xtgmf]k; 6 26/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ພາບ-ຂ່າວ: ພັນທະມິດ ວົງສຸທິ ໂດຍ: ມາລີດາ ly j 'mu j [+ 7;ogIa fs]a 'dy ovkskovu j , gxu f[5 oot,a fltdkortmkf3zj o 8y fra oda [dkogxu fxu mj v'mj P;]k; 2024 3mf0v'dkogxa o oa dln [lvfco, ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝ ແຕ່ 30.000.000 ກີບ ຫາ 400.000.000 ກີບ ຫລື ປະຫານ ຊີວິດ. ບຸກຄົນໃດຫາກໄດ້ເຄື່ອນໄຫວ ເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດຳ ເນີນງານ ຫລື ເອກະສານທາງຄອມ ພິວເຕີຫລືເອກະສານກ່ຽວກັບຄວາມ ລັບຂອງລັດ ຫລື ຄວາມລັບທາງລັດ ຖະການສົ່ງໃຫ້ພວກທໍລະຍົດ ຫລື ກະບົດຕໍ່ຊາດ ເພື່ອມ້າງເພສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະ ຖືກປັບໃໝແຕ່5.000.000ກີບຫາ 200.000.000 ກີບ, ອາດຈະຖືກ ຮິບຊັບ ແລະ ອາດຈະຖືກຈຳກັດທີ່ຢູ່. ພົນລະເມືອງລາວຜູ້ໃດ ທີ່ເຄື່ອນໄຫວ ເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດຳ ເນີນງານ ຫລື ເອກະສານທາງຄອມ ພິວເຕີຫລືເອກະສານກ່ຽວກັບຄວາມ ລັບຂອງລັດ ຫລື ຄວາມລັບທາງລັດ ຖະການສົ່ງໃຫ້ຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ເພື່ອໃຊ້ ເປັນຂໍ້ມູນກໍ່ຄວາມເສຍຫາຍ ຫລື ມ້າງເພ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຈະຖືວ່າໄດ້ ກະທຳຜິດໃນສະຖານທໍລະຍົດຕໍ່ ຊາດແລະ ຈະຖືກລົງໂທດຕາມມາດ ຕາ 110 ຂອງປະມວນກົດໝາຍ ສະ ບັບນີ້. * ຄົນຕ່າງປະເທດ, ຄົນຕ່າງດ້າວ ຫລື ຄົນບໍ່ມີສັນຊາດຜູ້ໃດຫາກໄດ້ ເຄື່ອນໄຫວເກັບກຳຂ່າວ, ຂໍ້ມູນ, ວັດ ຖຸ,ການດຳເນີນງານຫລືເອກະສານ ທາງຄອມພິວເຕີ ຫລື ເອກະສານ ກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການ ເພື່ອກໍ່ ຄວາມເສຍຫາຍ ຫລື ມ້າງເພ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວຈະຖືກລົງໂທດຕັດອິດສະ ລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບຫາ 300.000.000 ກີບ, ອາດ ຈະຖືກຮິບຊັບ, ຖືກຈຳກັດທີ່ຢູ່ ຫລື ຖືກເນລະເທດ ຫລື ຕັດອິດສະລະ * ດັ່ງທີ່ຫລາຍຄົນຮັບຮູ້, ບາງຄັ້ງ ເມື່ອຄົນເຮົາກິນອາຫານອີ່ມ ແລ້ວ ຮູ້ສຶກຢາກນອນ ເຊິ່ງອາການແບບ ນີ້ ໂດຍສະເພາະໃນເວລາຕອນ ສວາຍມັກເປັນ ຖ້າເປັນຢູ່ບ້ານເຮົາ ອາດຈະໄປນອນຫລິ້ນໂທລະສັບ ພັກຜ່ອນຫລັບເທິງຕຽງ ແຕ່ວ່າເຮົາ ບໍ່ຄວນນອນເດັດຂາດຫລັງກິນອາ ຫານ ແລະ ຍັງມີອີກຫາຍຢ່າງທີ່ ເຮົາບໍ່ຄວນເຮັດ. 1. ນອນ ນອກຈາກຄົນທີ່ມີອາການກົດ ໄຫລຍ້ອນແລ້ວ ຈະສ່ຽງເກີດອາ ການອາຫານໄຫລອອກທາງປາກ ການກົ້ມໂຕລົງນອນທັນທີທີ່ກິນອາ ຫານອີ່ມໆ ຈະເຮັດໃຫ້ເກີດລົມ ຫລື ແກັດໃນກະເພາະອາຫານ ແລະ ລໍາໄສ້ ຈົນເຮັດໃຫ້ລະບົບຍ່ອຍອາ ຫານເຮັດວຽກໄດ້ບໍສະດວກອີກ ດ້ວຍ ເຊິ່ງຫາກມີິບັນຫາຕໍ່ໄປເລື້ອຍໆ ອາດຈະສ່ຽງເປັນກົົດໄຫລຍ້ອນເປັນ ປະຈຳ. 2. ອອກກຳລັງກາຍ ອາການທຳອິດເມື່ອເຈົ້າອອກ ກຳລັງກາຍຫລັງກິນອາຫານທັນ ທີ່ ແມ່ນຈະເກີດອາການຈຸກທ້ອງ ນອກຈາກນັ້ນຍັງເຮັດໃຫ້ອາຫານບໍ່ ຍ່ອຍ ແລະ ລໍາໄສ້ດູດຊຶມສານອາ ຫານທີ່ດີໄດ້ບໍ່ພຽງພໍ. 3. ກິນໝາກໄມ້ ຫລາຍຄົນອາດບໍ່ຮູ້ວ່າ ການກິນ ໝາກໄມ້ຫລັງອາຫານທັນທີ່ ສົ່ງ ຜົນເສຍຕໍ່ຮ່າງກາຍຢ່າງບໍ່ນຶກເຖິງ ເພາະນໍ້າຍ່ອຍໃນໝາກໄມ້ ຈະໄປ ຍ່ອຍອາຫານຈົນສະພາບນໍ້າຍ່ອຍ ເປັນກົດ ແລະ ເຮັດໃຫ້ໝາກໄມ້ຖືກ ຍ່ອຍ ແລະ ດູດຊຶມເຂົ້າລໍາໄສ້ໄດ້ຊ້າ ເຊິ່ງຫາກຍ່ອຍບໍ່ໝົດຈະເຮັດໃຫ້ເກີດ ການບູດເກີດແກັດໃນກະເພາະອາ ຫານຈົນເກີດອາການທ້ອງອືດແໜ້ນ ທ້ອງ. ດັ່ງນັ້ນ, ຫາກຢາກກິນໝາກ ໄມ້ ຄວນລໍຖ້າຫລັງມື້ອາຫານຢ່າງ ໜ້ອຍ 1-2 ຊົ່ງໂມງ. 4. ອາບນໍ້າ ບໍ່ເຊື່ອກໍຕ້ອງເຊື່ອ ຫລັງກິນເຂົ້າ ບໍ່ຄວນອາບນໍ້າທັນທີ ເພາະການ ອາບນໍ້າອາດເຮັດໃຫ້ເກີດອາການ ຈຸກແໜ້ນທ້ອງ, ທ້ອງອືດ ລະບົບ ຍ່ອຍອາຫານເຮັດວຽກໄດ້ບໍ່ດີຄື ເກົ່າດູດຊຶມສານອາຫານດີໆໄປໃຊ້ ໄດ້ໜ້ອຍ ລົງອີກດ້ວຍ. ທາງທີ່ດີທີ່ສຸດຫລັງກິນອາຫານ ແມ່ນນັ່ງຢູ່ຊື່ໆ ຫລື ຍ່າງຊ້າໆ ເພື່ອ ຊ່ວຍໃຫ້ກະເພາະອາຫານເຮັດການ ຍ່ອຍອາຫານໄດ້ງ່າຍແລະ ສະດວກ ຂຶ້ນ ບໍ່ຄວນເຮັດກິດຈະກຳໜັກໆ ແຕ່ກໍບໍ່ຄວນນອນທັນທີ່ເຊັ່ນດຽວ ກັນ. ພາບປະກອບ ພາບປະກອບ ພາບປະກອບ * ແຫລ່ງຂາວຈາກ ແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ເມືອງໄຊ ພູທອງ ຈັດພິທີເປີດບຸນນະມັດສະ ການພະທາດໂຜ່ນ ຕິດພັນກັບການ ເປີດປີທ່ອງທ່ຽວລາວ 2024 ຈັດ ຂຶ້ນໃນວັນທີ21ກຸມພາ 2024 ໂດຍ ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ, ມີບັນດາ ການນໍາຂອງແຂວງ, ພະແນກການ ອ້ອມຂ້າງແຂວງ, ເມືອງອ້ອມຂ້າງ ຕະຫລອດຮອດມວນຊົນທີ່ມາທ່ຽວ ຊົມເຂົ້າຮ່ວມ ເປັນຈໍານວນຫລວງ ຫລາຍ. ທ່ານ ພົມມາ ສົງວິໄລ ຮອງ ເຈົ້າເມືອງໄຊພູທອງ, ຮອງປະທານ ຈັດງານໄດ້ໃຫ້ຮູ້ວ່າ: ພິທີເປີດບຸນ ນະມັດສະການພະທາດໂຜ່ນ ຕິດ ພັນກັບກັບການເປີດປີທ່ອງທ່ຽວ ລາວ 2024 ໃນຄັ້ງນີ້, ເມືອງໄຊພູ ທອງ ໄດ້ຈັດໃຫ້ມີກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາສົ່ງເສີມກິລາ-ສິນ ລະປະ-ວັນນະຄະດີ, ປະກວດນັກ ຮ້ອງສຽງດີ-ໝໍລໍາສຽງໃສ ຈາກ ບັນດາເມືອງອ້ອມຂ້າງ, ພິເສດໃນ ງານຄັ້ງນີ້, ຍັງຈັດໃຫ້ມີການປະ ກວດນາງສາວນໍ້າຕານຫວານ ຫອມ ຈາກ 8 ກຸ່ມບ້ານຂອງເມືອງ ໄຊພູທອງ. ນອກນັ້ນ, ຍັງໄດ້ນໍາ ເອົາຜະລິດຕະພັນ ແລະ ສິນຄ້າໂອ ດັອບຈາກກຸ່ມການຜະລິດພາຍໃນ ເມືອງ ແລະ ເມືອງອ້ອມຂ້າງແຂວງ ຈໍານວນ 20 ກຸ່ມ, ມີຮ້ານວາງສະ ແດງສິນຄ້າຈາກພາກສ່ວນທຸລະ ກິດ, ຜູ້ປະກອບການເຂົ້າຮ່ວມທັງ ໝົດ 230 ຫົວໜ່ວຍ. ທັງນີ້, ກໍ ເພື່ອ ເປັນການສົ່ງເສີມ, ສ້າງໂອກາດ ໃຫ້ພໍ່ແມ່ປະຊາຊົນໄດ້ມາແລກປ່ຽນ ຊື້-ຂາຍ ສິນຄ້າຜະລິດຕະພັນດ້ານ ກະສິກໍາ, ຫັດຖະກໍາ, ສິນຄ້າໂອດັອບ ແລະ ບໍລິການອື່ນໆ. ໂອກາດນີ້,ທ່ານນາງດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ກໍໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງ ວຽກງານການທ່ອງທ່ຽວ ທີ່ມີຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ກໍຄື ແຂວງສະຫວັນ ນະເຂດ ໂດຍສະເພາະເມືອງໄຊພູ ທອງ, ການເປີດປີທ່ອງທ່ຽວລາວ ຂອງເມືອງໄຊພູທອງ ໃນຄັ້ງນີ້ຖື ເປັນກິດຈະກໍາໜຶ່ງທີ່ສະແດງ ໃຫ້ ເຫັນເຖິງມູນເຊື້ອອັນດຸໝັ່ນຂະຫຍັ່ນ ພຽນຂອງປະຊາຊົນພາຍໃນເມືອງ ໄຊພູທອງ, ບຸນນະມັດສະການພະ ທາດໂຜ່ນຄັ້ງນີ້ ເຫັນວ່າມີຄວາມ ຄຶກຄື້ນກວ່າປີທີ່ຜ່ານມາ ແລະ ເປັນ ງານທີ່ມີຄວາມສຳຄັນຫລາຍ ທາງ ດ້ານຈິດໃຈຂອງປວງຊົນ ເມືອງ ຢ້ຽມຊົມຫ້ອງວາງສະແດງສິນຄ້າ ຜະລິດຕະພັນສິນຄ້າໂອດັອບຂອງ ກຸ່ມຜະລິດກະສິກໍາ ພາຍໃນເມືອງ ແລະ ເມືອງອ້ອມຂ້າງ ຕື່ມອີກ. ໄຊພູທອງ. ພິທີເປີດງານຄັ້ງນີ້, ທ່ານເຈົ້າ ແຂວງສະຫວັນນະເຂດ ພ້ອມຄະ ນະນຳຂອງແຂວງ ແລະ ຂັ້ນເມືອງ, ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ເພື່ອ ເປັນສັນຍະລັກ ກໍຄື ເປັນສີລິມຸງຄຸນ ໃຫ້ແກ່ການເປີດ ບຸນນະມັດສະການ ພະທາດໂຜ່ນ ຕິດພັນກັບການເປີດ ປີທ່ອງທ່ຽວລາວ 2024 ຂອງ ເມືອງໄຊພູທອງ ຢ່າງເປັນທາງ ການ. ຈາກນັ້ນ, ກໍໄດ້ຮ່ວມແຫ່ຜາ ສາດເຜິ້ງ ແລະ ຂັນໝາກເບັງໃຫຍ່ ເຂົ້າສູ່ວັດພະທາດໂຜ່ນ ແຫ່ອ້ອມກົມ ມະລຽນພະທາດ 3 ຮອບ ແລະ ຄາ ລະວະຖວາຍຜາສາດເຜິ້ງ ແລະ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==