5813

xtgmf]k; 6 16/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d lkgsfmuj rk.sh dkoxt8y [a f3mf8q dwx *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກສະບັບກ່ອນ *** ໂດຍ: ເກີດຂວັນໃຈ ມາລີຈັນສີ 4tcs]'dkoIj ;,dv'xt-5 , ],8 mj v'mj P;vk-Po 7A 'mu 27 ເພີ່ມທະວີການແຂ່ງຂັນການ ທ່ອງທ່ຽວອາຊຽນ ກອງປະຊຸມໄດ້ ຍົກໃຫ້ເຫັນຄວາມເພິ່ງພໍໃຈຫລາຍ ຕໍ່ການເປີດສາມບັ້ນໂຄສະນາການ ຕະຫລາດການທ່ອງທ່ຽວ ທີ່ປະສົບ ຜົນສຳເລັດໃນປີ 2023 ເຊັ່ນ: ບັ້ນ ໂຄສະນາການທ່ອງທ່ຽວໜື່ງດຽວ ອາຊີຕາເວັນອອກສຽງໃຕ້, ຈິນຕະ ນາການອາຊຽນ ແລະ ການຟື້ນຟູ ການທ່ອງທ່ຽວພາຍໃນອາຊຽນ. ບັ້ນໂຄສະນາການທ່ອງທ່ຽວໜື່ງ ດຽວອາຊີຕາເວັນອອກສຽງໃຕ້ ໄດ້ຈັດຂື້ນຮ່ວມກັບ ວິກຕໍລີນ໊ອກ (Victorinox), ເຄື່ອງໝາຍພາ ສາທີ່ໄດ້ສ້າງຕັ້ງຂຶ້ນຊຶ່ງມີຈຸດປະສົງ ເພື່ອດຶງດູດນັກທ່ອງທ່ຽວເດີນທາງ ມາທ່ຽວພາກພື້ນອາຊຽນໃຫ້ຫລ​ າຍ ຂຶ້ນຕື່ມ. ບັ້ນໂຄສະນາດັ່ງກ່າວໄດ້ ຈັດຂຶ້ນໃນເດືອນເມສາ 2023 ໂດຍໄດ້ລົງໂຄສະນາຢູ່ໃນເວັບໄຊ Victorinox ຊຶ່ງມີການນໍາສະເໜີ ຈຸດໝາຍປາຍທາງການທ່ອງທ່ຽວ ຕ່າງໆຢູ່ໃນພາກພື້ນອາຊຽນ. ຈິດ ຕະນາການອາຊຽນ (Imagine ASEAN) ໄດ້ເປີດຂຶ້ນໃນວັນຄົບ ຮອບສ້າງຕັ້ງອາຊຽນ ວັນທີ 8 ສິງ ຫາ 2023 ໂດຍໄດ້ຮັບການສະໜັບ ສະໜູນຈາກ Agoda ແລະ Air Asia ຜ່ານການແຂ່ງຂັນທາງອອນ ລາຍ ໂດຍຊຸກຍູ້ໃຫ້ບັນດາຜູ້ແທນ ໄດ້ຈິນຕະນາການກ່ຽວກັບສະຖານ ທີ່ທ່ອງທ່ຽວທີ່ຫລາກຫລາຍຂອງ ພາກພື້ນແລະ ໄດ້ຮັບຄະແນນເຂົ້າປະ ກວດໂດຍການຕອບແບບສຳຫລວດ ແລະ ສົ່ງວິດີໂອຜ່ານເວທີທາງ ອອນລາຍ. ຈາກຜູ້ເຂົ້າຮ່ວມ ເກືອບ 2.500 ຄົນໃນທົ່ວໂລກ, ຜູ້ຊະນະ ຈໍານວນ 3 ທ່ານ ຈະໄດ້ຮັບລາງວັນ ເຊັ່ນ: ຄ່າປີ້ຍົນໄປ-ກັບ, ຄ່າທີ່ພັກ ແລະ ຄ່າເຂົ້າສະຖານທີ່ທ່ອງທ່ຽວ. ບັ້ນໂຄສະນາການຟື້ນຟູການທ່ອງ ທ່ຽວພາຍໃນອາຊຽນ ໄດ້ເປີດຂຶ້ນ ໃນວັນທີ 27 ກັນຍາ 2023 ກົງກັບ ວັນທ່ອງທ່ຽວໂລກ ໂດຍການສະ ໜັບສະໜູນຈາກອົງການສາກົນກາ ນາດາ ໂດຍຜ່ານອົງການການຄ້າ ແລະ ການລົງທຶນຂອງການາດາ ເພື່ອການພັດທະນາ ພາຍໃຕ້ຫົວຂໍ້ ວ່າ: “ວັນພັກຜ່ອນໃນຝັນຂອງທ່ານ, ໃກ້ກວ່າທີ່ທ່ານຄິດ”, ຈຸດປະສົງຕົ້ນຕໍ ຂອງບັ້ນໂຄສະນາດັ່ງກ່າວ ເພື່ອຊຸກ ຍູ້ປະຊາຊົນອາຊຽນ ແລະ ນັກທ່ອງ ທ່ຽວ ຢູ່ໃນພາກພື້ນອາຊີຕາເວັນ ອອກສຽງໃຕ້ ໄດ້ທ່ຽວຊົມຄວາມ ງົດງາມ ແລະ ຄວາມໂດ່ດເດັ່ນຂອງ ພາກພື້ນລວມມີ: ການຕ້ອນຮັບແຂກ, ການທ່ອງທ່ຽວແບບອະນຸລັກ, ການ ປະຈົນໄພ ແລະ ອາຫານທີ່ຫລາກ ຫລາຍ ທີ່ມີິຣົດຊາດແຊບຢູ່ໃນພາກ ພື້ນ. ກອງປະຊຸມ ຍັງໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ Interface ລະຫວ່າງ ລັດຖະມົນຕີ ທ່ອງທ່ຽວອາຊຽນ ແລະ ລັດຖະມົນ ຕີ ກະຊວງຂົນສົ່ງອາຊຽນ ຊຶ່ງເປັນ ການຮ່ວມມືລະດັບສູງຄັ້ງທຳອິດ ຂອງສອງຂະແໜງການດັ່ງກ່າວ ເພື່ອຟື້ນຟູເສດຖະກິດໃນພາກພື້ນ ອາຊຽນໃຫ້ດີຂຶ້ນ. ກອງປະຊຸມໄດ້ ຮັບຮູ້ການຕົກລົງສ້າງຕັ້ງຄະນະ ສະເພາະກິດທີ່ປະກອບດ້ວຍຜູ້ຕາງ ໜ້າທີ່ໄດ້ຮັບການແຕ່ງຕັ້ງຈາກເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ (NTOs) ແລະ ກອງປະຊຸມເຈົ້າໜ້າ ທີ່ອາວຸໂສຂົນສົ່ງອາຊຽນ(STOM) ເພື່ອອຳນວຍຄວາມສະດວກໃຫ້ແກ່ ການປຶກສາຫາລືກັບບັນດາອົງການ ທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ເປັນ ລະບົບແລະມີຄວາມສອດຄ່ອງ. ດັ່ງ ນັ້ນ, ກອງປະຊຸມ ຈຶ່ງໄດ້ພິຈາລະນາ ຮ່າງເງື່ອນໄຂສັນຍາ (TOR) ສຳ ລັບຄະນະສະເພາະກິດດັ່ງກ່າວ. ກອງປະຊຸມໄດ້ຮັບຮອງເອົາບົດບັນ ທຶກຄວາມເຂົ້າໃຈລະຫວ່າງ ອາ ຊຽນ ແລະ ອົງການທ່ອງທ່ຽວໂລກ ໂດຍສຸມໃສ່ 4 ຂົງເຂດຕົ້ນຕໍ ປະ ກອບມີ: ການແຂ່ງຂັນການທ່ອງ ທ່ຽວ, ການສ້າງຂີດຄວາມສາມາດ, ຄວາມຍືນຍົງ ແລະ ການມີສ່ວນ ຮ່ວມຢ່າງທົ່ວເຖິງ. ກອງປະຊຸມໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສປປ ລາວ ທີ່ເປັນເຈົ້າການໃນການ ສ້າງມາດຕະຖານການທ່ອງທ່ຽວ ແບບອະນຸລັກອາຊຽນ ທີ່ເປັນແຜນ ວຽກບຸລິມະສິດພາຍໃຕ້ເສົາຄ້ຳ ເສດຖະກິດສຳລັບປີ 2024 ໂດຍ ການເປັນປະທານອາຊຽນຂອງ ສປປ ລາວ. ກອງປະຊຸມໄດ້ຮັບຊາບ ເຖິງຄວາມຄືບໜ້າຂອງຮ່າງມາດ ຕະຖານດັ່ງກ່າວແລະລໍຖ້າຂໍ້ສະຫລຸບ ແລະ ການຮັບຮອງເອົາມາດຕະ ຖານການທ່ອງທ່ຽວແບບອະນຸລັກ ອາຊຽນ ໃນປີ 2024. ນອກຈາກນີ້, ກອງປະຊຸມຍັງໄດ້ສະແດງຄວາມ ເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດຖະແຫລງການປາກ ເຊ ວ່າດ້ວຍແນວທາງຍຸດທະສາດ ທີ່ກ້າວໄປສູ່ການພັດທະນາວົງ ຈອນການທ່ອງທ່ຽວອານຸລັກ ແລະ ເຊື່ອມໂຍງເສັ້ນທາງການທ່ອງ ທ່ຽວອາຊຽນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ພາກພື້ນອາຊຽນເປັນຈຸດ ໝາຍປາຍທາງການທ່ອງທ່ຽວໜຶ່ງ ດຽວ, ມີຄວາມຍືນຍົງ ແລະ ມີສ່ວນ ຮ່ວມ ດັ່ງທີ່ໄດ້ລະບຸໄວ້ໃນແຜນຍຸດ ທະສາດການທ່ອງທ່ຽວອາຊຽນ 2016-2025. ນອກຈາກນີ້, ກອງ ປະຊຸມຍັງໄດ້ຮັບຊາບວ່າ: ພິທີມອບ- ຮັບລາງວັນມາດຕະຖານການທ່ອງ ທ່ຽວອາຊຽນ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2024 ປະກອບມີ: ມາດຕະຖານໂຮງແຮມຂຽວ ອາ ຊຽນຄັ້ງທີ9ຈຳນວນ46ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະ ອາດອາຊຽນ ຄັ້ງທີ 4 ຈຳນວນ 22 ລາງວັນ, ມາດຕະຖານສະຖານທີ່ ຈັດງານອາຊຽນ-ປະເພດ ຫ້ອງປະ ຊຸມ ຄັ້ງທີ 4 ຈຳນວນ 43 ລາງວັນ, ມາດຕະຖານສະຖານທີ່ຈັດງານ ອາ ຊຽນ-ປະເພດສະຖານທີ່ຈັດງານ ວາງສະແດງ ຄັ້ງທີ 2 ຈໍານວນ 32 