5831

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/03/2024 xtgmf]k; ລັດຖະບານລາວ... ສະພາບໄຟໃໝ້ລາມປ່າ... ຄຳເຫັນຂອງລັດຖະມົນຕີ... ສະຖານທູດລາວ... ກະຊວງການເງິນ... ຄື: “ນໍາໃຊ້ເຕັກໂນໂລຊີ ດີຈິຕອນ ເ ປັນ ເ ຄື່ອ ງ ມືສໍ າ ຄັນ ໃ ນ ກ າ ນ ຂັບເຄື່ອນທຸກຂະແໜງການ ເພື່ອ ສ້າງເສດຖະກິດດີຈິຕອນ ແນໃສ່ປະ ກອບສ່ວນເຂົ້າໃນການສ້າງເສດຖະ ກິດຂອງປະເທດເຮົາ ໃຫ້ມີການຂະ ຫຍາຍຕົວຢ່າງເຂ ັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ”. ບັນດາທ່ານທີ່ນັບຖື! ໃນຊຸມປີຜ່ານມາ, ວຽກງານໄປ ສະນີ ແລະ ວຽກງານໂທລະຄົມມະ ນາຄົມ ຂອງ ສປປ ລາວ ໄດ້ມີການ ເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງ ຕັ້ງໜ້າ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຳເລັດການສ້າງ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສະ ຖານທີ່ບໍລິການໄປສະນີ, ສ້າງດຳ ລັດວ່າດ້ວຍກອງທຶນພັດທະນາໂທ ລະຄົມມະນາຄົມ ແລະ ການຫັນເປັນ ດີຈິຕອນ, ຂໍ້ຕົກລົງວ່າດ້ວຍໂຄງ ສ້າງຫົວໜ່ວຍລາຄາ ແລະ ຄ່າຮັັກ ສາຄວາມປອດໄພ ສຳລັບໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ຂອງ ສປປລາວ, ຄຳສັ່ງກ່ຽວກັບການຂຶ້ນ ທະບຽນເລກໝາຍໂທລະສັບຂອງ ສປປ ລາວ ຊຶ່ງເຮັດໃຫ້ການຂຶ້ນທະ ບຽນເລກໝາຍໂທລະສັບ ຢູ່ປະເທດ ເຮົາສຳເລັດແລ້ວ ໃນວັນທີ 30 ມັງ ກອນ 2024. ນີ້ເປັນບາດກ້າວໃໝ່ທີ່ສໍາຄັນ ໃນການຄຸ້ມຄອງວຽກງານໂທລະ ຄົມຂອງປະເທດເຮົາ ເພື່ອຮັບປະກັນ ຄວາມປອດໄພໃນການບໍລິການຜູ້ ຊົມໃຊ້ແລະ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ 5 ປີ (2021-2025) ກໍຄື ການຈັດຕັ້ງປະຕິບັດສອງວາລະ ແຫ່ງຊາດ ໃນການແກ້ໄຂບັນຫາ ເສດຖະກິດ-ການເງິນ ແລະ ການແກ້ ໄຂບັນຫາຢາເສບຕິດໃຫ້ປາກົດຜົນ ເປັນຈິງ. ເຫດການສຳຄັນທີ່ພົ້ນເດັ່ນທີ່ ສຸດໃນປີ 2023 ນີ້, ແມ່ນປະທານ ປະເທດ ໄດ້ອອກລັດຖະດຳລັດສະ ບັບເລກທີ 082/ປປທ, ລົງວັນທີ 02 ມິຖຸນາ 2023 ວ່າດ້ວຍການແຕ່ງ ຕັ້ງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ ໂດຍມອບໃຫ້ທ່ານນາ ຍົກລັດຖະມົນຕີ ເປັນປະທານ, ຮອງ ນາຍົກລັດຖະມົນຕີ 2 ທ່ານ ເປັນ ຮອງປະທານ ແລະ ມອບໃຫ້ລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ, ຜູ້ປະ ຈຳການ. ຄະນະດັ່ງກ່າວປະກອບ ດ້ວຍບັນດາທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າ ເປັນຄະນະກຳມະການ. ນີ້ເປັນຂີດ ໝາຍທີ່ສຳຄັນໃນການຫັນເປັນດີ ຈິຕອນ ຂອງປະເທດເຮົາ ແລະ ເປັນ ການມອບໝາຍໜ້າທີ່ການເມືອງ ທີ່ ສຳຄັນໃຫ້ແກ່ຂະແໜງການໂທລະ ຄົມມະນາຄົມເພາະວ່າວຽກງານ ໂທລະຄົມມະນາຄົມ ເປັນພື້ນຖານ ໂຄງລ່າງທີ່ສຳຄັນໃນການຫັນເປັນ ດີຈິຕອນຂອງ ສປປ ລາວ. ຮອດປັດຈຸບັນນີ້, ຢູ່ປະເທດເຮົາ ສາມາດຂະຫຍາຍເຄືອຂ່າຍສາຍ ສົ່ງດ້ວຍສາຍແກ້ວໃຍແສງ (Optical Fiber) ໃນທົ່ວປະເທດໄດ້ 98.524 ກິໂລແມັດ ເຊື່ອມໂຍງທຸກ ແຂວງ, ທຸກເມືອງ ແລະ ບ້ານຈໍາ ນວນຫລາຍ. ຮອດທ້າຍປີ 2023 ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງ ກັບຕ່າງປະເທດຈຳນວນ 18 ຈຸດ, ໃນນັ້ນເຊື່ອມຕໍ່ກັບ: ໄທ 6 ຈຸດ, ຫວຽດນາມ 5 ຈຸດ, ກຳປູເຈຍ 2 ຈຸດ, ມຽນມາ 2 ຈຸດ ແລະ ຈີນ 3 ຈຸດ. ສັນຍານ ໂທລະສັບມືຖືຄວມຄຸມ ໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມ 97% ຂອງ ຈໍານວນບ້ານທັງໝົດ. ໃນນີ້, ແຍກ ເປັນລະບົບ 3G ກວມ 85%, 4G ກວມ76%ແລະໃນຕົ້ນປີ2024ໄດ້ ເປີດໃຫ້ບໍລິການອິນເຕີເນັດຄວາມ ໄວສູງດ້ວຍລະບົບ 5G ໃນນະຄອນ ຫລວງວຽງຈັນ, ແຂວງຫລວງພະ ບາງ ແລະ ແຂວງບໍ່ແກ້ວ. ປັດຈຸບັນ ມີຜູ້ລົງທະບຽນນໍາໃຊ້ໂທລະສັບ ມືຖື 6.113.455 ເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ (ລະ ບົບມີສາຍ ແລະ ຜ່ານລະ ບົບມືຖື) ທັງໝົດ 4.614.752 ບັນຊີ; ມີຜູ້ ໃຫ້ບໍລິການໂທລະຄົມມະນາຄົມຈຳ ນວນ 5 ບໍລິສັດ ແລະ ຜູ້ໃຫ້ບໍລິການ ອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິ ສັດ, ປະເພດ III ຈໍານວນ13 ບໍລິສັດ. ປີ 2023 ບັນດາຫົວໜ່ວຍທຸລະກິດ ເຫລົ່ານັ້ນ ສາມາດສ້າງລາຍຮັບໄດ້ 5.021 ກວ່າຕື້ກີບ, ມອບພັນທະໃຫ້ ລັດ 500 ກວ່າຕື້ກີບ. ວຽກງານໄປສະນີມີບົດບາດສໍາ ຄັນ ແລະ ປະກອບສ່ວນຢ່າງໃຫຍ່ ຫລວງເຂົ້າໃນການປະຕິບັດໜ້າທີ່ ການເມືອງ ຂອງພັກ ເປັນຕັ້ນແມ່ນ ໃນການພັດທະນາເສດຖະກິດ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ວຽກງານວັດທະນະ ທຳ-ສັງຄົມໃນປີ2023ມີຜູ້ປະກອບ ການຂະແໜງໄປສະນີທັງໝົດ 63 ບໍລິສັດ. ໃນນັ້ນ, ບໍລິສັດບໍລິການ ພາຍໃນແຂວງ52ບໍລິສັດ, ບໍລິສັດບໍ ລິການສະເພາະລະຫວ່າງປະເທດ 4 ບໍລິສັດ ແລະ ບໍລິສັດບໍລິການທັງ ພາຍໃນ ແລະ ລະຫວ່າງປະເທດ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກ ແຂວງ, ທຸກເມືອງ ແລະ ເກືອບທຸກ ບ້ານໃນຂອບເຂດທົ່ວປະເທດ, ສ້າງ ລາຍຮັບໄດ້ 198 ຕື້ກວ່າກີບ ແລະ ມອບພັນທະອາກອນເຂົ້າງົບປະ ມານແຫ່ງຊາດ ຈຳນວນ 14 ຕື້ ກວ່າກີບ. ການພັດທະນາລະບົບການຄຸ້ມ ຄອງ ແລະ ການບໍລິການໄປສະນີ ໄດ້ຮັບການປັບປຸງໃຫ້ມີປະສິດທິ ພາບສູງຂຶ້ນ ດ້ວຍການຫັນເປັນດີຈິ ຕອນ ເພື່ອຮອງຮັບການບໍລິການໃນ ຍຸກອຸດສໍາຫະກໍາ 4.0 ຕາມແຜນ ພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໂດຍໄດ້ສ້າງລະບົບສູນ ລວມການກວດກາ ແລະ ຕິດຕາມ ເຄື່ອງຝາກໄປສະນ ີພາຍໃນປະເທດ L-Tracking ສາມາດນໍາໃຊ້ໄດ້ໃນ ໂທລະສັບສະມາດໂຟນທັງລະບົບ ແອນດຣອຍ, ໄອໂອເອັດສ໌ ແລະໃນ ຄອມພິວເຕີ ຊຶ່ງອຳນວຍຄວາມສະ ດວກໃຫ້ແກ່ການຕິດຕາມກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະ ກອບການໄປສະນີ ສາມາດນຳໃຊ້ ເຂົ້າໃນການບໍລິການ ແລະ ຜູ້ຊົມໃຊ້ ກໍສາມາດຕິດຕາມສະຖານະການ ເຄື່ອງຝາກຂອງຕົນໄດ້ຕະຫລອດ ເວລາ. ເພື່ອຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດດີຈິຕອນແຫ່ງຊາດ ໃນສົກປີ 2024-2025 ຂະແໜງ ການໄປສະນີ ແລະ ໂທລະຄົມມະ ນາຄົມ ຈະໄດ້ສຸມໃສ່ບັນດາໜ້າວຽກ ດັ່ງນີ້: ຂະແໜງການໄປສະນີຈະສຸມ ໃສ່ປັບປຸງກົດໝາຍວ່າດ້ວຍການ ໄປສະນີ, ສ້າງ ແລະ ປັບປຸງນິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງ, ສ້າງມາດ ຕະຖານ ແລະ ປັບປຸງຄຸນນະພາບ ການບໍລິການໄປສະນີ, ເລັ່ງພັດທະ ນາລະຫັດໄປສະນີທັນສະໄໝ ແລະ ສ້າງແຜນທີ່ດີຈິຕອນ,ປະສານ ສົມທົບ ແລະ ຮ່ວມມືກັບໄປສະນີບັນ ດາປະເທດອ້ອມຂ້າງ ເພື່ອເຊື່ອມໂຍງ ລະບົບໄປສະນີ ຮອງຮັບການຄ້າເອ ເລັກໂຕຣນິກ. ສ່ວນຂະແໜງການ ໂທລະຄົມມະນາຄົມ ຈະໄດ້ສຸມໃສ່ ປັບປຸງ ແລະ ສ້າງໃໝ່ ນິຕິກໍາທີ່ຕິດ ພັນກັບການຍົກສູງຄຸນນະພາບການ ບໍລິການ ເພື່ອຮອງຮັບໃຫ້ການ ຫັນເປັນດີຈິຕອນສອດຄ່ອງກັບກົນ ໄກເສດຖະກິດຕະຫລາດທີ່ມີດັດສົມ ຂອງລັດຖະບານ, ຮັບປະກັນການ ເຊື່ອມໂຍງເຊື່ອມຈອດກັບສາກົນ ໃຫ້ມີຄຸນນະພາບ, ຊຸກຍູ້ສົ່ງເສີມການ ນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນ ທຸກຂົງເຂດວຽກງານໃຫ້ມີປະສິດທິ ຜົນ, ຮັບປະກັນມາດຕະຖານເຕັກນິກ ແລະ ອັດຕາຄວາມໄວການສື່ສານ, ຮັບປະກັນຄວາມປອດໄພໄຊເບີ ເພື່ອ ປົກປ້ອງສິດຜູ້ຊົມໃຊ້. ບັນດາທ່ານທີ່ນັບຖື ແລະ ຮັກ ແພງ! ການສະເຫລີມສະຫລອງວັນໄປ ສະນີ ແຫ່ງຊາດ ແລະ ວັນໂທລະຄົມ ມະນາຄົມແຫ່ງຊາດ ເປັນການປູກ ຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ ສ້າງລະບຽບການ ແລະ ຄຸ້ມຄອງ ໄປສະນີ, ໂທລະຄົມມະນາຄົມ, ຜູ້ປະ ກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫລາຍໃຫ້ເຂົ້າໃຈ ຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປ ສະນີ ແລະ ວຽກງານໂທລະຄົມມະ ນາຄົມຕໍ່ການພັດທະນາເສດຖະ ກິດ-ສັງຄົມ. ພ້ອມກັນນັ້ນ, ກໍເພື່ອຊຸກ ຍູ້ສົ່ງເສີມການຄ້າອເລັກໂຕຣນິກ, ທຸລະກິດStart-Up,ຜູ້ປະກອບການ SME, ການສຶກສາທາງໄກ, ການ ແພດທາງໄກ, ການຜະລິດອຸດສາ ຫະກຳໃນຍຸກດີຈິຕອນ ແລະ ການ ຖ່າຍທອດ ເຕັກໂນໂລຊີດີຈິຕອນ ທີ່ ກ້າວໜ້າຂອງໂລກເຂົ້າມາປະເທດ ເຮົາ ເພື່ອປະກອບສ່ວນການຈັດຕັ້ງ ຜັນຂະຫຍາຍແຜນພັດທະນາການ ຫັນເປັນດີຈິຕອນຂອງປະເທດເຮົາ ໃຫ້ປາກົດຜົນເປັນຈິງ. ໃນໂອກາດສະເຫລີມສະຫລອງ ວັນໄປສະນີແຫ່ງຊາດ ແລະ ວັນ ໂທລະຄົມມະນາຄົມແຫ່ງຊາດ ທີ່ມີ ຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງບັນດາທ່ານ ຈົ່ງ ໄດ້ນຳໃຊ້ການບໍລິການໄປສະນີ ແລະ ໂທລະຄົມມະ ນາຄົມ ເປັນຕົ້ນ ແມ່ນນຳໃຊ້ອິນເຕີເນັດແລະສື່ສັງຄົມ ອອນລາຍ ໃຫ້ມີຜົນປະໂຫຍດສູງ ສຸດໃນທຸກໆຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງ ຕົວສູງ, ບໍ່ຫລົງເຊື່ອໃນການໂຄສະ ນາປັ່ ນປ່ວນ ຕົວະຍົວະຫລອກລວງ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນ ການນໍາໃຊ້ເຕັກໂນໂລຊີໂທລະຄົມ ແລະ ໄປສະນີເຂົ້າສູ່ລວງເລິກ, ຍົກ ສູງສະມັດຕະພາບການບໍລິການ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍການນຳ ໃຊ້ເຕັກໂນໂລຊີດີຈິຕອນ ເພື່ອຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດ ຖະກິດດີຈິຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດ ສອງວາລະແຫ່ງຊາດ ໃນການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ບັນຫາຢາເສບ ຕິດໃຫ້ປະສົບຜົນສຳເລັດຢ່າງສະ ຫງ່າງາມ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະ ເສີດມາຍັງຜູ້ນໍາພັກ-ລັດ, ບັນດາ ທ່ານພະ ນັກງານ, ທະຫານ, ຕຳ ຫລວດ, ນັກຮຽນຮູ້ປັນຍາຊົນຕະ ຫລອດເຖິງບັນດາຜູ້ປະກອບການທຸ ລະກິດ ແລະ ປະຊາຊົນລາວບັນດາ ເຜົ່າຈົ່ງມີສຸຂະພາບແຂງແຮງ, ສຸມ ທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນການປະຕິບັດ 2 ໜ້າທີ່ຍຸດທະ ສາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຊຸກຍູ້ສົ່ງ ເສີມການຄົ້ນຄວ້າພັດທະນາວຽກ ງານໄປສະນີ ແລະໂທລະຄົມມະນາ ຄົມຂອງປະເທດເຮົາ ໃຫ້ກ້າວໜ້າ ແລະຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງເພື່ອ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດສີ ຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາ ມີ ຄວາມຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມ ສາມັກຄີປອງດອງ,ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ງານການຕິດຕາມຈຸດຄວາມຮ້ອນ (hotspot) ໃນເດືອນມັງກອນ 2024 ມີຈຸດຄວາມຮ້ອນທົ່ວປະ ເທດທັງໝົດ899ຈຸດ, ເດືອນກຸມພາ 5.049 ຈຸດ ແລະ ມີນາ 3.258 ຈຸດ ເຊິ່ງການນຳໃຊ້ແຜນທີ່ຈຸດພິກັດທີ່ ເກີດຄວາມຮ້ອນ(ໄຟ)ມີຈຸດດີແລະ ຂໍ້ຈຳກັດ ເປັນຕົ້ນ ຈຸດຄວາມຮ້ອນ ດັ່ງກ່າວ ບໍ່ສາມາດບອກຂະໜາດ ເນື້ອທີ່ຂອງພື້ນທີ່ໄຟໄໝ້ປ່າ, ໃນກໍລະ ນີ້, ພໍ່-ແມ່ ປະຊາຊົນ ຈູດຂີ້ເຫຍື້ອບໍລິ ເວນບ້ານເຮືອນຕົນເອງ, ແຜນທີ່ຈຸດ ພິກັດທີ່ເກີດຄວາມຮ້ອນດັ່ງກ່າວກໍ ແຈ້ງເຕືອນເຂົ້າລະບົບເຊັ່ນດຽວກັນ. ໃນປີ 2023 ກົມປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້ ສາມາດສັງ ຮວມເນື້ອທີ່ປ່າໄມ້ ເສຍຫາຍຈາກ ເຫດການໄຟໄໝ້ລາມປ່າ ທັງໝົດ 476.964 ເຮັກຕາ. ໃນນັ້ນ, ເສຍ ຫາຍຫລາຍກວ່າໝູ່ແມ່ນແຂວງໄຊ ຍະບູລີ 62.544 ເຮັກຕາ, ຮອງລົງ ມາແມ່ນ ຫລວງພະບາງ57.050 ເຮັກຕາ, ແຂວງອັດຕະປື 50.391 ເຮັກຕາ, ຈຳປາສັກ 47.265 ເຮັກ ຕາ ແລະ ແຂວງຄຳມ່ວນ 44.773 ເຮັກຕາ. ສ່ວນແຂວງອື່ນໆ ແມ່ນ ເສຍຫາຍໜ້ອຍກວ່າ 40.000 ເຮັກຕາ. ສຳລັບ ທິດທາງໃນຕໍ່ໜ້າ, ກົມ ປ່າໄມ້ກຽມຈະສ້າງລະບົບຖານຂໍ້ ມູນຈຸດຄວາມຮ້ອນຈາກພາບຖ່າຍ ດາວທຽມ; ສືບຕໍ່ເປັນເຈົ້າການປະ ສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງສ້າງແຜນການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ, ວາງມາດຕະ ການປ້ອງກັນໄຟໄໝ້ປ່າ ໂດຍການ ສ້າງໃຫ້ມີກຸ່ມປ້ອງກັນ, ປ້ອມຍາມ ປ່າ, ເຝົ້າລະວັງ ແລະ ແລວປ້ອງກັນ ໄຟໄໝ້ປ່າ ຕາມຈຸດທີ່ມີຄວາມສ່ຽງ ລວມທັງລະດົມພາຫະນະ, ວັດຖຸປະ ກອນ, ແຮງງານ ແລະ ງົບປະມານ ຈາກທຸກພາກສ່ວນເຂົ້າໃນການ ມອດໄຟປ່າ; ຫັນພະນັກງານລົງ ເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະ ພື້ນທີ່ທີ່ມີຄວາມຫລໍ່ແຫລມ ແລະ ມີຄວາມສ່ຽງຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ໂດຍສະເພາະຂັ້ນ ບ້ານ ແລະ ເມືອງ ຕ້ອງເປັນເຈົ້າການ ໃນການປ້ອງກັນ, ສະກັດກັ້ນອັກຄີ ໄພໃນປ່າໄມ້ ແລະ ທີ່ດິນປ່າໄມ້, ຈັດສັນງົບປະມານ, ກະກຽມວັດຖຸ ປະກອນທີ່ຈຳເປັນໃນການສະກັດ ກັ້ນ, ຕ້ານ ແລະ ດັບມອດໄຟໄໝ້ລາມ ປ່າໃຫ້ທັນເວລາ. ຂ່າວ: ກິດຕາ ປ່ຽນເເປງ ເເລະ ວິກິດການລະດັບ ໂລກໃນຫລາຍໆດ້ານ. ກອງປະຊຸມດັ່ງກ່າວ, ເປັນການ ທົບທວນຄືນເຖິງຜົນສໍາເລັດໃນ ວຽກງານສິດທິເດັກ ໃນປີທີ່ຜ່ານມາ ໂດຍການນໍາໃຊ້ຂໍ້ມູນຈາກການສຳ ຫລວດດັດສະນີໝາຍສັງຄົົມລາວ ຄັ້້ງທີ III (LSIS-III) ເເລະ ຜົນຈາກ ການສຳຫລວດອື່ນໆ ເພື່ອຊ່ວຍຊີ້ນໍາ ທິດທາງນະໂຍບາຍໃໝ່ໆ ແລະ ແກ້ ໄຂສິ່ງທ້າທາຍຕ່າງໆໃນອະນາຄົດ. ພ້ອມນີ້, ກອງປະຊຸມຍັງຍົກໃຫ້ເຫັນ ເຖິງຄວາມຄືບໜ້າໃນວຽກງານ ຕ່າງໆທີ່ສຳຄັນຕໍ່ການສົ່ງເສີມສະ ຫວັດດີພາບຂອງເດັກ, ລວມເຖິງສຸ ຂະພາບ, ໂພຊະນາການ, ການສຶກ ສາ, ການປົກປ້ອງ ເເລະ ຜົນສຳເລັດ ຂອງການຮ່ວມມືລະຫວ່າງ ລັດຖະ ບານເເຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊັບ ນັບແຕ່ການລິເລີ່ມດຳເນີນ ແຜນງານການຮ່ວມມືນີ້ໃນໄລຍະ ການເເພ່ລະບາດຂອງພະຍາດໂຄ ວິດ-19. ໃນກອງປະຊຸມ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ ກໍໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງ ລັດຖະບານເເຫ່ງ ສປປ ລາວ ໃນ ການປັບການປະຕິບັດວຽກງານ ສິດທິເດັກໃຫ້ເຂົ້າກັບສະພາບການ ປ່ຽນເເປງຕ່າງໆຢ່າງເໝາະສົມ. ໃນຂະນະທີ່ພວກເຮົາຮັບມືກັບຜົນ ຈາກວິກິດການລະດັບໂລກໃນ ຫລາຍໆດ້ານ, ພວກເຮົາກໍຍັງມີ ຄວາມມຸ່ງໝັ້ນໃນການສ້າງຂອບ ວຽກງານທີ່ມີຄວາມທົນທານ ເເລະ ສາມາດປົກປ້ອງສະຫວັດດີການ ຂອງເດັກ ຄຽງຄູ່ກັບການສະໜັບ ສະໜູນການພັດທະນາຊັບພະຍາ ກອນມະນຸດຂອງປະເທດຊາດ. ຂໍ້ ມູນຈາກLSIS-III ນັ້ນເເມ່ນມີຄວາມ ສຳຄັນຫລາຍ ເເລະ ຈະຊ່ວຍໃນການ ປັບປຸງນະໂຍບາຍ ແລະ ການສະ ໜອງບໍລິການຕ່າງໆ ໃຫ້ໄດ້ປະສິດ ທິຜົນຫລາຍຂຶ້ນ. ພ້ອມນີ້, ກອງປະຊຸມຍັງໄດ້ເປີດ ເວທີສົນທະນາກ່ຽວກັບການຫັນ ປ່ຽນຍຸດທະສາດ ເພື່ອຮັບມືກັບສິ່ງ ທ້າທາຍຫລາຍໆດ້ານທີ່ເດັກນ້ອຍ ໃນ ສປປ ລາວ ຜະເຊີນຢູ່ ໂດຍສະ ເພາະໃນດ້ານໂພຊະນາການ, ສິ່ງ ແວດລ້ອມ ແລະ ການປ່ຽນແປງດິນ ຟ້າອາກາດ, ການຮຽນ, ທາງເພດ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເປີດ ເວທີໃຫ້ຜູ້ມີສ່ວນກ່ຽວຂ້ອງໄດ້ປະ ກອບຄຳເຫັນ ເເລະ ຂໍ້ສະເໜີແນະ ເພື່ອປັບປຸງແຜນງານການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ເພື່ອ ຮັບປະກັນວ່າມັນຍັງສອດຄ່ອງກັບ ບຸລິມະສິດຂອງປະເທດ ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ ໂດຍລວມ. ທ່ານ ນາງ ດຣ ເພຍ ເຣເບລ ໂບ ບຣິດໂຕ ຜູ້ຕາງໜ້າອົງການ ອຸຍ ນີເຊັບ ປະຈຳລາວ ໄດ້ຢ້ຳຄືນເຖິງ ຄວາມມຸ່ງໝັ້ນຂອງອົງການອຸຍນີ ເຊບ ໃນການສະໜັບສະໜູນການ ພັດທະນາແບບມີສ່ວນຮ່ວມຂອງ ສປປ ລາວ. ສິ່ງທ້າທາຍທີ່ພວກ ເຮົາຜະເຊີນໃນທຸກມື້ນີ້, ຈາກສິ່ງ ທ້າທາຍດ້ານເສດຖະກິດລວມເຖິງ ສິ່ງແວດລ້ອມ ເເມ່ນຕ້ອງການວິທີ ເເກ້ໄຂທີ່ມີນະວັດຕະກຳ ແລະ ການ ຈັດຕັ້ງປະຕິບັດຮ່ວມມືລະຫວ່າງ ທຸກພາກສ່ວນ. ກອງປະຊຸມໃນມື້ ນີ້, ເປັນບາດກ້າວທີ່ສຳຄັນສຳລັບ ຄວາມພະຍາຍາມນີ້ ເເລະ ຈະຊ່ວຍ ໃຫ້ພວກເຮົາສາມາດປະເມີນຍຸດ ທະສາດຄືນໃໝ່ ເພື່ອຮັບປະກັນວ່າ ສປປ ລາວ ສາມາດປົດລັອກທ່າ ແຮງຂອງຊັບພະຍາກອນມະນຸດ ອັນລ້ຳຄ່າຂອງປະເທດແລະເພື່ອໃຫ້ ເດັກນ້ອຍລາວທຸກຄົນມີຊີວິດທີ່ດີ ແລະ ສາມາດປະກອບສ່ວນເຂົ້າ ໃນການພັດທະນາຂອງ ສປປ ລາວ ຢ່າງເຕັມທີ່. ກອງປະຊຸມລິເລີ່ມຂະບວນການ ທົບທວນກາງສະໄໝຂອງແຜນ ງານການຮ່ວມມື ລະຫວ່າງ ລັດຖະ ບານແຫ່ງ ສປປ ລາວ ແລະ ອົງ ການອຸຍນີເຊັບ ໃນປີ 20222026 ແມ່ນຂີດໝາຍສໍາຄັນສຳລັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອຢືນຢັນຄືນເຖີງຄວາມມຸ່ງ ໝັ້ນຂອງທັງສອງຝ່າຍຕໍ່ການສ້າງ ອະນາຄົດທີ່ສົດໃສ ເພື່ອເດັກທຸກໆ ຄົນໃນ ສປປ ລາວ, ເເກ້ໄຂສິ່ງທ້າ ທາຍ ແລະ ນຳໃຊ້ໂອກາດໃນຕໍ່ໜ້າ ໃຫ້ເກີດໝາກຜົນສູງ. ສ້າງພັກ-ພະນັກງານ ແລະ ປັບປຸງ ກົງຈັກການຈັດຕັ້ງໃນໄລຍະຜ່ານ ມາ ແລະ ກໍານົດທິດທາງແຜນການ ໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ຮັບຟັງ ການເຜີຍແຜ່ບັນດາເອກະສານສໍາ ຄັນຂອງພັກ ເພື່ອເປັນທິດທາງໃຫ້ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເປັນຕົ້ນ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານກໍ່ ສ້າງພັກ-ພະນັກງານ ແລະ ການປັບ ປຸງກົງຈັກການຈັດຕັ້ງທົ່ວປະເທດ ສະບັບເລກທີ 30/ຄຈສພ, ລົງວັນ ທີ 08 ກຸມພາ 2024; ບົດໂອ້ລົມ ຂອງສະຫາຍຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ ຕໍ່ກອງປະຊຸມສະຫລຸບ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວ ປະເທດ ປະຈໍາປີ 2023; ເອກະສານ ທິດຊີ້ນໍາຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ຕໍ່ວຽກງານການເງິນທົ່ວປະ ເທດ; ຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 13/ ຄຈສພ, ລົງວັນທີ 11 ມັງກອນ 2024; ຄໍາແນະນໍາຂອງຄະນະ ຈັດຕັ້ງສູນກາງພັກ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງ ກອນ 2024; ບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ ສ້າງພັກ-ພະນັກງານ ແລະ ປັບປຸງ ກົງຈັກການຈັດຕັ້ງປະຈໍາປີ 2023 ແລະ ທິດທາງແຜນການປີ 