xtgmf]k; 3 16/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົງ zq o'kocsj 'dkora fmtokxtgmf-kf 0v'vq 'dkod;fdkra d{]a f csj ' lxx ]k; ບົດສະເໜີ (ເນື່ອງໃນໂອກາດວັນສ້າງຕັ້ງອົງການກວດກາພັກ-ລັດ, 16/02/1982-16/02/2024) 7q op5 d.\j I6 h .-h ln j vvo]kp1j k',u lt8y [+ gxa ogspnj vgzu pczj 0= h ,6 oxv, ໂດຍ: ໄໝຄຳຍ້ອມສິນ ຕໍ່ລະບຽບກົດໝາຍ ໂດຍສະເພາະ ແມ່ນກົດໝາຍວ່າດ້ວຍການຕ້ານ ອາດຊະຍາກຳທາງຄອມພິວເຕີ ໃນ ມາດຕາ 6 ໄດ້ລະບຸໄວ້ກ່ຽວກັບການ ສະໜອງຂໍ້ມູນທາງຄອມພິວເຕີທີ່ ບໍ່ຖືກຕ້ອງໝາຍເຖິງ: ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງທີ່ສະໜອງ ຂໍ້ມູນທາງຄອມພິວເຕີ ແລະ ອຸປະ ກອນເອເລັກໂຕນິກທີ່ບໍ່ຖືກຕ້ອງ ຊຶ່ງປະກອບຂໍ້ມູນດັ່ງນີ້: ຂໍ້ມູນຄອມ ພິວເຕີຫລືອຸປະກອນເອເລັກໂຕຣນິກ ທີ່ນຳໃຊ້ກະທຳຜິດ, ຂໍ້ມູນລັບຂອງ ອົງການຈັດຕັ້ງ, ຂໍ້ມູນດ້ານຄວາມ ໝັ້ນຄົງຂອງຊາດ, ຂໍ້ມູນທາງດ້ານ ການຄ້າ, ຂໍ້ມູນທຸລະກຳທາງການ ເງິນ, ຂໍ້ມູນທີ່ມີລັກສະນະທຳລາຍ ການປະຕິບັດງານຂອງລະບົບຄອມ ພິວເຕີ, ຂໍ້ມູນທີ່ເປັນສິ່ງລາມົກອານາ ຈານ, ຂໍ້ມູນການຕັດຕໍ່ເນື້ອໃນ, ຮູບ ພາບ, ການເຄື່ອນໄຫວ, ສຽງ ແລະ ວິດີໂອ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ຈະຖືກປັບໃໝແຕ່ 1.500.000 ກີບ ຫາ2.000.000ກີບ.ສ່ວນການຈັດ ຕັ້ງປະຕິບັດມາດຕະການດັ່ງກ່າວ ທາງກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານ ໄດ້ ມອບໃຫ້ສູນສະກັດກັນ, ແກ້ໄຂສຸກ ເສີນທາງຄອມພິວເຕີ ສົມທົບກັບ ຂະແໜງການອື່ນທີ່ກ່ຽວຂ້ອງຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ. ຢ່າງໃດກໍດີ, ສື່ສັງຄົມອອນລາຍ ເປັນສັງຄົມທີ່ກວ້າງ ຖ້າຜູ້ໃຊ້ຂາດວິ ຈາລະນາຍານໃນການຊົມໃຊ້ ອາດ ເຮັດໃຫ້ຖືກບຸກຄົນ ຫລື ກຸ່ມຄົນທີ່ ບໍ່ຫວັງດີນຳໃຊ້ເປັນເຄື່ອງມືເພື່ອ ຫລອກລວງເຮັດໃຫ້ເກີດຄວາມເສຍ ຫາຍ. ນອກຈາກນັ້ນຍັງມີບາງກຸ່ມ ຄົນໃຊ້ປຸກລະດົມຊວນເຊື່ອ, ສ້າງ ຄວາມຂັດແຍ່ງລະຫວ່າງບຸກຄົນ ຫລື ກຸ່ມຄົນທີ່ກະທົບເຖິງສິນທຳ, ວັດ ທະນະທຳ, ແນວທາງການເມືອງ, ເສດຖະກິດ-ສັງຄົມ ແລະ ສິດທິສ່ວນ ບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການກໍ່ອາຊະຍາກໍາໄດ້ຫລາຍ ຮູບແບບ ແລະ ຍັງສາມາດນຳໄປສູ່ ການເສບຕິດສື່ສັງຄົມອອນລາຍ ໂດຍເຮັດໃຫ້ເສຍເວລາ, ສຸຂະພາບ, ວຽກງານ ແລະ ການຮຽນ. ດັ່ງນັ້ນ ເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ ສື່ສັງຄົມອອນລາຍຢ່າງຖືກຕ້ອງ ແລະ ສ້າງສັນ ເພື່ອບໍ່ໃຫ້ເປັນໂທດ ແກ່ຕົນເອງ ເພາະຖ້າມີການກະທຳ ຜິດ ແລະ ເກີດເປັນຄະດີອາດສ້າງ ຄວາມເສຍຫາຍທາງດ້ານຊັບສິນ ຫລື ເຖິງຂັ້ນເສຍອິດສະລະພາບ ໄດ້ ແລະ ເຮົາທຸກຄົນຕ້ອງເປັນເຈົ້າ ການຊ່ວຍສຶກສາອົບຮົມ, ແນະນໍາ ຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິຈາ ລະນາຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ. * ຕ້ອງຍອມຮັບວ່າປັດຈຸບັນເປັນ ຍຸກແຫ່ງດີຈິຕອນທີ່ຂະຫຍາຍຕົວ ຢ່າງໄວວາ ບາງເທື່ອຈົນນຳບໍ່ທັນ ຊຶ່ງໃນສັງຄົມທີ່ມີການນຳໃຊ້ເຄື່ອງ ມືສື່ສານທີ່ທັນສະໄໝນີ້ ມີຫລາຍ ສິ່ງຫລາຍຢ່າງທີ່ເກີດຂຶ້ນທັງອັນດີ ແລະ ສິ່ງທີ່ເປັນເປັນປາກົດການຫຍໍ້ ທໍ້ໃນສັງຄົມ. ດັ່ງນັ້ນ, ເພື່ອໃຫ້ສົມກັບ ທີ່ເຮົາເກີດມາ ແລະ ພວມດຳລົງຊີວິດ ຢູ່ໃນຍຸກແຫ່ງການພັດທະນານີ້ຍິ່ງ ຕ້ອງເພີ່ມສະຕິລະວັງຕົວ ແລະ ຮູ້ທັນ ທຸກກົນອຸບາຍທີ່ແອບແຝງມານຳບັນ ດາສື່ສັງຄົມອອນລາຍຕ່າງໆບໍ່ວ່າ ຈະເປັນ ເຟສບຸກ, ຢູທູບ, ວອດແອບ, ຕິກຕ໋ອກ ແລະ ອື່ນໆ; ອັນສຳຄັນຕ້ອງ ມີສະຕິໃນການຊົມໃຊ້ແລະ ບໍ່ຕົກເປັນ ເຫຍື່ອໃນການເຜີຍແຜ່ຂໍ້ມູນຕ່າງໆທີ່ ບໍ່ເປັນຄວາມຈິງແບບບໍ່ສຶກໂຕ. ເວົ້າສະເພາະບັນຫາປາກົດການ ຫຍໍ້ທໍ້ ກໍມີຫລາຍຮູບເກີດຂຶ້ນເຊັ່ນ: ການລັກຂໍ້ມູນສ່ວນຕົວຂອງຄົນອື່ນ ໄປນຳໃຊ້ໃນທາງທີ່ບໍ່ດີ, ການເຜີຍ ແຜ່ຂໍ້ມູນຂ່າວສານໃນທາງທີ່ບິດ ເບືອນຄວາມຈິງ(ຂ່າວປອມ)ແລະ ອື່ນໆ. ການເຜີຍແຜ່ຂໍ້ມູນຂ່າວສານ (ຂ່າວປອມ) ຜ່ານສື່ສັງຄົມອອນ ລາຍຕ່າງໆນັ້ນ ແມ່ນມີຄວາມຜິດ * ພາຍຫລັງຢຶດອໍານາດທົ່ວປະ ເທດ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ ພັກໄດ້ ກາຍເປັນພັກກຳອຳນາດນຳພາ ຮອບດ້ານໃນທົ່ວສັງຄົມ ຊຶ່ງຮຽກ ຮ້ອງໃຫ້ວຽກງານກວດກາຕ້ອງ ໄດ້ເປີດກວ້າງ ບໍ່ພຽງແຕ່ກວດກາ ພາຍໃນພັກເທົ່ານັ້ນ, ແຕ່ຫາກຍັງ ຕ້ອງຕິດຕາມ-ກວດກາທັງໝົດ ການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ.ດັ່ງນັ້ນ,ກອງປະຊຸມ ຄົບຄະນະບໍລິຫານງານສູນກາງ ພັກຄັ້ງທີ 8 ສະໄໝທີ II ປີ 1980 ຈິ່ງກໍານົດວ່າ: “ຕ້ອງຈັດຕັ້ງອົງ ການກວດກາຂຶ້ນທັນທີ ເພື່ອຊ່ວຍ ສູນກາງພັກ, ລັດຖະບານ ແລະ ສະ ພາປະຊາຊົນສູງສຸດ ໃນການກວດ ກາການປະຕິບັດມະຕິຂອງພັກ, ກົດ ໝາຍ ແລະ ຂໍ້ກໍານົດຕ່າງໆຂອງ ລັດ”. ອີງໃສ່ຈິດໃຈມະຕິດັ່ງກ່າວ, ສູນກາງພັກ, ຄະນະປະຈໍາສະພາ ປະຊາຊົນສູງສຸດ ແລະ ສະພາລັດ ຖະມົນຕີແຫ່ງ ສປປ ລາວ ໄດ້ຮ່ວມ ອອກດໍາລັດເລກທີ 02, ລົງວັນທີ 16 ກຸມພາ 1982, ກໍານົດໃຫ້ສ້າງ ຕັ້ງຄະນະກຳມະການກວດກາພັກລັດ ຂຶ້ນທັງຢູ່ຂັ້ນສູນກາງ, ແຂວງ, * ເມື່ອບໍ່ດົນມານີ້ ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດ ລ້ອມ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ພາກ ສ່ວນກ່ຽວຂ້ອງໄດ້ກວດກາຕົວຈິງພາກ ສະໜາມແລະຈັດກອງປະຊຸມວິຊາການ ປຶກສາຫາລືແບບມີສ່ວນຮ່ວມຂັ້ນທ້ອງ ຖິ່ນ ກ່ຽວກັບບົດລາຍງານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມແບບລະ ອຽດລວມທັງວາງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບ ເດືອນທັນວາ 2023 ສໍາລັບໂຄງການ ຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ໃນເນື້ອ ທີ່ 13,54 ກິໂລແມັດ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຂອງບໍລິສັດ ວັນເວພະ ລັງງານສາກົນ (ລາວ) ຈໍາກັດ. ການລົງກວດກາຄັ້ງນີ້, ໄດ້ສົມທົບ ເມືອງ ໂດຍໃຫ້ແບ່ງກຳມະການພັກ ຂັ້ນຂອງຕົນຮັບຜິດຊອບ. ອີງໃສ່ດໍາລັດສະບັບດັ່ງກ່າວ ຮອດປີ 2012, ກົມການເມືອງສູນ ກາງພັກ ໄດ້ມີມະຕິຕົກລົງຮັບຮອງ ເອົາວັນທີ 16 ກຸມພາ 1982 ເປັນ ວັນສ້າງອົງການກວດກາພັກ-ລັດ ແຫ່ງ ສປປ ລາວ ຢ່າງເປັນທາງ ການ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ, ປີ 1982 ເປັນຕົ້ນມາ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ມີການ ສ້າງຕັ້ງອົງການກວດກາພັກ-ລັດ ເປັນກົງຈັກເອກະລາດຂຶ້ນກັບການ ຊີ້ນໍາໂດຍກົງຂອງຄະນະພັກ ຂັ້ນ ຕົນ, ເຮັດບົດບາດຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດ ລະບຽບຂອງພັກ ແລະ ກົດໝາຍ ຂອງລັດ. ຄະນະກວດກາ ພັກ-ລັດ ແຕ່ລະຂັ້ນ ໄດ້ຮັບການສ້າງຕັ້ງ ແລະ ປັບປຸງປ່ຽນແປງໄປຕາມກົດ ລະບຽບຂອງພັກແຕ່ລະສະໄໝແລະ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຕົວຈິງແຕ່ ລະໄລຍະ. ສະນັ້ນ, ເພື່ອເປັນບ່ອນ ອີງໃຫ້ການນໍາພາ-ຊີ້ນໍາ ຂອງຄະ ນະພັກແຕ່ລະຂັ້ນ ແລະ ການເຄື່ອນ ໄຫວປະຕິບັດພາລະບົດບາດ,ໜ້າທີ່, ສິດ ຂອງຄະນະກວດກາແຕ່ລະຂັ້ນ, ຄະນະກວດກາສູນກາງພັກ-ອົງ ການກວດກາແຫ່ງລັດ ເປັນເຈົ້າ ການຄົ້ນຄວ້າສ້າງນິຕິກໍາກ່ຽວກັບ ວຽກງານກວດກາພັກ, ກວດກາ ລັດ, ສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງ ເປັນຕົ້ນມະຕິຂອງ ຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງ ພັກ; ສ້າງ ແລະ ປັບປຸງກົດໝາຍ ວ່າ ດ້ວຍການກວດກາລັດ, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງ ຫລວງ ແລະ ນິຕິກໍາລຸ່ມກົດໝາຍຈໍາ ນວນຫລາຍສົມຄວາມ. ບົນພື້ນຖານນິຕິກໍາກ່ຽວກັບ ວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນ ບ່ອນອີງໃຫ້ການເຄື່ອນໄຫວສົມທົບ ກັບການນໍາພາ-ຊີ້ນໍາ ຂອງຄະນະ ພັກແຕ່ລະຂັ້ນຢ່າງຕັ້ງໜ້າ, ໄດ້ເຮັດ ໃຫ້ການເຄື່ອນໄຫວວຽກງານກວດ ກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຍາດໄດ້ຜົນງານ ແລະ ຜົນສໍາເລັດ ຫລາຍດ້ານ ໄດ້ປະກອບສ່ວນສໍາ ຄັນໃນການປັບປຸງກໍ່ສ້າງພັກໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ. ການຄຸ້ມຄອງບໍລິຫານລັດ ມີຄວາມເຂັ້ມແຂງ ແລະ ເຂັ້ມງວດ ຕາມກົດໝາຍດີຂຶ້ນເທື່ອລະກ້າວ. ການເຄື່ອນໄຫວວຽກງານກວດກາ ພັກ ໄດ້ເຂົ້າຮ່ວມໂດຍກົງໃນການ ດໍາເນີນຊີວິດການເມືອງພາຍໃນ ພັກ, ການເລືອກເຟັ້ນບຸກຄະລາ ກອນຂອງກອງປະຊຸມໃຫຍ່ອົງຄະ ນະພັກແຕ່ລະຂັ້ນແລະກະກຽມດ້ານ ບຸກຄະລາກອນຂອງກອງປະຊຸມ ໃຫຍ່ແຕ່ລະຄັ້ງ ຂອງພັກ. ຊຸກຍູ້, ຕິດ ຕາມ-ກວດກາປະເມີນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ການຈັດແບ່ງປະເພດ ສະມາຊິກພັກ, ລົງວິໄນໃນລະດັບ ຕ່າງໆຕໍ່ການຈັດຕັ້ງພັກ ແລະ ສະ ມາຊິກພັກ. ວຽກງານກວດກາລັດ ດໍາເນີນການຕິດຕາມ, ກວດກາປົກ ກະຕິ, ກວດກາຕາມຄຳສັ່ງ, ຕາມ ການສະເໜີຂອງພົນລະເມືອງ. ໃນ ນັັັ້ນ, ອັນພົ້ນເດັ່ນ ແມ່ນກວດກາບັນ ດາໂຄງການລົງທຶນກໍ່ສ້າງພື້ນຖານ ໂຄງລ່າງ, ການຄຸ້ມຄອງ-ນຳໃຊ້ທີ່ ດິນ, ຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫລວດ-ຂຸດຄົ້ນແຮ່ທາດ ແລະ ອື່ນໆ. ສິ່ງສໍາຄັນຜ່ານການ ເຄື່ອນໄຫວກວດກາຕົວຈິງ ເຫັນໄດ້ ຊ່ອງວ່າງດ້ານລະບຽບການ ແລະ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ມີມາດຕະການປັບປຸງແກ້ໄຂໃຫ້ຮັດ ກຸມກວ່າເກົ່າ, ທັງເປັນການປະກອບ ສ່ວນຢັບຢັ້ງການລະເມີດກົດໝາຍ, ຫລຸດຜ່ອນການກະທໍາຜິດດ້ານວິ ໄນແຜນການ-ການເງິນ. ວຽກງານສະກັດກັ້ນ, ຕ້ານການ ສໍ້ລາດບັງຫລວງ ແລະ ສືບສວນສອບສວນ ໄດ້ເອົາໃຈໃສ່ຍົກລະດັບ ມາຕະຫລອດ ໂດຍໄດ້ນຳເອົາບັນ ດານິຕິກຳທີ່ໄດ້ສ້າງແລະປັບປຸງໃໝ່ ນໍາໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນຢ່າງ ກວ້າງຂວາງ ຕໍ່ຜົນຮ້າຍ ແລະ ໄພ ອັນຕະລາຍຂອງການສໍ້ລາດບັງ ຫລວງ. ພ້ອມກັນນັ້ນ, ກໍໄດ້ດໍາເນີນ ການສືບສວນ-ສອບສວນ ຄະດີທີ່ ກ່ຽວຂ້ອງກັບການສໍ້ລາດບັງຫລວງ ໄດ້ຫລາຍເປົ້າໝາຍ. ຜ່ານການ ນໍາພາ-ຊີ້ນໍາວຽກງານດັ່ງກ່າວ ເຫັນວ່າ: ຄະນະພັກ, ອົງການປົກ ຄອງ, ຄະນະກວດກາແຕ່ລະຂັ້ນ ແລະ ພົນລະເມືອງ ໄດ້ມີສ່ວນຮ່ວມ ຫລາຍຂຶ້ນ, ເຫັນແຈ້ງຕໍ່ຜົນກະທົບ ທີ່ຮ້າຍແຮງຂອງການສໍ້ລາດບັງ ຫລວງ, ເຮັດໃຫ້ປະກົດການສໍ້ລາດ ບັງຫລວງຫລຸດໜ້ອຍຖອຍລົງເທື່ອ ລະກ້າວ. ວຽກງານຄົ້ນຄວ້າແກ້ໄຂຄຳ ຮ້ອງ-ຄຳສະເໜີ ໄດ້ເປັນເຈົ້າການ ປະຕິບັດພາລະບົດບາດໜ້າທີ່ ແລະ ສິດຂອງຕົນ. ຕະຫລອດໄລຍະທີ່ ຜ່ານມາ, ໄດ້ມີຄວາມພະຍາຍາມຍົກ ລະດັບຄວາມສາມາດຂອງພະນັກ ງານວິຊາການ ໃນການຕິດຕາມ ເກັບກໍາຂໍ້ມູນຫລັກຖານຈາກຄວາມ ເປັນຈິງ, ວິເຄາະໄຈ້ແຍກຕາມເຫດ ຜົນຢ່າງພາວະວິໄສ, ທັງສອດຄ່ອງ ກັບກົດລະບຽບພັກ ແລະ ກົດໝາຍ ຂອງລັດ. ດ້ານໜຶ່ງ, ເຮັດໃຫ້ຜູ້ມາ ຮ້ອງຟ້ອງ, ຮ້ອງທຸກ ແລະ ສະເໜີ ສ່ວນຫລາຍມີຄວາມພໍໃຈ. ພົ້ນເດັ່ນ ກວ່າໝູ່ ແມ່ນຂໍ້ຂັດແຍ່ງກ່ຽວຂ້ອງ ກັບທີ່ດິນ, ເຮືອນ, ການດຳເນີນທຸລະ ກິດ, ຄວາມບໍ່ພໍໃຈຕໍ່ຂະບວນການ ສືບສວນ-ສອບສວນ ຫລື ຕໍ່ການປະ ຕິບັດຄຳຕັດສິນຂ ອງສານ. ວຽກງານພົວພັນຕ່າງປະເທດ, ໄດ້ມີການແລກປ່ຽນຜູ້ແທນການນໍາ ແລະ ຂັ້ນວິຊາການຢ່າງເປັນປົກກະ ຕິກັບ ສສ ຫວຽດນາມ, ສປ ຈີນ, ກຳປູເຈຍ, ລາຊະອານາຈັກໄທ ແລະ ປະເທດອື່ນໆ. ໄດ້ພົວພັນແລກ ປ່ຽນບົດຮຽນກ່ຽວ ກັບວຽກງານ ກວດກາລັດ, ສະກັດກັ້ນ ຕ້ານການ ສໍ້ລາດບັງຫລວງກັບບັນດາປະເທດ ພາກພື້ນແລະສາກົນ. ດ້ານການຈັດ ຕັ້ງ ແລະ ພະນັກງານກວດກາ, ໄດ້ ຮັບການປັບປຸງ ແລະ ເຕີບໃຫຍ່ຂຶ້ນ ຢ່າງບໍ່ຢຸດຢັ້ງ. dq ,ly j 'c;f]h v,d;fdk37'dko 05 f7Q o4j kosu o 16j g,n v'pvfv6 ກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ບໍລິສັດ ວັນເວພະ ລັງງານສາກົນ(ລາວ)ຈໍາກັດລົງກວດ ກາຕົວຈິງພາກສະໜາມເຂດພື້ນທີ່ໂຄງ ການຄື: ເຂດຂຸດຄົ້ນແບບເປີດໜ້າດິນ, ເຂດອຸມົງຂຸດຄົ້ນຖ່ານຫີນ, ລານກອງ ແຮ່, ລານກອງດິນເຟືອຍ, ອ່າງເກັບນໍ້າ ຈາກອຸມົງ, ເຂດໂຮງງານລ້າງແຮ່, ເຂດຫ້ອງການພາກສະໜາມ-ເຮືອນ ພັກຂອງພະນັກງານ-ກໍາມະກອນ, ສະ ພາບສິ່ງແວດລ້ອມແລະ ເຂດພື້ນທີ່ອື່ນໆ. ຂະນະດຽວກັນກໍ່ໄດ້ຈັດກອງປະ ຊຸມວິຊາການປຶກສາຫາລືແບບມີສ່ວນ ຮ່ວມຂັ້ນທ້ອງຖິ່ນ ຢູ່ເມືອງຍອດອູ ພາຍໃຕ້ການເປັນປະທານຂອງ ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າ ກົມສິ່ງແວດລ້ອມ,ມີທ່ານຄໍາເພັດແກ້ວ ສົມພັນ ຮອງຫົວໜ້າພະແນກຊັບພະ ຍາກອນທໍາມະຊາດແລະສິ່ງແວດລ້ອມ ແຂວງຜົ້ງສາລີ, ທ່ານ ສົມຫວັງ ສຸມວິ ໄລ ເຈົ້າເມືອງຍອດອູ, ມີຜູ້ຕາງໜ້າ ຈາກຂະແໜງການກ່ຽວຂ້ອງຂັ້ນສູນ ກາງ, ແຂວງຜົ້ງສາລີ, ເມືອງຍອດອູ ແລະ ບັນດາບ້ານທີ່ຢູ່ເຂດໃກ້ຄຽງ ໂຄງ ການ ພ້ອມດ້ວຍ ບໍລິສັດວັນເວ ພະລັງ ງານສາກົນ (ລາວ) ຈໍາກັດ ແລະ ບໍລິ ສັດ ທີ່ປຶກສາດ້ານວິສາວະກໍາສິ່ງແວດ ລ້ອມລາວ ຈໍາກັດຜູ້ດຽວ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງ ການລາຍງານ ກ່ຽວກັບບົດປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ຂອງໂຄງການ ພ້ອມທັງ ປຶກສາຫາລືປະກອບຄຳຄິດເຫັນແບບ ມີສ່ວນຮ່ວມຂັ້ນທ້ອງຖິ່ນ ຕໍ່ເນື້ອໃນ ຂອງບົດລາຍງານ ເພື່ອເຮັດໃຫ້ເນື້ອໃນ ບົດລາຍງານດັ່ງກ່າວ ມີຂໍ້ມູນຖືກຕ້ອງ, ຄົບຖ້ວນສົມບູນ ແລະ ຈະແຈ້ງ. ພ້ອມນີ້ ຍັງໄດ້ສະເໜີຄວາມເປັນມາຂອງໂຄງ ການ, ຂັ້ນຕອນ-ວິທີຂຸດຄົ້ນ ແລະ ເຕັກ ນິກ-ວິທີການປຸງແຕ່ງແຮ່, ກິດຈະກໍາ ຫລັກໆຂອງໂຄງການ, ຜົນກະທົບ ແລະ ມາດຕະການແກ້ໄຂ (ບັນດາກິດ ຈະກໍາຕ່າງໆ) ລວມທັງແຜນການຄຸ້ມ ຄອງ ແລະ ຕິດຕາມກວດກາສິ່ງແວດ ລ້ອມ, ສະພາບການປັບປຸງບົດປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຈາກບໍລິສັດ ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກ ສາດ້ານສິ່ງແວດລ້ອມ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==