xtgmf]k; 6 21/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ lk,s]j P,7e c];glf4tdy fgdu f.\j ທຶນ ໄປແລ້ວພັນລ້ານໂດລາສະຫະ ລັດ ເພື່ອເນລະມິດເຂດເສດຖະກິດພິ ເສດສາມຫລ່ຽມຄໍາໃຫ້ກາຍເປັນ ເຂດເປັນພັດທະນາທີ່ທັນສະໄໝສາ ມາຮອງຮັບປະຊາກອນແລະນັກທ່ອງ ທ່ຽວເຂົ້າມາເຂດນີ້ໄດ້ຈໍານວນ ຫລາຍ ໃນນັ້ນແຕ່ລະປີສາມາດຮອງ ຮັບນັກທ່ອງທ່ຽວໄດ້ 2 ລ້ານກວ່າ ຄົນ; ສາມາດຮອງຮັບພົນລະເມືອງ ດໍາຊີວິດແບບຖາວອນໄດ້1-3ແສນ ຄົນ, ປັດຈຸບັນນີ້ໄດ້ສ້າງວຽກງານ ທໍາໃຫ້ພົນລະເມືອງລາວ, ມຽນ ມາ, ໄທ ແລະ ຊາດອື່ນໆເປັນຈໍາ ນວນຫລາຍໝື່ນຄົນໂດຍສະໜອງ ເງິນເດືອນໃຫ້ 3-7 ລ້ານກີບຂຶ້ນໄປ ນອກຈາກນັ້ນຍັງອະນຸຍາດໃຫ້ປະ ຊາຊົນລາວແລະ ຊາວອາຊຽນຈາກ ໄທ, ມຽນມາ ເຂົ້າມາຄ້າຂາຍສິນຄ້າ ແລະ ທໍາມາຫາກິນຮ່ວມກັນໄດ້ ເຊິ່ງ ທັງໝົດນັ້ນພວກເຮົາບໍ່ພຽງຊ່ວຍ ເປີດປະຕູເຂົ້າສູ່ເສັ້ນທາງຕາມ ຮອຍ “ຂີ້ເຂັບໃໝ່” ເອີ້ນໄດ້ວ່າແລວ ເສດຖະກິດເກີດໃໝ່ຢູ່ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ໃນເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ ຂອງລາວ ເຊິ່ງເຊື່ອມໂຍງໄປຫາປະເທດ ເພື່ອນບ້ານໃກ້ຄຽງຄື: ຈັງຫວັດ ຊຽງລາຍ ຂອງໄທ, ປະເທດມຽນ ມາ, ສະມາຊິກອາຊຽນ, ສປ ຈີນ ອອກສູ່ຕາເວັນອອກກາງ, ເອີຣົບ ແລະ ຊາດອື່ນໆ. ຂະນະທີ່ນັກລົງທຶນ ຊາວຈີນ ຕັດສິນໃຈເຂົ້າມາລົງທຶນ ໃນເຂດເສດຖະກິດພິເສດສາມ ຫລ່ຽມຄໍາ 10 ກວ່າປີຜ່ານມາແລ້ວ ເຊິ່ງເນລະມິດເຂດດັ່ງກ່າວກາຍ ເປັນ“ສະຫວັນເທິງດິນ” ໃນອາຊຽນ ຢ່າງໜ້າຕື່ນເຕັ້ນ. ຫວ່າງບໍ່ດົນມາ ນີ້, ເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງຂອງແຂວງບໍ່ແກ້ວ, ແຂວງຫລວງນໍ້າທາ ໄດ້ເປີດເຜີຍ ວ່າ: ການຈະເຮັດໃຫ້ນັກທ່ອງທ່ຽວ ແລະ ນັກລົງທຶນເຂົ້າໄປເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ນັ້ນສິ່ງ ສໍາຄັນຕ້ອງຮັບປະກັນການພັດທະ ນາພື້ນຖານໂຄງລ່າງລະຫວ່າງ ທາງອາກາດ, ທາງບົກ ແລະ ທາງ ນໍ້າເຊື່ອມໂຍງເຂົ້າຫາກັນ ໂດຍມີ ມາດຕະຖານຄຸນນະພາບ, ປອດໄພ, ປະຢັດເວລາ, ປະຢັດເງິນ ເພື່ອ ຮັບປະກັນສິ່ງອໍານວຍຄວາມສະ ດວກສະບາຍໃຫ້ການເດີນທາງ ໄປມາຫາສູ່ກັນງ່າຍຂຶ້ນ, ການຂົນ ສົ່ງສິນຄ້າ, ການລົງທຶນ ແລະ ອຶ່ນໆ. ແຕ່ເຖິງແນວໃດກໍດີຍ້ອນ ເ ຫັນ ຄວາມສໍາຄັນທີ່ເວົ້າມານັ້ນ, ປັດຈຸ ຫລາຍ. ສ່ວນຂົວຂ້າມແມ່ນໍ້າຂອງ ໃໝ່ນັ້ນ ຈະເຮັດໃຫ້ນັກທ່ອງທ່ຽວ ບໍ່ຈໍາເປັນຕ້ອງນັ່ງເຮືອບັກ ແລະ ເຮືອຈັກຂ້າມອີກຕໍ່ໄປ ເຊິ່ງເຮັດໃຫ້ ຜູ້ຄົນເດີນທາງໄປມາສະດວກສະ ບາຍຫລາຍທົບ. ສະເພາະໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າແຫ່ງໃໝ່ລະ ຫວ່າງ 3 ປະເທດນີ້ ພວມກາຍເປັນ ສິ່ງທ້າຍທາຍບໍ່ໜ້ອຍເນື່ອງຈາກ ວ່າຍັງມີການປຶກສາຫາລື ແລະ ສຶກ ສາຄົ້ນຄວ້າເຖິງຄວາມເປັນໄປໄດ້ ໃນການກໍ່ສ້າງຕົວຈິງ. ໃນວັນທີ 5 ກຸມພາ 2024 ຜ່ານນີ້, ແຂວງບໍ່ ແກ້ວ ຮ່ວມກັບເຂດເສດຖະກິດພິ ເສດສາມຫລ່ຽມຄໍາຫາ ກໍເປີດນໍາ ໃຊ້ສະໜາມບິນສາກົນ ແຫ່ງໃໝ່ ຢ່າງເປັນທາງການພາຍຫລັງລົງມື ກໍ່ສ້າງເປັນເວລາ 3 ປີ ນັບແຕ່ປີ 2020 ເຊິ່ງໂຄງການກໍ່ສ້າງສະ ໜາມບິນດັ່ງກ່າວມີມູນຄ່າປະມານ 225 ລ້ານກວ່າໂດລາສະຫະລັດ, ສາມາດຮອງຮັບຜູ້ ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ ແລະ ເປັນສະ ໜາມບິນໃຫຍ່ອັນ ດັບທີ 3 ຂອງ ສປປ ລາວຮອງຈາກສະໜາມບິນ ສາກົນວັດໄຕ ແລະ ຫລວງພະບາງ ເຊິ່ງນີ້ກໍເປັນອີກເສັ້ນທາງໜຶ່ງທີ່ສໍາ ຄັນເພື່ອເປັນທາງເລືອກໃຫ້ຜູ້ໂດຍ ສານແຕ່ຖ້າເສັ້ນທາງດ່ວນຫລວງ ນໍ້າທາ-ບໍ່ແກ້ວ ແລະ ຂົວຂ້າມນໍ້າ ຂອງແຫ່ງໃໝ່ສໍາເລັດຈະເຮັດໃຫ້ ເຂດເສດຖະກິດພິເສດ ສາມຫລ່ຽມ ຄໍາກາຍເປັນແລວເສດຖະກິດໃໝ່ ແລະ ເສັ້ນທາງຄ້າຍ ຮອຍຂີ້ເຂັບສາ ມາດເຊື່ອມໂຍງເຂົ້າກັບອາຊຽນ, ຈີນ, ພາກພື້ນ ແລະ ສາກົນຈົນບໍ່ ຮອຍຕໍ່ຢ່າງແນ່ນອນ. ມາເບິ່ງການ ພັດທະນາຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍານັ້ນໄດ້ໃຊເວລາ ພຽງ 10 ກວ່າປີໂດຍນັກທຸລະກິດ ຊາວຈີນ ເນລະມິດພື້ນທີ່ປອກໂລ້ນ ທີ່ເຕັມໄປດ້ວຍດິນຊາຍ ແລະ ປ່າ ງິ້ວໃນເນື້ອທີ່ 10 ພັນເຮັກຕາ ໃກ້ ແຄມແມ່ນໍ້າຂອງໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈົນກາຍເປັນສະ ຫວັນເທິງດິນ ແລະ ປະຕູຜ່ານອາ ຊຽນຢ່າງພົ້ນເດັ່ນທ່າມກາງບັນຍາ ກາດການຄ້າຂາຍ, ການລົງທຶນ ແລະສ້າງວຽກເຮັດງານທໍາຄຶກຄັກ. ເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ໄດ້ວາງສີລາເລີກດໍາເນີນ ການກໍ່ສ້າງໃໝ່ໃນຊຸມປີ 20032007 ເມື່ອຢ້ອນເວລາໄປປະມານ 16 ປີແລ້ວເຫັນພາບພຽງເກົ່າໆ ເປັນແຜ່ນດິນຊາຍປອກໂລນຍາວ ຢຽດ ແລະ ຕົ້ນງິ້ວປ່າຢັງຢາຍລຽບ ຕາມແຄມຂອງທີ່ມິດງຽບທີ່ສຸດ, ເວ ລານັ້ນເຫັນພຽງບ້ານມ້ອມ ແລະ ທ່າ ເຮືອເກົ່າໆທີ່ບໍ່ຄ່ອຍມີຜູ້ຄົນຜ່ານພໍ ເທົ່າໃດໃນແຕ່ລະມື້ ແຕ່ມາເຖິງປັດຈຸ ບັນນີ້ຜູ້ຂຽນບໍ່ຢາກຈະ ເຊື່ອສາຍຕາ, ພື້ນທີ່ 10 ພັນເຮັກຕາທີ່ ທ່ານ ຈ້າວ ເຫວີຍນັກທຸລະກິດຊາວຈີນ, ປະທານ ສະພາບໍລິຫານເຂດເສດຖະກິດພິ ເສດສາມຫລ່ຽມຄໍາ ໄດ້ພິກແຜ່ນດິນ ປີ້ນແຜ່ນຟ້າຫັນປ່ຽນຈາກດິນເປົ່າ ແປນມາເປັນ “ແຜ່ນດິນເງິນແຜ່ນດິນ ຄໍາ” ກັບອາຄານບ້ານເຮືອນ, ຫ້າງ ຊັບພະສິນຄ້າ, ສະຖານທີ່ທ່ອງທ່ຽວ, ສູນກາງເສດຖະກິດ, ໂຮງຮຽນ, ໂຮງ ໝໍ, ຖະໜົນຫົນທາງປົ່ງຂຶ້ນບໍ່ຕ່າງ ຫຍັງກັບດອກເຫັດ ແລະ ດອກໄມ້ ພວມເບັ່ງບານ. ທ່ານ ເຈົ້າ ເຫວີຍ ນັກທຸລະກິດຊາວຈີນ, ປະທານສະ ພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາໄດ້ຍົກໃຫ້ເຫັນລະ ຫວ່າງພິທີເປີດເທສະການດອກງິ້ວ ບານລະຫວ່າງ 25-29 ມັງກອນ 2024ວ່າການພັດທະນາຮອບດ້ານ ພາຍໃນເຂດເສດຖະກິດພິເສດແມ່ນ ປະຕິບັດຕາມແນວ ທາງນະໂຍບາຍ ຂອງພັກ-ລັດແລະລະບຽບກົດໝາຍ ຂອງ ສປປ ລາວ ຢ່າງເຄັ່ງຄັດ”. ດັ່ງທີ່ຮູ້ນໍາກັນ, ພວກເຮົາກໍໄດ້ລົງ ບັນນີ້ສອງແຂວງໄດ້ຮ່ວມກັບເຂດ ເສດຖະກິດພິເສດສາມຫລ່ຽມຄໍາ ວາງແຜນຈະພັດທະນາເສັ້ນທາງ ດ່ວນຈາກສະຖານີລົດໄຟ ລາວ-ຈີນຢູ່ ນາເຕີຍແຂວງຫລວງນໍ້າ ເຖິງເມືອງ ຕົ້ນເຜີ້ງ ທີ່ມີຄວາມຍາວປະມານ 200 ກິໂລແມັດ ແລະ ຄາດວ່າໂຄງ ການກໍ່ສ້າງທາງດັ່ງກ່າວຈະລົງມື ໃນເວລາອັນໃກ້ນີ້. ນອກຈາກນັ້ນ ຍັງຈະມີການກໍ່ສ້າງຂົວຂ້າມແມ່ນໍ້າ ຂອງແຫ່ງໃໝ່ອີກດ້ວຍ ເຊິ່ງຄາດວ່າ ຈະກໍ່ສ້າງຢູ່ເຂດພັດທະນາເສດຖະ ກິດພິເສດສາມຫລ່ຽມຄໍາໃນເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ ຂ້າມໄປຫາ ຊຽງຂອງ, ຈັງຫວັດຊຽງລາຍຂອງ ໄທ, ປະເທດມຽນມາ ສະນັ້ນຖ້າວາດ ພາບເບິ່ງແບບລວມໆຈະເຫັນໄດ້ ວ່າເມື່ອເສັ້ນທາງດ່ວນສໍາເລັດຈະ ຊ່ວຍເຮັດໃຫ້ຜູ້ໂດຍສານ ຫລື ນັກ ທ່ອງທ່ຽວທີ່ເດີນທາງຈາກນະຄອນ ຫລວງວຽງຈັນ ຫາ ແຂວງບໍ່ແກ້ວ ຈະໃຊ້ພຽງແຕ່ 4-5 ຊົ່ວໂມງເທົ່າ ນັ້ນຈາກທີ່ເຄີຍນັ່ງລົດໄຟຈາກນະ ຄອນຫລວງວຽງຈັນ ເຖິງສະຖານີ ນາເຕີຍເກືອບ 5 ຊົ່ວໂມງ ຫລັງຈາກ ນັ້ນມາຂຶ້ນລົດໄປຕໍ່ອີກ ເພື່ອໄປ ເຖິງປາຍທາງເມືອງຕົ້ນເຜິ້ງ ປະ ມານ 4 ຊົ່ວໂມງ ເຊິ່ງເສຍເວລາ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນລາວໃຫ້ດີຂຶ້ນເປັນ ກ້າວໆ ເທົ່ານັ້ນ ຫາກຍັງເປີດໂອກາດໃຫ້ປະ ຊາຊົນຊາວອາຊຽນເຂົ້າ ມາຮ່ວມ ກັນທໍາມາຫາກິນອີກດ້ວຍ. ໃນປີ 2007, ເຂດເສດຖະກິດພິເສດສາມ ຫລ່ຽມຄໍາໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມາຮອດປີ 2010 ອີງຕາມ ການແນວທາງນະໂຍບາຍການ ປະຕິຮູບ ແລະ ເປີດກວ້າງເພື່ອສົ່ງ ເສີມການລົງທຶນຂອງລັດຖະບານ ສປປ ລາວ ເຊິ່ງໄດ້ອະນຸຍາດໃຫ້ນັກ ລົງທຶນຊາວຈີນເຂົ້າມາລົງທຶນໂດຍ ໄລຍະທໍາອິດສໍາປະທານ 99 ປີ ແລະ ສາມາດຕໍ່ໄດ້; ເນື້ອທີ່ທັງໝົດ 10 ພັນເຮັກຕາ ໃນນັ້ນເປັນເຂດ ປ່າສະຫງວນທໍາມະຊາດພູກີ່ວລົມ 7 ພັນເຮັກຕາ, ເຂດພັດທະນາຕົວ ເມືອງ 3 ພັນເຮັກຕາ ຮອດປັດຈຸບັນ ຫາກໍພັດທະນາໄດ້ພຽງ 1 ພັນເຮັກ ຕາ ເຊິ່ງກວມເຂດພັດທະນາສະ ໜາມບິນແຫ່ງໃໝ່, ສະໜາມກັອບ, ຟາມຜະລິດກະສິກໍາ, ເຂດທ່ອງ ທ່ຽວ, ຕະຫລາດ, ອາຄານ, ໂຮງ ຮຽນ, ໂຮງໝໍ ແລະ ອື່ນໆ. ຕໍ່າກສະບັບກ່ອນ ໂດຍ: ເກີດຂວັນໃຈ ມາລີຈັນສີ 4tcs]'dkoIj ;,dv'xt-5 , ],8 mj v'mj P;vk-Po 7A 'mu 27 ກອງປະຊຸມໄດ້ເຫັນດີ ເພີ່ມວິຊາ ຊີບການທ່ອງທ່ຽວດ້ານການຈັດ ງານ(MI$E)ແລະວິຊາຊີບສະປາ ເຂົ້າໃນສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາ ຊຽນ ແລະ ຄຳແນະນໍາໃນການຈັດ ຕັ້ງປະຕິບັດບັນດາກິດຈະກຳຕ່າງໆ. ກອງປະຊຸມເຫັນດີທົບທວນຄືນການ ດຳເນີນງານຂອງກອງເລຂາພາກ ພື້ນແລະຫວັງວ່າຈະໄດ້ຮັບການປັບ ປຸງຢ່າງທັນການ. ກອງປະຊຸມໄດ້ ຕີລາຄາສູງຕໍ່ອິນໂດເນເຊຍທີ່ເປັນ ເຈົ້າພາບໃນການສ້າງຕັ້ງກອງເລ ຂາພາກພື້ນດັ່ງກ່າວ. ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການຈັດຕັ້ງປະຕິບັດກອງປະຊຸມສາ ກົນວ່າດ້ວຍສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວ ອາຊຽນ ຄັ້ງທີ 4 ຊຶ່ງຈັດຂຶ້ນພ້ອມ ກັບກອງປະຊຸມເຄື່ອຂ່າຍການ ສືກ ສາ ແລະ ການຝຶກອົບຮົມການທ່ອງ ທ່ຽວອາຊຽນບວກສາມ 2023 ຊຶ່ງ ຈັດຂຶ້ນໃນວັນທີ 8-9 ພຶດສະພາ 2023 ທີ່ບັນດຸງ, ປະເທດອິນໂດເນ ເຊຍ. ກອງປະຊຸມໄດ້ຮຽກຮ້ອງໃຫ້ ບັນດາປະເທດສະມາຊິກອາຊຽນ ຈັດເທສະການທີ່ຄ້າຍຄືກັນນີ້ໃນ ທຸກໆປີ ທັ້ງນີ້ກໍເພື່ອສົ່ງເສີມ ແລະ ສ້າງຄວາມຮັບຮູ້ກ່ຽວກັບສັນຍາ ຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍ ວິຊາຊີບທ່ອງທ່ຽວອາຊຽນ ໃນລະ ດັບຊາດ ແລະ ລະດັບພາກພື້ນ. ຮັບ ປະກັນການພັດທະນາການທ່ອງ ທ່ຽວແບບຍົນຍົງ ແລະ ມີສ່ວນຮ່ວມ ສຳລັບທຸກຄົນ ກອງປະຊຸມໄດ້ຍ້ອງ ຍໍຊົມເຊີຍຕໍ່ວຽກງານທີ່ຕິດພັນກັບ ການສ້າງແຜນປະຕິບັດງານສຳລັບ ການພັດທະນາການທ່ອງທ່ຽວແບບ ຍືນຍົງໃນອາຊຽນ ແລະ ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ສະ ຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຂໍ້ລິ ເລີ່ມດັ່ງກ່າວ. ກອງປະຊຸມໄດ້ຮັບ ຮອງເອົາແຜນປະຕິບັດງານແນໃສ່ ເພື່ອສະໜອງຄຳແນະນຳວຽກງານ ຕ່າງໆ ໃຫ້ແກ່ອາຊຽນ ເຊັ່ນ: ບັນດາ ຄຸນຄ່າ ແລະ ນະວັດຕະກໍາ ຫລັກ ເພື່ອຄວາມຍືນຍົງ ແລະ ວິທີສ້າງ ຄວາມເຂັ້ມແຂງໃຫ້ແກ່ບັນດາພາກ ສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມຍືນ ຍົງຫລາຍກວ່າເກົ່າ.