ltskp dy , g9y ' vy o z6 h oemu j py j '.spj 0v'xt-k-q o lxx gdq ks]u xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກສະບັບກ່ອນ*** 16/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ໃນປັດຈຸບັນ, ປະຊາຊົນ ສປປ ເກົາຫລີ ຍົກສູງມະຕິກອງປະຊຸມ ຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິ ຫານງານສູນກາງພັກແຮງງານ ເກົາຫລີ ຊຸດທີ 8 ແລະ ດໍາເນີນການ ສູ້ຊົນຢ່າງມີຂະບວນຟົດຟື້ນ ເພື່ອ ສ້າງຄວາມຮັບປະກັນອັນໜັກແໜ້ນ ໃຫ້ແກ່ການຈັດຕັ້ງປະຕິບັດແຜນ ການໄລຍະ 5 ປີ ໃຫ້ສຳເລັດຜົນໂດຍ ສືບຕໍ່ເສີມຂະຫຍາຍຂະບວນການສູ້ ຊົນຂອງທົ່ວປວງຊົນຢ່າງກວ້າງ ຂວາງ ເພື່ອເປີດໄລຍະໃໝ່ໃນການກໍ່ ສ້າງສັງຄົມນິຍົມ. ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງ ພັກແຮງງານເກົາຫລີ ຊຸດທີ 8, ສະຫາຍ ກິມ ເຈິງ ອຸນ ໄດ້ຊີ້ແຈ້ງວ່າ ນຳເອົານະໂຍບາຍຂອງພັກແຮງ ງານເກົາຫລີ ກ່ຽວກັບການປັບປຸງ ຄຸນນະພາບດຳລົງຊີວິດການເປັນ ຢູ່ຂອງປະຊາຊົນໂດຍພື້ນຖານ ໃນ ດ້ານວັດຖຸ ແລະ ວັດທະນະທຳຂຶ້ນ ສູ່ຂັ້ນຕອນອີກຄັ້ງ ໃນຂອບເຂດທົ່ວ ປະເທດຢ່າງໄວທີ່ສຸດ ເເລະ ໄດ້ກຳ (ເນື່ອງໃນໂອກາດວັນເກີດຂອງ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຄົບຮອບ 82 ປີ, 16/2/1942 -16/2/2024) ນົດເປັນ “ນະໂຍບາຍພັດທະນາ ທ້ອງຖິ່ນ 20×10”. “ນະໂຍບາຍພັດທະນາທ້ອງ ຖິ່ນ 20×10” ໝາຍຄວາມວ່າ: ກໍ່ ສ້າງໂຮງຈັກໂຮງງານອຸດສາຫະ ກຳທ້ອງຖິ່ນ 20 ແຫ່ງ ທຸກໆປີພາຍ ໃນ 10 ປີ ເພື່ອແນໃສ່ການຫລຸດ ຜ່ອນຄວາມແຕກໂຕນກັນດ້ານການ ພັດທະນາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ຮັບປະກັນການພັດ ທະນາຢ່າງດຸນດ່ຽງ ແລະ ຮອບດ້ານ ຊຶ່ງເປັນການຊຸກຍຸ້ການປັບປຸງຄຸນ ນະພາບດຳລົງຊີວິດການເປັນຢູ່ ຂອງປະຊາຊົນໂດຍພື້ນຖານໃນ ດ້ານວັດຖຸ ແລະ ວັດທະນະທຳກ້າວ ຂຶ້ນສູ່ເເຕ່ລະຂັ້ນຕອນ ໃນຂອບເຂດ ທົ່ວປະເທດ. ກຳລັງແຮງຂອງປະເທດ ໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ ມີຄວາມເຂັ້ມແຂງທາງດ້ານທະ ຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວ ທີພາກພື້ນ ແລະ ສາກົນ, ໂດຍສະ ເພາະ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະບັນດາປະເທດສັງຄົມນິ ຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ກວ່າເກົ່າ ແລະ ຮັບປະກັນໃຫ້ປົກປັກ ຮັກສາສະພາບແວດລ້ອມແຫ່ງສັນ ຕິພາບ ແລະ ສະຖຽນລະພາບຢູ່ ແຫລມເກົາຫລີ ຢ່າງໝັ້ນຄົງ. ເນື່ອງຈາກມີ ສະຫາຍ ກິມ ເຈິງ ອຸນ, ຜູ້ສືບທອດທີ່ຍິ່ງໃຫຍ່ຂອງພາ ລະກິດການປະຕິວັດ, ຄຸນງາມຄວມ ດີອັນຍິ່ງໃຫ່ຍຂອງ ສະຫາຍກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງ ມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຂອງສະຫາຍ ຈະໄດ້ຮັບການບັນລຸ ຢ່າງແນ່ນອນ. ແຂວງວຽງຈັນ ເປີດ... ຖວທ ກຳນົດ... ເລີ່ມວິໄຈ... ຂປລ. ທີມນັກເກັບຂໍ້ມູນ 23 ທ່ານຈາກບັນດາວິທະຍາໄລຄູຂອງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລົງເກັບກຳຂໍ້ມູນທຽບ ຖານສຳລັບ ກໍລະນີສຶກສາຄົ້ນຄວ້າ ການຮຽນ-ການສອນແບບເໝາະ ສົມສຳລັບເດັກທຸກຄົນເປັນໄລຍະ ເວລາ 3 ປີ(2024-2026) ຢູ່ໂຮງ ຮຽນຊັ້ນປະຖົມສຶກສາ 120 ແຫ່ງ ຢູ່ 30 ເມືອງເປົ້າໝາຍໃນ 7 ແຂວງ ຄື: ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍເລີ່ມ ແຕ່ກາງເດືອນກຸມພາ ຫາ ເດືອນ ມີນາ ຂອງທຸກປີ ເພື່ອສຶກສາວິໄຈ ຄຸນນະພາບການຮຽນ-ການສອນທີ່ ຈະນຳໄປສູ່ການມີສ່ວນຮ່ວມຂອງ ນັກຮຽນໃນການຮຽນຫລາຍຂຶ້ນ ແລະ ສາມາດປັບປຸງຜົນການ ຮຽນຂອງນັກຮຽນ. ທ່ານ ເກດ ພັນລັກ ຫົວໜ້າ ກົມ ສ້າງຄູ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ກົມສ້າງຄູ ໄດ້ຊີ້ນໍາການອອກແບບ ການສຶກສາວິໄຈການສອນທີ່ເໝາະ ສົມສຳລັບເດັກທຸກຄົນ ແລະ ວິທີ ການສະໜັບສະໜູນນັກເກັບຂໍ້ມູນ ທີ່ຈະລົງໄປປະເມີນຢູ່ໂຮງຮຽນ ແລະ ວິທີ ທີ່ຈະອໍານວຍຄວາມສະ ດວກແກ່ການສົນທະນາກ່ຽວກັບ ຂໍ້ມູນທີ່ເກັບໄດ້ໃນເບື້ອງຕົ້ນ. ການ ສຶກສາຄົ້ນຄວ້າຄັ້ງນີ້ໄດ້ຮັບການສະ ໜັບສະໜູນ ຈາກລັດຖະບານອົດສະ ຕຣາລີ ແລະ ອົງການພັດທະນາສາ ກົນ ຂອງປະເທດສະຫະລັດອາເມລິ ກາ ໂດຍຜ່ານແຜນງານບີຄວາ ເຊິ່ງ ຈະຮວບຮວມເອົາຂໍ້ມູນດ້ານການ ປ່ຽນແປງ ແລະ ການປັບປຸງການ ປະຕິບັດການສິດສອນຂອງຄູ ຂັ້ນ ປ1, ປ2 ແລະ ປ3 ພ້ອມທັງສຶກສາ ວ່າການປະຕິບັດເຫລົ່ານັ້ນແມ່ນ ມີຜົນກະທົບແນວໃດຕໍ່ກັບການມີ ສ່ວນຮ່ວມ ແລະ ການຮຽນຮູ້ຂອງ ນັກຮຽນ. ການສຶກສາຈະກໍານົດຍຸດ ທະສາດທີ່ມີປະສິດທິພາບໃນການ ສ້າງວັດທະນະທໍາ ສຳລັບການ ສອນ ແລະ ການຮຽນ ແບບທີ່ເໝາະ ສົມສຳລັບເດັກທຸກຄົນໃນໄລຍະ ເວ ລາ3ປີ ເຊິ່ງມີຈຸດປະສົງ ເພື່ອຄົ້ນຫາ ວິທີການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງ ແລະ ການປະຕິບັດການສິດ ສອນທີ່ຕອບສະໜອງຄວາມຕ້ອງ ການຂອງນັກຮຽນ ແລະ ປະກອບ ສ່ວນເຂົ້າໃນການຮຽນ-ການສອນ. ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ການສຶກສາດັ່ງກ່າວ, ໂຮງຮຽນ ທີ່ຖືກຄັດເລືອກແມ່ນອີງໃສ່ດ້ານ ຄວາມຫລາກຫລາຍຂອງນັກຮຽນ ທີ່ມາຮຽນ ເຊັ່ນ: ໂຮງຮຽນທີ່ມີນັກ ຮຽນຊົນເຜົ່າ ທີ່ບໍ່ເວົ້າພາສາລາວ ເປັນຫລັກໃນຄອບຄົວ, ນັກຮຽນທີ່ມີ ຄວາມພິການ ແລະ ນັກຮຽນທີ່ຕ້ອງ ໄດ້ຂາດຮຽນ ເພາະຈຳເປັນຕ້ອງໄດ້ ຊ່ວຍວຽກຄອບຄົວ. ຜົນຂອງການ ສຶກສາຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາ ປັບປຸງລະບົບການພັດທະນາວິຊາ ຊີບຂອງຄູແບບຕໍ່ເນື່ອງ ເຊິ່ງຈະກໍາ ນົດກໍລະນີຜົນສໍາເລັດໃນການປະຕິ ບັດໜ້າທີ່ການສິດສອນທີ່ນໍາໄປສູ່ ການຮຽນຮູ້ຂອງນັກຮຽນ ທີ່ຄຳນຶງ ເຖິງການສຶກສາຮຽນຮ່ວມຢູ່ໃນ ໂຮງຮຽນຕົວຢ່າງແລະວິທີການພັດ ທ່ານ ຈະເລີຍ ເຢຍປາວເຮີ ຮອງປະ ທານສະພາແຫ່ງຊາດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວສອນ ບຸບຜາວັນ ອະດີດນາ ຍົກລັດຖະມົນຕີ, ພ້ອມດ້ວຍແຂກ ຖືກເຊີນ ຈາກສູນກາງ, ບັນດາ ແຂວງໃກ້ຄຽງແລະມວນຊົນແຂວງ ວຽງຈັນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ຫົວໜ້າ ຄະນະຮັບຜິດຊອບຊີ້ນໍາ ຈັດປີທ່ອງ ທ່ຽວລາວ 2024 ຢູ່ແຂວງວຽງຈັນ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ການເປີດ ປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງ ວຽງຈັນ 2024 ໄດ້ກໍານົດໃຫ້ມີ 2 ກິດຈະກໍາການທ່ອງທ່ຽວລະດັບ ຊາດຄື: ງານເທສະການໝາກກ້ຽງ ຫວານວັງວຽງ ແລະ ງານເປີດ ແຫລ່ງທ່ອງທ່ຽວໜ້າເຂື່ອນນໍ້າງື່ມ1 ທີ່ຄາດວ່າຈະຈັດຂື້ນໃນໄລຍະກາງ ປີ 2024. ນອກຈາກນີ້, ຍັງມີ 17 ກິດຈະກໍາລະດັບທ້ອງຖິ່ນທີ່ຈະຈັດ ຂື້ນຢູ່ບັນດາເມືອງ ເພື່ອສົ່ງເສີມການ ທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາທ່ຽວແຂວງວຽງ ຈັນ ໃຫ້ນັບມື້ນັບຫລາຍຂຶ້ນໂດຍ ໄດ້ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ການປັບປຸງປົວແປງພື້ນ ຖານໂຄງລ່າງສິ່ງອໍານວຍຄວາມ ສະດວກດ້ານການທ່ອງທ່ຽວ, ການ ພັດທະນາແຫລ່ງທ່ອງທ່ຽວໃໝ່, ການຝຶກອົບຮົມຍົກລະດັບພະນັກ ງານບໍລິການ, ປັບປຸງຄຸນນະພາບ ຂອງສະຖານທີ່ພັກແຮມ, ຮ້ານອາ ຫານ ແລະ ກິດຈະກໍາບໍລິການນໍາ ທ່ຽວຕ່າງໆໃຫ້ໄດ້ມາດຕະຖານ. ການເປີດປີທ່ອງທ່ຽວລາວທ່ອງທ່ຽວແຂວງວຽງຈັນໃນຄັ້ງນີ້ ມີຫລາຍກິດຈະກໍາ ເຊັ່ນ: ການວາງ ສະແດງພາບຈໍາລອງວິຖີຊີວິດ, ສິ ລະປະວັດທະນະທໍາ ແລະ ກິດຈະກໍາ ການທ່ອງທ່ຽວຂອງແຕ່ລະທ້ອງ ຖິ່ນ; ມີງານຕະຫລາດນັດວາງສະ ແດງຜະລິດຕະພັນໜາກກ້ຽງຫວານ, ໜ້າສື່ອອນລາຍທີ່ບໍລິການຂໍ້ມູນ ຂ່າວສູ່ສັງຄົມພາຍໃຕ້ການຄຸ້ມຄອງ ຂອງລັດຖະທໍາມະນູນແຫ່ງ ສປປ ລາວ. ທ່ານ ວັນສີ ກົວມົວ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ,ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍ ງານໃນກອງປະຊຸມວຽກງານຖວທ ທົ່ວປະເທດ ໃນວັນທີ 12 ກຸມພາ 2024 ຜ່ານມານີ້ວ່າ: ທິດທາງ ແຜນພັດທະນາວຽກງານ ຖວທ ປີ 2024 ໂດຍສະເພາະດ້ານຖະ ແຫລງຂ່າວສື່ມວນຊົນແມ່ນຈະສືບ ຕໍ່ຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຊຸກຍູ້ວຽກງານໂຄສະນາ ແລະ ປະ ສານງານກັບອົງການສື່ມວນຊົນ ລາວ ໃນຂອບເຂດທົ່ວປະເທດຕາມ ການຊີ້ນໍາ, ນໍາພາ ຂອງຄະນະນໍາ ແຕ່ລະຂັ້ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຊັ່ນ: ວຽກງານໂຄສະນາ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີXI ຂອງພັກ, ການຈັດ ຕັ້ງແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການຈັດຕັ້ງປະຕິ ບັດສອງວາລະແຫ່ງຊາດ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດການເງິນ, ການເຄື່ອນໄຫວວຽກ ງານຂອງລັດຖະບານ, ວຽກງານ ສະພາແຫ່ງຊາດ, ການເຄື່ອນໄຫວ ວຽກງານຂອງການນໍາພັກ-ລັດທັງ ຢູ່ພາຍໃນ ແລະ ຕ່າງປະເທດ, ວັນ ສໍາຄັນຕ່າງໆຂອງພັກ, ຂອງຊາດ ເປັນຕົ້ນ ໂຄສະນາໃຫ້ແກ່ການເປັນ ເຈົ້າພາບກອງປະຊຸມອາຊຽນຂອງ ສປປ ລາວ ປີ 2024 ແລະ ບັນດາ ກອງປະຊຸມສໍາຄັນຢູ່ສູນກາງ ແລະ ທ້ອງຖິ່ນ. ນອກນັ້ນ, ກໍໄດ້ສືບຕໍ່ສົ່ງ ເສີມເສີມການພັດທະນາເສດຖະ ກິດຄອບຄົວ, ການນໍາໃຊ້ເສັ້ນທາງ ລົດໄຟລາວ-ຈີນ ຕິດພັນກັບການຊຸກ ຍູ້ສົ່ງເສີມປີທ່ອງທ່ຽວລາວ ປີ 2024; ສືບຕໍ່ສັງລວມ-ສະຖິຕິສະ ຖານີໂທລະພາບ, ສະຖານີວິທະຍຸ, ໂທລະພາບດີຈິຕອນ ໃນຂອບເຂດ ທົ່ວປະເທດທີ່ນຳໃຊ້ຄວາມຖີ່ ເພື່ອ ກະກຽມຂໍອານຸຍາດລົງທະບຽນ ການນຳໃຊ້ຄື້ນຄວາມຖີ່ ດ້ານການ ກະຈາຍພາບແລະສຽງນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ; ສືບ ຕໍ່ຂົນຂວາຍຊອກຫາແຫລ່ງທຶນ ວຽກງານການຫັນເປັນລະບົບດີ ຈິຕອນ, ສະຖານີວິທະຍຸອອນລາຍ ແລະ ການກໍ່ສ້າງສູນລວມຊ່ອງໂທ ລະພາບ ເພື່ອໃຫ້ບໍລິການ ( Media Center); ສືບຕໍ່, ຕິດຕາມການກໍ່ ສ້າງສະຖານີວິທະຍຸ-ໂທລະພາບ ແຂວງຫົວພັນໂດຍການຊ່ວຍເຫລືອ ລ້າຂອງ ສສ ຫວຽດນາມ; ສືບຕໍ່ຕິດ ຕາມ ແລະ ຄຸ້ມຄອງສື່ມວນຊົນລາວ ເຄື່ອນໄຫວຮັບໃຊ້ໃຫ້ແກ່ການເປັນ ປະທານອາຊຽນ ຂອງ ສປປ ລາວ 2024 ແລະ ການເປີດປີທ່ອງທ່ຽວ ທະນາວິຊາຊີບຄູທີ່ຖືກນໍາໃຊ້. ວິທີ ການທີ່ດີເຫລົ່ານັ້ນ ຈະໄດ້ຮັບການ ເຜີຍແຜ່ໃນທົ່ວປະເທດເພື່ອຊຸກຍູ້ ການປະຕິບັດໜ້າທີ່ຂອງຄູ ແລະ ນັກຮຽນ. ລາວ ປີ 2024; ສືບຕໍ່ຊຸກຍູ້ໃຫ້ບັນ ດາສື່ໄດ້ລົງເຄື່ອນໄຫວເກັບກໍາ ຂ່າວ-ຖ່າຍພາບຜົນສໍາເລັດການພັດ ທະນາຖະກິດ-ສັງຄົມຢູ່ບັນດາແຂວງ ໃນທົ່ວປະເທດ ເພື່ອກະກຽມໃຫ້ແກ່ ການສະເຫລີມສະຫລອງຄົບຮອບ 50 ປີ ສປປ ລາວ ໃນປີ2025. ພ້ອມນີ້, ກໍຈະສືບຕໍ່ນໍາພາຫາງ ສຽງສັງຄົມ-ຕິດຕາມ ແລະ ຕອບ ໂຕ້ຂໍ້ມູນທີ່ບິດເບືອນໃສ່ຮ້າຍປ້າຍ ສີລະບອບໃໝ່ ຂອງພວກຄົນບໍ່ດີ ແລະ ອິດກໍາລັງທີ່ເປັນປໍລະປັກ; ສືບ ຕໍ່ຮ່ວມມືກັບບັນດາສື່ປະເທດເພື່ອນ ມິດຍຸດທະສາດ ແລະ ສາກົນ ເປັນ ຕົ້ນ ການແລກປ່ຽນຢ້ຽມຢາມຂອງ ຄະນະຜູ້ແທນເຊິ່ງກັນ ແລະ ກັນ, ຮ່ວມມືຍົກລະດັບດ້ານວິຊາການ ຕ່າງໆໃຫ້ສື່ມວນຊົນ ແລະ ອື່ນໆ ແລະ ສືບຕໍ່ປັບປຸງບັນດາເນື້ອໃນ, ຮູບແບບການນໍາສະເໜີຂ່າວ, ບົດ ຄວາມ, ສາລະຄະດີ ແລະ ລາຍການ ຕ່າງໆຂອງວິທະຍຸໂທລະພາບຜ່ານ ສື່ແບບໃໝ່ ເພື່ອສ້າງຄວາມສົນໃຈ ແກ່ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມໃຫ້ ຫລາຍຍິ່ງຂຶ້ນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ພຶດພັນຜົນຜະລິດທາງດ້ານກະສິ ກໍາ, ຫັດຖະກໍາ, ສິນຄ້າໂອດັອບ, ການຕັ້ງຮ້ານໂຄສະນາສິນຄ້າ ແລະ ການບໍລິການອື່ນໆ, ມີຮ້ານວາງສະ ແດງຂອງບັນດາເມືອງ, ລວມທັງ ພາກລັດ-ພາກທຸລະກິດຫລາຍກວ່າ 150 ຮ້ານ. ນອກຈາກນີ້, ຍັງມີການ ສະແດງກ້ອນກຳລັງຂອງບັນດາ ເມືອງ, ກ້ອນກຳລັງຂອງມວນຊົນ ແລະ ຜູ້ປະກອບການທຸລະກິດຂອງ ເມືອງວັງວຽງ ທັງໝົດ 13 ກ້ອນ, ມີ ຈຳນວນພົນຫລາຍກວ່າ 850 ທ່ານ ແລະ ອື່ນໆ. ປັດຈຸບັນ, ທົ່ວແຂວງວຽງຈັນ ມີສະຖານທີ່ພັກແຮມທັງໝົດ 412 ແຫ່ງ, ຮ້ານອາຫານ-ກິນດື່ມ 362 ແຫ່ງ, ສະຖານທີ່ບັນເທີງ 31 ແຫ່ງ, ມີສະຖານທີ່ທ່ອງທ່ຽວທໍາມະຊາດ 238 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ວັດທະນະທໍາ 22 ແຫ່ງ, ມີ ບໍລິສັດທ່ອງທ່ຽວ 38 ບໍລິສັດ, ໜ່ວຍ ບໍລິການນໍາທ່ຽວ 64 ຫົວໜ່ວຍ ແລະ ຍັງມີທຸລະກິດບໍລິການທີ່ປິ່ນ ອ້ອມອີກຈໍານວນໜຶ່ງຄາດວ່າ ໃນປີ 2024 ນີ້ ຈະສາມາດຕ້ອນຮັບນັກ ທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນ. ຈາກນັ້ນ, ທ່ານ ຄໍາພັນ ສິດທິ ດໍາພາ ໄດ້ກ່າວເປີດງານຢ່າງເປັນ ທາງການໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມສໍາຄັນຂອງວຽກງານການ ທ່ອງທ່ຽວທີ່ມີຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ກໍຄື ແຂວງວຽງຈັນ,ພ້ອມທັງຍົກໃຫ້ເຫັນ ການເປີດປີທ່ອງທ່ຽວລາວຂອງ ແຂວງວຽງຈັນ ໃນຄັ້ງນີ້ ຊຶ່ງກົງກັບ ງານເທສະການໝາກກ້ຽງຫວານ ຂອງເມືອງວັງວຽງ ຖືເປັນກິດຈະ ກໍາໜຶ່ງທີ່ສະແດງໃຫ້ເຫັນເຖິງມູນ ເຊື້ອອັນດຸໝັ່ນຂະຫຍັນພຽນຂອງ ປະຊາຊົນພາຍໃນແຂວງວຽງຈັນ ກໍຄື ເມືອງວັງວຽງ ໃນການປູກໝາກ ກ້ຽງໃຫ້ກາຍເປັນສິນຄ້າ ແລະ ເປັນ ຂອງຕ້ອນຂອງຝາກໃຫ້ແກ່ນັກທ່ອງ ທ່ຽວໄດ້ຊີມລົດຊາດຢ່າງປະທັບໃຈ. ພ້ອມນີ້, ທ່ານຍັງໄດ້ເຊີນຊວນ ບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະເທດ ຈົ່ງສະຫລະເວລາອັນ ມີຄຸນຄ່າມາທ່ອງທ່ຽວແຂວງວຽງ ຈັນ ຕາມຄວາມຊອບໃຈ, ມາພັກ ຜ່ອນກາຍໃນໂຮງແຮມ-ຣີສອດທີ່ ໄດ້ມາດຕະຖານ; ກິນ-ດື່ມອາຫານ ພື້ນບ້ານທີ່ແຊບຊ້ອຍ, ຂີ່ເຮືອແພ ລ່ອງລອຍນໍ້າງື່ມ, ນໍ້າລີກ, ນໍ້າຊອງ ທີ່ໃສເຢັນ, ທ່ອງທ່ຽວກະສິກຳ, ທ່ອງ ທ່ຽວພູຜ່າປ່າໄມ້ຊີວະນາໆພັນທີ່ ຂຽວສົດງົດງາມ, ບວກກັບຄວາມ ລຶກລັບປິດສະໜາຂອງທໍາມະຊາດ ທີ່ຫາເບິ່ງຫາຊົມໄດ້ຢາກ, ທ່ອງທ່ຽວ ປະຫວັດສາດ, ວັດທະນະທໍາ, ທ່ຽວ ຊົມວີຖີຊີວິດຊາວຊົນນະບົດແລ້ວ ເພີດເພີນມ່ວນຊື່ນກັບສິລະປະວັດ ທະນະທໍາຟ້ອນລໍາວົງລາວ ກ້ຽວ ສາວແຄມງື່ມ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ບັນ ດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ນັກ ທຸລະກິດຜູ້ປະກອບການທຸກພາກ ສ່ວນ, ນັກທ່ອງທ່ຽວຕະຫລອດຮອດ ປະຊາຊົນທຸກຊັ້ນຄົນພາຍໃນແຂວງ ວຽງຈັນ ຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າພາບທີ່ດີຕ້ອນຮັບນັກທ່ອງ ທ່ຽວໃຫ້ເກີດຄວາມປະທັບໃຈ, ປົກ ປັກຮັກສາຊັບພະຍາກອນການທ່ອງ ທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາໃຫ້ຍືນຍົງ, ຮັກ ສາໄດ້ຄວາມສາມັກຄີ, ຄວາມສະ ຫງົບສຸກ ເພື່ອສ້າງຄວາມອົບອຸ່ນໃຈ ໃຫ້ແຂກຄົນທີ່ມາທ່ອງທ່ຽວມາແລ້ວ ຢາກມາອີກ, ມາແລ້ວຊວນໝູ່ຊວນ ເພື່ອນມາອີກ. ຂ່າວ-ພາບ: ວສລ lkpdko[y os;Pfg9a f 0tspkp 8k|j k'dko[y os;Pfok,{9u o *ສາຍການບິນຫວຽດເຈັດ (Vietjet) ໄດ້ສະເຫລີມສະຫລອງ ປີໃໝ່ ດ້ວຍການເລີ່ມເປີດເສັ້ນທາງ ບິນກົງທີ່ເຊື່ອມຕໍ່ນະຄອນ ໂຮ່ຈີ່ມິງ ຫາ ເສີງຕູ່ ເພື່ອເພີ່ມທາງເລືອກໃຫ້ ນັກທ່ອງທ່ຽວ ໃນເດືອນມີນາເມສານີ້. ທັງເປັນການຊຸກຍູ້ດ້ານ ການຄ້າ ແລະ ການທ່ອງທ່ຽວລະ ຫວ່າງ 2 ປະເທດ ແລະ ພາກພື້ນ. ເປັນກຽດເຂົ້າຮ່ວມພິທີທ່ານ Wei Huaxiang, ກົງສຸນໃຫຍ່ຈີນປະ ຈຳນະຄອນໂຮ່ຈີ່ມິງ ແລະ ທ່ານ Michael Hickey ຫົວໜ້າຝ່າຍປະ ຕິບັດການສານການບິນ Vietjet. ເສັ້ນທາງ ໂຮ່ຈີ່ມິງ-ເສີງຕູ່ ໃຫ້ ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ ອາທິດ, ໃຊ້ເວລາບິນກວ່າ 4 ຊົ່ວ ໂມງຕໍ່ຖ້ຽວ. ຖ້ຽວບິນຈາກສະໜາມ ບິນສາກົນ Tan Son Nhat ຢູ່ນະ ຄອນໂຮ່ຈີ່ມິງອອກເດີນທາງ19:10 (ຕາມເວລາທ້ອງຖິ່ນ) ແລະ ລົງ ຈອດຢູ່ສະໜາມບິນສາກົນChengdu Tianfu (TFU) ໃນເວລາ 00:15 ນາທີ (ຕາມເວລາທ້ອງ ຖິ່ນ). ໃນອີກຖ້ຽວໜຶ່ງຈາກເມືອງ ເສີງຕູ່ຖ້ຽວບິນອອກ 00:50 ໂມງ (ຕາມເວລາທ້ອງຖິ່ນ) ແລະ ຮອດ ນະຄອນໂຮ່ຈີ່ມິງ ເວລາ 03:55 ໂມງ (ຕາມເວລາທ້ອງຖິ່ນ) ໃນລາ ຄາປີ້ໂດຍສານພຽງ 0 ໂດລາ (ບໍ່ ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນ ສຸກແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫລື ແອັບ ມືຖື Vietjet Air, ໄດ້ທຸກເສັ້ນທາງ ລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjet ຈະໄດ້ ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ ປອດໄພ. ພິເສດ, ໃນຕອນເຊົ້າມື້ທຳ ອິດຕົ້ນປີມັງກອນ, ຜູ້ໂດຍສານທີ່ບິນ ກັບ Vietjet ຢູ່ສະໜາມບິນໃນທົ່ວ ຫວຽດນາມ ຈະໄດ້ຮັບການຕ້ອນຮັບ ດ້ວຍຮອຍຍິ້ມ, ຄຳອວຍພອນ ແລະ ເງິນຂອງຂວັນຈາກບັນດາການ ນຳ, ພະນັກງານ, ເຮືອບິນ Vietjet ເພື່ອແບ່ງປັນຄວາມມ່ວນຊື່ນ ແລະ ຄວາມສຸກໃນເທສະການກຸດ ຫວຽດນາມ. ບິນກັບ Vietjet, ຜູ້ໂດຍສານສາ ມາດເພີດເພີນກັບອາຫານຫວຽດ ນາມ ແລະ ອາຫານສາກົນ ເຊັ່ນ: Banh mi, Pho, dimsum ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານ ຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນ ສະໄໝ ແລະ ເປັນມິດກັບສິ່ງແວດ ລ້ອມ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com
RkJQdWJsaXNoZXIy MTc3MTYxMQ==