xtgmf]k; 3 20/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dt-;'lkmk]totl5 d lts]5 [;Pd'ko xu 2023 c]t czodko 2024 ໂດຍ: ຄ້ອງໃໝ່ 7;k,lts'q [0v'la '7q , ໂດຍ: ສຸພາສະຫວັນ 7;k,f5 \a j ogIa f.sh 7v[7q ; ,u ]kpIa [d;j k 300 ]h kodu [8+ xu ຍັງສືບຕໍ່ເກີດຂຶ້ນໃນລະດັບຕ່າງກັນ. ກ່ຽວກັບປະເດັນດັ່ງກ່າວ ມີຄໍາ ເຫັນຈໍານວນໜຶ່ງເວົ້າວ່າລັດໄດ້ຕີ ລາຄາຢ່າງພາວະວິໄສ ແລະ ກົງໄປ ກົງມາທີ່ສຸດ, ສະທ້ອນເຖິງຄວາມ ພະຍາຍາມໃນການປະຕິບັດໜ້າທີ່ ແຕ່ລະດ້ານ ເຊິ່ງໃນນັ້ນການສະ ຫລຸບຕີລາຄາແມ່ນໄດ້ລົງເລິກເຫັນ ໄດ້ບັນດາຂອດທີ່ເຫັນວ່າຍັງຕ້ອງ ສືບຕໍ່ແກ້ໄຂ ອັນໝາຍເຖິງບັນດາ ດ້ານທີ່ຍັງປະຕິບັດບໍ່ທັນໄດ້ສໍາເລັດ ຜົນເປັນໜ້າພໍໃຈຫລືຕາມເປົ້າໝາຍ ທີ່ວາງໄວ້. ສະແດງເຖິງຄວາມຮັບ ຜິດຊອບ, ໂດຍເຫັນໄດ້ບັນດາໝາກ ຜົນທີ່ຕ້ອງສືບຕໍ່ເສີມຂະຫຍາຍໃຫ້ ນັບມື້ດີຂຶ້ນກວ່າເກົ່າ ແລະ ກ້າຫານ ຮັບເອົາຂອດຄົງຄ້າງ ເພື່ອນໍາໄປ ແກ້ໄຂປັບປຸງ. ເວົ້າເຖິງວຽກງານປ້ອງກັນສະ ຫງົບ ໂດຍພຶດຕິກໍາຕົວຈິງໄດ້ໃຫ້ ພວກເຮົາພໍຮັບຮູ້ ແລະ ເຫັນວ່າມີສິ່ງ ທ້າທາຍຫລາຍຢ່າງ ທ່າມກາງສະ ພາບການພັດທະນາແຕ່ລະໄລຍະ, ຍິ່ງໄລຍະມີຄວາມຫຍຸ້ງຍາກຊົ່ວ ຄາວດ້ານເສດຖະກິດ ແລະ ມີຜົນກະ ທົບຈາກສະພາບພາຍນອກແຮງຄື ແນວນີ້, ວຽກນີ້ຍິ່ງໜັກໜ່ວງຫລາຍ. ສະນັ້ນ ຈະອາໄສແຕ່ພາກສ່ວນຮັບ ຜິດຊອບໂດຍກົງຝ່າຍດຽວ ແມ່ນ ຍາກຈະມີຜົນສໍາເລັດໃນການຮັກ ສາຄວາມສະຫງົບທົ່ວສັງຄົມ. ປະ ເດັນສໍາຄັນກໍ່ຄືວ່າ ຕ້ອງໄດ້ຮັບການ ປະກອບສ່ວນຈາກທົ່ວສັງຄົມ. ເມື່ອ ເວົ້າແນວນັ້ນ ບາງທັດສະນະກໍ່ອາດ ຈະວ່າມັນເປັນການຍາກ, ແຕ່ໃນພຶດ ຕິກໍາຕົວຈິງສັງຄົມຜ່ານມາກໍ່ໄດ້ສະ ທ້ອນໃຫ້ເຫັນວ່າປະຊາຊົນໄດ້ ເຂົ້າ ຮ່ວມວຽກງານນີ້ຢ່າງເປັນຮູບປະ ທໍາ ເພາະລໍາພັງແຕ່ເຈົ້າໜ້າທີ່ກໍ່ຈະ ບໍ່ສາມາດເບິ່ງທົ່ວເຖິງໄດ້, ໝາກຜົນ ທີ່ໄດ້ມາແມ່ນຍ້ອນໄດ້ຮັບການປະ ກອບສ່ວນສະກັດກັ້ນ, ເປັນຫູ ເປັນ ຕາ ແລະ ຊ່ວຍເຫລືອຈາກປະຊາຊົນ. ໃນວຽກງານຈຸດສຸມຂອງລັດ ຖະບານ ກໍ່ໄດ້ເວົ້າແຈ້ງວຽກງານ ປ້ອງກັນຄວາມສະຫງົບ: ສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະລົງເລິກການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ເພື່ອແກ້ ໄຂບັນຫາຢາເສບຕິດ ຕິດພັນກັບ ການຄຸ້ມຄອງອາວຸດເຖື່ອນແລະ ອາ ວຸດດັດແປງ; ສະກັດກັ້ນການກໍ່ອາ ຊະຍາກໍາທາງໄຊເບີ, ຄອນເຊັນເຕີ ລວມທັງການຄຸ້ມຄອງການນຳໃຊ້ ສື່ສັງຄົມອອນລາຍ ແລະ ອື່ນໆ; ຮັບ ປະກັນຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍແລະຄວາມປອດ ໄພຮອບດ້ານ ໃຫ້ແກ່ກອງປະຊຸມ ສາກົນຕ່າງໆທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າ ມາໃນ ສປປ ລາວ. ການຈັດຕັ້ງປະຕິບັດແຜນວຽກ ຈຸດສຸມທີ່ຍົກມາ ມັນຮຽກຮ້ອງເຖິງ ທົ່ວສັງຄົມປະກອບສ່ວນໂດຍບໍ່ປ່ອຍ ປະໃຫ້ເປັນໜ້າທີ່ຂອງພາກສ່ວນ ກ່ຽວຂ້ອງ. ອີງໃສ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ ສະບັບປັບປຸງ, ໃນມາດຕາ 7(ປັບປຸງ) ພັນທະຂອງສັງຄົມ: ການປ້ອງກັນຄວາມສະຫງົບແມ່ນ ຄວາມຮັບຜິດຊອບຂອງທົ່ວປວງ ຊົນ; ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງມີພັນທະປົກປັກຮັກສາຄວາມ ສະຫງົບທາງດ້ານການເມືອງ, ເສດ ຖະກິດ ແລະ ສັງຄົມ ດ້ວຍການສະ ກັດກັ້ນ, ແຈ້ງ, ລາຍງານ, ສະໜອງ ຂໍ້ມູນ, ເຂົ້າຮ່ວມ ແລະ ຊ່ວຍເຫລືອ ປະກອບພາຫະນະ, ວັດຖຸ, ຊັບສິນ ແລະ ອື່ນໆທີ່ຈໍາເປັນ ຕາມຄວາມ ສາມາດຕົວຈິງ ເຂົ້າໃນວຽກງານ ປ້ອງກັນຄ ວາມສະຫງົບ. ສະຫລຸບວ່າການປ້ອງກັນຄວາມ ສະຫງົບ ຖືເປັນພັນທະໜ້າທີ່ ແລະ ຄວາມຮັບຜິດຊອບທົ່ວປວງຊົນ. ພວກເຮົາຕ້ອງສືບຕໍ່ໃນການເປັນ ເຈົ້າການເປັນຫູເປັນຕາ, ແຈ້ງ, ລາຍ ງານ, ສະໜອງຂໍ້ມູນ...