5823

07 xtgmf]k; gsfdko{dkora fmtok a 01/03/2024 ຂ່າວ: ພຸດທະສອນ່ າຸ ດ lts]5 [dy f9tdelq j 'glu ,7v[7q ;|5 j , lk,a d7u ,u 3r-tokdko0v'c,j c]t gfa d xb dlksk]n 37'dkod+ lh k'rtg9Q k.spj xtfy flt4ko 16j r6 dyj ;]q , g,n v'8Q ogzY ' g9Q kc0;'[= ]y 7ew- ]q 'les];f 7;k,7n [|h k 37'dkod+ lh k'3I'IPo ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 27 ກຸມພາ 2024 ນີ້, ທ່ານ ກອງ ແກ້ວໄຊສົງຄາມ ເຈົ້າແຂວງບໍລິ ຄໍາໄຊພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງເບິ່ງໂຄງການກໍ່ສ້າງໂຮງ ຮຽນປະຖົມ ເມືອງ ເ ກົ່າ ແລະ ໂຮງຮຽນ ມສ ບໍລິຄັນ ທີ່ໄດ້ຮັບ ທຶນຊ່ວຍເຫລືອຈາກ ແຂວງເລີມ ດົງ ສສ ຫວຽດນາມ. ໂອກາດນີ້, ຄະນະຮັບຜິດຊອບ ແລະ ຕາງໜ້າບໍລິສັດທີ່ຮັບເໝົາ ກໍ່ສ້າງ ໄດ້ລາຍງານສະພາບໂດຍ ລວມກ່ຽວກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ, ພ້ອມທັງນໍາພາສໍາຫລວດເບິ່ງການ ຈັດຕັ້ງປະຕິບັດບັນດາໜ້າວຽກ ຂປລ. ແຫລ່ງຂ່າວຈາກເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບ ກິດຈະກໍາສົ່ງ ເສີມຄອບຄົວໜຸ່ມສາມັກຄີ ມີໂພຊະ ນາການຂອງແມ່ ແລະ ເດັກ 1.000 ວັນ ພາຍໃຕ້ໂຄງການເສີມສ້າງ ຄວາມເຂັ້ມແຂງ ໃນການຈັດຕັ້ງປະ ຕິບັດວຽກງານໂພຊະນາການຕາມ ແຜນຍຸດທະສາດແຫ່ງຊາດ ຂອງ ເມືອງທຸລະຄົມ ຈັດຂຶ້ນໃນວັນທີ 26 ກຸມພາ 2024 ພາຍຫລັງເລີ່ມ ຈັດຕັ້ງປະຕິບັດມາແຕ່ ເດືອນ ເມສາ 2022 ຫາ ກຸມພາ 2024 ເພື່ອຫລຸດ ຜ່ອນອັດຕາການຂາດສານອາຫານ ໂດຍໄດ້ຮັບການສະໜັບສະໜູນ ແລະ ສົ່ງເສີມກິດຈະກໍາ ການສື່ສານ ການປ່ຽນແປງພຶດຕິກຳທາງສັງຄົມ ໃນຂັ້ນຊຸມຊົນ ໃນ 10 ບ້ານເປົ້າໝາຍ ຄື: ບ້ານນໍ້າອ່າງ, ພູເກົ້ານາງ, ນາ ເພີຍ, ໃຫຄໍາ, ສຸກສາລາ, ນານົກຂຸ້ມ, ນາຍາງ, ນໍ້າຫຍາມ, ພູເຂົາຄວາຍ ແລະ ບ້ານວັງເຮືອ ເຊິ່ງກຸ່ມເປົ້າໝາຍ ແມ່ນ ຜູ້ດູແລເດັກ, ຄອບຄົວແມ່ຍິງຖື ພາ, ຄອບຄົວມີເດັກລຸ່ມ2ປີ, ໄວໜຸ່ມ ໄວຈະເລີນພັນ, ເດັກລຸ່ມ 5 ປີ. ໃນກອງປະຊຸມ, ທ່ານ ພອນໄຊ ໄຊຍະຫານ ກອງເລຂາ ຄະນະ ປະສານງານໂຄງການຂັ້ນເມືອງ ກໍໄດ້ລາຍງານການຈັດຕັ້ງປະຕິບັດ ກິດຈະກຳໂຄງການໃນໄລຍະ 3 ປີ ຜ່ານມາ ໂດຍຍົກໃຫ້ເຫັນການຕິດ ຕາມໂຄງການກໍ່ສ້າງ ແລະ ມອບ ຮັບລະບົບນໍ້າແຈກຢາຍຄົວເຮືອນ ໄດ້ທັງໝົດ 4 ບ້ານ ຄື: ບ້ານພູເກົ້າ, ບ້ານ ໃຫຄໍາ, ບ້ານ ນາຍາງ, ບ້ານ ວັງເຮຶອ; ຕິດຕາມການກໍ່ສ້າງວິດ ຖ່າຍໃນຄົວເຮືອນສໍາເລັດ 99 ຫລັງ ໃນ12ບ້ານເປົ້າໝາຍ;ໄດ້ມອບເຄື່ອງ ຕອງນໍ້າໃຫ້ຫ້ອງການບ້ານ, ວັດ, ໂຮງຮຽນ ທັງໝົດ 39 ເຄື່ອງ ໃນ 13 ບ້ານເປົ້າໝາຍ; ມອບອຸປະກອນ ການແພດໃຫ້ໂຮງໝໍເມືອງ 14 ລາຍ ການ, ໂຮງໝໍນ້ອຍ 11 ລາຍການ, ໂຮງໝໍນ້ອຍວັງເຮຶອ 10 ລາຍການ, ໂຮງໝໍເມືອງ, ສຸກສາລາໄດ້ຮັບການ ຝຶກອົບຮົມກ່ຽວກັບການວິເຄາະ ເລືອດ CBC, ການນໍາໃຊ້ເຄື່ອງ ກວດເລືອດ 22p, ຝຶກອົບຮົມໃຫ້ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລື ເພື່ອກະກຽມຄວາມ ພ້ອມໂຄງການກໍ່ສ້າງພະເຈົ້າໃຫຍ່ ປະດິດສະຖານ ຢູ່ພູກິ່ວລົມ ເຂດ ປ່າປ້ອງກັນແຫ່ງຊາດ ສາຍພູກິ່ວ ລົມ ເມືອງຕົ້ນເຜິ້ງ ຈັດຂຶ້ນໃນວັນທີ 28 ກຸມພາ 2024 ໂດຍການເປັນ ປະທານຂອງ ທ່ານ ເຄື່ອນເພັດ ວົງ ຈັນ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ, ມີພະອາຈານ ໃຫຍ່ ອາດຍາທັມ ຄໍາເງິນ ຄໍາວົງ ປະທານ ອພສ ແຂວງບໍ່ແກ້ວ, ມີຂະແໜງການກ່ຽວຂ້ອງຈາກ ກະຊວງ ຖວທ, ຄະນະຄຸ້ມຄອງເຂດ ເສດຖະກິດພິເສດສາມຫລ່ຽມຄໍາ, ມີພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນ ແຂວງ-ເມືອງຕົ້ນເຜິ້ງ ແລະ ບໍລິສັດ ດອກງິ້ວຄໍາ ຈໍາກັດ ເຂົ້າຮ່ວມ. ຕາມແບບຟອມໂຄງການກໍ່ ສ້າງ ຂອງບໍລິສັດ ດອກງິ້ວຄໍາ ຈໍາ ກັດ ຜູ້ພັດທະນາເຂດ ເສດຖະກິດ ພິເສດສາມຫລ່ຽມຄໍາ ແມ່ນສ້າງ ເປັນພະເຈົ້າໃຫຍ່ ສີອາລິຍະເມດຕາ 3 ອົງ ເປັນລັກສະນະແບບຕິເບດ ເພື່ອປະດິດສະຖານຢູ່ພູກິ່ວລົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ ຜ່ານການປະກອບຄໍາເຫັນໃນກອງ ປະຊຸມປຶກສາຫາລື ໃນຄັ້ງນີ້, ແຕ່ ຂປລ. ຕາມການໃຫ້ສຳພາດ ຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາກົນ ດາກຕະອອກ ໃນວັນທີ 27 ກຸມພາ ນີ້ວ່າ: ດ່ານສາກົນດາກຕະອອກ ເປີດໃຫ້ບໍລິການເລີ່ມແຕ່ 07:0019:00 ໂມງ, ການບໍລິການ ດ້ວຍ ຄວາມວ່ອງໄວ ດ້ວຍລະບົບທີ່ທັນ ສະໄໝ, ຖືກຕ້ອງຕາມລະບຽບຫລັກ ການ ທີ່ພັກ-ລັດ ວາງອອກຢ່າງເຂັ້ມ ງວດ, ໃນແຕ່ລະວັນ ມີລົດຂົນສົ່ງ pa’lk,kfIv’Ia[oadmjv’mjP;wfh1jk’rP’r= xu 2023 fj kolkdq o fkd8tvvd gda []kpIa [wfh ]n j oczo ຕ່າງໆ ເຊິ່ງໂຄງການກໍ່ສ້າງໂຮງ ຮຽນປະຖົມສົມບູນເມືອງເກົ່າ ແມ່ນ ທຶນຂອງແຂວງບໍລິຄໍາໄຊ ມີຂະ ໜາດ 9x46 ແມັດ, ປະກອບມີ 5 ຫ້ອງຮຽນ ແລະ 1 ຫ້ອງນໍ້າ ໃນມູນ ຄ່າການກໍ່ສ້າງທັງໝົດ 2,2 ຕື້ ກວ່າກີບ ໂດຍໄດ້ເລີມລົງມືກໍ່ສ້າງ ມາແຕ່ຕົ້ນເດືອນທັນວາ 2023 ເປັນອາຄານຊັ້ນດຽວ, ຕິດຕັ້ງລະ ລະພາກສ່ວນເຫັນວ່າການສ້າງ ພະເຈົ້າໃຫຍ່ ສີອາລິຍະເມດຕາ 3 ອົງ ແມ່ນບໍ່ເໝາະສົມ ແລະ ບໍ່ ສອດຄ່ອງກັບວັດທະນະທໍາລາວ. ດັ່ງນັ້ນ, ເພື່ອຄວາມເປັນເອກະ ພາບກັນ ແລະ ສ້າງຖືກຕາມເອກະ ລັກຂອງລາວ, ຄະນະຮັບຜິດຊອບ ຈຶ່ງເຫັນດີ ໃຫ້ສ້າງເປັນພະເຈົ້າແບບ ເມືອງ ເກົ່າສຸວັນນະໂຄມຄໍາ ທີ່ເປັນ ເອກະລັກ ແລະ ເຄີຍຈະເລີນຮຸ່ງ ເຮືອງໃນເມື່ອກ່ອນ. ສ່ວນຂະໜາດ ລວງສູງ, ນໍ້າໜັກ ແລະ ຄວາມ ກວ້າງຂອງອົງພະ ແມ່ນຍັງຢູ່ໃນ ການຄົ້ນຄວ້າ ແລະ ການອອບແບບ, ພ້ອມທັງກໍານົດທີ່ຕັ້ງໃຫ້ມີຄວາມ ເໝາະສົມກັບສະພາບແວດລ້ອມ ເຂດດັ່ງກ່າວ. ໂຄງການສ້າງພະເຈົ້າໃຫຍ່ ສຸ ວັນນະໂຄມຄໍາ ເມື່ອສ້າງສໍາເລັດ ແລ້ວ ຈະກາຍເປັນບ່ອນທີ່ກາບ ໄຫວ້, ສັກກາລະບູຊາ ແລະ ເປັນ ບ່ອນປະຕິບັດທຳ, ທັງເປັນການ ດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແບບຄົບວົງຈອນ ໂດຍສະເພາະເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ກໍຄື ແຂວງບໍ່ແກ້ວ. ບົດໄຟຟ້າ-ນ້ຳປະປາຄົບຊຸດ, ປະ ກອບໂຕະຕັ່ງ ພ້ອມດ້ວຍອຸປະກອນ ການຮຽນຄົບຊຸດ, ຮັບເໝົາກໍ່ສ້າງ ໂດຍບໍລິສັດແກ້ວປະເສີດກໍ່ສ້າງ. ມາ ຮອດປັດຈຸບັນ ສໍາເລັດແລ້ວ 60% ຂອງໜ້າວຽກ ແລະ ຄາດວ່າຈະ ໃຫ້ສໍາເລັດ 100% ໃນທ້າຍເດືອນ ພຶດສະພາ 2024 ທີ່ຈະມາເຖິງນີ້. ຈາກນັ້ນ, ທ່ານເຈົ້າແຂວງພ້ອມ ດ້ວຍຄະນະຍັງໄດ້ສຶບຕໍ່ໄປເບິ່ງໂຄງ ການກໍ່ສ້າງໂຮງຮຽນ ມສ ບໍລິຄັນ ທີ່ໄດ້ຮັບທຶນຈາກແຂວງ ເລີມດົງ ສສ ຫວຽດນາມ, ມາຮອດປັດຈຸບັນ, ການກໍ່ສ້າງສໍາເລັດແລ້ວ 90% ເຊິ່ງການລົງສໍາຫລວດໂຄງການ ກໍ່ສ້າງໃນຄັ້ງນີ້ ແນໃສເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານໃນດ້ານ ຕ່າງໆ ສໍາເລັດຕາມກຳນົດເວລາ ທີ່ກຳນົດໄວ້ ແລະ ທັງເປັນການ ສ້າງຂະບວນການກະກຽມໃຫ້ແກ່ ການສະເຫລີມສະຫລອງ ວັນສ້າງ ຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ທີ່ຈະມາເຖິງນີ້. ພະນັກງານແພດໝໍ ແລະ ອສບ ປະກອບມີ 9 ຫົວຂໍ້ຄື: ຄວາມຮູ້ພື້ນ ຖານດ້ານໂພຊະນາການ; ໂພຊະນາ ການຂອງແມ່ຍິງຖືພາ ແລະ ແມ່ຍິງ ທີ່ລ້ຽງລູກດ້ວຍນົມແມ່; ຄວາມສໍາ ຄັນໃນການລ້ຽງດູເດັກອ່ອນ; ກາຍະ ວິພາກສາດຂອງເຕົ້ານົມ ແລະ ວີທີ ການລ້ຽງລູກ; ບັນຫາທົ່ວໄປຂອງ ການລ້ຽງລູກດ້ວຍນົມແມ່; ການໃຫ້ ອາຫານເສີມແກ່ເດັກ; ການຕິດຕາມ ການຈະເລີນເຕີບໂຕຂອງເດັກ; ທັກ ສະການສື່ສານ ແລະ ໃຫ້ຄໍາປຶກສາ; ນໍ້າ ແລະ ສຸຂະພິບານ. ໂອກາດນີ້, ທ່ານ ດຣ ວຽງມະນີ ແກ້ວມະຫາວົງ ຮອງຫົວໜ້າພະ ແນກ ສາທາລະນະສຸກແຂວງ ໄດ້ມີ ຄຳເຫັນວ່າ: ໂຄງການດັ່ງກ່າວໄດ້ ປະກອບສ່ວນຍົກລະດັບໂພຊະນາ ການຂັ້ນຊຸມຊົນ, ມີການຝຶກອົບຮົມ ສົ່ງຕໍ່ຄວາມຮູ້ໃຫ້ແກ່ກຸ່ມແມ່ຍິງ ແລະ ອສບ ໃນ13ບ້ານ ໂດຍທ່ານໄດ້ເນັ້ນ ໃຫ້ຜູ້ທີ່ໄດ້ຮັບການຝຶກອົບຮົມ ສືບ ຕໍ່ນໍາໃຊ້ຄວາມຮູ້ທີ່ໄດ້ຮັບມາ ເພື່ອ ພັດທະນາວຽກງານໃນຂັ້ນບ້ານໃຫ້ ຍືນຍົງ ເຖິງວ່າໂຄງການຈະສິ້ນສຸດ ແລ້ວກໍ່ຕາມ ກໍໃຫ້ການຄິດຄົ້ນການ ປູກຝັງ ຄໍ້າປະກັນສະບຽງອາຫານ ຂັ້ນຄົວເຮືອນທີ່ສະອາດ ແລະ ສາ ມາດສະໜອງເປັນສິນຄ້າຈາກຊຸມ ຊົນໄດ້, ໃຫ້ຄຳປຶກສາໃຫ້ແກ່ຄູ່ແຕ່ງ ງານໃໝ່, ແນະນໍາໃຫ້ອົງການຈັດ ຕັ້ງບ້ານມີການປະກອບສ່ວນໃນ ການໃຫ້ປຶກສາ ເປັນຕົ້ນ ການວາງ ແຜນຄອບຄົວ ແລະ ຫລັກໂພຊະນາ ການ ແລະ ສຸຂະພາບຂອງຄອບຄົວ 1.000 ວັນ ໂດຍສະເພາະແມ່ນ ບ້ານທີ່ຢູ່ຫ່າງໄກສອກຫລີກ ພາຍໃນ ເມືອງທຸລະຄົມ. ສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນຕໍ່ວັນ. ໃນນີ້ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ, ລົດຂົນສົ່ງມັນ ຕົ້ນ ແລະ ແປ້ງມັນຕົ້ນ 2 ຄັນຕໍ່ວັນ, ລົດໂດຍສານ 5 ຄັນຕໍ່ວັນ, ຖ້າສົມ ທຽບໃສ່ສອງປີຜ່ານມາ ເຫັນວ່າ ມີຂະບວນຟົດຟື້ນຫລາຍ. ຂະນະທີ່ ປີ 2023 ຜ່ານມາ ສາມາດເກັບ ລາຍຮັບໄດ້ທັງໝົດ 21 ຕື້ກວ່າກີບ (ແຜນປີ 2023 ແມ່ນ 9 ຕື້ກີບ). ທ່ານ ແສງເພັດ ວາດສະຫງ່າຍັງ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ມີພາຫະນະເຂົ້າ-ອອກທັງໝົດ 19.696 ຄັນ, ມີຄົນເຂົ້າ-ອອກ ເມືອງທັງໝົດ 50.525 ຄົນ, ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ ປະຊາຊົນ ໄດ້ 698 ໃບ. ຄຽງຄູ່ກັນ ນີ້, ກໍໄດ້ເອົາໃຈໃສ່ການຄຸ້ມຄອງ ຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການ ເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ ດີສວຍໃຊ້ໂອກາດ ໃນລະຫວ່າງ ການເດີນທາງເຂົ້າ-ອອກເມືອງຢ່າງ ເດັດຂາດ. ນອກນີ້ຍັງໄດ້ເອົາ ໃຈໃສ່ ປະຕິບັດວຽກງານກັກກັນພືດ-ສັດ ຢ່າງເຂັ້ມງວດ. ສໍາລັບແຜນການປີ 2024 ຈະ ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມ ຄາດໝາຍທີ່ວາງໄວ້ (ແຜນປີ 77 ຕື້ກວ່າກີບ), ຈະສືບຕໍ່ຕິດຕາມກວດ ກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ- ອອກເມືອງ, ການນຳເຂົ້າ ແລະສົ່ງ ອອກສິນຄ້າ ແລະ ການບໍລິການ ອື່ນໆ ໃຫ້ເຂັ້ມງວດ, ສືບຕໍ່ລະດົມ ນັກທຸລະກິດ, ພໍ່ຄ້າຊາວຂາຍໃຫ້ມີ ການນຳເຂົ້າ-ສົ່ງອອກສິນຄ້າ ໃນ ຂອບເຂດຊາຍແດນໃຫ້ຫລາຍຂຶ້ນ ໂດຍໃຫ້ສອດຄ່ອງກັບລະບຽບ ກົດໝາຍ.

RkJQdWJsaXNoZXIy MTc3MTYxMQ==