ກອງປະຊຸມຍັງ ໄດ້ໃຫ້ຂໍ້ສັງເກດວ່າ ແຜນປະຕິບັດ ງານໄດ້ກຳນົດເປົ້າໝາຍກວ້າງໆ ສຳລັບບັນດາປະເທດສະມາຊິກອາ ຊຽນໂດຍອີງໃສ່ບັນດາຂັ້ນຕອນ ການພັດທະນາແບບຍືນຍົງຂອງ ພາກພື້ນອາຊຽນ. ກອງປະຊຸມໄດ້ ຮັບຮູ້ເຖິງບົດບາດສຳຄັນຂອງຄູ່ ຮ່ວມມືດ້ານການທ່ອງທ່ຽວຂອງ ອາຊຽນ ລວມທັງພາກເອກະຊົນ ໃນການມີສ່ວນຮ່ວມ ແລະ ມີຄວາມ ພະຍາຍາມສູງຂອງບັນດາປະເທດ ສະມາຊິກອາຊຽນ ໃນການສົ່ງເສີມ ການທ່ອງທ່ຽວອາຊຽນ ໃຫ້ມີການ ແຂ່ງຂັນ, ມີຄວາມຍືນຍົງ ແລະ ມີ ຄວາມເປັນເອກະພາບກັນ. ກອງປະ ຊຸມໄດ້ຍົກໃຫ້ເຫັນຄວາມຈຳເປັນ ໃນການສ້າງຕັ້ງແລະຮັບປະກັນຮູບ ແບບທີ່ເໝາະສົມທີ່ເອົາພາກເອກະ ຊົນທີ່ກ່ຽວຂ້ອງກັບການທ່ອງທ່ຽວ ເຂົ້າມາມີສ່ວນຮ່ວມ. ກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມຄືບໜ້າກ່ຽວ ກັບການປະຕິບັດຖະແຫລງການ ພະນົມເປັນກ່ຽວກັບການຫັນປ່ຽນ ການທ່ອງທ່ຽວອາຊຽນ. ກຳປູເຈຍ ໃນຖານະເປັນປະເທດຜູ້ປະສານ ງານພວມກະກຽມ 3 ຜະລິດຕະພັນ ພາຍໃຕ້ໂຄງການນີ້ ເຊັ່ນ: (J) ຄູ່ມື ການນຳໃຊ້ດີຈິຕອນໃນຂະແໜງ ການທ່ອງທ່ຽວ, (JJ) ຄູ່ມືການດຳ ເນີນທຸລະກິດການທ່ອງທ່ຽວສີຂຽວ ແລະ (JJJ) ຄຳແນະນຳວ່າດ້ວຍ ການສະໜອງທຶນສີຂຽວດ້ານການ ທ່ອງທ່ຽວອາຊຽນ. ມະຫະກຳ ທ່ອງທ່ຽວອາຊຽນ (A5') 2024 ໄດ້ຈັດຂຶ້ນ ລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນ ຫລວງວຽງຈັນ, ສປປ ລາວ ພາຍ ໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີ ຄຸນນະພາບ ແລະ ມີຄວາມຮັບຜິດ ຊອບ ເພື່ອຄວາມຍືນຍົງຂອງ ອາ ຊຽນໃນອະນາຄົດ”. ຈຳນວນຜູ້ຂາຍ ແລະ ຜູ້ວາງສະແດງຈາກຕ່າງປະ ເທດ ມີທັງໝົດ 250 ທ່ານ, ຜູ້ຊື້ມີ 126 ທ່ານ ແລະ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ມີ 108 ທ່ານ ເຂົ້າຮ່ວມ A5' 2024. ກອງປະ ຊຸມໄດ້ຮັບຊາບວ່າ: ມະຫະກຳທ່ອງ ທ່ຽວອາຊຽນ (A5') 2025 ຈະ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 19-25 ມັງກອນ 2025 ທີ່ປະເທດມາເລ ເຊຍ ພາຍໃຕ້ຄຳຂວັນ: “ຄວາມ ເປັນເອກະພາບໃນການເຄື່ອນໄຫວ: ການສ້າງຮູບແບບການທ່ອງທ່ຽວ ອາຊຽນໃນຕໍ່ໜ້າ”.
RkJQdWJsaXNoZXIy MTc3MTYxMQ==