5816

z6h cmora d xx ]k; Ij ;,dv'xt-5 , rkp.8h sq ;0= grnj vgl]u rk[0v'[a ofk-kf h lts]v';a olh k'8A 'dt-;' zm 7q [Iv[ 48 xu vq flt8ik]u {v5 pou g-[ lt|a [lt|6 orkstot grn j vg0Q kg4y '[= ]y dkol5 0trk[ 16 j g0flvds]u d g,n v'xkdmk lh k'c];dA ow2 8k,-kpcfo ]k;{wm gzu pczj ;Pd'kodkom6 f glf4tdy f.sh 6 c0;'rkdg|n v dv'xt-5 ,xt9exu 2023 vto5 de,kmy dko csj '-kf]k; grnj vv5 pcoa flt3d ]k;{ia fg-p glu ,0tspkp dkoIj ;,,n lv'/j kp m6 f]k; pnj olko8k8A ' 8+ xtmkokmy [= fu 8u ,= {c]a fltg8 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 21.02.2024 ປີທີ 23 ສະບັບທີ 5.877 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf Iv'okpq d]a f4t,q o8u 1h P,1k, g,n v'7e c]t g,n v'|v'cIf ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານອົດສະຕຣາລີຮ່ວມກັບອົງການ ອຸຍນີເຊບ ໄດ້ມອບລົດຕ໋ອກຕ໋ອກ ຈຳນວນ 32 ຄັນ ໃຫ້ແກ່ລັດຖະບານ ເເຫ່ງ ສປປ ລາວ ເພື່ອປະກອບສ່ວນ ເຂົ້າໃນຍຸດທະສາດການຜັນຂະ ຫຍາຍການເຂົ້າເຖິງບໍລິການດ້ານ ສຸຂະພາບໃນ ສປປ ລາວ ແລະ ຈະ ຊ່ວຍຮັບປະກັນການສະໜອງຊຸດ ການບໍລິການສຸຂະພາບແບບເຊື່ອມ ສານ ແລະ ການເຂົ້າເຖິງບໍລິການ ຂປລ. ວັນທີ 19 ກຸມພາ 2024, ຢູ່ສໍານັກງານປະທານາທິບໍດີ, ນະ ຄອນຫລວງ ດີລີ, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ, ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນ ສານຕາຕັ້ງຕໍ່ ທ່ານ ໂຮເຊ ຣາໂມສ ອໍຕາ (H.E. Mr. Jose RamosHorta), ປະທານາທິບໍດີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ຕີມໍ- ແລັດສະເຕ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາທິປະ ໄຕ ຕີມໍ-ແລັດສະເຕ ເຊິ່ງມີສຳນັກ ງານຕັ້ງຢູ່ນະຄອນຫລວງ ຈາກາກ ຕາ, ສ ອິນໂດເນເຊຍ. ໂອກາດນີ້, ທ່ານ ໂຮເຊ ຣາໂມສ ຂປລ. ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສປປ ລາວ ທ່ານ ກິແກ້ວ ໄຂຄຳພິທູນ ຂປລ. ວັນທີ 19 ກຸມພາ 2024 ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອັນເດຣ ຣູເດັນໂກ ແລະ ສະຫະພັນ ຣັດເຊຍໃຫ້ນັບມື້ ແຕກດອກອອກຜົນຍິ່ງຂຶ້ນ, ທ່ານ ອໍຕາ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍຕໍ່ການມາດໍາລົງ ຕໍາແໜ່ງ ຂອງເອກອັກຄະລັດຖະທູດ ແຫ່ງສປປລາວຄົນໃໝ່ປະຈໍາ ຕີມໍ- ແລັດສະເຕ ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ອວຍພອນໃຫ້ທ່ານເອກອັກຄະ ລັດຖະທູດລາວ ຈົ່ງປະສົບຜົນສໍາ ເລັດອັນຈົບງາມໃນການປະຕິບັດ ໜ້າທີ່ວຽກງານອັນມີກຽດຂອງຕົນ. ທ່ານເອກອັກຄະລັດຖະທູດ ຄຳເຟື້ອງ ພັນທະໄຊ ໄດ້ຖືໂອກາດ ດັ່ງກ່າວ, ນໍາເອົາຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ພອນໄຊອັນ ຂວາງ ພ້ອມຄະນະເຄື່ອນໄຫວຢ້ຽມ ຢາມ ແລະ ໂອ້ລົມບັນດາການນໍາ ເມືອງຄຳ ແລະ ເມືອງໜອງແຮດ ຂປລ. ຄະນະຜູ້ແທນ ພັກ ປປ ລາວນໍາໂດຍສະຫາຍທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ຂອງ ບັນດາຝ່າຍສະໜັບສະໜູນການຕໍ່ ສູ້ຕ້ານການປະຕິບັດໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ພາຍໃຕ້ຫົວຂໍ້: “ເພື່ອເສລີພາບຂອງ ບັນດາຊາດ” ເຊິ່ງຈັດຂຶ້ນໃນວັນທີ 14-17 ກຸມພາ 2024 ທີ່ນະຄອນ ຫລວງມົດສະກູ, ສະຫະພັນຣັດເຊຍ ໂດຍການເປັນເຈົ້າພາບຂອງພັກ ຣັດ ເຊຍເອກະພາບ,ມີຄະນະຜູ້ແທນຈາກ ພັກການເມືອງຫລາຍກວ່າ 60 ພັກ ຈາກ 50 ກວ່າປະເທດ ໃນຂົງເຂດ ອາຊີ, ອາຟຣິກາ, ອາເມລິກາລາຕິນ ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ກະຊວງແຜນການ ແລະ ການລົງທຶນ (ຜທ) ຄົບ ຮອບ 48 ປີ (20 ກຸມພາ 1976-20 ກຸມພາ 2024) ຈັດຂຶ້ນໃນວັນທີ 20 ກຸມ ພາ 2024 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງ ຜທ, ມີອະດີດ ການນໍາ, ຄະນະກົມ, ພະນັກງານ ຫລັກແຫລ່ງກະຊວງ ຜທ ເຂົ້າຮ່ວມ ເຊິ່ງການສະເຫລີມສະຫລອງ ໃນ ຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳ ຄັນອັນຍິ່ງໃຫຍ່ສຳລັບຂະແໜງ ຜທ ໃນຂອບເຂດທົ່ວປະເທດ ທີ່ໄດ້ປະ ກອບສ່ວນສໍາຄັນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະ 48 ປີພາຍໃຕ້ຮົ່ມທຸງຂອງພັກ ດ້ວຍ ຄວາມຫ້າວຫັນ ແລະ ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງຄະນະພັກ, ຄະນະນໍາຂອງຂະ ແໜງແຜນການ ແລະ ການລົງທຶນ ໃນແຕ່ລະຮຸ່ນ, ແຕ່ລະສະໄໝ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ສະແດງຄວາມໄດ້ຍ້ອງ ຂປລ. ຫ້ອງວ່າການສູນກາງພັກ ຈັດກອງສໍາມະນາວິທະຍາສາດໃນ ຫົວຂໍໍ້: ຂໍໍ້ສະດວກ, ຂໍໍ້ຫຍຸ້ງຍາກໃນ ການສະໜອງນໍໍ້າມັນເຊື້ອໄຟໃນ ແລະ ເອີຣົບ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ເປັນຂໍ້ລິ ເລີ່ມຂອງພັກ ຣັດເຊຍ ເອກະພາບ ທີ່ຈັດຂຶ້ນເປັນຄັ້ງທຳອິດ ແລະ ເປັນ ກອງປະຊຸມສ້າງຕັ້ງກົນໄກດັ່ງກ່າວ ເຊິ່ງເປັນຂະບວນການແບບບໍ່ເປັນ ທາງການ ຂອງບັນດາພັກການ ເມືອງ ແລະ ກຳລັງທາງສັງຄົມ ທີ່ມີ ເປົ້າໝາຍຕໍ່ສູ້ຕ້ານລັດທິລ່າເມືອງ ຂຶ້ນແບບໃໝ່ ກໍຄື ອະດີດປະເທດລ່າ ຫົວເມືອງຂຶ້ນ ທີ່ເວລາໃດກໍພະຍາ ຍາມຮັກສາການຄອບງໍາໂລກ ເພື່່ອ ຜົນປະໂຫຍດຂອງພວກເຂົາ ໂດຍ ບໍ່ຄໍານຶງເຖິງບັນດາປະເທດສ່ວນ ໃຫຍ່ຂອງໂລກ ໂດຍສະເພາະບັນ ດາປະເທດກໍາລັງພັດທະນາ ເຊິ່ງ ເປັນການບັ່ນທອນເອກະລາດ, ອຳ c]dxj Po7;k,gsa odj P;da [0= ltf;d 0= sp5h 'pkd.odkolt|v'oE,a og-N vw2 h h ໄລຍະຜ່ານມາ ແລະ ທິດທາງໃນ ຂປລ. ແຫລ່ງຂ່າວຈາກເມືອງ ປາກທາ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 19 ກຸມພາ 2024 ນີ້, ທ່ານ ພັທສັງທອງບຸດສາຫົວໜ້າກອງບັນ ຊາການທະຫານເມືອງປາກທາ ໄດ້ ນຳພາຄະນະຮັບຜິດຊອບ, ພ້ອມ ດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນບ້ານຫ້ວຍທອງເຂົ້າ ຮ່ວມໂຄງການຮ່ວມມືສ້າງແລວ ຢ່າງເທົ່າທຽມ ເປັນຕົ້ນ ແມ່ນບໍລິ ການແບບເຊື່ອມສານສັກວັກຊິນ ຮອບປົກກະຕິ, ວັກຊິນກັນພະຍາດ ໂຄວິດ-19 ແລະ ບໍລິການດ້ານສຸຂະ ພາບແມ່ ແລະ ເດັກ ໃນບັນດາກຸ່ມຄົນ ທີ່ມີຄວາມສ່ຽງທີ່ສຸດ ແລະ ເຂດຫ່າງ ໄກສອກຫລີກ ໂດຍສະເພາະແມ່ນ ໃນລະດູຝົນ. ພິທີມອບ-ຮັບພາຫະນະດັ່ງກ່າວ ຈັດຂຶ້ນໃນກອງປະຊຸມສະຫລຸບການ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/02/2024 xtgmf]k; ສະຫລອງວັນສ້າງຕັ້ງ... ທູດລາວ ຍື່ນສານຕາຕັ້ງ... ລາວ-ຣັດເຊຍ ເສີມຂະຫຍາຍ... ຮອງນາຍົກລັດຖະມົນຕີ.... ຜູ້ແທນ ພັກ ປປ ລາວ... ເມືອງປາກທາ... ຍໍຊົມເຊີຍຕໍ່ຜົນງານທີ່ ກະຊວງ ຜທ ຍາດມາໄດ້ໃນຕະຫລອດ ໄລຍະ 48 ປີ ຜ່ານມາ, ພ້ອມທັງເນັ້ນໃຫ້ຂະ ແໜງແຜນການ ແລະ ການລົງທຶນ ເອົາໃຈໃສ່ສືບຕໍ່ແກ້ໄຂຫລາຍບັນ ຫາສຳຄັນ ເປັນຕົ້ນ ໃຫ້ສືບຕໍ່ຈັດຕັ້ງ ປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະ ນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈຳປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດແລະວຽກງານເຄັ່ງ ຮ້ອນດ້ານເສດຖະກິດ-ການເງິນ ໃນການແກ້ໄຂອັດຕາເງິນເຟີ້, ລາຄາ ສິນຄ້າ,ອັດຕາແລກປ່ຽນແລະໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການ ຈັດຕັ້ງພັກ-ລັດ; ສຸມໃສ່ປັບປຸງການ ຄຸ້ມຄອງງົບປະມານການລົງທຶນ ຂອງລັດໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ, ນິຕິກຳ ຕ່າງໆ, ຂະຫຍາຍຖານລາຍຮັບພາ ສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງ ຂະຫຍາຍການຫັນເປັນທັນສະໄໝ ໃນການເກັບລາຍຮັບ, ຄຽງຄູ່ກັບ ການປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟື້ອຍຕິດພັນ ກັບການຍົກສູງປະສິດທິພາບການ ຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫລີກລ້ຽງ ການສ້າງໜີ້ສິນເພີ່ມ; ຕິດພັນກັບໜີ້ ສິນການລົງທຶນຂອງລັດຕ້ອງໄດ້ ເຂັ້ມງວດວິໄນແຜນການ-ການເງິນ; ກະຊວງແຜນການແລະການລົງທຶນ ສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນບໍ່ ໃຫ້ສ້າງໜີ້ສິນເພີ່ມຂຶ້ນອີກ ໂດຍສະ ເພາະຕ້ອງລົງທຶນຢ່າງມີຈຸດສຸມ, ມີການເລືອກເຟັ້ນຕາມບຸລິມະສິດ, ຍົກສູງປະສິດທິຜົນຂອງການລົງທຶນ ດ້ວຍການລົງທຶນໃສ່ແຕ່ລະເປົ້າ ໝາຍການພັດທະນາຢ່າງສອດ ຄ່ອງ; ສືບຕໍ່ກວດກາບັນດາໂຄງການ ທຶນຮອນໃນແຜນ ທີ່ສະພາແຫ່ງຊາດ ອະນຸມັດ ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນເປັນໃຈກາງສົມ ທົບກັບຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນກວດກາຄືນບັນ ດາໂຄງການລົງທຶນຂອງລັດທີ່ໄດ້ ຮັບອະນຸມັດໄປແລ້ວ, ຖ້າໂຄງການ ໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫລື ຈັດ ຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈຳເປັນ ໃຫ້ຕັດອອກຈາກແຜນ ແລະ ໂຈະ ການດໍາເນີນໄວ້ກ່ອນ; ສືບຕໍ່ປັບປຸງ ກົນໄກ, ລະບຽບການ ແລະ ສ້າງ ເງື່ອນໄຂເພື່ອດຶງດູດການລົງທຶນ ຈາກຕ່າງປະເທດ ໃຫ້ເພີ່ມຂຶ້ນ; ຊຸກຍູ້ ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸ ມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດ ໄວ້; ພະນັກງານຕ້ອງໄດ້ເພີ່ມຄວາມ ເປັນເຈົ້າການ, ຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນ “ສືບຕໍ່ສ້າງການ ຫັນປ່ຽນໃໝ່ ວຽກງານແຜນການ ແລະ ການລົງທຶນ ຢ່າງແຂງແຮງ ແລະ ເລິກເຊິ່ງ”; ຕ້ອງມີການບຸກທະ ລຸທາງດ້ານຈິນຕະນາການຄິດໃໝ່ ລຸກໃໝ່ ສ້າງການຫັນປ່ຽນໃນການ ເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດ ທິພາບຂຶ້ນ, ຍົກສູງສະຕິໃນການປະ ຕິບັດວິໄນທາງດ້ານແຜນການການເງິນຢ່າງເຄັ່ງຄັດ ແລະ ເຂົ້າ ໃຈເຖິງສະພາບການປ່ຽນແປງທີ່ ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະ ວິໄສ ແລະ ແກ້ໄຂໃຫ້ທັນ ໂດຍໃຫ້ ເຍືອງໃສ່ 3 ຫລັກການ ທີ່ກຳນົດໃນ ວາລະແຫ່ງຊາດ ຄື: ເດັດດ່ຽວເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາ ຊີບ ຄືການສ້າງຄວາມເປັນນັກວິຊາ ການ, ສ້າງຄວາມເປັນຊ່ຽວຊານ ໃຫ້ແກ່ອົງກອນ ແລະ ຕົນເອງ; ກຳ ນົດໃຫ້ແຈ້ງແຜນການຜະລິດ ແລະ ເຜີຍແຜ່ຂໍ້ມູນ, ພ້ອມທັງເລັ່ງໃສ່ການ ສ້າງຖານຂໍ້ມູນສະຖິຕິລວມສູນ ແລະ ໃຫ້ມີການນໍາໃຊ້ລະບົບທີ່ທັນສະໄໝ ເຂົ້າໃນວຽກງານການຜະລິດ ແລະ ເຜີຍແຜ່ຂໍ້ມູນໃຫ້ເປັນຮູບປະທຳ; ສູນສະຖິຕິແຫ່ງຊາດ ເປັນເຈົ້າການ ໃນການແນະນໍາບັນດາກະຊວງ ແລະ ທ້ອງຖິ່ນກ່ຽວກັບການສ້າງ ແລະ ພັດທະນາລະບົບສະຖິຕິ ເພື່ອ ໃຫ້ວຽກງານສະຖິຕິແຫ່ງຊາດສອດ ຄ່ອງ ແລະ ໄປລວງດຽວກັນ; ຄົ້ນ ຄວ້າຍຸດທະສາດໃນການສົ່ງເສີມ ການລົງທຶນທີ່ມີຄຸນນະພາບໃນ ເງື່ອນໄຂໃໝ່ຢ່າງມີຈຸດສຸມຕາມທິດ ທາງນະໂຍບາຍການພັດທະນາ ແບບຍືນຍົງ ແລະ ເຕີບໂຕສີຂຽວ ຂອງລັດຖະບານ; ເພີ່ມທະວີການດຶງ ດູດເອົາທຶນຮອນ ແລະ ເຕັກໂນໂລ ຊີທີ່ທັນສະໄໝ ຂອງພາກເອກະຊົນ ເຂົ້າມາລົງທຶນໃນຮູບບການລົງທຶນ ຮ່ວມລະຫວ່າງພາກລັດ ແລະ ເອກະ ຊົນ(PPP) ໃຫ້ເປັນຮູບປະທຳ, ໃຫ້ກະຊວງ ຜທ ປະສານສົມທົບ ກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເລັ່ງປະເມີນການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນໄລຍະ2021- 2023 ແລະ ສືບຕໍ່ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ວຽກງານອື່ນໆ. ໂອກາດດຽວກັນ, ທ່ານ ຄໍາເຈນ ວົງໂພສີ ໄດ້ຍົກໃຫ້ເຫັນມູນເຊື້ອ ປະຫວັດຄວາມເປັນມາ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງວຽກ ງານຂະແໜງ ຜທ ຕະຫລອດໄລຍະ 48 ປີ ຜ່ານມາ ເຊິ່ງມີຜົນສໍາເລັດ ທີ່ພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນ ວຽກງານສະຖິຕິ, ການເຕີບໂຕທາງ ດ້ານເສດຖະກິດ, ຜົນງານການຄົ້ນ ຄວ້າ, ວຽກງານແຜນການ, ວຽກ ງານລົງທຶ ນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການພັດທະ ນາເຂດເສດຖະກິດພິເສດ, ວຽກ ງານຮ່ວມມື ແລະ ຍາດແຍ່ງເອົາ ການຊ່ວຍເຫລືອຈາກສາກົນ, ວຽກ ງານປະເມີນຜົນ, ວຽກງານຫ້ອງ ການ, ວຽກງານຈັດຕັ້ງ ແລະ ວຽກ ງານກວດກາ, ການເສີມຂະຫຍາຍ ມູນເຊື້ອ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງຂະແໜງແຜນການ ແລະ ການລົງທຶນ. ປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານ ໂຮເຊ ຣາໂມສ ອໍຕາ ປະ ທານາທິບໍດີ ຕີມໍ-ແລັດສະເຕ ພ້ອມ ທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນສະໜິດແໜ້ນລະຫວ່າງ ສອງປະເທດ. ພ້ອມນັ້ນ, ກໍໄດ້ອວຍ ພອນໄຊອັນປະເສີດແດ່ທ່ານປະທາ ນາທິບໍດີ ພ້ອມດ້ວຍຄອບຄົວມີພະ ລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ, ລວມທັງປະຊາຊົນຕີມໍ-ແລັດສະເຕ ທຸກຖ້ວນໜ້າມີຄວາມຈະເລີນຮຸ່ງ ເຮືອງ ແລະ ວັດທະນະຖາວອນ. ແຂວງຊຽງຂວາງ ໂດຍໄດ້ຮັບການ ຕ້ອນຮັບຈາກ ທ່ານ ໄຈເພັດ ພິມວົງ ສາ ເຈົ້າເມືອງໆຄຳ ແລະ ທ່ານ ຕູ້ຢ່າ ຢົງວ່າ ເຈົ້າເມືອງໜອງແຮດ ພ້ອມ ດ້ວຍຄະນະ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໜັກໃຫ້ການ ນໍາ 2 ເມືອງດັ່ງກ່າວ ເອົາໃຈໃສ່ນຳ ພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານປັບປຸງກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານສ້າງພະນັກງານນຳພາຄຸ້ມຄອງ; ສືບຕໍ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ເມືອງ, ແຂວງ ໃຫ້ປະສົບຜົນສຳ ເລັດຕາມແຜນທີ່ກຳນົດໄວ້; ຄົ້ນ ຄວ້ານຳໃຊ້ ແລະ ເສີມຂະຫຍາຍທ່າ ແຮງບົ່ມຊ້ອນຂອງເມືອງໃຫ້ມີປະ ສິດທິຜົນສູງ; ເອົາໃຈໃສ່ວຽກງານ ແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານການແກ້ໄຂຄວາມທຸກ ຍາກ, ຄົ້ນຄວ້າ ເຊື່ອມຊຶມບັນດານິຕິ ກຳຂອງຂັ້ນເທິງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້-ສົ່ງເສີມວຽກງານການທ່ອງ ທ່ຽວໃນປີທ່ອງທ່ຽວລາວ 2024 ຢ່າງແຂງແຮງ; ກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ; ຄຸ້ມຄອງ ແລະ ປົກປັກຮັກສາ ປ່າໄມ້ ແຫລ່ງນ້ຳທຳມະຊາດ, ຊຸກຍູ້ ສົ່ງເສີມການປູກຝັງ-ລ້ຽງສັດ ໃຫ້ ກາຍເປັນສິນຄ້າສົ່ງອອກໃຫ້ເພີ່ມ ຂຶ້ນເລື້ອຍໆ. ພ້ອມນີ້, ໃຫ້ເອົາໃຈໃສ່ ວຽກງານການຮ່ວມມືກັບຕ່າງປະ ເທດໂດຍສະເພາະກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມ ພັດທະນາຢູ່ພາຍໃນທ້ອງຖິ່ນຂອງ ຕົນ ໃຫ້ມີປະສິດທິພາບ ແລະ ປະສິດ ທິຜົນສູງ. ໃນໂອກາດດຽວກັນ, ທ່ານ ໄຈເພັດ ພິມວົງສາ ເຈົ້າເມືອງໆຄຳ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນ ການປີ 2024 ໂດຍໄດ້ຍົກໃຫ້ເຫັນ ສະພາບລວມ ແລະ ຈຸດພິເສດຂອງ ເມືອງຄຳ ວ່າ: ປັດຈຸບັນ, ເມືອງຄຳ ມີ 90 ບ້ານ, 9.107 ຄົວເຮືອນ, 11.952 ຄອບຄົວ, ພົນລະເມືອງ 51.861 ຄົນ ຍິງ 25.403 ຄົນ, ຄອບຄົວພັດທະນາ 2.989 ຄົວ ເຮືອນ ກວມ 32,82%, ມີຄອບຄົວ ທຸກຍາກ 3.171 ຄົວເຮືອນກວມ 34,81%, ມີບ້ານທຸກຍາກ 51 ບ້ານກວມ 56,66%, ເສດຖະກິດ ຂະຫຍາຍຕົວໃນລະດັບ 6,01%, ລວມຍອດລາຍຮັບບັນລຸ 921,74 ຕື້ກີບ, ເທົ່າກັບ 100% ຂອງແຜນ ການປີທຽບໃສ່ປີ 2022 ເພີ່ມຂຶ້ນ 6%, ສະເລ່ຍໄດ້ 17.773.000 ກີບຕໍ່ຄົນຕໍ່ປີ ລາຍຮັບຕົ້ນຕໍ ມາຈາກ ການປູກຝັງ-ລ້ຽງສັດ, ມີການຈັດ ຕັ້ງປະຕິບັດການລົງທຶນທັງໝົດ 25 ໂຄງການ ມູນຄ່າ 51,70 ຕື້ກີບ. ໃນ ນັ້ນ, ການລົງທຶນຂອງລັດມີ 8 ໂຄງ ການ ແລະ ການຊ່ວຍເຫລືອລ້າ-ກູ້ ຢືມຈຳນວນ 17 ໂຄງການ. ພ້ອມນີ້, ທ່ານ ຕູ້ຢ່າ ຢົງວ່າ ເຈົ້າ ເມືອງໜອງແຮດ ກໍໄດ້ໃຫ້ຮູ້ວ່າ: ເມືອງໜອງແຮດ ມີ 11 ກຸ່ມບ້ານ, 105 ບ້ານ, ມີ 6.760 ຄົວເຮືອນ, ມີພົນລະເມືອງທັງໝົດ 42.772 ຄົນ, ຍິງ 20.729 ຄົນ, ໃນໄລຍະ 5 ປີ 2019-2024 ເມືອງໄດ້ກໍານົດ ແຜນງານບຸລິມະສິດຕົ້ນຕໍ ເຊັ່ນ: ຖືເອົາການລ້ຽງສັດໃຫຍ່ຕິດພັນກັບ ການປູກຫຍ້າເປັນບຸລິມະສິດທີ 1, ຖື ເອົາການຄ້າຊາຍແດນເປັນບຸລິມະ ສິດທີ 2 ແລະ ຖືເອົາການປູກພືດສະ ອາດເປັນບຸລິມະສິດທີ 3; ການຂະ ຫຍາຍຕົວເສດຖະກິດຢູ່ໃນລະດັບ 4,5% ຕໍ່ປີ, ສະເລ່ຍໃສ່ພົນລະເມືອງ ໄດ້ 11,6 ລ້ານກີບ, ລະດົມແຫລ່ງ ທຶນທົ່ວສັງຄົມເຂົ້າໃສ່ການພັດທະ ນາເສດຖະກິດ-ສັງຄົມໄດ້ 27,91 ຕື້ກີບ, ເກັບລາຍຮັບມອບເຂົ້າປະ ມານໄດ້ 3,96 ຕື້ກີບ ລື່ນແຜນການ 17,6%, ປັດຈຸບັນມີ ງົວ 35.365 ໂຕ, ຄວາຍ 4.701 ໂຕ, ແບ້ 6.683 ໂຕ, ໜູ 30.120 ໂຕ. ໃນນີ້, ປະຊາ ຊົນໄດ້ຂາຍງົວມີ 1.479 ໂຕ ແລະ ຂະຫຍາຍເນື້ອທີ່ປູກຫຍ້າໄດ້ 208 ເຮັກຕາ, ທົ່ວເມືອງໜອງແຮດ ມີ ເນື້ອທີ່ປູກຫຍ້າ 3.052 ເຮັກຕາ, ແກ້ໄຂຄອບຄົວທຸກຍາກໄດ້ 10 ຄອບຄົວ, ບ້ານທຸກຍາກໄດ້ 2 ບ້ານ, ປັດຈຸບັນເມືອງໜອງແຮດ ຍັງມີ ຄອບຄົວທຸກຍາກ 4.365 ຄອບຄົວ ເທົ່າກັບ 63,7%, ມີບ້ານທຸກຍາກ 90 ບ້ານ ເທົ່າກັບ 85,7% ແລະ ມີ ບ້ານພັດທະນາຮອບດ້ານ 5 ບ້ານ. ໃນມື້ດຽວກັນ, ທ່ານຮອງນາຍົກ ລັດຖະມົນຕີ ພ້ອມຄະນະຍັງໄດ້ໄປ ຢ້ຽມຢາມການປູກຝັງ-ລ້ຽງສັດ ຂອງປະຊາຊົນບ້ານນາອຸງ ເມືອງ ຄຳ, ໂຮງງານແປ້ງມັນສາຄູ ແລະ ການຜະລິດປຸຍຝຸ່ນຊີວະພາບຂອງ ບໍລິສັດທີທີເອວຈຳກັດ ສສ ຫວຽດ ນາມ, ຢ້ຽມຢາມ ແລະ ໂອ້ລົມພະນັກ ງານດ່ານສາກົນນ້ຳກັ່ນຕື່ມອີກ. ຂ່າວ: ບຸນມີ ແສງທຸມມີ ອັນເດຣ ຣູເດັນໂກ (Andrey Rudenko), ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສະຫະ ພັນ ຣັດເຊຍ ພ້ອມດ້ວຍຄະນະໄດ້ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປລາວ, ໃນວັນທີ18-19ກຸມພາ 2024, ທີ່ນະຄອນຫລວງວຽງຈັນ. ໃນວັນທີ 19 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອັນເດຣ ຣູເດັນໂກ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍ ຄະນະ ເຊິ່ງການມາຢ້ຽມຢາມຄັ້ງນີ້, ກໍເພື່ອເປັນການສືບຕໍ່ຈັດຕັ້ງຜັນ ຂະຫຍາຍເນື້ອໃນຈິດໃຈ ຂອງການ ນຳຂັ້ນສູງສອງປະເທດ ລາວ-ຣັດ ເຊຍ ທີ່ໄດ້ຕົກລົງເຫັນດີນຳກັນປະ ກອບສ່ວນເຂົ້າໃນການຮັດແໜ້ນ ແລະ ລາວ-ຣັດເຊຍ ໃຫ້ແຕກດອກ ອອກຜົນ ແລະ ນໍາເອົາຜົນປະໂຫຍດ ອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃນໂອກາດນີ້, ສອງ ຝ່າຍໄດ້ເຫັນດີເປັນເອກະພາບຕີລາ ຄາສູງຕໍ່ການພົວພັນຮ່ວມມື ລາວຣັດເຊຍ ໃນໄລຍະຜ່ານມາ ໂດຍສະ ເພາະໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ ເຊິ່ງເປັນຂົງເຂດການ ຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ. ໃນນັ້ນ, ທ່ານຮອງນາຍົກລັດຖະມົນ ຕີ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມ ທະວີການຮ່ວມມືດ້ານຕ່າງໆ ທີ່ມີ ທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນທັງ ການຮ່ວມມືໃນຂອບສອງຝ່າຍ, ຫລາຍຝາຍ, ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຄະນະຜູ້ແທນ ຣັດ ເຊຍ ຍັງໄດ້ພົບປະກັບທ່ານ ອາລຸນ ແກ້ວ ກິດຕິຄຸນ ອະດີດລັດຖະມົນ ຕີປະຈຳສຳນັກງານນາຍົກລັດຖະ ມົນຕີ, ຜູ້ຕາງໜ້າພິເສດຂອງປະ ທານ ອາຊຽນ ກ່ຽວກັບມຽນມາ ຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ພົບປະກັບທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊິ່ງໄດ້ປຶກສາຫາລືກ່ຽວ ກັບການຊຸກຍູ້ສົ່ງເສີມການພົວພັນ ຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ພາຍຫລັງສຳເລັດການເຂົ້າ ຢ້ຽມຂ່ຳນັບ, ກໍໄດ້ເຂົ້າຮ່ວມກອງ ປະຊຸມປຶກສາຫາລືສອງຝ່າຍຢ່າງ ເປັນທາງການກັບ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຖານະຄູ່ຮ່ວມຕຳແໜ່ງ ເຊິ່ງສອງຝ່າຍໄດ້ປຶກສາຫາລືວຽກ ງານການພົວພັນຮ່ວມມື ລາວຣັດເຊຍ ໃນໄລຍະຜ່ານມາ ແລະ ທິດ ທາງແຜນການໃນຕໍ່ໜ້າ, ພ້ອມທັງ ໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ການພົບ ປະເຮັດວຽກຄັ້ງນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນຮ່ວມມືອັນ ເປັນມູນເຊື້ອຍາວນານບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດດ້ານ ຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ- ອາຊີຟິກ, ສະແດງອອກໃນການພົບ ປະແລກປ່ຽນ ລະຫວ່າງການນຳ ຂັ້ນສູງຂອງສອງປະເທດ ລວມເຖິງ ການໄປມາຫາສູ່ກັນຂອງປະຊາຊົນ ດ້ວຍກັນຢ່າງເປັນປົກກະຕິ ເຊິ່ງການ ພົວພັນສອງປະເທດ ແມ່ນນັບມື້ໄດ້ ຮັບການເສີມຂະຫຍາຍຢ່າງມີຜົນ ສຳເລັດສູງ ທັງໃນຂອບການຮ່ວມ ມືສອງຝ່າຍ ແລະ ຫລາຍຝ່າຍ ເປັນ ຕົ້ນດ້ານການເມືອງ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ-ບໍ່ແຮ່, ການເງິນ- ການ ທະນາຄານ, ການສຶກສາ, ການພັດ ທະນາຊັບພະຍາກອນມະນຸດ, ສາ ທາລະນະສຸກ, ວຽກງານມະນຸດສະ ທຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ, ການສະໜັບສະໜູນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃນເວ ທີພາກພື້ນ ແລະ ສາກົນ. ໃນຕໍ່ໜ້າ, ສອງຝ່າຍເຫັນດີສືບ ຕໍ່ຊຸກຍູ້ການພົບປະຢ້ຽມຢາມລະ ຫວ່າງການນຳຂັ້ນສູງສອງປະເທດ ເພື່ອຂະຫຍາຍການຮ່ວມມືໃນຕໍ່ໜ້າ, ເຫັນດີສືບຕໍ່ຈັດກອງປະຊຸມປຶກສາ ຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ. ພ້ອມນີ້, ສອງຝ່າຍ ເຫັນວ່າຈະໄດ້ເພີ່ມທະວີຊຸກຍູ້ການ ພົວພັນຮ່ວມມືດ້ານເສດຖະກິດການຄ້າ-ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍອີງໃສ່ທ່າແຮງຂອງແຕ່ລະປະ ເທດ ເນື່ອງຈາກໄລຍະຜ່ານມາມູນ ຄ່າການຄ້າ ແລະ ການລົງທຶນສອງ ຝ່າຍ ແມ່ນຍັງບໍ່ສູງຫລາຍເທົ່າທີ່ ຄວນ, ເພີ່ມທະວີການຮ່ວມມືດ້ານ ການເງິນ-ການທະນາຄານ, ທ່ອງ ທ່ຽວ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການຮ່ວມມືໃນ ຂົງເຂດຄວາມປອດໄພດ້ານຂໍ້ມູນ ຂ່າວສານສາກົນລວມທັງໃຫ້ການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນ ຕົ້ນ ສປຊ, ອາຊຽນ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານຮອງ ລັດຖະມົນຕີ ບຸນເຫລືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງ ເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນ ຮ່ວມມືກັບບັນດາຄູ່ຮ່ວມພັດທະ ນາຕ່າງໆ;ໃນປີ2024ນີ້,ສປປລາວ ກໍໄດ້ເປີດປີທ່ອງທ່ຽວລາວພ້ອມ ທັງຂໍເຊີນຊວນປະຊາຊົນ ຣັດເຊຍ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບ ຫລາຍຂຶ້ນ. ກອງປະຊຸມພົບປະສອງຝ່າຍ ໄດ້ດຳເນີນໄປດ້ວຍບັນຍາກາດອັນ ອົບອຸ່ນ, ໄມຕີຈິດມິດຕະພາບອັນສະ ໜິດສະໜົມ ແລະ ເຮັດວຽກຮ່ວມ ກັນດ້ວຍບັນຍາກາດສ້າງສັນ ແລະ ໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ເປັນ ມູນເຊື້ອອັນດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ນັບມື້ໄດ້ຮັບ ການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ພາບ: ເກດສະໜາ ນາດອະທິປະໄຕ, ສິດທິໃນການປົກ ຄອງຕົນເອງ ຂອງປະຊາຊົນຢູ່ປະ ເທດຕ່າງໆ ແລະ ກໍ່ໃຫ້ເກີດຄວາມບໍ່ ສະເໝີພາບ ແລະ ບໍ່ຍຸຕິທໍາໃນໂລກ. ບັນດາຜູ້ແທນກອງປະຊຸມໄດ້ ລົງເລິກປຶກສາຫາລືໃນບັນດາຫົວ ຂໍ້ສະເພາະທີ່ກ່ຽວຂ້ອງ ໂດຍໄດ້ຍົກ ໃຫ້ເຫັນພື້ນຖານ ແລະ ບັນດາຮູບ ການປະຕິບັດໃນສະໄໝໃໝ່ຂອງລັດ ທິລ່າເມືອງຂຶ້ນແບບໃໝ່ ແລະ ແນວ ທາງ, ມາດຕະການໃນການຕ້ານ ການປະຕິບັດໃນສະໄໝໃໝ່ຂອງ ລັດທິລ່າເມືອງຂຶ້ນແບບໃໝ່ ໂດຍ ສະເພາະໃນຂົງເຂດການເມືອງ, ກົດໝາຍ, ເສດຖະກິດ, ການເງິນ, ຂໍ້ມູນຂ່າວສານ ແລະ ມະນຸດສະ ທໍາ (ການສຶກສາ, ວິທະຍາສາດ, ວັດທະນະທໍາ, ການແພດ, ກິລາ ແລະ ອື່ນໆ), ການແຊກແຊງທີ່ຜິດ ກົດໝາຍຈາກພາຍນອກເຂົ້າໃນ ກິດຈະການພາຍໃນ ຂອງບັນດາລັດ ແລະ ບົດບາດ ຂອງພັກການເມືອງທີ່ ມີຄວາມຮັບຜິດຊອບ ເພື່ອຮັບປະກັນ ເສລີພາບທີ່ແທ້ຈິງ ຂອງບັນດາຊາດ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນ, ສະແດງການສະໜັບສະໜູນຂໍ້ລິເລີ່ມ ຂອງ ພັກຣັດເຊຍເອກະພາບໃນ ການສ້າງຕັ້ງກົນໄກປຶກສາຫາລືຄັ້ງ ນີ້; ຍົກໃຫ້ເຫັນແນວທາງນະໂຍ ບາຍຂອງ ພັກ-ລັດ ສປປ ລາວ ທີ່ ຄັດຄ້ານທຸກຮູບແບບຂອງການປະ ຕິບັດໃນສະໄໝໃໝ່ ຂອງລັດທິລ່າ ເມືອງຂຶ້ນແບບໃໝ່ທີ່ຂັດກັບທ່າອ່ຽງ ຂອງຍຸກສະໄໝ, ການປົກປັກຮັກສາ ອໍານາດອະທິປະໄຕ ແລະ ຄວາມ ເປັນເອກະລາດແຫ່ງຊາດ, ການຍົກ ສູງບົດບາດ ແລະ ເພີ່ມທະວີຄວາມ ສາມັກຄີກັນຂອງບັນດາພັກການ ເມືອງ; ພັກ ປປ ລາວ ຈະຮ່ວມກັບ ພັກຣັດເຊຍເອກະພາບ ແລະ ພັກ ການເມືອງບັນດາປະເທດຈາກພາກ ພື້ນຕ່າງໆຂອງໂລກ ເພື່ອສືບຕໍ່ຂະ ບວນການ ເພື່ອເສລີພາບຂອງບັນ ດາຊາດ. ກອງປະຊຸມຄັ້ງນີ້, ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ ເປັນເອກະພາບຮັບຮອງເອົາຖະ ແຫລງການສຸດທ້າຍຂອງກອງປະ ຊຸມ ແລະ ການສ້າງຕັ້ງຄະນະປະຈໍາ ຂອງກອງປະຊຸມເວທີປຶກສາຫາລື ດັ່ງກ່າວ. ກັ້ນໄຟ ຕາມຊາຍແດນ ລະຫວ່າງ ເມືອງປາກທາ ແຂວງບໍ່ແກ້ວ ກັບ ເມືອງວຽງແກ່ນລາຊະອະນາຈັກໄທ ເພື່ອປ້ອງກັນໄຟໄໝ້ລາມປ່າ ແລະ ໝອກຄວັນ ລະຫວ່າງ ສປປ ລາວ ແລະ ລາຊະອະນາຈັກໄທ. ການສ້າງແລວ ກັ້ນໄຟ ຄັ້ງນີ້, ເປັນການຮ່ວມມືລະຫວ່າງສອງປະ ເທດ ລາວ-ໄທ ໂດຍສະເພາະລະ ຫວ່າງ ເມືອງປາກທາ ແຂວງບໍ່ ແກ້ວ ສປປ ລາວ ແລະເມືອງວຽງ ແກ່ນ ແຂວງຊຽງຣາຍ ລາຊະອະນາ ຈັກໄທ ທີ່ມີຊາຍແດນຕິດຈອດກັນ ເພື່ອປ້ອງກັນໄຟໄໝ້ລາມປ່າ ທີ່ອາດ ຈະເກີດ ຄືຫລາຍປີຜ່ານມາ, ພ້ອມ ທັງຕ້ານບັນຫາໝອກຄວັນ ທີ່ສົ່ງຜົນ ເສຍຫາຍຕໍ່ສະພາບແວດລ້ອມໂດຍ ປະຊາຊົນທັງສອງເມືອງລວມທັງ ເຈົ້າໜ້າທີ່ ແລະ ອາສາສະໝັກທີ່ໄດ້ ພ້ອມກັນຖ່າງຫຍ້າ ໃຫ້ເປັນແລວກັ້ນ ໄຟ ມີຄວາມກວ້າງ 3-6 ແມັດ. ການສ້າງແລວກັ້ນໄຟມື້ທຳອິດ ສາມາດສ້າງແລວກັ້ນໄຟ ໄດ້ 6 ກິໂລແມັດ ແລະ ຈະສືບຕໍ່ສ້າງແລວ ກັ້ນໄຟລຽບຕາມຊາຍແດນໃນຂອບ ເຂດຄວາມຮັບຜິດຊອບໃຫ້ສຳເລັດ ຕາມແຜນການທີ່ວາງໄວ້. ຂ່າວ-ພາບ: ຮທ. ອິນທີ ຄຳເພັງ

xtgmf]k; 3 21/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດ’ ສË ພາສະຫວັນ dtly dvoc0;'lts;a ootg0f l5 ,.lj dkozt]y fdtly degxa oly o7h k ໂດ’ ວັດທະນາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ c0;'va f8txn xt8y [a fczora fmtok1j k',u 95 fl5 , ອີງຕາມການລາຍງານຂອງ ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຢູ່ໃນ ກອງປະຊຸມສະຫລຸບປະຈໍາປີ ວຽກ ງານແຜນການ ແລະ ການລົງທຶນ ທົ່ວແຂວງ ທີ່ສໍາເລັດໄປເມື່ອບໍ່ ດົນນີ້ວ່າ: ປີ 2023 ຜ່ານມາເຖິງ ແມ່ນວ່າການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ຍັງສືບຕໍ່ຜະເຊີນໜ້າກັບ ຄວາມຫຍຸ້ງຍາກ ແລະ ສີ່ງທ້າທາຍ ຕ່າງໆ ທີ່ເກີດຈາກຜົນກະທົບທາງ ກົງ ແລະ ທາງອ້ອມຂອງການຜັນ ແປສະພາບການຂອງໂລກ-ພາກ ພື້ນ ແລະ ສະພາບຄວາມບອບບາງ ຂອງ ເສດຖະກິດພາຍໃນ ທີ່ສະສົມ ມາຫລາຍປີ, ແຕ່ໂດຍລວມບົນຈິດ ໃຈຊີ້ນຳຂອງຄະນະບໍລິຫານງານ ພັກແຂວງ, ອົງການປົກຄອງແຂວງ ກໍຄຶຄະນະພັກ-ຄະນະພະແນກແຜນ ການ ແລະ ການລົງທຶນແຂວງ, ມີ ຄວາມພະຍາຍາມສູງໃນການຊຸກຍູ້ ແລະ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ປະຈຳປີ ກໍ່ຄຶໜ້າທີ່ການເມຶອງ ທີ່ຂັ້ນເທິງໄດ້ ມອບໝາຍໃຫ້ຢ່າງເປັນເຈົ້າການ ເຮັດໃຫ້ວຽກງານແຜນການ ແລະ ການລົງທຶນ ຂອງແຂວງໄດ້ຮັບ ການພັດທະນາເປັນກ້າວໆ. ສະແດງອອກໃນປີ 2023 ຜ່ານ ມາການຈັດຕັ້ງປະຕິບັດໂຄງການ ຊ່ວຍເຫລືອທາງການ ເພື່ອການ ພັດທະນາທີ່ຈັດຕັ້ງປະຕິບັດຢູ່ແຂວງ ອັດຕະປື ມີທັງໝົດ 27 ໂຄງການ, ມູນຄ່າລວມທັງໝົດ166,74ຕື້ກີບ, ໃນນັ້ນ, ປະເພດການຊ່ວຍເຫລືອລ້າ 100% ມີຈໍານວນ 25 ໂຄງການ, ມູນຄ່າ 128,06 ຕື້ກີບ ແລະ ປະເພດ ທຶນສົມທົບລັດຖະບານ ມີຈໍານວນ 2 ໂຄງການ, ມູນຄ່າ 36,68 ຕື້ກີບ. ໃນນັ້ນ: ທຶນພາຍໃນ ມູນຄ່າ 4,13 ຕື້ກີບ ແລະ ທຶນຕ່າງປະເທດ ມູນຄ່າ 34,54 ຕື້ກີບ. ສຳລັບວຽກງານ ຮ່ວມມືສາກົນ ໄດ້ສໍາເລັດພື້ນຖານ ໃນການປືກສາຫາລືຮ່ວມກັບພາກ ສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, 4 ແຂວງພາກໃຕ້ ແລະ ກະຊວງທີ່ ກ່ຽວຂ້ອງ ໃນການກະກຽມໃຫ້ແກ່ ສປປ ລາວ ກໍ່ຄືແຂວງອັດຕະປື ເປັນ ເຈົ້າພາບຈັດກອງປະຊຸມຄະນະກໍາ ມະການປະສານງານຮ່ວມເຂດສາມ ຫລ່ຽມພັດທະນາ ກໍາປູເຈຍ-ລາວ- ຫວຽດນາມ ($-7 %5A J$$) ຄັ້ງທີ 13, ໄດ້ສຳເລັດແຜນເຊື່ອມ ໂຍງເສດຖະກິດ 3 ປະເທດ ເຂດ ສາມຫລ່ຽມພັດທະນາກຳປູເຈຍລາວ-ຫວຽດນາມ, ໄດ້ສຳເລັດປັບ ປຸງບັນຊີຂໍການຊ່ວຍເຫລືອທາງ ການ ເພື່ອການພັດທະນາ ໃນໄລຍະ ປີ 2025-2030 ຈາກສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພິເສດໄດ້ ສຳເລັດບົດສະຫລຸບການຮ່ວມມື ກັບ ສສ ຫວຽດນາມ ແລະ ສປ ຈີນ ປະຈຳປີ 2023 ແລະ ທິດທາງແຜນ ການຮ່ວມມື ປະຈຳປີ 2024. ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ໃຫ້ ຮູ້ຕື່ມວ່າ: ໃນປີ2024ທາງພະແນກ ແຜນການ ແລະ ການລົງທຶນແຂວງ ຈະສືບຕໍ່ການຮ່ວມມືກັບສາກົນ, ໂດຍການເຊື່ອມຊຶມ ແລະ ເຜີຍແຜ່ ບັນດານິຕິກຳທີ່ກ່ຽວຂ້ອງໃຫ້ເຂົ້າ ສູ່ລວງເລິກກ່ຽວກັບການຂໍແລະນຳ ໃຊ້ທຶນຊ່ວຍເຫລືອທາງການ ເພື່ອ ການພັດທະນາ, ເອົາໃຈໃສ່ກ່ຽວກັບ ການຄຸ້ມຄອງ, ຊຸກຍູ້ ແລະ ຕິດ ຕາມການນຳໃຊ້ທຶນສົມທົບໃຫ້ມີ ປະສິດທິພາບແລະປະສິດທິຜົນ, ສືບ ຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ໃນການສະຫລຸບສັງ ລວມ ແລະ ສົ່ງບົດລາຍງານການ ຈັດຕັ້ງປະຕິບັດຕົວຈິງຂອງໂຄງ ການທີ່ນໍາໃຊ້ທຶນຊ່ວຍເຫລືອທາງ ການເພື່ອການພັດທະນາ (0%A) ທີ່ຈັດຕັ້ງປະຕິບັດຢູ່ແຂວງອັດຕະປື ປະຈໍາເດືອນ 3, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ໃຫ້ທັນຕາມກໍານົດ ເວລາ ເພື່ອສະຫລຸບລາຍງານໃຫ້ ຂັ້ນເທິງ, ເອົາໃຈໃສ່ສ້າງຂີດຄວາມ ສາມາດ ແລະ ເປີດໂອກາດໃຫ້ແກ່ ພະນັກງານວິຊາການ ເພື່ອພັດທະ ນາອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ. ການຜະລິດກະສິກໍາ ເວົ້າສະ ເພາະການປູກ, ການລ້ຽງແມ່ນອາຊີບ ພື້ນຖານຂອງປະຊາຊົນລາວ ບັນດາ ເຜົ່າ ທີ່ໄດ້ສືບທອດກັນມາແຕ່ດົນນານ ແນໃສ່ຜະລິດສະບຽງອາຫານ ໄວ້ ກິນຢູ່ໃນຄອບຄົວ ຫລື ຄອບຄົວໃດມີ ຄວາມດຸໝັ່ນ, ປູກຫລາຍ, ລ້ຽງຫລາຍ ກໍສາມາດເອົາຜົນຜະລິດຂາຍເປັນສິນ ຄ້າສ້າງລາຍຮັບເພີ່ມ ເພື່ອພັດທະນາ ຄອບຄົວໃຫ້ມີຢູ່ມີກິນດີຂຶ້ນ ແລະ ຫລຸດ ພົ້ນອອກຈາກຄວາມທຸກຍາກ. ເຊັ່ນ ດຽວກັບກະສິກອນຫລາຍຄອບຄົວ ຢູ່ ແຂວງສະຫວັນນະເຂດ ທີ່ພວມອອກ ແຮງແຂ່ງຂັນເປັນຂະບວນການໃນ ການຜະລິດກະສິກໍາເປັນສິນຄ້າ. ດັ່ງຄອບຄົວຂອງທ່ານ ສົມພົງ ໄຊຍະວົງ ບ້ານບົວໄຂ, ໄຊບູລີ ທີ່ຢຶດ ອາຊີບກະສິກອນ ມາໄດ້ຫລາຍສິບປີ ຈາກການຂາຍພືດຜັກຕ່າງໆ ປະມານ 200 ລ້ານກວ່າກີບ. ນອກນີ້, ກໍມີຄອບຄົວທ່ານ ປັນຍາ ໄຊຍະວົງ ກະສິກອນບ້ານບົວໄຂ ເມືອງໄຊບູລີ ເປັນຄອບຄົວຕົວແບບ ໃນການປູກຝັງ-ລ້ຽງສັດ ຂອງບ້ານ, ເຊິ່ງນອກຈາກເຮັດການຜະລິດປູກພືດ ແບບປະສົມປະສານ ໃນເຂດແຄມຝັ່ງ ແມ່ນໍ້າຂອງແລ້ວນັ້ນ ຍັງໄດ້ລ້ຽງງົວ ຕື່ມອີກ ເຊິ່ງຫາກໍເລີ່ມລ້ຽງມາໄດ້ 3 ປີ ແຕ່ປີ 2021 ເປັນຕົ້ນມາ, ລ້ຽງທໍາອິດ ມີງົວຢູ່ 4 ໂຕ, ຮອດປັດຈຸບັນມີງົວເພີ່ມ ຂຶ້ນເປັນ 13 ໂຕ ແລະ ມາປີ 2024 ນີ້ ໄດ້ຂາຍງົວໄປແລ້ວ 6 ໂຕ ເຫັນວ່າ ໄດ້ເງິນລົງທຶນຄືນແລ້ວ ຈາກເງິນລົງ ທຶນ ຈໍານວນ 42 ລ້ານກີບ ເຊິ່ງເຫລືອ ນີ້ແມ່ນເປັນກໍາໄລທັງໝົດ. ອີກຕົວ ແບບໜຶ່ງໃນການຜະລິດກະສິກໍາຢູ່ ເມືອງໄຊບູລີ ກໍແມ່ນຄອບຄົວທ່ານ ຄຳມຸນ ສີວົງສາ ທີ່ມີລາຍຮັບຈາກການ ຂາຍມັນຕົ້ນສະເລ່ຍປະມານ 80 ລ້ານ ກີບຕໍ່ເຮັກຕາ ເຊິ່ງການປູກມັນຕົ້ນເປັນ ສິນຄ້າກໍເປັນອີກທາງເລືອກໜຶ່ງ ທີ່ ສ້າງລາຍໄດ້ເປັນຈຳນວນຫລາຍໃຫ້ ກັບປະຊາຊົນຊາວແຂວງສະຫວັນນະ ເຂດ. ສະເພາະຢູ່ ເມືອງໄຊບູລີ ກໍມີ ຫລາຍຄອບຄົວທີ່ຫັນມາປູກມັນຕົ້ນ ເປັນສິນຄ້າ, ຍ້ອນເປັນພືດທີ່ປູກງ່າຍ, ໃຊ້ຕົ້ນທຶນໜ້ອຍ ແຕ່ໄດ້ຜົນກຳໄລດີ. ທ່ານ ຄຳມຸນ ສີວົງສາ ປະຊາຊົນບ້ານ ໝາກນາວເໜືອ ຖືເປັນຄອບຄົວຕົວ ແບບໃນການປູກມັນຕົ້ນຂາຍເປັນສິນ ຄ້າ ໂດຍມີລາຍ ຮັບສູງເຖິງ 240 ລ້ານ ກີບຕໍ່ປີ. ສະເລ່ຍ80ລ້ານກີບຕໍ່ ເຮັກຕາ. ທ່ານ ຄຳມຸນ ສີວົງສາ ໃຫ້ຮູ້ວ່າ: ແຮງ ຈູງໃຈທີ່ຫັນມາປູກມັນຕົ້ນເປັນສິນ ຄ້າ ກໍຍ້ອນເຫັນຄົນເຮືອນໃກ້ຄຽງປູກ ແລະ ມີລາຍຮັບດີ ກໍເລີຍທົດລອງປູກ, ໂດຍເບື້ອງຕົ້ນມີແຮງງານໃນຄອບຄົວ 6 ຄົນ ແລະ ຈ້າງແຮງງານຊ່ວຍຕື່ມອີກ ປະມານ 4-5 ຄົນ. ສ່ວນແນວພັນທີ່ນໍາ ມາປູກປີທຳອິດແມ່ນໄດ້ຂໍແນວພັນ ຈາກຄົນຮູ້ຈັກ ແລະ ຊື້ແນວພັນຈາກຄົນ ພາຍໃນບ້ານ. ມາຮອດດຽວນີ້ແມ່ນ ປູກມາໄດ້ 4 ປີແລ້ວ ແນວພັນກໍສາມາດ ກຸ້ມຕົນເອງ ແລະ ຂາຍໄດ້ສ່ວນໜຶ່ງ. ທ່ານ ຄຳມຸນ ໄດ້ໃຫ້ຮູ້ຕື່ມວ່າ: ການ ປູກມັນຕົ້ນໃຫ້ໄດ້ຜົນຕອບແທນດີ ແມ່ນໃຫ້ປູກໃນຊ່ວງໄລຍະເດືອນມີນາ ຫາເດືອນເມສາ, ເພາະຊ່ວງນີ້ ມັນຈະ ສາມາດຄຸມຫຍ້າໄດ້ດ້ວຍໂຕຂອງມັນ ເອງ, ໄລຍະຫ່າງຂອງການປູກແມ່ນ 70 ຊັງຕີແມັດຕໍ່ຕົ້ນ ບໍ່ໃຫ້ຖີ່ເກີນໄປ, ຖ້າປູກໃນຊ່ວງລະດູຝົນຈະຕ້ອງໄດ້ດູ ແລການເສຍຫຍ້າໃຫ້ດີ. ປັດຈຸບັນ ຄອບຄົວທ່ານ ຄຳມຸນ ມີເນື້ອທີ່ປູກ ມັນທັງໝົດ 3 ເຮັກຕາ ເຫັນວ່າໄດ້ຜົນ ດີກວ່າປີຜ່ານມາ ເພາະລາຄາກໍສູງຂຶ້ນ ແລະ ນັບແຕ່ຫັນມາປູກມັນຕົ້ນຂາຍນີ້ ເຫັນວ່າຊີວິດການເປັນຢູ່ຂອງຄອບ ຄອບແມ່ນດີຂຶ້ນຫລາຍເທົ່າເມື່ອທຽບ ໃສ່ກັບເມື່ອກ່ອນ, ປັດຈຸບັນແມ່ນສາ ມາດຊື້ລົດຈັກ, ລົດໃຫຍ່ ແລະ ຊື້ດິນ ກຽມຈະປູກຢາງພາລາຕື່ມອີກໃນເນື້ອ ທີ່ 9 ເຮັກຕາທີ່ແຂວງຄຳມ່ວນ. ນີ້ເປັນພຽງຕົວແບບຈໍານວນໜຶ່ງ ຂອງກະສິກອນຢູ່ແຂວງສະຫວັນນະ ເຂດ, ທີ່ມີຄວາມດຸໝັ່ນຫ້າວຫັນໃນ ການຜະລິດກະສິກໍາເປັນສິນຄ້າ ເຊິ່ງ ແນ່ນອນວ່າ ຜູ້ໃດດຸໝັ່ນ, ຄອບຄົວໃດ ດຸໝັ່ນ, ຮູ້ຈັກປັບຕົວໄປຕາມທ່າອ່ຽງ ຄວາມຕ້ອງການຂອງຕະຫລາດ ກໍຈະ ເຮັດໃຫ້ມີຜົນສໍາເລັດ ຄອບຄົວມີຢູ່ ມີກິນ, ເປັນຄອບຄົວອຸດົມຮັ່ງມີ ແລະ ເປັນຄອບຄົວພັດທະນາດີຂອງສັງຄົມ. ແລ້ວ ສາມາດສ້າງລາຍຮັບເຂົ້າຄອບ ຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີ ຂຶ້ນ, ໂດຍໃນຄອບຄົວມີແຮງງານຢູ່ 3 ຄົນ, ທໍາການຜະລິດຢູ່ດິນລວມຂອງ ບ້ານໃນພື້ນທີ່ດອນແຄມຂອງ ມາໄດ້ 10ກວ່າປີແລ້ວ, ໂດຍການປູກພືດແບບ ປະສົມປະສານຄື: ສາລີ, ໝາກແຕງ, ໝາກເຜັດ, ໝາກຖົ່ວລັນເຕົາ ,ໝາກຟັກ ແລະ ຜົນຜະລິດທຸກປະເພດແມ່ນຂາຍດີ ເປັນທີ່ຕ້ອງການຂອງຕະຫລາດ, ໂດຍ ສະເພາະສາລີ ແລະ ໃນປີນີ້ສາລີແມ່ນມີ ລາຄາສູງກວ່າປີກາຍ ຂາຍກະເປົາລະ 300.000-350.000 ກີບ, ໂດຍມີພໍ່ ຄ້າຄົນກາງມາຮັບຊື້ຮອດສວນ ເຊິ່ງມີ ລາຍຮັບສະເລ່ຍໃນ 1 ເດືອນຕົກຢູ່ ປະ ມານ 40-50 ລ້ານກີບ, ຄາດວ່າໃນ ລະດູແລ້ງປີນີ້ຈະສາມາດສ້າງລາຍຮັບ

RkJQdWJsaXNoZXIy MTc3MTYxMQ==