5823

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 01/03/2024 xtgmf]k; sq ;|h k 78r 8h voIa [ gvdva d7t]a f4tm6 f g[]ki5 f-u ກອງປະຊຸມອະນຸກຳມະການ... ລັດຖະບານໄທ... ລາວ ແລະ ຕີມໍ... ອະນຸກຳມະການສັງຄົມ... ຫວນຄືນວັນສ້າງຕັ້ງ... ເພີ່ມຄວາມພະຍາຍາມ... ມອບ-ຮັບອາຄານ... ຂປລ. ໃນວັນທີ 27 ກຸມພາ 2024ຜ່ານມາ,ທ່ານທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ອູລາດຊີເມຍ ບາຣາວິກູ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີປະຈໍາສປປລາວທີ່ມີສໍາ ນັກງານສະຖານທູດຕັ້ງຢູ່ນະຄອນ ຫລວງຮ່າໂນ້ຍ, ສສ ຫວຽດນາມ. ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ໄດ້ກ່າວສະແດງ ຄວາມຍິນດີຕໍ່ການເດີນທາງມາ ເຄື່ອນໄຫວວຽກງານຢູ່ລາວ ແລະ ຍາດໂອກາດມາພົບປະເຮັດວຽກຢູ່ ຄຕພ ເຊິ່ງເປັນຄັ້ງທໍາອິດຂອງ ການເດີນທາງມາຢ້ຽມຢາມລາວ ຂອງທ່ານທູດອັນເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມ ຂະຫຍາຍການພົວພັນຮ່ວມມືລະ ຫວ່າງ ສອງປະເທດ ທີ່ພວມຢູ່ໃນ ບັນຍາກາດແຫ່ງການກະກຽມສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ ຢູ່ນະຄອນຫລວງ ວຽງຈັນ. ພ້ອມກັນນີ້, ທ່ານທອງສະ ຫວັນ ພົມວິຫານ ກໍໄດ້ຍົກໃຫ້ທ່ານ ທູດເຫັນພາລະບົດບາດຂອງ ຄຕພ ກໍຄື ຂອງ ພັກ ປປ ລາວ ໃນການ ເຄື່ອນໄຫວວຽກງານການຕ່າງປະ ເທດດ້ານພັກ ແລະ ການທູດປະຊາ ຊົນ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ການຊ່ວຍເຫລືອອັນລໍ້າຄ່າ ຂອງລັດ ຖະບານ ແລະ ປະຊາຊົນ ເບລາຣຸດຊີ ໃນເມື່ອກ່ອນທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະດ້ານການສຶກສາ ເຊິ່ງ ໃນປັດຈຸບັນມີອະດີດນັກສຶກສາ ຫລາຍທ່ານ ທີ່ຈົບຈາກ ສ ເບລາຣຸດ ຊີ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າຢູ່ໃນ ຖັນ ແຖວ ພັກ, ລັດ ແລະ ທຸລະກິດໃນ ສປປ ລາວ. ທ່ານຫົວໜ້າ ຄຕພ ຍັງ ໄດ້ຕີລາຄາສູງຕໍ່ສາຍພົວພັນແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ລາວ-ເບລາຣຸດຊີ ທີ່ມີມາ ແຕ່ດົນນານ ແລະ ໄດ້ຮັບການສືບ ຕໍ່ ພັດທະນາໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງຂຶ້ນ ເປັນຕົ້ນດ້ານການເມືອງທີ່ມີ ບາດກ້າວຂະຫຍາຍຕົວດີ ແລະ ໄດ້ ປຶກສາຫາລື ເພື່ອຊອກຫາຊ່ອງ ທາງສົ່ງເສີມການຮ່ວມມືດ້ານເສດ ຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ ແລະ ດ້ານອື່ນໆລວມ ເຖິງການພົວພັນດ້ານພັກ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ ສອງຊາດ ກໍຄື ການທູດປະຊາຊົນ ເພື່ອເຮັດໃຫ້ສາຍພົວພັນ ແລະ ການ ຮ່ວມມື ລະຫວ່າງ ສອງປະເທດມີ ບາດກ້າວຂະຫຍາຍຕົວໃໝ່, ມີລັກ ສະນະກວ້າງຂວາງ, ເລິກເຊິ່ງ ແລະ ມີໝາກມີຜົນເພີ່ມຂຶ້ນ. ທ່ານ ອູລາດຊີເມຍ ບາຣາວິກູຊີ ໄດ້ສະແດງຄວາມຂອບໃຈທ່ານຫົວ ໜ້າ ຄຕພ ທີ່ໄດ້ໃຫ້ກຽດຕ້ອນຮັບ ໃນຄັ້ງນີ້, ອວຍພອນໃຫ້ການເປັນ ປະທານອາຊຽນຂອງ ສປປ ລາວ ໃນປິ 2024 ມີໝາກມີຜົນ ແລະ ປະສົບຜົນສໍາເລັດເປັນຢ່າງດີ. ພ້ອມ ທັງໄດ້ສະແດງຄວາມເຫັນດີເປັນ ເອກະພາບໃນການຊຸກຍູ້ການພົວ ພັນຮ່ວມມື ລາວ-ເບລາຣຸດຊີ ໃຫ້ມີ ບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ໂດຍ ສະເພາະ ເພີ່ມທະວີການຮ່ວມມືທາງ ດ້ານການຄ້າ ແລະ ການລົງທຶນນໍາ ກັນໃຫ້ຫລາຍຂຶ້ນ, ຊຸກຍູ້ໃຫ້ນັກທຸລະ ກິດຂອງສອງປະເທດ ໄດ້ມີການ ພົບປະກັນ, ຂະຫຍາຍການຮ່ວມມື ທາງດ້ານທະນາຄານ, ດ້ານການ ທ່ອງທ່ຽວ, ການແລກປ່ຽນຄະນະຜູ້ ແທນຊາວໜຸ່ມເຍົາວະຊົນ, ຊຸກຍູ້ໃຫ້ ມີການຕິດຕໍ່ພົວພັນໄປມາຫາສູ່ກັນ ລະຫວ່າງ ບຸກຄົນກັບບຸກຄົນແລະ ອົງການຈັດຕັ້ງທາງສັງຄົມ ກໍຄື ວຽກງານການພົວພັນດ້ານພັກແລະ ການທູດປະຊາຊົນ. ພ້ອມກັນນີ້, ທ່ານທູດ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນຂອງ ສປປ ລາວ ທີ່ມີຕໍ່ ສ ເບລາຣຸດຊີ ໃນ ເວທີພາກພື້ນ ແລະ ສາກົນ ກໍຄື ໃນ ຂອບຂອງ ສປຊ ພ້ອມທັງຂໍການ ສະໜັບສະໜູນຈາກ ສປປ ລາວໃນ ການເຄື່ອນໄຫວວຽກງານອາ ຊຽນ- ເບລາຣຸດຊີ. ໃນຕອນທ້າຍ, ທ່ານຫົວໜ້າ ຄຕພໄດ້ອວຍພອນໃຫ້ການກະກຽມ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ເບລາ ຣຸດຊີ ຄົບຮອບ 30 ປີ ຢູ່ນະຄອນ ຫລວງວຽງຈັນແລະການມາເຄື່ອນ ໄຫວວຽກງານຂອງທ່ານທູດ ເບລາ ຣຸດຊີ ໃນຄັ້ງນີ້ຈົ່ງປະສົບຜົນສໍາເລັດ ຢ່າງຈົບງາມ, ອວຍພອນໃຫ້ການ ພົວພັນຮ່ວມມືລະຫວ່າງສອງປະ ເທດ ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ຄຕພ ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ຕີມໍ-ແລັດ ສະເຕ ພ້ອມດ້ວຍຄະນະໄດ້ເດີນ ທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 27 ກຸມພາ ຫາ 2 ມີນາ 2024 ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບແລະ ການຮ່ວມມືອັນດີງາມລະ ຫວ່າງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ປະຊາທິປະໄຕ ຕີມໍ-ແລັດ ສະເຕ. ໃນວັນທີ 29 ກຸມພາ 2024 ນີ້, ຄະນະທາງການຂອງຕີມໍ-ແລັດສະ ເຕ ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມພິທີຕ້ອນຮັບຢ່າງ ເປັນທາງການ ເຊິ່ງໄດ້ຈັດຂຶ້ນຢ່າງ ສົມກຽດທີ່ຫໍສະພາແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງຈາກຝ່າຍລາວ. ຫລັງຈາກນັ້ນ ໄດ້ມີກອງປະຊຸມພົບ ປະສອງຝ່າຍຢ່າງເປັນທາງການ ເຊິ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ການ ມາຢ້ຽມຢາມລັດຖະກິດຂອງຄະນະ ຜູ້ແທນຂັ້ນສູງ ຕີມໍ-ແລັດສະເຕ ຄັ້ງ ນີ້ ແມ່ນການຢ້ຽມຢາມຄັ້ງທຳອິດ ໃນລະດັບປະມຸກລັດ ເຊິ່ງໄດ້ເປັນຂີດ ໝາຍປະຫວັດສາດອັນສຳຄັນອີກ ບາດກ້າວໜຶ່ງ ໃນການເພີ່ມທະວີຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫລອດ 20 ກວ່າປີທີ່ຜ່ານມາ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງ ຊາດລາວ ແລະ ຕີມໍ-ແລັດສະເຕ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກສາບັນຍາກາດການແລກ ປ່ຽນການຢ້ຽມຢາມ ລະຫວ່າງການ ນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ, ທັງ ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະ ທານ ອາຊຽນ 2024. ໂອກາດດັ່ງກ່າວ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຊົມເຊີຍຕໍ່ຕີມໍ-ແລັດສະ ເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນ ສະມາຊິກຂອງອົງການການຄ້າ ໂລກ (WTO) ປະເທດ ທີ166 ໃນ ວັນ ທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ສະຫະນະຄອນ ອາຣັບ ເອ ມິເຣດ (UAE) ແລະ ສະແດງຄວາມຫວັງ ວ່າ ຂະແໜງການກ່ຽວຂ້ອງຂອງ ສອງຝ່າຍ ສປປ ລາວ ແລະ ສປ ຕີມໍ- ແລັດສະເຕ ຈະໄດ້ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອສົ່ງເສີມການ ຮ່ວມມືດ້ານການຄ້າສອງຝ່າຍລະ ຫວ່າງ ສປປ ລາວ ແລະ ສປ ຕີມໍ- ແລັດສະເຕ ໃຫ້ມີບາດກ້າວຂະ ຫຍາຍຕົວຍິ່ງຂຶ້້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມຂອງສອງປະເທດໂດຍສະ ເພາະການຮ່ວມມືດ້ານການເມືອງ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດ ຢັ້ງ ແລະ ໄດ້ມີການແລກປ່ຽນການ ຢ້ຽມຢາມຂອງນໍາຂັ້ນສູງ ຂອງ ສອງປະເທດເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງ ຂອງສອງປະເທດ ໄປຄຽງຄູ່ກັບ ການພັດທະນາການຮ່ວມມືໃນຂະ ແໜງການຕ່າງໆທີ່ສອງຝ່າຍມີທ່າ ແຮງ, ເພື່ອສົ່ງເສີມການຮ່ວມມືດ້ານ ເສດຖະກິດ ກໍຄື ການຄ້າສອງຝ່າຍ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການແລະການທ່ອງທ່ຽວ. ສອງຝ່າຍຍັງໄດ້ເຫັນດີເປັນເອກະ ພາບໃນການສ້າງຕັ້ງຄະນະກໍາມະ ການຮ່ວມວ່າດ້ວຍການຮ່ວມມືສອງ ຝ່າຍ (JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ແລັດສະເຕ ເພື່ອ ເປັນກົນໄກໃນການສົ່ງເສີມການ ຮ່ວມມື ກໍຄື ການຕິດຕາມ ແລະ ຊຸກ ຍູ້ການຈັດຕັ້ງປະຕິບັດການຕົກລົງ ຂອງສອງລັດຖະບານ ລາວ ແລະ ຕີມໍ-ແລັດສະເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ແລັດສະເຕ ໃນ ການກະກຽມເຂົ້າເປັນສະມາຊິກສົມ ບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້ ເຊິ່ງທ່ານປະທານາ ທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະ ແດງຄວາມຂອບໃຈ ພ້ອມທັງໄດ້ຢືນ ຢັນຄືນທັດສະນະຂອງ ສປ ຕີມໍ- ແລັດສະເຕ ໃນການສືບຕໍ່ສະໜັບ ສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດ ຜົນຕາມຄາດໝາຍ, ລວມທັງໄດ້ຢືນ ຢັນຄືນການເຄົາລົບຄວາມເປັນ ເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centra lity)ຂອງອາຊຽນ,ລວມທັງ5ຂໍ້ຕົກ ລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງ ເຫັນດີຮ່ວມກັນໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດ ເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນ ໃຈຮ່ວມກັນຈໍານວນໜຶ່ງ, ລວມທັງ ໄດ້ເຫັນດີເປັນເອກະພາບໃນການ ຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ ຊຸກຍູ້ສົ່ງເສີມການຮ່ວມມື ເພື່ອການ ພັດທະນາຂອງຂອບການຮ່ວມມືອາ ຊຽນໃນຕໍ່ໜ້າ. ທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມ ຂອບໃຈມາຍັງທ່ານປະທານປະເທດ ທອງລຸນ ສີສຸລິດ ກໍຄື ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະ ຜ່ານມາໃນການພັດທະນາ ແລະ ສ້າງສາປະເທດຊາດ, ການເມືອງມີ ຄວາມສະຖຽນລະພາບ ແລະ ສັງ ຄົມ ມີຄວາມສະຫງົບ. ພາຍຫລັງການພົບປະສອງຝ່າຍ ດັ່ງກ່າວ, ທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານປະທາ ນາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີ ລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາວ່າດ້ວຍການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະສປຕີມໍ-ແລັດສະເຕ ເພື່ອປັບປຸງ ສັນຍາທີ່ໄດ້ຮັບການລົງນາມໃນປີ 2013 ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການ ຮ່ວມມື ແຫ່ງ ສປ ຕີມໍ-ແລັດສະເຕ ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການ ແລກປ່ຽນທີ່ດິນສໍາລັບສະຖານທູດ ຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ແລັດສະເຕ ໃນຕໍ່ໜ້າ ເຊິ່ງໄດ້ຮັບການລົງນາມໂດຍທ່ານ ຄໍາເຟື້້ອງ ພັນທະໄຊ ເອກະອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ແລັດສະເຕ ແລະ ທ່ານ ຟິໂລ ເມໂນ ອາເລໂຊດາ ຄຸດຊ໌ ເອກອັກ ຄະລັດຖະທູດ ແຫ່ງ ສປ ຕີມໍ-ແລັດ ສະເຕ ປະຈໍາ ສປປ ລາວ. ໃນໄລຍະການຢ້ຽມຢາມທາງ ລັດຖະກິດ ຢູ່ ສປປ ລາວ, ທ່ານປະ ທານປະເທດ ໂຈເຊ ຣາໂມສ ອໍຕ້າ ມີ ແຜນການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຢ້ຽມຢາມມະຫາວິທະ ຍາໄລແຫ່ງຊາດລາວ ເພື່ອຂຶ້ນປາ ຖະກະຖາ ກ່ຽວກັບທິດທາງໃນການ ສົ່ງເສີມການພົວພັນ ແລະ ການ ຮ່ວມມື ລະຫວ່າງ ສປ ຕີມໍ-ແລັດສະ ເຕ ແລະ ສປປ ລາວ ໃນຕໍ່ໜ້າ ໃຫ້ ແກ່ນັກສຶກສາ ແລະ ພາກທຸລະກິດ ຂອງລາວ, ຢ້ຽມຢາມເຂດພັດທະ ນາໄຊເສດຖາກວມລວມ, ດ່ານສາ ກົນສິນຄ້າທ່າບົກທ່ານາແລ້ງ, ສະ ຖານທີ່ທາງວັດທະນະທໍາ ແລະ ທ່ອງທ່ຽວຂອງລາວຈໍານວນໜຶ່ງ. ພາບ: ເກດສະໜາ+ອ່າຍຄຳ ແຫ່ງ ລາຊະອານາຈັກໄທ ປະຈໍາ ສປປ ລາວ ຕາງໜ້າລັດຖະບານໄທ ມອບການສະໜັບສະໜູນດັ່ງກ່າວ. ການສະໜັບສະໜູນໃນຄັ້ງນີ້, ແມ່ນຈະນໍາໃຊ້ເຂົ້າໃນການປະກອບ ສ່ວນປັບປຸງສ້ອມແປງຕຶກກຽດຕິ ຍົດຂອງສະໜາມບິນສາກົນວັດໄຕ ເພື່ອຈັດຊື້ເຄື່ອງມືອຸປະກອນອໍາ ນວຍຄວາມສະດວກຕ່າງໆ, ເຄື່ອງ ໃຊ້ຫ້ອງການ ແລະ ອຸປະກອນຕົບ ແຕ່ງພາຍໃນຕຶກອາຄານລວມມູນ ຄ່າ 5 ລ້ານບາດ ຫລື ປະມານ 3,2 ຕື້ກວ່າກີບ. ມີຫລາຍສະຖານທີ່ ທີ່ມີທ່າແຮງບົ່ມ ຊ້ອນໃນການພັດທະນາເປັນແຫລ່ງ ທ່ອງທ່ຽວ ໃຫ້ມີຄວາມສະດວກ ສະບາຍຍິ່ງຂຶ້ນ. ພ້ອມນີ້, ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂັວນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈວັດທະນະທໍາ, ທໍາ ມະຊາດ ແລະ ປະຫວັດສາດ” ເຊິ່ງ ກິດຈະກໍາການທ່ອງທ່ຽວມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດ ຈະກໍາແມ່ນລະດັບທ້ອງຖິ່ນ. ໃນປີ 2023 ມີນັກທ່ອງທ່ຽວ ເຂົ້າມາ ທ່ຽວລາວ 3,4 ລ້ານເທື່ອ ຄົນ, ເພີ່ມຂຶ້ນ 164% ຖ້າທຽບໃສ່ປີ 2022. ໃນນີ້, ນັກທ່ອງທ່ຽວຫວຽດ ນາມ ມີ 837.600 ກວ່າຄົນ ແລະ ກໍາປູເຈຍ ມີ 19.900 ກວ່າຄົນ. ສະ ນັ້ນ ການຮ່ວມມືເຂດສາມຫລ່ຽມ ພັດທະນາ ຈຶ່ງມີບົດບາດສໍາຄັນໃນ ການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງ, ເຊື່ອມຈອດລະ ຫວ່າງອະນຸພາກພື້ນກໍາປູເຈຍລາວຫວຽດນາມ ທີ່ຖືກຮັບຮອງ ໂດຍ ຜູ້ນໍາ 3 ປະເທດ ຄື: ແຜນແມ່ບົດ ພັດທະນາເສດຖະກິດສັງຄົມ ຮອດປີ 2020 ແລະ ແຜນທົບທວນຄື ຮອດ ປີ 2030, ແຜນປະຕິບັດງານການ ຈັດຕັ້ງປະຕິບັດແຜນເຊື່ອມຈອດ ເສດຖະກິດ ແລະ ວິໄສທັດຮອດປີ 2030, ແຜນປະຕິບັດງານແຜນພັດ ທະນາການທ່ອງທ່ຽວເຂດສາມ ຫລ່ຽມພັດທະນາກໍາປູເຈຍ-ລາວຫວຽດນາມ 2020-2025 ແລະ ວິໄສທັດ 2030. ພາບ: ຂັນໄຊ ເພື່ອຍົກສູງປະສິດທິຜົນ ແລະ ຄຸນນະ ພາບການປິ່ນປົວສຸຂະພາບໃນບ້ານ. ໂຄງການກໍ່ສ້າງອາຄານສຸກສາ ລາ ບ້ານວຽງໄຊ ເມືອງພູວົງ ເລີ່ມກໍ່ ສ້າງມາແຕ່ວັນທີ 30 ພະຈິກ 2022 (ສຳເລັດພາຍໃນ 9 ເດືອນ) ມູນຄ່າ 50.000 ໂດລາສະຫະລັດ ໂດຍໄດ້ ຮັບການສະໜັບສະໜູນຈາກລັດ ຖະບານອິນເດຍ ພາຍໃຕ້ໂຄງການ ເຫັນຜົນໄວຂອບການຮ່ວມມືແມ່ນໍ້າ ຂອງແມ່ນ້ຳຄົງຄາ ເຊິ່ງໄດ້ມີການພັດ ທະນາໃຫ້ຊຸມຊົນໃນລະດັບພື້ນຖານ ໃນຂົງເຂດການສຶກສາ, ສາທາລະ ນະສຸກ, ນໍ້າດື່ມສະອາດ, ກະສິກຳ, ໄອທີ ແລະ ອື່ນໆ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດອິນເດຍ ໄດ້ກ່າວວ່າ: ສຸກສາ ລາແຫ່ງນີ້, ມີຕຽງຄົນເຈັບ 5 ໜ່ວຍ ແລະ ອຸປະກອນບໍລິການຕ່າງໆ ເພື່ອແນໃສ່ປັບປຸງຄຸນນະພາບການ ບໍລິການດ້ານສາທາລະນະສຸກ. ໂຄງ ການເຫັນຜົນໄວ ແມ່ນໂຄງການທີ່ມີ ໄລຍະເວລາສັ້ນທີ່ໃຫ້ຜົນປະໂຫຍດ ໂດຍກົງກັບຊຸມຊົນທ້ອງຖິ່ນ, ຜົນໄດ້ ຮັບທັນທີທັນໃດ ແລະ ເຫັນໄດ້ຊັດ ເຈນ ເຊິ່ງປະກອບສ່ວນຢ່າງຫລວງ ຫລາຍຕໍ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ການປັບປຸງສາທາ ລະນະ. ແຂວງພາກໃຕ້: ຈໍາປາສັກ, ສາລະ ວັນ, ອັດຕະປື ແລະ ແຂວງເຊກອງ ໄດ້ນໍາພາຄະນະເຂົ້າຮ່ວມກອງປະ ຊຸມອະນຸກໍາມະການເສດຖະກິດ ເຂດສາມຫລ່ຽມພັດທະນາກຳປູ ເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ແຂວງອັດຕະປື. ກອງປະຊຸມ ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດຜົນຂອງກອງປະຊຸມອະນຸກໍາ ມະການເສດຖະກິດ ຄັ້ງທີ 11 ທີ່ ຜ່ານມາ ໂດຍສະເພາະບັນດາຜົນ ເລັດການຈັດຕັ້ງປະຕິບັດງານບັນ ດາແຜນວຽກ, ແຜນງານທີ່ຕິດພັນ ກັບແຜນແມ່ບົດວ່າດ້ວຍການພັດ ທະນາເສດຖະກິດ-ສັງຄົມເຂດສາມ ຫລ່ຽມພັດທະນາ ກໍາປູເຈຍ-ລາວຫວຽດນາມ ຮອດປີ 2020 ແລະ ຮ່າງແຜນແມ່ບົດພັດທະນາເສດຖະ ກິດ-ສັງຄົມ ໃນເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດ ນາມ ສະບັບໃໜ່ ຮອດປີ 2030, ແຜນປະຕິບັດງານວ່າດ້ວຍການ ເຊື່ອມຈອດດ້ານເສດຖະກິດຮອດ ປີ2030, ແຜນພັດທະນາການທ່ອງ ທ່ຽວ ໃນເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ, ສັນຍາວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການ ຄ້າ ຢູ່ໃນເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ແຜນອຸດສະຫະກໍາຢ່າງພາ ລາໃນເຂດສາມຫລ່ຽມພັດທະນາ ດັ່ງກ່າວ; ກອງປະຊຸມຍັງໄດ້ປຶກສາ ຫາລືວາງແຜນທິດທາງການຮ່ວມ ມືໃນຕໍ່ໜ້າ ອັນພົ້ນເດັ່ນ, ກອງປະຊຸມ ໄດ້ເປັນເອກະພາບໃນການປ່ຽນຊື່ ຈາກແຜນແມ່ບົດ ຮອດປີ 2030 ມາເປັນວິໄສທັດ ຮອດປີ 2030 ໂດຍແນໃສ່ສະພາບການປ່ຽນແປງ ໃນແຕ່ລະໄລຍະ ເພື່ອໃຫ້ແຜນດັ່ງ ກ່າວສອດຄ່ອງກັບສະພາບການໃນ ປັດຈຸບັນ. ພ້ອມກັນນີ້, ກອງປະຊຸມໄດ້ຮັບ ຮອງ ແລະ ລົງນາມບົດບັນທຶກກອງ ປະຊຸມອະນຸກໍາມະການເສດຖະກິດ ເຂດສາມຫລ່ຽມພັດທະນາ ກຳປູ ເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ເພື່ອລາຍງານຕໍ່ເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາກຳປູ ເຈຍ-ລາວ-ຫວຽດນາມ ທີ່ຈັດຂຶ້ນ ໃນວັນທີ 29 ກຸມພາ 2024 ນີ້. ພາບ: ຂັນໄຊ ຊິກກຳມະບານ ທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ. ໃນພິທີ ສະຫາຍ ເກີລໍ່ ຢ່າງກໍ່ ກຳມະການຄະນະພັກ ຄຕພ, ກຳມະ ການຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ປະ ທານສະຫະພັນກຳມະບານ ຄຕພ ໄດ້ຍົກໃຫ້ເຫັນການກຳເນີດການ ເຕີບໃຫຍ່ຂະຫຍາຍຕົວ ແລະ ມູນ ເຊື້ອປະຕິວັດ, ຜົນງານປະກອບ ສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ປຸກລະດົມ ແລະ ສ້າງຈິດສໍານຶກສະມາຊິກກຳ ມະບານມີຄວາມບຸກບືນ, ປະກອບ ສ່ວນເຂົ້າໃນການເຄື່ອນໄຫວວຽກ ງານກໍາມະບານ ແລະ ເປັນເຈົ້າປະ ຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນ ກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນຂະບວນການ ກວ້າງຂວາງແລະຟົດຟື້ນກວ່າເກົ່າ. ພ້ອມກັນນັ້ນ, ສະຫາຍຍັງໄດ້ ຍົກໃຫ້ເຫັນເຖິງພາລະບົດບາດ ຂອງສະຫະພັນກຳມະບານລາວໃນ ໄລຍະໃໝ່ຕໍ່ການປະກອບສ່ວນ ເຂົ້າໃນການປຸກລະດົມຂົນຂວາຍ, ສຶກສາອົບຮົມສະມາຊິກກໍາມະ ບານ, ກໍາມະກອນແລະຊາວຜູ້ອອກ ແຮງງານລາວ ໃຫ້ເປັນເຈົ້າການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງ ຄົມນິຍົມຕາມແນວທາງນະໂຍບາຍ ຂອງພັກ. ໃນວັນດຽວກັນ ກໍໄດ້ມີ ການຖາມ-ຕອບ ຄວາມຮູ້ກຽ່ວກັບ ປະທານ ຄໍາໄຕ ສີພັນດອນ ໃນໂອ ກາດສະເຫລີມສະຫລອງວັນເກີດ ຂອງເພິ່ນ ຄົບຮອບ 100 ປີ. ຫລ່ຽມພັດທະນາກຳປູເຈຍ-ລາວຫວຽດນາມ ຂອງ ສປປ ລາວ ໂດຍມີຄະນະຜູ້ແທນຈາກບັນດາປະ ເທດສະມາຊິກ CLV ແລະ ຂະແໜງ ການກ່ຽວຂ້ອງ ຈາກບັນດາກະຊວງ ແລະ ພະແນກທີ່ກ່ຽວຂ້ອງ ຂອງ 3 ປະເທດ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານ ກ່ຽວກັບຜົນກອງປະຊຸມຄະນະ ອະນຸກໍາມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ ວ່າດ້ວຍການພັດທະນາ ຄັ້ງທີ 12 ເຊິ່ງທັງສາມປະເທດໄດ້ລາຍງານ ຄວາມຄືບໜ້າ ຂອງການຈັດຕັ້ງປະ ຕິບັດຜົນຂອງກອງປະຊຸມຄະນະ ອະນຸກຳມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດວ່າ ດ້ວຍການພັດທະນາຄັ້ງທີ 11, ກອງ ປະຊຸມຄະນະກໍາມະການປະສານ ງານຮ່ວມເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ (JCCCLV)ຄັ້ງທີ12ແລະ ກອງ ປະຊຸມສຸດຍອດເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດ ນາມ(CLV DTA) ລວມທັງບັນ ດາສິ່ງທ້າທາຍ ແລະ ທິດທາງການ ຮ່ວມມືໃນຕໍ່ໜ້າ ໃນຂົງເຂດການ ຮ່ວມມືດັ່ງກ່າວ. ກອງປະຊຸມເຫັນໄດ້ຄວາມຈໍາ ເປັນໃນການເພີ່ມທະວີຄວາມພະ ຍາຍາມ ເພື່ອຮັບປະກັນຄວາມສະ ຫງົບ ແລະ ແກ້ໄຂປາກົດການຫຍໍ້ທໍ້ ຕ່າງໆຕາມບໍລິເວນຊາຍແດນ, ທິດ ທາງໃນການຮ່ວມມື ເພື່ອອໍານວຍ ສະດວກໃນການເຂົ້າ-ອອກ ຂອງ ພາຫານະ ແລະ ຄົນຂ້າມແດນ. ກອງ ປະຊຸມໄດ້ຕີລາຄາສູງຕໍ່ການເພີ່ມ ທະວີສາຍພົວພັນມິດຕະພາບ, ການ ຮ່ວມມືອັນໃກ້ຊິດ ແລະ ການເປັນຄູ່ ຮ່ວມມື ຂອງສາມປະເທດຜ່ານກົນ ໄກ ການຮ່ວມມືສອງຝ່າຍ ແລະ ສາມຝ່າຍ. ພ້ອມກັນນີ້, ຍັງເຫັນດີ ເຫັນພ້ອມທີ່ຈະຮ່ວມກັນຂົນຂວາຍ ແຫລ່ງທຶນຈາກບັນດາຄູ່ຮ່ວມພັດທະ ນາ ເພື່ອຈັດຕັ້ງປະຕິບັດໂຄງການ ຮ່ວມມືຢູເຂດສາມລ່ຽມພັດທະນາ. ກອງປະຊຸມຍັງໄດ້ສະແດງຄວາມ ຍິນດີຕໍ່ແຜນການຈັດຕັ້ງປະຕິບັດກົນ ໄກການຮ່ວມມືຂອງສາມປະເທດ ເພື່ອເພີ່ມທະວີສາຍພົວພັນມິດຕະ ພາບແລະການຮ່ວມມືຂອງສາມປະ ເທດໃນອະນາຄົດ ເປັນຕົ້ນ ກອງ ປະຊຸມສຸດຍອດ CLV, ກອງປະຊຸມ ສຸດຍອດສະພາ CLV ແລະ ກອງປະ ຊຸມອະນຸກໍາມະການຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດທີ່ ຈະຈັດຂຶ້ນຢູ່ ສສ ຫວຽດນາມ ໃນ ຄັ້ງຕໍ່ໄປ. ຂ່າວ: ກຕທ

RkJQdWJsaXNoZXIy MTc3MTYxMQ==