5819

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 26/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp vy ogfp lt|v'mb o.sh 76 /b d]k; 4 mj ko rkp.8h dkoIj ;,,n c,j oE0v'{7q '7k ra d xx ]k; g0Q kIj ;,g;mu xb dlksk]n grnj vgl]u rk[0v'[a ofk-kf16j ia fg-p ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານອິນເດຍ ໄດ້ສະໜອງທຶນຝຶກອົບ ຮົມກ່ຽວກັບຄູຝຶກໃຫ້ພະນັກງານລັດຖະກອນ ຈາກສະຖາບັນຝຶກອົບ ຮົມວິຊາຊີບ ແລະ ໜ່ວຍງານພັດທະ ນາສີມືແຮງງານຂອງ ສປປ ລາວ ຈຳນວນ 4 ທ່ານ ທີ່ສະຖາບັນຝຶກອົບ ຮົມສີມືແຮງງານແຫ່ງຊາດປະເທດ ອິນເດຍ, ພາຍໃຕ້ແຜນການດຳເນີນ ງານການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳຄົງຄາ. ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ກ່ຽວກັບຊ່າງໄຟຟ້າ ໂດຍນຳໃຊ້ລະບົບໄຮໂດຣລິກ ເຊິ່ງ ເປັນລະບົບທີ່ໃຊ້ພະລັງງານໄຟຟ້າ ຈາກນ້ຳເປັນແຮງຂັບເຄື່ອນ, ລະ ບົບໄຟຟ້ານິວເມຕິກ ໂດຍນໍາໃຊ້ພະ ລັງງານຈາກອາຍແກສ, ລະບົບ ການຄວບຄຸມເຄື່ອງຈັກແບບອັດຕະ ໂນມັດ ທີ່ເຮັດວຽກໂດຍຜ່ານການ ຄວບຄຸມຂອງຄອມພິວເຕີ. ໃນປີ 2023 ຜ່ານມາ, ມີພະນັກງານຈາກ ສປປ ລາວ ຈຳນວນ 18 ທ່ານ ໄດ້ ເຂົ້າຮ່ວມໂຄງການຝຶກອົບຮົມຕ່າງໆ ທີ່ປະເທດອິນເດຍ ພາຍໃຕ້ຂອບ ການຮ່ວມມືແມ່ນໍ້າຂອງ-ຄົງຄາ ເປັນ ຕົ້ນໂຄງການຝຶກອົບຮົມ “ການປົກ ປັກຮັກສາອະນຸສອນສະຖານປະ ຫວັດສາດ, ວັດທະນະທຳແລະ ແລກ ປ່ຽນຄະນະຜູ້ແທນ”, ການຝຶກອົບ ຮົມລະດັບຜູ້ຈັດການ(ການຝຶກອົບ ຮົມຄູຝຶກ) ກ່ຽວກັບການລົບລ້າງ ພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ທີ່ມີອັດ ຕາສ່ວນສູງ, ໂຄງການຝຶກອົບຮົມ ກ່ຽວກັບການກະກຽມການສຶກສາ ຄວາມເປັນໄປໄດ້ ແລະ ບົດລາຍ ງານໂຄງການລະອຽດ ສໍາລັບໂຄງ ການທາງດ່ວນ, ຝຶກອົບຮົມການ ແລກປ່ຽນປະສົບການແລະການປະ ຕິບັດທີ່ດີທີ່ສຸດ ໃນການປູກຝັງໃນ ຊຸມຊົນ ແລະ ການຄຸ້ມຄອງຊັບພະຍາ ກອນນໍ້າ, ການອົບຮົມກ່ຽວກັບການ ປະມົງແບບຍືນຍົງ ແລະ ນ້ຳນົມ. ການຮ່ວມມືແມ່ນ້ຳຂອງ-ຄົງຄາ ແມ່ນຂໍ້ລິເລີ່ມໂດຍ 6 ປະເທດ-ອິນ ເດຍ ແລະ 5 ປະເທດອາຊຽນ ຄື: ກຳ ປູເຈຍ, ສປປ ລາວ, ມຽນມາ, ໄທ, ແລະ ຫວຽດນາມ ແມ່ນໜຶ່ງ ໃນກົນໄກເກົ່າແກ່ທີ່ສຸດ ຂອງພາກ ພື້ນແມ່ນ້ຳຂອງຕອນລຸ່ມ, ຊີ້ນຳ ໂດຍນະໂຍບາຍຕາເວັນອອກຂອງ ອິນເດຍ ເຊິ່ງໃນກອງປະຊຸມລັດຖະ ມົນຕີການຕ່າງປະເທດແມ່ນ້ຳຂອງ ຄັ້ງທີ12ທີ່ຈັດຂຶ້ນໃນ ເດືອນກໍລະກົດ 2023, ບັນດາການນຳໄດ້ຢືນຢັນ ຄືນໃໝ່ກັບຄຳໝັ້ນສັນຍາຂອງການ ຮ່ວມມືແມ່ນ້ຳຂອງ-ຄົງຄາໃນການ ລົງເລິກການຮ່ວມມືລະຫວ່າງ 6 ປະເທດ ໃນ 10 ຂົງເຂດ ຄື: ການ ທ່ອງທ່ຽວ, ວັດທະນະທຳ, ການສຶກ ສາ, ສາທາລະນະສຸກ ແລະ ຢາພື້ນ ເມືອງ, ກະສິກຳ ແລະ ຂະແໜງການ ພັນທະມິດ, ການຂົນສົ່ງ ແລະ ການ ສື່ສານ, ວິສາຫະກິດຈຸລະພາກ, ຂະ ໜາດນ້ອຍ ແລະ ກາງ, ການຄຸ້ມ ຄອງຊັບພະຍາກອນນ້ຳ, ວິທະຍາ ສາດແລະ ເຕັກໂນໂລຊີ, ການພັດທະ ນາທັກສະ ແລະ ການສ້າງຄວາມ ອາດສາມາດ. ຂປລ. ຄະນະຜູ້ແທນພັກ ປປ ລາວນໍາໂດຍສະຫາຍທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ພ້ອມດ້ວຍຄະ ນະໄດ້ເຂົ້າຮ່ວມກອງປະຊຸມເວທີປຶກ ສາຫາລືຂອງບັນດາຝ່າຍສະໜັບ ສະໜູນການຕໍ່ສູ້ຕ້ານການປະຕິບັດ ໃນສະໄໝໃໝ່ ຂອງລັດທິລ່າເມືອງ ຂຶ້ນແບບໃໝ່ ພາຍໃຕ້ຫົວຂໍ້: “ເພື່ອ ເສລີພາບຂອງບັນດາຊາດ” ເຊິ່ງໄດ້ ຈັດຂຶ້ນໃນວັນທີ 14-17 ກຸມພາ 2024 ທີ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ ໂດຍການເປັນ ເຈົ້າພາບຂອງພັກຣັດເຊຍເອກະ ພາບ, ມີຄະນະຜູ້ແທນຈາກພັກການ ເມືອງຫລາຍກວ່າ 60 ພັກ ຈາກ 50 ກວ່າປະເທດ ໃນຂົງເຂດອາຊີ, ອາຟຣິກກາ, ອາເມຣິກາລາຕິນ ແລະ ເອີຣົບ ເຂົ້າຮ່ວມ. ເວທີປຶກສາຫາລືຄັ້ງນີ້, ເປັນຂໍ້ ລິເລີ່ມຂອງພັກຣັດເຊຍ ເອກະພາບ ທີ່ໄດ້ຈັດຂຶ້ນເປັນຄັ້ງທຳອິດເປັນ ການສ້າງຕັ້ງກົນໄກ ແລະ ຂະບວນ ການແບບບໍ່ເປັນທາງການຂອງບັນ ດາພັກການເມືອງ ແລະ ກຳລັງທາງ ສັງຄົມ ທີ່ມີເປົ້າໝາຍຕໍ່ສູ້ຕ້ານລັດ ທິລ່າເມືອງຂຶ້ນແບບໃໝ່ ກໍຄືອະດີດ ປະເທດລ່າຫົວເມືອງຂຶ້ນທີ່ເວລາ ໃດກໍພະຍາຍາມຮັກສາການຄອບ ງໍາໂລກ ເພື່ອຜົນປະໂຫຍດຂອງ ພວກເຂົາໂດຍບໍ່ຄໍານຶງເຖິງບັນດາ ປະເທດສ່ວນໃຫຍ່ຂອງໂລກ ໂດຍ ສະເພາະບັນດາປະເທດກໍາລັງພັດ ທະນາ ເຊິ່ງເປັນການບັ່ນທອນເອກະ ລາດ, ອຳນາດອະທິປະໄຕ, ສິດທິ ໃນການປົກຄອງຕົນເອງຂອງປະ ຊາຊົນ ຢູ່ປະເທດຕ່າງໆ ແລະ ກໍ່ໃຫ້ ເກີດຄວາມບໍ່ສະເໝີພາບ ແລະ ບໍ່ຍຸ ຕິທໍາໃນໂລກ. ບັນດາຜູ້ແທນກອງປະຊຸມໄດ້ ລົງເລິກປຶກສາຫາລືໃນບັນດາຫົວ ຂໍ້ສະເພາະທີ່ກ່ຽວຂ້ອງ ໂດຍໄດ້ຍົກ ໃຫ້ເຫັນພື້ນຖານ ແລະ ບັນດາຮູບ ການປະຕິບັດໃນສະໄໝໃໝ່ຂອງລັດ ທິລ່າເມືອງຂຶ້ນແບບໃໝ່ ແລະ ແນວ ທາງ, ມາດຕະການໃນການຕ້ານ ການປະຕິບັດໃນສະໄໝໃໝ່ຂອງລັດ ທິລ່າເມືອງຂຶ້ນແບບໃໝ່ ໂດຍສະ ເພາະໃນຂົງເຂດການເມືອງ, ກົດ ໝາຍ, ເສດຖະກິດ, ການເງິນ, ຂໍ້ມູນ ຂ່າວສານ ແລະ ມະນຸດສະທໍາ(ການ ສຶກສາ, ວິທະຍາສາດ, ວັດທະນະ ທໍາ, ການແພດ, ກິລາ ແລະ ອື່ນໆ), ການແຊກແຊງທີ່ຜິດກົດໝາຍຈາກ ພາຍນອກເຂົ້າໃນກິດຈະການພາຍ ໃນຂອງບັນດາລັດ ແລະ ບົດບາດ ຂອງພັກການເມືອງທີ່ມີຄວາມຮັບ ຜິດຊອບເພື່ອຮັບປະກັນເສລີພາບ ທີ່ແທ້ຈິງ ຂອງບັນດາຊາດ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນສະ ແດງການສະໜັບສະໜູນຂໍ້ລິເລີ່ມ ຂອງພັກຣັດເຊຍ ເອກະພາບໃນການ ສ້າງຕັ້ງກົນໄກປຶກສາຫາລືຄັ້ງນີ້; ຍົກໃຫ້ເຫັນແນວທາງນະໂຍບາຍ ຂອງພັກ-ລັດ ສປປ ລາວ ທີ່ຄັດຄ້ານ ທຸກຮູບແບບຂອງການປະຕິບັດໃນ ສະໄໝໃໝ່ ຂອງລັດທິລ່າ ເມືອງຂຶ້ນ ແບບໃໝ່ ທີ່ຂັດກັບທ່າອ່ຽງຂອງຍຸກ ສະໄໝ, ການປົກປັກຮັກສາອໍານາດ ອະທິປະໄຕ ແລະ ຄວາມເປັນເອກະ ລາດແຫ່ງຊາດ, ການຍົກສູງບົດບາດ ແລະ ເພີ່ມທະວີຄວາມສາມັກຄີກັນ ຂອງບັນດາພັກການເມືອງ. ພັກ ປປ ລາວຈະຮ່ວມກັບພັກຣັດ ເຊຍເອ ກະພາບ ແລະ ພັກການເມືອງບັນດາ ປະເທດ ຈາກພາກພື້ນຕ່າງໆຂອງ ໂລກ ເພື່ອສືບຕໍ່ຂະບວນການເພື່ອ ເສລີພາບຂອງບັນດາຊາດ. ກອງປະຊຸມຄັ້ງນີ້, ໄດ້ເປັນເອກະ ພາບຮັບຮອງເອົາຖະແຫລງການ ສຸດທ້າຍຂອງກອງປະຊຸມແລະການ ສ້າງຕັ້ງຄະນະປະຈໍາຂອງກອງປະ ຊຸມເວທີປຶກສາຫາລືດັ່ງກ່າວ. ຂ່າວ-ພາບ: ຄຕພ ໂຄງການປັບປຸງສ້ອມແປງ... ຄະນະຜູ້ແທນລາວ... ຂປລ. ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ບໍລິສັດຮັບເໝົາປັບປຸງ ແລະ ສ້ອມແປງທາງ 13 ເໜືອໄລຍະແຕ່ ສີໄຄ-ສີເກີດມີຄວາມຍາວ 6 ກິໂລ ແມັດ ໄດ້ຢືນຢັນວ່າໂຄງການດັ່ງ ກ່າວ, ຈະສໍາເລັດຕາມແຜນການທີ່ ວາງໄວ້, ພ້ອມທັງຮັບປະກັນຄຸນນະ ພາບ. ປັດຈຸບັນ, ກໍາລັງສຸມໃສ່ວຽກ ລະບົບລະບາຍນໍ້າ, ຈາກນັ້ນຈະສືບຕໍ່ ຈົກຄອງລະບາຍນໍ້າ ເພື່ອບໍ່ໃຫ້ມີນໍ້າ ອັ່ງອໍໃນລະດູຝົນທີ່ຈະມາເຖິງ, ພ້ອມ ທັງປະສານສົມທົບກັບພາກສ່ວນ ກ່ຽວຂ້ອງສຸມໃສ່ວຽກຍົກຍ້າຍສິ່ງ ກີດຂວາງໃຫ້ສໍາເລັດ ເພື່ອສະດວກ ໃນການກໍ່ສ້າງ. ທ່ານລັດສະໝີ ອະລິຍະວົງສິງ ຮອງຫົວໜ້າກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຫົວໜ້າໂຄງການປັບປຸງ ແລະ ສ້ອມ ແປງທາງ 13 ເໜືອ ໄລຍະສີໄຄ-ສີ ເກີດໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດ ທີ່ທ່ານເຈົ້າເມືອງນາ ຊາຍທອງ, ເມືອງສີໂຄດຕະບອງ ແລະ ຫົວໜ້າພະແນກ ຍທຂ ນະ ຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງເຄື່ອນໄຫວຕິດຕາມ ແລະຊຸກຍູ້ໂຄງການດັ່ງກ່າວວັນ ທີ 23 ກຸມພາ 2024 ວ່າ: ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ເໜືອໄດ້ຮັບທຶນຈາກທະນາຄານ ໂລກ, ທະນາຄານການລົງທຶນໂຄງ ລ່າງອາຊີ, ກອງທຶນນໍດິກ ເພື່ອການ ພັດທະນາ ແລະ ທຶນສົມທົບຈາກລັດ ຖະບານລາວຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໂດຍ ມີບໍລິສັດ Dongsung KEC ແລະ Dasan ຈາກ ສ ເກົາຫລີ ຮ່ວມກັບ Lao Consulting Group ຈາກ ສປປ ລາວ ເປັນທີ່ປຶກສາຄຸມງານ ແລະ ຕິດຕາມການກໍ່ສ້າງ, ໄລຍະ ແປງດິນຟ້າອາກາດ, ວິກິດການ ທາງດ້ານເສດຖະກິດ, ການເງິນ ແລະ ອື່ນໆ ທີ່ທຸກປະເທດຕ້ອງໄດ້ ເອົາໃຈໃສ່ ເພື່ອຂັບເຄື່ອນການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງໃຫ້ມີປະສິດທິຜົນ ກໍ່ສ້າງ 1,5 ປີ (1 ຕຸລາ 202331 ມີນາ 2025), ໄລຍະບູລະນະ ຮັກສາ-ສ້ອມແປງ 3 ປີ (1 ເມສາ 2025-31 ມີນາ 2028) ມູນຄ່າ ສັນຍາ 10,29 ລ້ານໂດລາສະຫະ ລັດ ເຊິ່ງເປັນສັນຍາມອບເໝົາຈ່າຍ ຕາມຜົນຜະລິດ ແລະ ການໃຊ້ງານ ຂອງເສັ້ນທາງ. ສໍາລັບວຽກປັບປຸງສ້ອມແປງສຸກເສີນ ແລະ ວຽກ ເພີ່ມຖ້າມີໃນໄລຍະກໍ່ສ້າງແມ່ນນໍາ ໃຊ້ເງິນຂອງທະນາຄານໂລກ ແລະ ທະນາຄານການລົງທຶນໂຄງລ່າງ ອາຊີ; ວຽກໄກ່ເກ່ຍສິ່ງກີດຂວາງ ກັບປະຊາຊົນທີ່ຖືກຜົນກະທົບຈາກ ໂຄງການ ແລະ ວຽກຍົກຍ້າຍສາທາ ລະນຸປະໂພກ ແມ່ນນໍາໃຊ້ເງິນຂອງ ກອງທຶນນໍດິກ ເພື່ອການພັດທະນາ ແລະ ທຶນສົມທົບຂອງລັດຖະບານ ລາວ; ວຽກບູລະນະຮັກສາ-ສ້ອມ ແປງ ຫລັງຈາກສໍາເລັດການກໍ່ສ້າງ ແມ່ນນໍາໃຊ້ເງິນຂອງລັດຖະບານ ລາວຫ ສຳລັບການກໍ່ສ້າງໄດ້ແບ່ງປັນ 3 ຕອນຍ່ອຍ, ຕອນລະ 2 ກິໂລແມັດ, ມາຮອດເດືອນກຸມພາ 2024 ການ ຈັດຕັ້ງປະຕິບັດໂຄງການມີຄືບໜ້າ 5,18%, ຫລຸດແຜນການ 12,07% ໂດຍວຽກໄກ່ເກ່ຍສິ່ງກີດຂວາງໄດ້ ເບີກ ຈ່າຍແລ້ວ 560 ຄອບຄົວ ເທົ່າ ກັບ 95% ຂອງຄອບຄົວທັງໝົດ ແລະ ກໍາລັງດໍາເນີນການເບີກຈ່າຍ 30 ຄອບຄົວ ວຽກຍົກຍ້າຍລະບົບ ສາທານຸປະໂພກ ເຊັ່ນ: ໄຟຟ້າໄດ້ເຊັນ ສັນຍາແລ້ວ ແລະ ຢູ່ໃນໄລຍະດໍາ ເນີນງານ; ນໍ້າປະປາ ສາຍໄຍແກ້ວ, ກ້ອງວົງຈອນປິດ, ສາຍເຄເບິນໂທ ລະທັດ, ສາຍໂທລະສັບ ແມ່ນກໍາລັງ ກຽມເຊັນສັນຍາ. ທ່ານ ໂພທິສັກ ເພຍໄຊວົງສັກ ຜູ້ຈັດການການກໍ່ສ້າງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: ປັດ ຈຸບັນ, ພວກເຮົາກໍາລັງເລັ່ງປະຕິບັດ ການກໍ່ສ້າງ ໂດຍສະເພາະວຽກລະ ບົບລະບາຍນໍ້າ ໃຫ້ສໍາເລັດທ້າຍ ເດືອນພຶດສະພາ 2024 ເຊິ່ງວຽກ ງານຮີບດ່ວນແມ່ນການຈົກຄອງລະ ບາຍນໍ້າ 9-10 ຈຸດ ໃຫ້ສາມາດລະ ບາຍອອກ ເພື່ອບໍ່ໃຫ້ມີນໍ້າອັ່ງອໍ ໃນ ລະດູຝົນທີ່ຈະມາເຖິງ. ສ່ວນວຽກຍົກ ຍ້າຍສິ່ງກີດຂວາງ ເຊັ່ນ: ຍົກຍ້າຍ ເສົາໄຟຟ້າ, ນໍ້າປະປາ, ສາຍໂທລະ ສັບ ແລະ ອື່ນໆ ແມ່ນກໍາລັງປະສານ ກັບໜ່ວຍງານທີ່ຮັບຜິດຊອບ ເພື່ອ ສະດວກໃນການກໍ່ສ້າງ.ໂອກາດນີ້, ທ່ານຍັງສະເໜີໃຫ້ພາ ກສ່ວນກ່ຽວ ຂ້ອງ ເລັ່ງຊຸກຍູ້ກ່ຽວກັບວຽກງານ ຍົກຍ້າຍສິ່ງກີດຂວາງດັ່ງກ່າວ ໃຫ້ ສໍາເລັດໂດຍໄວ, ຖ້າວຽກງານນີ້ບໍ່ ສໍາເລັດ ພວກເຮົາກໍບໍ່ສາມາດຈັດ ຕັ້ງປະຕິບັດວຽກງານໄດ້; ຮຽກ ຮ້ອງໃຫ້ລົດບັນທຸກໜັກໄປນໍາໃຊ້ ເສັ້ນທາງອື່ນແທນ ເພາະຈະມີການ ເທເບຕົງໜ້າທາງ ໃນຕົ້ນເດືອນມີນາ 2024 ນີ້ ເຊິ່ງຈະເຮັດໃຫ້ມີການສັນ ຈອນແອອັດ ແລະ ກີດຂວາງການ ກໍ່ສ້າງ, ພ້ອມທັງສະເໜີໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນ ເພີ່ມຄວາມລະມັດລະ ວັງໃນການຂັບຂີ່ ປະຕິບັດຕາມປ້າຍ ສັນຍານທີ່ຕິດຕັ້ງໄວ້ ແລະ ຖ້າບໍ່ ຈໍາເປັນກໍຄວນໄປໃຊ້ເສັ້ນທາງອື່ນ ແທນ.ພ້ອມກັນນີ້, ໃນນາມຜູ້ຮັບເໝົາ ກໍ່ສ້າງຂໍຢືນ ຢັນວ່າ: ພວກເຮົາຈະ ເຮັດໃຫ້ໂຄງການນີ້ສໍາເລັດ ແລະ ຮັບປະກັນຄຸນນະພາບຕາມສັນຍາ ຄື: ເດືອນມີນາ 2025 ເຊິ່ງຂັ້ນຕອນ ການປະເມີນ ແລະ ຕິດຕາມການກໍ່ ສ້າງຈະລາຍງານເປັນລາຍວັນ, ລາຍອາທິດ ແລະ ລາຍເດືອນ. ພາບ: ເກດສະໜາ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້. ໃນໂອກາດເຂົ້າຮ່ວມກອງປະ ຊຸມດັ່ງກ່າວ,ທ່ານໂພໄຊໄຂຄໍາພິທູນ ໄດ້ກ່າວປາໄສຕໍ່ກອງປະຊຸມໂດຍ ທ່ານໄດ້ຢໍ້າຄືນຄວາມໝາຍໝັ້ນ ຂອງລັດຖະບານ ໃນການຈັັດຕັ້ງປະ ຕິບັດເປົ້າໝາຍການພັດທະນາແບບ ຍືນຍົງ ກໍຄື ວາລະ 2030 ໂດຍສະ ເພາະທ່ານໄດ້ຊຸກຍູ້ໃຫ້ບັນດາປະ ເທດສະມາຊິກຕ້ອງໄດ້ຍົກລະດັບ ການຮ່ວມມື,ການປະສານງານແລະ ປັບປຸງກົນໄກການຂອບການຮ່ວມ ມືຫລາຍຝ່າຍໃຫ້ມີຄວາມເຂັ້ມແຂງ, ເທົ່າທຽມ ແລະ ມີປະສິດທິພາບ ຫລາຍຂຶ້ນກວ່າເກົ່າ ແນໃສ່ການຈັດ ຕັ້ງປະຕິບັດເປົ້າໝາຍລວມ ໃນໄລ ຍະການຟື້ນຕົວຈາກການແພ່ລະ ບາດຂອງພະຍາດໂຄວິດ-19 ແລະ ແກ້ໄຂວິກິດການຕ່າງໆຂອງໂລກ ທີ່ກໍາລັງຜະເຊີນຢູ່ໃນປັດຈຸບັນ. ນອກຈາກນີ້, ທ່ານຍັງໄດ້ລາຍງານ ຕໍ່ກອງປະຊຸມກ່ຽວກັບຂະບວນ ການກະກຽມບົດລາຍງານແຫ່ງ ຊາດແບບສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ, ໃນເດືອນພະຈິກ 2023 ທີ່ຜ່ານມາ, ກອງປະຊຸມຄະ ນະຊີ້ນໍາລະດັບຊາດ ເພື່ອການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງ ໄດ້ຕົກລົງກຳນົດ ຂອບເຂດ ແລະ ບຸລິມະສິດໃນການ ກະກຽມຮ່າງບົດລາຍງານແຫ່ງ ຊາດແບບສະໝັກໃຈ ສະບັບທີ 3 (3rd Voluntary National Report ຫລື VNR) ຂອງ ສປປ ລາວ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຂະແໜງການ ຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ລວມທັງບັນດາອົງການ ເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມ ພັດທະນາ. ບົດລາຍງານແຫ່ງຊາດ ສະບັບທີ 3 ແມ່ນຈະສຸມໃສ່ 3 ເນື້ອ ໃນຫລັກຄື: ສະທ້ອນໃຫ້ເຫັນການ ຈັດຕັ້ງປະຕິບັດວາລະ 2030 ແລະ ກໍານົດທິດທາງໃນການເລັ່ງການ ຈັດຕັ້ງປະຕິບັດ; ການລະດົມຂົນ ຂວາຍແຫລ່ງທຶນ ເພື່ອສະໜັບສະ ໜູນໃຫ້ແກ່ແຜນງານແຫ່ງຊາດ ກໍຄືຍຸດທະສາດແຫ່ງຊາດ ແລະ ງົບປະມານສະເພາະສຳລັບ ປພຍ; ຊີ້ໃຫ້ເຫັນສິ່ງທ້າທາຍຫລັກໃນການ ຈັດຕັ້ງປະຕິບັດ ປພຍ ແລະ ວາງນະ ໂຍບາຍ ແລະ ທິດທາງໃນຕໍ່ໜ້າເພື່ອ ການຈັດຕັ້ງປະຕິບັດພ້ອມທັງລົງ ເລິກ 11 ເປົ້າໝາຍ (ປພຍ 1,2,3, 4,5,7,8,9,13,17,18) ຄຽງຄູ່ ໄປກັບ 6 ຂົງເຂດບູລິມະສິດຂອງ ເລຂາທິການໃຫຍ່ອົງການ ສປຊ. ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ພົບປະກັບທ່ານ Guy Ryder, ຜູ້ຊ່ວຍເລຂາທິການ ໃຫຍ່ອົງການ ສປຊ ດ້ານນະໂຍບາຍ ເພື່ອສົນທະນາ ແລະ ແລກປ່ຽນກ່ຽວ ກັບການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງຢູ່ ສປປ ລາວ, ນະໂຍບາຍລວມຂອງອົງການ ສປຊ, ການກະກຽມເຂົ້າຮ່ວມກອງ ປະຊຸມສຸດຍອດວ່າດ້ວຍອະນາຄົດ (Summit of the Future) ແລະ ການເປັນປະທານອາຊຽນຂອງ ສປປລາວ. ໃນໂອກາດດຽວກັນນັ້ນ, ທ່ານຮອງລັດຖະມົນຕີຍັງໄດ້ພົບ ປະສອງຝ່າຍຮ່ວມກັບທ່ານຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ອາກເມນີ ເພື່ອເສີມຂະຫຍາຍ ການຮ່ວມມືຂອງສອງປະເທດໃຫ້ ຢູ່ໃນທ່າຂະຫຍາຍຫລາຍຂຶ້ນທັງໃນ ລະດັບພາກພື້ນ ແລະ ສາກົນ. ໄລຍະເຂົ້າຮ່ວມກອງປະຊຸມປະ ຈໍາພາກພື້ນອາຊີ-ປາຊີຟິກ ວ່າດ້ວຍ ການພັດທະນາແບບຍືນຍົງຄັ້ງທີ 11 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ປະກອບຄໍາເຫັນໃນວາລະທີ 2 ພາຍໃຕ້ຫົວຂໍ້: “ຊຸກຍູ້ການຈັດຕັ້ງ ປະຕິບັດວາລະ 2030 ການພັດທະ ນາແບບຍືນຍົງ ແລະ ລຶບລ້າງຄວາມ ທຸກຍາກໃນທ່າມກາງວິກິດການ ຕ່າງໆ: ຮັບປະກັນການສ້າງວິທີ ທາງແກ້ໄຂທີ່ຍືນຍົງ, ທົດທານ ແລະ ການແກ້ໄຂບັນຫາດ້ວຍນະວັດຕະ ກຳໃນພາກພື້ນອາຊີ-ປາຊີຟິກ” ພ້ອມດຽວນັ້ນ, ຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆ ຢ່າງ ເປັນຕົ້ນ ຝຶກອົບຮົມລະດັບ ພາກພື້ນອາຊີ-ປາຊີຟິກ ເພື່ອກະກຽມ ບົດລາຍງານແຫ່ງຊາດແບບສະ ໝັກໃຈ(Regional Workshop for the VNR) ໂດຍໄດ້ເຂົ້າຮ່ວມ ເປັນຜູ້ຮ່ວມບັນຍາຍ ໃນຫົວຂໍ້: ການ ກະກຽມບົດລາຍງານແຫ່ງຊາດ ແບບສະໝັກໃຈ 2024 (Status of 2024 VNRs) ແລະ ພວກເຮົາ ພ້ອມກັນກ້າວໄປ (Leave No One Behind: LNOB) ໃນພາກ ກອງປະຊຸມປິ່ນອ້ອມ. ນອກຈາກ ນັ້ນ, ຄະນະຜູ້ແທນ ສປປລາວຍັງ ໄດ້ເຮັດວຽກຮ່ວມກັບປະເທດ ອາ ແຊກໄບຊານ ແລະ ຄະນະກຳມາທິ ການເສດຖະກິດ-ສັງຄົມປະຈໍາພາກ ພື້ນອາຊີ-ປາຊີຟິກ (UNESCAP) ເພື່ອກະກຽມໃຫ້ແກ່ການແລກປ່ຽນ ບົດຮຽນກ່ຽວກັບບົດລາຍງານແຫ່ງ ຊາດແບບສະໝັກໃຈ ໃນຖານະທີ່ ສປປ ລາວ ແລະ ອາແຊກ ໄບຊານ ໄດ້ຖືກຈັບຄູ່ໃນຂັ້ນຕອນການຮ່າງ VNR ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==