5815

Iv'okpq d]a f4t,q o8u 1h P,1k, [= ]y la frt]a ''kow22h kg-dv' 9eda f Iv'okpq d]a f4t,q o8u 1h P,1k,g,n v'\vd lh k'8A 'lt,k7q ,lqj 'glu ,dkomj v'mj P; ]k;{9u o Iv'okpq d]a f4t,q o8u 8h voIa [m6 fxtgmfgrn j vo,y f lko-q ,g-u p76 j Ij ;,8ec|j ' gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 20.02.2024 ປີທີ 23 ສະບັບທີ 5.876 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf xtmkoxtgmf 1h P,1k,dv'ra o 609 16j c0;'w-pt[6 ]u ,v[{Ia [|h kmu j z6 h veo;pdko.spj ]a f;y lkstdy fw22h k]k; 7;k,f5 \j a ogIa f.sh 7v[7q ; ,u ]kpIa [d;j k 300 ]h kodu [8+ xu ຂປລ. ກອງປະຊຸມສ້າງຕັ້ງສະ ມາຄົມສົ່ງເສີມການທ່ອງທ່ຽວດ້ານ ວັດທະນະທໍາ ລາວ-ຈີນ ຈັດຂຶ້ນໃນ ວັນທີ 19 ກຸມພາ 2024 ໂດຍມີ ຂປລ. ໃນວັນທີ 16 ກຸມພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງບັນດາທູດປະເທດເພື່ອນ ມິດຕາມລຳດັບ ຄື: ທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນ ມາ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຊາມິນາ ເມຕາ (Samina Mehtab), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ອິດສະລາມປາກິດ ສະຖານ ປະຈຳ ສປປ ລາວ ໃນໂອ ກາດທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິ ສາມັນ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທັງສອງ ປະເທດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອ ໃຈຈາກລັດຖະບານ ກໍຄື ປະຊາຊົນ ຂອງຕົນ, ຖືກແຕ່ງຕັ້ງໃຫ້ມາດຳລົງ ຕຳແໜ່ງເປັນເອກອັກຄະລັດຖະ ທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈຳສປປລາວ,ທັງສະແດງຄວາມ ເຊື່ອໜັ້ນວ່າ ດ້ວຍປະສົບການທາງ ດ້ານການທູດທີ່ອຸດົມສົມບູນຂອງ ທ່ານທູດທັງສອງ ຈະເປັນຂົວຕໍ່ເຮັດ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 2 ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມ ຈັດຕັ້ງ-ພະນັກງານກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ),ມີບັນດາຫົວໜ້າ ກົມ, ຮອງກົມ, ຜູ້ຕາງໜ້າຈາກກົມ ທີ່ກ່ຽວຂ້ອງຂອງກະຊວງ ຖວທ, ກະຊວງພາຍໃນ, ກະຊວງປ້ອງກັນ ຄວາມສະຫງົບ, ພ້ອມດ້ວຍບັນດາ ສະມາຊິກສະມາຄົມ ເຂົ້າຮ່ວມ ເຊິ່ງ ກອງປະຊຸມດັ່ງກ່າວ, ໄດ້ເຫັນດີເປັນ ເອກະພາບເລືອກເອົາ ທ່ານ ສາລີ ພິມພິນິດ ເປັນປະທານ, ທ່ານນາງ ສີສະໄໝ ຫລວງຈັນດາວົງ ເປັນ ຂປລ. ໃນວັນທີ15ມັງກອນ2024ຜ່ານມາ,ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ນາງ ຊີກ ຮາຊີນາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດໄດ້ຮັບເລືອກ ຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ. ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມ ປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍຢ່າງຈິງໃຈມາຍັງທ່ານໃນໂອກາດ ທີ່ທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກ ກັບທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມກອງ ພັນນ້ອຍປືນໃຫຍ່ໜ້າດິນ 609 ທະ ຫານແຂວງໄຊຍະບູລີ ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງ ບັນຊາການທະຫານ ແຂວງໄຊຍະບູ ລີ, ມີຄະນະນຳກອງບັນຊາການທະ ຫານແຂວງ, ຄະນະພັກ-ຄະນະບັນ ຊາກອງພັນ 609 ເຂົ້າຮ່ວມ ແລະ ໃຫ້ການຕ້ອນຮັບ ໂດຍທ່ານ ພັນໂທ ຈັນທອງ ຈັນຟອງ ຫົວໜ້າການ ເມືອງກອງພັນນ້ອຍປືນໃຫຍ່ໜ້າ ດິນ 609 ທະຫານແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງ,

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/02/2024 xtgmf]k; ຮອງນາຍົກ..ຢ້ຽມຢາມເມືອງ... ຮອງນາຍົກ..ຢ້ຽມຢາມບໍລິສັດ... ສານຊົມເຊີຍຄູ່ຮ່ວມ... ສ້າງຕັ້ງສະມາຄົມ... ປະທານປະເທດ... ຮອງນາຍົກລັດຖະມົນຕີຕ້ອນ... ມອບ-ຮັບໜ້າທີ່... ຂປລ. ໃນວັນທີ 17 ກຸມພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຂປລ. ວັນທີ 18 ກຸມພາ 2024 ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ພ້ອມ ດ້ວຍ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ແລະ ຄະນະລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ໝອກ ແຂວງຊຽງຂວາງ ໂດຍໄດ້ ຮັບການຕ້ອນຮັບຈາກຄະນະນຳ ຂອງ ເມືອງດັ່ງກ່າວ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໜັກໃຫ້ຄະນະ ນຳຂອງເມືອງເອົາໃຈໃສ່ນຳພາ-ຊີ້ ນຳ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງພັກໃຫ້ປອດ ໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານ ສ້າງພະນັກງານນຳພາ-ຄຸ້ມຄອງ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ແລະ ແຂວງ ໃຫ້ປະສົບຜົນສຳເລັດຕາມ ແຜນທີ່ກຳນົດໄວ້; ຄົ້ນຄວ້ານຳໃຊ້ ແລະ ເສີມຂະຫຍາຍທ່າແຮງບົ່ມ ຊ້ອນຂອງເມືອງ ໃຫ້ມີປະສິດທິຜົນ ສູງ ເພື່ອການສ້າງສາພັດທະນາໃຫ້ ໄດ້ຮັບຜົນດີເປັນກ້າວໆ, ພ້ອມທັງ ເອົາໃຈໃສ່ວຽກງານແຂ່ງຂັນຮັກ ຊາດແລະພັດທະນາ, ວຽກງານການ ແກ້ໄຂຄວາມທຸກຍາກ, ຄົ້ນຄວ້າ ເຊື່ອມຊຶມບັນດານິຕິກຳຕ່າງໆ ຂອງ ຂັ້ນເທິງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ສົ່ງ ເສີມວຽກງານການທ່ອງທ່ຽວໃນ ປີທ່ອງທ່ຽວລາວ 2024 ຢ່າງແຂງ ແຮງ; ປະຕິບັດວຽກການຮ່ວມມືກັບ ຕ່າງປະເທດໂດຍສະເພາະກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາຢູ່ພາຍໃນທ້ອງຖິ່ນ ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ທ່ານ ພັນເອກ ມີສຸກ ຂັນທະຍົງທອງ ເຈົ້າເມືອງໝອກ ກໍ ໄດ້ລາຍງານສະພາບການພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະຜ່ານມາ, ທົ່ວເມືອງມີ 28 ບ້ານ ມີ 4 ກຸ່ມ ມີ 1 ຈຸດສຸມພັດທະນາ ຂອງກະຊວງປ້ອງກັນປະເທດ, ມີ 2.590 ຄອບຄົວ 16.430 ຄົນ ຍິງ 7.947ຄົນ,ລາຍຮັບບັນລຸ239,59 ຕື້ກີບ, ເສດຖະກິດຂະຫຍາຍຕົວ 5,25% ທຽບໃສ່ແຜນການຫລຸດ ຄາດໝາຍ 0,25%, ສະເລ່ຍໄດ້ 14.071.181 ກີບຕໍ່ຄົນຕໍ່ປີທຽບໃສ່ ແຜນການປີປະຕິບັດໄດ້ 98,65%. ໂອກາດ ຢ້ຽມຢາມເມືອງໝອກ ໃນຄັ້ງນີ້, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມຄອບຄົວຕົວແບບໃນການ ລ້ຽງງົວ, ທອມງົວ ຢູ່ບ້ານໝໍ້ ແລະ ເບິ່ງພື້ນທີ່ການປູກສາລີຂອງປະຊາ ຊົນບ້ານໝໍ້, ບ້ານຊຽງນາມອນ ແລະ ບ້ານຊຽງເໝັ້ນ ຕື່ມອີກ. ຂ່າວ: ບຸນມີ ແສງທຸມມີ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ລົງເຄື່ອນ ໄຫວຢ້ຽມຢາມບໍລິສັດ ພະລັງງານ ໄຟຟ້າເຊກອງຈຳກັດຢູ່ເມືອງກະລຶມ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ພອນສັກ ວິໄລສັກປະທານກຸ່ມບໍລິສັດພອນສັກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ. ທ່ານ ສອນໄຊ ສີລາເພັດ ຜູ້ ບໍລິຫານ ກຸ່ມບໍລິສັດ ພອນສັກ ຈໍາກັດ ໄດ້ລາຍງານກ່ຽວກັບການດໍາເນີນ ໂຄງການຂຸດຄົ້ນບໍ່ຖ່ານຫີນ ເພື່ອສົ່ງ ອອກພາຍໃນ ແລະ ຕ່າງປະເທດວ່າ: ບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ມີພື້ນທີ່ສຳປະທານທັງໝົດ 77.000 ເຮັກຕາ, ມີພື້ນທີ່ການຂຸດ ຄົ້ນຢູ່ 8 ບໍ່, ປັດຈຸບັນ ສໍາເລັດການ ສໍາຫລວດ 16 ພັນກວ່າເຮັກຕາ ແລະ ດຳເນີນການຂຸດຄົ້ນຢູ່ 2 ບໍ່ ຄື: ບໍ່ປາກໄຊ ແລະ ບໍ່ກະລຶມ, ຄາດຄະເນ ມີຖ່ານຫີນສະສົມ 600 ລ້ານກວ່າ ໂຕນ. ສຳລັບຂັ້ນຕອນການຜະລິດ ແມ່ນມີການວິໄຈຄຸນນະພາບຂອງ ຖ່ານຫີນ ແລະ ໄດ້ຜ່ານການປຸງແຕ່ງ ຖ່ານຫີນຕາມຂັ້ນຕອນການຜະລິດ ເຊັ່ນ: ຄັດແຍກຖ່ານຫີນ, ລ້າງຖ່ານ ຫີນ, ການສົ່ງອອກຈໍາໜ່າຍທັງ ພາຍໃນ ແລະ ຕ່າງປະເທດ ໂດຍສະ ເພາະແມ່ນ ສສ ຫວຽດນາມ, ນັບ ແຕ່ປີ 2017-2023 ໄດ້ສົ່ງອອກຈໍາ ໜ່າຍຖ່ານຫີນທັງໝົດ 4.487.055 ໂຕນ. ພ້ອມນີ້, ບໍລິສັດ ຍັງໄດ້ປະຕິ ບັດພັນທະອາກອນຕ່າງໆ ເປັນຕົ້ນ ແມ່ນຄ່າຊັບພະຍາກອນ, ຄ່າສໍາປະ ທານ ແລະ ອາກອນປະເພດຕ່າງໆ ຈໍານວນ 430 ຕື້ກວ່າກີບ. ສ່ວນແຜນການໃນຕໍ່ໜ້າບໍລິ ສັດຈະສືບຕໍ່ສໍາຫລວດ, ດໍາເນີນ ການຂຸດຄົ້ນ, ການຜະລິດສົ່ງອອກ ຈໍາໜ່າຍທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ເພີ່ມຂຶ້ນໃນແຕ່ລະປີ. ໃນ ນີ້, ປີ 2024 ຈະໃຫ້ໄດ້ 18,2 ລ້ານ ໂຕນ; ປີ 2025 ໃຫ້ໄດ້ 22,6 ລ້ານ ໂຕນ; ປີ 2026 ໃຫ້ໄດ້ 23,3 ລ້ານ ໂຕນ; ປີ 2027 ໃຫ້ໄດ້ 23,4 ລ້ານ ໂຕນ ແລະ ປີ 2028 ໃຫ້ໄດ້ 24,6 ລ້ານໂຕນ. ຂ່າວ-ພາບ: ສັນຍາ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ໄດ້ຮັບ ການສືບຕໍ່ເພີ່ມທະວີ ແລະ ຈະເລີນ ງອກງາມຍິ່ງໆຂຶ້ນໃນອະນາຄົດ ເຊິ່ງກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງ ສປປ ລາວ ພ້ອມທີ່ຈະໃຫ້ການຮ່ວມ ມື, ສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ເພື່ອໃຫ້ບັນດາທ່ານ ທູດ ສາມາດເຮັດສໍາເລັດໜ້າທີ່ວຽກ ງານຂອງຕົນທີ່ໄດ້ຮັບມອບໝາຍ ຢ່າງຈົບງາມ. ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີກໍໄດ້ສະ ເໜີໃຫ້ທ່ານທູດທັງສອງ ຈົ່ງສືບຕໍ່ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມ ຢຽມເຊິ່ງກັນແລະກັນລະຫວ່າງບັນ ດາການນຳຂັ້ນສູງໃນຕໍ່ໜ້າ, ຊຸກຍູ້ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ບໍ່ແຮ່, ພະລັງງານໄຟ ຟ້າ ແລະ ອື່ນໆ, ທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ ພາກພື້ນ ແລະ ສ້າງຄວາມເຂັ້ມແຂງ ແກ່ອາຊຽນ, ທັງເສີມຂະຫຍາຍ ການພົວພັນຮ່ວມມືກັບບັນດາຄູ່ ຮ່ວມພັດທະນາຕ່າງໆ, ຫວັງຢ່າງຍິ່ງ ວ່າ ຈະໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອ ແລະ ການຮ່ວມມືຈາກ ທ່ານທູດທັງສອງ ເພື່ອເຮັດໃຫ້ການ ເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບ ງາມ. ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ທ່ານທູດທັງສອງກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນ ອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງໄດ້ຢືນ ຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ ຫລາຍຂຶ້ນໃນຕໍ່ໜ້າ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ໄດ້ສ້າງຕັ້ງສາຍພົວ ພັນການທູດ ກັບ ສສ ມຽນມາ ໃນ ວັນທີ12ກໍລະກົດ1955ແລະ ສ້າງ ຕັ້ງສາຍພົວພັນການທູດກັບສາທາ ລະນະລັດ ອິດສະລາມ ປາກິດສະ ຖານ ໃນວັນທີ 17 ກໍລະກົດ 1965 . ຂ່າວ-ພາບ: ກຕທ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອ່ອງ ໂກ ທູດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊາມິນາ ເມຕາ ທູດ ແຫ່ງ ສາທາລະນະລັດ ອິດສະລາມປາກິດ ສະຖານ ປະຈຳ ສປປ ລາວ ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ. ຮອງປະທານ ແລະ ທ່ານ ບຸນລັບ ດວງພູມີ ເປັນກຳມະການ. ພ້ອມ ນັ້ນ, ຍັງໄດ້ເລືອກເອົາຫົວໜ້າ, ຮອງ ຫົວໜ້າ ແລະ ກຳມະການຂອງຄະ ນະກວດກາຂອງສະມາຄົມ ຕື່ມອີກ. ໂອກາດນີ້, ທ່ານ ສາລີ ພິມພິນິດ ຄະນະຂົນຂວາຍສ້າງຕັ້ງສະມາ ຄົມດັ່ງກ່າວ, ໄດ້ຍົກໃຫ້ເຫັນຈຸດປະ ສົງ, ທ່າແຮງ, ປັດໄຈ ແລະ ເງື່ອນໄຂ ໃນການສ້າງຕັ້ງສະມາຄົມ, ລວມ ເຖິງຂະບວນການກະກຽມ, ຜົນປະ ໂຫຍດທີ່ຈະໄດ້ຮັບ ແລະ ຄວາມມຸ່ງ ໝັ້ນໃນການດໍາເນີນງານໃຫ້ສອດ ຄ່ອງຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານລາວ ທີ່ ໄດ້ກໍານົດວຽກງານທ່ອງທ່ຽວເປັນ ວຽກງານບູລະມະສິດໜຶ່ງທີ່ສໍາຄັນ ຢູ່ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ພາຍຫລັງ, ສະ ມາຄົມສົ່ງເສີມການທ່ອງທ່ຽວດ້ານ ວັດທະນະທໍາ ລາວ-ຈີນ ໄດ້ຮັບການ ສ້າງຕັ້ງ ແລະ ດໍາເນີນການເຄື່ອນ ໄຫວວຽກງານແລ້ວ, ສະມາຄົມຈະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຂະແໜງການທ່ອງທ່ຽວຂອງລາວ, ຊຶ່ງຄາດວ່າຈະນໍາເອົາຜົນປະໂຫຍດ ຫລາຍດ້ານ ເປັນຕົ້ນ ການຄຸ້ມຄອງ- ຊີ້ນໍາຂອງພາກລັດຕໍ່ບັນດາຫົວ ໜ່ວຍທຸລະກິດທີ່ບໍລິການນັກທ່ອງ ທ່ຽວຈີນ ໂດຍຜ່ານສະມາຄົມຈະມີ ຄວາມສະດວກ, ວ່ອງໄວ, ເຮັດໃຫ້ ການເຄື່ອນໄຫວຂອງບັນດາຫົວ ໜ່ວຍທຸລະກິດຖືກຕ້ອງຕາມລະ ບຽບກົດໝາຍ, ສະກັດກັ້ນການບໍ ລິການນອກລະບົບ, ຕີຖອຍປາກົດ ການຫຍໍ້ທໍ້ຕ່າງໆ; ຍົກລະດັບຄວາມ ຮູ້ຄວາມສາມາດຂອງບຸກຄະລາ ກອນລະດັບຜູ້ຈັດການໃນການບໍລິ ຫານ-ບໍລິການການທ່ອງທ່ຽວໃຫ້ ເປັນມືອາຊີບ ໂດຍຜ່ານເວທີສໍາມະ ນາ, ຝຶກອົບຮົມ ແລະ ທັດສະນະສຶກ ສາຢູ່ ສປ ຈີນ. ສະມາຄົມສົ່ງເສີມການທ່ອງ ທ່ຽວດ້ານວັດທະນະທໍາ ລາວ-ຈີນ ຈະກາຍເປັນເຄື່ອງມື ແລະ ກົນໄກ ສໍາລັບການພົວພັນ ແລະ ສົ່ງເສີມ ການທ່ອງທ່ຽວລະຫວ່າງສອງປະ ເທດ ສປປ ລາວ ແລະ ສປ ຈີນ ໂດຍ ສະເພາະໃນວຽກງານການໂຄສະ ນາດຶງດູດນັກທ່ອງທ່ຽວຈີນມາຍັງ ສປປ ລາວ ແລະ ຄາດວ່າຈໍານວນ ນັກທ່ອງທ່ຽວຈີນ ຈະເດີນທາງມາ ທ່ຽວລາວ ຈະເພີ່ມຂຶ້ນດ້ວຍຈັງຫວະ ແບບກະໂດດຂັ້ນ ເຊິ່ງຈະເປັນການ ປະກອບສ່ວນສ້າງລາຍຮັບຂອງ ການທ່ອງທ່ຽວລາວ ເປັນຢ່າງດີ. ພ້ອມນີ້, ທ່ານ ອາລຸນ ບຸນມີໄຊ ກໍໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດ ທາງໃນການຈັດຕັ້ງປະຕິບັດວຽກ ງານຕ່າງໆຂອງສະມາຄົມ ແນໃສ່ ເຮັດໃຫ້ການເຄື່ອນໄຫວຂອງສະມາ ຄົມດຳເນີນໄປຢ່າງໂລ່ງລ່ຽນ, ຖືກ ຕ້ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະ ຂົນຂວາຍສ້າງຕັ້ງສະມາຄົມດັ່ງ ກ່າວທີ່ໄດ້ຄົ້ນຄວ້າ,ສ້າງແລະກຳນົດ ລະບຽບການຕ່າງສຳເລັດຕາມເປົ້າ ໝາຍ ແລະ ສາມາດປະກາດສ້າງ ຕັ້ງສະມາຄົມສົ່ງເສີມການທ່ອງ ທ່ຽວ ດ້ານວັດທະນະທໍາ ລາວ-ຈີນ ຢ່າງເປັນທາງການ ໃນມື້ນີ້, ພ້ອມ ທັງເນັ້ນ ໃຫ້ຄະນະສະມາຄົມດັ່ງ ກ່າວເອົາໃຈໃສ່, ສຸມທຸກກຳລັງແຮງ ຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆພາຍໃນສະມາຄົມ ໃຫ້ປະສົບຜົນສຳເລັດຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຮັບຜິດຊອບຢ່າງມີຜົນສຳເລັດແນ ໃສ່ດຶງດູດເອົາຜູ້ປະກອບການດ້ານ ການທ່ອງທ່ຽວ ຂອງ ສປ ຈີນ ເຂົ້າມາເປັນສະມາຊິກຂອງສະມາ ຄົມໃຫ້ຫລາຍຂຶ້ນ ໂດຍສະເພາະແນ ໃສ່ດຶງດູດເອົານັກທ່ອງທ່ຽວຈາກ ສປ ຈີນ ລວມເຖິງນັກທ່ອງທ່ຽວ ຢູ່ທົ່ວທຸກມູມໂລກ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອປະກອບສ່ວນເຮັດໃຫ້ປີທ່ອງ ທ່ຽວລາວ 2024 ມີບັນຍາກາດອັນ ຄຶກຄື້ນ. ຂ່າວ-ພາບ: ທະນູທອງ ພາລະບົດບາດ, ສິດ, ໜ້າທີ່, ຄວາມ ຮັບຜິດຊອບ ແລະ ສະພາບລວມ ຂອງກົມກອງ. ໃນໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ໄດ້ຍົກໃຫ້ ເຫັນສະພາບເສດຖະກິດ, ໄພເງິນ ເຟີ້, ສິນຄ້າລາຄາແພງແລະພ້ອມທັງ ໃຫ້ຄວາມຢ້ຽມຢາມຖາມຂ່າວເຖິງ ຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ການຈັດຕັ້ງເຄື່ອນ ໄຫວຂອງກົມກອງດ້ວຍຄວາມເປັນ ຫວ່ງເປັນໄຍ, ຄວາມຮັກແພງອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ໃຫ້ທິດຊີ້ນຳຫລາຍບັນຫາ ທີ່ສຳຄັນຕໍ່ ຄະນະພັກ-ຄະນະບັນຊາ ກອງພັນ 609 ເປັນຕົ້ນ ໃຫ້ເອົາໃຈ ໃສ່ສືບຕໍ່ຂະຫຍາຍພື້ນຖານການຜະ ລິດປູກຟັງ-ລ້ຽງສັດ ຕາມທ່າແຮງ ຂອງກົມກອງເພື່ອສະໜອງພືດຜັກ ໃຫ້ທ້ອງຕະຫລາດຫລາຍຂຶ້ນ ເພື່ອ ສ້າງລາຍຮັບເຂົ້າກົມກອງ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະ ນະພັກ-ຄະນະບັນຊາ, ພະນັກງານ- ນັກຮົບ ໃຫ້ຮັກສາມູນເຊື້ອອັນດີງາມ ຂອງກອງທັບ ເປັນຕົ້ນ ແມ່ນມູນ ເຊື້ອພິລະອາດຫານບໍ່ຍອມຈຳນົນ ຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີ ປອງດອງລະຫວ່າງກອງທັບກັບປະ ຊາຊົນປຽບເໝືອນປາກັບນ້ຳທີ່ຕັດ ແຍກອອກຈາກກັນບໍ່ໄດ້, ເສີມຂະ ຫຍາຍບົດບາດການນຳພາຂອງຕົນ ຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ປັບປຸງກໍ່ສ້າງກຳ ລັງແຮງສັງລວມຂອງກົມກອງໃຫ້ ເຂັ້ມແຂງ, ສືບຕໍ່ຄວາມສາມັກຄີ ປອງດອງກັບອຳນາດການປົກຄອງ ທ້ອງຖິ່ນໃຫ້ແໜ້ນແຟ້ນ ແລະ ພ້ອມ ກັນປົກປັກຮັກສາອຳນາດອະທິປະ ໄຕຂອບເຂດຮັບຜິດຊອບຂອງຕົນ ໃວ້ໃຫ້ໝັ້ນຄົງຕະຫລອດໄປ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ລົງຢ້ຽມ ຢາມເບິ່ງພື້ນຖານການຜະລິດປູກ ຜັກໃນເຮືອນຮົ່ມຂອງກົມກອງ ແລະ ຢ້ຽມຢາມເບິ່ງດ້ານລະບຽບແບບ ແຜນໃນເຮືອນນອນຂອງກົມກອງ ນຳອີກ. ຂ່າວ-ພາບ: ໜັງສືພິມກອງທັບ ຂປລ. ພິທີມອບ-ຮັບໜ້າທີ່ຜູ້ອຳ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ (ຟຟລ) ໄດ້ຈັດຂຶ້ນໃນວັນ ທີ 16 ກຸມພາ 2024 ນີ້, ລະຫວ່າງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວຜູ້ເກົ່າ ແລະ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິ ສາຫະກິດໄຟຟ້າລາວຜູ້ໃໝ່. ໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່, ມີບັນດາຫົວ ໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນ ການຊີ້ນຳ-ນຳພາ ຂອງຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດໄຟຟ້າ ລາວຜູ້ເກົ່າ. ພ້ອມທັງເນັ້ນໃຫ້ຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດໄຟ ຟ້າລາວຜູ້ໃໝ່ສືບຕໍ່ຊີ້ນຳ-ນຳພາ ວຽກງານຮອບດ້ານ ພາຍໃນລັດວິ ສາຫະກິດໄຟຟ້າລາວໃຫ້ມີບາດກ້າວ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ, ຫັນ ການຈັດຕັ້ງປະຕິບັດວຽກງານໃຫ້ ເປັນທັນສະໄໝ, ວ່ອງໄວ, ຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າ ທ່ີຮັບຜິດຊອບຂອງຕົນ ແລະ ໃຫ້ ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ, ລັດ ວາງອອກ. ຕັ້ງ ໜ້ານໍາພາການຈັດຕັ້ງ ແລະ ການ ເຄື່ອນໄຫວດຳເນີນພາລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໂດຍ ສະເພາະນໍາພາປັບປຸງການຈັດຕັ້ງ ເພື່ອເຮັດໃຫ້ການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ ມີ ບາດກ້າວຫັນປ່ຽນຢ່າງມີປະສິດທິ ພາບ, ປະສິດທິຜົນ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ ລາຍງານຜົນສຳເລັດໃນການບໍລິ ຫານຈັດການ ກໍຄື ການຈັດຕັ້ງປະຕິ ບັດວຽກງານຕ່າງໆ ຂອງ ຟຟລ ໃນ ໄລຍະ 3 ປີ ຜ່ານມາ ເຊິ່ງມີຜົນສຳ ເລັດໃນຫລາຍໆດ້ານ, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າທ່ານຜູ້ອໍາ ນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ ຜູ້ໃໝ່ ຈະນໍາພາຄະນະອໍາ ນວຍການສືບຕໍ່ປະຕິບັດພາລະກິດ ອັນໃຫຍ່ຫລວງແລະນໍາເອົາລັດວິສາ ຫະກິດໄຟຟ້າລາວ ທີ່ເປັນອັນຫ່ວງ ແຫນຂອງປະເທດຊາດຂອງພວກ ເຮົາໃຫ້ຄ່ອຍໆຫລຸດພົ້ນອອກຈາກ ສະພາບວິກິດເທື່ອລະກ້າວແລະ ເດີນ ໜ້າໄປດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ ແລະ ຫວັງຢ່າງຍິ່ງວ່າບັນດາພາກ ສ່ວນກ່ຽວຂ້ອງຂອງລັດ, ຄະນະອໍາ ນວຍການ ຕະຫລອດເຖິງອ້າຍນ້ອງ ພະນັກງານ-ກໍາມະກອນທຸກຄົນໃນ ທົ່ວປະເທດ ຈະໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນທ່ານຜູ້ອໍານວຍ ການໃຫຍ່ຜູ້ໃໝ່ເຮັດຫລ້ອນໜ້າທີ່ ທີ່ມີກຽດອັນສະຫງ່າງາມຂອງຕົນ. ທ່ານ ວົງສະກຸນ ຍິ່ງຍົງ ກໍໄດ້ໃຫ້ ຄຳໜັ້ນສັນຍາວ່າ ຈະຕັ້ງໜ້າຈັດຕັ້ງ ປະຕິບັດໜ້າທີ່ຊີ້ນຳ-ນຳພາ, ຄຸ້ມ ຄອງ-ບໍລິຫານລັດວິສາຫະກິດໄຟ ຟ້າລາວ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມພາລະບົດບາດ, ໜ້າທີ່ຂອບເຂດ ສິດ ແລະ ຄວາມຮັບຜິດຊອບຂອງຜູ້ ອໍານວຍການໃຫຍ່ ຂອງລັດວິສາຫະ ກິດໄຟຟ້າລາວ ໃນຖານະທີ່ແມ່ນຫົວ ໜ່ວຍທຸລະກິດທີ່ສໍາຄັນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ ແຮ່ໃຫ້ຖືກຕ້ອງ, ສອດຄ່ອງກັບ ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍ ຂອງ ລັດ ໃຫ້ສອດຄ່ອງກັບຄວາມສາ ມາດຕົວຈິງ ທາງດ້ານການຈັດຕັ້ງ ບຸກຄະລາກອນບົນພື້ນຖານວັດຖຸ- ເຕັກນິກ ແລະ ດ້ານອື່ນໆ ຂອງລັດ ວິສາຫະກິດໄຟຟ້າລາວ ໃນໄລຍະ ໃໝ່. ພ້ອມທັງຈະສືບຕໍ່ສ້າງ ແລະ ປັບປຸງ-ເຕົ້າໂຮມຄວາມສາມັກຄີ ໃຫ້ ເປັນເອກະພາບຢູ່ພາຍຄະນະພັກ, ຄະນະຜູ້ບໍລິຫານ ແລະ ພະນັກງານກຳມະກອນໃຫ້ມີຄວາມໜັກແໜ້ນ; ເອົາໃຈໃສ່ເຮັດວຽກງານການ ເມືອງ-ແນວຄິດໃຫ້ເປັນປົກກະຕິ, ເລິກເຊິ່ງ, ໜັກແໜ້ນ ແລະ ມີການ ຫັນປ່ຽນຢ່າງຕັ້ງໜ້າ.

xtgmf]k; 3 20/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dt-;'lkmk]totl5 d lts]5 [;Pd'ko xu 2023 c]t czodko 2024 ໂດຍ: ຄ້ອງໃໝ່ 7;k,lts'q [0v'la '7q , ໂດຍ: ສຸພາສະຫວັນ 7;k,f5 \a j ogIa f.sh 7v[7q ; ,u ]kpIa [d;j k 300 ]h kodu [8+ xu ຍັງສືບຕໍ່ເກີດຂຶ້ນໃນລະດັບຕ່າງກັນ. ກ່ຽວກັບປະເດັນດັ່ງກ່າວ ມີຄໍາ ເຫັນຈໍານວນໜຶ່ງເວົ້າວ່າລັດໄດ້ຕີ ລາຄາຢ່າງພາວະວິໄສ ແລະ ກົງໄປ ກົງມາທີ່ສຸດ, ສະທ້ອນເຖິງຄວາມ ພະຍາຍາມໃນການປະຕິບັດໜ້າທີ່ ແຕ່ລະດ້ານ ເຊິ່ງໃນນັ້ນການສະ ຫລຸບຕີລາຄາແມ່ນໄດ້ລົງເລິກເຫັນ ໄດ້ບັນດາຂອດທີ່ເຫັນວ່າຍັງຕ້ອງ ສືບຕໍ່ແກ້ໄຂ ອັນໝາຍເຖິງບັນດາ ດ້ານທີ່ຍັງປະຕິບັດບໍ່ທັນໄດ້ສໍາເລັດ ຜົນເປັນໜ້າພໍໃຈຫລືຕາມເປົ້າໝາຍ ທີ່ວາງໄວ້. ສະແດງເຖິງຄວາມຮັບ ຜິດຊອບ, ໂດຍເຫັນໄດ້ບັນດາໝາກ ຜົນທີ່ຕ້ອງສືບຕໍ່ເສີມຂະຫຍາຍໃຫ້ ນັບມື້ດີຂຶ້ນກວ່າເກົ່າ ແລະ ກ້າຫານ ຮັບເອົາຂອດຄົງຄ້າງ ເພື່ອນໍາໄປ ແກ້ໄຂປັບປຸງ. ເວົ້າເຖິງວຽກງານປ້ອງກັນສະ ຫງົບ ໂດຍພຶດຕິກໍາຕົວຈິງໄດ້ໃຫ້ ພວກເຮົາພໍຮັບຮູ້ ແລະ ເຫັນວ່າມີສິ່ງ ທ້າທາຍຫລາຍຢ່າງ ທ່າມກາງສະ ພາບການພັດທະນາແຕ່ລະໄລຍະ, ຍິ່ງໄລຍະມີຄວາມຫຍຸ້ງຍາກຊົ່ວ ຄາວດ້ານເສດຖະກິດ ແລະ ມີຜົນກະ ທົບຈາກສະພາບພາຍນອກແຮງຄື ແນວນີ້, ວຽກນີ້ຍິ່ງໜັກໜ່ວງຫລາຍ. ສະນັ້ນ ຈະອາໄສແຕ່ພາກສ່ວນຮັບ ຜິດຊອບໂດຍກົງຝ່າຍດຽວ ແມ່ນ ຍາກຈະມີຜົນສໍາເລັດໃນການຮັກ ສາຄວາມສະຫງົບທົ່ວສັງຄົມ. ປະ ເດັນສໍາຄັນກໍ່ຄືວ່າ ຕ້ອງໄດ້ຮັບການ ປະກອບສ່ວນຈາກທົ່ວສັງຄົມ. ເມື່ອ ເວົ້າແນວນັ້ນ ບາງທັດສະນະກໍ່ອາດ ຈະວ່າມັນເປັນການຍາກ, ແຕ່ໃນພຶດ ຕິກໍາຕົວຈິງສັງຄົມຜ່ານມາກໍ່ໄດ້ສະ ທ້ອນໃຫ້ເຫັນວ່າປະຊາຊົນໄດ້ ເຂົ້າ ຮ່ວມວຽກງານນີ້ຢ່າງເປັນຮູບປະ ທໍາ ເພາະລໍາພັງແຕ່ເຈົ້າໜ້າທີ່ກໍ່ຈະ ບໍ່ສາມາດເບິ່ງທົ່ວເຖິງໄດ້, ໝາກຜົນ ທີ່ໄດ້ມາແມ່ນຍ້ອນໄດ້ຮັບການປະ ກອບສ່ວນສະກັດກັ້ນ, ເປັນຫູ ເປັນ ຕາ ແລະ ຊ່ວຍເຫລືອຈາກປະຊາຊົນ. ໃນວຽກງານຈຸດສຸມຂອງລັດ ຖະບານ ກໍ່ໄດ້ເວົ້າແຈ້ງວຽກງານ ປ້ອງກັນຄວາມສະຫງົບ: ສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະລົງເລິກການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ເພື່ອແກ້ ໄຂບັນຫາຢາເສບຕິດ ຕິດພັນກັບ ການຄຸ້ມຄອງອາວຸດເຖື່ອນແລະ ອາ ວຸດດັດແປງ; ສະກັດກັ້ນການກໍ່ອາ ຊະຍາກໍາທາງໄຊເບີ, ຄອນເຊັນເຕີ ລວມທັງການຄຸ້ມຄອງການນຳໃຊ້ ສື່ສັງຄົມອອນລາຍ ແລະ ອື່ນໆ; ຮັບ ປະກັນຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍແລະຄວາມປອດ ໄພຮອບດ້ານ ໃຫ້ແກ່ກອງປະຊຸມ ສາກົນຕ່າງໆທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າ ມາໃນ ສປປ ລາວ. ການຈັດຕັ້ງປະຕິບັດແຜນວຽກ ຈຸດສຸມທີ່ຍົກມາ ມັນຮຽກຮ້ອງເຖິງ ທົ່ວສັງຄົມປະກອບສ່ວນໂດຍບໍ່ປ່ອຍ ປະໃຫ້ເປັນໜ້າທີ່ຂອງພາກສ່ວນ ກ່ຽວຂ້ອງ. ອີງໃສ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ ສະບັບປັບປຸງ, ໃນມາດຕາ 7(ປັບປຸງ) ພັນທະຂອງສັງຄົມ: ການປ້ອງກັນຄວາມສະຫງົບແມ່ນ ຄວາມຮັບຜິດຊອບຂອງທົ່ວປວງ ຊົນ; ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງມີພັນທະປົກປັກຮັກສາຄວາມ ສະຫງົບທາງດ້ານການເມືອງ, ເສດ ຖະກິດ ແລະ ສັງຄົມ ດ້ວຍການສະ ກັດກັ້ນ, ແຈ້ງ, ລາຍງານ, ສະໜອງ ຂໍ້ມູນ, ເຂົ້າຮ່ວມ ແລະ ຊ່ວຍເຫລືອ ປະກອບພາຫະນະ, ວັດຖຸ, ຊັບສິນ ແລະ ອື່ນໆທີ່ຈໍາເປັນ ຕາມຄວາມ ສາມາດຕົວຈິງ ເຂົ້າໃນວຽກງານ ປ້ອງກັນຄ ວາມສະຫງົບ. ສະຫລຸບວ່າການປ້ອງກັນຄວາມ ສະຫງົບ ຖືເປັນພັນທະໜ້າທີ່ ແລະ ຄວາມຮັບຜິດຊອບທົ່ວປວງຊົນ. ພວກເຮົາຕ້ອງສືບຕໍ່ໃນການເປັນ ເຈົ້າການເປັນຫູເປັນຕາ, ແຈ້ງ, ລາຍ ງານ, ສະໜອງຂໍ້ມູນ...