2024. ນອກນີ້, ຍັງໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານອື່ນໆ ທີ່ຕິດພັນ ຈໍານວນໜຶ່ງ ເປັນຕົ້ນແຈ້ງການຕີລາ ຄາການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເອກະສານຄໍາແນະນໍາກ່ຽວກັບການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ ແລະ ເອກະສານສໍາຄັນ ອື່ນໆ. ໃນວາລະດຳເນີນກອງປະຊຸມ, ສະຫາຍຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ສະເໜີເຜີຍແຜ່ບົດສະ ຫລຸບການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ປັບ ປຸງກົງຈັກການຈັດຕັ້ງທົ່ວປະເທດ ສະບັບເລກທີ 30/ຄຈສພ, ລົງວັນ ທີ 08 ກຸມພາ 2024; ຜ່ານບົດສະ ຫລຸບວຽກງານຕີລາຄາການຈັດ ຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ປັບປຸງກົງຈັກການ ຈັດຕັ້ງ ປະຈໍາປີ 2023 ແລະ ທິດ ທາງແຜນການ ປະຈໍາປີ 2024 ແລະ ຮັບຟັງການປະກອບຄໍາຄິດ ຄໍາ ເຫັນຈາກຄະນະພັກຮາກຖານແຕ່ ລະກົມກອງອ້ອມຂ້າງກະຊວງ ເພື່ອ ໃຫ້ບັນດາ ເລຂາຄະນະພັກຮາກ ຖານ, ເລຂາໜ່ວຍພັກຮາກຖານນໍາ ໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໃຫ້ ຖືກຕ້ອງ, ທັນເວລາ ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລຍະ ໃໝ່. ເປັນປະໂຫຍດໃຫ້ແກ່ສະຖານທູດ ລາວ ປະຈໍາ ມະນີລາຟີລິບປິນ ກໍຄື ສປປ ລາວ ເປັນຕົ້ນ ໄດ້ເອົາໃຈໃສ່ ໃນການໂຄສະນະເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບ ສປປລາວທາງດ້ານ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວຜ່ານທາງເວັບໄຊ. ພ້ອມ ກັນນີ້, ຍັງໄດ້ຊຸກຍູ້ສົ່ງເສີມ ແລະ ຂົນຂວາຍການລົງທຶນ ແລະ ນັກ ທ່ອງທ່ຽວ ຟີລິບປິນ ໄປລົງທຶນ ແລະ ທ່ອງທ່ຽວຢູ່ສປປລາວໃຫ້ນັບມື້ນັບ ຫລາຍຂຶ້ນ ແລະ ໄດ້ປະກອບສ່ວນ ມອບອຸປະກອນຮັບໃຊ້ວຽກງານ ຫ້ອງການສະຖານທູດເປັນຕົ້ນເຄື່ອງ ຄອມພິວເຕີແລັບທອບຈຳນວນໜຶ່ງ, ຈັດກິດຈະກຳກິລາກ໊ອຟຊີງຂັນທ່ານ ເອກອັກຄະລັດຖະທູດ ແລະ ກິດຈະ ກຳອື່ນໆ ເພື່ອຖືໂອກາດໂຄສະນາ ໃຫ້ພາກທຸລະກິດ ໄດ້ຮູ້ກ່ຽວກັບລາວ ຫລາຍຂຶ້ນ. ພ້ອມນີ້, ທ່ານສອນໄຊວັນນະໄຊ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານ ໂຈເຊັບ ກຸຍ ຊີ ກົງສຸນກິດຕິ ມະສັກຕໍ່ກັບການປະສອບສ່ວນອັນ ສໍາຄັນໃນການເສີມຂະຫຍາຍສາຍ ພົວພັນ ລະຫວ່າງ ລາວ ແລະ ຟີລິບ ປິນ ໃນໄລຍະຜ່ານມາ ແລະ ສືບຕໍ່ປະ ກອບສ່ວນວຽກງານດັ່ງກ່າວຕໍ່ໄປ ໃຫ້ຫລາຍຂຶ້ນເລື່ອຍໆ. ຂ່າວ-ພາບ: ກຕທ

RkJQdWJsaXNoZXIy MTc3MTYxMQ==