5823

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 01/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຜົນກອງປະຊຸມ... gxu f;k'ltcf'ly o7h k lj q 'glu ,dko]q 'mb o{ dkomj v'mj P;g0f 3 s]j P,ra fmtok ຂປລ. ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຮ່ວມ ກັບກົມສົ່ງເສີມການຄ້າ ແລະ ຫັດ ຖະກໍາກະຊວງອຸດສາຫະກໍາ ແລະ ການຄ້າ ຈັດງານວາງສະແດງສິນ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ງານສະແດງສິນລະປະເຂດ ສາມຫລ່ຽມພັດທະນາ ກໍາປູເຈຍລາວ-ຫວຽດນາມ ໃນລະຫວ່າງວັນ ທີ 26 ກຸມພາ-1 ມີນາ 2024 ທີ່ ແຂວງອັດຕະປື ແລະ ພິທີເປີດທາງ ການໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2024 ພາຍໃຕ້ການເປັນປະທານ ຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະ ກໍາ ແລະ ການຄ້າ. ຈຸດປະສົງຂອງການຈັດງານ ໃນຄັ້ງນີ້, ເພື່ອເປັນການຂ່ຳນັບຮັບ ຕ້ອນກອງປະຊຸມຄະນະກໍາມະ ການຮ່ວມມືລວມເຂດສາມຫລ່ຽມ ພັດທະນາ CLV-DTA ຄັ້ງທີ 13 ທີ່ແຂວງອັດຕະປື ເປັນເຈົ້າພາບ, ທັງເປັນການສົ່ງເສີມການພັດທະ ນາ-ຮ່ວມມືທາງດ້ານການຄ້າ, ການ ລາວ-ຫວຽດນາມ (ສປປ ລາວ ມີ: ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ; ກໍາປູເຈຍມີ: ແຂວງ ຊຽງແຕງ, ກະແຈະ, ລັດຕະນະຄີລີ, ດົນຄີລີ ແລະ ຫວຽດນາມມີ: ແຂວງ ກອນຕູມ, ຢາລາຍ, ດັກລັກ, ບິງ ເຟືອກ, ດັກນົງ) ໃຫ້ລູກຫລານໄດ້ ສືບທອດ ແລະ ເສີມສ້າງໃຫ້ງົດ ງາມຂຶ້ນໄປເລື້ອຍໆ. ງານວາງສະແດງສິນຄ້າຄັ້ງ ນີ້, ມີຫົວໜ່ວຍນັກທຸລະກິດເຂົ້າຮ່ວມ ທັງໝົດ 118 ຫ້ອງ ເຊິ່ງປະກອບມີ ສປປລາວ107ຫ້ອງ, ຣາຊະອະນາ ຈັກ ກໍາປູເຈຍ 6 ຫ້ອງ ແລະ ສສ ຫວຽດນາມ 5 ຫ້ອງ. ໃນນັ້ນ, ສິນ ຄ້າທີ່ນໍາມາວາງສະແດງ ແລະ ຈຳ ໜ່າຍມີ: ສິນຄ້າກະສິກຳ, ອຸດສາ ຫະກຳປຸງແຕ່ງຈາກຜົນຜະລິດກະ ສິກຳ, ອຸດສາຫະກຳ, ສະຖາບັນ ການເງິນ-ທະນາຄານ. ນອກນັ້ນ, ກໍ ຍັງມີອາຫານ ແລະ ເຄື່ອງດື່ມ ເພື່ອ ຮັບໃຊ້ແຂກທີ່ເຂົ້າມາທ່ຽວຊົມມີທັງ ໝົດ 30 ຮ້ານ, ຄາດຄະເນມູນຄ່າສິນ ຄ້ານໍາມາວາງສະແດງໃນຄັ້ງນີ້ ປະ ມານ 6,8 ຕື້ກວ່າກີບ ຫລື ປະມານ 300.000 ກວ່າໂດລາສະຫະລັດ. ໃນແຕ່ລະຄໍ່າຄືນ ຈະມີການສະ ແດງແລກປ່ຽນສິລະປະ-ວັດທະນະ ທໍາຂອງ ລາວ, ຫວຽດນາມ ແລະ ກໍາປູເຈຍ ຕື່ມອີກ. ຂ່າວ: ກຕທ, ພາບ: ຂັນໄຊ ລົງທຶນ ແລະ ທ່ອງທ່ຽວຂອງບັນ ດາປະເທດ ທີ່ນອນໃນເຂດສາມ ຫລ່ຽມພັດທະນາ ແນໃສ່ຂະຫຍາຍ ໂອກາດຊອກຫາຕະຫລາດຈໍາໜ່າຍ ສິນຄ້າ ແລະ ການເປັນຄູ່ຮ່ວມມືດ້ານ ທຸລະກິດ-ການຄ້າໃຫ້ກວ້າງຂວາງ ອອກ ແລະ ຍືນຍົງ, ຕິດພັນການ ເສີມຂະຫຍາຍນະໂຍບາຍການ ເຊື່ອມໂຍງດ້ານການຄ້າ, ການລົງ ທຶນ ແລະ ການທ່ອງທ່ຽວ, ທັງເປັນ ການສົ່ງເສີມສີໄມ້ລາຍມື, ພູມປັນ ຍາຂອງຊາວບ້ານ, ກຸ່ມຜູ້ຜະລິດປຸງແຕ່ງສິນຄ້າກະສິກຳ ແລະ ຫັດ ຖະກຳຂອງປະຊາຊົນຕາມຊາຍ ແດນທີ່ຕິດຈອດກັນໃຫ້ມີການປັບ ປຸງທາງດ້ານປະລິມານ ແລະ ຄຸນ ນະພາບສາມາດຕອບສະໜອງ ຄວາມຕ້ອງການພາຍໃນແຂວງ, ພາຍໃນເຂດສາມຫລ່ຽມພັດທະນາ CLV, ພ້ອມກັນນັ້ນ, ກໍຍັງເປັນການ ເພີ່ມທະວີການຮ່ວມມື ແລະ ການ ແລກປ່ຽນປ່ຽນວັດທະນະທໍາຮີດ ຄອງປະເພນີອັນດີງາມຂອງ 3 ຊາດ ແລະ 13 ແຂວງ ທີ່ນອນໃນເຂດ ສາມຫລ່ຽມພັດທະນາ ກໍາປູເຈຍນໍາຂອງບັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງການ ລາຍງານສະພາບພົ້ນເດັ່ນປະຈຳເດືອນ ກຸມພາ ແລະ ທິດທາງແຜນການປະຈຳ ເດືອນມີນາ 2024. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື ແລະ ປະກອບຄຳ ເຫັນດ້ວຍຄວາມເອົາໃຈໃສ່, ໄດ້ຮັບຟັງ ການລາຍງານຫຍໍ້ສະຫລຸບວຽກງານ ພົ້ນເດັ່ນຂອງລັດຖະບານປະຈໍາເດືອນ ກຸມພາ ແລະ ທິດທາງແຜນການປະຈຳ ເດືອນມີນາ 2024; ແຜນວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາເສດຖະກິດ-ການເງິນທີ່ເປັນ ບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດ ຮອດປີ 2025; ສະພາບພົ້ນເດັ່ນວຽກ ງານປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ແລະ ການຕ່າງປະເທດ (ການກະ ກຽມເປັນປະທານອາຊຽນ, ການເຄື່ອນ ໄຫວວຽກງານຢູ່ຕ່າງປະເທດຂອງ ການນຳພັກ-ລັດ ແລະ ການຕ້ອນຮັບ ແຂກການນຳຕ່າງປະເທດມາລາວ). ກອງປະຊຸມໄດ້ເຫັນດີດ້ານຫລັກການ ຮັບຮອງຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ມອບໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ປັບປຸງຕາມ ການປະກອບຄຳເຫັນຂອງສະມາຊິກ ລັດຖະບານ.ພ້ອມນີ້ໄດ້ຊີ້ນຳໃຫ້ກະຊວງ ແຜນການ ແລະ ການລົງທຶນສົມທົບກັບ ຂະແໜງການກ່ຽວຂ້ອງປຶກສາຫາລື ເພື່ອຄວາມເປັນເອກະພາບກ່ຽວກັບ ວຽກຈຸດສຸມຂອງວາລະແຫ່ງຊາດຮອດ ປີ 2025 ແລະ ໃຫ້ເຊື່ອມສານເຂົ້າສູ່ບັນ ດາວຽກຕ່າງໆຂອງແຜນພັດທະນາເສດ ຖະກິດ-ສັງຄົມໃນໄລຍະທ້າຍສະໄໝ. ສຳລັບແຜນວຽກຈຸດສຸມໃນເດືອນ ມີນາ ທີ່ຈະມາເຖິງນີ້, ລັດຖະບານຈະ ຕ້ອງໄດ້ສຶບຕໍ່ສຸມໃສ່ປະຕິບັດບັນດາໜ້າ ວຽກທີ່ໄດ້ກຳນົ-ດໄວ້ໃນດຳລັດ 381/ ນຍ ແລະ ມະຕິ 