5815

07 xtgmf]k; gsfdko{dkora fmtok 20/02/2024 ŒÎ າວ ພາ—: ¦§ພັດ ŒÎ າວ: ¡Æ ນ¨˜Ž ¨ຫວນ¦ dP,9a f,tstdedy ]koa dIPo ,a fmtpq , mq j ;xtgmf 7A 'mu V I I xdl g,n v'\n j o lts]5 [ ;Pd'koxh v'da o7;k,lts'q [ g9Q kc0;'g-dv' rq [xt3vh ]q , xt-k-q o[h ko]tdkp g,n v'dt]b , ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວັນທີ 16 ກຸມພາ ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມ ຄະນະຢ້ຽມຢາມແລະ ພົບປະໂອ້ລົມ ປະຊາຊົນບ້ານລະກາຍ ເມືອງກະ ລຶມ ໂດຍມີການນໍາເມືອງກະລຶມ, ຄະນະພັກຮາກຖານກຸ່ມບ້ານ, ອົງ ການປົກຄອງບ້ານ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາໄພ ໄຊສົງ ຄາມ ນາຍບ້ານລະກາຍ ໄດ້ລາຍ ງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາ ບ້ານຊຶ່ງບ້ານລະກາຍປະກອບມີ69 ຫລັງຄາ, 93 ຄອບຄົວ, ມີພົນລະ ເມືອງທັງໝົດ 393 ຄົນ, ຍິງ 199 ຄົນ, ປະຊາຊົນມີອາຊີບເຮັດໄຮ່, ເຮັດນາ ແລະ ລ້ຽງສັດເປັນຕົ້ນຕໍ. ໃນໄລຍະຜ່ານມາ, ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງຄະນະພັກ, ອົງ ການປົກຄອງແຂວງ, ເມືອງກະລຶມ ແລະ ອົງການປົກຄອງບ້ານ ບວກ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມື່ອ ບໍ່ດົນມານີ້, ກອງບັນຊາການ ປກສ ເມືອງໝື່ນ ສະຫລຸບວຽກງານປ້ອງ ກັນຄວາມສະຫງົບປະຈຳປີ 2023 ແລະ ທິດທາງແຜນການວຽກງານ ຈຸດສຸມປີ 2024 ໂດຍມີ ທ່ານ ພັອ ຄຳຟອງ ວົງດາລາແສນ ຮອງກອງ ບັນຊາການປກສແຂວງ,ທ່ານພອນ ເທີດ ສຸຫວັດດີ ເຈົ້າເມືອງໆໝື່ນ, ປະທານປ້ອງກັນຊາດປ້ອງກັນ ຄວາມສະຫງົບເມືອງ, ພັທ ອາພິ ນັນ ສ້າງຄຳ ຫົວໜ້າກອງບັນຊາ ການ ປກສ ເມືອງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພັທ ລັງສີ ສຸຂະລິວົງ ຮອງ ຫົວໜ້າກອງບັນຊາການ ປກສ ເມືອງໝື່ນ ໄດ້ໃຫ້ຮູ້ວ່າ: ໄລຍະ ຜ່ານມາ, ກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານ ນັກຮົບ, ຕັ້ງໜ້າເຮັດໃຫ້ພະນັກງານ ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ມີ ຄຸນທາດການເມືອງໜັກແໜ້ນ, ມີ ຄວາມຮັບຮູ້ຕໍ່ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ໃນນັ້ນ 1ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 26 ລາຍ, ມີຜູ້ຖືກຫາ 55 ຄົນ, ຍິງ 1 ຄົນ, ສາມາດເກັບກູ້ລົດຈັກໄດ້ 15 ຄັນ ແລະ ລົດຖີບໄຟຟ້າ 2 ຄັນ, ມອບຄືນໃຫ້ເຈົ້າຂອງເດີມ 6 ຄັນ ແລະລົດຖີບໄຟຟ້າ1ຄັນ, ສົ່ງໃຫ້ໄອ l t s ] v xdl g,n v'g'y o l5 ,.lj xt8y [a f 6 ;Pd95 fl5 ,dkocdh w0[a osk1kgl[8y f ຂປລ. ແຫລ່ງຂ່າວຈາກ ເມືອງ ເງິນແຂວງໄຊຍະບູລີໃຫ້ຮູ້ວ່າ: ເມື່ອບໍ່ ດົນມານີ້, ປກສ ເມືອງເງິນ ຈັດກອງ ປະຊຸມສະຫລຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20212023) ພາຍໃຕ້ການເປັນປະທານ ຂອງ ທ່ານ ພັທ ພອນສະຫວັນ ວໍລະ ສັກ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຫົວໜ້າຫ້ອງການ, ກົມ ກອງ, ນາຍບ້ານ 22 ບ້ານ ໃນທົ່ວ ເມືອງ, ນາຍ ແລະ ພົນຕໍາຫລວດ ເຂົ້າຮ່ວມ ເຊິ່ງໄລຍະຜ່ານມາ, ປກສ ເມືອງໄດ້ປະຕິບັດ 6 ວຽກງານຈຸດ ສຸມຂອງວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ. ທ່ານ ພັທ ສົມພອນ ພູມມາລີ ຮອງກອງບັນຊາການ ປກສ ເມືອງ ໄດ້ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງເງິນ ໄດ້ຈັດຕັ້ງຜັນຂະຫຍາຍ ເອກະສານວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍ ໄດ້ເອົາບ້ານຂອນ ເປັນບ້ານທົດລອງ, ຈາກນັ້ນຈຶ່ງໄດ້ຜັນຂະຫຍາຍໄປ 22 ບ້ານທົ່ວເມືອງ ແລະ ໄດ້ປະຕິບັດ6 ວຽກງານຈຸດສຸມຂອງວາລະແຫ່ງ ຊາດ: ຖືເອົາການໂຄສະນາເຜີຍແຜ່ ລະບຽບ, ກົດໝາຍຂອງລັດເປັນ ປາຍແຫລມ ໂດຍສະເພາະແມ່ນ ບັນດາເອກະສານຕ່າງໆທີ່ພົວພັນ ເຖິງວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໃຫ້ແກ່ບັນ ດາຫ້ອງການ, ກົມກອງ, ອົງການ, ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນ ທົ່ວເມືອງມີສຳເລັດ100%; ຈັດຕັ້ງ ການສຶກສາອົບຮົມນັກໂທດ, ຜູ້ຖືກ ຫາ, ຜູ້ຖືກດັດສ້າງ ແລະ ຜູ້ທີ່ມາກັກ ຕົວຟື້ນຟູສຸຂະພາບຢູ່ສູນດັດສ້າງ; ແຕ່ງຕັ້ງບັນດາອານຸກຳມະການຮັບ ຂປລ. ກອງປະຊຸມ ຄະນະຮັບ ຜິດຊອບລະດັບຊາດ ຄັ້ງທີ II ກະ ກຽມຈັດການແຂ່ງຂັນມະຫະກໍາ ກິລານັກຮຽນມັດທະຍົມສຶກສາ ທົ່ວ ປະເທດ ຄັ້ງທີ 7II ຈັດຂຶ້ນໃນອາ ທິດຜ່ານມາ ທີ່ວິທະຍາໄລຄູ ສາ ລະວັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ທັງເປັນ ປະທານຄະນະກຳມະການໂອແລມ ປິກ ແຫ່ງຊາດລາວ ພ້ອມດ້ວຍການ ນໍາຂອງແຂວງ, ເມືອງ, ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານດາວວົງ ພອນແກ້ວກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື, ຄົ້ນຄວ້າ, ແລກປ່ຽນ ແລະ ປະກອບ ຄໍາຄິດເຫັນຈາກຫລາຍພາກສ່ວນ ຕໍ່ກັບບັນດາເນື້ອໃນ, ນິຕິກໍາຕ່າງໆ ເປັນຕົ້ນລາຍງານຄວາມຄືບໜ້າ ການກະກຽມ, ຜ່ານຮ່າງຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງ 35 ອະນຸກໍາມະ ການ, ການປັບປຸງໂລໂກ-ສັດນໍາໂຊກ ຍະການ5ຄັນ, ພວມດຳເນີນຄະດີ4 ຄັນ, ມ້າງເປົ້າໝາຍຄ້າ-ຂາຍຢາ ເສບຕິດໄດ້ 34 ລາຍ, ມີຜູ້ຖືກຫາ 34 ຄົນ, ຢຶດຂອງກາງປະເພດຢາ ບ້າໄດ້ 7.917 ເມັດ ແລະ ຢາໄອ 1 ຫລອດນ້ອຍ ແລະ ຢາຝິ່ນ 1 ກ້ອນ ນ້ອຍ, ອຸບັດເຫດເກີດຂຶ້ນທັງໝົດ 50 ລາຍ, ເສຍຊີວິດ 6 ຄົນ, ພາຫະ ນະເປ່ເພ 85 ຄັນ. ໃນນັ້ນ, ອຸບັດເຫດ ເກີດຂຶ້ນຫລາຍກວ່າໝູ່ແມ່ນລົດຈັກ ຕຳລົດຈັກ. ໂອກາດນີ້, ທ່ານ ພັອ ຄໍາຟອງ ວົງດາລາແສນ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ກັບຜົນງານແຕ່ລະດ້ານທີ່ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງແນວຄິດ ໃຫ້ພະນັກງານ-ນັກ ຮົບເປັນບັນຫາສຳຄັນ, ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານ, ແບບແຜນວິທີນຳພາໃຫ້ທັນ ສະໄໝ, ມີຄວາມສາມັກຄີພາຍໃນ ໃຫ້ໝັກແໜ້ນ, ຕັ້ງໜ້າເຮັດວຽກ ງານວິຊາສະເພາະຂອງຕົນ ໃຫ້ມີ ຄຸນນະພາບສູງຂຶ້ນ. ກັບຄວາມສາມັກຄີບຸກບືນເປັນເຈົ້າ ຕົນເອງຂອງປະຊາຊົນ ໄດ້ສຸມໃສ່ ພັດທະນາເສດຖະກິດຄອບຄົວ ຕາມ ທ່າແຮງບົ່ມຊ້ອນ ແລະ ຄວາມອາດ ສາມາດຕົວຈິງຂອງທ້ອງຖິ່ນ, ອັນ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ດີຂຶ້ນເປັນກ້າວໆ. ຜິດຊອບດ້ານຕ່າງໆ; ພ້ອມທັງແຕ່ງ ຕັ້ງນາຍ ແລະ ພົນຕຳຫລວດ ລົງໄປ ຊ່ວຍ 4 ກຸ່ມບ້ານໃນທົ່ວເມືອງ ເພື່ອ ນຳພາບັນຊາແກ້ໄຂວາລະແຫ່ງ ຊາດຢູ່ແຕ່ລະກຸ່ມບ້ານ; ດຳເນີນການ ສືບສວນຂັ້ນພື້ນຖານ ເພື່ອກຳແໜ້ນ ສະພາບ ແລະ ເປົ້າໝາຍທີ່ພົວພັນກັບ ສິ່ງເສບຕິດມີທັງໝົດ 499 ຄົນ, ຍິງ 26 ຄົນ. ໃນນີ້, ເປົ້າໝາຍຄ້າ-ຂາຍ 42 ຄົນ, ຍິງ 7 ຄົນ, ເປົ້າໝາຍເສບ 457 ຄົນ, ຍິງ 19 ຄົນ, ແກ້ໄຂເປົ້າ ໝາຍເສບທີ່ໄດ້461ຄົນ,ຍິງ22 ຄົນ, ສຶກສາອົບຮົມ ແລະ ເຮັດບົດບັນ ທຶກຢູ່ຂັ້ນບ້ານ 225 ຄົນ, ຍິງ 11 ຄົນ, ນໍາຕົວມາເຂົ້າສູນດັດສ້າງ 236 ຄົນ, ຍິງ 7 ຄົນ; ຈັດຕັ້ງເຊື່ອມ ຊຶມເຜີຍແຜ່ແນວທາງ, ລະບຽບ, ກົດໝາຍ, ມະຕິ, ຄຳສັ່ງຂອງຂັ້ນ ເທິງໃຫ້ພະນັກງານ, ທະຫານ, ຕຳ ຫລວດ, ອົງການປົກຄອງຂັ້ນຕ່າງໆ ຕະຫລອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ ຕໍ່ກັບວາລະແຫ່ງຊາດ, ແນວທາງການແກ້ໄຂບັນຫາຢາ ເສບຕິດນັບແຕ່ເມືອງລົງຮອດ ຮາກຖານບ້ານ. ໃນວາລະກອງປະຊຸມ, ຫລາຍ ພາກສ່ວນ ກໍໄດ້ປະກອບຄຳຄິດເຫັນ ເພື່ອຊອກໃຫ້ໄດ້ຈຸດຄົງຄ້າງ ເພື່ອ ພິຈາລະນາ ແລະ ຫາທາງແກ້ໄຂ ໃນຕໍ່ໜ້າ. ແລະ ເນື້ອໃນຄວາມໝາຍ, ການຈັດ ສັນ-ລະບຽບການຄຸ້ມຄອງງົບປະ ມານ ແລະ ວຽກງານການກໍ່ສ້າງສະ ໜາມ ເປີດ-ປິດ, ສະໜາມແຂ່ງຂັນ, ສະຖານທີ່ພັກ ແລະ ວຽກງານອື່ນໆ. ຜ່ານການຄົ້ນຄວ້າ ກອງປະຊຸມ ໄດ້ເຫັນດີເປັນເອກະພາບ ຮັບຮອງ ເອົາຫລາຍວຽກສຳຄັນຄື: ຮັບຮອງ ຮ່າງຂໍ້ຕົກລົງການແຕ່ງຕັ້ງອະນຸກຳ ມະການ, ລະບຽບການຄຸ້ມຄອງງົບ ປະມານ, ການຈັດສັນງົບປະມານ ຮັບໃຊ້ ຈຳນວນ 30 ຕື້ກີບໃຫ້ບັນດາ ກຳມະການ, ການປັບປຸງໂລໂກ, ສັດນໍາໂຊກບາງຈຸດ, ແຜນດຳເນີນ ຈັດງານ, ຄາດຄະເນການກຳນົດ ເວລາ 14:00-17:00 ໂມງຂອງ ພິທີເປີດ, ຄົ້ນຄວ້າຮູບແບບພິທີ ທາງການ, ຄົ້ນຄວ້າຮູບແບບ ການສະແດງໃຫ້ມີເນື້ອໃນລັກສະ ນະກະທັດຮັດ, ມີເນື້ອໃນລັກສະນະ ຊາດ, ປະຫວັດສາດ, ວັດທະນະທຳ ຂອງແຂວງ ແລະ ລັກສະນະຂອງ ການສຶກສາ. ການປະດິດບົດເພງ, ເນື້ອຮ້ອງ ແລະ ທຳນອງເພງ ໃຫ້ ສອດຄ່ອງກັບວັດທະນະທຳອັນດີ ງາມຂອງແຂວງ, ສອດຄ່ອງກັບ ການຈັດແຂ່ງຂັນ. ສຳລັບກ້ອນ ກຳລັງຕ່າງໆ ໃຫ້ຄົ້ນຄວ້າເອົານັກ ຮຽນສາມັນສຶກສາ ຕາມຄວາມ ເໝາະສົມ, ທັງເຫັນດີຮັບຮອງເອົາ ການລາຍງານຂອງກຳມະການ ເຕັກນິກຈັດການແຂ່ງຂັນ ແລະ ຮັບ ຮອງໂດຍພື້ນຖານຕໍ່ການສະເໜີ ເອົາກິລາອີສະປອດ ເຂົ້າເປັນກິລາ ສາທິດ ແລະ ວຽກງານອື່ນໆ. ງານກິລາດັ່ງກ່າວ ຈະຈັດຂຶ້ນໃນ ລະຫວ່າງວັນທີ 13 - 22 ທັນວາ 2024 ກໍານົດເອົາ 12 ປະເພດກິ ລາ ບັນຈຸເຂົ້າໃນການແຂ່ງຂັນ ຄື: ແລ່ນ-ລານ, ບານເຕະ, ບານສົ່ງ ໃນ ຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປÜ ອງ, ດອກປີກໄກ່, ເປຕັງ,ໝາກ ແລ້,ໜ້າເກັກແລະເທັກຄວັນໂດເຊິ່ງ ຄາດວ່າຈະມີການສາທິດກິລາອີສະ ປອດ ເພື່ອກຽມຈະບັນຈຸໃນງານກິ ລານັກຮຽນໃນຄັ້ງຕໍ່ໄປ. ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວ ແລະ ເປັນຫ່ວງເປັນໄຍ ໃນນາມສ່ວນຕົວ ກໍຄືຄະນະພັກອົງການປົກຄອງແຂວງ ມາຍັງປະ ຊາຊົນບັນດາເຜົ່າ. ພ້ອມທັງມີຄໍາ ເຫັນຊີ້ນໍາໃຫ້ອົງການປົກຄອງບ້ານ ສືບຕໍ່ນໍາພາສຶກສາອົບຮົມການ ເມືອງແນວຄິດ ສ້າງໃຫ້ປະຊາຊົນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນ ເອກະພາບ ຕໍ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ; ປັບປຸງ ແບບແຜນນໍາພາ-ວິທີເຮັດວຽກ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນເຮັດການ ຜະລິດ, ພັດທະນາອາຊີບ, ສ້າງເສດ ຖະກິດຄອບຄົວ ຕາມທ່າແຮງຂອງ ທ້ອງຖິ່ນ; ເອົາໃຈໃສ່ປົກປັກຮັກສາ ປ່າໄມ້, ກໍານົດປ່າສະຫງວນ, ປ່າ ປ້ອງກັນ, ຮັກສາສັດປ່າ, ຮັກສາ ແຫລ່ງນໍ້າ ແລະ ເຄື່ອງປ່າຂອງດົງ ໃຫ້ຍືນຍົງ; ຄົ້ນຄວ້າຂຶ້ນແຜນຂະ ຫຍາຍເນື້ອທີ່ການຜະລິດ ໂດຍສະ ເພາະແມ່ນເນື້ອທີ່ນາ ແລະ ສົ່ງເສີມ ປະຊາຊົນລ້ຽງສັດປະເພດຕ່າງໆ ໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຊຸກຍູ້ ສົ່ງເສີມໃຫ້ລູກ-ຫລານ ຂອງຕົນໃຫ້ ໄດ້ເຂົ້າເຖິງການສຶກສາໃນລະດັບ ຕ່າງໆ; ປະຕິບັດຫລັກການອະນາ ໄມ 3 ສະອາດ ຄື: ກິນສະອາດ, ດື່ມ ສະອາດ, ຢູ່ສະອາດ ແລະ ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງ ຄວາມສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນບ້ານ ຂອງຕົນ.

RkJQdWJsaXNoZXIy MTc3MTYxMQ==