5819

dt-;'dkog'o ,v[]k';a o fu gfa j o c]t .[ph v'p= .sh ;y lkstdy f y Iv'okpq d]a f4t,q o8u 8h voIa [m6 fxtgmfgrn j vo,y f 7totz6 h cmo]k; g0Q kIj ;,dv'xt-5 ,;j kfh ;p dkora fmtokc[[pn opq 'xt9erkdrN ovk-u {xk-u 2y d 37'dkoxa [x5 '{lh v,cx'mk' 13 g|n v c8j lu w7{lu gdu f 9tleg]a f8k,czodko gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 26.02.2024 ປີທີ 23 ສະບັບທີ 5.880 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf xtmkoxtgmf Ij ;,.lj [kf [5 oot,a fltdkozklkfsu o;a fr6 lts]v';a o,k7t[6 -k c]t 4;kpzh kxj klk,a d7u Iv'xtmkoxtgmfIj ;,.lj [kf [5 oot,a fltdkortmkflu 37f8t[v' lts]5 [;Pd xd-{xdl 4 c0;' rkd.8h 1 dv'rq oxt9exu 2023 ຂປລ.ໃນວັນທີ22ກຸມພາ2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ ຕ້ອນຮັບ ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາສປປລາວແລະ ທ່ານນາງເມ ແກນ ເອລິຊ໌ເບັດ ໂຈນສ໌ (Megan Elizabeth JONES), ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງອົດສະຕຣາລີປະຈໍາສປປລາວ ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາ ດໍາລົງຕຳແໜ່ງເປັນເອກອັກຄະລັດ ຂປລ. ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ກໍຄື ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ, ແຂວງ, ນະຄອນຫລວງ ແລະ ອພສ 9 ຕົວເມືອງ ໃນນະຄອນຫລວງ ວຽງຈັນ ຈັດບຸນສະຫລອງວັນມາ ຄະບູຊາ ແລະ ຖວາຍຜ້າປ່າສາມັກຄີ ຂປລ. ໃນລະຫວ່າງວັນທີ 2023 ກຸມພາ 2024, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ນໍາພາຄະ ນະຜູ້ແທນຂອງ ສປປ ລາວ ເຂົ້າ ຮ່ວມກອງປະຊຸມປະຈໍາພາກພື້ນອາ ຊີ-ປາຊີຟິກ ວ່າດ້ວຍການພັດທະນາ ແບບຍືນຍົງ ຄັ້ງທີ11 ພາຍໃຕ້ຫົວຂໍ້: “ຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນ ທ່າມກາງວິກິດການຕ່າງໆ: ຮັບປະ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບວຽກງານປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) 4 ແຂວງພາກໃຕ້ 1 ກອງ ພົນ ປະຈໍາປີ 2023 ແລະ ທິດທາງ ແຜນການ, ວຽກຈຸດສຸມປະຈໍາປີ 2024 ຈັດຂຶ້ນໃນວັນທີ 22 ກຸມພາ 2024 ຢູ່ແຂວງເຊກອງພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງ ພັກ, ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນ ກາງ, ຮອງນາຍົກລັດຖະມົນຕີ, ລັດ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພຸດທະສາສະ ນິກະຊົນຈາກຫລາຍພາກສ່ວນທັງ ຂປລ. ຕອນເຊົ້າວັນທີ 24 ກຸມພາ 2024 ກົງກັບວັນເສົາ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູ ຊາ) ພສ 2566, ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍ ພັນລະຍາ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມພັນລະ ຍາແລະການນໍາຈາກສູນກາງ,ການ ນໍາແຂວງ, ການນໍາເມືອງຈໍາປາສັກ ໄດ້ຮ່ວມກັບຊາວພຸດພາຍໃນແຂວງ ຈໍາປາສັກ, ຕ່າງແຂວງ ແລະ ຕ່າງ ປະເທດ ທຳບຸນໃສ່ບາດຖວາຍເຄື່ອງ ໄຊຍະທານຕ່າງໆ ທີ່ສະຖານບູຮານ ວັດພູຈຳປາສັກ ມໍລະລົກໂລກແຫ່ງ ທີສອງຂອງລາວ. 1.250 ຕົ້ນ ຢູ່ຫໍທຳມະສະພາວັດ ພະທາດຫລວງເໜືອ ເມືອງໄຊເສດ ຖານະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 22-25 ກຸມພາ 2024 ໂດຍມີພະອາຈານໃຫຍ່, ພະເຖລານຸ ເຖລະ, ພະສົ່ງສາມະເນນ, ພຸດທະ ສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ໃນການຈັດບຸນສະຫລອງວັນມາ ຄະບູຊາ ແລະ ຖວາຍຜ້າປ່າສາມັກ ຄີໃນຄັ້ງນີ້, ເພື່ອເຜີຍແຜ່ຄວາມໝາຍ, ຄວາມສຳຄັນ ຂອງວັນມາຄະບູຊາ ແລະ ເຜີຍແຜ່ວັນສຳຄັນທາງພຸດ ທະສາສະໜາ, ເຜີຍແຜ່ຫລັກທຳຄຳ ສອນຂອງອົງສົມ ເດັດສຳມາສຳພຸດ ພາຍໃນ ແລະ ຕ່າງແຂວງໄດ້ພ້ອມ ກັນຮ່ວມພິທີໃສ່ບາດ ແລະ ຖວາຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເຫລັກໄຫລ ສີວິໄລ ກໍາ ມະການສູນກາງພັກ,ປະທານປກຊຖະທູດວິສາມັນຜູ້ມີອຳນາດເຕັມປະ ຈຳ ສປປ ລາວ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະ ສິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍຕໍ່ທ່ານທູດທັງ ສອງປະເທດ ທີ່ໄດ້ຮັບຄວາມໄວ້ເນື້ອ ເຊື່ອໃຈຈາກລັດຖະບານ ກໍຄືປະຊາ ຊົນຂອງຕົນ, ຖືກແຕ່ງຕັ້ງໃຫ້ມາດຳ ລົງຕຳແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈຳ ສປປ ລາວ, ສະແດງຄວາມ ເຊື່ອໝັ້ນວ່າ ທ່ານທູດທັງສອງຈະ ເປັນຂົວຕໍ່ສຳຄັນຊຸກຍູ້ສົ່ງເສີມສາຍ ກັນການສ້າງວິທີທາງແກ້ໄຂທີ່ຍືນ ຍົງ, ທົດທານ ແລະ ການແກ້ໄຂບັນ ຫາດ້ວຍນະວັດຕະກຳໃນພາກພື້ນ ອາຊີ-ປາຊີຟິກ” ໂດຍມີການນໍາຂັ້ນ ສູງຈາກຫລາຍປະເທດເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ ແລະ ຄະ ນະປະທານກອງປະຊຸມ ກໍໄດ້ຢໍ້າຄືນ ຄວາມສຳຄັນໃນການຈັດຕັ້ງປະ ຕິບັດເປົ້າໝາຍການພັດທະນາແບບ ຍືນຍົງ ໃນທ່າມກາງວິກິດການ ຕ່າງໆ ໂດຍສະເພາະແມ່ນການປ່ຽນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/02/2024 xtgmf]k; ຮອງປະທານປະເທດ... ປະທານປະເທດ ຮ່ວມ... ຮອງນາຍົກລັດຖະມົນຕີ... ສະຫລອງວັນມາຄະບູຊາ... ສະຫລຸບວຽກ ປກຊ... ກະຊວງການເງິນ... ການທຳບຸນໃສ່ບາດທີ່ສະຖານ ບູຮານວັດພູຈຳປາສັກ, ນອກຈາກ ເປັນການສືບທອດຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງຈຳປາສັກ ສືບທອດມາແຕ່ບູຮານນະການໃຫ້ ຄຽງຄູ່ກັບຄົນລາວຕະຫລອດໄປ ແລ້ວ, ຍັງເປັນການສະເຫລີມສະ ຫລອງເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ ອີກດ້ວຍ. ຈາກນີ້, ກໍເປັນການອຸທິດສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີ ສຸກ, ທັງເປັນການເຜີຍແຜ່ວັດທະນະ ທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ ສົນໃຈເຂົ້າມາທ່ອງທ່ຽວຊົມວັດພູ ມໍລະດົກໂລກແຫ່ງທີ 2 ຂອງ ລາວ ໃຫ້ນັບມື້ຫລາຍຂຶ້ນ. ໂອກາດນີ້, ພະອາຈານ ມະຫາ ບຸນມາ ສີມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນ ລາວ ພ້ອມຄະນະໄດ້ເທສະໜາແດ່ ອອກຕົນຕົນຍາດໂຍມໃນໂອກາດ ບຸນວັດພູ ແລະ ບຸນມາຄະບູຊາປີນີ້, ໃຫ້ຍຶດໜັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ ແລະ ຈະເລີນ ເດີນຕາມຄຳສັ່ງສອນຂອງອົງສຳ ມາສຳພຸດທະເຈົ້າ, ທັງເປັນເຈົ້າການ ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ໄວ້ຕະຫລອດໄປ. ຂ່າວ-ພາບ: ຈັນທະວີສັກ ທະເຈົ້າ ໃຫ້ພຸດທະສາສະນິກະຊົນ ລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງທົ່ວ ເຖິງ ແລະ ເພື່ອເປັນການລະດົມທຶນ ອຸປະຖຳ ກຳມາທິການເຜີຍແຜ່ສິລະ ທຳ ແລະ ປະຕິບັດກຳມະຖານສູນ ກາງອົງການພຸດທະສາສະໜາສຳ ພັນ ແຫ່ງ ສປປ ລາວ. ໂອກາດດັ່ງກ່າວ, ພະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກຳມາ ທິການເຜີຍແຜ່ສິນລະທໍາ ແລະ ປະ ຕິບັດກຳມະຖານສູນກາງອົງການ ພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວັນມາຄະບູຊາ ເຊິ່ງຄໍາວ່າ ມາຄະ ເປັນຊື່ຂອງເດືອນ ສາມ,ຫຍໍ້ມາຈາກຄໍາວ່າ“ມາຄະປຸຣ ນະມີ” ດັ່ງນັ້ນວັນມາຄະບູຊາ ຈຶ່ງ ໝາຍຄວາມວ່າການບູຊາພະໃນ ວັນ ເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດຍ ເຊິ່ງ ກົງກັບວັນຂຶ້ນ 15 ຄ່ຳເດືອນສາມ. ວັນມາຄະບູຊາ ເປັນວັນທີ່ພະສຳມາ ສຳພຸດທະເຈົ້າສະແດງໂອວາທະ ປາຕິໂມກ ແກ່ພະສົງເປັນຄັ້ງທຳອິດ ຫລັງຈາກຕັດສະຮູ້ແລ້ວ ເປັນເວລາ 9 ເດືອນກັບໜຶ່ງມື້, ກົງກັບວັນຂຶ້ນ 15 ຄໍ່າເດືອນ 3 (ວັນມາຄະບູຊາ) ເຊິ່ງທາງສາສະໜາພາມຖືວ່າ ເປັນ ວັນລອຍບາບ ຮຽກວ່າ ສີວະຣາດີ ມື້ນັ້ນອົງສົມເດັດພະສຳມາສຳພຸດ ທະເຈົ້າ ໄດ້ປະທັບຢູ່ວັດເວລຸວະນາ ຣາມ (ວັດປ່າໄຜ່) ໃນຕອນບ່າຍພິກ ຂຸສົງສາວົກ ຈຳນວນ 1.250 ອົງ ເຊິ່ງລ້ວນແຕ່ເປັນພະອໍຣະຫັນຂີນາ ສົບໄດ້ເດີນທາງມາທີ່ວັດນີ້ໂດຍບໍ່ໄດ້ ນັດໝາຍກັນໄວ້ກ່ອນໜ້າອັນເປັນ ເຫດການທີ່ໜ້າອັດສະຈັນ ແລະ ຫາຍາກ, ການປະຊຸມຂອງພະສົງໃນ ວັນນັ້ນເອີ້ນວ່າ ຈາຕຸລົງຄະສັນນິ ບາດ ເພາະເປັນການປະຊຸມອັນປະ ກອບດ້ວຍອົງສີ່ ຄື: ເປັນມື້ເພັງເດືອນ ສາມ, ພະພິກສຸສົງຈຳນວນ 1.250 ອົງ ມາປະຊຸມພ້ອມກັນໂດຍບໍ່ໄດ້ນັດ ໝາຍ, ພະພິກຂຸສົງເຫລົ່ານັ້ນ ລ້ວນ ແຕ່ເປັນພະອໍຣະຫັນໄດ້ອະພິນຍາ 6 ແລະ ເປັນພະທີ່ພະພຸດທະເຈົ້າບວດ ໃຫ້ທັງໝົດ (ເປັນເອຫິພິກຂຸອຸປະສັມ ປະທາ). ຂ່າວ-ພາບ: ທະນູທອງ ປັດໄຈໄຊຍະທານຕ່າງໆ ໃນວັນທີ 24 ກຸມພາ 2024 ເຊິ່ງກົງກັບວັນ ເສົາມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ພສ 2566 ຢູ່ທີ່ວັດພະທາດສີໂຄດ ຕະບອງ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກ ລັດຖະມົນຕີ, ທ່ານ ວັນໄຊ ພອງ ສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນ ດາອະດີດການນໍາຂອງແຂວງ, ຜູ້ ຊົງຄຸນວຸທິ ເຂົ້າຮ່ວມ ແລະ ຖວາຍ ປັດໄຈໄຊຍະທານສົມທົບທຶນປັບ ປຸງກົມມະລຽນຢູ່ວັດພະທາດສີ ໂຄດຕະບອງ ເພື່ອເປັນພຸດທະບູຊາ ແລະ ຮັກສາໄວ້ ເຊິ່ງສາສະໜາສະ ຖານໃຫ້ມີຄວາມໝັ້ນຄົງ ແລະ ຈະ ເລີນວັດທະນາສືບຕໍ່ໄປ. ບຸນນະມັດສະການພະທາດສີ ໂຄດຕະບອງ ປີ 2024 ແມ່ນມີ ຫລາຍກິດຈະກໍາທີ່ເນັ້ນເຖິງການອະ ນຸລັກຮັກສາດ້ານວັດທະນະທໍາອັນ ດີງາມຂອງຊາດ ເຊິ່ງໄດ້ເພີ່ມສີສັນ ໃຫ້ແກ່ງານປີນີ້ ເຊັ່ນ: ການແຫ່ຜາ ສາດເຜິ້ງ, ການໃສ່ບາດ, ວຽນທຽນ ອ້ອມພຸດທະສິມມາ ແລະ ອົງພະ ທາດ, ວາງສະແດງ ແລະ ຈໍາໜ່າຍ ສິນຄ້າປະເພດຕ່າງໆ, ການແຂ່ງຂັນ ກິລາບານເຕະ, ບານສົ່ງ, ກະຕໍ້, ກິ ລາພື້ນເມືອງຂອງແຂວງຄໍາມ່ວນ (ການເສັງກອງແຕ້-ກອງຈິງ), ການປະກວດນາງສາວອາພອນ ເຜົ່າ, ການສະແດງຂັບລໍາ, ລໍາເລື້ອງ ຕໍ່ກອນ ໃນຕອນຄໍ່າຄືນຍັງມີການ ຄົບງັນຕາມປະເພນີ. ສະເພາະວັນທີ24ກຸມພາ 2024 ພາຍຫລັງສຳເລັດພິທີໃສ່ບາດ ຖວາຍສັງຂະທານແລ້ວ, ໃນຕອນ ບ່າຍຈະມີການແຂ່ງຂັນຊີງຊະນະ ເລີດກິລາປະເພດຕ່າງໆ ແລະ ໃນ ຕອນຄໍ່າຄືນຈະມີພິທີວຽນທຽນ, ຮັບຊົມການສະແດງສີລະປະ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າ ແລະ ວັນທີ 25 ກຸມພາ ເລີ່ມ ແຕ່ເວລາ 7:00 ໂມງແມ່ນມີພິທີໃສ່ ບາດເທິງແທ່ນພະທາດ, ຖວາຍຈັງ ຫັນແດ່ພະສົງສຳມະເນນ, ສູດບັງ ສະກຸນ ແລະ ຖືວ່າຈົບພິທີ. ຂ່າວ-ພາບ: ກອງຄຳ ປກສ ແຂວງ, ເຈົ້າແຂວງເຊກອງ, ມີບັນດາປະທານ-ຮອງປະທານ, ຄະນະກໍາມະການ ປກຊ-ປກສ 4 ແຂວງ (ເຊກອງ, ສາລະວັນ,ຈໍາປາ ສັກ, ອັດຕະປື), ຄະນະພັກ-ຄະນະ ບັນຊາກອງພົນທີ 5 ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ຄະນະກໍາມະການ ປກຊ-ປກສ ແຂວງ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງເຊກອງ ໄດ້ລາຍງານວ່າ: ໃນປີ 2023 ຜ່ານ ມາ, ຄະນະກໍາມະການ ປກຊ-ປກສ 4 ແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ກໍາລັງປະກອບອາວຸດເຄື່ອນໄຫວ ຕິດຕາມກວດກາ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆຕິດພັນກັບການ ປັບປຸງກໍ່ສ້າງ, ຈັດຕັ້ງຝຶກອົບຮົມ- ຫັດແອບດ້ານສິລະປະຍຸດ-ຍຸດທະ ວິທີ, ວິຊາສະເພາະເຕັກນິກໃຫ້ກໍາ ລັງ ປກຊ-ປກສ ເພື່ອກຽມພ້ອມຮັບ ມືກັບທຸກສະຖານະການທີ່ອາດເກີດ ຂຶ້ນໃຫ້ທັນເວລາ; ຫັນລົງກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນ ນະບົດຮອບດ້ານຢ່າງ ແຂງແຮງ ແລະ ມີຈຸດສຸມ; ເອົາໃຈໃສ່ເຮັດວຽກ ງານ 3 ສ້າງ, ສ້າງທ່າສະໜາມສົງ ຄາມປະຊາຊົນ3ຂັ້ນ. ໃນນີ້, ສາມາດ ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 752 ບ້ານ 27.861 ຄອບຄົວ; ບ້ານປ້ອງກັນຄວາມສະຫງົບດີ719 ບ້ານ150.381ຄອບຄົວ;ບ້ານປ້ອມ ໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ 162 ກຸ່ມບ້ານ; ຂຶ້ນບັນຊີເກັບກໍາທ້ອນ ໂຮມອາວຸດເສິກໄດ້ 379 ກະບອກ; ມ້າງ ຄະດີຢາເສບຕິດໄດ້ 263 ລາຍ, ກັກຜູ້ຕ້ອງຫາໄດ້ 383 ຄົນ, ຍຶດຂອງກາງປະເພດຢາບ້າໄດ້ 391.340 ເມັດ, ຢາໄອ 157 ກິ ໂລ, ໃບກະທ້ອມ 36 ກິໂລ, ລົດຈັກ 94 ຄັນ, ລົດໃຫຍ່ 29 ຄັນ ແລະໂທ ລະສັບ 391 ໜ່ວຍ; ມີອັກຄີໄພ ເກີດຂຶ້ນທັງໝົດ 30 ຄັ້ງມູນຄ່າເສຍ ຫາຍ 4,2 ຕື້ກວ່າກີບ ແລະ ມີອຸບັດ ເຫດຕາມທ້ອງຖະໜົນເກີດຂຶ້ນທັງ ໝົດ 578 ຄັ້ງມູນຄ່າເສຍຫາຍ 7,4 ຕື້ກວ່າກີບ.ພ້ອມນີ້, ກໍໄດ້ເອົາໃຈ ໃສ່ ນໍາພາ-ຊີ້ນໍາກໍາລັງປະກອບອາວຸດ, ກໍາລັງຫລວງ, ກໍາລັງທ້ອງຖິ່ນເຮັດ ໜ້າທີ່ປ້ອງກັນເວນຍາມສະຖານ ທີ່ສໍາຄັນຕ່າງໆ, ແຂກການນໍາຂັ້ນ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ໃຫ້ນັບມື້ຈະເລີນງອກ ງາມຍິ່ງໆຂຶ້ນໃນອະນາຄົດ, ກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວ ຂ້ອງຕ່າງໆຂອງລາວ ພ້ອມທີ່ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອ ອໍານວຍຄວາມສະດວກໃຫ້ບັນດາ ທ່ານທູດ ສາມາດເຮັດສໍາເລັດໜ້າ ທີ່ວຽກງານຂອງຕົນ ທີ່ໄດ້ຮັບມອບ ໝາຍຢ່າງມີຜົນສຳເລັດຈົບງາມ. ພ້ອມດຽວກັນ, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ສະເໜີໃຫ້ທ່ານ ທູດທັງສອງ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການ ແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງບັນດາການນຳ ຂັ້ນສູງໃນຕໍ່ໜ້າ, ເພີ່ມທະວີການ ຮ່ວມມືດ້ານການຄ້າ, ການລົງທຶນ, ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ພະລັງງານສະອາດ, ການສຶກສາ, ການພັດທະນາຊັບພະ ຍາກອນມະນຸດ , ແຮງງານ, ສາທາ ລະນະສຸກ ແລະ ຂົງເຂດບຸລິມະສິດ ອື່ນໆ, ຊຸກຍູ້ຂົນຂວາຍບັນດານັກທຸ ລະກິດ-ນັກລົງທຶນ ແລະ ນັກທ່ອງ ທ່ຽວໃຫ້ມາ ສປປ ລາວ ຫລາຍຂຶ້ນ ໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືເປົ້າໝາຍການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນຊຸມປີຕໍ່ ໜ້າ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍ ເນັ້ນການສົ່ງເສີມການເຊື່ອມຕໍ່ພາກ ພື້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ອາຊຽນ, ເສີມຂະຫຍາຍການພົວ ພັນຮ່ວມມືກັບບັນດາຄູ່ຮ່ວມພັດທະ ນາຕ່າງໆ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍ ເຫລືອ ແລະ ການຮ່ວມມື ຈາກທ່ານ ທູດທັງສອງ ເພື່ອເຮັດໃຫ້ການເປັນ ປະທານອາຊຽນ ຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. ໂອກາດດຽວກັນ, ທ່ານທູດທັງ ສອງກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງນາຍົກລັດຖະມົນຕີສະ ເຫລີມໄຊ ກົມມະສິດ ທີ່ໃຫ້ການ ຕ້ອນຮັບອັນອົບອຸ່ນໃນໂອກາດມາ ປະຕິບັດໜ້າທີ່ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງໄດ້ຢືນຢັນຈະສຸມທຸກກຳລັງ ແຮງຂອງຕົນປະກອບສ່ວນເຂົ້າໃນ ການຊຸກຍູ້ສົ່ງເສີມການພົວພັນຮ່ວມ ມືລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ. ສປປລາວແລະຣາຊະອານາຈັກ ດານມາກ ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນໃນວັນທີ 01 ພະ ຈິກ 1956 (ຄົບຮອບ 68 ປີ), ດານ ມາກ ໄດ້ໃຫ້ການຊ່ວຍເຫລືອໃນ ຂອບສອງຝ່າຍ ແຕ່ປີ2000-2019 ໃນ 4 ຂະແໜງການ ຄື: ການຮັກສາ ຊັບພະຍາກອນ ແລະ ສິ່ງແວດລ້ອມ, ຂະແໜງສາທາລະນະສຸກ, ອຸດສາ ຫະກຳ ແລະ ປ່າໄມ້ ແລະ ການສຶກ ສາ. ທັງໄດ້ຊ່ວຍເຫລືອ ສປປ ລາວ ດ້ວຍຫລາຍຮູບການຜ່ານຂອບ ຫລາຍຝ່າຍ ເຊັ່ນ: ໃນຂອບການຮ່ວມ ມືຂອງ ສປຊ, ສະຫະພາບເອີຣົບ, ອົງການແມ່ນ້ຳຂອງແລະການອະນຸ ລັກສັດນ້ຳຈືດ. ນອກຈາກນີ້, ນັກລົງ ທຶນດານມາກ ກໍໄດ້ເຂົ້າມາລົງທຶນ ດຳ ເນີນທຸລະກິດຢູ່ ສປປ ລາວ ເຊິ່ງ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະ ຊາຊົນລາວເປັນຈຳນວນຫລາຍ, ປະ ກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມໃນໄລ ຍະຜ່ານມາ. ສຳລັບ ອົດສະຕຣາລີ ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 15 ມັງກອນ 1952 (ຄົບ ຮອບ 72 ປີ), ອົດສະຕຣາລີ ຖືກຈັດ ເປັນອັນດັບ 3 ຂອງປະເທດທີ່ໃຫ້ ການຊ່ວຍເຫລືອທາງການເພື່ອການ ພັດທະນາ (ODA) ໃຫ້ແກ່ ສປປ ລາວ, ມູນຄ່າ 47,7 ລ້ານໂດລາອົດ ສະຕຣາລີ (ສົກປີ 2023-2024) ໃນຫລາຍຂົງເຂດບູລິມະສິດ ເປັນ ຕົ້ນ ການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ, ການພັດທະນາ ພື້ນຖານໂຄງລ່າງ, ການພັດທະນາ ຊົນນະບົດ, ກະສິກຳ, ສາທາລະນະ ສຸກ ແລະ ອື່ນໆ.