5823

xtgmf]k; 3 01/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົງ ໂດຍ: ໄໝຄຳຍ້ອມສິນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ gvq k.9.lj ;Pd'ko xh v'da ora d{rtoa d'ko ຄິດໄກສອນພົມວິຫານ, ມູນເຊື້ອອັນ ດີງາມຂອງພັກ, ແນວທາງນະໂຍ ບາຍຂອງພັກ; ເພີ່ມທະວີການຍົກ ລະດັບຄວາມຮູ້ທາງດ້ານທິດສະດີ ການເມືອງ ໃຫ້ແກ່ຖັນແຖວພະນັກ ງານ-ສະມາຊິກພັກ ເພື່ອປັບປຸງ ຫລັກໝັ້ນການເມືອງ, ທາດແທ້ຊົນ ຊັ້ນ, ຄວາມສາມາດນຳພາຂອງພັກ, ຄວາມຈົງຮັກພັກດີຕໍ່ພັກ ຕໍ່ອຸດົມ ການສັງຄົມນິຍົມ; ຕ້ານທັດສະນະທີ່ ຜິດເຂວຕໍ່ແນວທາງ, ຕ້ານການຕົກ ເຂົ້າສູ່ກົນອຸບາຍ “ຫັນປ່ຽນໂດຍສັນ ຕິ” ຂອງອິດກຳລັງປໍລະປັກ ແລະ ພວກຄົນບໍ່ດີ ແລະ ການ “ຫັນປ່ຽນ ດ້ວຍຕົນເອງ” ຂອງພະນັກງານສະມາຊິກພັກ; ເອົາໃຈໃສ່ກໍ່ສ້າງ- ບໍາລຸງ ແລະ ປະຕິບັດນະໂຍບາຍທີ່ ເໝາະສົມຕໍ່ພະນັກງານ, ສະມາຊິກ ພັກ; ມີມາດຕະການອັນເຂັ້ມງວດໃນ ການກຳຈັດປັດເປົ່າພະຍາດ ອາດ ຍາສິດແລະປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ, ສະມາຊິກ ພັກ. ເອົາໃຈໃສ່ກໍ່ສ້າງບຳລຸງຄະນະ ໜ່ວຍພັກ ໃຫ້ມີຄວາມສາມາດນຳ ພາຢູ່ຂັ້ນຮາກຖານ, ແກ້ໄຂບັນຫາ ໜ່ວຍພັກອ່ອນນຳພາບໍ່ໄດ້; ເອົາໃຈ ໃສ່ຄົ້ນຄວ້າ, ເລືອກເຟັ້ນບຸກຄະລາ ກອນຕາມທິດຫັນເປັນໜຸ່ມ, ເລືອກ ເອົາຜູ້ທີ່ພົ້ນເດັ່ນໃນຂະບວນການ ວຽກງານຕົວຈິງ, ຄົບມາດຕະຖານ, ເງື່ອນໄຂ ເພື່ອສະໝັກເຂົ້າໃນຄະນະ ພັກຂັ້ນຕ່າງໆ; ຍົກສູງສະຕິປົກປັກ ຮັກສາພັກ, ປົກປັກຮັກສາຄວາມ ສາມັກຄີ, ຮັກສາຄວາມລັບຂອງ ຊາດ, ຂອງພັກ ແລະ ບົດບາດອິດທິ ພົນຂອງພັກ; ກໍ່ສ້າງຄະນະພັກ ແລະ ໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ການຂະຫຍາຍພັກ ກໍ່ຕ້ອງປະຕິ ບັດຕາມກົດລະບຽບພັກຢ່າງເຂັ້ມ ງວດ, ຖືເອົາຄຸນນະພາບເປັນກົກ; ເອົາໃຈໃສ່ຕໍ່ການສ້າງແລະຄັດເລືອກ ເອົາມະຫາຊົນ ທີ່ພົ້ນເດັ່ນໃນຂະບວນ ການວຽກງານຕົວຈິງ, ຜູ້ທີ່ປະຕິບັດ ຕາມແນວທາງນະໂຍບາຍຂອງ ພັກ, ເຄົາລົບລະບຽບກົດໝາຍຂອງ ລັດ, ເຮັດສຳເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ຜູ້ທີ່ມີ ມາດຕະຖານ, ເງື່ອນໄຂຄົບຖ້ວນ ເພື່ອຂະຫຍາຍເຂົ້າພັກ, ຫລີກເວັ້ນ ແນວຄິດໃນການຂະຫຍາຍພັກທີ່ ເຫັນແກ່ພັກພວກ, ຄົນເຈົ້າຄົນຂ້ອຍ ແລະ ບັນຫາອື່ນໆ ເພື່ອບໍ່ໃຫ້ຄົນບໍ່ດີ ເລັດລອດເຂົ້າພາຍໃນພັກ. ພ້ອມ ດຽວກັນນັ້ນ ກໍ່ຕ້ອງເດັດດ່ຽວໃນ ການເອົາຜູ້ທີ່ເສື່ອມຄຸນປ່ຽນທາດ ອອກຈາກພັກ ເຮັດໃຫ້ວຽກງານ ປ້ອງກັນການຈັດຕັ້ງພັກ, ປ້ອງກັນ ສະມາຊິກພັກ-ພະນັກງານດຳເນີນ ໄປຢ່າງມີຜົນສັກສິດ ແລະ ເປັນປົກ ກະຕິ. ດຳເນີນຊີວິດພັກຢ່າງເຂັ້ມ ງວດແລະເປັນປະຈຳ,ປະຕິບັດຫລັກ ການຕຳນິຕົນເອງ ແລະ ຕຳນິຕິຊົມ ຊ່ວຍເຫລືອກໍ່ສ້າງກັນໃຫ້ເປັນປົກ ກະຕິ ເພື່ອປະກອບສ່ວນຈຳກັດແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນ ພັກ; ສືບຕໍ່ປະຕິບັດລະບອບການຕີ ລາຄາແບ່ງປະເພດພະນັກງານ-ສະ ມາຊິກພັກຢ່າງເປັນປົກກະຕິ;ປຸກລະ ດົມມະຫາຊົນເຂົ້າຮ່ວມໃນການຕິດ ຕາມກວດກາ ແລະ ປະກອບຄວາມ ຄິດຄວາມເຫັນຕໍ່ສະມາຊິກພັກ; ມີ ມາດຕະການອັນເໝາະສົມແລະທັນ ການໃນການເອົາຜູ້ທີ່ເສື່ອມທາດ ຂາດຄຸນອອກຈາກຖັນແຖວພັກ. ສະມາຊິກພັກ, ພະນັກງານ-ລັດ ຖະກອນ ທຸກສະຫາຍ ຕ້ອງເອົາໃຈ ໃສ່ໃນການຝຶກຝົນຫລໍ່ຫລອມຕົນ ເອງ, ເສີມຂະຫຍາຍນ້ຳໃຈຮັບຜິດ ຊອບ, ຄວາມເປັນເຈົ້າການຕໍ່ໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍ; ຍຶດ ໝັ້ນຫລັກການກໍ່ສ້າງ ແລະ ປັບປຸງ ຕົນເອງຂອງພັກ, ເປັນເຈົ້າການປະ ຕິບັດຂໍ້ຫ້າມຂອງສະມາຊິກພັກ ຢ່າງເຂັ້ມງວດ; ພະນັກງານ-ສະມາ ຊິກພັກ ຕ້ອງຮັກສາທາດແທ້ປະຕິ ວັດ, ຄວາມໜັກແໜ້ນທາງດ້ານອຸ ດົມການ, ສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ສະຕິເຄົາ ລົບກົດ ໝາຍ; ກ້າຫານຕໍ່ສູ້ຕ້ານປະກົດ ການຫຍໍ້ທໍ້, ມີຄວາມອົດທົນຜ່ານ ຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ມີຄວາມຕັ້ງໃຈສຶກສາຮ່ຳຮຽນ ສະ ແຫວງຫາຄວາມກ້າວໜ້າ, ມີຄວາມ ເປັນແບບຢ່າງນຳໜ້າໃນການປະຕິ ບັດໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍ ດ້ວຍຜົນສຳເລັດສູງ; ດຳລົງ ຊີວິດປອດໃສ, ດຸໝັ່ນ, ຊື່ສັດ ແລະ ທ່ຽງທຳ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອສະແຫວງຫາຜົນປະໂຫຍດໃຫ້ ແກ່ຕົນເອງ. *ການຄ້າມະນຸດເປັນບັນຫາແລະ ປະກົດການຫຍໍ້ທໍ້ ທີ່ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ແລະ ປະເທດອື່ນໆ ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ. ສາເຫດຕົ້ນຕໍ ທີ່ປະຊາຊົນຈຳນວນ ໜຶ່ງ ຖືກຕົວະຍົວະຫລອກລວງໃຫ້ ເຂົ້າສູ່ຂະບວນການຄ້າມະນຸດ ກໍ່ຍັງ ແມ່ນຄວາມທຸກຍາກ, ຄວາມແຕກ ໂຕນທາງດ້ານເສດຖະກິດ ແລະ ໂອກາດໃນການເຮັດວຽກຂອງປະ ເທດເຮົາ ກັບບັນດາປະເທດທີ່ພັດ ທະນາແລ້ວ. ເຖິງຢ່າງໃດກໍຕາມ, ປັດໄຈຕົ້ນຕໍ ທີ່ເຮັດໃຫ້ບັນຫານີ້ຮ້າຍ ແຮງຂຶ້ນກວ່າເກົ່າ ແມ່ນການຂາດ ຄວາມຮູ້ກ່ຽວກັບຮູບແບບ, ວິທີການ ທີ່ນາຍໜ້າ ແລະ ນັກຄ້າມະນຸດນໍາໃຊ້ ເພື່ອຊັກຈູງ, ຊວນເຊື່ອ ແລະ ຕົວະຍົວ ຫລອກລວງປະຊາຊົນ ຜູ້ມີຄວາມ ສ່ຽງໃຫ້ຕົກເຂົ້າສູຂະບວນຄ້າມະ ນຸດ. ນອກຈາກນັ້ນ, ນາຍໜ້າ ແລະ ນັກຄ້າມະນຸດ ກໍ່ມີການປັບປ່ຽນວິທີ ການເປັນປະຈໍາ ຈຶ່ງເຮັດໃຫ້ເຫຍື່ອມີ ຄວາມສ່ຽງຫລົງເຊື່ອ ແລະ ປະຕິບັດ ຕາມ. ພວກກຸ່ມຄົນບໍ່ດີມີການຕົວະ ຍົວະຫລອກລວງຜ່ານສື່ສັງຄົມອອນ ລາຍ ເຮັດໃຫ້ໄວໜຸ່ມຍິງ-ຊາຍ ພາ ກັນຫລັ່ງໄຫລໄປອອກແຮງງານ, ໄປແຕ່ງງານ, ໄປທ່ອງທ່ຽວແລ້ວ ຖືກບັງຄັບຂູດຮີດແຮງງານ, ບັງຄັບ ໃຫ້ຂາຍບໍລິການທາງເພດ, ຖືກຈັບ ຕົວຮຽກຄ່າໄຖ່ ແລະ ອື່ນໆ. ອີງຕາມການລາຍງານຂອງກະ ຊວງປ້ອງກັນປະເທດ, ເມື່ອບໍ່ດົນນີ້ ໃນກອງປະຊຸມສໍາມະນາສ້າງຄວາມ ເຂັ້ມແຂງວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານກະຊວງປ້ອງກັນ ປະເທດ, ໄດ້ຍົກໃຫ້ເຫັນວ່າ: ສປປ ລາວ ແມ່ນປະເທດໜຶ່ງທີ່ມີບັນຫາ ເລື່ອງການຄ້າມະນຸດ ເຊິ່ງສ່ວນ ຫລາຍເປັນປະເທດຕົ້ນທາງ ແລະ ທາງຜ່ານ ທັງນີ້ກໍ່ເນື່ອງຈາກທີ່ຕັ້ງ ພູມສັນຖານຂອງປະເທດເຮົາມີ ຊາຍແດນຕິດຈອດກັບ 5 ປະເທດ, ພ້ອມກັນນັ້ນ ໃນປັດຈຸບັນພັກ-ລັດ ໄດ້ມີການລົງທຶນສຸມໃສ່ການພັດທະ ນາພື້ນຖານໂຄງລ່າງເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ເຊິ່ງເປັນເງື່ອນໄຂອໍານວຍຄວາມ ສະດວກໃນການເດີນທາງເຂົ້າອອກ, ບວກກັບຄ່ານິຍົມ, ລະດັບ ການສຶກສາ ແລະ ສີມືແຮງງານຍັງ ຈຳກັດ, ບັນຫາຄອບຄົວບໍ່ມີຄວາມ ສະຫງົບ,ຄວາມທຸກຍາກ,ການຂາດ ສະຕິລະວັງຕົວ, ຄວາມບໍ່ເຂົ້າໃຈຕໍ່ ລະບຽບກົດໝາຍ, ຄວາມຮັບຮູ້ຕໍ່ສະ ພາບການຄ້າມະນຸດຂອງ ປະຊາຊົນ ຍັງຈໍາກັດແລະອື່ນໆເຊິ່ງເປັນເງື່ອນ ໄຂພາໃຫ້ເກີດມີອາຊະຍາກຳການ ຄ້າມະນຸດ,ການຫລອກລວງຄົນລາວ ໄປຕ່າງປະເທດ ຫລື ຫລອກລວງ ຄົນຕ່າງປະເທດເຂົ້າມາລາວ ເພື່ອ ບັງຄັບໃຊ້ແຮງງານ ແລະ ບັງຄັບ ທາງເພດ, ພ້ອມກັນນັ້ນຍັງມີການ ຄ້າມະນຸດໃນຮູບແບບຖ່າຍທອດ ສົດເປືອຍກາຍອອກສື່ສັງຄົມອອນ ລາຍ. ພົ້ນເດັ່ນໃນປີ 2023 ແມ່ນ ພວກກຸ່ມຄົນບໍ່ດີມີການຕົວະຍົວະ ຫລອກລວງຜ່ານສື່ສັງຄົມອອນ ລາຍ ເຮັດໃຫ້ໄວໜຸ່ມຍິງ-ຊາຍ ພາ ກັນຫລັ່ງໄຫລໄປອອກແຮງງານ, ໄປແຕ່ງງານ, ໄປທ່ອງທ່ຽວແລ້ວ ຖືກບັງຄັບຂູດຮີດແຮງງານ, ບັງຄັບ ໃຫ້ຂາຍບໍລິການທາງເພດ, ຖືກຈັບ ຕົວຮຽກຄ່າໄຖ່ ແລະ ອື່ນໆ. ຕໍ່ບັນຫາດັ່ງກ່າວລັດຖະບານໄດ້ ເອົາໃນໃສ່ປ້ອງກັນ, ສະກັດກັ້ນຢ່າງ ຈິງຈັງ, ສໍາລັບກະຊວງປ້ອງກັນປະ ເທດ, ໃນໄລຍະທີ່ຜ່ານມາຄະນະກຳ ມະການຕ້ານການຄ້າມະນຸດກະ ຊວງປ້ອງກັນປະເທດ ແມ່ນໄດ້ຊີ້ ນໍາບັນດາກົມກອງແລະກໍາລັງທ້ອງ ຖິ່ນເປັນເຈົ້າການໂຄສະນາ, ເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆກ່ຽວກັບຜົນ ຮ້າຍ ແລະ ວິທີການປ້ອງກັນ, ສະ ກັດກັ້ນການຄ້າມະນຸດ, ຈັດລາຍການ ປະຊາຮ່ວມໃຈຕ້ານໄພຄ້າມະນຸດ ທາງຄື້ນວິທະຍຸກະຈາຍສຽງກອງ ທັບປະຊາຊົນລາວ. ທັງເປັນເຈົ້າ ການຊີ້ນໍາກໍາລັງທະຫານຊາຍແດນ ເອົາໃຈໃສ່ເພີ່ມທະວີເຄື່ອນໄຫວ ປ້ອງກັນຊາຍແດນ, ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການ ສະກັດກັ້ນ ແລະ ປ້ອງກັນການເຂົ້າອອກເມືອງ ທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍຢູ່ຂອບເຂດຮັບຜິດ ຊອບແລະບໍລິເວນດ່ານສາກົນທ້ອງ ຖິ່ນ, ດ່ານປະເພນີ, ສະກັດກັ້ນບັນ ຫາປະກົດການຫຍໍ້ທໍ້ຕ່າງໆ. ຖ້າພົບ ເຫັນພຶດຕິກຳການຄ້າມະນຸດ ໂທ ສາຍດ່ວນ 1300 ແລະ 1362. * ວຽກງານປ້ອງກັນພັກ-ພະນັກ ງານແມ່ນວຽກໜຶ່ງທີ່ສຳຄັນຫລາຍ. ສະນັ້ນ, ຕ້ອງເພີ່ມທະວີວຽກງານ ຄຸ້ມຄອງພະນັກງານ, ສະມາຊິກ ພັກ ທັງສູນກາງ ແລະ ທ້ອງຖິ່ນຮາກ ຖານ; ເອົາໃຈໃສ່ວຽກງານປ້ອງ ກັນແນວທາງ, ແຜນນະໂຍບາຍ,ກົດ ລະບຽບຂອງພັກ, ປ້ອງກັນຫລັກ ການຈັດຕັ້ງ ແລະ ຫລັກການເຄື່ອນ ໄຫວນຳພາຂອງພັກ; ປ້ອງກັນລັດ ຖະທຳມະນູນ ແລະ ກົດໝາຍຂອງ ລັດ, ປ້ອງກັນພະນັກງານ, ສະມາ ຊິກພັກ ທາງດ້ານການເມືອງ-ແນວ ຄິດ, ປ້ອງກັນຮັກສາຄວາມລັບຂອງ ພັກ, ຂອງຊາດ, ເພີ່ມທະວີຕ້ານ“ສົງ ຄາມຫັນປ່ຽນໂດຍສັນຕິ” ຂອງອິດ ກຳລັງທີ່ເປັນປໍລະປັກໃນຂົງເຂດ ແນວຄິດ, ວັດທະນະທຳໃຫ້ປະລາ ໄຊ, ຍົກສູງປະສິດທິພາບການປະ ສານສົມທົບລະຫວ່າງວຽກງານ ປ້ອງກັນພັກ-ພະນັກງານ ກັບວຽກ ງານກວດກາພັກ-ລັດ. ສືບຕໍ່ປັບປຸງ ການຈັດຕັ້ງ, ຍົກສູງຄຸນນະພາບຂອງ ພະນັກງານ ທີ່ເຮັດວຽກຄຸ້ມຄອງປ້ອງກັນພັກ-ພະນັກງານ ໃຫ້ເຂັ້ມ ແຂງສາມາດປະຕິບັດໜ້າທີ່ການ ເມືອງທີ່ພັກ ແລະ ລັດມອບໝາຍໃຫ້. ພັກເຮົາໄດ້ຊີ້ນຳວ່າ ຄະນະພັກ ທຸກຂັ້ນ ນັບແຕ່ສູນກາງລົງຮອດ ທ້ອງຖິ່ນ ຕ້ອງເອົາໃຈໃສ່ການປ້ອງ ກັນພັກ-ພະນັກງານ ຢ່າງເປັນປົກ ກະຕິ ດ້ວຍການຈັດຕັ້ງຄົ້ນຄວ້າຮ່ຳ ຮຽນທິດສະດີ ມາກ-ເລນິນ, ແນວ ]t;a 'K 8q dgxa ogspnj v 0t[;odko7h k,to5 f zj koln j vvo]kp * ປັດຈຸບັນນີ້, ກໍ່ແມ່ນໄລຍະລະ ດູແລ້ງ ທັງແມ່ນໄລຍະທີ່ປະຊາຊົນ ບັນດາເຜົ່າເລີ່ມລົງມືທຳການຜະ ລິດ ໂດຍສະເພາະແມ່ນເຮັດສວນ ມັນຕົ້ນ, ເຮັດໄຮ່ ແລະ ອື່ນໆ ເພື່ອ ກະກຽມໃສ່ປີຕໍ່ໄປ ເຊິ່ງການຜະລິດ ດັ່ງກ່າວ ບາງບ່ອນກໍ່ຜະລິດຢູ່ບ່ອນ ເກົ່າ, ບາງບ່ອນກໍ່ຕ້ອງໄດ້ຖາງບ່ອນ ໃໝ່ທີ່ເອີ້ນວ່າ ໄຮ່ໝູນວຽນ. ແຕ່ເຖິງ ຢ່າງໃດກໍ່ຕາມການຜະລິດແບບນີ້ ລ້ວນແຕ່ຕ້ອງໄດ້ທຳການຈູດ ເພື່ອ ໃຫ້ອຳນວຍຄວາມສະດວກໃນການ ປູກ. ດັ່ງນັ້ນ, ກ່ອນຈະທຳການຈູດ ພວກເຮົາຕ້ອງໄດ້ມີການຕັດແລວ ໄຟໃຫ້ຄວາມປອດໄພເສຍກ່ອນ ຈຶ່ງ ທຳການຈູດ ເພື່ອຫລຸດຜ່ອນບັນຫາ ໄຟໄໝ້ລາມປ່າທີ່ສ້າງຄວາມເສຍຕໍ່ ຄວາມອຸດົມສົມບູນຂອງປ່າໄມ້ທຳ ມະຊາດ ຫລື ສີວະນາໆພັນຄືໄລຍະ ຜ່ານມາ. ດັ່ງທີ່ພວກເຮົາຮູ້ນຳກັນວ່າ: ປ່າ ]tf6 c]h 'gvq k.9.lj [a oskw2w\h xj k ໄມ້ເປັນຊັບສົມບັດອັນມີຄ່າຢ່າງ ຫລວງຫລາຍຂອງພວກເຮົາ ໂດຍ ໃນເບື້ອງຕົ້ນລັດຖະບານໄດ້ຕັ້ງເປົ້າ ໝາຍວ່າ ປີ 2020 ພວກເຮົາຈະສູ້ ຊົນໃຫ້ການປົກຫຸ້ມຂອງປ່າໄມ້ໃຫ້ ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ແຕ່ການບັນລຸເປົ້າໝາຍດັ່ງກ່າວ ນັ້ນ ໄດ້ຕໍ່ເວລາອອກໄປຈົນຮອດປີ 2025 ຍ້ອນຫລາຍປັດໄຈທີ່ຍັງເປັນ ສິ່ງທ້າທາຍ. ໜຶ່ງໃນຫລາຍສິ່ງທ້າ ທາຍຂອງການບັນລຸເປົ້າໝາຍດັ່ງ ກ່າວ ກໍ່ແມ່ນບັນຫາໄຟໄໝ້ລາມປ່າ ເຊິ່ງເປັນບັນຫາຊຳເຮື້ອມາຫລາຍ ປີ, ໃນໄລຍະຜ່ານມາປະເທດລາວ ຂອງພວກເຮົາ ໄດ້ສູນເສຍເນື້ອທີ່ ການປົກຫຸ້ມຂອງປ່າໄມ້ໄປແລ້ວ ຫລາຍພັນເຮັກຕາ ຍ້ອນບັນຫາໄຟ ໄໝ້ລາມປ່າ ອັນນຳມາສູ່ການສູນ ເສຍບໍ່ສະເພາະແຕ່ປ່າໄມ້ເທົ່ານັ້ນ ຍັງລວມເຖິງຊີວະນາໆພັນທີ່ເປັນ ສິ່ງມີຄ່າປະດັບປ່າທີ່ໜ້າອອນຊອນ ຂອງລາວເຮົາ. ແນວໃດກໍ່ຕາມສຳລັບການເກີດ ໄຟໄໝ້ລາມປ່າໃນປະເທດເຮົານັ້ນ ກໍ່ມີຫລາຍສາເຫດ ໂດຍສະເພາະ ເກີດຈາກການບຸກເບີກເນື້ອທີ່ທຳ ການຜະລິດເຊັ່ນ: ການຈູດໄຮ່ທີ່ບໍ່ ສາມາດຄວບຄຸມໄດ້ ສົ່ງຜົນເຮັດ ໃຫ້ໄຟລາມເຂົ້າສູ່ເຂດພື້ນທີ່ປ່າໄມ້ ຢ່າງງ່າຍດາຍບວກກັບອາກາດທີ່ ແຫ້ງແລ້ງ ແລະ ຮ້ອນອົບເອົ້າ. ນອກ ຈາກນີ້, ກໍ່ແມ່ນການຂາດສະຕິ ແລະ ຂາດຄວາມຮັບຜິດຊອບຕ່າງໆຂອງ ກຸ່ມຄົນນຳໃຊ້ໄຟໃກ້ພື້ນທີ່ປ່າໄມ້. ພໍກ້າວເຂົ້າສູ່ຍາມແລ້ງ, ກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ອອກ ແຈ້ງການກ່ຽວກັບການປ້ອງກັນ ແລະ ການຄວບຄຸມໄຟໄໝ້ລາມປ່າ ຂອງປະເທດເຮົາເປັນປະຈຳ ເຊິ່ງ ເປັນການໃຫ້ຄວາມສຳຄັນກັບບັນ ຫາດັ່ງກ່າວຢ່າງຈິງຈັງ. ແຕ່ເຖິງ ຢ່າງໃດກໍ່ຕາມການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຕໍ່ຄຳແນະ ນຳຂອງສູນກາງລົງສູ່ທ້ອງຖິ່ນນັ້ນ ກໍ່ຍັງມີບາງຂົງເຂດ ຍັງເຮັດບໍ່ທັນ ໄດ້ດີ ບວກໃສ່ກັບຄວາມອາດສາ ມາດທີ່ຍັງອ່ອນນ້ອຍຂອງພາກ ສ່ວນທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ, ຂາດການຮ່ວມມືຈາກພາກສ່ວນ ກ່ຽວຂ້ອງເຮັດໃຫ້ການປ້ອງກັນ ແລະ ຄວບຄຸມໄຟໄໝ້ລາມປ່າຍັງ ເປັນສິ່ງທ້າທາຍ. ແນວໃດກໍ່ດີ ເພື່ອເຮັດໃຫ້ການ ປ້ອງກັນ ແລະ ຄວບຄຸມໄຟໄໝ້ລາມ ປ່າປີນີ້ໃຫ້ໄດ້ດີຮຽກຮ້ອງໃຫ້ປະຊາ ຊົນທົ່ວປະເທດ ແລະ ສ່ວນຕ່າງໆມີ ສະຕິ, ໃຫ້ການຮ່ວມມື, ຮຽນຮູ້ວິທີ ປ້ອງກັນຢ່າງມີປະສິດທິພາບ. ການ ປ້ອງກັນໄຟໄໝ້ລາມປ່າ ກໍ່ສ່ຳກັບ ວ່າປ້ອງກັນຊັບສົມບັດອັນມີຄ່າ ຂອງຊາດກໍ່ຄືຂອງພວກເຮົາ ທັງ ເປັນການບັນລຸເປົ້າໝາຍການປົກ ຫຸ້ມປ່າໄມ້ ໃຫ້ໄດ້ 70%ຂອງເນື້ອທີ່ ທົ່ວປະເທດ ທີ່ຍັງເຫລືອເວລາອີກບໍ່ ຮອດ 2 ປີແລ້ວ.

RkJQdWJsaXNoZXIy MTc3MTYxMQ==