ເພື່ອສະກັດ ກັ້ນບັນດາໜໍ່ແໜງຂອງປາກົດການ ຫຍໍ້ທໍ້ທີ່ຈະເກີດຂຶ້ນແຕ່ຫົວທີ ເພື່ອ ໃຫ້ເຈົ້າໜ້າທີ່ວິຊາສະເພາະແກ້ ໄຂໄດ້ໂດຍໄວ. ການປະກອບສ່ວນ ໃນວຽກງານນີ້ ຍັງສາມາດຊ່ວຍ ໄດ້ທັງທຶນຮອນ-ວັດຖຸ ຕາມຄວາມ ສາມາດ ແລະ ເງື່ອນໄຂຕົວຈິງ. * ການປ້ອງກັນຄວາມສະຫງົບ ເປັນຄວາມຮັບຜິດຊອບຂອງທົ່ວ ປວງຊົນ. ວຽກງານນີ້ຍາມໃດ ພັກ- ລັດ ກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ, ໄດ້ຮັບການປະກອບ ສ່ວນຈາກທຸກພາກສ່ວນ-ສັງຄົມ ແລະມີການຮ່ວມມືກັບປະເທດ ເພື່ອນ ມິດ ມີຜົນສໍາເລັດເປັນຢ່າງດີ, ໄດ້ປະ ກອບສ່ວນສໍາຄັນເຮັດໃຫ້ທົ່ວສັງ ຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ ດີໂດຍພື້ນ ຖານ. ເຖິງຢ່າງໃດກໍ່ດີວຽກງານດັ່ງ ກ່າວ ກໍ່ຍັງຈໍາເປັນຕ້ອງສືບຕໍ່ເພີ່ມ ທະວີຄວາມຮັບຜິດຊອບໃນທົ່ວ ປວງຊົນຕື່ມອີກໃນສະພາບຄວາມ ຮຽກຮ້ອງຕ້ອງການໃນໄລຍະໃໝ່ ເພື່ອພ້ອມກັນສືບຕໍ່ສະກັດກັ້ນແຕ່ ຫົວທີບັນດາໜໍ່ແໜງປາກົດການຫຍໍ້ ທໍ້ຕ່າງໆ, ປະກອບສ່ວນຢ່າງຕັ້ງ ໜ້າເຮັດໃຫ້ທົ່ວສັງຄົມ ນັບມື້ມີຄວາມ ສະຫງົບປອດໄພ. ເວົ້າເຖິງວຽກງານປ້ອງກັນ ຄວາມສະຫງົບ, ອີງໃສ່ການຕີລາ ຄາຢູ່ໃນກອງປະຊຸມລັດຖະບານປະ ຈໍາເດືອນມັງກອນ2024 ຜ່ານມາ ເຖິງວ່າໄດ້ມີຄວາມພະຍາຍາມສູງ ແຕ່ປະກົດການຫຍໍ້ທໍ້ ເປັນຕົ້ນ ບັນ ຫາການຄ້າຂາຍເຖື່ອນ, ຂີ້ລັກງັດ ແງະ, ບັນຫາອຸບັດເຫດ, ຂໍ້ຂັດແຍ່ງ ຕ່າງໆ ໃນບັນຫາທີ່ດິນ ແລະ ອື່ນໆ ບັດແຜນພັດທະນາສາທາລະນະ ສຸກ ປະຈໍາປີ 2023 ແລະ ທິດທາງ ແຜນການ ປີ 2024 ເພື່ອໃຫ້ບັນລຸ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໂດຍສຸມໃສ່ຈັດຕັ້ງປະຕິ ບັດປັບປຸງຄຸນນະພາບຂອງການບໍ ລິການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີີຄຸນນະພາບດີຂຶ້ນກວ່າເກົ່າ; ຄົ້ນຄວ້າປຶກສາຫາລື ບັນຫາທີ່ພົ້ນ ເດັ່ນເປັັນຕົ້ນ ການຈັດຕັັ້ງປະຕິບັດ ວຽກງານການເງິນ, ການຈັດສັນ ງົບປະມານ ປີ 2023 ແລະ ແຜນ ການປີ 2024, ການຫັນໂຮງໝໍກຸ້ມ ຕົນເອງ, ວຽກງານກອງທຶນປະກັນ ສຸຂະພາບ ແລະ ທິດທາງ ເພື່ອບັນລຸ ສຸຂະພາບ ທົ່ວປວງຊົນ, ການສ້າງ ກົນໄກການປະສານງານ ເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດນະໂຍບາຍ5ດີ1ພໍໃຈ, ການຍົກລະດັບຄຸນນະພາບຂອງ ສະຖານທີ່ບໍລິການ, ການກໍ່ສ້າງບັນຈຸ, ຊັບຊ້ອນບຸກຄະກອນສາທາ ລະນະສຸກ, ການສົ່ງເສີມກົນໄກ ການສະໜອງຢາ ແລະ ອຸປະກອນ ການແພດ. ກອງປະຊຸມຍັງໄດ້ຕີ ລາຄາບັນດາ11ຕົວຊີ້ບອກຂະແໜງ ສາທາລະນະສຸກ ໃນປີ 2023 ໂດຍ ສະເພາະ 08 ຕົວຊີ້ບອກ ທີ່ສາມາດ ບັນລຸຄາດໝາຍໄດ້ ຄື: ອັດຕາການ ຕາຍຂອງເດັກນ້ອຍລຸ່ມ 1 ປີ ປະຕິ ບັດໄດ້ 11,8/1.000 ຄົນ ຂອງ ເດັກນ້ອຍເກີດມີຊີວິດ (ຄາດໝາຍ 24/1.000); ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 5 ປີ ປະຕິບັດ ໄດ້ 13,4/1.000 ຄົນ ຂອງເດັກນ້ອຍ ເກີດມີຊີວິດ(ຄາດໝາຍ34/1.000); ອັດຕາສ່ວນການຕາຍຂອງແມ່ປະ ຕິບັດໄດ້ 42,2/100.000 ຄົນ ຂອງເດັກນ້ອຍ ເກີດມີຊີວິດ (ຄາດ ໝາຍ 130/100.000); ອັດຕາ ການເກີດລູກມີແພດຊ່ວຍ ປະຕິບັດ ໄດ້ 85,1% ຂອງປະຊາກອນກຸ່ມ ເປົ້າໝາຍ (ຄາດໝາຍ 83%); ອັດຕາການໃຫ້ວັກຊິນກັນພະຍາດ Penta 3 ປະຕິບັດໄດ້ 96,2% ຂອງປະຊາກອນກຸ່ມເປົ້າໝາຍ (ຄາດໝາຍ 95%); ອັດຕາການ ຊົມໃຊ້ນ້ຳສະອາດປະຕິບັດໄດ້ 93,3% ຂອງປະຊາກອນ ທັງໝົດ (ຄາດໝາຍ 93%); ອັດຕາການ ຊົມໃຊ້ວິດຖ່າຍຄອບຄົວປະຕິບັດໄດ້ 84,6% (ຄາດໝາຍ 83%); ອັດ ຕາການປະກາດຮັບຮອງເປັນບ້ານ ສາທາລະນະສຸກແບບຢ່າງ ປະຕິ ບັດໄດ້ 89,4% ຂອງຈໍານວນບ້ານ ທັງໝົດ (ຄາດໝາຍ 83%). ນອກ ຈາກນີ້, ຍັງມີ 03 ຕົວຊີ້ບອກທີ່ບໍ່ສາ ມາດບັນລຸຄາດໝາຍ ເຊັ່ນ: ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກ ຕໍ່າກວ່າມາດຕະຖານແມ່ນ24,3% (ຈາກຜົນສໍາຫລວດ LSIS III), ຄາດໝາຍ 2023 ແມ່ນ 17%ຂອງ ປະຊາກອນກຸ່ມເປົ້າໝາຍ; ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີລວງ ສູງຕໍ່າກວ່າມາດຕະຖານຂາດ ສານ ອາຫານຊໍ້າເຮື້ອ ແມ່ນ 32,8% (ຈາກຜົນສໍາຫລວດ LSIS III), ຄາດໝາຍ ປີ 2023 ແມ່ນ 29% ຂອງກຸ່ມປະຊາກອນເປົ້າໝາຍ ແລະ ອັດຕາການປົກຄຸມປະກັນສຸຂະພາບ ທົ່ວປວງຊົນ ປະຕິບັດໄດ້ 