ການລົງທຶນຂອງ ອົດສະຕຣາລີ ຢູ່ລາວ ມີ 90 ໂຄງ ການ, ມູນຄ່າ 194 ລ້ານໂດລາສະ ຫະລັດ, ພ້ອມທັງເປັນປະເທດຄູ່ຮ່ວມ ເຈລະຈາອາຊຽນ ຫລື (ASEANAustralia). ຂ່າວ-ພາບ: ກຕທ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບ ທ່ານ ນິໂກລາຍ ພຣິດສ໌ ທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບ ທ່ານນາງ ເມ ແກນ ເອລິຊ໌ເບັດ ໂຈນສ໌ ທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ສູງທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາ ເຫັນຊີ້ນໍາໃຫ້ຄະນະກໍາມະການ ປກຊ-ປກສ 4 ແຂວງ ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ກໍາ ລັງ ປກຊ-ປກສ, ປະຊາຊົນບັນດາ ເຜົ່າຮັບຮູ້-ເຂົ້າໃຈ ແລະ ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງແຂງແຮງ; ປັບ ປຸງແບບແຜນການນໍາພາ-ບັນຊາ, ຈັດຕັ້ງຝຶກອົບຮົມ, ຫັດແອບສິລະ ປະຍຸດ-ຍຸດທະວິທີ ແລະ ວິຊາສະ ເພາະ; ຫັນລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານປ້ອງກັນຊາດເຂັ້ມ ແຂງ, ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ ຮົບຕິດລ່ຽນໃຫ້ຫລາຍຂຶ້ນ; ເສີມ ຂະຫຍາຍມູນເຊື້ອວຽກງານ ປກຊປກສ ຕິດພັນກັບ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນ ປະເທດ ແລະ 4 ແຜນງານ 41 ໂຄງການຂອງກະຊວງປ້ອງກັນ ຄວາມສະຫງົບ ແລະ ເອົາໃຈໃສ່ແກ້ ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ. ທັງນີ້, ກໍເພື່ອເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບສຸກ-ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ສັນຍາ ຂປລ. ກະຊວງການເງິນໄດ້ຈັດ ພິທີມອບລາງວັນດີເດັ່ນ ແລະ ໃບ ຍ້ອງຍໍໃຫ້ວິສາຫະກິດທີ່ປະຕິບັດພັນ ທະອາກອນດີເດັ່ນ ປີ 2022 ລວມ ທັງໝົດ 249 ຫົວໜ່ວຍ ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ສົມຈິດ ຄໍາມຸງຄຸນວ່າການຫົວໜ້າຫ້ອງການ ກະຊວງການເງິນ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາ ອາກອນກະຊວງການເງິນ, ມີຕາງ ໜ້າ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກົມ, ຄະນະອໍາ ນວຍການ, ຕາງໜ້າວິສາຫະກິດ ເຂົ້າຮ່ວມ. ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ໃຫ້ຮູ້ວ່າ: ການມອບລາງວັນໃນ ຄັ້ງນີ້, ເປັນການສ້າງມາດຕະຖານ, ການສ້າງຄວາມຕື່ນຕົວ ແລະ ຍ້ອງຍໍ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ປະກອບສ່ວນໃນການມອບພັນ ທະອາກອນ ໃຫ້ແກ່ລັດຖະບານ, ທັງ ເປັນການສ້າງສາພັດທະນາປະເທດ ຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ພ້ອມກັນນີ້, ກໍເພື່ອເປັນແບບຢ່າງ ທີ່ດີໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດທີ່ໄດ້ປະ ກອບສ່ວນໃນການສ້າງສາພັດທະ ນາປະເທດຊາດ. ນອກນີ້, ຍັງເປັນ ມາດຖານໃນການຍົກລະດັບໃຫ້ຫົວ ໜ່ວຍທຸລະກິດປະຕິບັດພັນທະໄດ້ດີ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບ ປະກັນມອບລາຍຮັບເຂົ້າງົບປະມານ ແຫ່ງລັດຢ່າງຖືກຕ້ອງຄົບຖ້ວນ. ການຍ້ອງຍໍຄັ້ງນີ້, ໄດ້ມີການຄົ້ນ ຄວ້າ ແລະ ກຳນົດມາດຕະຖານໄວ້ຢູ່ 4 ເງື່ອນໄຂຄື: ວິສາຫະກິດທີ່ມີການ ແຈ້ງ-ມອບອາກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ; ວິສາ ຫະກິດທີ່ມາຍື່ນບົດລາຍງານການ ເງິນປະຈຳປີ; ບໍ່ມີໜີ້ຄ້າງມອບໃນລະ ບົບ TaxRIS ແລະ ຈາກບົດບັນທຶກ ກວດກາໃນປີ 2021; ບໍ່ມີປັບໃໝ ຊັກຊ້າຈາກການແຈ້ງມອບອາກອນ ປົກກະຕິ. ສ່ວນການຈັດປະເພດຍ້ອງ ຍໍ ແມ່ນກຳນົດເອົາວິສາຫະກິດທີ່ຄົບ ເງື່ອນໄຂຢ່າງຕໍ່າສຸດ 3 ໃນ 4 ເງື່ອນໄຂທີ່ໄດ້ກຳນົດໄວ້ ແລະ ໃນປີ 2022 ມີທັງໝົດ 249 ຫົວໜ່ວຍ. ໃນນັ້ນ, ໄດ້ແບ່ງປະເພດການຍ້ອງຍໍ 3 ປະເພດ, ປະເພດ I ແມ່ນວິສາຫະ ກິດດີເດັ່ນ 3 ປີຊ້ອນໃນການປະຕິ ບັດຄົບຖ້ວນຕາມ 4 ເງື່ອນໄຂ ຈໍາ ນວນ 29 ຫົວໜ່ວຍ, ໂດຍໄດ້ຮັບໂລ ລາງວັນ ແລະ ໃບຍ້ອງຍໍດີເດັ່ນຈາກ ລັດຖະມົນຕີກະຊວງການເງິນ; ປະ ເພດ II ແມ່ນວິສາຫະກິດດີເດັ່ນ 2 ປີຊ້ອນໃນການປະຕິບັດ 3 ໃນ 4 ເງື່ອນໄຂຈໍານວນ 53 ຫົວໜ່ວຍໄດ້ ຮັບໂລລາງວັນ ແລະ ໃບຍ້ອງຍໍດີ ເດັ່ນຈາກຫ້ອງການກະຊວງການ ເງິນ; ປະເພດ III ແມ່ນວິສາຫະກິດດີ ເດັ່ນໃນປີໃນການປະຕິບັດ 2 ໃນ 4 ເງື່ອນໄຂມີຈໍານວນ 167 ຫົວໜ່ວຍ ໄດ້ຮັບໂລລາງວັນ ແລະ ໃບຍ້ອງຍໍດີ ເດັ່ນຈາກກົມສ່ວຍສາອາກອນກະ ຊວງການເງິນ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ການມອບ ລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ບັນ ດາວິສາຫະກິດທີ່ປະຕິບັດກົດໝາຍ ແລະ ພັນທະອາກອນດີເດັ່ນປີ 2022 ນີ້, ເປັນປີທີ 3 ເຊິ່ງມີຄວາມໝາຍ ຄວາມສໍາຄັນ ໂດຍກະຊວງການ ເງິນໄດ້ຄົ້ນຄວ້າ, ຍ້ອງຍໍຕໍ່ຫົວໜ່ວຍ ວິສາຫະກິດ ທີ່ປະຕິບັດພັນທະອາ ກອນດີເດັ່ນ ປະຈຳປີ 2022 ມີຈໍາ ນວນ 249 ຫົວໜ່ວຍເຫັນໄດ້ວ່າ ເພີ່ມຂຶ້ນ,ຖ້າທຽບກັບ ປີ 2021 ຜ່ານ ມາ ເຊິ່ງຫົວໜ່ວຍວິສາຫະກິດແມ່ນ ມີບົດບາດສໍາຄັນທີ່ສຸດໃນການຂັບ ເຄື່ອນການຂະຫຍາຍຕົວທາງດ້ານ ເສດຖະກິດ, ເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຂອງຂະແໜງການເງິນ. ນອກຈາກ ເປັນຖານຫລາຍຮັບສໍາ ຄັນຂອງງົບປະມານແຫ່ງລັດແລ້ວ, ຍັງມີບົດບາດສໍາຄັນໃນການສ້າງ ວຽກເຮັດງານທໍາ, ສ້າງລາຍໄດ້ ເຊິ່ງເຫັນວ່າເປັນການປະກອບສ່ວນ ສໍາຄັນໃນການດັດສົມເສດຖະກິດ ມະຫາພາກ. ສະນັ້ນ, ການຍ້ອງຍໍ ຄັ້ງນີ້, ເປັນອີກຊ່ອງທາງ ເພື່ອກະຕຸກ ຊຸກຍູ້ບັນດາຫົວໜ່ວຍວິສາຫະກິດທີ່ ຍັງປະຕິບັດພັນທະບໍ່ໄດ້ດີ ໂດຍໃຫ້ ວິສາຫະກິດດີເດັ່ນທີ່ໄດ້ຮັບລາງວັນ ແລະ ຍ້ອງຍໍເປັນຕົວແທນແບບຢ່າງ ໃນການກະຕຸ້ນວິສາຫະກິດດັ່ງກ່າວ, ຫັນເຂົ້າມາສູ່ການດຳເນີນທຸລະກິດ ຕາມກົດໝາຍ ແລະ ລະບຽບການທີ່ ກຳນົດໄວ້.

xtgmf]k; 3 26/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ພາບປະກອບ ໂດຍ: ຣັດສະໝີ ດວງສັດຈະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,n v']h v'-ko dtdP,7;k,rh v, fegou odv'xt-5 ,.spj 3 0A o0v'ra d ໂດຍ: ເຂົ້າຈານນໍ້າ * ພື້ນຖານໂຄງລ່າງ ເປັນປັດໄຈສຳ ຄັນທີ່ຊ່ວຍຊຸກຍູ້ ແລະ ພັດທະນາຊີວິດ ການເປັນຢູ່ຂອງປະຊົນໃຫ້ດີຂຶ້ນເໝືອນ ດັ່ງປະຊາຊົນບ້ານນ້ຳໂມ້ ເມືອງອະນຸ ວົງ ແຂວງໄຊສົມບູນ ດີໃຈຫລາຍທີ່ ໄດ້ມີຕະຫລາດຊື້-ຂາຍສິນຄ້າ ຊຶ່ງ ເປັນພື້ນຖານໂຄງລ່າງສຳຄັນຊ່ວຍ ໃຫ້ເຂົາເຈົ້າມີບ່ອນຊື່-ຂາຍ ແລກປ່ຽນ ຜົນຜະລິດກະສະກຳ ໂດຍຕະຫລາດ ແຫ່ງນີ້ແມ່ນບໍລິສັດ ພູເບ້ຍ ມາຍນິງ xt-k-q o[h kooE3,h fu .9-u ;y fdkogxa o16j fu 0B o ຈຳກັດ ໄດ້ໃຫ້ການຊ່ວຍກໍ່ສ້າງ ຍ້ອນ ຢາກປະກອບສ່ວນໃຫ້ແກ່ການພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ ດີຂຶ້ນເປັນກ້າວໆ. ນາງ ຜິວ ປະຊາຊົນບ້ານໂມ້ໄດ້ໃຫ້ ຮູ້ວ່າ: ມີຄວາມດີອົກດີໃຈຫລາຍທີ່ ທາງບໍລິສັດພູເບ້ຍ ໄດ້ໃຫ້ການຊ່ວຍ ເຫລືອກໍ່ສ້າງດ້ານຕ່າງໆທີ່ຕິດພັນກັບ ຊີວິດການເປັນຢູ່ຂອງປະຊາຊົນມາ ໂດຍຕະຫລອດ. ໜຶ່ງໃນຫລາຍດ້ານນັ້ນ ສິ່ງທີ່ປະຊາຊົນດີໃຈຫລາຍກໍ່ແມ່ນ ການມີຕະຫລາດຊຸມຊົນຊື້-ຂາຍ ໂດຍ ສະເພາະພາຍຫລັງຜະລິດພືດຜັກໄດ້ ກໍ່ມີບ່ອນຂາຍ ຊຶ່ງຕ່າງຈາກເມື່ອກ່ອນ ທີ່ຍັງບໍ່ມີຕະຫລາດ ຜະລິດພືດຜັກໄດ້ ແມ່ນເປ້ເລາະຂາຍຕາມບ້ານ ອັນສ້າງ ຄວາມຫຍຸ້ງຍາກຫລາຍ. ແນວໃດກໍ່ດີ ປັດຈຸບັນມີຕະຫລາດແລ້ວກໍ່ສຸມໃສ່ຜະ ລິດພືດຜັກໃຫ້ຫລາຍຂຶ້ນ ເພື່ອໃຫ້ມີຜົນ ຜະລິດປ້ອນຕະຫລາດບໍ່ໃຫ້ຂາດ ທາງ ເປັນການສ້າງອາຊີບ, ມີລາຍໄດ້ທີ່ໝັ້ນ ຄົງ ແລະ ກ້າວໄປສູ່ການຫລຸດພົ້ນຈາກ * ປັດຈຸບັນຫລາຍທ້ອງຖິ່ນ ໄດ້ ເອົາໃຈໃສ່ກະກຽມຄວາມພ້ອມຫລາຍ ດ້ານ ເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ສຳລັບຢູ່ເມືອງລ້ອງ ຊານ ແຂວງໄຊສົມບູນ ກໍ່ໄດ້ຈັດ ກອງປະຊຸງມເຜີຍແຜ່ ເຊື່ອມຊຶມນິຕິ ກຳຕ່າງໆ ໃຫ້ແກ່ແຕ່ລະໜ່ວຍພັກ ທົ່ວເມືອງ ເພື່ອເຮັດໃຫ້ບັນດາສະ ມາຊິກພັກມີຄວາມເຂົ້າໃຈຢ່າງ ເລິກເຊິ່ງ ໂດຍສະເພາະຄຳສັ່ງ, ເລກທີ 11/ນຍ ວັນທີ 21 ກໍລະກົດ 2023, ເລກທີ 0009/ຈຂ.