5831

lt4kom6 f]k; ,v[.[ph v'p= 0A odt-;'.sh dq 'l5 o dy f8y ,tla dcsj ' lxx ]k; xt9efk;k; 2y ]y [xy o o; g]a j '9a f8A 'xt8y [a fxj Poxh kpmt[Po decr'ot7vogxa oot7vos];';P'9a o ]a f4t[ko]k; c]t vq 'dkov5 pou g-a [ ;k'czo;Pdlq j 'glu ,lts;a ffu rk[0v'gfa d wxleza f 116 cs]j 'mj v'mj P; mu j |h klq o.916 j c0;'lts;a ootg0f ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 14.03.2024 ປີທີ 23 ສະບັບທີ 5.891 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf 7egsa o 0v']a f4t,q o8u dt-;'g8a d3o3]-u c]t dkoln j lko 3vdkf;a owxltou csj '-kf c]t ;a o3m]t7q ,,tok7q ,csj '-kf ltrk[w2w\h ]k,xj k .oxu 2024 ,u mj kvj P's]5 f]q ' mP[.lj w]ptfP;da o0v'xu zj ko,k ລາວ ແລະ ອົງການອຸຍນີເຊັບ ໃນປີ 2022-2026 ຈັດຂຶ້ນໃນວັນທີ 12 ມີນາ 2024 ເພື່ອລິເລີ່ມຂະບວນ ການປະເມີນຄວາມຄືບໜ້າໃນວຽກ ງານສົ່ງເສີມສິດທິເດັກ ແລະ ວາງ ເເຜນຍຸດທະສາດວຽກງານດັ່ງກ່າວ ສຳລັບອະນາຄົດ ເພື່ອຮັບມືກັບສິ່ງ ທ້າທາຍທີ່ເດັກນ້ອຍ ພວມຜະເຊີນ ຢູ່ໃນ ສປປ ລາວ ແລະ ກອງປະຊຸມ ຄັ້ງນີ້, ເປັນຈຸດເລີ່ມຕົ້ນຂອງຂະບວນ ການທົບທວນວຽກງານສົ່ງເສີມສິດ ທິເດັກ ຂອງສອງພາກສ່ວນ ເຊິ່ງ ຖືກຈັດຂຶ້ນພາຍໃຕ້ສະພາບການ *ທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ ມີຄໍາເຫັນ ເນື່ອງໃນວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 -13 ມີນາ 2024). ຂໍຮຽນ: ບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ ບັນດາທ່ານພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນ ດາເຜົ່າ ທີ່ນັບຖື ແລະ ຮັກແພງ. ວັນທີ13ມີນາ ເປັນວັນໄປສະນີແຫ່ງຊາດແລະວັນໂທລະຄົມມະນາຄົມ ແຫ່ງຊາດ ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍໄປສະນີ ແລະ ກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ ຂອງ ສປປ ລາວ. ໃນແຕ່ລະປີຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດໃຫ້ມີການສະເຫລີມສະຫລອງ ຢ່າງເປັນຂະບວນຝົດຟື້ນໃນຂອບເຂດ ທົ່ວປະເທດ. ໃນປີ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງການ ສະເຫລີມສະຫລອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ພາຍໃຕ້ຄໍາຂວັນ “ພັດທະນາລະຫັດໄປສະນີເປັນທັນສະໄໝ, ສ້າງແຜນທີ່ດີຈິຕອນ, ປັບປຸງຄຸນນະພາບການບໍລິການໂທລະຄົມມະນາຄົມ ເພື່ອຮອງຮັບແກ່ການຫັນເປັນດີຈິຕອນ ໃນທົ່ວປະເທດ’’, ເພື່ອສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ປັດຈຸບັນນີ້, ວິວັດທະນາການດ້ານເຕັກໂນໂລຊີການສື່ສານ ໄດ້ຂະ ຫຍາຍຕົວຢ່າງກ້າວກະໂດດຢູ່ໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງ ທີ 4 ຂອງໂລກ. ສະນັ້ນ, ການນໍາໃຊ້ເຕັກໂນໂລຊີດັ່ງກ່າວ ຈຶ່ງກາຍເປັນພື້ນ ຖານສຳຄັນໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງ ສປປ ລາວ ພາຍໃຕ້ວິໄສທັດການພັດທະນາເສດຖະກິດດີຈິຕອນຮອດປີ 2040 ຂປລ. ນະຄອນຫລວງວຽງຈັນ (ນວ) ກໍຄື ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ກະຊວງໂຍທາ ທິການ ແລະ ຂົນສົ່ງ ຮ່ວມກັບກະ ຂປລ. ເມື່ອບໍ່ດົນມານີ້, ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ມະນີລາ ຈັດພິທີ ມອບໃບຍ້ອງຍໍຂັ້ນກະຊວງການ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດເຜີຍແຜ່ນິຕິ ຂປລ. ກອງປະຊຸມສະຫລຸບຕີ ລາຄາການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ ຂປລ. ໃນຕົ້ນປີ 2024 ນີ້, ສະ ພາບໄຟໄໝ້ລາມປ່າ ໃນຂອບເຂດ ທົ່ວປະເທດ ມີທ່າອ່ຽງຫລຸດລົງ ເປັນຈຳນວນຫລາຍ ຖ້າທຽບໃສ່ໄລ ຍະດຽວກັນຂອງປີ 2023 ທັງນີ້ ຍ້ອນວ່າລັດຖະບານ ກໍຄື ການນຳ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານສະ ກັດກັ້ນ, ຄວບຄຸມໄຟໄໝ້ລາມປ່າ ຢ່າງເຂັ້ມງວດ ເປັນຕົ້ນ: ກະກຽມ ຄວາມພ້ອມ ແລະ ມາດຕະການເຝົ້າ ລະວັງ, ຕ້ານ ແລະ ສະກັດກັ້ນໄຟ ໄໝ້ລາມປ່າ ດ້ວຍການຫັນພະນັກ ງານລົງປະຈໍາແຕ່ລະຈຸດ/ບ້ານທີ່ຫລໍ່ ແຫລມ, ພ້ອມທັງ ເກັບກໍາຂໍ້ມູນກຸ່ມ ເປົ້າໝາຍ ເພື່ອເຮັດສັນຍາກັບອົງ ການປົກຄອງບ້ານ ແລະ ປະຊາຊົນ ທີ່ມີສ່ວນກ່ຽວຂ້ອງ/ນໍາໃຊ້ທີ່ດິນ ປ່າໄມ້. ທ່ານ ສົມຫວັງ ພິມມະວົງ ຫົວ ໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ສຳພາດໃນວັນທີ 12 ມີນາ 2024 ນີ້ວ່າ: ສາເຫດຕົ້ນ ຕໍທີ່ພາໃຫ້ເກີດມີໄຟໄໝ້ລາມປ່າ ໃນໄລຍະຜ່ານມາກໍຄືປັດຈຸບັນແມ່ນ ເກີດຈາກການບຸກເບີກ ແລະ ຫັນ ປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການຜະ ລິດກະສິກຳ ໂດຍສະເພາະຈູດໄຮ່ ເພື່ອປູກເຂົ້າ, ປູກມັນຕົ້ນ, ຢາງພາລາ ແລະ ພືດເສດຖະກິດອື່ນໆ; ຈູດປ່າ ເພື່ອລ່າສັດປ່າ ແລະ ຈູດປ່າເພື່ອ ຊອກຢູ່ຫາກິນໃນປ່າ; ຈູດຄັງເພື່ອຂະ ຫຍາຍພື້ນທີ່ລ້ຽງສັດ. ຕາມບົດລາຍ ຕ່າງປະເທດ ໃຫ້ແກ່ທ່ານ ໂຈເຊັບ ກຸຍ ຊີ(JosephCueSy) ກົງສຸນ ກິດຕິມະສັກ ແຫ່ງ ສປປ ລາວ ປະ ຈໍາ ດາວາວ ຟີລິບປິນ, ຕາງໜ້າ ມອບໂດຍ ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດວິສາມັນ ຜູ້ມີ ອໍານາດເຕັມ ແຫ່ງ ສປປ ລາວ ປະ ຈໍາ ຟີລິບປິນ. ການມອບໃບຍ້ອງຍໍໃຫ້ແກ່ກົງ ສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ດາວາວ ຟີລິບປິນ ຄັ້ງນີ້ແມ່ນ ສ່ອງແສງໃຫ້ເຫັນເຖິງຜົນງານ ອັນພົ້ນເດັ່ນຂອງກົງສຸນກິດຕິມະສັກ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ dt-;'dkog'o lts]5 [;Pdd+ lh k'ra d rtoa d'ko c]t xa [x5 'dq '9a ddko9a f8A ' y ສະຫາຍ ບຸນປອນ ວັນນະຈິດ ຂປລ. ກອງປະຊຸມລິເລີ່ມຂະ ບວນການທົບທວນກາງສະໄໝ ຂອງແຜນງານການຮ່ວມມືລະ ຫວ່າງ ລັດຖະບານແຫ່ງ ສປປ 2023 ແລະ ທິດທາງແຜນການ ປະຈໍາປີ2024 ຂອງຄະນະບໍລິຫານ ງານພັກກະຊວງການເງິນຈັດຂຶ້ນ ໃນວັນທີ 13 ມີນາ 2024 ໂດຍການ ເປັນປະທານຂອງສະຫາຍ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິ ຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ມີຄະນະປະຈຳ ພັກ ກະຊວງ, ກໍາມະການຄະນະບໍລິ ຫານງານພັກ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນປອນ ວັນນະຈິດ ໄດ້ສະຫລຸບຕີລາຄາຄືນ ຕໍ່ການຈັດຕັ້ງປະຕິບັດວຽກງານກໍ່ ຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງເລັ່ງຈັດຕັ້ງ ປະຕິບັດປ່ຽນປ້າຍທະບຽນພາຫະ gzu pczj oy 8y de75 h ,7v'g'o8k8j k'xtgmf .sh z6 h xtdv[dkom5 ]tdy fmj v'mj P; y ທ່ານ ໂພສີ ແກ້ວມະນີວົງ ກໍາກ່ຽວກັບການຄຸ້ມຄອງເງິນຕາ ຕ່າງປະເທດໃຫ້ຜູ້ປະກອບການທຸລະ ກິດການທ່ອງທ່ຽວ ໃນວັນທີ 13 ມີນາ 2024 ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ແລະ ເຜີຍແຜ່ເອກະສານໂດຍທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະ ເທດ ທຫລ, ມີຫົວໜ້າກົມ-ຮອງກົມ, ຜູ້ອໍານວຍການ, ຜູ້ຈັດການທຸລະກິດ ການທ່ອງທ່ຽວ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ໃນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/03/2024 xtgmf]k; ລັດຖະບານລາວ... ສະພາບໄຟໃໝ້ລາມປ່າ... ຄຳເຫັນຂອງລັດຖະມົນຕີ... ສະຖານທູດລາວ... ກະຊວງການເງິນ... ຄື: “ນໍາໃຊ້ເຕັກໂນໂລຊີ ດີຈິຕອນ ເ ປັນ ເ ຄື່ອ ງ ມືສໍ າ ຄັນ ໃ ນ ກ າ ນ ຂັບເຄື່ອນທຸກຂະແໜງການ ເພື່ອ ສ້າງເສດຖະກິດດີຈິຕອນ ແນໃສ່ປະ ກອບສ່ວນເຂົ້າໃນການສ້າງເສດຖະ ກິດຂອງປະເທດເຮົາ ໃຫ້ມີການຂະ ຫຍາຍຕົວຢ່າງເຂ ັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ”. ບັນດາທ່ານທີ່ນັບຖື! ໃນຊຸມປີຜ່ານມາ, ວຽກງານໄປ ສະນີ ແລະ ວຽກງານໂທລະຄົມມະ ນາຄົມ ຂອງ ສປປ ລາວ ໄດ້ມີການ ເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງ ຕັ້ງໜ້າ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຳເລັດການສ້າງ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສະ ຖານທີ່ບໍລິການໄປສະນີ, ສ້າງດຳ ລັດວ່າດ້ວຍກອງທຶນພັດທະນາໂທ ລະຄົມມະນາຄົມ ແລະ ການຫັນເປັນ ດີຈິຕອນ, ຂໍ້ຕົກລົງວ່າດ້ວຍໂຄງ ສ້າງຫົວໜ່ວຍລາຄາ ແລະ ຄ່າຮັັກ ສາຄວາມປອດໄພ ສຳລັບໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ຂອງ ສປປລາວ, ຄຳສັ່ງກ່ຽວກັບການຂຶ້ນ ທະບຽນເລກໝາຍໂທລະສັບຂອງ ສປປ ລາວ ຊຶ່ງເຮັດໃຫ້ການຂຶ້ນທະ ບຽນເລກໝາຍໂທລະສັບ ຢູ່ປະເທດ ເຮົາສຳເລັດແລ້ວ ໃນວັນທີ 30 ມັງ ກອນ 2024. ນີ້ເປັນບາດກ້າວໃໝ່ທີ່ສໍາຄັນ ໃນການຄຸ້ມຄອງວຽກງານໂທລະ ຄົມຂອງປະເທດເຮົາ ເພື່ອຮັບປະກັນ ຄວາມປອດໄພໃນການບໍລິການຜູ້ ຊົມໃຊ້ແລະ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ 5 ປີ (2021-2025) ກໍຄື ການຈັດຕັ້ງປະຕິບັດສອງວາລະ ແຫ່ງຊາດ ໃນການແກ້ໄຂບັນຫາ ເສດຖະກິດ-ການເງິນ ແລະ ການແກ້ ໄຂບັນຫາຢາເສບຕິດໃຫ້ປາກົດຜົນ ເປັນຈິງ. ເຫດການສຳຄັນທີ່ພົ້ນເດັ່ນທີ່ ສຸດໃນປີ 2023 ນີ້, ແມ່ນປະທານ ປະເທດ ໄດ້ອອກລັດຖະດຳລັດສະ ບັບເລກທີ 082/ປປທ, ລົງວັນທີ 02 ມິຖຸນາ 2023 ວ່າດ້ວຍການແຕ່ງ ຕັ້ງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ ໂດຍມອບໃຫ້ທ່ານນາ ຍົກລັດຖະມົນຕີ ເປັນປະທານ, ຮອງ ນາຍົກລັດຖະມົນຕີ 2 ທ່ານ ເປັນ ຮອງປະທານ ແລະ ມອບໃຫ້ລັດຖະ ມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ, ຜູ້ປະ ຈຳການ. ຄະນະດັ່ງກ່າວປະກອບ ດ້ວຍບັນດາທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າ ເປັນຄະນະກຳມະການ. ນີ້ເປັນຂີດ ໝາຍທີ່ສຳຄັນໃນການຫັນເປັນດີ ຈິຕອນ ຂອງປະເທດເຮົາ ແລະ ເປັນ ການມອບໝາຍໜ້າທີ່ການເມືອງ ທີ່ ສຳຄັນໃຫ້ແກ່ຂະແໜງການໂທລະ ຄົມມະນາຄົມເພາະວ່າວຽກງານ ໂທລະຄົມມະນາຄົມ ເປັນພື້ນຖານ ໂຄງລ່າງທີ່ສຳຄັນໃນການຫັນເປັນ ດີຈິຕອນຂອງ ສປປ ລາວ. ຮອດປັດຈຸບັນນີ້, ຢູ່ປະເທດເຮົາ ສາມາດຂະຫຍາຍເຄືອຂ່າຍສາຍ ສົ່ງດ້ວຍສາຍແກ້ວໃຍແສງ (Optical Fiber) ໃນທົ່ວປະເທດໄດ້ 98.524 ກິໂລແມັດ ເຊື່ອມໂຍງທຸກ ແຂວງ, ທຸກເມືອງ ແລະ ບ້ານຈໍາ ນວນຫລາຍ. ຮອດທ້າຍປີ 2023 ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງ ກັບຕ່າງປະເທດຈຳນວນ 18 ຈຸດ, ໃນນັ້ນເຊື່ອມຕໍ່ກັບ: ໄທ 6 ຈຸດ, ຫວຽດນາມ 5 ຈຸດ, ກຳປູເຈຍ 2 ຈຸດ, ມຽນມາ 2 ຈຸດ ແລະ ຈີນ 3 ຈຸດ. ສັນຍານ ໂທລະສັບມືຖືຄວມຄຸມ ໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມ 97% ຂອງ ຈໍານວນບ້ານທັງໝົດ. ໃນນີ້, ແຍກ ເປັນລະບົບ 3G ກວມ 85%, 4G ກວມ76%ແລະໃນຕົ້ນປີ2024ໄດ້ ເປີດໃຫ້ບໍລິການອິນເຕີເນັດຄວາມ ໄວສູງດ້ວຍລະບົບ 5G ໃນນະຄອນ ຫລວງວຽງຈັນ, ແຂວງຫລວງພະ ບາງ ແລະ ແຂວງບໍ່ແກ້ວ. ປັດຈຸບັນ ມີຜູ້ລົງທະບຽນນໍາໃຊ້ໂທລະສັບ ມືຖື 6.113.455 ເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ (ລະ ບົບມີສາຍ ແລະ ຜ່ານລະ ບົບມືຖື) ທັງໝົດ 4.614.752 ບັນຊີ; ມີຜູ້ ໃຫ້ບໍລິການໂທລະຄົມມະນາຄົມຈຳ ນວນ 5 ບໍລິສັດ ແລະ ຜູ້ໃຫ້ບໍລິການ ອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິ ສັດ, ປະເພດ III ຈໍານວນ13 ບໍລິສັດ. ປີ 2023 ບັນດາຫົວໜ່ວຍທຸລະກິດ ເຫລົ່ານັ້ນ ສາມາດສ້າງລາຍຮັບໄດ້ 5.021 ກວ່າຕື້ກີບ, ມອບພັນທະໃຫ້ ລັດ 500 ກວ່າຕື້ກີບ. ວຽກງານໄປສະນີມີບົດບາດສໍາ ຄັນ ແລະ ປະກອບສ່ວນຢ່າງໃຫຍ່ ຫລວງເຂົ້າໃນການປະຕິບັດໜ້າທີ່ ການເມືອງ ຂອງພັກ ເປັນຕັ້ນແມ່ນ ໃນການພັດທະນາເສດຖະກິດ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ວຽກງານວັດທະນະ ທຳ-ສັງຄົມໃນປີ2023ມີຜູ້ປະກອບ ການຂະແໜງໄປສະນີທັງໝົດ 63 ບໍລິສັດ. ໃນນັ້ນ, ບໍລິສັດບໍລິການ ພາຍໃນແຂວງ52ບໍລິສັດ, ບໍລິສັດບໍ ລິການສະເພາະລະຫວ່າງປະເທດ 4 ບໍລິສັດ ແລະ ບໍລິສັດບໍລິການທັງ ພາຍໃນ ແລະ ລະຫວ່າງປະເທດ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກ ແຂວງ, ທຸກເມືອງ ແລະ ເກືອບທຸກ ບ້ານໃນຂອບເຂດທົ່ວປະເທດ, ສ້າງ ລາຍຮັບໄດ້ 198 ຕື້ກວ່າກີບ ແລະ ມອບພັນທະອາກອນເຂົ້າງົບປະ ມານແຫ່ງຊາດ ຈຳນວນ 14 ຕື້ ກວ່າກີບ. ການພັດທະນາລະບົບການຄຸ້ມ ຄອງ ແລະ ການບໍລິການໄປສະນີ ໄດ້ຮັບການປັບປຸງໃຫ້ມີປະສິດທິ ພາບສູງຂຶ້ນ ດ້ວຍການຫັນເປັນດີຈິ ຕອນ ເພື່ອຮອງຮັບການບໍລິການໃນ ຍຸກອຸດສໍາຫະກໍາ 4.0 ຕາມແຜນ ພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໂດຍໄດ້ສ້າງລະບົບສູນ ລວມການກວດກາ ແລະ ຕິດຕາມ ເຄື່ອງຝາກໄປສະນ ີພາຍໃນປະເທດ L-Tracking ສາມາດນໍາໃຊ້ໄດ້ໃນ ໂທລະສັບສະມາດໂຟນທັງລະບົບ ແອນດຣອຍ, ໄອໂອເອັດສ໌ ແລະໃນ ຄອມພິວເຕີ ຊຶ່ງອຳນວຍຄວາມສະ ດວກໃຫ້ແກ່ການຕິດຕາມກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະ ກອບການໄປສະນີ ສາມາດນຳໃຊ້ ເຂົ້າໃນການບໍລິການ ແລະ ຜູ້ຊົມໃຊ້ ກໍສາມາດຕິດຕາມສະຖານະການ ເຄື່ອງຝາກຂອງຕົນໄດ້ຕະຫລອດ ເວລາ. ເພື່ອຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດດີຈິຕອນແຫ່ງຊາດ ໃນສົກປີ 2024-2025 ຂະແໜງ ການໄປສະນີ ແລະ ໂທລະຄົມມະ ນາຄົມ ຈະໄດ້ສຸມໃສ່ບັນດາໜ້າວຽກ ດັ່ງນີ້: ຂະແໜງການໄປສະນີຈະສຸມ ໃສ່ປັບປຸງກົດໝາຍວ່າດ້ວຍການ ໄປສະນີ, ສ້າງ ແລະ ປັບປຸງນິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງ, ສ້າງມາດ ຕະຖານ ແລະ ປັບປຸງຄຸນນະພາບ ການບໍລິການໄປສະນີ, ເລັ່ງພັດທະ ນາລະຫັດໄປສະນີທັນສະໄໝ ແລະ ສ້າງແຜນທີ່ດີຈິຕອນ,ປະສານ ສົມທົບ ແລະ ຮ່ວມມືກັບໄປສະນີບັນ ດາປະເທດອ້ອມຂ້າງ ເພື່ອເຊື່ອມໂຍງ ລະບົບໄປສະນີ ຮອງຮັບການຄ້າເອ ເລັກໂຕຣນິກ. ສ່ວນຂະແໜງການ ໂທລະຄົມມະນາຄົມ ຈະໄດ້ສຸມໃສ່ ປັບປຸງ ແລະ ສ້າງໃໝ່ ນິຕິກໍາທີ່ຕິດ ພັນກັບການຍົກສູງຄຸນນະພາບການ ບໍລິການ ເພື່ອຮອງຮັບໃຫ້ການ ຫັນເປັນດີຈິຕອນສອດຄ່ອງກັບກົນ ໄກເສດຖະກິດຕະຫລາດທີ່ມີດັດສົມ ຂອງລັດຖະບານ, ຮັບປະກັນການ ເຊື່ອມໂຍງເຊື່ອມຈອດກັບສາກົນ ໃຫ້ມີຄຸນນະພາບ, ຊຸກຍູ້ສົ່ງເສີມການ ນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນ ທຸກຂົງເຂດວຽກງານໃຫ້ມີປະສິດທິ ຜົນ, ຮັບປະກັນມາດຕະຖານເຕັກນິກ ແລະ ອັດຕາຄວາມໄວການສື່ສານ, ຮັບປະກັນຄວາມປອດໄພໄຊເບີ ເພື່ອ ປົກປ້ອງສິດຜູ້ຊົມໃຊ້. ບັນດາທ່ານທີ່ນັບຖື ແລະ ຮັກ ແພງ! ການສະເຫລີມສະຫລອງວັນໄປ ສະນີ ແຫ່ງຊາດ ແລະ ວັນໂທລະຄົມ ມະນາຄົມແຫ່ງຊາດ ເປັນການປູກ ຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ ທຸກຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ ສ້າງລະບຽບການ ແລະ ຄຸ້ມຄອງ ໄປສະນີ, ໂທລະຄົມມະນາຄົມ, ຜູ້ປະ ກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫລາຍໃຫ້ເຂົ້າໃຈ ຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປ ສະນີ ແລະ ວຽກງານໂທລະຄົມມະ ນາຄົມຕໍ່ການພັດທະນາເສດຖະ ກິດ-ສັງຄົມ. ພ້ອມກັນນັ້ນ, ກໍເພື່ອຊຸກ ຍູ້ສົ່ງເສີມການຄ້າອເລັກໂຕຣນິກ, ທຸລະກິດStart-Up,ຜູ້ປະກອບການ SME, ການສຶກສາທາງໄກ, ການ ແພດທາງໄກ, ການຜະລິດອຸດສາ ຫະກຳໃນຍຸກດີຈິຕອນ ແລະ ການ ຖ່າຍທອດ ເຕັກໂນໂລຊີດີຈິຕອນ ທີ່ ກ້າວໜ້າຂອງໂລກເຂົ້າມາປະເທດ ເຮົາ ເພື່ອປະກອບສ່ວນການຈັດຕັ້ງ ຜັນຂະຫຍາຍແຜນພັດທະນາການ ຫັນເປັນດີຈິຕອນຂອງປະເທດເຮົາ ໃຫ້ປາກົດຜົນເປັນຈິງ. ໃນໂອກາດສະເຫລີມສະຫລອງ ວັນໄປສະນີແຫ່ງຊາດ ແລະ ວັນ ໂທລະຄົມມະນາຄົມແຫ່ງຊາດ ທີ່ມີ ຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍ ຮຽກຮ້ອງມາຍັງບັນດາທ່ານ ຈົ່ງ ໄດ້ນຳໃຊ້ການບໍລິການໄປສະນີ ແລະ ໂທລະຄົມມະ ນາຄົມ ເປັນຕົ້ນ ແມ່ນນຳໃຊ້ອິນເຕີເນັດແລະສື່ສັງຄົມ ອອນລາຍ ໃຫ້ມີຜົນປະໂຫຍດສູງ ສຸດໃນທຸກໆຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງ ຕົວສູງ, ບໍ່ຫລົງເຊື່ອໃນການໂຄສະ ນາປັ່ ນປ່ວນ ຕົວະຍົວະຫລອກລວງ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນ ການນໍາໃຊ້ເຕັກໂນໂລຊີໂທລະຄົມ ແລະ ໄປສະນີເຂົ້າສູ່ລວງເລິກ, ຍົກ ສູງສະມັດຕະພາບການບໍລິການ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍການນຳ ໃຊ້ເຕັກໂນໂລຊີດີຈິຕອນ ເພື່ອຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດ ຖະກິດດີຈິຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດ ສອງວາລະແຫ່ງຊາດ ໃນການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ບັນຫາຢາເສບ ຕິດໃຫ້ປະສົບຜົນສຳເລັດຢ່າງສະ ຫງ່າງາມ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະ ເສີດມາຍັງຜູ້ນໍາພັກ-ລັດ, ບັນດາ ທ່ານພະ ນັກງານ, ທະຫານ, ຕຳ ຫລວດ, ນັກຮຽນຮູ້ປັນຍາຊົນຕະ ຫລອດເຖິງບັນດາຜູ້ປະກອບການທຸ ລະກິດ ແລະ ປະຊາຊົນລາວບັນດາ ເຜົ່າຈົ່ງມີສຸຂະພາບແຂງແຮງ, ສຸມ ທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນການປະຕິບັດ 2 ໜ້າທີ່ຍຸດທະ ສາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຊຸກຍູ້ສົ່ງ ເສີມການຄົ້ນຄວ້າພັດທະນາວຽກ ງານໄປສະນີ ແລະໂທລະຄົມມະນາ ຄົມຂອງປະເທດເຮົາ ໃຫ້ກ້າວໜ້າ ແລະຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງເພື່ອ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດສີ ຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາ ມີ ຄວາມຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມ ສາມັກຄີປອງດອງ,ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ງານການຕິດຕາມຈຸດຄວາມຮ້ອນ (hotspot) ໃນເດືອນມັງກອນ 2024 ມີຈຸດຄວາມຮ້ອນທົ່ວປະ ເທດທັງໝົດ899ຈຸດ, ເດືອນກຸມພາ 5.049 ຈຸດ ແລະ ມີນາ 3.258 ຈຸດ ເຊິ່ງການນຳໃຊ້ແຜນທີ່ຈຸດພິກັດທີ່ ເກີດຄວາມຮ້ອນ(ໄຟ)ມີຈຸດດີແລະ ຂໍ້ຈຳກັດ ເປັນຕົ້ນ ຈຸດຄວາມຮ້ອນ ດັ່ງກ່າວ ບໍ່ສາມາດບອກຂະໜາດ ເນື້ອທີ່ຂອງພື້ນທີ່ໄຟໄໝ້ປ່າ, ໃນກໍລະ ນີ້, ພໍ່-ແມ່ ປະຊາຊົນ ຈູດຂີ້ເຫຍື້ອບໍລິ ເວນບ້ານເຮືອນຕົນເອງ, ແຜນທີ່ຈຸດ ພິກັດທີ່ເກີດຄວາມຮ້ອນດັ່ງກ່າວກໍ ແຈ້ງເຕືອນເຂົ້າລະບົບເຊັ່ນດຽວກັນ. ໃນປີ 2023 ກົມປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້ ສາມາດສັງ ຮວມເນື້ອທີ່ປ່າໄມ້ ເສຍຫາຍຈາກ ເຫດການໄຟໄໝ້ລາມປ່າ ທັງໝົດ 476.964 ເຮັກຕາ. ໃນນັ້ນ, ເສຍ ຫາຍຫລາຍກວ່າໝູ່ແມ່ນແຂວງໄຊ ຍະບູລີ 62.544 ເຮັກຕາ, ຮອງລົງ ມາແມ່ນ ຫລວງພະບາງ57.050 ເຮັກຕາ, ແຂວງອັດຕະປື 50.391 ເຮັກຕາ, ຈຳປາສັກ 47.265 ເຮັກ ຕາ ແລະ ແຂວງຄຳມ່ວນ 44.773 ເຮັກຕາ. ສ່ວນແຂວງອື່ນໆ ແມ່ນ ເສຍຫາຍໜ້ອຍກວ່າ 40.000 ເຮັກຕາ. ສຳລັບ ທິດທາງໃນຕໍ່ໜ້າ, ກົມ ປ່າໄມ້ກຽມຈະສ້າງລະບົບຖານຂໍ້ ມູນຈຸດຄວາມຮ້ອນຈາກພາບຖ່າຍ ດາວທຽມ; ສືບຕໍ່ເປັນເຈົ້າການປະ ສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງສ້າງແຜນການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ, ວາງມາດຕະ ການປ້ອງກັນໄຟໄໝ້ປ່າ ໂດຍການ ສ້າງໃຫ້ມີກຸ່ມປ້ອງກັນ, ປ້ອມຍາມ ປ່າ, ເຝົ້າລະວັງ ແລະ ແລວປ້ອງກັນ ໄຟໄໝ້ປ່າ ຕາມຈຸດທີ່ມີຄວາມສ່ຽງ ລວມທັງລະດົມພາຫະນະ, ວັດຖຸປະ ກອນ, ແຮງງານ ແລະ ງົບປະມານ ຈາກທຸກພາກສ່ວນເຂົ້າໃນການ ມອດໄຟປ່າ; ຫັນພະນັກງານລົງ ເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະ ພື້ນທີ່ທີ່ມີຄວາມຫລໍ່ແຫລມ ແລະ ມີຄວາມສ່ຽງຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ໂດຍສະເພາະຂັ້ນ ບ້ານ ແລະ ເມືອງ ຕ້ອງເປັນເຈົ້າການ ໃນການປ້ອງກັນ, ສະກັດກັ້ນອັກຄີ ໄພໃນປ່າໄມ້ ແລະ ທີ່ດິນປ່າໄມ້, ຈັດສັນງົບປະມານ, ກະກຽມວັດຖຸ ປະກອນທີ່ຈຳເປັນໃນການສະກັດ ກັ້ນ, ຕ້ານ ແລະ ດັບມອດໄຟໄໝ້ລາມ ປ່າໃຫ້ທັນເວລາ. ຂ່າວ: ກິດຕາ ປ່ຽນເເປງ ເເລະ ວິກິດການລະດັບ ໂລກໃນຫລາຍໆດ້ານ. ກອງປະຊຸມດັ່ງກ່າວ, ເປັນການ ທົບທວນຄືນເຖິງຜົນສໍາເລັດໃນ ວຽກງານສິດທິເດັກ ໃນປີທີ່ຜ່ານມາ ໂດຍການນໍາໃຊ້ຂໍ້ມູນຈາກການສຳ ຫລວດດັດສະນີໝາຍສັງຄົົມລາວ ຄັ້້ງທີ III (LSIS-III) ເເລະ ຜົນຈາກ ການສຳຫລວດອື່ນໆ ເພື່ອຊ່ວຍຊີ້ນໍາ ທິດທາງນະໂຍບາຍໃໝ່ໆ ແລະ ແກ້ ໄຂສິ່ງທ້າທາຍຕ່າງໆໃນອະນາຄົດ. ພ້ອມນີ້, ກອງປະຊຸມຍັງຍົກໃຫ້ເຫັນ ເຖິງຄວາມຄືບໜ້າໃນວຽກງານ ຕ່າງໆທີ່ສຳຄັນຕໍ່ການສົ່ງເສີມສະ ຫວັດດີພາບຂອງເດັກ, ລວມເຖິງສຸ ຂະພາບ, ໂພຊະນາການ, ການສຶກ ສາ, ການປົກປ້ອງ ເເລະ ຜົນສຳເລັດ ຂອງການຮ່ວມມືລະຫວ່າງ ລັດຖະ ບານເເຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊັບ ນັບແຕ່ການລິເລີ່ມດຳເນີນ ແຜນງານການຮ່ວມມືນີ້ໃນໄລຍະ ການເເພ່ລະບາດຂອງພະຍາດໂຄ ວິດ-19. ໃນກອງປະຊຸມ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ ກໍໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງ ລັດຖະບານເເຫ່ງ ສປປ ລາວ ໃນ ການປັບການປະຕິບັດວຽກງານ ສິດທິເດັກໃຫ້ເຂົ້າກັບສະພາບການ ປ່ຽນເເປງຕ່າງໆຢ່າງເໝາະສົມ. ໃນຂະນະທີ່ພວກເຮົາຮັບມືກັບຜົນ ຈາກວິກິດການລະດັບໂລກໃນ ຫລາຍໆດ້ານ, ພວກເຮົາກໍຍັງມີ ຄວາມມຸ່ງໝັ້ນໃນການສ້າງຂອບ ວຽກງານທີ່ມີຄວາມທົນທານ ເເລະ ສາມາດປົກປ້ອງສະຫວັດດີການ ຂອງເດັກ ຄຽງຄູ່ກັບການສະໜັບ ສະໜູນການພັດທະນາຊັບພະຍາ ກອນມະນຸດຂອງປະເທດຊາດ. ຂໍ້ ມູນຈາກLSIS-III ນັ້ນເເມ່ນມີຄວາມ ສຳຄັນຫລາຍ ເເລະ ຈະຊ່ວຍໃນການ ປັບປຸງນະໂຍບາຍ ແລະ ການສະ ໜອງບໍລິການຕ່າງໆ ໃຫ້ໄດ້ປະສິດ ທິຜົນຫລາຍຂຶ້ນ. ພ້ອມນີ້, ກອງປະຊຸມຍັງໄດ້ເປີດ ເວທີສົນທະນາກ່ຽວກັບການຫັນ ປ່ຽນຍຸດທະສາດ ເພື່ອຮັບມືກັບສິ່ງ ທ້າທາຍຫລາຍໆດ້ານທີ່ເດັກນ້ອຍ ໃນ ສປປ ລາວ ຜະເຊີນຢູ່ ໂດຍສະ ເພາະໃນດ້ານໂພຊະນາການ, ສິ່ງ ແວດລ້ອມ ແລະ ການປ່ຽນແປງດິນ ຟ້າອາກາດ, ການຮຽນ, ທາງເພດ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເປີດ ເວທີໃຫ້ຜູ້ມີສ່ວນກ່ຽວຂ້ອງໄດ້ປະ ກອບຄຳເຫັນ ເເລະ ຂໍ້ສະເໜີແນະ ເພື່ອປັບປຸງແຜນງານການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ເພື່ອ ຮັບປະກັນວ່າມັນຍັງສອດຄ່ອງກັບ ບຸລິມະສິດຂອງປະເທດ ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ ໂດຍລວມ. ທ່ານ ນາງ ດຣ ເພຍ ເຣເບລ ໂບ ບຣິດໂຕ ຜູ້ຕາງໜ້າອົງການ ອຸຍ ນີເຊັບ ປະຈຳລາວ ໄດ້ຢ້ຳຄືນເຖິງ ຄວາມມຸ່ງໝັ້ນຂອງອົງການອຸຍນີ ເຊບ ໃນການສະໜັບສະໜູນການ ພັດທະນາແບບມີສ່ວນຮ່ວມຂອງ ສປປ ລາວ. ສິ່ງທ້າທາຍທີ່ພວກ ເຮົາຜະເຊີນໃນທຸກມື້ນີ້, ຈາກສິ່ງ ທ້າທາຍດ້ານເສດຖະກິດລວມເຖິງ ສິ່ງແວດລ້ອມ ເເມ່ນຕ້ອງການວິທີ ເເກ້ໄຂທີ່ມີນະວັດຕະກຳ ແລະ ການ ຈັດຕັ້ງປະຕິບັດຮ່ວມມືລະຫວ່າງ ທຸກພາກສ່ວນ. ກອງປະຊຸມໃນມື້ ນີ້, ເປັນບາດກ້າວທີ່ສຳຄັນສຳລັບ ຄວາມພະຍາຍາມນີ້ ເເລະ ຈະຊ່ວຍ ໃຫ້ພວກເຮົາສາມາດປະເມີນຍຸດ ທະສາດຄືນໃໝ່ ເພື່ອຮັບປະກັນວ່າ ສປປ ລາວ ສາມາດປົດລັອກທ່າ ແຮງຂອງຊັບພະຍາກອນມະນຸດ ອັນລ້ຳຄ່າຂອງປະເທດແລະເພື່ອໃຫ້ ເດັກນ້ອຍລາວທຸກຄົນມີຊີວິດທີ່ດີ ແລະ ສາມາດປະກອບສ່ວນເຂົ້າ ໃນການພັດທະນາຂອງ ສປປ ລາວ ຢ່າງເຕັມທີ່. ກອງປະຊຸມລິເລີ່ມຂະບວນການ ທົບທວນກາງສະໄໝຂອງແຜນ ງານການຮ່ວມມື ລະຫວ່າງ ລັດຖະ ບານແຫ່ງ ສປປ ລາວ ແລະ ອົງ ການອຸຍນີເຊັບ ໃນປີ 20222026 ແມ່ນຂີດໝາຍສໍາຄັນສຳລັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອຢືນຢັນຄືນເຖີງຄວາມມຸ່ງ ໝັ້ນຂອງທັງສອງຝ່າຍຕໍ່ການສ້າງ ອະນາຄົດທີ່ສົດໃສ ເພື່ອເດັກທຸກໆ ຄົນໃນ ສປປ ລາວ, ເເກ້ໄຂສິ່ງທ້າ ທາຍ ແລະ ນຳໃຊ້ໂອກາດໃນຕໍ່ໜ້າ ໃຫ້ເກີດໝາກຜົນສູງ. ສ້າງພັກ-ພະນັກງານ ແລະ ປັບປຸງ ກົງຈັກການຈັດຕັ້ງໃນໄລຍະຜ່ານ ມາ ແລະ ກໍານົດທິດທາງແຜນການ ໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ຮັບຟັງ ການເຜີຍແຜ່ບັນດາເອກະສານສໍາ ຄັນຂອງພັກ ເພື່ອເປັນທິດທາງໃຫ້ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເປັນຕົ້ນ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານກໍ່ ສ້າງພັກ-ພະນັກງານ ແລະ ການປັບ ປຸງກົງຈັກການຈັດຕັ້ງທົ່ວປະເທດ ສະບັບເລກທີ 30/ຄຈສພ, ລົງວັນ ທີ 08 ກຸມພາ 2024; ບົດໂອ້ລົມ ຂອງສະຫາຍຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ ຕໍ່ກອງປະຊຸມສະຫລຸບ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວ ປະເທດ ປະຈໍາປີ 2023; ເອກະສານ ທິດຊີ້ນໍາຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ຕໍ່ວຽກງານການເງິນທົ່ວປະ ເທດ; ຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 13/ ຄຈສພ, ລົງວັນທີ 11 ມັງກອນ 2024; ຄໍາແນະນໍາຂອງຄະນະ ຈັດຕັ້ງສູນກາງພັກ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງ ກອນ 2024; ບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ ສ້າງພັກ-ພະນັກງານ ແລະ ປັບປຸງ ກົງຈັກການຈັດຕັ້ງປະຈໍາປີ 2023 ແລະ ທິດທາງແຜນການປີ 2024. ນອກນີ້, ຍັງໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານອື່ນໆ ທີ່ຕິດພັນ ຈໍານວນໜຶ່ງ ເປັນຕົ້ນແຈ້ງການຕີລາ ຄາການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເອກະສານຄໍາແນະນໍາກ່ຽວກັບການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ ແລະ ເອກະສານສໍາຄັນ ອື່ນໆ. ໃນວາລະດຳເນີນກອງປະຊຸມ, ສະຫາຍຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ສະເໜີເຜີຍແຜ່ບົດສະ ຫລຸບການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ປັບ ປຸງກົງຈັກການຈັດຕັ້ງທົ່ວປະເທດ ສະບັບເລກທີ 30/ຄຈສພ, ລົງວັນ ທີ 08 ກຸມພາ 2024; ຜ່ານບົດສະ ຫລຸບວຽກງານຕີລາຄາການຈັດ ຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ປັບປຸງກົງຈັກການ ຈັດຕັ້ງ ປະຈໍາປີ 2023 ແລະ ທິດ ທາງແຜນການ ປະຈໍາປີ 2024 ແລະ ຮັບຟັງການປະກອບຄໍາຄິດ ຄໍາ ເຫັນຈາກຄະນະພັກຮາກຖານແຕ່ ລະກົມກອງອ້ອມຂ້າງກະຊວງ ເພື່ອ ໃຫ້ບັນດາ ເລຂາຄະນະພັກຮາກ ຖານ, ເລຂາໜ່ວຍພັກຮາກຖານນໍາ ໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໃຫ້ ຖືກຕ້ອງ, ທັນເວລາ ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລຍະ ໃໝ່. ເປັນປະໂຫຍດໃຫ້ແກ່ສະຖານທູດ ລາວ ປະຈໍາ ມະນີລາຟີລິບປິນ ກໍຄື ສປປ ລາວ ເປັນຕົ້ນ ໄດ້ເອົາໃຈໃສ່ ໃນການໂຄສະນະເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບ ສປປລາວທາງດ້ານ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວຜ່ານທາງເວັບໄຊ. ພ້ອມ ກັນນີ້, ຍັງໄດ້ຊຸກຍູ້ສົ່ງເສີມ ແລະ ຂົນຂວາຍການລົງທຶນ ແລະ ນັກ ທ່ອງທ່ຽວ ຟີລິບປິນ ໄປລົງທຶນ ແລະ ທ່ອງທ່ຽວຢູ່ສປປລາວໃຫ້ນັບມື້ນັບ ຫລາຍຂຶ້ນ ແລະ ໄດ້ປະກອບສ່ວນ ມອບອຸປະກອນຮັບໃຊ້ວຽກງານ ຫ້ອງການສະຖານທູດເປັນຕົ້ນເຄື່ອງ ຄອມພິວເຕີແລັບທອບຈຳນວນໜຶ່ງ, ຈັດກິດຈະກຳກິລາກ໊ອຟຊີງຂັນທ່ານ ເອກອັກຄະລັດຖະທູດ ແລະ ກິດຈະ ກຳອື່ນໆ ເພື່ອຖືໂອກາດໂຄສະນາ ໃຫ້ພາກທຸລະກິດ ໄດ້ຮູ້ກ່ຽວກັບລາວ ຫລາຍຂຶ້ນ. ພ້ອມນີ້, ທ່ານສອນໄຊວັນນະໄຊ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານ ໂຈເຊັບ ກຸຍ ຊີ ກົງສຸນກິດຕິ ມະສັກຕໍ່ກັບການປະສອບສ່ວນອັນ ສໍາຄັນໃນການເສີມຂະຫຍາຍສາຍ ພົວພັນ ລະຫວ່າງ ລາວ ແລະ ຟີລິບ ປິນ ໃນໄລຍະຜ່ານມາ ແລະ ສືບຕໍ່ປະ ກອບສ່ວນວຽກງານດັ່ງກ່າວຕໍ່ໄປ ໃຫ້ຫລາຍຂຶ້ນເລື່ອຍໆ. ຂ່າວ-ພາບ: ກຕທ

xtgmf]k; 3 14/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ *** ຕໍ່ຈາກສະບັບກ່ອນ *** ໂດຍ: ຄ້ອງໃໝ່ d;ooE.sh 05 j oL ບົດສະເໜີ dkora fmtok0v'0tc|'dkowxltou c]t 3m]t7q ,,tok7q , (ເນື່ອງໃນໂອກາດວັນໄປສະນີແຫ່ງຊາດ ແລະ ໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 59 ປີ 13/3/1965-13/3/2024) ໃນປີ 2007 ກົມໄປສະນີ ໄດ້ ແຍກອອກມາຈາກກະຊວງຄົມມະ ນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລ້ວສ້າງຕັ້ງເປັນອົງການໄປສະນີ ໂທລະຄົມມະນາຄົມແຫ່ງຊາດຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ສະບັບເລກທີ 375/ນຍ ລົງວັນທີ 22 ຕຸລາ 2007 ຂອງທ່ານນາຍົກ ລັດຖະມົນຕີ ຊຶ່ງມີກົມໄປສະນີເປັນ ຜູ້ຄຸ້ມຄອງ ແລະ ຊີ້ນຳວຽກງານໄປ ສະນີ ຢູ່ຂັ້ນສູນກາງ ແລະ ມີບັນດາ ພະແນກໄປສະນີ ແລະ ໂທລະຄົມມະ ນາຄົມແຂວງ, ນະຄອນຫລວງຄຸ້ມ ຄອງວຽກງານໄປສະນີຂັ້ນທ້ອງ ຖິ່ນ ໂດຍມີບໍລິສັດລັດວິສາຫະກິດ ໄປສະນີລາວ ເຮັດໜ້າທີ່ເປັນຜູ້ໃຫ້ ບໍລິການແກ່ສັງຄົມ. ໃນປີ 2011 ອົງການໄປສະນີໂທລະຄົມມະນາ ຄົມແຫ່ງຊາດ ກໍ່ໄດ້ຍົກລະດັບ ເປັນ ກະຊວງໄປສະນີ ໂທລະຄົມມະນາ ຄົມ ແລະ ການສື່ສານ ຕາມດໍາລັດ ເລກທີ 303/ນຍ ລົງວັນທີ 29 ກັນຍາ2011ແລະໄດ້ປັບປຸງພາລະ ບົດບາດຂອຕົນ ໃນປີ 2017 ຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງໄປ ສະນີໂທລະຄົມມະນາຄົມແລະການ ສື່ສານ ສະບັບເລກທີ 22/ນຍ ລົງ ວັນທີ16ມັງກອນ2017ຂອງທ່ານ ນາຍົກລັດຖະມົນຕີ, ນອກຈາກບໍລິ ສັດລັດວິສາຫະກິດໄປສະນີລາວ ທີ່ເຮັດໜ້າທີ່ຕາງໜ້າພາກລັດ ໃນ ການເຄື່ອນໄຫວບໍລິການໄປສະນີ ໃຫ້ແກ່ສັງຄົມແລ້ວ ຍັງໄດ້ເປີດ ກວ້າງໃຫ້ພາກເອກະຊົນເຂົົ້າມາລົງ ທຶນ ແລະ ເຄື່ອນໄຫວບໍລິການໄປ ສະນີ ເພີ່ມຂຶ້ນ. ຮອດປີ 2021 ກະ ຊວງໄປສະນີໂທລະຄົມມະນາຄົມ ກໍ່ໄດ້ລວມເອົາວຽກງານເຕັກໂນ ໂລຊີ ຈາກກະຊວງວິທະສາດ ແລະ ເຕັກໂນໂລຊີເຂົົ້າດ້ວຍກັນແລ້ວປ່ຽນ ຊື່ເປັນກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາມດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງເຕັກໂນໂລຊີແລະການ ສື່ສານສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021, ການຂະ ຫຍາຍຕົວຂອງວຽກງານໄປສະນີ ແລະ ໂທລະຄົມມະນາຄົມໄດ້ສ້າງ ເງື່ອນໄຂ ແລະ ຂໍ້ສະດວກຫລາຍ ດ້ານໃຫ້ແກ່ສັງຄົມໃນການສ້າງ ວຽກເຮັດງານທໍາ ໃຫ້ກັບຊາວໜຸ່ມ ໄດ້ຢ່າງກວ້າງຂວາງເປັນຕົົ້ນ: ອາ ຊີບເສີມໃນການແຈກຢາຍເຄື່ອງ ຝາກ ໂດຍສະເພາະໃນຍຸກເສດຖະ ກິດດີຈິຕອນສິ່ງທີ່ບໍ່ໄດ້ກໍ່ຄືການເຮັດ ທຸລະກໍາ ດ້ານການຄ້າເອເລັກໂຕຣ ນິກນັ້ນ ເອງ. ຕະຫລອດໄລຍະຜ່ານ ມາວຽກ ງານໄປສະນີ ຂອງ ສປປ ລາວ ສາ ມາດເຊື່ອມໂຍງກັບ 192 ປະເທດ ທົ່ວໂລກ ເຮັດໃຫ້ການຈໍລະຈອນ ແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງປະເທດ ມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງ ຫລວງຫລາຍ, ຜູ້ປະກອບການໄປ ສະນີໃນຂອບເຂດທົ່ວປະເທດເພີ່ມ ຂຶ້ນຈາກ 05 ບໍລິສັດໃນປີ 2016 ເພີ່ມຂຶ້ນ 43 ບໍລິສັດໃນປີ 2021 ເທົ່າກັບ 800%; ມູນຄ່າການລົງ ທຶນທີ່ຈົດທະບຽນ ຮອດປີ 2021 ມີເຖິງ 126,27 ຕື້ກີບ ເພີ່ມຂຶ້ນ 393,75% ທຽບໃສ່ປີ 2019; ບໍລິ ມາດການຮັບຝາກເພີ່ມຂຶ້ນ 600 ໂຕນ/ປີ ເມື່ອທຽບກັບປີ 2015 ທີ່ມີ ບໍລິມາດເຖິງ 100 ໂຕນ/ປີ; ປ່ອງ ບໍລິການໃນປີ 2021 ມີພຽງ 521 ປ່ອງຕົົ້ນປີ 2022 ມີເຖິງ 990 ປ່ອງ ໃນທົ່ວປະເທດ ເພີ່ມຂຶ້ນ 153,5% ກວມເອົາອັດຕາສ່ວນ ຂອງພົນລະ ເມືອງ 8.750 ຄົນຕໍ່ປ່ອງ. ປັດຈຸບັນນີ້ມີຜູ້ໃຫ້ບໍລິການໂທ ລະຄົມມະນາຄົມຈໍານວນ 5 ບໍລິສັດ ແລະ ຜູ້ໃຫ້ລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ, ປະເພດ III ຈໍາ ນວນ 13 ບໍລິສັດ ສາມາດສ້າງລາຍ ຮັບເຂົົ້າງົບປະມານແຫ່ງຊາດ ໄດ້ ຈໍານວນ 715 ຕື້ກີບ (ໃນນີ້ຍັງບໍ່ໄດ້ ລວມເງິນປັນຜົນຈາກບັນດາບໍລິສັດ ໂທລະຄົມມະນາຄົມຕ່າງໆ), ປະ ກອບມີລາຍຮັບຈາກການນໍາໃຊ້ ຊັບພະຍາກອນໂທລະຄົມມະນາຄົມ ຈໍານວນ 232 ຕື້ກວ່າກີບ ແລະ ການມອບພັນທະອາກອນຂອງບັນ ດາຫົວໜ່ວຍທຸລະກິດຈໍານວນ 482 ກວ່າຕື້ກີບ ເພີື່ອຕອບສະໜອງກັບ ຄວາມຕ້ອງການຂອງສັງຄົມຍຸກ ໃໝ່ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ຈະເພີ່ມທະວີນໍາພາໃນການ ພັດທະນາໄປສະນີ ໃນທຸກຮູບແບບ ໃຫ້ຂະຫຍາຍທົ່ວເຖິງໃນຂອບເຂດ ທົ່ວປະເທດ, ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ທັງຮັບປະກັນ ໃຫ້ປະຊາຊົນໄດ້ຊົມໃຊ້ບໍລິການໄປ ສະນີ ແລະ ໂທລະຄົມມະນາຄົມ ໄດ້ ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ, ຊຸກຍູ້ການຂະຫຍາຍ ຕາໜ່າງໄປສະນີແລະ ໂທລະຄົມມະ ນາຄົມ ໃຫ້ກວ້າງຂວາງເພື່ອໃຫ້ສັງ ຄົມໄດ້ນໍາໃຊ້ການບໍລິການຢ່າງທົ່ວ ເຖິງ, ພັດທະນາການບໍລິການຂອງ ບັນດາຜູ້ປະກອບການດ້ວຍຮູບການ ຫັນເປັນນະວັດຕະກໍາ, ທັນສະໄໝ ແລະ ສົ່ງເສີມການສ້າງຜະລິດຕະ ພັນໃໝ່ ເພື່ອຮັບປະກັນໃຫ້ມີມາດ ຕະຖານ, ຄຸນນະພາບ ແລະ ຄວາມ ປອດໄພແນໃສ່ເຮັດໃຫ້ສັງຄົມເຂົົ້າ ເຖິງການບໍລິການໄປສະນີ ແລະ ໂທ ລະຄົມມະນາຄົມດ້ວຍນະວັດຕະກໍາ ທີ່ທັນສະໄໝຫລາຍຂຶ້ນໄປເລື້ອຍໆ ເໝືອນດັ່ງເວົົ້າ ຂອງປະທານ ໄກ ສອນພົມວິຫານຜູ້ນຳທີ່ແສນເຄົາລົບ ຮັກໄດ້ເວົົ້າວ່າ: “ວຽກຕິດຕໍ່ສື່ສານ ປຽບເໝືອນເສັ້ນປະສາດທີ່ສຳຄັນ ແຫ່ງພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ”. ,kI6h 9a d7e lq omy [k'd= ]tou .orklk]k; ອຽດ ແລະ ປະເພດຂອງການສົນທິ ຈະບໍ່ຍົກໃຫ້ເຫັນໃນບົດນີ້. ເວົ້າເຖິງການສົນທິສະຫລະ ແມ່ນມີຫລາຍ, ແຕ່ບົດນີ້ຍົກມາທົບ ທວນ ໃນກໍລະນີຖ້າສະຫລະຫລັງ ແມ່ນໄມ້ກັນ (xັ) ແລະ ມີຕົວສະກົດ ໃຫ້ໂຮມເຂົ້າກັນ ເປັນໄມ້ກັນ (xັ) ຕົວດຽວ, ຕົວຢ່າງ: ນິຣະ + ອັນຕະ ຣະ=ນິຣັນດອນໃຊ້ເປັນ:ນິລັນດອນ, ໝາຍເຖິງຊົ່ວຟ້າດິນສະຫລາຍ, ບໍ່ ມີທີ່ສິ້ນສຸດ; ມະຫາ+ ອັນນົບ ເປັນ ມະຫັນນົບ, ໝາຍເຖິງແມ່ນໍ້າໃຫຍ່, ທະເລໃຫຍ່; ມະຫາ+ ອັນຕະລາຍ ເປັນມະຫັນຕະລາຍ, ໝາຍເຖິງ ຄວາມໆ ອັນຕະລາຍໃຫຍ່ຫລວງ; ມະຫາ+ ອັນຕະກາຣະ ເປັນ ມະຫັນ ທະການ, ໝາຍເຖິງຄວາມມືດມົວ ທີ່ໃຫຍ່ຫລວງ; ມະ ຫາ+ ອັດສະຈັນ ເປັນມະຫັດສະຈັນ,ໝາຍເຖິງຄວາມ ງຶດງໍ້ຫລາຍ; ປະຣະມາ+ອັດຖະ ເປັນ ປະລະມັດຖະ, ໝາຍເຖິງຂໍ້ ຄວາມອັນລະອຽດ... ກໍລະນີ ຖ້າສະຫລະຫລັງແມ່ນ ອິ (xິ) ຫລື ອີ (xີ) ມີຕົວສະກົດ ກໍ່ໃຫ້ໂຮມເຂົ້າກັນ ເປັນ xິ ຫລື xີ, ຖ້າບໍ່ມີຕົວສະກົດ ໃຫ້ເປັນ ເx, ຕົວ ຢ່າງ: ຊະນະ+ ອິນທະ ເປັນ ຊະ ນິນທະ, ໝາຍເຖິງຜູ້ເປັນໃຫຍ່ແຫ່ງ ຄົນທັງຫລາຍ, ກະສັດ ຫລື ເຈົ້າຊີ ວິດ; ນະຣະ+ ອິນທະ ເປັນນະລິນ ທະ, ນະລິນ, ນໍລິນໝາຍເຖິງຈອມ ຄົນ, ເຈົ້າ ແຜ່ນດິນ, ກະສັດ; ມະຫາ+ ອິສິ ເປັນ ມະເຫສີ ໝາຍເຖິງ ເມຍ, ເມຍໃຫຍ່, ເມຍກົກ ໃຊ້ເປັນລາຊາ ສັບ ຄືເມຍເຈົ້າຊີວິດ/ກະສັດ... ຖ້າສະຫລະຫລັງແມ່ນ ອຸ (xຸ) ຫລື ອູ (xູ) ໃຫ້ໂຮມເຂົ້າກັນເປັນ xຸ ຫລື ອູ xູ ຫລືແປງເປັນ ໂອ ໂx ກໍ່ໄດ້, ຕົວຢ່າງ: ມັກຄະ+ ອຸເທ ສະ ເປັນ ມັກຄຸເທດ ໝາຍເຖິງຜູ້ບອກ ທາງ, ຜູ້ນໍາທ່ຽວ; ຣາຊະ+ອຸປະ ຖໍາ=ຣາຊູປະຖໍາໃຊ້ເປັນລາຊູປະຖໍາ ໝາຍເຖິງການຄໍ້າຊູຂອງ ພະລາຊາ; ນະຣະ+ ອຸດຕະມະ=ນະໂຣດົມ ໃຊ້ ເປັນນະໂລດົມ ໝາຍເຖິງຄົນຜູ້ມີປາ ລະມີ-ອໍານາດສູງສຸດ; ອະຣຸນະ+ ອຸທະຍະ = ອະຣຸໂນໄທ ໃຊ້ເປັນອະ ລຸໂນໄທ ໝາຍເຖິງຍາມເຊົ້າ, ຍາມ ຕາເວັນເລີ່ມຂຶ້ນ; ຍຸດທະ+ ອຸປາຍະ ເປັນຍຸດໂທບາຍ ໝາຍເຖິງ ວິທີຕໍ່ສູ້, ວິທີສູ້ຮົບ; ນະຍະ + ອຸປາຍະ ເປັນ ນະໂຍບາຍໝາຍເຖິງວິທີການປະ ຕິບັດຕ່າງຈາກລະບຽບ... (ອ້າງອີງຈາກປຶ້ມໄວຍາກອນ ສະບັບຂອງທ່ານ ພູມີ ວົງວິຈິດ ແລະ ໄວຍາກອນລາວປັດຈຸບັນ ພາກອັກ ຂະຫລະ ວິທີຄູ່ມືການຮຽນການ ສອນພາສາລາວ ໂດຍສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ປີ 2020). ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ເບິ່ງຢ່າງໜຶ່ງຄືວ່າເປັນການກວນໃຫ້ ນໍ້າຂຸ່ນ? ມີຄົນສົມທຽບການບໍລິການຮັບ ໃຊ້ສັງຄົມໃນອົງການໃດໜຶ່ງທີ່ມີ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງ ເຖິງກົກເຖິງຮາກ ຈົນເກືອບເວົ້າໄດ້ ວ່າປາສະຈາກຂອດທີ່ຄົງຄ້າງຄືກັບ ວັງນໍ້າໃສໆ ແລະ ຕໍ່ມາວັນໜຶ່ງເກີດ ມີຄົນ...ມາກວນຫວັງໃຫ້ນໍ້າໃນວັງ ຂຸ່ນ ເຊິ່ງປະການສໍາຄັນການກວນ ນັ້ນເຫັນຜົນ? ຂຶ້ນກັບວ່າຢູ່ບ່ອນນັ້ນໆ ໄດ້ເອົາໃຈໃສ່ຕິດຕາມກວດກາຖອດ ຖອນບົດຮຽນໃນການເຮັດບໍລິການ ແທດເຖິງ? ພຶດຕິກໍາຕົວຈິງບາງ ອັນໃຫ້ພວກເຮົາເຫັນໄດ້ວ່າບ່ອນໃດ ມີຜົນປະໂຫຍດເກີດຂຶ້ນ ກໍ່ມັກມີຂໍ້ ຖົກຖຽງ,ການຍາດແຍ່ງ,ການສວຍ ໃຊ້ໂອກາດ...