94,5% ຂອງປະຊາກອນທັງໝົດ (ຄາດ ໝາຍ 95%). ທ່ານ ດຣ. ບຸນແຝງ ພຸມມະໄລສິດ ກ່າວຕື່ມວ່າ: ສຳລັບ ທິດທາງ ວຽກຈຸດສຸມໃນ ປີ 2024 ຂະແໜງສາທາລະນະສຸກ ວາງເປົ້າ ໝາຍ ໃຫ້ອັດຕາເດັກນ້ອຍລຸ່ມ 05 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງເຫລືອ 16% ຂອງປະຊາ ກອນກຸ່ມເປົ້າໝາຍ; ອັດຕາເດັກ ນ້ອຍລຸ່ມ05ປີທີ່ມີລວງສູງຕ່ໍາກວ່າ ມາດຕະຖານ ໃຫ້ຍັງເຫລືອ 28% ຂອງປະຊາກອນກຸ່ມເປົ້າໝາຍ; ອັດ ຕາການຕາຍຂອງເດັກນ້ອຍລຸ່ມ 01 ປີ ໃຫ້ຍັງເຫລືອ 22 ຕໍ່ 1.000 ເດັກ ເກີດມີຊີວິດ; ອັດຕາການ ຕາຍຂອງ ເດັກນ້ອຍລຸ່ມ 05 ປີ ໃຫ້ຍັງ ເຫລືອ 32ຕໍ່1.000ເດັກເກີດມີຊີວິດ.ພ້ອມ ນີ້, ອັດຕາສ່ວນການຕາຍຂອງ ແມ່ ໃຫ້ຍັງເຫລືອ120ຕໍ່100.000ເດັກ ເກີດມີຊີວິດ; ອັດຕາເກີດລູກມີແພດ ຊ່ວຍ ໃຫ້ໄດ້84%ຂອງປະຊາກອນ ເປົ້າໝາຍ; ອັດຕາໃຫ້ວັກຊິນກັນພະ ຍາດໃນເດັກລຸ່ມ 01 ປີໃຫ້ໄດ້95% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາຊົມໃຊ້ນ້ຳສະອາດ ໃຫ້ໄດ້ 94%ຂອງປະຊາກອນທັງໝົດ; ອັດ ຕາຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 84% ຂອງຄອບຄົວທັງໝົດ; ອັດ ຕາປົກຄຸມປະກັນສຸຂະພາບທົ່ວ ປວງຊົນໃຫ້ໄດ້94,5%ຂອງປະຊາ ກອນທັງໝົດ; ອັດຕາການປະກາດ ແລະ ຮັບຮອງບ້ານສາທາລະນະ ສຸກແບບຢ່າງ ໃຫ້ໄດ້ 84% ຂອງ ຈໍານວນບ້ານທັງໝົດ. ຂປລ.ກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານສາທາລະ ນະສຸກ ປະຈຳປີ 2023 ແລະ ທິດ ທາງແຜນພັດທະນາ ສາທາລະນະ ສຸກ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການ ສາທາລະນະສຸກ ໂດຍການຫັນການ ບໍລິຫານຄຸ້ມຄອງ ໄປສູ່ລະບົບທັນ ສະໄໝ” ໄດ້ຈັດຂຶ້ນ ໃນວັນທີ 15 ກຸມພາ 2024 ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ໂດຍ ການເປັນ ປະທານຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກພ້ອມດ້ວຍ ຄະນະລັດຖະມົນຕີ ກະຊວງສາທາ ລະນະສຸກ, ບັນດາຄະນອະທິການ ບໍດີ, ສະຖາບັນ, ອໍານວຍການໂຮງ ໝໍສູນກາງແລະສູນຕ່າງໆອ້ອມຂ້າງ ກະຊວງສາທາລະນະສຸກ ເຂົ້າຮ່ວມ. ທ່ານ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຂະແໜງສາທາລະນະສຸກ ໄດ້ມີຜົນ ສໍາເລັດຫລາຍດ້ານ ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດ ເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ຢູ່ຫລາຍແຂວງ ກໍໄດ້ພະຍາຍາມສູ້ຊົນ ໃຫ້ມີຄວາມ ຄືບຫນ້າຫລາຍ ເຖິງວ່າບໍ່ບັນລຸທັງ ໝົດກໍຕາມ. ສຳລັບການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະຂອງ 07 ແຜນງານສາທາລະນະສຸກ, ບັນ ດາໂຄງການ ແລະ ກິດຈະກໍາຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມ ຄືບໜ້າທີ່ດີ, ແຕ່ຍັງມີຫລາຍບັນຫາ ສິ່ງທ້າທາຍ ເຮັດໃຫ້ການປະຕິບັດ ບາງກິດຈະກຳ ບໍ່ສາມາດບັນລຸໄດ້ ຕາມແຜນການທີ່ວາງໄວ້. ກອງປະ ຊຸມຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລືບັນ ດາວຽກງານທີ່ສໍາຄັນ ແລະ ໄດ້ຕົກ ລົງເປັນເອກະພາບຄື: ສະຫລຸບຕີ ລາຄາຜົນສໍາເລັດ, ສິ່ງຄົງຄ້າງແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິ * ຄວາມດຸໝັ່ນຂະຫຍັນພຽນໃນການ ທຳການຜະລິດກະສິກຳປູກຝັງ, ລ້ຽງ ສັດ ເປັນພື້ນຖານໃນການຜະລິດກະສິ ກຳເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດ ພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ດັ່ງຄອບຄົວທ່ານ ບຸນສົງ ພົມມະຫານ ອາຍຸ 62 ປີ ພະນັກງານບໍານານປັດຈຸ ບັນເປັນສະມາຊິກນັກຮົບເກົ່າຢູ່ບ້ານ ເມືອງຫານ ເມືອງຫົງສາ ແຂວງໄຊຍະ ບູລີ ເຊິ່ງແມ່ນຄອບຄົວທີ່ສ້າງເສດຖະ ກິດດ້ວຍການຜະລິດກະສິກຳປູກຝັງລ້ຽງສັດ ຂາຍສ້າງລາຍຮັບເຂົ້າມາສູ່ ຄອບຄົວປີໜຶ່ງຫລາຍກວ່າ 300 ລ້ານ ກີບຈົນກາຍເປັນຄອບຄົວທີ່ມີຄວາມອຸ ດົມສົມບູນ ແລະ ເປັນຕົວແບບດ້ານ ການຜະລິດອີກດ້ວຍ. ທ່ານ ບຸນສົງ ພົມ ມະຫານ ໃຫ້ຮູ້ວ່າ: ໃນໄລຍະປີ 1975ເຂົ້າມາລ້ຽງ ຈໍານວນ 25ໂຕ ມູນຄ່າ 7 ລ້ານກວ່າກີບ, ຊື້ປານີນມາປ່ອຍ 10 ພັນໂຕ, ລ້ຽງໄກ່ 100 ໂຕ, ພ້ອມທັງຜະ ລິດລູກປານ້ອຍຂາຍໄດ້ຫລາຍກວ່າ 80 ພັນໂຕຕໍ່ປີ. ໃນໄລຍະນັ້ນ ແຕ່ລະປີ ສາມາດຂາຍສັດລ້ຽງສ້າງລາຍຮັບ ໄດ້ 40 ລ້ານກີບຕໍ່ປີ. ເມື່ອເຫັນວ່າກິດຈະ ການໄດ້ສ້າງຄວາມສົນໃຈໃຫ້ລູກຄ້າ ມາຊື້ນັບມື້ຫລາຍຂຶ້ນ ດັ່ງນັ້ນມາຮອດປີ 2011 ເນື້ອທີ່ທໍາການຜະລິດ ໄດ້ຖືກ ໂຄງການພັດທະນາໄຟຟ້າຫົງສາ ຄອບ ຄົວຈຶ່ງໄດ້ຮັບເງິນຊົດເຊີຍຈາກໂຄງ ການ 145 ລ້ານກີບ ຈຶ່ງໄດ້ນໍາເງິນ ກ້ອນດັ່ງກ່າວມາລົງທຶນເຮັດທຸລະກິດ ເຊັ່ນ: ຕັ້ງຮ້ານສ້ອມແປງລົດ, ສ້າງ ໂຮງງານນໍ້າດື່ມ ໃນໄລຍະນັ້ນເຫັນວ່າ ກິດຈະການດໍາເນີນໄປໄດ້ດີມີລາຍຮັບ ເຂົ້າຄອບຄົວພໍສົມຄວນ, ມາຮອດປີ 2017 ໄດ້ພັກຜ່ອນຮັບເບ້ຍບໍານານຈຶ່ງ ມີເວລາເບິ່ງແຍງກິດຈະການຫລາຍ ຂຶ້ນ ແລະ ໄດ້ລົງທຶນ ຂະຫຍາຍກິດຈະ ການຕື່ມຄື: ຊື້ດິນອີກ 1 ຕອນ ເພື່ອຈົກ ໜອງປາ 2ໜອງປ່ອຍປານິນ1ໜອງ, ປ່ອຍປາດຸກພັນ 1 ໜອງ ມີປາທັງໝົດ 50 ພັນໂຕ, ລ້ຽງກົບໃນກະຊັງ 15 ພັນໂຕ, ລ້ຽງແບ້ 30 ໂຕ, ລ້ຽງສັດປີກ 800 ໂຕ. ສ່ວນການຈໍາໜ່າຍແມ່ນ ຂາຍຢູ່ທ້ອງຕະຫລາດພາຍໃນເມືອງ ແລະ ມີແມ່ຄ້າມາຮັບຊື້ກັບທີ່ຈໍານວນ ໜຶ່ງ. ສັງລວມແລ້ວຄອບຄົວມີລາຍຮັບ ຈາກທຸລະກິດສ້ອມແປງລົດ, ໂຮງງານ ນໍ້າດື່ມ ແລະ ຂາຍສັດລ້ຽງປີໜຶ່ງໄດ້ 460 ລ້ານກີບ ແລະ ເມື່ອຫັກລາຍຈ່າຍ ໃຫ້ພະນັກງານກໍາມະກອນ, ຄ່າຫົວອາ ຫານສັດ ແລະ ຄ່າສີ້ນເປືອງອື່ນໆ ເຫັນ ວ່າໜຶ່ງປີຍັງມີລາຍຮັບເຂົ້າຄອບຄົວ ຫລາຍກວ່າ 310 ລ້ານກີບ. ຈາກການ ດໍາເນີນທຸລະກິດນ້ອຍໆກ້າວ ໄປຫາ ໃຫຍ່ ດ້ວຍຄວາມດຸໝັ່ນຫ້າວຫັນ ແລະ ອົດທົນ ກໍສາມາດເຮັດໃຫ້ຄອບຄົວ ກາຍເປັນຄອບຄົວຕົວແບບໃນການດໍາ ເນີນທຸລະກິດທີ່ຕິດພັນກັບການລ້ຽງ ສັດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວກໍພີກປ່ຽນໄປແບບຫລັງມື ເປັນໜ້າມື ສາມາດຫລຸດເປັນພົ້ນອອກ ຈາກຄວາມທຸກຍາກຢ່າງສິ້ນເຊີງ, ໂດຍສະແດງອອກມາຮອດປັດຈຸບັນ ມີເຮືອນຖາວອນ 3 ຫລັງ, ມີລົດໃຫຍ່ 4 ຄັນ, ມີທຶນຮອນສົ່ງລູກຫລານ ໄດ້ ຮຽນວິຊາຊີບ ແລະ ຈົບມາໄດ້ມີວຽກ ເຮັດງານທໍາ, ພ້ອມທັງມີເງິນແຮເພື່ອ ໄວ້ໃຊ້ຈ່າຍໃນຄອບຄົວເມື່ອມີຍາມຈໍາ ເປັນ.