xtgmf]k; 3 21/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດ ສË ພາສະຫວັນ dtly dvoc0;'lts;a ootg0f l5 ,.lj dkozt]y fdtly degxa oly o7h k ໂດ ວັດທະນາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ c0;'va f8txn xt8y [a fczora fmtok1j k',u 95 fl5 , ອີງຕາມການລາຍງານຂອງ ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຢູ່ໃນ ກອງປະຊຸມສະຫລຸບປະຈໍາປີ ວຽກ ງານແຜນການ ແລະ ການລົງທຶນ ທົ່ວແຂວງ ທີ່ສໍາເລັດໄປເມື່ອບໍ່ ດົນນີ້ວ່າ: ປີ 2023 ຜ່ານມາເຖິງ ແມ່ນວ່າການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ຍັງສືບຕໍ່ຜະເຊີນໜ້າກັບ ຄວາມຫຍຸ້ງຍາກ ແລະ ສີ່ງທ້າທາຍ ຕ່າງໆ ທີ່ເກີດຈາກຜົນກະທົບທາງ ກົງ ແລະ ທາງອ້ອມຂອງການຜັນ ແປສະພາບການຂອງໂລກ-ພາກ ພື້ນ ແລະ ສະພາບຄວາມບອບບາງ ຂອງ ເສດຖະກິດພາຍໃນ ທີ່ສະສົມ ມາຫລາຍປີ, ແຕ່ໂດຍລວມບົນຈິດ ໃຈຊີ້ນຳຂອງຄະນະບໍລິຫານງານ ພັກແຂວງ, ອົງການປົກຄອງແຂວງ ກໍຄຶຄະນະພັກ-ຄະນະພະແນກແຜນ ການ ແລະ ການລົງທຶນແຂວງ, ມີ ຄວາມພະຍາຍາມສູງໃນການຊຸກຍູ້ ແລະ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ປະຈຳປີ ກໍ່ຄຶໜ້າທີ່ການເມຶອງ ທີ່ຂັ້ນເທິງໄດ້ ມອບໝາຍໃຫ້ຢ່າງເປັນເຈົ້າການ ເຮັດໃຫ້ວຽກງານແຜນການ ແລະ ການລົງທຶນ ຂອງແຂວງໄດ້ຮັບ ການພັດທະນາເປັນກ້າວໆ. ສະແດງອອກໃນປີ 2023 ຜ່ານ ມາການຈັດຕັ້ງປະຕິບັດໂຄງການ ຊ່ວຍເຫລືອທາງການ ເພື່ອການ ພັດທະນາທີ່ຈັດຕັ້ງປະຕິບັດຢູ່ແຂວງ ອັດຕະປື ມີທັງໝົດ 27 ໂຄງການ, ມູນຄ່າລວມທັງໝົດ166,74ຕື້ກີບ, ໃນນັ້ນ, ປະເພດການຊ່ວຍເຫລືອລ້າ 100% ມີຈໍານວນ 25 ໂຄງການ, ມູນຄ່າ 128,06 ຕື້ກີບ ແລະ ປະເພດ ທຶນສົມທົບລັດຖະບານ ມີຈໍານວນ 2 ໂຄງການ, ມູນຄ່າ 36,68 ຕື້ກີບ. ໃນນັ້ນ: ທຶນພາຍໃນ ມູນຄ່າ 4,13 ຕື້ກີບ ແລະ ທຶນຕ່າງປະເທດ ມູນຄ່າ 34,54 ຕື້ກີບ. ສຳລັບວຽກງານ ຮ່ວມມືສາກົນ ໄດ້ສໍາເລັດພື້ນຖານ ໃນການປືກສາຫາລືຮ່ວມກັບພາກ ສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, 4 ແຂວງພາກໃຕ້ ແລະ ກະຊວງທີ່ ກ່ຽວຂ້ອງ ໃນການກະກຽມໃຫ້ແກ່ ສປປ ລາວ ກໍ່ຄືແຂວງອັດຕະປື ເປັນ ເຈົ້າພາບຈັດກອງປະຊຸມຄະນະກໍາ ມະການປະສານງານຮ່ວມເຂດສາມ ຫລ່ຽມພັດທະນາ ກໍາປູເຈຍ-ລາວ- ຫວຽດນາມ ($-7 %5A J$$) ຄັ້ງທີ 13, ໄດ້ສຳເລັດແຜນເຊື່ອມ ໂຍງເສດຖະກິດ 3 ປະເທດ ເຂດ ສາມຫລ່ຽມພັດທະນາກຳປູເຈຍລາວ-ຫວຽດນາມ, ໄດ້ສຳເລັດປັບ ປຸງບັນຊີຂໍການຊ່ວຍເຫລືອທາງ ການ ເພື່ອການພັດທະນາ ໃນໄລຍະ ປີ 2025-2030 ຈາກສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພິເສດໄດ້ ສຳເລັດບົດສະຫລຸບການຮ່ວມມື ກັບ ສສ ຫວຽດນາມ ແລະ ສປ ຈີນ ປະຈຳປີ 2023 ແລະ ທິດທາງແຜນ ການຮ່ວມມື ປະຈຳປີ 2024. ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ໃຫ້ ຮູ້ຕື່ມວ່າ: ໃນປີ2024ທາງພະແນກ ແຜນການ ແລະ ການລົງທຶນແຂວງ ຈະສືບຕໍ່ການຮ່ວມມືກັບສາກົນ, ໂດຍການເຊື່ອມຊຶມ ແລະ ເຜີຍແຜ່ ບັນດານິຕິກຳທີ່ກ່ຽວຂ້ອງໃຫ້ເຂົ້າ ສູ່ລວງເລິກກ່ຽວກັບການຂໍແລະນຳ ໃຊ້ທຶນຊ່ວຍເຫລືອທາງການ ເພື່ອ ການພັດທະນາ, ເອົາໃຈໃສ່ກ່ຽວກັບ ການຄຸ້ມຄອງ, ຊຸກຍູ້ ແລະ ຕິດ ຕາມການນຳໃຊ້ທຶນສົມທົບໃຫ້ມີ ປະສິດທິພາບແລະປະສິດທິຜົນ, ສືບ ຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ໃນການສະຫລຸບສັງ ລວມ ແລະ ສົ່ງບົດລາຍງານການ ຈັດຕັ້ງປະຕິບັດຕົວຈິງຂອງໂຄງ ການທີ່ນໍາໃຊ້ທຶນຊ່ວຍເຫລືອທາງ ການເພື່ອການພັດທະນາ (0%A) ທີ່ຈັດຕັ້ງປະຕິບັດຢູ່ແຂວງອັດຕະປື ປະຈໍາເດືອນ 3, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ໃຫ້ທັນຕາມກໍານົດ ເວລາ ເພື່ອສະຫລຸບລາຍງານໃຫ້ ຂັ້ນເທິງ, ເອົາໃຈໃສ່ສ້າງຂີດຄວາມ ສາມາດ ແລະ ເປີດໂອກາດໃຫ້ແກ່ ພະນັກງານວິຊາການ ເພື່ອພັດທະ ນາອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ. ການຜະລິດກະສິກໍາ ເວົ້າສະ ເພາະການປູກ, ການລ້ຽງແມ່ນອາຊີບ ພື້ນຖານຂອງປະຊາຊົນລາວ ບັນດາ ເຜົ່າ ທີ່ໄດ້ສືບທອດກັນມາແຕ່ດົນນານ ແນໃສ່ຜະລິດສະບຽງອາຫານ ໄວ້ ກິນຢູ່ໃນຄອບຄົວ ຫລື ຄອບຄົວໃດມີ ຄວາມດຸໝັ່ນ, ປູກຫລາຍ, ລ້ຽງຫລາຍ ກໍສາມາດເອົາຜົນຜະລິດຂາຍເປັນສິນ ຄ້າສ້າງລາຍຮັບເພີ່ມ ເພື່ອພັດທະນາ ຄອບຄົວໃຫ້ມີຢູ່ມີກິນດີຂຶ້ນ ແລະ ຫລຸດ ພົ້ນອອກຈາກຄວາມທຸກຍາກ. ເຊັ່ນ ດຽວກັບກະສິກອນຫລາຍຄອບຄົວ ຢູ່ ແຂວງສະຫວັນນະເຂດ ທີ່ພວມອອກ ແຮງແຂ່ງຂັນເປັນຂະບວນການໃນ ການຜະລິດກະສິກໍາເປັນສິນຄ້າ. ດັ່ງຄອບຄົວຂອງທ່ານ ສົມພົງ ໄຊຍະວົງ ບ້ານບົວໄຂ, ໄຊບູລີ ທີ່ຢຶດ ອາຊີບກະສິກອນ ມາໄດ້ຫລາຍສິບປີ ຈາກການຂາຍພືດຜັກຕ່າງໆ ປະມານ 200 ລ້ານກວ່າກີບ. ນອກນີ້, ກໍມີຄອບຄົວທ່ານ ປັນຍາ ໄຊຍະວົງ ກະສິກອນບ້ານບົວໄຂ ເມືອງໄຊບູລີ ເປັນຄອບຄົວຕົວແບບ ໃນການປູກຝັງ-ລ້ຽງສັດ ຂອງບ້ານ, ເຊິ່ງນອກຈາກເຮັດການຜະລິດປູກພືດ ແບບປະສົມປະສານ ໃນເຂດແຄມຝັ່ງ ແມ່ນໍ້າຂອງແລ້ວນັ້ນ ຍັງໄດ້ລ້ຽງງົວ ຕື່ມອີກ ເຊິ່ງຫາກໍເລີ່ມລ້ຽງມາໄດ້ 3 ປີ ແຕ່ປີ 2021 ເປັນຕົ້ນມາ, ລ້ຽງທໍາອິດ ມີງົວຢູ່ 4 ໂຕ, ຮອດປັດຈຸບັນມີງົວເພີ່ມ ຂຶ້ນເປັນ 13 ໂຕ ແລະ ມາປີ 2024 ນີ້ ໄດ້ຂາຍງົວໄປແລ້ວ 6 ໂຕ ເຫັນວ່າ ໄດ້ເງິນລົງທຶນຄືນແລ້ວ ຈາກເງິນລົງ ທຶນ ຈໍານວນ 42 ລ້ານກີບ ເຊິ່ງເຫລືອ ນີ້ແມ່ນເປັນກໍາໄລທັງໝົດ. ອີກຕົວ ແບບໜຶ່ງໃນການຜະລິດກະສິກໍາຢູ່ ເມືອງໄຊບູລີ ກໍແມ່ນຄອບຄົວທ່ານ ຄຳມຸນ ສີວົງສາ ທີ່ມີລາຍຮັບຈາກການ ຂາຍມັນຕົ້ນສະເລ່ຍປະມານ 80 ລ້ານ ກີບຕໍ່ເຮັກຕາ ເຊິ່ງການປູກມັນຕົ້ນເປັນ ສິນຄ້າກໍເປັນອີກທາງເລືອກໜຶ່ງ ທີ່ ສ້າງລາຍໄດ້ເປັນຈຳນວນຫລາຍໃຫ້ ກັບປະຊາຊົນຊາວແຂວງສະຫວັນນະ ເຂດ. ສະເພາະຢູ່ ເມືອງໄຊບູລີ ກໍມີ ຫລາຍຄອບຄົວທີ່ຫັນມາປູກມັນຕົ້ນ ເປັນສິນຄ້າ, ຍ້ອນເປັນພືດທີ່ປູກງ່າຍ, ໃຊ້ຕົ້ນທຶນໜ້ອຍ ແຕ່ໄດ້ຜົນກຳໄລດີ. ທ່ານ ຄຳມຸນ ສີວົງສາ ປະຊາຊົນບ້ານ ໝາກນາວເໜືອ ຖືເປັນຄອບຄົວຕົວ ແບບໃນການປູກມັນຕົ້ນຂາຍເປັນສິນ ຄ້າ ໂດຍມີລາຍ ຮັບສູງເຖິງ 240 ລ້ານ ກີບຕໍ່ປີ. ສະເລ່ຍ80ລ້ານກີບຕໍ່ ເຮັກຕາ. ທ່ານ ຄຳມຸນ ສີວົງສາ ໃຫ້ຮູ້ວ່າ: ແຮງ ຈູງໃຈທີ່ຫັນມາປູກມັນຕົ້ນເປັນສິນ ຄ້າ ກໍຍ້ອນເຫັນຄົນເຮືອນໃກ້ຄຽງປູກ ແລະ ມີລາຍຮັບດີ ກໍເລີຍທົດລອງປູກ, ໂດຍເບື້ອງຕົ້ນມີແຮງງານໃນຄອບຄົວ 6 ຄົນ ແລະ ຈ້າງແຮງງານຊ່ວຍຕື່ມອີກ ປະມານ 4-5 ຄົນ. ສ່ວນແນວພັນທີ່ນໍາ ມາປູກປີທຳອິດແມ່ນໄດ້ຂໍແນວພັນ ຈາກຄົນຮູ້ຈັກ ແລະ ຊື້ແນວພັນຈາກຄົນ ພາຍໃນບ້ານ. ມາຮອດດຽວນີ້ແມ່ນ ປູກມາໄດ້ 4 ປີແລ້ວ ແນວພັນກໍສາມາດ ກຸ້ມຕົນເອງ ແລະ ຂາຍໄດ້ສ່ວນໜຶ່ງ. ທ່ານ ຄຳມຸນ ໄດ້ໃຫ້ຮູ້ຕື່ມວ່າ: ການ ປູກມັນຕົ້ນໃຫ້ໄດ້ຜົນຕອບແທນດີ ແມ່ນໃຫ້ປູກໃນຊ່ວງໄລຍະເດືອນມີນາ ຫາເດືອນເມສາ, ເພາະຊ່ວງນີ້ ມັນຈະ ສາມາດຄຸມຫຍ້າໄດ້ດ້ວຍໂຕຂອງມັນ ເອງ, ໄລຍະຫ່າງຂອງການປູກແມ່ນ 70 ຊັງຕີແມັດຕໍ່ຕົ້ນ ບໍ່ໃຫ້ຖີ່ເກີນໄປ, ຖ້າປູກໃນຊ່ວງລະດູຝົນຈະຕ້ອງໄດ້ດູ ແລການເສຍຫຍ້າໃຫ້ດີ. ປັດຈຸບັນ ຄອບຄົວທ່ານ ຄຳມຸນ ມີເນື້ອທີ່ປູກ ມັນທັງໝົດ 3 ເຮັກຕາ ເຫັນວ່າໄດ້ຜົນ ດີກວ່າປີຜ່ານມາ ເພາະລາຄາກໍສູງຂຶ້ນ ແລະ ນັບແຕ່ຫັນມາປູກມັນຕົ້ນຂາຍນີ້ ເຫັນວ່າຊີວິດການເປັນຢູ່ຂອງຄອບ ຄອບແມ່ນດີຂຶ້ນຫລາຍເທົ່າເມື່ອທຽບ ໃສ່ກັບເມື່ອກ່ອນ, ປັດຈຸບັນແມ່ນສາ ມາດຊື້ລົດຈັກ, ລົດໃຫຍ່ ແລະ ຊື້ດິນ ກຽມຈະປູກຢາງພາລາຕື່ມອີກໃນເນື້ອ ທີ່ 9 ເຮັກຕາທີ່ແຂວງຄຳມ່ວນ. ນີ້ເປັນພຽງຕົວແບບຈໍານວນໜຶ່ງ ຂອງກະສິກອນຢູ່ແຂວງສະຫວັນນະ ເຂດ, ທີ່ມີຄວາມດຸໝັ່ນຫ້າວຫັນໃນ ການຜະລິດກະສິກໍາເປັນສິນຄ້າ ເຊິ່ງ ແນ່ນອນວ່າ ຜູ້ໃດດຸໝັ່ນ, ຄອບຄົວໃດ ດຸໝັ່ນ, ຮູ້ຈັກປັບຕົວໄປຕາມທ່າອ່ຽງ ຄວາມຕ້ອງການຂອງຕະຫລາດ ກໍຈະ ເຮັດໃຫ້ມີຜົນສໍາເລັດ ຄອບຄົວມີຢູ່ ມີກິນ, ເປັນຄອບຄົວອຸດົມຮັ່ງມີ ແລະ ເປັນຄອບຄົວພັດທະນາດີຂອງສັງຄົມ. ແລ້ວ ສາມາດສ້າງລາຍຮັບເຂົ້າຄອບ ຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີ ຂຶ້ນ, ໂດຍໃນຄອບຄົວມີແຮງງານຢູ່ 3 ຄົນ, ທໍາການຜະລິດຢູ່ດິນລວມຂອງ ບ້ານໃນພື້ນທີ່ດອນແຄມຂອງ ມາໄດ້ 10ກວ່າປີແລ້ວ, ໂດຍການປູກພືດແບບ ປະສົມປະສານຄື: ສາລີ, ໝາກແຕງ, ໝາກເຜັດ, ໝາກຖົ່ວລັນເຕົາ ,ໝາກຟັກ ແລະ ຜົນຜະລິດທຸກປະເພດແມ່ນຂາຍດີ ເປັນທີ່ຕ້ອງການຂອງຕະຫລາດ, ໂດຍ ສະເພາະສາລີ ແລະ ໃນປີນີ້ສາລີແມ່ນມີ ລາຄາສູງກວ່າປີກາຍ ຂາຍກະເປົາລະ 300.000-350.000 ກີບ, ໂດຍມີພໍ່ ຄ້າຄົນກາງມາຮັບຊື້ຮອດສວນ ເຊິ່ງມີ ລາຍຮັບສະເລ່ຍໃນ 1 ເດືອນຕົກຢູ່ ປະ ມານ 40-50 ລ້ານກີບ, ຄາດວ່າໃນ ລະດູແລ້ງປີນີ້ຈະສາມາດສ້າງລາຍຮັບ
RkJQdWJsaXNoZXIy MTc3MTYxMQ==