5819

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/02/2024 xtgmf]k; ຮອງປະທານປະເທດ... ປະທານປະເທດ ຮ່ວມ... ຮອງນາຍົກລັດຖະມົນຕີ... ສະຫລອງວັນມາຄະບູຊາ... ສະຫລຸບວຽກ ປກຊ... ກະຊວງການເງິນ... ການທຳບຸນໃສ່ບາດທີ່ສະຖານ ບູຮານວັດພູຈຳປາສັກ, ນອກຈາກ ເປັນການສືບທອດຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງຈຳປາສັກ ສືບທອດມາແຕ່ບູຮານນະການໃຫ້ ຄຽງຄູ່ກັບຄົນລາວຕະຫລອດໄປ ແລ້ວ, ຍັງເປັນການສະເຫລີມສະ ຫລອງເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ ອີກດ້ວຍ. ຈາກນີ້, ກໍເປັນການອຸທິດສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີ ສຸກ, ທັງເປັນການເຜີຍແຜ່ວັດທະນະ ທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ ສົນໃຈເຂົ້າມາທ່ອງທ່ຽວຊົມວັດພູ ມໍລະດົກໂລກແຫ່ງທີ 2 ຂອງ ລາວ ໃຫ້ນັບມື້ຫລາຍຂຶ້ນ. ໂອກາດນີ້, ພະອາຈານ ມະຫາ ບຸນມາ ສີມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນ ລາວ ພ້ອມຄະນະໄດ້ເທສະໜາແດ່ ອອກຕົນຕົນຍາດໂຍມໃນໂອກາດ ບຸນວັດພູ ແລະ ບຸນມາຄະບູຊາປີນີ້, ໃຫ້ຍຶດໜັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ ແລະ ຈະເລີນ ເດີນຕາມຄຳສັ່ງສອນຂອງອົງສຳ ມາສຳພຸດທະເຈົ້າ, ທັງເປັນເຈົ້າການ ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ໄວ້ຕະຫລອດໄປ. ຂ່າວ-ພາບ: ຈັນທະວີສັກ ທະເຈົ້າ ໃຫ້ພຸດທະສາສະນິກະຊົນ ລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງທົ່ວ ເຖິງ ແລະ ເພື່ອເປັນການລະດົມທຶນ ອຸປະຖຳ ກຳມາທິການເຜີຍແຜ່ສິລະ ທຳ ແລະ ປະຕິບັດກຳມະຖານສູນ ກາງອົງການພຸດທະສາສະໜາສຳ ພັນ ແຫ່ງ ສປປ ລາວ. ໂອກາດດັ່ງກ່າວ, ພະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກຳມາ ທິການເຜີຍແຜ່ສິນລະທໍາ ແລະ ປະ ຕິບັດກຳມະຖານສູນກາງອົງການ ພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວັນມາຄະບູຊາ ເຊິ່ງຄໍາວ່າ ມາຄະ ເປັນຊື່ຂອງເດືອນ ສາມ,ຫຍໍ້ມາຈາກຄໍາວ່າ“ມາຄະປຸຣ ນະມີ” ດັ່ງນັ້ນວັນມາຄະບູຊາ ຈຶ່ງ ໝາຍຄວາມວ່າການບູຊາພະໃນ ວັນ ເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດຍ ເຊິ່ງ ກົງກັບວັນຂຶ້ນ 15 ຄ່ຳເດືອນສາມ. ວັນມາຄະບູຊາ ເປັນວັນທີ່ພະສຳມາ ສຳພຸດທະເຈົ້າສະແດງໂອວາທະ ປາຕິໂມກ ແກ່ພະສົງເປັນຄັ້ງທຳອິດ ຫລັງຈາກຕັດສະຮູ້ແລ້ວ ເປັນເວລາ 9 ເດືອນກັບໜຶ່ງມື້, ກົງກັບວັນຂຶ້ນ 15 ຄໍ່າເດືອນ 3 (ວັນມາຄະບູຊາ) ເຊິ່ງທາງສາສະໜາພາມຖືວ່າ ເປັນ ວັນລອຍບາບ ຮຽກວ່າ ສີວະຣາດີ ມື້ນັ້ນອົງສົມເດັດພະສຳມາສຳພຸດ ທະເຈົ້າ ໄດ້ປະທັບຢູ່ວັດເວລຸວະນາ ຣາມ (ວັດປ່າໄຜ່) ໃນຕອນບ່າຍພິກ ຂຸສົງສາວົກ ຈຳນວນ 1.250 ອົງ ເຊິ່ງລ້ວນແຕ່ເປັນພະອໍຣະຫັນຂີນາ ສົບໄດ້ເດີນທາງມາທີ່ວັດນີ້ໂດຍບໍ່ໄດ້ ນັດໝາຍກັນໄວ້ກ່ອນໜ້າອັນເປັນ ເຫດການທີ່ໜ້າອັດສະຈັນ ແລະ ຫາຍາກ, ການປະຊຸມຂອງພະສົງໃນ ວັນນັ້ນເອີ້ນວ່າ ຈາຕຸລົງຄະສັນນິ ບາດ ເພາະເປັນການປະຊຸມອັນປະ ກອບດ້ວຍອົງສີ່ ຄື: ເປັນມື້ເພັງເດືອນ ສາມ, ພະພິກສຸສົງຈຳນວນ 1.250 ອົງ ມາປະຊຸມພ້ອມກັນໂດຍບໍ່ໄດ້ນັດ ໝາຍ, ພະພິກຂຸສົງເຫລົ່ານັ້ນ ລ້ວນ ແຕ່ເປັນພະອໍຣະຫັນໄດ້ອະພິນຍາ 6 ແລະ ເປັນພະທີ່ພະພຸດທະເຈົ້າບວດ ໃຫ້ທັງໝົດ (ເປັນເອຫິພິກຂຸອຸປະສັມ ປະທາ). ຂ່າວ-ພາບ: ທະນູທອງ ປັດໄຈໄຊຍະທານຕ່າງໆ ໃນວັນທີ 24 ກຸມພາ 2024 ເຊິ່ງກົງກັບວັນ ເສົາມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ພສ 2566 ຢູ່ທີ່ວັດພະທາດສີໂຄດ ຕະບອງ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກ ລັດຖະມົນຕີ, ທ່ານ ວັນໄຊ ພອງ ສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນ ດາອະດີດການນໍາຂອງແຂວງ, ຜູ້ ຊົງຄຸນວຸທິ ເຂົ້າຮ່ວມ ແລະ ຖວາຍ ປັດໄຈໄຊຍະທານສົມທົບທຶນປັບ ປຸງກົມມະລຽນຢູ່ວັດພະທາດສີ ໂຄດຕະບອງ ເພື່ອເປັນພຸດທະບູຊາ ແລະ ຮັກສາໄວ້ ເຊິ່ງສາສະໜາສະ ຖານໃຫ້ມີຄວາມໝັ້ນຄົງ ແລະ ຈະ ເລີນວັດທະນາສືບຕໍ່ໄປ. ບຸນນະມັດສະການພະທາດສີ ໂຄດຕະບອງ ປີ 2024 ແມ່ນມີ ຫລາຍກິດຈະກໍາທີ່ເນັ້ນເຖິງການອະ ນຸລັກຮັກສາດ້ານວັດທະນະທໍາອັນ ດີງາມຂອງຊາດ ເຊິ່ງໄດ້ເພີ່ມສີສັນ ໃຫ້ແກ່ງານປີນີ້ ເຊັ່ນ: ການແຫ່ຜາ ສາດເຜິ້ງ, ການໃສ່ບາດ, ວຽນທຽນ ອ້ອມພຸດທະສິມມາ ແລະ ອົງພະ ທາດ, ວາງສະແດງ ແລະ ຈໍາໜ່າຍ ສິນຄ້າປະເພດຕ່າງໆ, ການແຂ່ງຂັນ ກິລາບານເຕະ, ບານສົ່ງ, ກະຕໍ້, ກິ ລາພື້ນເມືອງຂອງແຂວງຄໍາມ່ວນ (ການເສັງກອງແຕ້-ກອງຈິງ), ການປະກວດນາງສາວອາພອນ ເຜົ່າ, ການສະແດງຂັບລໍາ, ລໍາເລື້ອງ ຕໍ່ກອນ ໃນຕອນຄໍ່າຄືນຍັງມີການ ຄົບງັນຕາມປະເພນີ. ສະເພາະວັນທີ24ກຸມພາ 2024 ພາຍຫລັງສຳເລັດພິທີໃສ່ບາດ ຖວາຍສັງຂະທານແລ້ວ, ໃນຕອນ ບ່າຍຈະມີການແຂ່ງຂັນຊີງຊະນະ ເລີດກິລາປະເພດຕ່າງໆ ແລະ ໃນ ຕອນຄໍ່າຄືນຈະມີພິທີວຽນທຽນ, ຮັບຊົມການສະແດງສີລະປະ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າ ແລະ ວັນທີ 25 ກຸມພາ ເລີ່ມ ແຕ່ເວລາ 7:00 ໂມງແມ່ນມີພິທີໃສ່ ບາດເທິງແທ່ນພະທາດ, ຖວາຍຈັງ ຫັນແດ່ພະສົງສຳມະເນນ, ສູດບັງ ສະກຸນ ແລະ ຖືວ່າຈົບພິທີ. ຂ່າວ-ພາບ: ກອງຄຳ ປກສ ແຂວງ, ເຈົ້າແຂວງເຊກອງ, ມີບັນດາປະທານ-ຮອງປະທານ, ຄະນະກໍາມະການ ປກຊ-ປກສ 4 ແຂວງ (ເຊກອງ, ສາລະວັນ,ຈໍາປາ ສັກ, ອັດຕະປື), ຄະນະພັກ-ຄະນະ ບັນຊາກອງພົນທີ 5 ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ຄະນະກໍາມະການ ປກຊ-ປກສ ແຂວງ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງເຊກອງ ໄດ້ລາຍງານວ່າ: ໃນປີ 2023 ຜ່ານ ມາ, ຄະນະກໍາມະການ ປກຊ-ປກສ 4 ແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ກໍາລັງປະກອບອາວຸດເຄື່ອນໄຫວ ຕິດຕາມກວດກາ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆຕິດພັນກັບການ ປັບປຸງກໍ່ສ້າງ, ຈັດຕັ້ງຝຶກອົບຮົມ- ຫັດແອບດ້ານສິລະປະຍຸດ-ຍຸດທະ ວິທີ, ວິຊາສະເພາະເຕັກນິກໃຫ້ກໍາ ລັງ ປກຊ-ປກສ ເພື່ອກຽມພ້ອມຮັບ ມືກັບທຸກສະຖານະການທີ່ອາດເກີດ ຂຶ້ນໃຫ້ທັນເວລາ; ຫັນລົງກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນ ນະບົດຮອບດ້ານຢ່າງ ແຂງແຮງ ແລະ ມີຈຸດສຸມ; ເອົາໃຈໃສ່ເຮັດວຽກ ງານ 3 ສ້າງ, ສ້າງທ່າສະໜາມສົງ ຄາມປະຊາຊົນ3ຂັ້ນ. ໃນນີ້, ສາມາດ ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 752 ບ້ານ 27.861 ຄອບຄົວ; ບ້ານປ້ອງກັນຄວາມສະຫງົບດີ719 ບ້ານ150.381ຄອບຄົວ;ບ້ານປ້ອມ ໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ 162 ກຸ່ມບ້ານ; ຂຶ້ນບັນຊີເກັບກໍາທ້ອນ ໂຮມອາວຸດເສິກໄດ້ 379 ກະບອກ; ມ້າງ ຄະດີຢາເສບຕິດໄດ້ 263 ລາຍ, ກັກຜູ້ຕ້ອງຫາໄດ້ 383 ຄົນ, ຍຶດຂອງກາງປະເພດຢາບ້າໄດ້ 391.340 ເມັດ, ຢາໄອ 157 ກິ ໂລ, ໃບກະທ້ອມ 36 ກິໂລ, ລົດຈັກ 94 ຄັນ, ລົດໃຫຍ່ 29 ຄັນ ແລະໂທ ລະສັບ 391 ໜ່ວຍ; ມີອັກຄີໄພ ເກີດຂຶ້ນທັງໝົດ 30 ຄັ້ງມູນຄ່າເສຍ ຫາຍ 4,2 ຕື້ກວ່າກີບ ແລະ ມີອຸບັດ ເຫດຕາມທ້ອງຖະໜົນເກີດຂຶ້ນທັງ ໝົດ 578 ຄັ້ງມູນຄ່າເສຍຫາຍ 7,4 ຕື້ກວ່າກີບ.ພ້ອມນີ້, ກໍໄດ້ເອົາໃຈ ໃສ່ ນໍາພາ-ຊີ້ນໍາກໍາລັງປະກອບອາວຸດ, ກໍາລັງຫລວງ, ກໍາລັງທ້ອງຖິ່ນເຮັດ ໜ້າທີ່ປ້ອງກັນເວນຍາມສະຖານ ທີ່ສໍາຄັນຕ່າງໆ, ແຂກການນໍາຂັ້ນ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ໃຫ້ນັບມື້ຈະເລີນງອກ ງາມຍິ່ງໆຂຶ້ນໃນອະນາຄົດ, ກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວ ຂ້ອງຕ່າງໆຂອງລາວ ພ້ອມທີ່ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອ ອໍານວຍຄວາມສະດວກໃຫ້ບັນດາ ທ່ານທູດ ສາມາດເຮັດສໍາເລັດໜ້າ ທີ່ວຽກງານຂອງຕົນ ທີ່ໄດ້ຮັບມອບ ໝາຍຢ່າງມີຜົນສຳເລັດຈົບງາມ. ພ້ອມດຽວກັນ, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ສະເໜີໃຫ້ທ່ານ ທູດທັງສອງ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການ ແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງບັນດາການນຳ ຂັ້ນສູງໃນຕໍ່ໜ້າ, ເພີ່ມທະວີການ ຮ່ວມມືດ້ານການຄ້າ, ການລົງທຶນ, ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ພະລັງງານສະອາດ, ການສຶກສາ, ການພັດທະນາຊັບພະ ຍາກອນມະນຸດ , ແຮງງານ, ສາທາ ລະນະສຸກ ແລະ ຂົງເຂດບຸລິມະສິດ ອື່ນໆ, ຊຸກຍູ້ຂົນຂວາຍບັນດານັກທຸ ລະກິດ-ນັກລົງທຶນ ແລະ ນັກທ່ອງ ທ່ຽວໃຫ້ມາ ສປປ ລາວ ຫລາຍຂຶ້ນ ໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືເປົ້າໝາຍການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນຊຸມປີຕໍ່ ໜ້າ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍ ເນັ້ນການສົ່ງເສີມການເຊື່ອມຕໍ່ພາກ ພື້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ອາຊຽນ, ເສີມຂະຫຍາຍການພົວ ພັນຮ່ວມມືກັບບັນດາຄູ່ຮ່ວມພັດທະ ນາຕ່າງໆ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍ ເຫລືອ ແລະ ການຮ່ວມມື ຈາກທ່ານ ທູດທັງສອງ ເພື່ອເຮັດໃຫ້ການເປັນ ປະທານອາຊຽນ ຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. ໂອກາດດຽວກັນ, ທ່ານທູດທັງ ສອງກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງນາຍົກລັດຖະມົນຕີສະ ເຫລີມໄຊ ກົມມະສິດ ທີ່ໃຫ້ການ ຕ້ອນຮັບອັນອົບອຸ່ນໃນໂອກາດມາ ປະຕິບັດໜ້າທີ່ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງໄດ້ຢືນຢັນຈະສຸມທຸກກຳລັງ ແຮງຂອງຕົນປະກອບສ່ວນເຂົ້າໃນ ການຊຸກຍູ້ສົ່ງເສີມການພົວພັນຮ່ວມ ມືລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ. ສປປລາວແລະຣາຊະອານາຈັກ ດານມາກ ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນໃນວັນທີ 01 ພະ ຈິກ 1956 (ຄົບຮອບ 68 ປີ), ດານ ມາກ ໄດ້ໃຫ້ການຊ່ວຍເຫລືອໃນ ຂອບສອງຝ່າຍ ແຕ່ປີ2000-2019 ໃນ 4 ຂະແໜງການ ຄື: ການຮັກສາ ຊັບພະຍາກອນ ແລະ ສິ່ງແວດລ້ອມ, ຂະແໜງສາທາລະນະສຸກ, ອຸດສາ ຫະກຳ ແລະ ປ່າໄມ້ ແລະ ການສຶກ ສາ. ທັງໄດ້ຊ່ວຍເຫລືອ ສປປ ລາວ ດ້ວຍຫລາຍຮູບການຜ່ານຂອບ ຫລາຍຝ່າຍ ເຊັ່ນ: ໃນຂອບການຮ່ວມ ມືຂອງ ສປຊ, ສະຫະພາບເອີຣົບ, ອົງການແມ່ນ້ຳຂອງແລະການອະນຸ ລັກສັດນ້ຳຈືດ. ນອກຈາກນີ້, ນັກລົງ ທຶນດານມາກ ກໍໄດ້ເຂົ້າມາລົງທຶນ ດຳ ເນີນທຸລະກິດຢູ່ ສປປ ລາວ ເຊິ່ງ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະ ຊາຊົນລາວເປັນຈຳນວນຫລາຍ, ປະ ກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມໃນໄລ ຍະຜ່ານມາ. ສຳລັບ ອົດສະຕຣາລີ ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 15 ມັງກອນ 1952 (ຄົບ ຮອບ 72 ປີ), ອົດສະຕຣາລີ ຖືກຈັດ ເປັນອັນດັບ 3 ຂອງປະເທດທີ່ໃຫ້ ການຊ່ວຍເຫລືອທາງການເພື່ອການ ພັດທະນາ (ODA) ໃຫ້ແກ່ ສປປ ລາວ, ມູນຄ່າ 47,7 ລ້ານໂດລາອົດ ສະຕຣາລີ (ສົກປີ 2023-2024) ໃນຫລາຍຂົງເຂດບູລິມະສິດ ເປັນ ຕົ້ນ ການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ, ການພັດທະນາ ພື້ນຖານໂຄງລ່າງ, ການພັດທະນາ ຊົນນະບົດ, ກະສິກຳ, ສາທາລະນະ ສຸກ ແລະ ອື່ນໆ.ການລົງທຶນຂອງ ອົດສະຕຣາລີ ຢູ່ລາວ ມີ 90 ໂຄງ ການ, ມູນຄ່າ 194 ລ້ານໂດລາສະ ຫະລັດ, ພ້ອມທັງເປັນປະເທດຄູ່ຮ່ວມ ເຈລະຈາອາຊຽນ ຫລື (ASEANAustralia). ຂ່າວ-ພາບ: ກຕທ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບ ທ່ານ ນິໂກລາຍ ພຣິດສ໌ ທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບ ທ່ານນາງ ເມ ແກນ ເອລິຊ໌ເບັດ ໂຈນສ໌ ທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ສູງທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາ ເຫັນຊີ້ນໍາໃຫ້ຄະນະກໍາມະການ ປກຊ-ປກສ 4 ແຂວງ ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ກໍາ ລັງ ປກຊ-ປກສ, ປະຊາຊົນບັນດາ ເຜົ່າຮັບຮູ້-ເຂົ້າໃຈ ແລະ ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງແຂງແຮງ; ປັບ ປຸງແບບແຜນການນໍາພາ-ບັນຊາ, ຈັດຕັ້ງຝຶກອົບຮົມ, ຫັດແອບສິລະ ປະຍຸດ-ຍຸດທະວິທີ ແລະ ວິຊາສະ ເພາະ; ຫັນລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານປ້ອງກັນຊາດເຂັ້ມ ແຂງ, ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ ຮົບຕິດລ່ຽນໃຫ້ຫລາຍຂຶ້ນ; ເສີມ ຂະຫຍາຍມູນເຊື້ອວຽກງານ ປກຊປກສ ຕິດພັນກັບ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນ ປະເທດ ແລະ 4 ແຜນງານ 41 ໂຄງການຂອງກະຊວງປ້ອງກັນ ຄວາມສະຫງົບ ແລະ ເອົາໃຈໃສ່ແກ້ ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ. ທັງນີ້, ກໍເພື່ອເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບສຸກ-ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ສັນຍາ ຂປລ. ກະຊວງການເງິນໄດ້ຈັດ ພິທີມອບລາງວັນດີເດັ່ນ ແລະ ໃບ ຍ້ອງຍໍໃຫ້ວິສາຫະກິດທີ່ປະຕິບັດພັນ ທະອາກອນດີເດັ່ນ ປີ 2022 ລວມ ທັງໝົດ 249 ຫົວໜ່ວຍ ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ສົມຈິດ ຄໍາມຸງຄຸນວ່າການຫົວໜ້າຫ້ອງການ ກະຊວງການເງິນ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາ ອາກອນກະຊວງການເງິນ, ມີຕາງ ໜ້າ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກົມ, ຄະນະອໍາ ນວຍການ, ຕາງໜ້າວິສາຫະກິດ ເຂົ້າຮ່ວມ. ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ໃຫ້ຮູ້ວ່າ: ການມອບລາງວັນໃນ ຄັ້ງນີ້, ເປັນການສ້າງມາດຕະຖານ, ການສ້າງຄວາມຕື່ນຕົວ ແລະ ຍ້ອງຍໍ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ປະກອບສ່ວນໃນການມອບພັນ ທະອາກອນ ໃຫ້ແກ່ລັດຖະບານ, ທັງ ເປັນການສ້າງສາພັດທະນາປະເທດ ຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ພ້ອມກັນນີ້, ກໍເພື່ອເປັນແບບຢ່າງ ທີ່ດີໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດທີ່ໄດ້ປະ ກອບສ່ວນໃນການສ້າງສາພັດທະ ນາປະເທດຊາດ. ນອກນີ້, ຍັງເປັນ ມາດຖານໃນການຍົກລະດັບໃຫ້ຫົວ ໜ່ວຍທຸລະກິດປະຕິບັດພັນທະໄດ້ດີ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບ ປະກັນມອບລາຍຮັບເຂົ້າງົບປະມານ ແຫ່ງລັດຢ່າງຖືກຕ້ອງຄົບຖ້ວນ. ການຍ້ອງຍໍຄັ້ງນີ້, ໄດ້ມີການຄົ້ນ ຄວ້າ ແລະ ກຳນົດມາດຕະຖານໄວ້ຢູ່ 4 ເງື່ອນໄຂຄື: ວິສາຫະກິດທີ່ມີການ ແຈ້ງ-ມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ; ວິສາ ຫະກິດທີ່ມາຍື່ນບົດລາຍງານການ ເງິນປະຈຳປີ; ບໍ່ມີໜີ້ຄ້າງມອບໃນລະ ບົບ TaxRIS ແລະ ຈາກບົດບັນທຶກ ກວດກາໃນປີ 2021; ບໍ່ມີປັບໃໝ ຊັກຊ້າຈາກການແຈ້ງມອບອາກອນ ປົກກະຕິ. ສ່ວນການຈັດປະເພດຍ້ອງ ຍໍ ແມ່ນກຳນົດເອົາວິສາຫະກິດທີ່ຄົບ ເງື່ອນໄຂຢ່າງຕໍ່າສຸດ 3 ໃນ 4 ເງື່ອນໄຂທີ່ໄດ້ກຳນົດໄວ້ ແລະ ໃນປີ 2022 ມີທັງໝົດ 249 ຫົວໜ່ວຍ. ໃນນັ້ນ, ໄດ້ແບ່ງປະເພດການຍ້ອງຍໍ 3 ປະເພດ, ປະເພດ I ແມ່ນວິສາຫະ ກິດດີເດັ່ນ 3 ປີຊ້ອນໃນການປະຕິ ບັດຄົບຖ້ວນຕາມ 4 ເງື່ອນໄຂ ຈໍາ ນວນ 29 ຫົວໜ່ວຍ, ໂດຍໄດ້ຮັບໂລ ລາງວັນ ແລະ ໃບຍ້ອງຍໍດີເດັ່ນຈາກ ລັດຖະມົນຕີກະຊວງການເງິນ; ປະ ເພດ II ແມ່ນວິສາຫະກິດດີເດັ່ນ 2 ປີຊ້ອນໃນການປະຕິບັດ 3 ໃນ 4 ເງື່ອນໄຂຈໍານວນ 53 ຫົວໜ່ວຍໄດ້ ຮັບໂລລາງວັນ ແລະ ໃບຍ້ອງຍໍດີ ເດັ່ນຈາກຫ້ອງການກະຊວງການ ເງິນ; ປະເພດ III ແມ່ນວິສາຫະກິດດີ ເດັ່ນໃນປີໃນການປະຕິບັດ 2 ໃນ 4 ເງື່ອນໄຂມີຈໍານວນ 167 ຫົວໜ່ວຍ ໄດ້ຮັບໂລລາງວັນ ແລະ ໃບຍ້ອງຍໍດີ ເດັ່ນຈາກກົມສ່ວຍສາອາກອນກະ ຊວງການເງິນ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ການມອບ ລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ບັນ ດາວິສາຫະກິດທີ່ປະຕິບັດກົດໝາຍ ແລະ ພັນທະອາກອນດີເດັ່ນປີ 2022 ນີ້, ເປັນປີທີ 3 ເຊິ່ງມີຄວາມໝາຍ ຄວາມສໍາຄັນ ໂດຍກະຊວງການ ເງິນໄດ້ຄົ້ນຄວ້າ, ຍ້ອງຍໍຕໍ່ຫົວໜ່ວຍ ວິສາຫະກິດ ທີ່ປະຕິບັດພັນທະອາ ກອນດີເດັ່ນ ປະຈຳປີ 2022 ມີຈໍາ ນວນ 249 ຫົວໜ່ວຍເຫັນໄດ້ວ່າ ເພີ່ມຂຶ້ນ,ຖ້າທຽບກັບ ປີ 2021 ຜ່ານ ມາ ເຊິ່ງຫົວໜ່ວຍວິສາຫະກິດແມ່ນ ມີບົດບາດສໍາຄັນທີ່ສຸດໃນການຂັບ ເຄື່ອນການຂະຫຍາຍຕົວທາງດ້ານ ເສດຖະກິດ, ເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຂອງຂະແໜງການເງິນ. ນອກຈາກ ເປັນຖານຫລາຍຮັບສໍາ ຄັນຂອງງົບປະມານແຫ່ງລັດແລ້ວ, ຍັງມີບົດບາດສໍາຄັນໃນການສ້າງ ວຽກເຮັດງານທໍາ, ສ້າງລາຍໄດ້ ເຊິ່ງເຫັນວ່າເປັນການປະກອບສ່ວນ ສໍາຄັນໃນການດັດສົມເສດຖະກິດ ມະຫາພາກ. ສະນັ້ນ, ການຍ້ອງຍໍ ຄັ້ງນີ້, ເປັນອີກຊ່ອງທາງ ເພື່ອກະຕຸກ ຊຸກຍູ້ບັນດາຫົວໜ່ວຍວິສາຫະກິດທີ່ ຍັງປະຕິບັດພັນທະບໍ່ໄດ້ດີ ໂດຍໃຫ້ ວິສາຫະກິດດີເດັ່ນທີ່ໄດ້ຮັບລາງວັນ ແລະ ຍ້ອງຍໍເປັນຕົວແທນແບບຢ່າງ ໃນການກະຕຸ້ນວິສາຫະກິດດັ່ງກ່າວ, ຫັນເຂົ້າມາສູ່ການດຳເນີນທຸລະກິດ ຕາມກົດໝາຍ ແລະ ລະບຽບການທີ່ ກຳນົດໄວ້.

RkJQdWJsaXNoZXIy MTc3MTYxMQ==