ຈາກຜົນສຳເລັດດັ່ງກ່າວ, ຈຶ່ງສາ ມາດຢັ້ງຢືນໄດ້ວ່າຄອບຄົວຂອງທ່ານ ບຸນສົງ ພົມມະຫານ ເປັນຄອບຄົວທີ່ມີ ຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດ ປະດິດສ້າງໃນການພັດທະນາເສດຖະ ກິດຄອບຄົວ ດ້ວຍຫລາຍຮູບແບບໃຫ້ ກາຍເປັນສິນຄ້າດ້ວຍການປະຕິບັດ ຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ສາມາດສ້າງລາຍຮັບເຂົ້າ ຄອບຄົວໄດ້ດີຂຶ້ນເປັນກ້າວໆແລະ ໃນຕໍ່ ໜ້ານີ້ ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໃຫ້ ພຽງພໍໃນການບໍລິໂພກຊີ້ນ, ປາ, ໄກ່ ຄອບຄົວຂອງພວກເພີ່ນຈະເພີ່ມປະລິ ມານຂອງການລ້ຽງສັດໃຫ້ຫລາຍ ຂຶ້ນ ເຊັ່ນ: ລ້ຽງປາໃຫ້ໄດ້ 70 ພັນໂຕ, ລ້ຽງ ກົບ 50 ພັນໂຕ, ລ້ຽງແບ້ 50 ໂຕ, ລ້ຽງ ງົວ 10 ໂຕ ແລະ ສັດປີກ 1.000 ໂຕ. ໂດຍທັງໝົດນີ້ແມ່ນພື້ນຖານເສດຖະກິດ ຂອງຄອບຄົວທີ່ສໍາຄັນເພື່ອພັດທະນາ ໃຫ້ມີຄວາມຈະເລີນຮັ່ງມີຂຶ້ນເລື້ອຍໆ. 1990 ແມ່ນມີອາຊີບເປັນທະຫານ ໄດ້ຊັ້ນຮ້ອຍເອກ ແລະ ຈາກນັ້ນກໍໄດ້ ຍ້າຍໄປຢູ່ຝ່າຍປົກຄອງ, ໃນເວລານັ້ນ ຊີວິດການເປັນຢູ່ຂອງຄອບຄົວແມ່ນ ພົບຄວາມຫຍຸ້ງຍາກຫລາຍ ເພາະອາ ໄສແຕ່ເງິນເດືອນໃຊ້ຈ່າຍເພື່ອໃຫ້ກຸ້ມ ກິນໄປວັນໆເທົ່ານັ້ນ ຈຶ່ງໄດ້ປືກສາກັບ ຄອບຄົວໃນການຊອກຫາອາຊີບເສີມ ຈຶ່ງເຫັນວ່າການປູກຝັງ, ລ້ຽງສັດເປັນ ເປັນອາຊີບທີ່ດີ, ເປັນອາຫານທີ່ຕະ ຫລາດຕ້ອງການຫລາຍ ແລະ ຄົນນິຍົມ ກິນຫລາຍແມ່ນປະເພດປາ, ຊີ້ນ.ດັ່ງນັ້ນ ຕົກມາຮອດປີ 1991 ຈຶ່ງໄດ້ເອົາທຶນທີ່ ຕົນເອງມີ ແລະ ຄອບຄົວໄດ້ສະສົມໄວ້ ໃນໄລຍະຜ່ານມາ ໄປຊື້ດິນ 1 ຕອນໃນ ມູນຄ່າ 6 ລ້ານກີບ ເພື່ອຈົກໜອງປາ 3 ໜອງ ແລະ ເຊົ່າດິນ ຂອງບ້ານທີ່ເປັນ ໜອງລວມບ້ານໃນລາຄາເຊົ່າປີລະ 6 ລ້ານກີບ, ທັງປຸກຄອກໝູ ແລະ ຊື້ໝູພັນ
RkJQdWJsaXNoZXIy MTc3MTYxMQ==