ສະນັ້ນ ບໍ່ວ່າວຽກໃໝ່- ເກົ່າເຮົາກໍ່ບໍ່ລະເລີຍກະກຽມແຜນ ວຽກແຜນຮັບມື ແລະ ຕິດຕາມຊຸກ ຍູ້ກວດກາ...ຖ້າເຮັດບໍ່ຮັດກຸມເປັນ ຢ່າງດີ ກໍ່ມັກມີບັນຫາ ເພາະຄົນຈໍາ ນວນໜຶ່ງມັກຈະຈອບສະແຫວງຫາ ໂອກາດ ຄືກັນກັບຕົວລະຄອນນົກ ເຈົ່າຈໍາສິນ ໃນນິທານພື້ນເມືອງ ຂອງລາວ. ໃນເວລາມີສະພາບຫຍຸ້ງຍາກ ແຂ່ງຂັນຊອກຢູ່ຫາກິນ, ຄົນຈໍາ ນວນບໍ່ໜ້ອຍບໍ່ໄດ້ສົນໃຈຫຍັງຂໍ ພຽງໃຫ້ມີຢູ່ມີກິນ...ປາກົດການກະ ທໍາບໍ່ຢໍາເກງລະບຽບກົດໝາຍ ກໍ່ຄື ບໍ່ຊາສຽງຈົ່ມສຽດສີຂອງສັງຄົມ (ແບບໝີກິນເຜິ້ງ) ມີເປັນປົກກະຕິ ໃນແຕ່ລະສັງຄົມ, ຕ່າງແຕ່ໜ້ອຍຫລາຍ? ບາງກໍລະນີຖ້າບໍ່ແຕະຕ້ອງ ຄົນຈໍານວນຫລາຍ, ສ້າງຄວາມ ເສຍຫາຍ-ເຊື່ອມເສຍຕໍ່ສ່ວນ ລວມ ຢ່າງ...ບາງທີກໍ່ງຽບ, ແຕ່ບາງກໍລະ ນີມີການກວດກາ (ຫລາຍດ້ານ)ມີ ການພົບເຫັນ ເຖິງວ່າເລັກໆນ້ອຍໆ ເລື່ອງກໍ່ຟົດຂຶ້ນ. ດຽວນີ້ ສັງຄົມໄດ້ ຊ່ວຍເປັນຫູເປັນຕາ, ອັນດີກໍ່ມີໃຫ້ ເຫັນຫລວງຫລາຍ ແລະ ອັນບໍ່ດີກໍ່ ມີບໍ່ໜ້ອຍທີ່ກະທົບຕໍ່ພາບພົດອັນດີ ງາມທີ່ພວກເຮົາເຄີຍມີມາ. ດຽວນີ້ ຕ້ອງມີສະຕິລະວັງຕົວຕໍ່ ການກວດກາຂອງສັງຄົມ. ບູຮານ ເພິ່ນກໍ່ວ່າ ລະວັງນົກມີຫູໜູມີປີກ, ປ່ອງຢ້ຽມມີຫູ ປະຕູມີຕາ...ການກະ ທໍາໃດກໍ່ຕາມປະຊາຊົນຄືສັງຄົມຮູ້. ພຶດຕິກໍາຕົວຈິງໃຫ້ພວກເຮົາເຫັນ ວ່າ ຫາງສຽງສັງຄົມກ່ຽວກັບເລື່ອງ ດີຄວນເສີມຂະຫຍາຍມີຫລວງ ຫລາຍນັບບໍ່ຖ້ວນ, ແຕ່ໃນເວລາຖື ກນໍາສະເໜີຜ່ານສື່(ຮູບແບບໃດກໍ່ ຕາມ) ຫາງສຽງກະທົບຄືນລັກສະ ນະຍ້ອງຍໍຊົມເຊີຍນັ້ນບໍ່ຫລາຍເທົ່າ ທີ່ຄວນ. ກົງກັນຂ້າມປາກົດການໃດ ທີ່ເປັນດ້ານລົບ, ມີລັກສະນະຫຍໍ້ທໍ້ ຊໍ້າພັດມີລັກສະນະຟົດເດືອດໃນສັງ ຄົມກວ່າ. ນີ້ແມ່ນບັນຫາເລື່ອງຈິດ ຕະສາດ ທໍາມະຊາດຂອງມະນຸດ? ເຮົາຄວນເລືອກເຟັ້ນ? ບາງບັນຫາ ເລັກນ້ອຍທີ່ສຸດຖ້າທຽບໃສ່ບາງ ບັນຫາ, ແຕ່ເມື່ອມີຄົນຍົກຂຶ້ນຜ່ານ ສື່ສັງຄົມ, ບໍ່ວ່າແຕ່ຄົນທົ່ວໄປແມ່ນ ແຕ່ພະນັກງານປັນຍາຊົນແທ້ໆກໍ່ ຈັບມາເປັນຂໍ້ຖົກຖຽງ, ມີລັກສະນະ ພາກັນຊ່ວຍກວນນໍ້າ ໃຫ້ຂຸ່ນ? ກ່ຽວກັບການແກ້ໄຂຫາງສຽງ ທີ່ບໍ່ປາຖະໜາ ຕໍ່ບັນດາອົງການທີ່ ເຮັດບໍລິການສັງຄົມ ເພື່ອປ້ອງກັນ ແລະ ສະກັດກັ້ນພວກຫວັງກວນ ນໍ້າໃຫ້ຂຸ່ນ, ຜ່ານມາເຫັນວ່າແຕ່ລະ ບ່ອນເອົາໃຈໃສ່ຢ່າງບໍ່ລົດລະ ແມ່ນ ແຕ່ບັນຫາເລັກໆນ້ອຍໆ ເຊິ່ງນັ້ນມັນ ສະແດງເຖິງຄວາມຮັບຜິດຊອບຢ່າງ ເອົາການເອົາງານຂອງຄະນະນໍາ ແລະ ພະນັກງານທຸກຄົນຢູ່ໃນນັ້ນ. ມັນເໝືອນກັບທົ່ງນາ-ໜອງປາທີ່ພໍ່ ແມ່ປູ່ຍ່າມອບໝາຍໃຫ້ເຮັດຢູ່ທໍາ ກິນ, ກໍ່ຕ້ອງປົກປັກຮັກສາ, ບົວລະ ບັດຢ່າງສຸດຂີດ ແລະ ເສີມຂະຫຍາຍ ໃຫ້ເກີດດອກອອກຜົນໃຫ້ນັບມື້ ຫລາຍ.ຖ້າຮັກແລະປົກປັກຮັກສາ... ດີກໍ່ຍາກທີ່ຈະມີຄົນມາກວນໃຫ້ ໜອງນໍ້າ-ວັງນໍ້າ ຂອງເຮົາຂຸ່ນໄດ້. ເຫັນບັນຫາຄວນຮີບຮ້ອນແກ້ໄຂ. ຢ່າ ຢ້ານບັນຫາ, ບັນຫາມີໃຫ້ແກ້ ແລະ ເມື່ອມີບັນຫາກໍ່ບໍ່ຄວນໜີບັນຫາ. * ບົດນີ້ ຂໍນໍາເອົາຫລັກການຈໍາ ນວນໜຶ່ງກ່ຽວກັບຄໍາສົນທິ ຫລື ການສົນທິຄໍາ ຊຶ່ງເປັນຫລັກການ ປະສົມຄໍາພາສາປາລີ-ສັນສະກິດ ທີ່ກ່ຽວຂ້ອງ ໂດຍກົງກັບພາສາລາວ ເຮົາ ເພາະຄໍາໃນພາສາດັ່ງກ່າວ ໄດ້ເຂົ້າມາຢູ່ໃນຄັງສາງ ແລະ ກາຍ ເປັນພາສາລາວເຮົາແລ້ວແລະ ແຍກ ບໍ່ອອກຖ້າບໍ່ໄດ້ຄົ້ນຄວ້າເລິກ. ການຮູ້ທີ່ໄປທີ່ມາຂອງຄໍາ ໂດຍ ສະເພາະຄໍາປະສົມ ຫລື ສົນທິໃນ ການເອົາພາສາປາລີ ກໍ່ຄືສັນສະກິດ ປະສົມກັນກາຍເປັນຄໍາສັບໃໝ່ນັ້ນ ບໍ່ມີຫຍັງເສຍຫາຍ. ກ່ຽວກັບຄໍາ ສົນທິ, ຜ່ານມາຜູ້ຮິບໂຮມກໍ່ໄດ້ນໍາ ສະເໜີມາແລ້ວເປັນພື້ນຖານຈໍາ ນວນໜຶ່ງ, ວັນນີ້ມີລັກສະນະສືບຕໍ່ ນໍາບາງຫລັກການມາທົບທວນນໍາ ກັນຕື່ມອີກ. ກ່ອນອື່ນຂໍເວົ້າຄືນວ່າ ຫລັກການສົນທິແມ່ນການນໍາເອົາ ຄໍາເຄົ້າພາສາປາລີ ແລະ ສັນສະກິດ ຕັ້ງແຕ່ສອງຄໍາຂຶ້ນໄປມາເຊື່ອມຕໍ່ ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີ ການປ່ຽນແປງ ສະຫລະ ຫລື ພະຍັນ ຊະນະ ເຮັດໃຫ້ພະຍາງຫລັງຂອງ ຄໍາໜ້າກົມກືນກັບສຽງພະຍາງໜ້າ ຂອງຄໍາຫລັງ. ສ່ວນຫລັກລາຍລະ * ສາມສີ່ມື້ຜ່ານມາ ໄດ້ມີຫາງ ສຽງໃນສື່ສັງຄົມອອນລາຍ ຕໍ່ການ ປ່ຽນທະບຽນລົດຈາກກໍາແພງນະ ຄອນ ເປັນນະຄອນຫລວງວຽງຈັນ ຕ່າງໆນາໆ. ເຖິງຢ່າງໃດກໍ່ດີຫາງສຽງສັງ ຄົມຈໍານວນບໍ່ໜ້ອຍກໍ່ຊົມເຊີຍພາກ ສ່ວນກ່ຽວຂ້ອງທີ່ໄດ້ອອກມາໃຫ້ ຂໍ້ມູນຄວາມເປັນຈິງ?ທັນເວລາພໍ ສົມຄວນ ເຊິ່ງສະແດງເຖິງຄວາມ ຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບ ມອບໝາຍ. ເວົ້າເຖິງວຽກງານບໍລິການສັງ ຄົມມັນພົວພັນກັບຄົນຈໍານວນຫລາຍ ເຊິ່ງໃນຄວາມເປັນຈິງແລ້ວກໍ່ບໍ່ງ່າຍ ປານໃດທີ່ຈະບໍ່ໃຫ້ມີດ້ານລົບຈັກດີ້, ຍິ່ງພົວພັນຜົນປະໂຫຍດ ກໍ່ຍິ່ງມີຄົນ ສະແຫວງຫາ ແລະ ແກ້ງແຍ້ງກັນ ໂດຍອາໄສຊ່ອງວ່າງເລັກນ້ອຍໆ ກໍ່ຄືເງື່ອນໄຂທີ່ພໍເຮັດໄດ້ອັນເປັນ ຄວາມພໍໃຈ? ຈາກຜູ້ມາໃຊ້ບໍລິການ ທີ່ມີເງື່ອນໄຂ (ການຈ່າຍ) ຍ້ອນ ອາດມີເວລາຈໍາກັດ ແລະ ອື່ນໆ. ປາ ກົດການທີ່ເກີດຂຶ້ນມີລັກສະນະຊົ່ວ ຄາວຄ້າຍຄືກັນ ແມ່ນມັກມີຢູ່ໃນເຂດ ທີ່ມີການບໍລິການສາທາລະນະຕ່າງໆ,

RkJQdWJsaXNoZXIy MTc3MTYxMQ==