ເພື່ອສະກັດ ກັ້ນບັນດາໜໍ່ແໜງຂອງປາກົດການ ຫຍໍ້ທໍ້ທີ່ຈະເກີດຂຶ້ນແຕ່ຫົວທີ ເພື່ອ ໃຫ້ເຈົ້າໜ້າທີ່ວິຊາສະເພາະແກ້ ໄຂໄດ້ໂດຍໄວ. ການປະກອບສ່ວນ ໃນວຽກງານນີ້ ຍັງສາມາດຊ່ວຍ ໄດ້ທັງທຶນຮອນ-ວັດຖຸ ຕາມຄວາມ ສາມາດ ແລະ ເງື່ອນໄຂຕົວຈິງ. * ການປ້ອງກັນຄວາມສະຫງົບ ເປັນຄວາມຮັບຜິດຊອບຂອງທົ່ວ ປວງຊົນ. ວຽກງານນີ້ຍາມໃດ ພັກ- ລັດ ກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ, ໄດ້ຮັບການປະກອບ ສ່ວນຈາກທຸກພາກສ່ວນ-ສັງຄົມ ແລະມີການຮ່ວມມືກັບປະເທດ ເພື່ອນ ມິດ ມີຜົນສໍາເລັດເປັນຢ່າງດີ, ໄດ້ປະ ກອບສ່ວນສໍາຄັນເຮັດໃຫ້ທົ່ວສັງ ຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ ດີໂດຍພື້ນ ຖານ. ເຖິງຢ່າງໃດກໍ່ດີວຽກງານດັ່ງ ກ່າວ ກໍ່ຍັງຈໍາເປັນຕ້ອງສືບຕໍ່ເພີ່ມ ທະວີຄວາມຮັບຜິດຊອບໃນທົ່ວ ປວງຊົນຕື່ມອີກໃນສະພາບຄວາມ ຮຽກຮ້ອງຕ້ອງການໃນໄລຍະໃໝ່ ເພື່ອພ້ອມກັນສືບຕໍ່ສະກັດກັ້ນແຕ່ ຫົວທີບັນດາໜໍ່ແໜງປາກົດການຫຍໍ້ ທໍ້ຕ່າງໆ, ປະກອບສ່ວນຢ່າງຕັ້ງ ໜ້າເຮັດໃຫ້ທົ່ວສັງຄົມ ນັບມື້ມີຄວາມ ສະຫງົບປອດໄພ. ເວົ້າເຖິງວຽກງານປ້ອງກັນ ຄວາມສະຫງົບ, ອີງໃສ່ການຕີລາ ຄາຢູ່ໃນກອງປະຊຸມລັດຖະບານປະ ຈໍາເດືອນມັງກອນ2024 ຜ່ານມາ ເຖິງວ່າໄດ້ມີຄວາມພະຍາຍາມສູງ ແຕ່ປະກົດການຫຍໍ້ທໍ້ ເປັນຕົ້ນ ບັນ ຫາການຄ້າຂາຍເຖື່ອນ, ຂີ້ລັກງັດ ແງະ, ບັນຫາອຸບັດເຫດ, ຂໍ້ຂັດແຍ່ງ ຕ່າງໆ ໃນບັນຫາທີ່ດິນ ແລະ ອື່ນໆ ບັດແຜນພັດທະນາສາທາລະນະ ສຸກ ປະຈໍາປີ 2023 ແລະ ທິດທາງ ແຜນການ ປີ 2024 ເພື່ອໃຫ້ບັນລຸ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໂດຍສຸມໃສ່ຈັດຕັ້ງປະຕິ ບັດປັບປຸງຄຸນນະພາບຂອງການບໍ ລິການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີີຄຸນນະພາບດີຂຶ້ນກວ່າເກົ່າ; ຄົ້ນຄວ້າປຶກສາຫາລື ບັນຫາທີ່ພົ້ນ ເດັ່ນເປັັນຕົ້ນ ການຈັດຕັັ້ງປະຕິບັດ ວຽກງານການເງິນ, ການຈັດສັນ ງົບປະມານ ປີ 2023 ແລະ ແຜນ ການປີ 2024, ການຫັນໂຮງໝໍກຸ້ມ ຕົນເອງ, ວຽກງານກອງທຶນປະກັນ ສຸຂະພາບ ແລະ ທິດທາງ ເພື່ອບັນລຸ ສຸຂະພາບ ທົ່ວປວງຊົນ, ການສ້າງ ກົນໄກການປະສານງານ ເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດນະໂຍບາຍ5ດີ1ພໍໃຈ, ການຍົກລະດັບຄຸນນະພາບຂອງ ສະຖານທີ່ບໍລິການ, ການກໍ່ສ້າງບັນຈຸ, ຊັບຊ້ອນບຸກຄະກອນສາທາ ລະນະສຸກ, ການສົ່ງເສີມກົນໄກ ການສະໜອງຢາ ແລະ ອຸປະກອນ ການແພດ. ກອງປະຊຸມຍັງໄດ້ຕີ ລາຄາບັນດາ11ຕົວຊີ້ບອກຂະແໜງ ສາທາລະນະສຸກ ໃນປີ 2023 ໂດຍ ສະເພາະ 08 ຕົວຊີ້ບອກ ທີ່ສາມາດ ບັນລຸຄາດໝາຍໄດ້ ຄື: ອັດຕາການ ຕາຍຂອງເດັກນ້ອຍລຸ່ມ 1 ປີ ປະຕິ ບັດໄດ້ 11,8/1.000 ຄົນ ຂອງ ເດັກນ້ອຍເກີດມີຊີວິດ (ຄາດໝາຍ 24/1.000); ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 5 ປີ ປະຕິບັດ ໄດ້ 13,4/1.000 ຄົນ ຂອງເດັກນ້ອຍ ເກີດມີຊີວິດ(ຄາດໝາຍ34/1.000); ອັດຕາສ່ວນການຕາຍຂອງແມ່ປະ ຕິບັດໄດ້ 42,2/100.000 ຄົນ ຂອງເດັກນ້ອຍ ເກີດມີຊີວິດ (ຄາດ ໝາຍ 130/100.000); ອັດຕາ ການເກີດລູກມີແພດຊ່ວຍ ປະຕິບັດ ໄດ້ 85,1% ຂອງປະຊາກອນກຸ່ມ ເປົ້າໝາຍ (ຄາດໝາຍ 83%); ອັດຕາການໃຫ້ວັກຊິນກັນພະຍາດ Penta 3 ປະຕິບັດໄດ້ 96,2% ຂອງປະຊາກອນກຸ່ມເປົ້າໝາຍ (ຄາດໝາຍ 95%); ອັດຕາການ ຊົມໃຊ້ນ້ຳສະອາດປະຕິບັດໄດ້ 93,3% ຂອງປະຊາກອນ ທັງໝົດ (ຄາດໝາຍ 93%); ອັດຕາການ ຊົມໃຊ້ວິດຖ່າຍຄອບຄົວປະຕິບັດໄດ້ 84,6% (ຄາດໝາຍ 83%); ອັດ ຕາການປະກາດຮັບຮອງເປັນບ້ານ ສາທາລະນະສຸກແບບຢ່າງ ປະຕິ ບັດໄດ້ 89,4% ຂອງຈໍານວນບ້ານ ທັງໝົດ (ຄາດໝາຍ 83%). ນອກ ຈາກນີ້, ຍັງມີ 03 ຕົວຊີ້ບອກທີ່ບໍ່ສາ ມາດບັນລຸຄາດໝາຍ ເຊັ່ນ: ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກ ຕໍ່າກວ່າມາດຕະຖານແມ່ນ24,3% (ຈາກຜົນສໍາຫລວດ LSIS III), ຄາດໝາຍ 2023 ແມ່ນ 17%ຂອງ ປະຊາກອນກຸ່ມເປົ້າໝາຍ; ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີລວງ ສູງຕໍ່າກວ່າມາດຕະຖານຂາດ ສານ ອາຫານຊໍ້າເຮື້ອ ແມ່ນ 32,8% (ຈາກຜົນສໍາຫລວດ LSIS III), ຄາດໝາຍ ປີ 2023 ແມ່ນ 29% ຂອງກຸ່ມປະຊາກອນເປົ້າໝາຍ ແລະ ອັດຕາການປົກຄຸມປະກັນສຸຂະພາບ ທົ່ວປວງຊົນ ປະຕິບັດໄດ້ 