17/ລບ ກໍຄື ແຜນວຽກ ຈຸດສຸມລວມໝົດປີ 2024 ທີ່ໄດ້ກຳ ນົດໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ 2 ປີ 2023, ຄຽງຄູ່ ກັນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານ ຈຸດສຸມຕົວຈິງ ຈຳນວນໜຶ່ງຄື: ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ: ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າ ທີ່ໃຫຍ່ 26 ແຜນງານຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະ ພາບທາງດ້ານການເມືອງ, ຄວາມສະ ຫງົບຕາມບໍລິເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານ ການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງຮອບດ້ານ; ສໍາລັບວຽກງານປ້ອງ ກັນຄວາມສະຫງົບສືບຕໍ່ສຸມໃສ່ຈັດຕັ້ງ ປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການແກ້ໄຂ ບັນຫາຢາເສບຕິດ, ການຄຸ້ມຄອງອາວຸດ ເຖື່ອນ ແລະ ອາວຸດດັດແປງ; ສະກັດກັ້ນ ການກໍ່ອາຊະຍາກໍາທາງໄຊເບີລວມທັງ ການນໍາໃຊ້ສື່ສັງຄົມອອນລາຍ, ບັນຫາ ສໍາປະທານທີ່ດິນ, ການລົງທຶນຂອງ ລັດ, ບັນຫາລາຄານໍ້າມັນເຊື້ອໄຟ, ຄ່າ ຄອງຊີບ ແລະ ອື່ນໆ; ຕິດຕາມກວດກາ ບັນດາເປົ້າໝາຍຄວາມສ່ຽງທີ່ອາດຈະ ເກີດມີເຫດການບໍ່ສະຫງົບຂຶ້ນໃນໄລ ຍະດຳເນີນກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ. ການແກ້ໄຂວຽກ ງານເຄັ່ງຮ້ອນທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກ ປ່ຽນ, ລາຄາສິນຄ້າ ແລະໜີ້ສິນຕ່າງປະ ເທດ ໃນນີ້ສຸມໃສ່ການຜະລິດເພື່ອທົດ ແທນການນຳເຂົ້າ; ສົ່ງເສີມການປະຢັດ ພະລັງງານເຊັ່ນ:ການນໍາໃຊ້ໄຟຟ້າແສງ ຕາເວັນໃນຄົວເຮືອນ ແລະ ການຜະ ລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ ຫລາຍຂຶ້ນ, ສຸມໃສ່ແກ້ໄຂໜີ້ສິນທັງພາຍ ໃນ ແລະ ຕ່າງປະເທດ. ພ້ອມນີ້ ກໍໃຫ້ສືບ ຕໍ່ຄົ້ນຄວ້າຈັດສັນແຫລ່ງທຶນຊຳລະໜີ້ ສິນຕ່າງປະເທດ ໃຫ້ທັນຕາມກຳນົດເວ ລາທັງບໍ່ໃຫ້ກະທົບຕໍ່ສະພາບຄ່ອງໂດ ຍລວມ ຂອງລະບົບທະນາຄານກໍຄືສະ ຖຽນລະພາບເງິນຕາແຫ່ງຊາດ, ສຸມໃສ່ ເກັບລາຍຮັບເຂົ້າງົບປະມານລັດໃຫ້ໄດ້ ຫລາຍຂຶ້ນ ຈາກແຫລ່ງລາຍຮັບຂົງເຂດ ເສດຖະກິດປາຍແຫລມ ໂດຍສະເພາະ ລາຍຮັບຈາກຂະແໜງການບໍ່ແຮ່, ນອກ ນີ້ ກໍແມ່ນຂະແໜງການທ່ອງທ່ຽວ ໃນ ໂອກາດປີທ່ອງທ່ຽວລາວ ແລະ ໂອກາດ ເປັນປະທານກອງປະຊຸມອາຊຽນ ເປັນ ຕົ້ນແມ່ນ ການເກັບຄ່າທຳນຽມເຂົ້າຊົມ ສະຖານທີ່ທ່ອງທ່ຽວຕ່າງໆ ຕາມລັດ ຖະບັນຍັດກຳນົດແລະ ຕາມທິດຫັນເປັນ ທັນສະໄໝຄຽງຄູ່ກັບການຄົ້ນຄວ້າຖານ ລາຍຮັບໃໝ່ອື່ນໆ ຈາກທ່າແຮງທີ່ເຮົາມີ ໂດຍສະເພາະຄົ້ນຄວ້າປັບປຸງກົນໄກ ການເກັບຄ່າບິນຜ່ານ ໃຫ້ສາມາດຈັດ ເກັບໄດ້ຕາມເປົ້າໝາຍ, ແລ້ວລາຍງານ ລັດຖະບານ; ສໍາລັບຂົງເຂດພະລັງງານ ແລະ ບໍ່ແຮ່: ສືບຕໍ່ສຸມໃສ່ປະເມີນບັນດາ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ, ສືບ ຕໍ່ຄົ້ນຄວ້າກຳນົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດບໍລິສັດ ລົງທຶນພັດທະນາບໍ່ແຮ່ໃນຕໍ່ໜ້າໃຫ້ມີຄຸນ ນະພາບ ເປັນຕົ້ນ ເງື່ອນໄຂດ້ານເຕັກນິກ, ດ້ານການເງິນ, ການຖືຄອງບັນຊີເງິນ ຕາ ໂດຍໃຫ້ຮ່າງເປັນນິຕິກຳສະເພາະ; ຂົງເຂດທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນຢ່າງໃກ້ ຊິດ, ສ້າງ ແລະ ປະເມີນຄືນບັນດາມາດ ຕະການ, ເຄື່ອງມື, ນະໂຍບາຍເງິນຕາ ຕ່າງໆ, ຖ້ານິຕິກຳທີ່ມີແລ້ວອັນໃດທີ່ ເຮັດໄດ້ດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ ສອດຄ່ອງກໍໃຫ້ປັບປຸງແກ້ໄຂຄືນ; ຊຸກ ຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ ຜູ້ປະກອບການເກັບຊື້ຜະລິດຕະພັນກະ ສິກໍາສົ່ງອອກໄປຕ່າງປະເທດ ເພື່ອນຳ ເງິນຕາຕ່າງປະເທດມາຂາຍໃຫ້ທະນາ ຄານ. ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິ ບັດການຊື້-ຂາຍ ຫລື ໂອນກຳມະສິດ ການນຳໃຊ້ພາຫະນະຜ່ານລະບົບທະ ນາຄານໃຫ້ເປັນຮູບປະທຳໂດຍໄວ. ສ່ວນຂົງເຂດອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບ ການເໜັງຕີງລາຄາສິນຄ້າໃຫ້ຮູ້ໄດ້ສາ ເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະ ການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ ທັນກັບສະພາບການ ເປັນຕົ້ນ ມາດຕະ ການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ, ເລັ່ງສ້າງດໍາລັດວ່າດ້ວຍ ກອງທຶນນໍ້າມັນເຊື້ອໄຟໃຫ້ສໍາເລັດ ໄວ; ຂົງເຂດໂຍທາທິການ ແລະ ຂົນ ສົ່ງ: ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງ ທີ່ເປ່ເພໃຫ້ສໍາເລັດໄວ ເພື່ອແກ້ໄຂການ ເດີນທາງສັນຈອນຂົນສົ່ງສິນຄ້າ, ການ ເດີນທາງທ່ອງທ່ຽວ ໃຫ້ມີຄວາມສະ ດວກ, ທັງຮີບຮ້ອນມອບໂອນວຽກສ້ອມ ແປງທາງຫລວງແລະງົບປະມານສ້ອມ ແປງໃຫ້ອົງການປົກຄອງທ້ອງຖິ່ນຄຸ້ມ ຄອງ; ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງຄະນະ ຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງ ເອົາໃຈໃສ່ຕິດຕາມກວດກາການບຸກລຸກ ທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດ ກັ້ນ ແລະ ປ້ອງກັນການບຸກລຸກທຳລາຍ ປ່າ ແລະ ໄຟໄໝ້ລາມປ່າ; ສືບຕໍ່ປະເມີນ ສິນເຊື່ອກາກບອນປ່າໄມ້ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການ ເຈລະຈາຮ່ວມມືໃນຫລາຍຮູບແບບ ເພື່ອພັດທະນາໂຄງການຊື້-ຂາຍສິນ ເຊື່ອກາກບອນປ່າໄມ້. ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະ ບຽນອອກໃບຕາດິນໃຫ້ໄດ້ຫລາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້, ໃຫ້ມີຕົວເລກຄືບ ໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນ ລຸຕົວເລກຄາດໝາຍ, ພ້ອມນີ້ ກໍຕ້ອງໄດ້ ປະສານສົມທົບກົມກຽວກັບອົງການ ປົກຄອງທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງ ຍາກຕ່າງໆ ໃນການອອກໃບຕາດິນຢູ່ ແຕ່ລະທ້ອງຖິ່ນ; ຂົງເຂດວຽກງານວັດ ທະນະທໍາ-ສັງຄົມ: ເຝົ້າລະວັງ ແລະ ສະ ກັດກັ້ນການແພ່ລະບາດຂອງພະຍາດ ໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະ ດູການຕາມຄຳສັ່ງຂອງນາຍົກລັດຖະ ມົນຕີວ່າດ້ວຍການເພີ່ມທະວີມາດຕະ ການໃນການກັນ ແລະ ຄວບຄຸມການ ແພ່ລະບາດໄຂ້ຍຸງລາຍແລະພະຍາດຕິດ ຕໍ່ຕາມລະດູການໃນຂອບເຂດທົ່ວປະ ເທດ; ສືບຕໍ່ຕິດຕາມຄຸ້ມຄອງບັນຫາ ແຮງງານລາວ ທີ່ອອກໄປເຮັດວຽກຢູ່ ຕ່າງປະເທດ ແລະ ເດີນທາງກັບເຂົ້າ ປະເທດຜ່ານດ່ານຕ່າງໆ ແບບບໍ່ຖືກກົດ ໝາຍ ເພື່ອລາຍງານຂໍ້ມູນໂຕເລກສະ ຖິຕິໃຫ້ເປັນປົກກະຕິ, ພ້ອມທັງຄົ້ນຄວ້າ ມາດຕະການແກ້ໄຂຕໍ່ກັບບັນຫາດັ່ງ ກ່າວ; ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດ ຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິ ພາບ, ຍົກສູງຄຸນນະພາບວຽກການຈັດ ຫາງານ ແລະ ສ້າງວຽກເຮັດງານທຳ ໃຫ້ກ້າວໜ້າ ແລະ ເປັນລະບົບ, ສຳລັບ ແຮງງານທີ່ໄປເຮັດວຽກຕາມບົດບັນ ທຶກຄວາມເຂົ້າໃຈ ກໍໃຫ້ສືບຕໍ່ຕິດຕາມ ການປະຕິບັດພັນທະລາຍຮັບເງິນຕາ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບ ການ; ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະ ແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ ປະກອບການບໍລິການທ່ອງທ່ຽວໃຫ້ປະ ຕິບັດຕາມລະບຽບການກ່ຽວຂ້ອງຢ່າງ ເຄັ່ງຄັດ ໂດຍສະເພາະແມ່ນການຮັບປະ ກັນຄວາມປອດໄພຂອງນັກທ່ອງທ່ຽວ ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບ ຕໍ່ພາບພົດການທ່ອງທ່ຽວລາວ, ຖ້າ ເກີດມີເຫດການທີ່ມີການເຜີຍແຜ່ທາງ ອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນຊີ້ແຈງແກ້ໄຂໃຫ້ທັນເວລາ; ສືບຕໍ່ຜັນຂະຫຍາຍມະຕິ 09/ນຍ ກ່ຽວ ກັບນະໂຍບາຍ ແລະ ມາດຕະການແກ້ ໄຂບັນຫາການຂາດເຂີນຄູສອນ, ການ ປະລະການຮຽນ ແລະ ການສົ່ງເສີມ ເຂົ້າຮຽນວິຊາຊີບໃຫ້ເປັນຮູບປະທຳ. ໃຫ້ກະຊວງສຶກສາທິການ ແລະ ກິລາ ສະໜອງຂໍ້ມູນຕົວເລກບັນດາຄູອາສາ ສະໝັກຜູ້ທີ່ນອນໃນເງື່ອນໄຂໄດ້ຮັບ ນະໂຍບາຍຕາມມະຕິດັ່ງກ່າວສົ່ງໃຫ້ກະ ຊວງການເງິນ ເປັນຜູ້ຄົ້ນຄວ້າງົບປະ ມານ ໃຫ້ໄດ້ຈັດຕັ້ງປະຕິບັດໄວ. ວຽກງານການຕ່າງປະເທດ: ສືບ ຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບ ຕໍ່ລາວເຮົາ, ບັນຫາທີ່ລັດຖະບານຕ້ອງ ໄດ້ໃຫ້ທັດສະນະ ຫລື ລົງມະຕິນັ້ນເພື່ອ ລາຍງານຂໍທິດຊີ້ນໍາໃຫ້ທັນການ; ສືບ ຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງ ພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວ ວຽກງານຕ່າງປະເທດ ບົນຈິດໃຈປະ ຢັດມັດທະຍັດ, ທັງການຕ້ອນຮັບແຂກ ຜູ້ແທນຂັ້ນສູງຂອງຕ່າງປະເທດໂດຍ ສະເພາະສືບຕໍ່ກະກຽມຮອບດ້ານການ ຕ້ອນຮັບປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັດສະເຕ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 27 ກຸມພາ- 2 ມີນາ 2024 ໃຫ້ປະສົບຜົນສຳເລັດ ເປັນຢ່າງດີ, ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການເປັນປະທານກອງປະຊຸມ ອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ. ນອກຈາກນີ້, ກອງປະຊຸມໄດ້ພິຈາ ລະນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາຮ່າງກົດໝາຍວ່າດ້ວຍການ ທ່ອງທ່ຽວ (ສະບັບປັບປຸງ) ໂດຍມອບ ໃຫ້ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ສົມທົບກັບ ພາກສ່ວນກ່ຽວຂ້ອງປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກລັດ ຖະບານ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ, ສອດຄ່ອງກັບນິຕິກຳ ທີ່ກ່ຽວຂ້ອງທີ່ໄດ້ປະກາດນຳໃຊ້ແລ້ວ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງ ມີປະສິດທິຜົນ ເປັນຕົ້ນ ການກຳນົດຈຸດ ປະສົງ, ການອະທິບາຍຄຳສັບ,ການ ແບ່ງຂັ້ນຄຸ້ມຄອງ, ການກຳນົດປະເພດ, ມາດຕະຖານແລະເງື່ອນໄຂຂອງແຫລ່ງ ທ່ອງທ່ຽວ, ການກຳນົດຄ່າທຳນຽມ ບໍລິການຕ່າງໆ, ລວມທັງການກຳນົດ ເນື້ອໃນເພີ່ມກ່ຽວກັບການນຳໃຊ້ທີ່ດິນ ແລະ ປ່າໄມ້ໃນວຽກງານການທ່ອງ ທ່ຽວ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງດໍາລັດວ່າດ້ວຍຊັບພະຍາກອນ ທີ່ເປັນຢາ (ສະບັບສ້າງໃໝ່) ໂດຍ ມອບໃຫ້ກະຊວງສາທາລະນະສຸກສົມ ທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ຕາມການປະກອບຄໍາເຫັນຂອງສະມາ ຊິກລັດຖະບານ ເປັນຕົ້ນ ການແບ່ງ ຄວາມຮັບຜິດຊອບລະຫວ່າງກະຊວງ ສາທາລະນະສຸກ ແລະ ຂະແໜງການ ກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງ,ການ ອະນຸມັດການກິດຈະການທີ່ຕິດພັນກັບ ການປຸງແຕ່ງຊັບພະຍາກອນທີ່ເປັນຢາ ໃຫ້ລະອຽດ ແລະ ຊັດເຈນ; ພິຈາລະ ນາຄວາມເໝາະສົມ ໃນການກຳນົດປະ ເພດຊັບພະຍາກອນທຳມະຊາດທີ່ໃກ້ ຈະສູນພັນ, ການກໍານົດເຂດສະຫງວນ ຊັບພະຍາກອນທຳມະຊາດທີ່ເປັນຢາ; ກວດກາຄືນເນື້ອໃນ ໃຫ້ມີຄວາມສອດ ຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນ ພາຄີ. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍການຕ້ານການ ຟອກເງິນ ແລະ ສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (ສະບັບປັບປຸງ) ໂດຍ ມອບໃຫ້ທະນາຄານແຫ່ງ ສປປ ລາວ ສົມທົບກັບຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າປັບປຸງ ຕື່ມບາງຈຸດ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານໃຫ້ມີເນື້ອ ໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ, ຄົບ ຖ້ວນສົມບູນ ເປັນຕົ້ນການຈັດລຽງບາງ ມາດຕາ ທີ່ມີຄວາມກ່ຽວພັນກັນ, ການ ອະທິບາຍຄຳສັບ; ການກໍານົດເນື້ອໃນ ໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ແລະ ສົນທິສັນ ຍາສາກົນທີ່ ສປປ ລາວ ເປັນພາຄີ, ທັງສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງວຽກງານ ແລະ ສະພາບການພັດທະນາ ໃນໄລຍະໃໝ່. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນ ດີດ້ານຫລັກການຮັບຮອງເອົາຮ່າງ ດໍາລັດວ່າດ້ວຍທ່າບົກ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕາມ ການປະກອບຄຳເຫັນຂອງສະມາຊິກ ລັດຖະບານ ເປັນຕົ້ນ ການອະທິບາຍຄຳ ສັບ, ການນຳໃຊ້ຄຳສັບແລະກຳນົດໜ້າ ວຽກການບໍລິການໃຫ້ສອດຄ່ອງກັບນິ ຕິກຳທີ່ກ່ຽວຂ້ອງທີ່ໄດ້ປະກາດໃຊ້ ແລ້ວ; ການກຳນົດພາລະບົດບາດ ແລະ ໜ້າທີ່ຂອງຜູ້ພັດທະນາທ່າບົກ, ລວມ ທັງ ເຈົ້າໜ້າທີ່ລັດຂອງແຕ່ລະພາກສ່ວນ ໃຫ້ຈະແຈ້ງ ແລະ ຄົບຖ້ວນຕື່ມ; ການກຳ ນົດກິດຈະການຢູ່ທ່າບົກ ສອດຄ່ອງກັບ ມາດຖານສາກົນກ່ຽວກັບທ່າບົກ; ການກຳນົດຈຸດທີ່ຕັ້ງ, ພື້ນທີ່ບໍລິການ ຕ່າງໆ, ອຸປະກອນເຕັກນິກ ແລະ ອື່ນໆ ຮັບໃຊ້ວຽກງານໃນທ່າບົກໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບເຕັກນິກວິ ຊາການແລະນິຕິກຳທີ່ກ່ຽວຂ້ອງ. ຫລັງ ຈາກນັ້ນ, ໃຫ້ຈັດສຳມະນາວິຊາການ ຜ່ານຮ່າງດຳລັດດັ່ງກ່າວ ເພື່ອຄວາມ ເປັນເອກະພາບ ແລ້ວຈຶ່ງສະເໜີລັດຖະ ບານພິຈາລະນາປະກາດໃຊ້. ພ້ອມ ດຽວກັນນີ້, ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງດໍາລັດວ່າດ້ວຍກອງທຶນພັດ ທະນາໂທລະຄົມມະນາຄົມ ແລະ ການ ຫັນເປັນດີຈິຕອນ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕາມ ການປະກອບຄຳເຫັນຂອງສະມາຊິກ ລັດຖະບານ ໃຫ້ມີເນື້ອໃນຄວາມຄົບ ຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນ ເປັນຕົ້ນ ການກຳນົດແຫລ່ງລາຍຮັບ ແລະ ສັດ ສ່ວນລາຍຮັບ ທີ່ຕິດພັນກັບແຫລ່ງງົບ ປະມານຂອງລັດ; ການກຳນົດກອງເລ ຂາສຳລັບວຽກງານດັ່ງກ່າວ; ການກຳ ນົດໂຄງປະກອບການຈັດຕັ້ງຂອງ ກອງທຶນ ແລະ ອື່ນໆ. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍອາກອນມູນ ຄ່າເພີ່ມ (ສະບັບປັບປຸງ) ໂດຍມອບ ໃຫ້ກະຊວງການເງິນ ສົມທົບກັບຂະ ແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດ ຖະບານ ໂດຍສະເພາະການກຳນົດນະ ໂຍບາຍຍົກເວັ້ນອາກອນມູນຄ່າເພີ່ມ ຕໍ່ບັນດາກິດຈະການທີ່ລັດສົ່ງເສີມໃຫ້ ຖືກເປົ້າໝາຍແທ້ໆ, ທັງສາມາດຈຳ ກັດໄດ້ຊ່ອງຫວ່າງ ການສວຍໂອກາດ ຫລີກລ່ຽງການປະຕິບັດພັນທະໃຫ້ລັດ ຖະບານ; ກຳນົດເງື່ອນໄຂຂອງການ ສົ່ງຄືນອາກອນມູນຄ່າເພີ່ມໃຫ້ລະອຽດ, ຈະແຈ້ງ ແລະ ຊັດເຈນຂຶ້ນຕື່ມ. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາຮ່າງ ກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸງ) ໂດຍ ມອບໃຫ້ກະຊວງປ້ອງກັນຄວາມສະ ຫງົບສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກລັດຖະ ບານ ໂດຍສະເພາະການກຳນົດພາກ ສ່ວນຮັບຜິດຊອບທົດແທນຜົນເສຍ ຫາຍຈາກການທັບມ້າງ,ຍົກຍ້າຍສິ່ງກີດ ຂວາງ ຫລື ຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນເວ ລາຕ້ານອັກຄີໄພ ໃຫ້ສອດຄ່ອງກັບສາ ເຫດທີ່ພາໃຫ້ເກີດອັກຄີໄພ ແລະ ປັດໄຈ ອື່ນໆຕື່ມ; ກຳນົດກົນໄກປະສານງານ ແກ້ໄຂອັກຄີໄພ ໃຫ້ລະອຽດຈະແຈ້ງ ແລະ ກົມກຽວກັນ; ການກຳນົດມາດຕະ ການສະກັດກັ້ນອັກຄີໄພຕໍ່ເປົ້າໝາຍ ຕ່າງໆ ໃຫ້ຄົບຖ້ວນ ແລະ ແທດເໝາະ ກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==