5823

xtgmf]k; 6 01/03/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ glA omk's];'g]d 11 9tdkpgxa oc];glf4tdy fg-nj v,9vfvk-Po{9u o 7kfoa dmj v'mj P;,kg]g-p 9tgruj ,0B o g4y ' 20 ra od;j k7q o.oxu 2024 ສະໜູນ ແລະ ຊ່ວຍເຫລືອຕໍ່ ສປປ ລາວ ໃນການພັດທະນາຊັບພະຍາ ກອນມະນຸດໂດຍຜ່ານໂຄງການ ຮ່ວມມືດ້ານວິຊາການ, ທຶນຝຶກອົບ ຮົມເວົ້າລວມ, ເວົ້າສະເພາະວຽກ ງານທ່ອງທ່ຽວ. ພ້ອມນີ້, ທັງສອງ ກະຊວງຈະໄດ້ເຮັດວຽກຮ່ວມກັນ ຢ່າງໃກ້ຊິດດັ່ງທີ່ໄດ້ປຶກສາຫາລື ຮ່ວມກັນໃນການພົບປະສອງຝ່າຍ ເພື່ອເພີ່ມທະວີຮັດແໜ້ນການຮ່ວມ ມືແລະການເປັນຄູ່ຮ່ວມຍຸດທະສາດ ໂດຍສະເພາະຂະແໜງການທ່ອງ ທ່ຽວອັນເປັນສ່ວນປະກອບທີ່ສຳ ຄັນໜຶ່ງໃນການສະເຫລີມສະຫລອງ ມິດຕະພາບ ແລະ ການຮ່ວມມືໃນ ຂອບອາຊຽນ, ລວມທັງການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້. ພ້ອມ ນັ້ນ, ໃນປີ 2025 ທີ່ຈະມາເຖິງນີ້ ກໍເປັນອີກວາລະໜຶ່ງທີ່ປະເທດມາ ເລເຊຍຈະໄດ້ຮັບກຽດເປັນປະທານ ໂດຍ: ເກີດຂວັນໃຈ ມາລີຈັນສີ ທ່ານ ນາງ ມໍລະກົດ ສີສະຫວັດ ເອກ ອັກຄະລັດຖະທູດແຫ່ງຣາຊະອານາຈັກ ໄທ ປະຈໍາລາວ, ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານຮອງ ລັດຖະມົນຕີ ກະຊວງ ຍທຂ ແລະ ທ່ານ ຮອງເຈົ້າແຂວງວຽງຈັນ ເຂົ້າຮ່ວມ. ໂຄງການກໍ່ສ້າງ ທາງເລກ 11 ແຕ່ ຂົວນໍ້າສັງ-ບ້ານຄົກເຂົ້າດໍ ມີຄວາມ ຍາວ 104,98 ກິໂລແມັດ ແລະ ກໍ່ສ້າງ ທາງເຂົ້າຮ່ອມແຕ່ ບ້ານໂນນສະ ຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງ ການບູລິມະສິດຂອງລັດຖະບານ, ນອນ ຢູ່ໃນແຜນຍຸດທະສາດ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ຄືແຜນ ພັດທະນາເສດຖະກິດ-ສັງຄົມ ຂອງ ລັດຖະບານ. ຍ້ອນເຫັນໄດ້ຄວາມສຳຄັນຂອງ ເສັ້ນທາງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ສະເໜີ ຂໍທຶນສະໜັບ ສະໜູນຈາກລັດຖະບານ ແຫ່ງລາຊະ ອານາຈັກໄທ ເພື່ອມາກໍ່ສ້າງເສັ້ນທາງ ດັ່ງກ່າວ,ຈາກນັ້ນ,ລັດຖະບານແຫ່ງລາ ຊະອານາຈັກໄທ ຈຶ່ງມອບໃຫ້ອົງການ ຮ່ວມມືພັດທະນາເສດຖະກິດກັບປະເທດ ເພື່ອນບ້ານ (ອົງການ NEDA) ເປັນ ຜູ້ຮັບຜິດຊອບ ແລະ ໄດ້ເຊັນສັນຍາເງິນ ກູ້ຢືມ ໃນວັນທີ 26 ກັນຍາ 2018 ລວມ ມູນຄ່າທັງໝົດ1.826.500.000ບາດ (ໜຶ່ງພັນແປດຮ້ອຍຊາວຫົກລ້ານຫ້າ ແສນບາດ), ໄລຍະການຊໍາລະຄືນ ແມ່ນ 25 ປີ, ໄລຍະປອດໜີ້ 7 ປີ, ດອກ ເບັ້ຍ 1,25% ຕໍ່ປີ ເພື່ອນໍາ ໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ຄື: ວຽກກໍ່ສ້າງ, ວ່າຈ້າງທີ່ປຶກສາ, ບໍລິ ຫານຄຸ້ມຄອງໂຄງການ; ສ່ວນມູນຄ່າ ຍົກຍ້າຍສິ່ງກີດຂວາງອອກຈາກແລວ ທາງນັ້ນ ແມ່ນນໍາໃຊ້ງົບປະມາ ນຂອງ ລັດຖະບານ ສປປ ລາວ. ການຄຸ້ມຄອງ ໂຄງການດັ່ງກ່າວ ແມ່ນກົມຂົວທາງກະ ຊວງ ໂຍທາທິການ ແລະ ຂົນສົ່ງ ເປັນ ເຈົ້າຂອງໂຄງການ, ໂດຍມີ ບໍລິສັດ Asian Engineering Consultant Corp.Ltd(AECເອອີຊີ)ປະເທດໄທ ຮ່ວມກັບ L a o T r a n s p o r t Engineering Consultant (LTEC ແອວເຕັກ) ແລະ Lao Grobal Engineering and Development Consultant Sole (LGE ແອວຈີອີ) ປະເທດລາວ ເປັນທີ່ປຶກສາ. ມາດຖານເຕັກນິກຂອງການອອກ ແບບເສັ້ນທາງສາຍຫລັກ (ທາງເລກ 11) ເປັນປະເພດທາງຊັ້ນ 3 ຕາມ ມາດຕະຖານເຕັກນິກຂອງກະຊວງ ໂຍ ທາທິການ ແລະ ຂົນສົ່ງ, ຄວາມກ້ວາງ ໜ້າທາງ 10 ແມັດ, ປູດ້ວຍຢາງຂົ້ວ ຄວາມໜາ 5 ຊັງຕີແມັດ, ມີ 2 ຊ່ອງຈາ ລະຈອນ, ກວ້າງ 3,50 ແມັດ ແລະ ບ່າ ທາງກວ້າງເບື້ອງລະ 1,50 ແມັດ, ສາ ມາດຮັບນໍ້າໜັກໄດ້11ໂຕນຕໍ່ເພົາແລະ ກໍ່ສ້າງທາງຊອຍແຕ່ບ້ານໂນນສະຫວັັັັັັັັັັັັັັັນ ຫາ ເທສະບານ ເມືອງຊະນະຄາມຄວາມ ຍາວ16,55ກິໂລແມັດການອອກແບບ ເປັນປະເພດທາງຊັ້ນ 4 ຄວາມກ້ວາງ ໜ້າທາງ 9 ແມັດ, ປູຢາງ 2 ຊັ້ນ, ມີ 2 ຊ່ອງຈາລະຈອນ ກວ້າງ 3,50 