ລາງວັນ, ມາດຕະຖານສະຖານທີ່ ຈັດງານອາຊຽນ-ປະເພດສະຖານ ທີ່ຈັດງານເທສະການ ຄັ້ງທີ 1 ຈຳ ນວນ 33 ລາງວັນ ແລະ ລາງວັນ ການທ່ອງທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 (ຫົວຂໍ້ການທ່ອງທ່ຽວ ເພື່ອສົ່ງເສີມອາຫານ; ປະເພດຜະ ລິດຕະພັນການທ່ອງທ່ຽວແບບຍືນ ຍົງຢູ່ໃນເຂດຕົວເມືອງ ແລະ ຊົນນະ ບົດ)ປະເພດຜະລິດຕະພັນການທ່ອງ ທ່ຽວຢູ່ໃນເຂດຕົວເມືອງ ຈຳນວນ 9 ລາງວັນ ແລະ ປະເພດຜະລິດຕະ ພັນການທ່ອງທ່ຽວຊົນນະບົດ 7 ລາງວັນ. ກອງປະຊຸມໄດ້ຮຽກຮ້ອງ ໃຫ້ບັນດາປະເທດສະມາຊິກອາຊຽນ ສົ່ງເສີມມາດຕະຖານການທ່ອງ ທ່ຽວອາຊຽນຢູ່ໃນປະເທດຂອງຕົນ ເພື່ອເພີ່ມທະວີການແຂ່ງຂັນຢູ່ໃນ ພາກພື້ນອາຊຽນໃຫ້ຫລາຍຕື່ມອີກ. ການພັດທະນາບຸກຄະລາກອນໃນ ຂະແໜງທ່ອງທ່ຽວ ກອງປະຊຸມສະ ແດງຄວາມຍ້ອງຍໍຊົມເຊີຍທີ່ບັນ ດາປະເທດສະມາຊິກອາຊຽນ ໄດ້ ສືບຕໍ່ຈັດຕັ້ງປະຕິບັດສັນຍາຮັບຮູ້ ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບ ທ່ອງທ່ຽວອາຊຽນ (MRA-TP) ໂດຍຜ່ານການຝຶກອົບຮົມການສ້າງ ຂີດຄວາມສາມາດຕ່າງໆ ໃຫ້ແກ່ວິ ຊາຊີບການທ່ອງທ່ຽວ, ຄູຝຶກ ແລະ ຄູປະເມີນຜົນລະດັບຊາດ. ກອງປະ ຊຸມ ໄດ້ຮັບຮູ້ເຖິງຄວາມຈຳເປັນໃນ ການແກ້ໄຂບັນຫາການຂາດເຂີນ ນັກວິຊາຊີບທ່ອງທ່ຽວທີ່ມີຄວາມ ຮູ້ຄວາມສາມາດຍ້ອນມີການເຄື່ອນ ຍ້າຍແຮງງານໄປຂະແໜງການ ອື່ນໆ ເນື່ອງຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ໃນພາກ ພື້ນອາຊຽນ. ໃນນີ້, ກອງປະຊຸມໄດ້ ເນັ້ນໜັກເຖິງຄວາມສຳຄັນໃນການ ສະໜອງວິຊາຊີບທ່ອງທ່ຽວອາຊຽນ ທີ່ໄດ້ຮັບການຝຶກອົບຮົມທີ່ເໝາະ ສົມ, ມີຄວາມຮູ້ໃໝ່ຫລ້າສຸດ ແລະ ການຍົກລະດັບດ້ານທັກສະໃຫ້ແກ່ ເຂົາເຈົ້າເພື່ອຮັບປະກັນໃຫ້ເຂົາເຈົ້າ ມີຄວາມຮູ້ທີ່ກ່ຽວຂ້ອງ ແລະ ສາ ມາດປັບເຂົ້າກັບອຸດສາຫະກຳການ ທ່ອງທ່ຽວທີ່ມີການປ່ຽນແປງໃໝ່. * ໃນປະມວນກົດໝາຍອາຍາໄດ້ ກຳນົດກ່ຽວກັບເງື່ອນທີ່ພາໃຫ້ການ ປະຕິບັດໂທດຕົກໄປໃນມາດຕາ 97 ວ່າ: ການປະຕິບັດໂທດທາງອາຍາ ຈະຕົກໄປຖ້າຫາກມີສາເຫດໃດໜຶ່ງ ດັ່ງນີ້: ຜູ້ຖືກຕັດສີນລົງໂທດໄດ້ເສຍ ຊີວິດ; ອາຍຸຄວາມໃນການປະຕິບັດ ຄຳຕັດສີນຂອງສານໝົດໄປ; ຜູ້ຖືກ ຕັດສິນລົງໂທດໄດ້ຮັບອະໄພຍະ ໂທດ; ໄດ້ມີການໃຫ້ນິລະໂທດກຳ. ສຳລັບອາຍຸຄວາມໃນການປະຕິ ບັດຄຳຕັດສິນຂອງສານ ທີ່ວາງໃສ່ ຜູ້ກະທຳຜິດຈະບໍ່ສາມາດປະຕິບັດ ໄດ້ຖ້າຫາກກາຍກຳນົດເວລາດັ່ງນີ້: ໜຶ່ງປີ ສຳລັບການກະທຳຜິດໃນສະ ຖານລະຫຸໂທດ; ເຈັດປີ ສຳລັບການ ກະທຳຜິດໃນສະຖານໂທສານຸໂທດ; ສິບຫ້າປີສຳລັບການກະທຳຜິດໃນ ສະຖານຄະຣຸໂທດ. ອາຍຸຄວາມໃນ ການປະຕິບັດຄຳຕັດສິນຂອງສານ ໃຫ້ນັບແຕ່ວັນຄຳຕັດສີນໃຊ້ໄດ້ຢ່າງ ເດັດຂາດເປັນຕົ້ນໄປ. ໃນກໍລະນີທີ່ ໄດ້ກະທຳຜິດເທື່ອໃໝ່ພາຍໃນກຳ ນົດອາຍຸຄວາມໃນການປະຕິບັດຄຳ ຕັດສີນຂອງສານໃສ່ການກະທຳຜິດ ເທື່ອກ່ອນນັ້ນ ອາຍຸຄວາມດັ່ງກ່າວ ໃຫ້ນັບແຕ່ວັນກະທຳຜິດເທື່ອໃໝ່ ເປັນຕົ້ນໄປ. ໃນກໍລະນີທີ່ໄດ້ຫລົບ ຫລີກຈາກການປະຕິບັດໂທດ ພາຍ ໃນກຳນົດອາຍຸຄວາມໃນການປະຕິ ບັດຄຳຕັດສິນ ອາຍຸຄວາມດັ່ງກ່າວ ໃຫ້ນັບແຕ່ວັນຜູ້ຖືກຕັດສີນເຂົ້າສະ ເໜີຕົວ ຫລື ຖືກຈັບຕົວເປັນຕົ້ນໄປ. ການໃຫ້ອະໄພຍະໂທດ ແມ່ນ ການຕົກລົງຂອງປະທານປະເທດ ໃນການຫລຸດຜ່ອນໂທດ ຫລື ລົບ ໂທດທີ່ຍັງເຫລືອ ແລ້ວໃຫ້ປ່ອຍຕົວ ຜູ້ຖືກຕັດສິນລົງໂທດ. ການໃຫ້ນິລະ ໂທດກຳແມ່ນການລົບລ້າງການກະ ທຳຜິດທາງອາຍາໃດໜຶ່ງ. ການປະ ຕິບັດໂທດທາງອາຍາ ສຳລັບການ ກະທຳຜິດທາງອາຍາໃດໜຶ່ງຈະຕົກ ໄປ ຖ້າຫາກວ່າສະພາແຫ່ງຊາດ ໃຫ້ການຮັບຮອງ ແລະ ປະທານປະ ເທດ ປະກາດໃຫ້ນິລະໂທດກຳແກ່ ການກະທຳຜິດທາງອາຍານັ້ນ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==