lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/02/2024 xtgmf]k; ຮອງນາຍົກ..ຢ້ຽມຢາມເມືອງ... ຮອງນາຍົກ..ຢ້ຽມຢາມບໍລິສັດ... ສານຊົມເຊີຍຄູ່ຮ່ວມ... ສ້າງຕັ້ງສະມາຄົມ... ປະທານປະເທດ... ຮອງນາຍົກລັດຖະມົນຕີຕ້ອນ... ມອບ-ຮັບໜ້າທີ່... ຂປລ. ໃນວັນທີ 17 ກຸມພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຂປລ. ວັນທີ 18 ກຸມພາ 2024 ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ພ້ອມ ດ້ວຍ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ແລະ ຄະນະລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ໝອກ ແຂວງຊຽງຂວາງ ໂດຍໄດ້ ຮັບການຕ້ອນຮັບຈາກຄະນະນຳ ຂອງ ເມືອງດັ່ງກ່າວ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໜັກໃຫ້ຄະນະ ນຳຂອງເມືອງເອົາໃຈໃສ່ນຳພາ-ຊີ້ ນຳ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງພັກໃຫ້ປອດ ໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານ ສ້າງພະນັກງານນຳພາ-ຄຸ້ມຄອງ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ແລະ ແຂວງ ໃຫ້ປະສົບຜົນສຳເລັດຕາມ ແຜນທີ່ກຳນົດໄວ້; ຄົ້ນຄວ້ານຳໃຊ້ ແລະ ເສີມຂະຫຍາຍທ່າແຮງບົ່ມ ຊ້ອນຂອງເມືອງ ໃຫ້ມີປະສິດທິຜົນ ສູງ ເພື່ອການສ້າງສາພັດທະນາໃຫ້ ໄດ້ຮັບຜົນດີເປັນກ້າວໆ, ພ້ອມທັງ ເອົາໃຈໃສ່ວຽກງານແຂ່ງຂັນຮັກ ຊາດແລະພັດທະນາ, ວຽກງານການ ແກ້ໄຂຄວາມທຸກຍາກ, ຄົ້ນຄວ້າ ເຊື່ອມຊຶມບັນດານິຕິກຳຕ່າງໆ ຂອງ ຂັ້ນເທິງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ສົ່ງ ເສີມວຽກງານການທ່ອງທ່ຽວໃນ ປີທ່ອງທ່ຽວລາວ 2024 ຢ່າງແຂງ ແຮງ; ປະຕິບັດວຽກການຮ່ວມມືກັບ ຕ່າງປະເທດໂດຍສະເພາະກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາຢູ່ພາຍໃນທ້ອງຖິ່ນ ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ທ່ານ ພັນເອກ ມີສຸກ ຂັນທະຍົງທອງ ເຈົ້າເມືອງໝອກ ກໍ ໄດ້ລາຍງານສະພາບການພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະຜ່ານມາ, ທົ່ວເມືອງມີ 28 ບ້ານ ມີ 4 ກຸ່ມ ມີ 1 ຈຸດສຸມພັດທະນາ ຂອງກະຊວງປ້ອງກັນປະເທດ, ມີ 2.590 ຄອບຄົວ 16.430 ຄົນ ຍິງ 7.947ຄົນ,ລາຍຮັບບັນລຸ239,59 ຕື້ກີບ, ເສດຖະກິດຂະຫຍາຍຕົວ 5,25% ທຽບໃສ່ແຜນການຫລຸດ ຄາດໝາຍ 0,25%, ສະເລ່ຍໄດ້ 14.071.181 ກີບຕໍ່ຄົນຕໍ່ປີທຽບໃສ່ ແຜນການປີປະຕິບັດໄດ້ 98,65%. ໂອກາດ ຢ້ຽມຢາມເມືອງໝອກ ໃນຄັ້ງນີ້, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມຄອບຄົວຕົວແບບໃນການ ລ້ຽງງົວ, ທອມງົວ ຢູ່ບ້ານໝໍ້ ແລະ ເບິ່ງພື້ນທີ່ການປູກສາລີຂອງປະຊາ ຊົນບ້ານໝໍ້, ບ້ານຊຽງນາມອນ ແລະ ບ້ານຊຽງເໝັ້ນ ຕື່ມອີກ. ຂ່າວ: ບຸນມີ ແສງທຸມມີ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ລົງເຄື່ອນ ໄຫວຢ້ຽມຢາມບໍລິສັດ ພະລັງງານ ໄຟຟ້າເຊກອງຈຳກັດຢູ່ເມືອງກະລຶມ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ພອນສັກ ວິໄລສັກປະທານກຸ່ມບໍລິສັດພອນສັກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ. ທ່ານ ສອນໄຊ ສີລາເພັດ ຜູ້ ບໍລິຫານ ກຸ່ມບໍລິສັດ ພອນສັກ ຈໍາກັດ ໄດ້ລາຍງານກ່ຽວກັບການດໍາເນີນ ໂຄງການຂຸດຄົ້ນບໍ່ຖ່ານຫີນ ເພື່ອສົ່ງ ອອກພາຍໃນ ແລະ ຕ່າງປະເທດວ່າ: ບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ມີພື້ນທີ່ສຳປະທານທັງໝົດ 77.000 ເຮັກຕາ, ມີພື້ນທີ່ການຂຸດ ຄົ້ນຢູ່ 8 ບໍ່, ປັດຈຸບັນ ສໍາເລັດການ ສໍາຫລວດ 16 ພັນກວ່າເຮັກຕາ ແລະ ດຳເນີນການຂຸດຄົ້ນຢູ່ 2 ບໍ່ ຄື: ບໍ່ປາກໄຊ ແລະ ບໍ່ກະລຶມ, ຄາດຄະເນ ມີຖ່ານຫີນສະສົມ 600 ລ້ານກວ່າ ໂຕນ. ສຳລັບຂັ້ນຕອນການຜະລິດ ແມ່ນມີການວິໄຈຄຸນນະພາບຂອງ ຖ່ານຫີນ ແລະ ໄດ້ຜ່ານການປຸງແຕ່ງ ຖ່ານຫີນຕາມຂັ້ນຕອນການຜະລິດ ເຊັ່ນ: ຄັດແຍກຖ່ານຫີນ, ລ້າງຖ່ານ ຫີນ, ການສົ່ງອອກຈໍາໜ່າຍທັງ ພາຍໃນ ແລະ ຕ່າງປະເທດ ໂດຍສະ ເພາະແມ່ນ ສສ ຫວຽດນາມ, ນັບ ແຕ່ປີ 2017-2023 ໄດ້ສົ່ງອອກຈໍາ ໜ່າຍຖ່ານຫີນທັງໝົດ 4.487.055 ໂຕນ. ພ້ອມນີ້, ບໍລິສັດ ຍັງໄດ້ປະຕິ ບັດພັນທະອາກອນຕ່າງໆ ເປັນຕົ້ນ ແມ່ນຄ່າຊັບພະຍາກອນ, ຄ່າສໍາປະ ທານ ແລະ ອາກອນປະເພດຕ່າງໆ ຈໍານວນ 430 ຕື້ກວ່າກີບ. ສ່ວນແຜນການໃນຕໍ່ໜ້າບໍລິ ສັດຈະສືບຕໍ່ສໍາຫລວດ, ດໍາເນີນ ການຂຸດຄົ້ນ, ການຜະລິດສົ່ງອອກ ຈໍາໜ່າຍທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ເພີ່ມຂຶ້ນໃນແຕ່ລະປີ. ໃນ ນີ້, ປີ 2024 ຈະໃຫ້ໄດ້ 18,2 ລ້ານ ໂຕນ; ປີ 2025 ໃຫ້ໄດ້ 22,6 ລ້ານ ໂຕນ; ປີ 2026 ໃຫ້ໄດ້ 23,3 ລ້ານ ໂຕນ; ປີ 2027 ໃຫ້ໄດ້ 23,4 ລ້ານ ໂຕນ ແລະ ປີ 2028 ໃຫ້ໄດ້ 24,6 ລ້ານໂຕນ. ຂ່າວ-ພາບ: ສັນຍາ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ໄດ້ຮັບ ການສືບຕໍ່ເພີ່ມທະວີ ແລະ ຈະເລີນ ງອກງາມຍິ່ງໆຂຶ້ນໃນອະນາຄົດ ເຊິ່ງກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງ ສປປ ລາວ ພ້ອມທີ່ຈະໃຫ້ການຮ່ວມ ມື, ສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ເພື່ອໃຫ້ບັນດາທ່ານ ທູດ ສາມາດເຮັດສໍາເລັດໜ້າທີ່ວຽກ ງານຂອງຕົນທີ່ໄດ້ຮັບມອບໝາຍ ຢ່າງຈົບງາມ. ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີກໍໄດ້ສະ ເໜີໃຫ້ທ່ານທູດທັງສອງ ຈົ່ງສືບຕໍ່ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມ ຢຽມເຊິ່ງກັນແລະກັນລະຫວ່າງບັນ ດາການນຳຂັ້ນສູງໃນຕໍ່ໜ້າ, ຊຸກຍູ້ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ບໍ່ແຮ່, ພະລັງງານໄຟ ຟ້າ ແລະ ອື່ນໆ, ທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ ພາກພື້ນ ແລະ ສ້າງຄວາມເຂັ້ມແຂງ ແກ່ອາຊຽນ, ທັງເສີມຂະຫຍາຍ ການພົວພັນຮ່ວມມືກັບບັນດາຄູ່ ຮ່ວມພັດທະນາຕ່າງໆ, ຫວັງຢ່າງຍິ່ງ ວ່າ ຈະໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອ ແລະ ການຮ່ວມມືຈາກ ທ່ານທູດທັງສອງ ເພື່ອເຮັດໃຫ້ການ ເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບ ງາມ. ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ທ່ານທູດທັງສອງກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນ ອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງໄດ້ຢືນ ຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ ຫລາຍຂຶ້ນໃນຕໍ່ໜ້າ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ໄດ້ສ້າງຕັ້ງສາຍພົວ ພັນການທູດ ກັບ ສສ ມຽນມາ ໃນ ວັນທີ12ກໍລະກົດ1955ແລະ ສ້າງ ຕັ້ງສາຍພົວພັນການທູດກັບສາທາ ລະນະລັດ ອິດສະລາມ ປາກິດສະ ຖານ ໃນວັນທີ 17 ກໍລະກົດ 1965 . ຂ່າວ-ພາບ: ກຕທ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອ່ອງ ໂກ ທູດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊາມິນາ ເມຕາ ທູດ ແຫ່ງ ສາທາລະນະລັດ ອິດສະລາມປາກິດ ສະຖານ ປະຈຳ ສປປ ລາວ ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ. ຮອງປະທານ ແລະ ທ່ານ ບຸນລັບ ດວງພູມີ ເປັນກຳມະການ. ພ້ອມ ນັ້ນ, ຍັງໄດ້ເລືອກເອົາຫົວໜ້າ, ຮອງ ຫົວໜ້າ ແລະ ກຳມະການຂອງຄະ ນະກວດກາຂອງສະມາຄົມ ຕື່ມອີກ. ໂອກາດນີ້, ທ່ານ ສາລີ ພິມພິນິດ ຄະນະຂົນຂວາຍສ້າງຕັ້ງສະມາ ຄົມດັ່ງກ່າວ, ໄດ້ຍົກໃຫ້ເຫັນຈຸດປະ ສົງ, ທ່າແຮງ, ປັດໄຈ ແລະ ເງື່ອນໄຂ ໃນການສ້າງຕັ້ງສະມາຄົມ, ລວມ ເຖິງຂະບວນການກະກຽມ, ຜົນປະ ໂຫຍດທີ່ຈະໄດ້ຮັບ ແລະ ຄວາມມຸ່ງ ໝັ້ນໃນການດໍາເນີນງານໃຫ້ສອດ ຄ່ອງຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານລາວ ທີ່ ໄດ້ກໍານົດວຽກງານທ່ອງທ່ຽວເປັນ ວຽກງານບູລະມະສິດໜຶ່ງທີ່ສໍາຄັນ ຢູ່ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ພາຍຫລັງ, ສະ ມາຄົມສົ່ງເສີມການທ່ອງທ່ຽວດ້ານ ວັດທະນະທໍາ ລາວ-ຈີນ ໄດ້ຮັບການ ສ້າງຕັ້ງ ແລະ ດໍາເນີນການເຄື່ອນ ໄຫວວຽກງານແລ້ວ, ສະມາຄົມຈະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຂະແໜງການທ່ອງທ່ຽວຂອງລາວ, ຊຶ່ງຄາດວ່າຈະນໍາເອົາຜົນປະໂຫຍດ ຫລາຍດ້ານ ເປັນຕົ້ນ ການຄຸ້ມຄອງ- ຊີ້ນໍາຂອງພາກລັດຕໍ່ບັນດາຫົວ ໜ່ວຍທຸລະກິດທີ່ບໍລິການນັກທ່ອງ ທ່ຽວຈີນ ໂດຍຜ່ານສະມາຄົມຈະມີ ຄວາມສະດວກ, ວ່ອງໄວ, ເຮັດໃຫ້ ການເຄື່ອນໄຫວຂອງບັນດາຫົວ ໜ່ວຍທຸລະກິດຖືກຕ້ອງຕາມລະ ບຽບກົດໝາຍ, ສະກັດກັ້ນການບໍ ລິການນອກລະບົບ, ຕີຖອຍປາກົດ ການຫຍໍ້ທໍ້ຕ່າງໆ; ຍົກລະດັບຄວາມ ຮູ້ຄວາມສາມາດຂອງບຸກຄະລາ ກອນລະດັບຜູ້ຈັດການໃນການບໍລິ ຫານ-ບໍລິການການທ່ອງທ່ຽວໃຫ້ ເປັນມືອາຊີບ ໂດຍຜ່ານເວທີສໍາມະ ນາ, ຝຶກອົບຮົມ ແລະ ທັດສະນະສຶກ ສາຢູ່ ສປ ຈີນ. ສະມາຄົມສົ່ງເສີມການທ່ອງ ທ່ຽວດ້ານວັດທະນະທໍາ ລາວ-ຈີນ ຈະກາຍເປັນເຄື່ອງມື ແລະ ກົນໄກ ສໍາລັບການພົວພັນ ແລະ ສົ່ງເສີມ ການທ່ອງທ່ຽວລະຫວ່າງສອງປະ ເທດ ສປປ ລາວ ແລະ ສປ ຈີນ ໂດຍ ສະເພາະໃນວຽກງານການໂຄສະ ນາດຶງດູດນັກທ່ອງທ່ຽວຈີນມາຍັງ ສປປ ລາວ ແລະ ຄາດວ່າຈໍານວນ ນັກທ່ອງທ່ຽວຈີນ ຈະເດີນທາງມາ ທ່ຽວລາວ ຈະເພີ່ມຂຶ້ນດ້ວຍຈັງຫວະ ແບບກະໂດດຂັ້ນ ເຊິ່ງຈະເປັນການ ປະກອບສ່ວນສ້າງລາຍຮັບຂອງ ການທ່ອງທ່ຽວລາວ ເປັນຢ່າງດີ. ພ້ອມນີ້, ທ່ານ ອາລຸນ ບຸນມີໄຊ ກໍໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດ ທາງໃນການຈັດຕັ້ງປະຕິບັດວຽກ ງານຕ່າງໆຂອງສະມາຄົມ ແນໃສ່ ເຮັດໃຫ້ການເຄື່ອນໄຫວຂອງສະມາ ຄົມດຳເນີນໄປຢ່າງໂລ່ງລ່ຽນ, ຖືກ ຕ້ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະ ຂົນຂວາຍສ້າງຕັ້ງສະມາຄົມດັ່ງ ກ່າວທີ່ໄດ້ຄົ້ນຄວ້າ,ສ້າງແລະກຳນົດ ລະບຽບການຕ່າງສຳເລັດຕາມເປົ້າ ໝາຍ ແລະ ສາມາດປະກາດສ້າງ ຕັ້ງສະມາຄົມສົ່ງເສີມການທ່ອງ ທ່ຽວ ດ້ານວັດທະນະທໍາ ລາວ-ຈີນ ຢ່າງເປັນທາງການ ໃນມື້ນີ້, ພ້ອມ ທັງເນັ້ນ ໃຫ້ຄະນະສະມາຄົມດັ່ງ ກ່າວເອົາໃຈໃສ່, ສຸມທຸກກຳລັງແຮງ ຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆພາຍໃນສະມາຄົມ ໃຫ້ປະສົບຜົນສຳເລັດຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຮັບຜິດຊອບຢ່າງມີຜົນສຳເລັດແນ ໃສ່ດຶງດູດເອົາຜູ້ປະກອບການດ້ານ ການທ່ອງທ່ຽວ ຂອງ ສປ ຈີນ ເຂົ້າມາເປັນສະມາຊິກຂອງສະມາ ຄົມໃຫ້ຫລາຍຂຶ້ນ ໂດຍສະເພາະແນ ໃສ່ດຶງດູດເອົານັກທ່ອງທ່ຽວຈາກ ສປ ຈີນ ລວມເຖິງນັກທ່ອງທ່ຽວ ຢູ່ທົ່ວທຸກມູມໂລກ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອປະກອບສ່ວນເຮັດໃຫ້ປີທ່ອງ ທ່ຽວລາວ 2024 ມີບັນຍາກາດອັນ ຄຶກຄື້ນ. ຂ່າວ-ພາບ: ທະນູທອງ ພາລະບົດບາດ, ສິດ, ໜ້າທີ່, ຄວາມ ຮັບຜິດຊອບ ແລະ ສະພາບລວມ ຂອງກົມກອງ. ໃນໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ໄດ້ຍົກໃຫ້ ເຫັນສະພາບເສດຖະກິດ, ໄພເງິນ ເຟີ້, ສິນຄ້າລາຄາແພງແລະພ້ອມທັງ ໃຫ້ຄວາມຢ້ຽມຢາມຖາມຂ່າວເຖິງ ຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ການຈັດຕັ້ງເຄື່ອນ ໄຫວຂອງກົມກອງດ້ວຍຄວາມເປັນ ຫວ່ງເປັນໄຍ, ຄວາມຮັກແພງອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ໃຫ້ທິດຊີ້ນຳຫລາຍບັນຫາ ທີ່ສຳຄັນຕໍ່ ຄະນະພັກ-ຄະນະບັນຊາ ກອງພັນ 609 ເປັນຕົ້ນ ໃຫ້ເອົາໃຈ ໃສ່ສືບຕໍ່ຂະຫຍາຍພື້ນຖານການຜະ ລິດປູກຟັງ-ລ້ຽງສັດ ຕາມທ່າແຮງ ຂອງກົມກອງເພື່ອສະໜອງພືດຜັກ ໃຫ້ທ້ອງຕະຫລາດຫລາຍຂຶ້ນ ເພື່ອ ສ້າງລາຍຮັບເຂົ້າກົມກອງ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະ ນະພັກ-ຄະນະບັນຊາ, ພະນັກງານ- ນັກຮົບ ໃຫ້ຮັກສາມູນເຊື້ອອັນດີງາມ ຂອງກອງທັບ ເປັນຕົ້ນ ແມ່ນມູນ ເຊື້ອພິລະອາດຫານບໍ່ຍອມຈຳນົນ ຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີ ປອງດອງລະຫວ່າງກອງທັບກັບປະ ຊາຊົນປຽບເໝືອນປາກັບນ້ຳທີ່ຕັດ ແຍກອອກຈາກກັນບໍ່ໄດ້, ເສີມຂະ ຫຍາຍບົດບາດການນຳພາຂອງຕົນ ຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ປັບປຸງກໍ່ສ້າງກຳ ລັງແຮງສັງລວມຂອງກົມກອງໃຫ້ ເຂັ້ມແຂງ, ສືບຕໍ່ຄວາມສາມັກຄີ ປອງດອງກັບອຳນາດການປົກຄອງ ທ້ອງຖິ່ນໃຫ້ແໜ້ນແຟ້ນ ແລະ ພ້ອມ ກັນປົກປັກຮັກສາອຳນາດອະທິປະ ໄຕຂອບເຂດຮັບຜິດຊອບຂອງຕົນ ໃວ້ໃຫ້ໝັ້ນຄົງຕະຫລອດໄປ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ລົງຢ້ຽມ ຢາມເບິ່ງພື້ນຖານການຜະລິດປູກ ຜັກໃນເຮືອນຮົ່ມຂອງກົມກອງ ແລະ ຢ້ຽມຢາມເບິ່ງດ້ານລະບຽບແບບ ແຜນໃນເຮືອນນອນຂອງກົມກອງ ນຳອີກ. ຂ່າວ-ພາບ: ໜັງສືພິມກອງທັບ ຂປລ. ພິທີມອບ-ຮັບໜ້າທີ່ຜູ້ອຳ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ (ຟຟລ) ໄດ້ຈັດຂຶ້ນໃນວັນ ທີ 16 ກຸມພາ 2024 ນີ້, ລະຫວ່າງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວຜູ້ເກົ່າ ແລະ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິ ສາຫະກິດໄຟຟ້າລາວຜູ້ໃໝ່. ໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່, ມີບັນດາຫົວ ໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນ ການຊີ້ນຳ-ນຳພາ ຂອງຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດໄຟຟ້າ ລາວຜູ້ເກົ່າ. ພ້ອມທັງເນັ້ນໃຫ້ຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດໄຟ ຟ້າລາວຜູ້ໃໝ່ສືບຕໍ່ຊີ້ນຳ-ນຳພາ ວຽກງານຮອບດ້ານ ພາຍໃນລັດວິ ສາຫະກິດໄຟຟ້າລາວໃຫ້ມີບາດກ້າວ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ, ຫັນ ການຈັດຕັ້ງປະຕິບັດວຽກງານໃຫ້ ເປັນທັນສະໄໝ, ວ່ອງໄວ, ຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າ ທ່ີຮັບຜິດຊອບຂອງຕົນ ແລະ ໃຫ້ ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ, ລັດ ວາງອອກ. ຕັ້ງ ໜ້ານໍາພາການຈັດຕັ້ງ ແລະ ການ ເຄື່ອນໄຫວດຳເນີນພາລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໂດຍ ສະເພາະນໍາພາປັບປຸງການຈັດຕັ້ງ ເພື່ອເຮັດໃຫ້ການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ ມີ ບາດກ້າວຫັນປ່ຽນຢ່າງມີປະສິດທິ ພາບ, ປະສິດທິຜົນ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ ລາຍງານຜົນສຳເລັດໃນການບໍລິ ຫານຈັດການ ກໍຄື ການຈັດຕັ້ງປະຕິ ບັດວຽກງານຕ່າງໆ ຂອງ ຟຟລ ໃນ ໄລຍະ 3 ປີ ຜ່ານມາ ເຊິ່ງມີຜົນສຳ ເລັດໃນຫລາຍໆດ້ານ, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າທ່ານຜູ້ອໍາ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ ຜູ້ໃໝ່ ຈະນໍາພາຄະນະອໍາ ນວຍການສືບຕໍ່ປະຕິບັດພາລະກິດ ອັນໃຫຍ່ຫລວງແລະນໍາເອົາລັດວິສາ ຫະກິດໄຟຟ້າລາວ ທີ່ເປັນອັນຫ່ວງ ແຫນຂອງປະເທດຊາດຂອງພວກ ເຮົາໃຫ້ຄ່ອຍໆຫລຸດພົ້ນອອກຈາກ ສະພາບວິກິດເທື່ອລະກ້າວແລະ ເດີນ ໜ້າໄປດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ ແລະ ຫວັງຢ່າງຍິ່ງວ່າບັນດາພາກ ສ່ວນກ່ຽວຂ້ອງຂອງລັດ, ຄະນະອໍາ ນວຍການ ຕະຫລອດເຖິງອ້າຍນ້ອງ ພະນັກງານ-ກໍາມະກອນທຸກຄົນໃນ ທົ່ວປະເທດ ຈະໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນທ່ານຜູ້ອໍານວຍ ການໃຫຍ່ຜູ້ໃໝ່ເຮັດຫລ້ອນໜ້າທີ່ ທີ່ມີກຽດອັນສະຫງ່າງາມຂອງຕົນ. ທ່ານ ວົງສະກຸນ ຍິ່ງຍົງ ກໍໄດ້ໃຫ້ ຄຳໜັ້ນສັນຍາວ່າ ຈະຕັ້ງໜ້າຈັດຕັ້ງ ປະຕິບັດໜ້າທີ່ຊີ້ນຳ-ນຳພາ, ຄຸ້ມ ຄອງ-ບໍລິຫານລັດວິສາຫະກິດໄຟ ຟ້າລາວ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມພາລະບົດບາດ, ໜ້າທີ່ຂອບເຂດ ສິດ ແລະ ຄວາມຮັບຜິດຊອບຂອງຜູ້ ອໍານວຍການໃຫຍ່ ຂອງລັດວິສາຫະ ກິດໄຟຟ້າລາວ ໃນຖານະທີ່ແມ່ນຫົວ ໜ່ວຍທຸລະກິດທີ່ສໍາຄັນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ ແຮ່ໃຫ້ຖືກຕ້ອງ, ສອດຄ່ອງກັບ ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍ ຂອງ ລັດ ໃຫ້ສອດຄ່ອງກັບຄວາມສາ ມາດຕົວຈິງ ທາງດ້ານການຈັດຕັ້ງ ບຸກຄະລາກອນບົນພື້ນຖານວັດຖຸ- ເຕັກນິກ ແລະ ດ້ານອື່ນໆ ຂອງລັດ ວິສາຫະກິດໄຟຟ້າລາວ ໃນໄລຍະ ໃໝ່. ພ້ອມທັງຈະສືບຕໍ່ສ້າງ ແລະ ປັບປຸງ-ເຕົ້າໂຮມຄວາມສາມັກຄີ ໃຫ້ ເປັນເອກະພາບຢູ່ພາຍຄະນະພັກ, ຄະນະຜູ້ບໍລິຫານ ແລະ ພະນັກງານກຳມະກອນໃຫ້ມີຄວາມໜັກແໜ້ນ; ເອົາໃຈໃສ່ເຮັດວຽກງານການ ເມືອງ-ແນວຄິດໃຫ້ເປັນປົກກະຕິ, ເລິກເຊິ່ງ, ໜັກແໜ້ນ ແລະ ມີການ ຫັນປ່ຽນຢ່າງຕັ້ງໜ້າ.
RkJQdWJsaXNoZXIy MTc3MTYxMQ==