມມະນາຄົມໄດ້ສ້າງ ເງື່ອນໄຂ ແລະ ຂໍ້ສະດວກຫລາຍ ດ້ານໃຫ້ແກ່ສັງຄົມໃນການສ້າງ ວຽກເຮັດງານທໍາ ໃຫ້ກັບຊາວໜຸ່ມ ໄດ້ຢ່າງກວ້າງຂວາງເປັນຕົົ້ນ: ອາ ຊີບເສີມໃນການແຈກຢາຍເຄື່ອງ ຝາກ ໂດຍສະເພາະໃນຍຸກເສດຖະ ກິດດີຈິຕອນສິ່ງທີ່ບໍ່ໄດ້ກໍ່ຄືການເຮັດ ທຸລະກໍາ ດ້ານການຄ້າເອເລັກໂຕຣ ນິກນັ້ນ ເອງ. ຕະຫລອດໄລຍະຜ່ານ ມາວຽກ ງານໄປສະນີ ຂອງ ສປປ ລາວ ສາ ມາດເຊື່ອມໂຍງກັບ 192 ປະເທດ ທົ່ວໂລກ ເຮັດໃຫ້ການຈໍລະຈອນ ແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງປະເທດ ມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງ ຫລວງຫລາຍ, ຜູ້ປະກອບການໄປ ສະນີໃນຂອບເຂດທົ່ວປະເທດເພີ່ມ ຂຶ້ນຈາກ 05 ບໍລິສັດໃນປີ 2016 ເພີ່ມຂຶ້ນ 43 ບໍລິສັດໃນປີ 2021 ເທົ່າກັບ 800%; ມູນຄ່າການລົງ ທຶນທີ່ຈົດທະບຽນ ຮອດປີ 2021 ມີເຖິງ 126,27 ຕື້ກີບ ເພີ່ມຂຶ້ນ 393,75% ທຽບໃສ່ປີ 2019; ບໍລິ ມາດການຮັບຝາກເພີ່ມຂຶ້ນ 600 ໂຕນ/ປີ ເມື່ອທຽບກັບປີ 2015 ທີ່ມີ ບໍລິມາດເຖິງ 100 ໂຕນ/ປີ; ປ່ອງ ບໍລິການໃນປີ 2021 ມີພຽງ 521 ປ່ອງຕົົ້ນປີ 2022 ມີເຖິງ 990 ປ່ອງ ໃນທົ່ວປະເທດ ເພີ່ມຂຶ້ນ 153,5% ກວມເອົາອັດຕາສ່ວນ ຂອງພົນລະ ເມືອງ 8.750 ຄົນຕໍ່ປ່ອງ. ປັດຈຸບັນນີ້ມີຜູ້ໃຫ້ບໍລິການໂທ ລະຄົມມະນາຄົມຈໍານວນ 5 ບໍລິສັດ ແລະ ຜູ້ໃຫ້ລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ, ປະເພດ III ຈໍາ ນວນ 13 ບໍລິສັດ ສາມາດສ້າງລາຍ ຮັບເຂົົ້າງົບປະມານແຫ່ງຊາດ ໄດ້ ຈໍານວນ 715 ຕື້ກີບ (ໃນນີ້ຍັງບໍ່ໄດ້ ລວມເງິນປັນຜົນຈາກບັນດາບໍລິສັດ ໂທລະຄົມມະນາຄົມຕ່າງໆ), ປະ ກອບມີລາຍຮັບຈາກການນໍາໃຊ້ ຊັບພະຍາກອນໂທລະຄົມມະນາຄົມ ຈໍານວນ 232 ຕື້ກວ່າກີບ ແລະ ການມອບພັນທະອາກອນຂອງບັນ ດາຫົວໜ່ວຍທຸລະກິດຈໍານວນ 482 ກວ່າຕື້ກີບ ເພີື່ອຕອບສະໜອງກັບ ຄວາມຕ້ອງການຂອງສັງຄົມຍຸກ ໃໝ່ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ຈະເພີ່ມທະວີນໍາພາໃນການ ພັດທະນາໄປສະນີ ໃນທຸກຮູບແບບ ໃຫ້ຂະຫຍາຍທົ່ວເຖິງໃນຂອບເຂດ ທົ່ວປະເທດ, ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ທັງຮັບປະກັນ ໃຫ້ປະຊາຊົນໄດ້ຊົມໃຊ້ບໍລິການໄປ ສະນີ ແລະ ໂທລະຄົມມະນາຄົມ ໄດ້ ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ, ຊຸກຍູ້ການຂະຫຍາຍ ຕາໜ່າງໄປສະນີແລະ ໂທລະຄົມມະ ນາຄົມ ໃຫ້ກວ້າງຂວາງເພື່ອໃຫ້ສັງ ຄົມໄດ້ນໍາໃຊ້ການບໍລິການຢ່າງທົ່ວ ເຖິງ, ພັດທະນາການບໍລິການຂອງ ບັນດາຜູ້ປະກອບການດ້ວຍຮູບການ ຫັນເປັນນະວັດຕະກໍາ, ທັນສະໄໝ ແລະ ສົ່ງເສີມການສ້າງຜະລິດຕະ ພັນໃໝ່ ເພື່ອຮັບປະກັນໃຫ້ມີມາດ ຕະຖານ, ຄຸນນະພາບ ແລະ ຄວາມ ປອດໄພແນໃສ່ເຮັດໃຫ້ສັງຄົມເຂົົ້າ ເຖິງການບໍລິການໄປສະນີ ແລະ ໂທ ລະຄົມມະນາຄົມດ້ວຍນະວັດຕະກໍາ ທີ່ທັນສະໄໝຫລາຍຂຶ້ນໄປເລື້ອຍໆ ເໝືອນດັ່ງເວົົ້າ ຂອງປະທານ ໄກ ສອນພົມວິຫານຜູ້ນຳທີ່ແສນເຄົາລົບ ຮັກໄດ້ເວົົ້າວ່າ: “ວຽກຕິດຕໍ່ສື່ສານ ປຽບເໝືອນເສັ້ນປະສາດທີ່ສຳຄັນ ແຫ່ງພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ”. ,kI6h 9a d7e lq omy [k'd= ]tou .orklk]k; ອຽດ ແລະ ປະເພດຂອງການສົນທິ ຈະບໍ່ຍົກໃຫ້ເຫັນໃນບົດນີ້. ເວົ້າເຖິງການສົນທິສະຫລະ ແມ່ນມີຫລາຍ, ແຕ່ບົດນີ້ຍົກມາທົບ ທວນ ໃນກໍລະນີຖ້າສະຫລະຫລັງ ແມ່ນໄມ້ກັນ (xັ) ແລະ ມີຕົວສະກົດ ໃຫ້ໂຮມເຂົ້າກັນ ເປັນໄມ້ກັນ (xັ) ຕົວດຽວ, ຕົວຢ່າງ: ນິຣະ + ອັນຕະ ຣະ=ນິຣັນດອນໃຊ້ເປັນ:ນິລັນດອນ, ໝາຍເຖິງຊົ່ວຟ້າດິນສະຫລາຍ, ບໍ່ ມີທີ່ສິ້ນສຸດ; ມະຫາ+ ອັນນົບ ເປັນ ມະຫັນນົບ, ໝາຍເຖິງແມ່ນໍ້າໃຫຍ່, ທະເລໃຫຍ່; ມະຫາ+ ອັນຕະລາຍ ເປັນມະຫັນຕະລາຍ, ໝາຍເຖິງ ຄວາມໆ ອັນຕະລາຍໃຫຍ່ຫລວງ; ມະຫາ+ ອັນຕະກາຣະ ເປັນ ມະຫັນ ທະການ, ໝາຍເຖິງຄວາມມືດມົວ ທີ່ໃຫຍ່ຫລວງ; ມະ ຫາ+ ອັດສະຈັນ ເປັນມະຫັດສະຈັນ,ໝາຍເຖິງຄວາມ ງຶດງໍ້ຫລາຍ; ປະຣະມາ+ອັດຖະ ເປັນ ປະລະມັດຖະ, ໝາຍເຖິງຂໍ້ ຄວາມອັນລະອຽດ... ກໍລະນີ ຖ້າສະຫລະຫລັງແມ່ນ ອິ (xິ) ຫລື ອີ (xີ) ມີຕົວສະກົດ ກໍ່ໃຫ້ໂຮມເຂົ້າກັນ ເປັນ xິ ຫລື xີ, ຖ້າບໍ່ມີຕົວສະກົດ ໃຫ້ເປັນ ເx, ຕົວ ຢ່າງ: ຊະນະ+ ອິນທະ ເປັນ ຊະ ນິນທະ, ໝາຍເຖິງຜູ້ເປັນໃຫຍ່ແຫ່ງ ຄົນທັງຫລາຍ, ກະສັດ ຫລື ເຈົ້າຊີ ວິດ; ນະຣະ+ ອິນທະ ເປັນນະລິນ ທະ, ນະລິນ, ນໍລິນໝາຍເຖິງຈອມ ຄົນ, ເຈົ້າ ແຜ່ນດິນ, ກະສັດ; ມະຫາ+ ອິສິ ເປັນ ມະເຫສີ ໝາຍເຖິງ ເມຍ, ເມຍໃຫຍ່, ເມຍກົກ ໃຊ້ເປັນລາຊາ ສັບ ຄືເມຍເຈົ້າຊີວິດ/ກະສັດ... ຖ້າສະຫລະຫລັງແມ່ນ ອຸ (xຸ) ຫລື ອູ (xູ) ໃຫ້ໂຮມເຂົ້າກັນເປັນ xຸ ຫລື ອູ xູ ຫລືແປງເປັນ ໂອ ໂx ກໍ່ໄດ້, ຕົວຢ່າງ: ມັກຄະ+ ອຸເທ ສະ ເປັນ ມັກຄຸເທດ ໝາຍເຖິງຜູ້ບອກ ທາງ, ຜູ້ນໍາທ່ຽວ; ຣາຊະ+ອຸປະ ຖໍາ=ຣາຊູປະຖໍາໃຊ້ເປັນລາຊູປະຖໍາ ໝາຍເຖິງການຄໍ້າຊູຂອງ ພະລາຊາ; ນະຣະ+ ອຸດຕະມະ=ນະໂຣດົມ ໃຊ້ ເປັນນະໂລດົມ ໝາຍເຖິງຄົນຜູ້ມີປາ ລະມີ-ອໍານາດສູງສຸດ; ອະຣຸນະ+ ອຸທະຍະ = ອະຣຸໂນໄທ ໃຊ້ເປັນອະ ລຸໂນໄທ ໝາຍເຖິງຍາມເຊົ້າ, ຍາມ ຕາເວັນເລີ່ມຂຶ້ນ; ຍຸດທະ+ ອຸປາຍະ ເປັນຍຸດໂທບາຍ ໝາຍເຖິງ ວິທີຕໍ່ສູ້, ວິທີສູ້ຮົບ; ນະຍະ + ອຸປາຍະ ເປັນ ນະໂຍບາຍໝາຍເຖິງວິທີການປະ ຕິບັດຕ່າງຈາກລະບຽບ... (ອ້າງອີງຈາກປຶ້ມໄວຍາກອນ ສະບັບຂອງທ່ານ ພູມີ ວົງວິຈິດ ແລະ ໄວຍາກອນລາວປັດຈຸບັນ ພາກອັກ ຂະຫລະ ວິທີຄູ່ມືການຮຽນການ ສອນພາສາລາວ ໂດຍສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ປີ 2020). ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ເບິ່ງຢ່າງໜຶ່ງຄືວ່າເປັນການກວນໃຫ້ ນໍ້າຂຸ່ນ? ມີຄົນສົມທຽບການບໍລິການຮັບ ໃຊ້ສັງຄົມໃນອົງການໃດໜຶ່ງທີ່ມີ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງ ເຖິງກົກເຖິງຮາກ ຈົນເກືອບເວົ້າໄດ້ ວ່າປາສະຈາກຂອດທີ່ຄົງຄ້າງຄືກັບ ວັງນໍ້າໃສໆ ແລະ ຕໍ່ມາວັນໜຶ່ງເກີດ ມີຄົນ...ມາກວນຫວັງໃຫ້ນໍ້າໃນວັງ ຂຸ່ນ ເຊິ່ງປະການສໍາຄັນການກວນ ນັ້ນເຫັນຜົນ? ຂຶ້ນກັບວ່າຢູ່ບ່ອນນັ້ນໆ ໄດ້ເອົາໃຈໃສ່ຕິດຕາມກວດກາຖອດ ຖອນບົດຮຽນໃນການເຮັດບໍລິການ ແທດເຖິງ? ພຶດຕິກໍາຕົວຈິງບາງ ອັນໃຫ້ພວກເຮົາເຫັນໄດ້ວ່າບ່ອນໃດ ມີຜົນປະໂຫຍດເກີດຂຶ້ນ ກໍ່ມັກມີຂໍ້ ຖົກຖຽງ,ການຍາດແຍ່ງ,ການສວຍ ໃຊ້ໂອກາດ...ສະນັ້ນ ບໍ່ວ່າວຽກໃໝ່- ເກົ່າເຮົາກໍ່ບໍ່ລະເລີຍກະກຽມແຜນ ວຽກແຜນຮັບມື ແລະ ຕິດຕາມຊຸກ ຍູ້ກວດກາ...ຖ້າເຮັດບໍ່ຮັດກຸມເປັນ ຢ່າງດີ ກໍ່ມັກມີບັນຫາ ເພາະຄົນຈໍາ ນວນໜຶ່ງມັກຈະຈອບສະແຫວງຫາ ໂອກາດ ຄືກັນກັບຕົວລະຄອນນົກ ເຈົ່າຈໍາສິນ ໃນນິທານພື້ນເມືອງ ຂອງລາວ. ໃນເວລາມີສະພາບຫຍຸ້ງຍາກ ແຂ່ງຂັນຊອກຢູ່ຫາກິນ, ຄົນຈໍາ ນວນບໍ່ໜ້ອຍບໍ່ໄດ້ສົນໃຈຫຍັງຂໍ ພຽງໃຫ້ມີຢູ່ມີກິນ...ປາກົດການກະ ທໍາບໍ່ຢໍາເກງລະບຽບກົດໝາຍ ກໍ່ຄື ບໍ່ຊາສຽງຈົ່ມສຽດສີຂອງສັງຄົມ (ແບບໝີກິນເຜິ້ງ) ມີເປັນປົກກະຕິ ໃນແຕ່ລະສັງຄົມ, ຕ່າງແຕ່ໜ້ອຍຫລາຍ? ບາງກໍລະນີຖ້າບໍ່ແຕະຕ້ອງ ຄົນຈໍານວນຫລາຍ, ສ້າງຄວາມ ເສຍຫາຍ-ເຊື່ອມເສຍຕໍ່ສ່ວນ ລວມ ຢ່າງ...ບາງທີກໍ່ງຽບ, ແຕ່ບາງກໍລະ ນີມີການກວດກາ (ຫລາຍດ້ານ)ມີ ການພົບເຫັນ ເຖິງວ່າເລັກໆນ້ອຍໆ ເລື່ອງກໍ່ຟົດຂຶ້ນ. ດຽວນີ້ ສັງຄົມໄດ້ ຊ່ວຍເປັນຫູເປັນຕາ, ອັນດີກໍ່ມີໃຫ້ ເຫັນຫລວງຫລາຍ ແລະ ອັນບໍ່ດີກໍ່ ມີບໍ່ໜ້ອຍທີ່ກະທົບຕໍ່ພາບພົດອັນດີ ງາມທີ່ພວກເຮົາເຄີຍມີມາ. ດຽວນີ້ ຕ້ອງມີສະຕິລະວັງຕົວຕໍ່ ການກວດກາຂອງສັງຄົມ. ບູຮານ ເພິ່ນກໍ່ວ່າ ລະວັງນົກມີຫູໜູມີປີກ, ປ່ອງຢ້ຽມມີຫູ ປະຕູມີຕາ...