5815

mo[ lts]5 [dkog7n j vows;;Pd'koxu 2 02 3 xtgmf]k; 4 3]d c]t gsfdko 20/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp de]a 'sh v'dkog,n v' 8h v'gxa og9Q kdko7Q o7;h k xt8y [a fot3p[kp.sh okp c]t rq o8es];f g,n v']v' 9a f[5 ogzqj kw8J fe lqj 'glu ,xu mj v'mj P;]k; 2 02 4 ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບວຽກງານ ຫ້ອງການເມືອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ປະຈໍາປີ 2023 ແລະ ວາງທິດທາງແຜນ ການວຽກງານຈຸດສຸມປີ 2024 ໃນອາທິດຜ່ານມາ, ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວ ໜ້າກົມໃຫຍ່ການເມືອງປ້ອງກັນສະ ຫງົບ ໄດ້ເນັ້ນໃຫ້ກຳລັງຫ້ອງການ ເມືອງ ກົມໃຫຍ່ການເມືອງ ເປັນເຈົ້າ ການໃນການຄົ້ນຄວ້າປະຕິບັດນະ ໂຍບາຍດ້ານຕ່າງໆ ໃຫ້ບັນດານາຍ ແລະ ພົນຕໍາຫລວດ ໃນທົ່ວກຳລັງ ປ້ອງກັນຄວາມສະຫງົບ. ພ້ອມນີ້, ທ່ານຮອງຫົວໜ້າກົມ ໃຫຍ່ການເມືອງປ້ອງກັນຄວາມສະ ຫງົບຍັງໄດ້ກ່າວວ່າ: ໄລຍະຜ່ານມາ, ກຳລັງຫ້ອງການເມືອງ ໄດ້ເປັນເສ ນາທິການໃນການສະຫລຸບ, ຄົ້ນ ຄວ້າວິໄຈ, ໃຈ້ແຍກບັນດາວຽກງານ ຕ່າງໆໃຫ້ແກ່ກົມໃຫຍ່ແມ່ນຍັງບໍ່ທັນ ຈະແຈ້ງ, ການຄຸ້ມຄອງເອກະສານ ຕາມກົນໄກເຂົ້າ-ອອກປະຕູດຽວ ຂອງບັນດາພະແນກການຍັງຊັກຊ້າ, ບໍ່ທັນກັບສະພາບການຕົວຈິງເຮັດ ໃຫ້ການຕິດຕາມ, ກວດກາ, ການ ນໍາພາ-ບັນຊາບັນດາວຽກງານວິ ຊາສະເພາະທີ່ກ່ຽວຂ້ອງບໍ່ແທດເຖິງ ແລະ ບໍ່ຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງຂັ້ນເທິງໄດ້ ເທົ່າທີ່ຄວນ; ການຄຸ້ມຄອງພັກ, ພະ ນັກງານຕິດພັນກັບການປັບປຸງກົງ ຈັກການຈັດຕັ້ງຕາມທິດກະທັດຮັດ, ການຂຶ້ນແຜນກຳນົດຕຳແໜ່ງງານ ຂັ້ນຕ່າງໆຍັງບໍ່ທັນສົມຄູ່ກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນໄລຍະໃໝ່; ການຄຸ້ມ ຄອງ, ຕິດຕາມກວດກາ-ປ້ອງກັນ ກຳລັງຍັງເຮັດບໍ່ທັນໄດ້ຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງ ການເມືອງເຫັນວ່າຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ; ການຕິດຕາມຄຸ້ມຄອງ ເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ ໃຫ້ບັນດາພະແນກ ຍັງມີລັກສະນະຊັກຊ້າ. ສະນັ້ນ, ເພື່ອ ເຮັດໃຫ້ວຽກງານດັ່ງກ່າວມີການ ຫັນປ່ຽນທີ່ດີຂຶ້ນ ຄະນະພັກ-ຄະນະ ບັນຊາຫ້ອງການເມືອງກົມໃຫຍ່ ການເມືອງຕ້ອງສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດໃຫ້ ກຳລັງທົ່ວຫ້ອງການເມືອງ ເປັນ ປົກກະຕິ; ເອົາໃຈໃສ່ຊຸກຍູ້ການຈັດ ຕັ້ງປະຕິບັດສ້າງແຜນກຳນົດພະນັກ ງານນຳພາ-ບັນຊາຂັ້ນກົມໃຫຍ່ ການເມືອງຄຸ້ມຄອງ, ຕິດພັນກັບການ ປັບປຸງກົງຈັກການຈັດຕັ້ງ, ສ້າງ ແຜນກຳນົດຕຳແໜ່ງງານ, ເອົາໃຈ ໃສ່ຄົ້ນຄວ້າປະຕິບັດນະໂຍບາຍດ້ານ ຕ່າງໆບໍ່ວ່າຈະເປັນການຄົ້ນຄວ້າ ປະດັບຊັ້ນ, ເລື່ອນຊັ້ນ, ຍົກຂັ້ນເງິນ ເດືອນ, ເລື່ອນໜ້າທີ່ຕຳແໜ່ງ ແລະ ວິໄນຕໍ່ຜູ້ກະທຳຜິດ; ເອົາໃຈໃສ່ໃນ ການຄັດເລືອກ, ນໍາສົ່ງນາຍ ແລະ ພົນຕໍາຫລວດໄປກໍ່ສ້າງ-ບໍາລຸງ ຍົກລະດັບທາງດ້ານທິດສະດີ, ວິ ຊາສະເພາະຢູ່ທັງພາຍໃນ ແລະ ຕ່າງປະເທດ ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່. ນອກນີ້, ຍັງຈະຕ້ອງ ສືບຕໍ່ຕິດຕາມ, ກວດກາ-ປ້ອງກັນ ກຳລັງອ້ອມຂ້າງກົມໃຫຍ່ການ ເມືອງ ປ້ອງກັນຄວາມສະຫງົບຕາມ ພາລະບົດບາດ, ໜ້າທີ່ຂອບເຂດສິດ ຂອງຕົນ; ສືບຕໍ່ຄຸ້ມຄອງລາຍຮັບລາຍຈ່າຍ, ການເບີກຈ່າຍເງິນຮ່ວງ ຕ່າງໆ, ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ ລວມເຖິງການຄຸ້ມ ຄອງກອງທຶນກົມໃຫຍ່ ໃຫ້ຖືກຕ້ອງ ຕາມລະບຽບຫລັກການ, ທັນເວລາ ແລະ ຮັບປະກັນ. ໃນກອງປະຊຸມ, ທ່ານ ພັອ ນາງ ໄລທອງ ໄຊຍະສອນ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຍັງໃຫ້ຮູ້ ວ່າ: ຕະຫລອດໄລຍະ 1 ປີຜ່ານມາ, ຫ້ອງການເມືອງກົມໃຫຍ່ການເມືອງ ສາມາດສ້າງແຜນກຳນົດຕຳແໜ່ງ ງານ, ນຳສະເໜີບຸກຄະລາກອນ, ມອບ-ໂອນ ໂຮງຮຽນທິດສະດີການ ເມືອງໃຫ້ເປັນວິທະຍາຄານການ ເມືອງ ປກສ, ປັບປຸງກົງຈັກການຈັດ ຕັ້ງພາຍໃນກົມໃຫຍ່, ນຳສະເໜີ ເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳ ຫລວດ ທັງໝົດ 610 ສະຫາຍ, ຄັດ ເລືອກ, ນຳສົ່ງນາຍ ແລະ ພົນຕຳ ຫລວດໄປກໍ່ສ້າງ-ບຳລຸງຍົກລະດັບ ທາງດ້ານທິດສະດີ, ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ, ທິດ ສະດີໄດ້ທັງໝົດ 137 ສະຫາຍ, ນຳສະເໜີຍົກຍ້າຍ, ເຂົ້າ, ອອກໄດ້ 46 ຄົນ; ສະເໜີອະນຸມັດ ສ້າງຄອບ ຄົວໄດ້ 46 ຄູ່, ສະເໜີຍ້ອງຍໍຂັ້ນ ຕ່າງໆ 93 ໃບ, ລົບລ້າງໃບອະນຸມັດ ສ້າງຄອບຄົວ 4 ຄູ່, ປະຕິບັດນະໂຍ ບາຍຕໍ່ນາຍຕຳຫລວດ ພັກການຮັບອຸດໜູນບຳນານ 11 ສະຫາຍ, ເກັບກຳສະຖິຕິພະນັກງານບຳນານ ແລະ ສະເໜີອອກບັດປະກັນສັງຄົມ ໃຫ້ພະນັກງານບໍານານຄືນຫລັງ 81 ບັດ, ປະຕິບັດນະໂຍບາຍພະນັກ ງານບໍານານ, ປະຈໍາການ, ເສຍຊີ ວິດໄດ້ 11 ສະຫາຍ. ຂ່າວ: ຈັນສະໝອນ ຂປລ. ເມື່ອບໍ່ດົນມານີ້, ທະນາ ຄານນະໂຍບາຍ (ທນບ) ໄດ້ຈັດ ກອງປະຊຸມສະຫລຸບການເຄື່ອນ ໄຫວວຽກງານ ປະຈຳປີ 2023 ແລະ ກຳນົດທິດທາງແຜນການປະ ຈຳປີ 2024 ໂດຍການເປັນປະ ທານຂອງທ່ານ ວິສອນ ໄຊສົງຄາມ ຜູ້ອຳນວຍການ ທນບ, ມີທ່ານ ບຸນເຫລືອ ສິນໄຊວໍÓະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະ ທານສະພາບໍລິຫານ ທນບ, ມີຄະນະ ອຳນວຍການ, ຄະນະພະ ແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເພື່ອພ້ອມກັນຄົ້ນຄວ້າ, ຕີລາຄາເຖິງ ຜົນສຳເລັດໃນການເຄື່ອນໄຫວວຽກ ງານຂອງ ທນບ ໃນປີຜ່ານມາ ແລະ ຄົ້ນຄວ້າກຳນົດທິດທາງ-ແຜນການ ປະຈຳປີ 2024 ເປັນຕົ້ນແຜນການ ສະໜອງສິນເຊື່ອ, ແຜນການດໍາ ເນີນທຸລະກິດ ແລະ ແຜນການກະ ກຽມຄວາມພ້ອມຮອບດ້ານ ໃນການ ຫັນເປັນທະນາຄານພັດທະນາຊົນ ນະບົດ(ທພບ) ແລະ ຮັບຟັງການ ລາຍງານການຈັດຕັ້ງປະຕິບັດວຽກ ງານໃຫ້ບໍລິການ, ການສະໜອງສິນ ເຊື່ອ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍ ການປະເມີນຈັດປະເພດການຈັດ ຕັ້ງປະຕິບັດວຽກງານດີເດັ່ນຂອງ ບັນດາສາຂາ, ຫ້ອງການປະສານ ງານ ແລະ ໜ່ວຍບໍລິການປະຈຳປີ 2023. ໂອກາດນີ້, ທ່ານ ບຸນເຫລືອ ສິນໄຊວໍÓະວົງ ໄດ້ຕີລາຄາສູງຕໍ່ຜົນ ສຳເລັດໃນການຈັດຕັ້ງປະຕິບັດວຽກ ງານໃນປີຜ່ານມາ ຊຶ່ງສາມາດຍາດ ໄດ້ຜົນສໍາເລັດທີ່ພົ້ນເດັ່ນຫລາຍ ດ້ານ. ພ້ອທນີ້, ທ່ານຍັງໄດ້ເນັ້ນ ໃຫ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະ ມາຊິກພັກ-ພະນັກງານ ໃຫ້ເປັນປົກ ກະຕິ ແລະ ເລິກເຊິ່ງເຖິງຖອງກວ່າ ເກົ່າ ເພື່ອເຮັດມີການຫັນປ່ຽນທີ່ ຕັ້ງໜ້າດີຂຶ້ນ; ປັບປຸງແບບແຜນການ ນຳພາ ແລະ ວິທີເຮັດວຽກຂອງຄະ ນະນຳແຕ່ລະຂັ້ນ ນັບແຕ່ສຳນັກງານ ໃຫຍ່ຈົນເຖິງຂັ້ນທ້ອງຖິ່ນ-ຮາກ ຖານ; ເອົາໃຈໃສ່ວຽກງານຈັດຕັ້ງພະນັກງານໃຫ້ມີການສັບປ່ຽນໝູນ ວຽນມີການຕິດຕາມການຈັດຕັ້ງ ປະຕິບັດວຽກງານ ໃຫ້ເປັນປົກກະ ຕິ; ເອົາໃຈໃສ່ໃຫ້ຄວາມສຳຄັນວຽກ ງານກວດກາ, ພະນັກງານກວດກາ ຕ້ອງມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ທ່ຽງ ທຳ, ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ລະບຽບ, ກົດໝາຍ ເພື່ອເຮັດໃຫ້ ວຽກງານກວດກາໄດ້ຮັບປະສິດທິ ຜົນ; ເອົາໃຈໃສ່ວຽກງານວິຊາສະ ເພາະ ເປັນຕົ້ນ ການອຳນວຍຄວາມ ສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງ ການບໍລິການທາງດ້ານການເງິນ, ການສະໜອງສິນເຊື່ອຕາມແນວ ທາງນະໂຍບາຍຂອງພັກ-ລັດຖະ ບານ ໃນໄລຍະໃໝ່ ຕິດພັນກັບການ ຫັນເປັນທະນາຄານພັດທະນາຊົນ ນະບົດໃຫ້ຮັບປະກັນຄຸນນະພາບ, ມີ ປະສິດທິຜົນ ບົນພື້ນຖານໃຫ້ມີການ ໄລ່ລຽງຄຽງຄູ່ກັບການສົ່ງເສີມພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໃຫ້ຫລຸດລົງຢ່າງເປັນຮູບ ປະທໍາ. ພ້ອມນີ້, ໃຫ້ເອົາໃຈໃສ່ຄຸ້ມຄອງ ບໍລິຫານລາຍຮັບ-ລາຍຈ່າຍພ້ອມ ກັນປະຢັດມັດທະຢັດ, ຫລີກລ່ຽງ ລາຍຈ່າຍທີ່ເປັນອັນຟຸມເຟືອຍ; ເພີ່ມ ທະວີການລົງໃກ້ສິດຕິດແທດກັບ ທ້ອງຖິ່ນຮາກຖານ ໂດຍສົມທົບອຳ ນາດການປົກຄອງທ້ອງຖິ່ນໃຫ້ ເຂົ້າໃຈຢ່າງເລິກເຊິ່ງຕໍ່ພາລະບົດ ບາດໃນໄລຍະໃໝ່ຂອງ ທພບ; ຕ້ອງ ເພີ່ມທະວີການໂຄສະນາ, ປະຊາສຳ ພັນ ແລະ ອໍານວຍຄວາມສະດວກ ໃຫ້ປະຊາຊົນຢູ່ເຂດຊົນນະບົດສາ ມາດເຂົ້າເຖິງການບໍລິການ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງລອງ ຈັດບຸນປະເພນີເຜົ່າໄຕÐ ດໍາ ຄັ້ງທີ 7 ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໃນອາທິດຜ່ານມາໂດຍການ ເປັນປະທານຂອງ ທ່ານ ບຸນຈັນ ຫອມກິ່ນແກ້ວ ຫົວໜ້າເຜົ່າໄຕÐ ດໍາ ເມືອງລອງ, ພ້ອມດ້ວຍພະນັກງານ ບໍານານ ແລະ ຄອບຄົວເຜົ່າໄຕÐ ດໍາ ເຂົ້າຮ່ວມ ແລະ ຊົມການສະແດງ ສິລະປະ-ວັນນະຄະດີ, ເຕັ້ນມ້າດີດ ໂຮງ, ເຕັ້ນແຊໄຕÐ ດໍາ ເຊິ່ງເຕັມໄປ ດ້ວຍຄວາມຄຶກຄື້ນມ່ວນຊື່ນ ແລະ ຮັກສາໄດ້ວັດທະນະທໍາຮີດຄອງ ປະເພນີອັນດີງາມ ທີ່ເປັນເອກະລັກ ຂອງເຜົ່າຕົນໄວ້ໃຫ້ໝັ້ນຄົງ. ການຈັດບຸນປະເພນີເຜົ່າໄຕÐ ດໍາ ໃນຄັ້ງນີ້, ກໍເພື່ອເປັນການອະນຸລັກ ຮັກສາຮີດຄອງປະເພນີອັນດີງາມ ຂອງເຜົ່າ ແລະ ໄດ້ຖືເອົາການເຮັດ ຮີດຄອງບຸນໄຕÐ ດໍາດັ້ງເດີມ ເຊິ່ງເປັນ ການລະນຶກເຖິງບຸນຄຸນຂອງພໍ່ແມ່ ບັນພະບູລຸດ, ຊົນເຜົ່າໄຕÐ ດຳມີພາສາ ປາກເວົ້າ, ຕົວໜັງສື, ຮີດຄອງປະ ເພນນີທີ່ເປັນເອກະລັກຂອງຕົນ ເອງເຊັ່ນ: ດ້ານວັດທະນະທໍາ: ຕັ້ງ ເຮືອນຢູ່ເປັນເຮືອນຮ້ານ, ມີກວ້ານ ມີຊານ, ກິນເຂົ້າໜຽວ, ການນຸ່ງຖື ສ່ວນໃຫຍ່ເປັນສີດໍາ, ຜູ້ຍິງນຸ່ງສິ້ນ ມັດໝີ່ ແລະ ປົກປຽວ; ດ້ານວັນນະ ຄະດີ: ມີໂກ່ງ, ຄ້ອງ, ແສ່ງ, ປີ່ປະ ສານສຽງຂັບ, ມີປະທານປະຈໍາ ເຜົ່າ; ດ້ານກິລາ: ມີໝາກຂ່າງ, ລາກ ຫວາຍ, ຕໍ່ໝາກແລ້, ໂຍນໝາກ ຄອນ, ນັບຖືສາສະໜາຜີ ເຊິ່ງແຕ່ລະ ປີມີການເສັນເຮືອນ, ປາດຕົງເຂົ້າ ໃໝ່. ໃນພິທີ, ໄດ້ຮັບຟັງການຜ່ານ ປະຫວັດຄວາມເປັນມາຂອງເຜົ່າ ໄຕÐ ດໍາ, ຊົນດັ່ງກ່າວມີຕົ້ນກໍາເນີດ ຢູ່ພາກໃຕ້ຂອງປະເທດຈີນ, ຊຸມປີ ຄສ 731 ໄດ້ເກີດມີສົງຄາມບຸກລຸກ ຍາດແຍ່ງຂະໜາດໃຫຍ່ຈາກພວກ ສັກດີນາຈີນ ຈຶ່ງໄດ້ຍົກຍ້າຍຖິ່ນ ຖານໄປຕາມເຈົ້າກົກເຄົ້າເຫລົ່າກໍ, ເຂົ້າສູ່ພາກເໜືອທິດຕາເວັນອອກ ສ່ຽງເໜືອຂອງປະເທດຫວຽດນາມ (ເຂດສິບສອງຈຸໄຕ) ເມືອງລໍ, ເມືອງແຖງ, ດໍາລົງຄົງຕົວຢູ່ທີ່ນັ້ນ 1.000 ກວ່າປີ. ຈາກນັ້ນ, ກໍໄດ້ຂະ ຫຍາຍອອກມາຕັ້ງຖິ່ນຖານຢູ່ເຂດ ເມືອງຫລວງຫົວທາ ແລະ ໄດ້ຂະ ຫຍາຍກຸ່ມນ້ອຍຕາມສິ່ງຊາວອອກ ໄປຕັ້ງຖິ່ນຖານຕ່າງກັນໃນຂອບ ເຂດທົ່ງພຽງ ເມືອງຫລວງນໍ້າທາ. ມາຮອດປີ 2020 ຢູ່ເມືອງລອງ ມີເຜົ່າໄຕÐ ດໍາ 3 ບ້ານຄື: ບ້ານຈອມ ແຈ້ງ, ບ້ານດອນສະຫວ່າງ ແລະ ບ້ານຫລວງໂພຄໍາ-ນໍ້າບັກ ທັງ 3 ບ້ານມີພົນລະເມືອງທັງໝົດ 813 ຄົນ, ຍິງ 350 ຄົນ. ຂ່າວ: ເຂັມຄໍາ ຄອນມະນີ

RkJQdWJsaXNoZXIy MTc3MTYxMQ==