94,5% ຂອງປະຊາກອນທັງໝົດ (ຄາດ ໝາຍ 95%). ທ່ານ ດຣ. ບຸນແຝງ ພຸມມະໄລສິດ ກ່າວຕື່ມວ່າ: ສຳລັບ ທິດທາງ ວຽກຈຸດສຸມໃນ ປີ 2024 ຂະແໜງສາທາລະນະສຸກ ວາງເປົ້າ ໝາຍ ໃຫ້ອັດຕາເດັກນ້ອຍລຸ່ມ 05 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງເຫລືອ 16% ຂອງປະຊາ ກອນກຸ່ມເປົ້າໝາຍ; ອັດຕາເດັກ ນ້ອຍລຸ່ມ05ປີທີ່ມີລວງສູງຕ່ໍາກວ່າ ມາດຕະຖານ ໃຫ້ຍັງເຫລືອ 28% ຂອງປະຊາກອນກຸ່ມເປົ້າໝາຍ; ອັດ ຕາການຕາຍຂອງເດັກນ້ອຍລຸ່ມ 01 ປີ ໃຫ້ຍັງເຫລືອ 22 ຕໍ່ 1.000 ເດັກ ເກີດມີຊີວິດ; ອັດຕາການ ຕາຍຂອງ ເດັກນ້ອຍລຸ່ມ 05 ປີ ໃຫ້ຍັງ ເຫລືອ 32ຕໍ່1.000ເດັກເກີດມີຊີວິດ.ພ້ອມ ນີ້, ອັດຕາສ່ວນການຕາຍຂອງ ແມ່ ໃຫ້ຍັງເຫລືອ120ຕໍ່100.000ເດັກ ເກີດມີຊີວິດ; ອັດຕາເກີດລູກມີແພດ ຊ່ວຍ ໃຫ້ໄດ້84%ຂອງປະຊາກອນ ເປົ້າໝາຍ; ອັດຕາໃຫ້ວັກຊິນກັນພະ ຍາດໃນເດັກລຸ່ມ 01 ປີໃຫ້ໄດ້95% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາຊົມໃຊ້ນ້ຳສະອາດ ໃຫ້ໄດ້ 94%ຂອງປະຊາກອນທັງໝົດ; ອັດ ຕາຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 84% ຂອງຄອບຄົວທັງໝົດ; ອັດ ຕາປົກຄຸມປະກັນສຸຂະພາບທົ່ວ ປວງຊົນໃຫ້ໄດ້94,5%ຂອງປະຊາ ກອນທັງໝົດ; ອັດຕາການປະກາດ ແລະ ຮັບຮອງບ້ານສາທາລະນະ ສຸກແບບຢ່າງ ໃຫ້ໄດ້ 84% ຂອງ ຈໍານວນບ້ານທັງໝົດ. ຂປລ.ກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານສາທາລະ ນະສຸກ ປະຈຳປີ 2023 ແລະ ທິດ ທາງແຜນພັດທະນາ ສາທາລະນະ ສຸກ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການ ສາທາລະນະສຸກ ໂດຍການຫັນການ ບໍລິຫານຄຸ້ມຄອງ ໄປສູ່ລະບົບທັນ ສະໄໝ” ໄດ້ຈັດຂຶ້ນ ໃນວັນທີ 15 ກຸມພາ 2024 ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ໂດຍ ການເປັນ ປະທານຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກພ້ອມດ້ວຍ ຄະນະລັດຖະມົນຕີ ກະຊວງສາທາ ລະນະສຸກ, ບັນດາຄະນອະທິການ ບໍດີ, ສະຖາບັນ, ອໍານວຍການໂຮງ ໝໍສູນກາງແລະສູນຕ່າງໆອ້ອມຂ້າງ ກະຊວງສາທາລະນະສຸກ ເຂົ້າຮ່ວມ. ທ່ານ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຂະແໜງສາທາລະນະສຸກ ໄດ້ມີຜົນ ສໍາເລັດຫລາຍດ້ານ ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດ ເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ຢູ່ຫລາຍແຂວງ ກໍໄດ້ພະຍາຍາມສູ້ຊົນ ໃຫ້ມີຄວາມ ຄືບຫນ້າຫລາຍ ເຖິງວ່າບໍ່ບັນລຸທັງ ໝົດກໍຕາມ. ສຳລັບການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະຂອງ 07 ແຜນງານສາທາລະນະສຸກ, ບັນ ດາໂຄງການ ແລະ ກິດຈະກໍາຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມ ຄືບໜ້າທີ່ດີ, ແຕ່ຍັງມີຫລາຍບັນຫາ ສິ່ງທ້າທາຍ ເຮັດໃຫ້ການປະຕິບັດ ບາງກິດຈະກຳ ບໍ່ສາມາດບັນລຸໄດ້ ຕາມແຜນການທີ່ວາງໄວ້. ກອງປະ ຊຸມຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລືບັນ ດາວຽກງານທີ່ສໍາຄັນ ແລະ ໄດ້ຕົກ ລົງເປັນເອກະພາບຄື: ສະຫລຸບຕີ ລາຄາຜົນສໍາເລັດ, ສິ່ງຄົງຄ້າງແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິ * ຄວາມດຸໝັ່ນຂະຫຍັນພຽນໃນການ ທຳການຜະລິດກະສິກຳປູກຝັງ, ລ້ຽງ ສັດ ເປັນພື້ນຖານໃນການຜະລິດກະສິ ກຳເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດ ພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ດັ່ງຄອບຄົວທ່ານ ບຸນສົງ ພົມມະຫານ ອາຍຸ 62 ປີ ພະນັກງານບໍານານປັດຈຸ ບັນເປັນສະມາຊິກນັກຮົບເກົ່າຢູ່ບ້ານ ເມືອງຫານ ເມືອງຫົງສາ ແຂວງໄຊຍະ ບູລີ ເຊິ່ງແມ່ນຄອບຄົວທີ່ສ້າງເສດຖະ ກິດດ້ວຍການຜະລິດກະສິກຳປູກຝັງລ້ຽງສັດ ຂາຍສ້າງລາຍຮັບເຂົ້າມາສູ່ ຄອບຄົວປີໜຶ່ງຫລາຍກວ່າ 300 ລ້ານ ກີບຈົນກາຍເປັນຄອບຄົວທີ່ມີຄວາມອຸ ດົມສົມບູນ ແລະ ເປັນຕົວແບບດ້ານ ການຜະລິດອີກດ້ວຍ. ທ່ານ ບຸນສົງ ພົມ ມະຫານ ໃຫ້ຮູ້ວ່າ: ໃນໄລຍະປີ 1975ເຂົ້າມາລ້ຽງ ຈໍານວນ 25ໂຕ ມູນຄ່າ 7 ລ້ານກວ່າກີບ, ຊື້ປານີນມາປ່ອຍ 10 ພັນໂຕ, ລ້ຽງໄກ່ 100 ໂຕ, ພ້ອມທັງຜະ ລິດລູກປານ້ອຍຂາຍໄດ້ຫລາຍກວ່າ 80 ພັນໂຕຕໍ່ປີ. ໃນໄລຍະນັ້ນ ແຕ່ລະປີ ສາມາດຂາຍສັດລ້ຽງສ້າງລາຍຮັບ ໄດ້ 40 ລ້ານກີບຕໍ່ປີ. ເມື່ອເຫັນວ່າກິດຈະ ການໄດ້ສ້າງຄວາມສົນໃຈໃຫ້ລູກຄ້າ ມາຊື້ນັບມື້ຫລາຍຂຶ້ນ ດັ່ງນັ້ນມາຮອດປີ 2011 ເນື້ອທີ່ທໍາການຜະລິດ ໄດ້ຖືກ ໂຄງການພັດທະນາໄຟຟ້າຫົງສາ ຄອບ ຄົວຈຶ່ງໄດ້ຮັບເງິນຊົດເຊີຍຈາກໂຄງ ການ 145 ລ້ານກີບ ຈຶ່ງໄດ້ນໍາເງິນ ກ້ອນດັ່ງກ່າວມາລົງທຶນເຮັດທຸລະກິດ ເຊັ່ນ: ຕັ້ງຮ້ານສ້ອມແປງລົດ, ສ້າງ ໂຮງງານນໍ້າດື່ມ ໃນໄລຍະນັ້ນເຫັນວ່າ ກິດຈະການດໍາເນີນໄປໄດ້ດີມີລາຍຮັບ ເຂົ້າຄອບຄົວພໍສົມຄວນ, ມາຮອດປີ 2017 ໄດ້ພັກຜ່ອນຮັບເບ້ຍບໍານານຈຶ່ງ ມີເວລາເບິ່ງແຍງກິດຈະການຫລາຍ ຂຶ້ນ ແລະ ໄດ້ລົງທຶນ ຂະຫຍາຍກິດຈະ ການຕື່ມຄື: ຊື້ດິນອີກ 1 ຕອນ ເພື່ອຈົກ ໜອງປາ 2ໜອງປ່ອຍປານິນ1ໜອງ, ປ່ອຍປາດຸກພັນ 1 ໜອງ ມີປາທັງໝົດ 50 ພັນໂຕ, ລ້ຽງກົບໃນກະຊັງ 15 ພັນໂຕ, ລ້ຽງແບ້ 30 ໂຕ, ລ້ຽງສັດປີກ 800 ໂຕ. ສ່ວນການຈໍາໜ່າຍແມ່ນ ຂາຍຢູ່ທ້ອງຕະຫລາດພາຍໃນເມືອງ ແລະ ມີແມ່ຄ້າມາຮັບຊື້ກັບທີ່ຈໍານວນ ໜຶ່ງ. ສັງລວມແລ້ວຄອບຄົວມີລາຍຮັບ ຈາກທຸລະກິດສ້ອມແປງລົດ, ໂຮງງານ ນໍ້າດື່ມ ແລະ ຂາຍສັດລ້ຽງປີໜຶ່ງໄດ້ 460 ລ້ານກີບ ແລະ ເມື່ອຫັກລາຍຈ່າຍ ໃຫ້ພະນັກງານກໍາມະກອນ, ຄ່າຫົວອາ ຫານສັດ ແລະ ຄ່າສີ້ນເປືອງອື່ນໆ ເຫັນ ວ່າໜຶ່ງປີຍັງມີລາຍຮັບເຂົ້າຄອບຄົວ ຫລາຍກວ່າ 310 ລ້ານກີບ. ຈາກການ ດໍາເນີນທຸລະກິດນ້ອຍໆກ້າວ ໄປຫາ ໃຫຍ່ ດ້ວຍຄວາມດຸໝັ່ນຫ້າວຫັນ ແລະ ອົດທົນ ກໍສາມາດເຮັດໃຫ້ຄອບຄົວ ກາຍເປັນຄອບຄົວຕົວແບບໃນການດໍາ ເນີນທຸລະກິດທີ່ຕິດພັນກັບການລ້ຽງ ສັດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວກໍພີກປ່ຽນໄປແບບຫລັງມື ເປັນໜ້າມື ສາມາດຫລຸດເປັນພົ້ນອອກ ຈາກຄວາມທຸກຍາກຢ່າງສິ້ນເຊີງ, ໂດຍສະແດງອອກມາຮອດປັດຈຸບັນ ມີເຮືອນຖາວອນ 3 ຫລັງ, ມີລົດໃຫຍ່ 4 ຄັນ, ມີທຶນຮອນສົ່ງລູກຫລານ ໄດ້ ຮຽນວິຊາຊີບ ແລະ ຈົບມາໄດ້ມີວຽກ ເຮັດງານທໍາ, ພ້ອມທັງມີເງິນແຮເພື່ອ ໄວ້ໃຊ້ຈ່າຍໃນຄອບຄົວເມື່ອມີຍາມຈໍາ ເປັນ.ຈາກຜົນສຳເລັດດັ່ງກ່າວ, ຈຶ່ງສາ ມາດຢັ້ງຢືນໄດ້ວ່າຄອບຄົວຂອງທ່ານ ບຸນສົງ ພົມມະຫານ ເປັນຄອບຄົວທີ່ມີ ຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດ ປະດິດສ້າງໃນການພັດທະນາເສດຖະ ກິດຄອບຄົວ ດ້ວຍຫລາຍຮູບແບບໃຫ້ ກາຍເປັນສິນຄ້າດ້ວຍການປະຕິບັດ ຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ສາມາດສ້າງລາຍຮັບເຂົ້າ ຄອບຄົວໄດ້ດີຂຶ້ນເປັນກ້າວໆແລະ ໃນຕໍ່ ໜ້ານີ້ ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໃຫ້ ພຽງພໍໃນການບໍລິໂພກຊີ້ນ, ປາ, ໄກ່ ຄອບຄົວຂອງພວກເພີ່ນຈະເພີ່ມປະລິ ມານຂອງການລ້ຽງສັດໃຫ້ຫລາຍ ຂຶ້ນ ເຊັ່ນ: ລ້ຽງປາໃຫ້ໄດ້ 70 ພັນໂຕ, ລ້ຽງ ກົບ 50 ພັນໂຕ, ລ້ຽງແບ້ 50 ໂຕ, ລ້ຽງ ງົວ 10 ໂຕ ແລະ ສັດປີກ 1.000 ໂຕ. ໂດຍທັງໝົດນີ້ແມ່ນພື້ນຖານເສດຖະກິດ ຂອງຄອບຄົວທີ່ສໍາຄັນເພື່ອພັດທະນາ ໃຫ້ມີຄວາມຈະເລີນຮັ່ງມີຂຶ້ນເລື້ອຍໆ. 1990 ແມ່ນມີອາຊີບເປັນທະຫານ ໄດ້ຊັ້ນຮ້ອຍເອກ ແລະ ຈາກນັ້ນກໍໄດ້ ຍ້າຍໄປຢູ່ຝ່າຍປົກຄອງ, ໃນເວລານັ້ນ ຊີວິດການເປັນຢູ່ຂອງຄອບຄົວແມ່ນ ພົບຄວາມຫຍຸ້ງຍາກຫລາຍ ເພາະອາ ໄສແຕ່ເງິນເດືອນໃຊ້ຈ່າຍເພື່ອໃຫ້ກຸ້ມ ກິນໄປວັນໆເທົ່ານັ້ນ ຈຶ່ງໄດ້ປືກສາກັບ ຄອບຄົວໃນການຊອກຫາອາຊີບເສີມ ຈຶ່ງເຫັນວ່າການປູກຝັງ, ລ້ຽງສັດເປັນ ເປັນອາຊີບທີ່ດີ, ເປັນອາຫານທີ່ຕະ ຫລາດຕ້ອງການຫລາຍ ແລະ ຄົນນິຍົມ ກິນຫລາຍແມ່ນປະເພດປາ, ຊີ້ນ.ດັ່ງນັ້ນ ຕົກມາຮອດປີ 1991 ຈຶ່ງໄດ້ເອົາທຶນທີ່ ຕົນເອງມີ ແລະ ຄອບຄົວໄດ້ສະສົມໄວ້ ໃນໄລຍະຜ່ານມາ ໄປຊື້ດິນ 1 ຕອນໃນ ມູນຄ່າ 6 ລ້ານກີບ ເພື່ອຈົກໜອງປາ 3 ໜອງ ແລະ ເຊົ່າດິນ ຂອງບ້ານທີ່ເປັນ ໜອງລວມບ້ານໃນລາຄາເຊົ່າປີລະ 6 ລ້ານກີບ, ທັງປຸກຄອກໝູ ແລະ ຊື້ໝູພັນ

RkJQdWJsaXNoZXIy MTc3MTYxMQ==