ການກະ ທໍາໃດກໍ່ຕາມປະຊາຊົນຄືສັງຄົມຮູ້. ພຶດຕິກໍາຕົວຈິງໃຫ້ພວກເຮົາເຫັນ ວ່າ ຫາງສຽງສັງຄົມກ່ຽວກັບເລື່ອງ ດີຄວນເສີມຂະຫຍາຍມີຫລວງ ຫລາຍນັບບໍ່ຖ້ວນ, ແຕ່ໃນເວລາຖື ກນໍາສະເໜີຜ່ານສື່(ຮູບແບບໃດກໍ່ ຕາມ) ຫາງສຽງກະທົບຄືນລັກສະ ນະຍ້ອງຍໍຊົມເຊີຍນັ້ນບໍ່ຫລາຍເທົ່າ ທີ່ຄວນ. ກົງກັນຂ້າມປາກົດການໃດ ທີ່ເປັນດ້ານລົບ, ມີລັກສະນະຫຍໍ້ທໍ້ ຊໍ້າພັດມີລັກສະນະຟົດເດືອດໃນສັງ ຄົມກວ່າ. ນີ້ແມ່ນບັນຫາເລື່ອງຈິດ ຕະສາດ ທໍາມະຊາດຂອງມະນຸດ? ເຮົາຄວນເລືອກເຟັ້ນ? ບາງບັນຫາ ເລັກນ້ອຍທີ່ສຸດຖ້າທຽບໃສ່ບາງ ບັນຫາ, ແຕ່ເມື່ອມີຄົນຍົກຂຶ້ນຜ່ານ ສື່ສັງຄົມ, ບໍ່ວ່າແຕ່ຄົນທົ່ວໄປແມ່ນ ແຕ່ພະນັກງານປັນຍາຊົນແທ້ໆກໍ່ ຈັບມາເປັນຂໍ້ຖົກຖຽງ, ມີລັກສະນະ ພາກັນຊ່ວຍກວນນໍ້າ ໃຫ້ຂຸ່ນ? ກ່ຽວກັບການແກ້ໄຂຫາງສຽງ ທີ່ບໍ່ປາຖະໜາ ຕໍ່ບັນດາອົງການທີ່ ເຮັດບໍລິການສັງຄົມ ເພື່ອປ້ອງກັນ ແລະ ສະກັດກັ້ນພວກຫວັງກວນ ນໍ້າໃຫ້ຂຸ່ນ, ຜ່ານມາເຫັນວ່າແຕ່ລະ ບ່ອນເອົາໃຈໃສ່ຢ່າງບໍ່ລົດລະ ແມ່ນ ແຕ່ບັນຫາເລັກໆນ້ອຍໆ ເຊິ່ງນັ້ນມັນ ສະແດງເຖິງຄວາມຮັບຜິດຊອບຢ່າງ ເອົາການເອົາງານຂອງຄະນະນໍາ ແລະ ພະນັກງານທຸກຄົນຢູ່ໃນນັ້ນ. ມັນເໝືອນກັບທົ່ງນາ-ໜອງປາທີ່ພໍ່ ແມ່ປູ່ຍ່າມອບໝາຍໃຫ້ເຮັດຢູ່ທໍາ ກິນ, ກໍ່ຕ້ອງປົກປັກຮັກສາ, ບົວລະ ບັດຢ່າງສຸດຂີດ ແລະ ເສີມຂະຫຍາຍ ໃຫ້ເກີດດອກອອກຜົນໃຫ້ນັບມື້ ຫລາຍ.ຖ້າຮັກແລະປົກປັກຮັກສາ... ດີກໍ່ຍາກທີ່ຈະມີຄົນມາກວນໃຫ້ ໜອງນໍ້າ-ວັງນໍ້າ ຂອງເຮົາຂຸ່ນໄດ້. ເຫັນບັນຫາຄວນຮີບຮ້ອນແກ້ໄຂ. ຢ່າ ຢ້ານບັນຫາ, ບັນຫາມີໃຫ້ແກ້ ແລະ ເມື່ອມີບັນຫາກໍ່ບໍ່ຄວນໜີບັນຫາ. * ບົດນີ້ ຂໍນໍາເອົາຫລັກການຈໍາ ນວນໜຶ່ງກ່ຽວກັບຄໍາສົນທິ ຫລື ການສົນທິຄໍາ ຊຶ່ງເປັນຫລັກການ ປະສົມຄໍາພາສາປາລີ-ສັນສະກິດ ທີ່ກ່ຽວຂ້ອງ ໂດຍກົງກັບພາສາລາວ ເຮົາ ເພາະຄໍາໃນພາສາດັ່ງກ່າວ ໄດ້ເຂົ້າມາຢູ່ໃນຄັງສາງ ແລະ ກາຍ ເປັນພາສາລາວເຮົາແລ້ວແລະ ແຍກ ບໍ່ອອກຖ້າບໍ່ໄດ້ຄົ້ນຄວ້າເລິກ. ການຮູ້ທີ່ໄປທີ່ມາຂອງຄໍາ ໂດຍ ສະເພາະຄໍາປະສົມ ຫລື ສົນທິໃນ ການເອົາພາສາປາລີ ກໍ່ຄືສັນສະກິດ ປະສົມກັນກາຍເປັນຄໍາສັບໃໝ່ນັ້ນ ບໍ່ມີຫຍັງເສຍຫາຍ. ກ່ຽວກັບຄໍາ ສົນທິ, ຜ່ານມາຜູ້ຮິບໂຮມກໍ່ໄດ້ນໍາ ສະເໜີມາແລ້ວເປັນພື້ນຖານຈໍາ ນວນໜຶ່ງ, ວັນນີ້ມີລັກສະນະສືບຕໍ່ ນໍາບາງຫລັກການມາທົບທວນນໍາ ກັນຕື່ມອີກ. ກ່ອນອື່ນຂໍເວົ້າຄືນວ່າ ຫລັກການສົນທິແມ່ນການນໍາເອົາ ຄໍາເຄົ້າພາສາປາລີ ແລະ ສັນສະກິດ ຕັ້ງແຕ່ສອງຄໍາຂຶ້ນໄປມາເຊື່ອມຕໍ່ ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີ ການປ່ຽນແປງ ສະຫລະ ຫລື ພະຍັນ ຊະນະ ເຮັດໃຫ້ພະຍາງຫລັງຂອງ ຄໍາໜ້າກົມກືນກັບສຽງພະຍາງໜ້າ ຂອງຄໍາຫລັງ. ສ່ວນຫລັກລາຍລະ * ສາມສີ່ມື້ຜ່ານມາ ໄດ້ມີຫາງ ສຽງໃນສື່ສັງຄົມອອນລາຍ ຕໍ່ການ ປ່ຽນທະບຽນລົດຈາກກໍາແພງນະ ຄອນ ເປັນນະຄອນຫລວງວຽງຈັນ ຕ່າງໆນາໆ. ເຖິງຢ່າງໃດກໍ່ດີຫາງສຽງສັງ ຄົມຈໍານວນບໍ່ໜ້ອຍກໍ່ຊົມເຊີຍພາກ ສ່ວນກ່ຽວຂ້ອງທີ່ໄດ້ອອກມາໃຫ້ ຂໍ້ມູນຄວາມເປັນຈິງ?ທັນເວລາພໍ ສົມຄວນ ເຊິ່ງສະແດງເຖິງຄວາມ ຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບ ມອບໝາຍ. ເວົ້າເຖິງວຽກງານບໍລິການສັງ ຄົມມັນພົວພັນກັບຄົນຈໍານວນຫລາຍ ເຊິ່ງໃນຄວາມເປັນຈິງແລ້ວກໍ່ບໍ່ງ່າຍ ປານໃດທີ່ຈະບໍ່ໃຫ້ມີດ້ານລົບຈັກດີ້, ຍິ່ງພົວພັນຜົນປະໂຫຍດ ກໍ່ຍິ່ງມີຄົນ ສະແຫວງຫາ ແລະ ແກ້ງແຍ້ງກັນ ໂດຍອາໄສຊ່ອງວ່າງເລັກນ້ອຍໆ ກໍ່ຄືເງື່ອນໄຂທີ່ພໍເຮັດໄດ້ອັນເປັນ ຄວາມພໍໃຈ? ຈາກຜູ້ມາໃຊ້ບໍລິການ ທີ່ມີເງື່ອນໄຂ (ການຈ່າຍ) ຍ້ອນ ອາດມີເວລາຈໍາກັດ ແລະ ອື່ນໆ. ປາ ກົດການທີ່ເກີດຂຶ້ນມີລັກສະນະຊົ່ວ ຄາວຄ້າຍຄືກັນ ແມ່ນມັກມີຢູ່ໃນເຂດ ທີ່ມີການບໍລິການສາທາລະນະຕ່າງໆ,

RkJQdWJsaXNoZXIy MTc3MTYxMQ==