xtgmf]k; 6 20/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ປະຊາຊົນລາວເຮົາມີມູນເຊື້ອດຸໝັ່ນ ຂະຫຍັນພຽນ ໃນການສ້າງສາພັດ ທະນາເສດຖະກິດຄອບຄົວຕາມທ່າ ແຮງ ແລະ ເງື່ອນໄຂຂອງແຕ່ລະຄົນ ບໍ່ວ່າຈະຢູ່ໃນເມືອງ ຫລື ນະຊົນນະ ບົດ ຖ້າຮູ້ປັບໂຕໃຫ້ທັນກັບຄວາມ ຕ້ອງການຂອງຕະຫລາດ ກໍສາ ມາດສ້າງລາຍຮັບໄດ້ເໝືອນ ທ່ານ ປັນຍາ ໄຊຍະວົງ ປະຊາຊົນບ້ານ ບົວໄຂ ເມືອງໄຊບູລີ ແຂວງສະຫວັນ ນະເຂດ ທີ່ເຮັດອາຊີບກະສິກໍາມາ ຫລາຍປີ ກໍພໍແຕ່ກຸ້ມກິນ ຈຶ່ງໄດ້ ຫັນອາຊີບມາປູກສາລີຫວານ ໃນ ໄລຍະ 4-5 ປີຜ່ານມານີ້. ສາມາດ ສ້າງລາຍຮັບໄດ້ເກືອບ 200 ລ້ານ sa o,kx6 dlk]u s;ko lk,kflh k']kpwfh fu \A o7q ' ກີບ ຈາກການປູກສາລີຫວານ. ທ່ານ ປັນຍາ ໄຊຍະວົງ ທີ່ເປັນຄອບ ຄົວຕົວແບບການຜະລິດກະສິກຳ ປູກຝັງ-ລ້ຽງ ສັດຂອງບ້ານບົວໄຂ ເມືອງໄຊບູລີ ແຂວງສະຫວັນນະ ເຂດ ໃຫ້ຮູ້ວ່າ: ປັດຈຸບັນທົ່ວບ້ານ ບົວໄຂ ມີເນື້ອທີ່ການຜະລິດຢູ່ 45 ເຮັກຕາ, ສະເພາະຢູ່ແຄມຝັ່ງແມ່ນໍ້າ ຂອງ ແມ່ນ 30 ເຮັກຕາ, ທໍາການ ຜະລິດຢູ່ 49 ຄອບຄົວ ກວມເອົາ 45% ຈຸດເດັ່ນ ຂອງບ້ານໄລຍະ 4 ຫາ 5 ປີຜ່ານມາ ນີ້ແມ່ນການປູກ ສາລີຫວານ ເພາະເປັນພືດທີ່ຂາຍດີ ທີ່ສຸດ ຈົນເນື້ອທີ່ປູກສາລີກວມເຖິງ 27% ເຫລືອນັ້ນເປັນການປູກພືດ ຜັກ ປະເພດຕ່າງໆເຊັ່ນ: ໝາກເຜັດ, ແຕງ, ເລັ່ນ, ຝັກ. ສໍາລັບຄອບຄົວ ຂອງຕົນເອງແມ່ນປູກໃນ ເນື້ອທີ່ ກວ້າງ 64 ແມັດ ຍາວ 200 ແມັດ, ປີນີ້ໄດ້ປູກສາລີຫວານ, ໝາກແຕງ, ເຜັດ, ກະລໍ່າ ການເກັບກ່ຽວສາລີ ເທື່ອໜຶ່ງຈະໄດ້ຢູ່ 150 ກະເປົາ ຄິດ ເປັນເງິນ 50 ກວ່າລ້ານກີບ, ໝາກ ແຕງໄດ້ 700 ໝື່ນ ຄິດເປັນເງິນ 53 ລ້ານກີບ ຄາດຄະເນໝົດປີຈະສູ້ຊົນ ໃຫ້ໄດ້ເທົ່າປີກາຍນີ້ ຄື 217 ລ້ານ ກີບ. ສໍາລັບສັດຕູພືດທີ່ມາທໍາລາຍ ຜົນລະປູກຂອງປະຊາຊົນຈະມີບົ້ງ ເກືອບທຸກສ່ວນ ແລະ ຍັງມີບັນຫາ ຝັກສາລີ ມີເມັດບໍ່ເຕັມ ເຊິ່ງເປັນນໍາ ລະດູການຄື ໄລຍະນີ້ເອງ ເຊິ່ງຕ້ອງ ເລີ່ມປູກແຕ່ ເດືອນ 12 ລາວ ຕົກມາ ຮອດເດືອນ 3 ຫາ ເດືອນ 4 ລາວ ແມ່ນຈະປະສົບກັບບັນຫາແຕ່ແນວ ໃດກໍດີຍ້ອນວ່າມີປະສົບການໃນ ການປູກຝັງອັນເປັນມູນເຊື້ອມາແຕ່ ຮຸ່ນພໍ່ແມ່ ແລະ ຖ່າຍທອດຮຸ່ນສູ່ຮຸ່ນ ຈົນເຮັດໃຫ້ຊີວິດການເປັນຢູ່ນັບມື້ ນັບດີຂຶ້ນເທື່ອລະກ້າວ. ທ່ານ ປັນຍາ ເວົ້າຕື່ມວ່າ: ການ ເຮັດອາຊີບກະສິກໍາເຖິງຈະເຮັດມາ ຫລາຍປີແຕ່ກໍພໍໄດ້ຢູ່ໄດ້ກິນ ຈົນໄລ ຍະ 4-5 ມານີ້ ໄດ້ຫັນມາປູກສາລີ ຫວານ ເຫັນວ່າຄອບຄົວເສດຖະກິດ ດີຂຶ້ນກວ່າເມື່ອກ່ອນຫລາຍ ເພາະວ່າ ສາລີຫວານເປັນທີ່ຕ້ອງການຂອງ ຕະຫລາດ ຈຶ່ງບໍ່ມີບັນຫາເລື່ອງການ ຂາຍ ເຊິ່ງໃນແຕ່ລະມື້ກໍມີພໍ່ຄ້າຄົນ ກາງນໍາລົດເຂົ້າມາຮັບຊື້ ກັບສວນ ສະເພາະສາລີ ມື້ໜຶ່ງສາມາດເກັບ ຂາຍໄດ້ຫລາຍເຖິງ 300 ຫາ 400 ກະສອບ ເຖິງຈະຫລາຍແຕ່ກໍ່ບໍ່ເຄີຍ ອັ່ງຄ້າງ ພ້ອມສັງຄົມນິຍົມກິນ. * ພະພຸດທະຮູບ ແລະ ຮອຍຕີນ ພະບາດທີ່ເຊື່ອງຊ້ອນໃນປ່າໄມ້ສົນໄມ້ແປກນັບຫລາຍຮ້ອຍປີພວມກາຍ ເປັນແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ສໍາລັບນັກທ່ອງທ່ຽວເພື່ອ ເຂົ້າໄປ ສໍາຜັດກັບຄວາມມະຫັດສະຈັນ. ເມື່ອບໍ່ດົນມານີ້, ນັກທ່ອງທ່ຽວໄດ້ ພາກັນໄປຫລິ້ນຜາຈ້ອງ ຕັ້ງຢູ່ເທິງ ອຸທະຍານແຫ່ງຊາດ ພູເຂົາຄວາຍ ເປັນອີກໜຶ່ງຈຸດຊົມວິວ ທີ່ກໍາລັງລໍ ຖ້າທ່ານ ແລະ ເຂົ້າໄປຄົ້ນຫາຄວາມ ງົດງາມທີ່ທໍາມະຊາດສ້າງຂຶ້ນເອງ. ການຂຶ້ນໄປຊົມຄວາມສວຍງາມ leza fzk9h v'gmy 'r6 g0q k7;kp ຂອງພາບທໍາມະຊາດ, ພະພຸດທະ ຮູບ ແລະ ປ່າໄມ້ສົນ ຢູ່ເທີງຜາຈ້ອງ ແມ່ນຈະຂຶ້ນໄປໄດ້ສະເພາະໃນໄລ ຍະລະດູແລ້ງ, ຈຸດເດີນທາງຖ້າຂຶ້ນ ໃກ້ບໍລິເວນວັດເທບພະວົງ ພູເຂົາ ຄວາຍ ຈະໃຊ້ເວລາຂຶ້ນ ປະມານ 2 ຊົ່ວໂມງ ແຕ່ຕ້ອງຍ່າງ ແລະ ຜ່ານ ຜາຫີນ, ສໍາລັບກຸ່ມນັກທ່ອງທ່ຽວ ໃໝ່ ອາດໃຊ້ເວລາປະມານ 4-5 ຊົ່ວໂມງກໍ່ເປັນໄດ້. ລະດັບຄວາມຍາກຂອງການ ຍ່າງຂຶ້ນພູ: ປານກາງ-ຍາກ ລະ ຫວ່າງທາງຍ່າງຂຶ້ນ ທ່ານຈະຜ່ານ 4 ເຂດ: ເຂດປ່າດົງດິບ, ເຂດພູ ຄ້ອຍຊັນ, ເຂດປ່າໂຄກ (ໄມ້ແປກ) ແລະ ເຂດປ່າພະລານຫີນ. ຄໍາມີບ່ອນວ່າທ່ານຈະໄປເບິ່ງ ຫຍັງ ຕອບທີ່ໄດ້ໄປສໍາຜັດສິ່ງດັ່ງ ນີ້: ຕາເວັນຂຶ້ນ ແລະ ຕາເວັນຕົກດິນ ສວຍງາມຫລາຍ; ໄປສໍາພັດໝອກ ແລະ ອາກາດເຢັນ; ໄປຕັ້ງເຕັ້ນນອນ ຢູ່ພະລານຫີນຫ; ໄປນະມັດສະການ ບູຊາ ພະພຸດທະຮູບຫລວງປູ ພຸດທະ ບາຣະມີ ຕັ້ງສູງເດັ່ນ ເປັນສະຫງ່າ ເທິງໂງ່ນຫີນ; ໄປເບິ່ງຮອຍພະບາດ; ໄປເບິ່ງວິວ ແລະ ແສງສີຂອງນະ ຄອນຫລວງວຽງຈັນ ໃນຍາມຄໍາ ຄືນ; ໄປຟັງສຽງນົກສຽງແມງໄມ້ ຮ້ອງມ່ວນຫູ; ໄປເລາະຊົມ ປ່າໂຄກ ແລະພະລານຫີນໃຫຍ່ຮູບຊົງຫລາຍ ແບບແປກຕາ; ໄປນັ່ງສະມາທິສະ ຫງົບສະຕິອາລົມ ແລະ ອື່ນໆ ເນື່ອງ ຈາກເປັນເຂດອຸທະຍານແຫ່ງຊາດ ສໍາຄັນຢ່າງຍິ່ງ ສະນັ້ນພວກເຮົາ ຄວນຊ່ວຍກັນ ປົກປັກຮັກສາປ່າໄມ້, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ບໍ່ຕັດເອົາ ເປືອກໄມ້ແປກ ມາດັງໄຟ, ບໍ່ຄວນ ຮ້ອງລໍາທໍາເພັງສ້າງສຽງດັງເກີນ, ບໍ່ຄວນນໍາເອົາເຄື່ອງປ່າຂອງດົງ ອອກມາເປັນຕົ້ນ. ສິ່ງສໍາຄັນການ ເດີນທາງຄວນມີຜູ້ນໍາທາງ ຫລື ຮູ້ ທາງ ເພື່ອບໍ່ໃຫ້ຫລົງທາງ; ຄວນ ກຽມນໍ້າດື່ມ ແລະ ອາຫານໄປນໍາ ເພາະຢູ່ເທິງບໍ່ໃຫ້ຜູ້ໃຫ້ບໍລິການຄ້າ ຂາຍ ແລະ ແຫລ່ງນໍ້າຢ່າງພຽງພໍ. ຜາຈ້ອງແມ່ນໜຶ່ງໃນສະຖານ ທີ່ທ່ອງທ່ຽວສໍາຄັນໂດຍນາຍົກລັດ ຖະມົນຕີໄດ້ໄດ້ອອກດໍາລັດເລກທີ 733/ນຍລົງວັນທີ30ທັນວາ2021 ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງ ຊາດພູເຂົາຄວາຍ ເພື່ອຄຸ້ມຄອງ, ປົກປັກຮັກສາພູມສັນຖານ ທີ່ເປັນ ຜາຫີນສູງ ແລະ ຄຸ້ມຄອງຊີວະນາໆ ພັນ ຮວມທັງສັດປ່າ ແລະ ເຄື່ອງປ່າ ຂອງດົງ ທີ່ມີຄວາມສໍາຄັນທາງດ້ານ ການທ່ອງທ່ຽວຕາມທິດສີຂຽວ. ອຸທິຍານແຫ່ງຊາດພູເຂົາຄວາຍ ມີ ເນື້ອທີ່ເກືອບ 200,000 ເຮັກຕາ, ກວມເອົາພື້ນທີ່ສ່ວນໜຶ່ງຂອງ ເມືອງ ໄ ຊທານີ ແລະ ເມືອງປາກງື່ມ ນະ ຄອນຫລວງວຽງຈັນ ໃນເນື້ອທີ່ 22,000 ເຮັກຕາ, ຂອງເມືອງທຸລະ ຄົມ ແລະ ເມືອງແກ້ວອຸດົມ ແຂວງ ວຽງຈັນ ໃນເນື້ອທີ່ 38,000 ປາຍ ເຮັກຕາ, ຂອງເມືອງລ້ອງຊານ ແລະ ເມືອງຮົ່ມ ແຂວງໄຊສົມບູນ ໃນ ເນື້ອທີ່24,000 ປາຍເຮັກຕາ, ຂອງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 107,600 ປາຍເຮັກຕາ.
RkJQdWJsaXNoZXIy MTc3MTYxMQ==