ຊບ ລົງວັນທີ 03.01.2024 ຂອງທ່ານ ນາຍຍົກລັດຖະມົນ ແລະ ທ່ານເຈົ້າ ແຂວງໄຊສົມບູນ ວ່າດ້ວຍການເພີ່ມ ທະວີຄວາມເຂັ້ມງວດ, ຄຸ້ມຄອງ ປົກປັກຮັກສາປ່າໄມ້, ໄຟໄໝ້ລາມ ປ່າທຳມະຊາດທີ່ດິນ, ມະຕິຕົກລົງ ຄຸ້ມຄອງເງິນຕາຕ່າງປະເທດນຳ ຫົວໜ່ວຍສົ່ງອອກ ແຕ່ລະຂະແໜງ ການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງ ອອກເພື່ອນຳລາຍຮັບເງິນຕາເຂົ້າ ມາຕາມລະບຽບການ. ຄຸ້ມຄອງ ການອະນຸຍາດໂອນເງິນ ເພື່ອຊຳລະ ກັບຕ່າງປະເທດໂດຍສະເພາະຊຳ ລະສິນຄ້າ ແລະ ການບໍລິການທີ່ມີ ລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານ ທຸລະກິດ (ເປັນຕົ້ນການໂອນເງິນຊື້ ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ). ເອົາໃຈໃສ່ຄຸ້ມຄອງກະແສ ການລົງທຶນໂດຍກົງຕ່າງປະເທດທັງ ສູນກາງແລະທ້ອງຖິ່ນໃຫ້ມາຢັ້ງຢືນ ທຶນໃຫ້ທັນເວລາ, ເມື່ອນຳທຶນເຂົ້າ ມາຜ່ານທະນາຄານຢູ່ ສປປ ລາວ ເພື່ອສະດວກໃນການໂອນທຶນກັບ ຄືນປະເທດໃນອານາຄົດ. ປະຕິບັດ ຜູ້ລົງທຶນຕ່າງປະເທດເປີດບັນຊີກະ ກຽມການລົງທຶນກັບທະນາຄານທຸ ລະກິດກ່ອນໄດ້ຮັບອະນຸຍາດລົງທຶນ ຫລື ທະບຽນວິສາຫະກິດ ແລະ ຫັນ ບັນຊີເງິນຝາກສະເພາະກ່ຽວກັບ ການລົງທຶນ. ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານ ບັນຊີດັ່ງກ່າວ ເມື່ອມີການໃຊ້ຈ່າຍ ຢູ່ພາຍໃນ ສປປ ລາວ ເປັນເງິນກີບ ເປັນຕົ້ນ: ຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງ ງານ ແລະ ອື່ນໆ. ສ້າງຍຸດທະສາດ ຄຸ້ມຄອງໜີ້ສິນຕ່າງປະເທດໃນລະ ດັບຄວບຄຸມໄດ້ ແລະ ກຳນົດຂອບ ເຂດເພດານອະນຸຍາດກູ້ຢືມຕ່າງປະ ເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະ ນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70%ຂອງGDPໃນ5ປີຕໍ່ໜ້າ. ສົ່ງເສີມການນໍາໃຊ້ເງິນກີບໃນການ ຊໍາລະ ແລະ ການຕິດປະກາດລາຄາ ສິນຄ້າແລະບໍລິການພາຍໃນປະເທດ ໃຫ້ເປັນເງິນກີບ ແລະ ຜ່ານລະບົບ ທະນາຄານໂດຍສະເພາະການຊຳລະ ຄ່າທີດິນແລະພາຫະນະ, ສົ່ງເສີມ ການນຳໃຊ້ສະກຸນທ້ອງຖິ່ນໃນການ ຊຳລະກັບປະເທດອ້ອມຂ້າງຂອງ ພາກທຸລະກິດໂດຍສະເພາະກີບດົງ; ກີບ-ຢວນ ແລະ ກີບ-ບາດ. ຕິດ ຕາມກວດກາການເຄື່ອນໄຫວທຸລະ ກໍາການເງິນຕ່າງປະເທດ ທີ່ເຄື່ອນ ໄຫວບໍ່ຖືກຕ້ອງຕາມກົດໝາຍເປັນ ຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ ຫລຸດລົງ, ການໂອນເງິນດ່ວນຜ່ານ ບັນຊີ, ໂດຍສະເພາະການເປີດບັນຊີ ການສົ່ງອອກ-ນຳເຂົ້າ ແລະ ການ ເປີດບັນຊີການລົງທຶນ. ສັງລວມແລ້ວ, ການປັບປຸງການ ຄຸ້ມຄອງເງິນຕາຕ່າງປະເທດທີ່ດໍາ ເນີນແມ່ນມາຖືກທິດທາງແລ້ວ, ຂໍ ໃຫ້ສັງຄົມມີຄວາມເຊື່ອໝັ້ນແລະສະ ໜັບສະໜູນເປັນກຳລັງແຮງຊຸກຍູ້ ທິດທາງນະໂຍບາຍ ແລະ ມາດຕະ ການຕ່າງໆຂອງລັດ ໃຫ້ເປັນຈິງ, ແລະ ຕ້ອງເຮັດໃຫ້ເຖິງຖອງ ໂດຍ ການມີສ່ວນຮ່ວມຂອງຫລາຍຂະ ແໜງການ ແລະ ພ້ອມກັນປະຕິບັດ ເປັນເອກະພາບທຸກຂັ້ນທາງສູນກາງ ແລະ ທ້ອງຖິ່ນເຊິ່ງຈະເຮັດໃຫ້ການ ຄຸ້ມຄອງເງິນຕາຕ່າງປະເທດ ໄດ້ຮັບ ການປັບປຸງເປັນລະບົບຄົບຊຸດ ແລະ ມີບາດກ້າວຫັນປ່ຽນຢ່າງແທ້ຈິງ ແລະ ນຳສະຖຽນລະພາບທາງດ້ານ ເສດຖະກິດ-ການເງິນກັບຄືນສູ່ສະ ພາບປົກກະຕິໂດຍໄວ. my fmk'dko75h ,7v' g'y o8k8j k'xtgmf .sh g0Q kl6j ]t[q [mtok7ko gruj ,0B o ຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການແບ່ງຄວາມຮັບຜິດ ຊອບຂອງແຕ່ລະໜ່ວຍພັກ. ກອງປະຊຸມໃຫ່ຍ 3 ຂັ້ນຂອງ ພັກທົ່ວເມືອງລ້ອງຊານ ເພື່ອສ້າງ ສາໜ່ວຍພັກໃຫ້ໄດ້ຫລາຍໜ່ວຍ ກວ່າໄລຍະ 5 ປີຜ່ານມາ ແລະ ແຜນ ສູ້ຊົນໃຫ້ໄດ້ກຳມະການ 27 ສະ ຫາຍ, ຄະນະປະຈຳໃຫ້ໄດ້ 7 ສະ ຫາຍ, ທັງເຮັດໃຫ້ບັນດາສະຫາຍ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກຳ ແໜ້ນໃຫ້ໄດ້ເນື້ອໃນ ເພື່ອນຳໄປ ເຜີຍແຜ່ໃຫ້ຫ້ອງການກົມກອງສະ ມາຊິກຂອງຕົນ, ໃຫ້ມີຄວາມເຂົ້າ ໃຈຕໍ່ແຜນການຈັດຕັ້ງປະຕິບັດໃນ ຕໍ່ໜ້າ, ສ້າງຄວາມເຂັ້ມແຂງ 62 ໜ່ວຍພັກທົ່ວເມືອງໄດ້ຮັບຜົນດີ ແລະ ເປັນໜ່ວຍພັກປອດໃສເຂັ້ມແຂງ ຢ່າງແທ້ຈິງ. ນອກນັ້ນ, ໃຫ້ຮາກ ຖານບ້ານນຳເອົາເນື້ອໃນເອກະ ສານດັ່ງກ່າວ ນຳໄປເຜີຍແຜ່ໃຫ້ປະ ຊາຊົນທົ່ວ25ບ້ານຂອງເມືອງລ້ອງ ຊານໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວ ທາງນະໂຍບາຍຂອງພັກ-ລັດໃຫ້ ເລິກເຊິ່ງດີຂຶ້ນກວ່າເກົ່າ. * ທ່ານ ເພັດສະຖາພອນ ແກ້ວ ວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນ ຕາຕ່າງປະເທດ (ກຄງຕ), ທະນາ ຄານແຫ່ງ ສປປ ລາວ (ທຫລ) ໄດ້ ຍົກໃຫ້ເຫັນທິດທາງການຄຸ້ມຄອງ ເງິນຕາຕ້ອງຮັບປະກັນສະພາບ ທາງດ້ານເງິນຕາໂດຍລວມມີຄວາມ ຫງົບ, ໝັ້ນທ່ຽງ. ທຫລ ຈະສືບຕໍ່ຄຸ້ມ ຄອງແຫລ່ງເງິນຕາຕ່າງປະເທດໃຫ້ ເຂົ້າສູ່ລະບົບທະນາຄານເພີ່ມຂຶ້ນ, ສ້າງຄວາມສົມດຸນລະຫວ່າງກະແສ ເງິນຕາເຂົ້າ-ອອກໄປເພື່ອຊຳລະ ກັບຕ່າງປະເທດ, ສ້າງຄວາມເຂັ້ມ ແຂງຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າຫລາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິ ສະພາແຫ່ງຊາດກຳນົດ, ນຳລາຍຮັບ ເງິນຕາຕ່າງປະເທດຈາກການສົ່ງ ອອກເຂົ້າລະບົບທະນາຄານໃນສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ສະນັ້ນທຫລຈະສຸມໃສ່ໜ້າວຽກ ຕົ້ນຕໍດັ່ງນີ້: ຈະສ້າງແລະປັບປຸງນິຕິ ກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດ ກ່ຽວກັບການຄຸ້ມຄອງລາຍຮັບເງິນ ຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກ ເງິນຕາກັບລະບົບທະນາຄານຕາມ ສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍ ການນຳໃຊ້ເງິນຕາໃນ ສປປ ລາວ, ການຄຸ້ມຄອງເງິນຕາຈາກລາຍຮັບ ແຮງງານ, ການທ່ອງທ່ຽວ, ການ ເປີດບັນຊີເງິນຕາຕ່າງປະເທດຢູ່ພາຍ ໃນແລະຕ່າງປະເທດ ແລະ ອື່ນໆ. ຄຸ້ມຄອງກະແສເງິນຕາຕ່າງປະເທດ ດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີ ເງິນຝາກສະເພາະບໍລິສັດນຳເຂົ້າສົ່ງອອກໃນໄຕມາດ1ປິ2024.ເລັ່ງ ພັດທະນາລະບົບການຄຸ້ມຄອງກະ ແສເງິນຕາຕ່າງປະເທດໃຫ້ທົດລອງ ນຳໃຊ້ໃນໄຕມາດ 1 ປີ 2024 ແລະ ມີການຄຸ້ມຄອງຕິດຕາມແບບອອນ ລາຍໂດຍເຊື່ອມໂຍງກັບຂະແໜງ ການ(ການເງິນ, ການຄ້າ ແລະທະ ນາຄານ). ຕິດຕາມຫົວໜ່ວຍຜູ້ສົ່ງ ອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ຕາມໄລຍະເວລາ ແລະ ອັດຕາສ່ວນ ນຳລາຍຮັບເຂົ້າມາ ພ້ອມທັງຂາຍ ອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະ ນາຄານ. ຕິດຕາມຊຸກຍູ້ວຽກງານ ຄວາມທຸກຍາກຕາມແນວທາງຂອງ ພັກ ແລະ ລັດວາງອອກ. ຢ່າງໃດກໍ່ຕາມ ຜ່ານມາ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໄດ້ມອບ 10 ພື້ນ ຖານໂຄງລ່າງທີ່ຕິດພັນກັບຊີວິດການ ເປັນຢູ່ໃຫ້ແກ່ສາມບ້ານອ້ອມຂ້າງບໍລິ ສັດຄື: ຂົງເຂດສາທາລະນະສຸກ,ສຶກສາ ແລະ ຊົນລະປະທານ. ໃນນັ້ນ, ມີໂຄງ ການກໍ່ສ້າງຊົນລະປະທານ ນ້ຳແດງ (ບ້ານນ້ຳໂມ້), ການປັບປຸງໂຮງຮຽນ ອະນຸບານບ້ານນ້ຳຍອນ, ການກໍ່ສ້າງ ຫ້ອງນ້ຳໃຫ້ໂຮງຮຽນປະຖົມບ້ານນ້ຳ ໂມ້ ແລະ ນ້ຳຍອນ, ການກໍ່ສ້າງຫໍ່ພັກຄູ ແລະ ພະຍາບານ ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ, ເສັ້ນທາງປູຢາງຫາ ໂຮງຮຽນປະຖົມນ້ຳຍອນ, ໂຮງຮຽນປະ ຖົມສີ່ຫ້ອງຮຽນບ້ານນ້ຳຍອນ, ການປັບ ປຸງຫໍພັກຄູບ້ານນ້ຳຍອນ, ການກໍ່ສ້າງ ໂຮງໝໍນ້ອຍຊຸມຊົນບ້ານນ້ຳໂມ້ ແລະ ໂຄງການກໍ່ສ້າງຕະຫລາດສົດຊຸມຊົນ ບ້ານນ້ຳໂມ້. ທັງໝົດນັ້ນລ້ວນແຕ່ແມ່ນ ພື້ນຖານໂຄງລ່າງທີ່ສຳຄັນໃນການດຳ ລົງຊີວິດຂອງປະຊາຊົນ, ທັງຊ່ວຍພັດ ທະນາຊີວິດການເປັນຢູ່ຂອງປະຊາ ຊົນໃນເຂດຊົນນະບົດໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==