ແມັດ, ບ່າທາງກວ້າງເບື້ອງລະ 1 ແມັດ, ສາ ມາດຮັບນໍ້າໜັກໄດ້ 9,1 ໂຕນຕໍ່ເພົາ. ໂຄງການກໍ່ສ້າງທາງເລກ 11 ໄດ້ ເຊັນສັນຍາຮັບເໝົາຄັ້ງວັນທີ28ມິຖຸນາ 2019 ແລະ ເລີ່ມລົງມືກໍ່ສ້າງ ວັນທີ 1 ຕຸລາ2019 ເຊິ່ງມີໄລຍະເວລາປະຕິບັດ ວຽກ 36 ເດືອນ, ຜ່ານການຈັດຕັ້ງປະ ຕິບັດບັນດາໜ້າວຽກກໍ່ສ້າງຂອງໂຄງ ການໃນໄລຍະຜ່ານມາເຫັນວ່າ ແມ່ນ ໄດ້ພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ການແຜ່ລະບາດຂອງພະຍາດໂຄວິດ 19, ສະພາບເສດຖະກິດມີການຜັນແປ ເຮັດໃຫ້ເກີດໄພເງິນເຟີ້, ລາຄາວັດສະ ດຸ, ນໍ້າມັນເຊື້ອໄຟ ມີການເໜັງຕີງເພິ່ມ ຂື້ນສູງ ຊຶ່ງສົ່ງຜົນກະທົບຕໍ່ການຈັດຕັ້ງ ປະຕິບັດໂຄງການ, ນອກຈາກນັ້ນ ບໍລິ ມາດວຽກກໍ່ສ້າງທີ່ຈັດຕັ້ງປະຕິບັດຕົວ ຈິງ ກໍເພິ່ມຂື້ນຢ່າງຫລວງຫລາຍເມື່ອ *ໃນປີ2023ຜ່ານມາມີນັກທ່ອງ ທ່ຽວຈາກປະເທດມາເລເຊຍ ເຂົ້າ ມາຢ້ຽມຢາມ ສປປ ລາວ ມີເຖິງ 14 ພັນກວ່າຄົນ ແລະ ຄາດວ່າປີ 2024 ນີ້ຈະມີນັກທ່ອງທ່ຽວມາເລເຊຍ ເຂົ້າ ລາວເພີ່ມຂຶ້ນຢ່າງໜ້ອຍ 20 ພັນ ກວ່າຄົນ ພາຍຫລັງພະຍາດ ໂຄວິດ ຈາງຫາຍ ແລະ ເປີດປະເທດຢ່າງ ເປັນທາງການນັບແຕ່ຕົ້ນປີ 2022. ລາວ-ມາເລເຊຍ ພົບປະເພື່ອ ປຶກສາຫາລືວຽກງານຮ່ວມມືດ້ານ ການທ່ອງທ່ຽວຂຶ້ນໃນວັນທີ 24 ມັງກອນ 2024 ນີ້ຜ່ານມາ ທີ່ນະ ຄອນຫລວງວຽງຈັນ ຝ່າຍລາວ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແລະຝ່າຍມາເລເຊຍໂດຍ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະ ມົນຕີ ກະຊວງທ່ອງທ່ຽວ, ສິລະປະ ແລະວັດທະນະທຳມາເລເຊຍໃນໂອ ອາຊຽນຕໍ່ຈາກ ສປປ ລາວ ແລະ ບັນດາບູລິມະສິດປີ່ນອ້ອມພາຍໃຕ້ 3 ເສົາຄໍ້າອາຊຽນ ຄື: ເສົາຄໍ້າປະ ຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ເສົາຄໍ້າປະຊາຄົມເສດຖະ ກິດອາຊຽນ ແລະ ເສົາຄໍ້າປະຊາ ຄົມວັດທະນະທໍາ-ສັງຄົມອາຊຽນ, ລວມທັງເປົ້າໝາຍ ໃນການເປັນປະ ທານອາຊຽນຂອງ ມາເລເຊຍ ໃນ ປີ 2025 ຈະຍົກໃຫ້ເຫັນພັນທະ ແລະ ບົດບາດອັນສໍາຄັນ ເພື່ອນໍາພາກອງ ປະຊຸມລະດັບຕ່າງໆ ພາຍໃຕ້ຂອບ ການຮ່ວມມືອາຊຽນ ກໍຄືກອງປະ ຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 28, ງານວາງສະແດງທ່ອງ ທ່ຽວອາຊຽນ ແລະ ບັນດາກອງປະ ຊຸມປິ່ນອ້ອມ ເພື່ອນໍາຜົນປະໂຫຍດ ສູງສຸດມາສູ່ອາຊຽນ. ໂອກາດນີ້, ທ່ານດາໂຕຊີຕຽງກິງຊິງ ໄດ້ກ່າວ ວ່າ: ການຮ່ວມມືລະຫວ່າງສອງກະ ຊວງ ຂະແໜງການຂອງພວກເຮົາ ໂດຍສະເພາະຂໍ້ລິເລີ່ມໃນການສ້າງ ບົດບັນທຶກເພື່ອຮ່ວມມືກັນໃນຂະ ແໜງການທ່ອງທ່ຽວ ເພື່ອເຮັດໃຫ້ ວຽກງານຮ່ວມທີ່ກ່າວມານັ້ນໄດ້ມີ ຂໍ້ສະດວກ, ມີປະສິດທິຜົນຫລາຍ ກວ່າເກົ່ານັ້ນແມ່ນເຫັນດີຄື: ໃຫ້ ສ້າງຕັ້ງໜ່ວຍງານວິຊາການຂອງ ທັງສອງຝ່າຍ ຊຶ່ງຈະປະກອບດ້ວຍ ບັນດາກົມ, ກອງທີ່ກ່ຽວຂ້ອງ ເພື່ອ ຊຸກຍູ້ແລະປະເມີນຜົນກ່ຽວກັບການ ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນ ວຽກງານການຮ່ວມມືສອງ ຝ່າຍ, ສະເໜີໃຫ້ໜ່ວຍງານວິຊາການທີ່ ກ່າວມານີ້ ໄດ້ມີການພົບປະແລກ ປ່ຽນປຶກສາຫາລືກັນ ໃນເບື້ອງຕົ້ນ ກ່ອນ ເພື່ອທົບທວນຮ່າງບົດບັນທຶກ ທີ່ພວກເຮົາໄດ້ແລກປ່ຽນກັນນີ້ເພື່ອ ໃຫ້ມີຄວາມເປັນເອກະພາບກັນແລະ ເພື່ອຜ່ານຂະບວນການອະນຸມັດ ພາຍໃນຂອງຕົນກ່ອນການລົງນາມ ຮ່ວມກັນໃນອະນາຄົດ. ສຳລັບສະຖິຕິນັກທ່ອງທ່ຽວ ມາ ເລເຊຍ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນປີ 2023 ມີ 14 ພັນກວ່າ ຄົນ ຖືເປັນອັນດັບ 4 ຈາກບັນດານັກ ທ່ອງທ່ຽວພາກພື້ນອາຊຽນ ມາ ທ່ຽວ ສປປ ລາວ. ແຕ່ເຖິງແນວໃດກໍດີ ພາຍຫລັງ ສປປ ລາວ ສໍາເລັດການເປັນເຈົ້າ ພາບກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນຜ່ານມານີ້ບວກກັບ ສປປ ລາວ ມີເສັ້ນທາງລົດໄຟລາວຈີນແລະພື້ນຖານໂຄງລ່າງລະຫວ່າງ ປະເທດສາມາດເຊື່ອມໂຍງເຊື່ອມ ກັນໄດ້ຫລາຍຈຸດຍິ່ງຈະເຮັດ ໃຫ້ນັກ ທ່ອງທ່ຽວຈາກມາເລເຊຍເພີ່ມຂຶ້ນ ຕື່ມອີກຍ້ອນສິ່ງເຫລົ່ານັ້ນ ເຮັດໃຫ້ ມີຄວາມສະດວກສະບາຍ, ປອດໄພ, ປະຢັດເວລາ ແລະ ປະຢັດເງິນ. ກາດເຂົ້າຮ່ວມກອງປະຊຸມ ລັດຖະ ມົນຕີທ່ອງທ່ຽວອາຊຽນ 2024 ທີ່ ນະຄອນຫລວງວຽງຈັນ ລະຫວ່າງ ວັນທີ 22-27 ມັງກອນ 2024 ນີ້. ລະຫວ່າງການພົບສອງຝ່າຍ ນັ້ນ, ທ່ານ ນາງ ສວນສະຫວັນ ວິຍະ ເກດ ໄດ້ກ່າວວ່າ: ສປປ ລາວ ແລະ ມາເລເຊຍ ໄດ້ມີສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມໃນຫລາຍຂົງເຂດ ນັບແຕ່ການ ສ້າງຕັ້ງສາຍພົວພັນການທູດ ໃນ 1966 ທີ່ຜ່ານມາ ຊຶ່ງພາຍຫລັງ ການເສີມສ້າງສາຍພົວພັນທາງ ການທູດຂອງສອງປະເທດ, ຂອບ ການຮ່ວມມືສອງຝ່າຍຂອງພວກ ເຮົາໄດ້ຮັບການເສີມຂະຫຍາຍ ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆ ຂຶ້ນອັນໄດ້ນໍາເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດ ແລະ ການພັດ ທະນາໃນຂົງເຂດພາກພື້ນຂອງພວກ ເຮົາ. ຜ່ານມາລັດຖະບານ ແລະ ປະ ຊາຊົນມາເລເຊຍໄດ້ໃຫ້ການສະໜັບ * ເສັ້ນທາງຫລວງແຫ່ງຊາດເລກ 11 ເປັນໜຶ່ງໃນເສັ້ນທາງຍຸດທະສາດ ແລະ ເປັນແລວເສດຖະກິດສໍາຄັນ ເຊິ່ງ ຖືເປັນປ້ອມດ່ານໜ້າຂອງປະເທດເຮົາ ທີ່ພັກ-ລັດຖະບານໃຫ້ຄວາມສໍາຄັນ ປະ ກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ເຊື່ອມໂຍງເຊື່ອມຈອດກັບອາ ຊຽນ ໂດຍເສັ້ນທາງດັ່ງກ່າວໄດ້ທະລຸ ມຸ່ງໜ້າເຂົ້າສູ່ເມືອງມໍລະດົກໂລກຫລວງ ພະບາງເຂົ້າໄປຫາ ສປ ຈີນ. ຖ້າເບິ່ງຢ້ອນຄືນຫລາຍ 10 ປີຜ່ານ ມາ ເສັ້ນທາງຫລວງແຫ່ງຊາດເລກ 11 ເປັນພຽງເສັ້ນທາງດິນແດງ ແລະ ມີບາງຈຸດເປັນເສັ້ນທາງປູຢາ ງແຄບໆ ເຊິ່ງໄດ້ກາຍເປັນອຸປະສັກແລະ ເປັນສິ່ງ ກີດຂວາງຕໍ່ການເດີນທາງໄປມາຫາ ສູ່ ກັນ ຂອງປະຊາຊົນລາວບັນດາເຜົ່າລະ ຫວ່າງນະຄອນຫລວງວຽງຈັນ, ແຂວງ ໄຊຍະບູລີ ແລະ ບັນດາຈັງຫວັດຕ່າງໆ ຂອງໄທນັ້ນໄດ້ເຮັດການຂົນສົ່ງສິນ ຄ້າພົບຄວາມຫຍຸ້ງຍາກ, ຫລ້າຊ້າ ແລະ ການເດີນທາງຂອງປະຊາຊົນໃຊ້ເວລາ ຫລາຍວັນ. ນອກຈາກນັ້ນຍັງມີຄວາມ ສ່ຽງກໍ່ໃຫ້ເກີດອຸບັດຕິບັດເຫດໄດ້ງ່າຍ ແຕ່ເຖິງປັດຈຸບັນນີ້ໂຄງການກໍ່ສ້າງ ທາງເລກ 11 ແຕ່ຂົວນໍ້າສັງ-ບ້ານຄົກ ເຂົ້າດໍ ມີຄວາມລວງຍາວ 104,98 ກິ ໂລແມັດໄດ້ສໍາເລັດແລ້ວ. ຫລ້າສຸດ, ພິທີເປີດນໍາໃຊ້ເສັ້ນທາງ ຢ່າງເປັນທາງການໂຄງການກໍ່ສ້າງທາງ ຫລວງແຫ່ງຊາດເລກ 11 ແຕ່ຂົວນໍ້າ ສັງ, ເມືອງສັງທອງ ນະຄອນຫລວງ ວຽງຈັນ ຫາ ບ້ານຄົກເຂົ້າດໍ, ເມືອງຊະ ນະຄາມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 20 ກຸມພາ 2024, ໂດຍທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທຽບກັບບໍລິມາດທີ່ປະເມີນໃນເບື້ອງ ຕົ້ນ ໂດຍສະເພາະແມ່ນວຽກຕັດຫີນ ແຂງ ແລະ ຕັດຫີນອ່ອນ ຈິ່ງໄດ້ມີການ ດັດປັບເຕັກນິກການກໍ່ສ້າງຊັ້ນໜ້າ ທາງ ບາງຊ່ວງຄືນໃໝ່ ເປັນຕົ້ນຄວາມ ກວ້າງໜ້າທາງປູຢາງຂົ້ວ AC ຈາກ 10ແມັດມາເປັນ7.50ແມັດ, ສ່ວນບ່າ ທາງເບື້ອງລະ 1.50 ແມັດ ໜ້າວຽກທີ່ ປະຕິບັດໄດ້ທັງ 2 ສັນຍາ ມີຄື: ສັນຍາ1 :ກໍ່ສ້າງທາງເລກ11ເລີ່ມ ແຕ່ຂົວນໍ້າສັງ, ເມືອງສັງທອງ, ນະ ຄອນຫລວງວຽງຈັນ ຫາ ບ້ານໂນນ ສະຫວັນ, ເມືອງຊະນະຄາມ, ແຂວງ ວຽງຈັນ ມີໄລຍະທາງທັງໝົດ 59,30 ກິໂລແມັດ ແລະ ກໍ່ທາງຊອຍແຕ່ບ້ານ ໂນນສະຫວັນ-ເທສະບານ ເມືອງຊະນະ ຄາມ 16,55 ກມ, ໃນນັ້ນ, ກໍ່ສ້າງຂົວ ເບຕົງເສີມເຫລັກ 6 ແຫ່ງ ຄວາມຍາວ 178 ແມັດ, ກໍ່ສ້າງທໍ່ ຫລ່ຽມ 41 ແຫ່ງ ຄວາມຍາວ 726 ແມັດ ແລະ ກໍ່ສ້າງ ທໍ່ກົມ 176 ແຫ່ງ ຄວາມຍາວ 4.235 ແມັດ, ໂດຍແມ່ນ ບໍລິສັດ ປຣາຍູນໄຊ 1984 (ປະເທດໄທ ເປັນຜູ້ຮັບເໝົາ ກໍ່ສ້າງ, ມູນຄ່າຕາມສັນຍາເບື້ອງຕົ້ນ 789.636.716,99 ບາດ (ເຈັດຮ້ອຍ ແປດສິບເກົ້າລ້ານ ຫົກແສນສາມສິບ ຫົກພັນເຈັດຮ້ອຍສີບຫົກບາດ), ມູນຄ່າ ກໍ່ສ້າງຕົວຈິງ 889,761,118.82 ບາດ (ແປດຮ້ອຍແປດສິບເກົ້າລ້ານ ເຈັດແສນຫົກສິບແອັດພັນໜຶ່ງຮ້ອຍສິບ ແປດ ບາດ). ສັນຍາ 2 : ກໍ່ສ້າງທາງເລກ 11 ແຕ່ ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ, ໄລ ຍະທາງທັງໝົດ 45,68 ກິໂລແມັດ, ໃນນັ້ນ ກໍ່ສ້າງຂົວເບຕົງເສີມເຫລັກ 1 ແຫ່ງ ຄວາມຍາວ 30 ແມັດ, ກໍ່ສ້າງທໍ່ ຫລ່ຽມ 14 ແຫ່ງ ຄວາມຍາວ 242 ແມັດແລະກໍ່ສ້າງທໍ່ກົມ102ແຫ່ງຄວາມ ຍາວ 2,483 ແມັດ, ໂດຍແມ່ນບໍລິສັດ SKhemarat Industry(ປະເທດໄທ) ຮ່ວມກັບກຸ່ມ ບໍລິສັດ ທະວີໂຊກ ພັດທະ ນາຈໍາກັດ (ສປປລາວ) ເປັນຜູ້ຮັບເໝົາ ກໍ່ສ້າງມູນຄ່າຕາມສັນຍາເບື້ອງຕົ້ນ 816.378.513 ບາດ (ແປດຮ້ອຍສິບ ຫົກລ້ານສາມແສນເຈັດສິບແປດພັນ ຫ້າຮ້ອຍສິບສາມບາດ), ມູນຄ່າກໍ່ສ້າງ ຕົວຈິງ 865.467.645,02 ບາດ (ແປດຮ້ອຍ ຫົກສິບຫ້າລ້ານສີ່ແສນຫົກ ສິບເຈັດພັນຫົກຮ້ອຍສີ່ສິບຫ້າບາດ). ນອກຈາກການກໍ່ສ້າງທາງທີ່ກ່າວ ມາຂ້າງເທິງແລ້ວ ສໍານັກງານຄວາມ ຮ່ວມມື ພັດທະນາເສດຖະກິດ ກັບປະ ເທດເພື່ອນບ້ານ (ອົງການ NEDA) ຍັງໄດ້ໃຫ້ການສະໜັບສະໜູນເງິນຊ່ວຍ ເຫຼືອລ້າ ເພື່ອກໍ່ສ້າງອາຄານສຸກສາລາ (ໂຮງໝໍນ້ອຍ) ຢູ່ບ້ານໂນນສະຫວັນ ເມືອງຊະນະຄາມ, ແຂວງວຽງຈັນ ຈໍານວນ 1 ຫລັງ ມີຂະໜາດ 10 x 14 ແມັດ ພ້ອມອຸປະກອນການແພດລວມ ມູນຄ່າ 1,000,000 ບາດ ແລະ ກົມ ຮ່ວມມືລະຫວ່າງປະເທດ (TICA) ແຫ່ງຣາຊະນາຈັກໄທ ໄດ້ຊ່ວຍເຫລືອ ອຸປະກອນການແພດ ໃຫ້ສຸກສາລາ ຈໍານວນ 15 ລາຍການ, ລວມມູນຄ່າ 208,376 ບາດ. ໂຄງການກໍ່ສ້າງທາງເລກ11 ເປັນ ໜຶ່ງໃນເສັ້ນທາງຍຸດທະສາດ ແລະ ເປັນ ແລວເສດຖະກິດທີ່ເຊື່ອມໂຍງເຊື່ອມ ຈອດເຂົ້າພາກພື້ນ ແລະ ສາກົນໂດຍ ອາຊຽນ, ສປ ຈີນ ພ້ອມບັນດາເມືອງ ແລະ ແຂວງອອ້ມຂ້າງ ເຊິ່ງຈະເອື້ອອໍາ ນວຍຄວາມສະດວກສະບາຍໃຫ້ແກ່ ການເດີນທາງຂອງປະຊາຊົນລາວບັນ ດາເຜົ່າ, ນັກທ່ອງທ່ຽວ, ການຄ້າ, ການຂົນສົ່ງສິນ, ການລົງທຶນ ແລະ ກະ ຕຸ້ນການເຕີບເສດຖະກິດໃໝ່ຕາມແຄມ ເສັ້ນທາງສອງເບື້ອງ.

RkJQdWJsaXNoZXIy MTc3MTYxMQ==