5813

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 16/02/2024 xtgmf]k; ກະຊວງ ຖວທ ຫວນຄືນ... ເພີ່ມຄວາມຮູ້... ຫົວໜ້າຄະນະຈັດຕັ້ງ... ອົງການໄອຍະການ... ໄຟຟ້າລາວ... ອົງການກວດກາ ແລະ... ຂປລ. ໃນວັນທີ 14 ກຸມພານີ້, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດສອບແຫ່ງລັດ ແລະ ທ່ານ ເຄນ ລໍວັນໄຊ ຮອງປະ ທານອົງການກວດສອບແຫ່ງລັດ ໄດ້ເຊັນບົດບັນທຶກການປັບປຸງການ ປະສານງານ ລະຫວ່າງສອງຝ່າຍ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ປະທານຄະນະ ກວດກາສູນກາງພັກ, ປະທານອົງ ການກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ແລະ ທ່ານ ວຽງທະວີ ສອນ ເທບພະຈັນ ກຳມະການສໍາ ຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງ ລັດ, ມີພະນັກງານທີ່ກ່ຽວຂ້ອງຂອງ ສອງພາກສ່ວນເຂົ້າຮ່ວມ. ການປັບປຸງບົດບັນທຶກການປະ ສານງານ ລະຫວ່າງ ອົງການກວດ ກາແຫ່ງລັດ ແລະ ອົງການກວດ ສອບແຫ່ງລັດ ແມ່ນອີງໃສ່ການປັບ ປຸງທີ່ຕັ້ງພາລະບົດບາດໜ້າທີ່ ຂອງ ອົງການກວດກາແຫ່ງລັດ(ແຕ່ກ່ອນ ເອີ້ນວ່າອົງການກວດກາລັດຖະ ບານ)ແລະອົງການກວດສອບແຫ່ງ ລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການກວດກາແຫ່ງລັດ(ສະ ບັບປັບປຸງ) ສະບັບເລກທີ 25/ ສພຊ, ລົງວັນທີ 29 ທັນວາ 2022, ກົດໝາຍວ່າດ້ວຍການກວດສອບ ແຫ່ງລັດ (ສະບັບປັບປຸງ) ສະບັບ ເລກທີ 29/ສພຊ, ລົງວັນທີ 29 ທັນວາ 2022, ລັດຖະດຳລັດຂອງ ປະທານປະເທດສປປລາວວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂປລ.ໃນລະຫວ່າງວັນທີ 1213 ກຸມພາ 2024, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການ ກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະ ຈັດຕັ້ງສູນກາງພັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງ ຜົ້ງສາລີ ໂດຍການຕ້ອນຮັບຈາກ ສະຫາຍ ຄຳຜອຍ ວັນນະສານ ກຳ ມະການສູນກາງພັກ, ເລຂາຄະນະບໍ ລິຫານງານພັກແຂວງ, ເຈົ້າແຂວງ ຜົ້ງສາລີ ພ້ອມດ້ວຍການນຳຫລັກ ແຫລ່ງຂອງແຂວງ, ເມືອງຕະ ຫລອດຮອດສະມາຊິກພັກ-ພະນັກ ງານ ແລະ ພໍ່ແມ່ປະຊາຊົນຊາວ ແຂວງຜົ້ງສາລີ. ການເຄື່ອນໄຫວເຮັດວຽກໃນ ຄັ້ງນີ້, ສະຫາຍຫົວໜ້າຄະນະຈັດ ຕັ້ງສູນກາງພັກ ໄດ້ພົບປະໂອ້ລົມ ການນຳຄະນະຈັດຕັ້ງ ແຂວງຜົ້ງສາ ລີ ແລະ ຮັບຟັງການລາຍງານໂດຍ ຫຍໍ້ຂອງສະຫາຍ ສັນຕິ ແກ້ວຍະ ສານ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງຜົ້ງສາ ລີ ກ່ຽວກັບສະພາບລວມຂອງການ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ເປັນຕົ້ນ ວຽກງານການກໍ່ສ້າງພັກພະນັກງານ ແລະ ວຽກງານປັບປຸງ ກົງຈັກການຈັດຕັ້ງ ປີ 2023 ແລະ ທິດທາງປີ 2024 ໃນການກະກຽມ ດຳເນີນກອງປະຊຸມໃຫຍ່3 ຂັ້ນຂອງ ພັກ, ຢູ່ຂັ້ນເມືອງ, ຂັ້ນບ້ານທີ່ໄດ້ຈັດ ຕັ້ງປະຕິບັດໃນໄລຍະຜ່ານມາ, ລວມ ທັງທັງດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງມີການສົນທະນາແລກ ປ່ຽນຖາມ-ຕອບກ່ຽວກັບວຽກພັກ- ພະນັກງານ ລະຫວ່າງກົມວິຊາການ ທີ່ກ່ຽວຂ້ອງຂອງຄະນະຈັດຕັ້ງສູນ ກາງພັກ ແລະ ຄະນະຈັດຕັ້ງແຂວງ. ພາຍຫລັງໄດ້ເຮັດວຽກນຳຄະ ນະຈັດຕັ້ງແຂວງສຳເລັດສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ພົບ ປະ ແລະ ເຮັດວຽກຮ່ວມກັບບັນດາ ສະຫາຍ ກຳມະການປະຈຳພັກ ແຂວງ, ກຳມະການຄະນະບໍລິຫານ ງານພັກແຂວງຈຳນວນໜຶ່ງພ້ອມ ດ້ວຍຄະນະຕິດຕາມຈາກສູນກາງ ແລະ ແຂວງ. ໃນໂອກາດນີ້ສະຫາຍ ຄຳຜອຍ ວັນນະສານ ໄດ້ລາຍງານ ສະພາບລວມໂດຍຫຍໍ້ການຈັດຕັ້ງ ປະຕິບັດວຽກງານປີ2023ຜ່ານມາ ເຊິ່ງໄດ້ມີຜົນງານພົ້ນເດັ່ນຫລາຍ ດ້ານ ເປັນຕົ້ນ ວຽກງານສຶກສາອົບ ຮົມການເມືອງ ແລະ ວຽກງານນໍາ ພາແນວຄິດຕໍ່ພະນັກງານ, ສະມາ ຊິກພັກ, ນັບຮົບ ແລະ ປະຊາຊົນບັນ ດາເຜົ່າ ດ້ວຍການຈັດຕັ້ງເຊື່ອມຊຶມ ບັນດາມະຕິ, ຄໍາສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ພ້ອມ ທັງສຸມໃສ່ການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ໂດຍສຸມໃສ່ 4 ປະເພດຮາກຖານ ລວມມີ128ບ້ານ,7.040 ຄອບຄົວ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບັນ ດາອົງການຈັດຕັ້ງຂັ້ນບ້ານຕິດພັນ ກັບການແກ້ໄຂຄວາມທຸກຍາກໃຫ້ ແກ່ບ້ານ ແລະ ຄອບຄົວ, ພ້ອມທັງ ແບ່ງຄວາມຮັບຜິດຊອບໃຫ້ບ້ານ, ໃຫ້ເມືອງ ແລະ ໃຫ້ພະແນກການ, ອົງການຂັ້ນແຂວງ ຈັດຕັ້ງປະຕິບັດ ວຽກງານແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຢ່າງຕັ້ງໜ້າ ແລະ ຊຸກຍູ້ສົ່ງເສີມການສ້າງຄວາມເຂັ້ມ ແຂງ ເພື່ອປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ບັນລຸຜົນດ້ວຍການ ສ້າງເງື່ອນໄຂສ້າງລາຍຮັບໃຫ້ສູງ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການ ກໍາເນີດຂອງກອງທັບປະຊາຊົນ ລາວ, ຜົນງານໄຊຊະນະ, ການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ແຕ່ລະໄລຍະ, ທາດ ແທ້ ແລະ ມູນເຊື້ອອັນສະຫງ່າອົງ ອາດຂອງກອງທັບປະຊາຊົນລາວ. ກອງທັບປະຊາຊົນລາວ ຈະສືບຕໍ່ ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ ຂອງກອງທັບປະຊາຊົນ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ; ເພີ່ມທະວີຄວາມ ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ໃຫ້ປະກົດຜົນ ເປັນຈິງ ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະເທດ ໃຫ້ເປັນຂະບວນການ ແລະ ມີໝາກ ຜົນຕົວຈິງ; ເພີ່ມທະວີການນຳພາ ຂອງພັກຕໍ່ກຳລັງປະກອບອາວຸດ ປ້ອງກັນຊາດ, ສ້າງກອງທັບປະຊາ ຊົນລາວ ໃຫ້ໜັກແໜ້ນທາງດ້ານ ຄຸນທາດການເມືອງ, ຄຸນທາດປະ ຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີຄວາມທັນສະໄໝ ແລະ ເອົາໃຈ ໃສ່ກໍ່ສ້າງຖັນແຖວນັກຮົບດ້ວຍ ການຍົກລະດັບສິລະປະຍຸດ, ຍຸດທະ ວິທີໃຫ້ມີຄວາມຄ່ອງແຄ້ວຕິດພັນ ກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງ ກອງປອດໃສ, ປອດໄພ ແລະ ປອດ ຄະດີ; ກໍ່ສ້າງພະນັກງານສືບທອດ ທີ່ມີຄຸນນະພາບ ແລະ ສະກັດກັ້ນບັນ ດາປະກົດການຫຍໍ້ທໍ້ໃນກອງທັບ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນ ເອງແລະສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ນ້ຳໃຈປະຢັດມັດທະຍັດ; ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມ ກອງທ້ອງຖິ່ນ ເຂົ້າໃນການປັບປຸງ ກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະ ສິກຳ ໃນທົ່ວກອງທັບເພື່ອຍົກລະດັບ ຊີວິດການເປັນຢູ່ຂອງກອງທະຫານ ໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ແລະກອງທັບ; ເພີ່ມທະວີການພົວພັນ ຮ່ວມມືກັບກອງທັບບັນດາປະເທດ ສັງຄົມນິຍົມອ້າຍນ້ອງ, ສສ ຫວຽດ ນາມ,ສປຈີນແລະປະເທດເພື່ອນມິດ; ເພີ່ມທະວີຮ່ວມມືໃນຂອບອາຊຽນ ເພື່ອປະກອບສ່ວນເຂົ້າໃນການເສີມ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ. ພ້ອມນີ້, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຍັງປາຖະກະຖາ ປະຫວັດການເຄື່ອນໄຫວຂອງປະ ທານຄໍາໄຕສີພັນດອນຄົບຮອບ100 ປີ ຊຶ່ງເປັນໜຶ່ງໃນບັນດາຜູ້ນຳຮຸ່ນ ທຳອິດ ຂອງການປະຕິວັດລາວ ໄດ້ ຮ່ວມກັບຜູ້ນຳອື່ນໆ ນຳພາລະກິດຕໍ່ ສູ້ປົດປ່ອຍປະເທດຊາດ ອອກຈາກ ແອກປົກຄອງຂອງຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍ ສະລະທຸກສິ່ງທຸກຢ່າງອຸທິດສະຕິ ປັນຍາ ແລະ ກຳລັງວັງຊາ ຢ່າງບໍ່ຮູ້ ອິດຮູ້ເມື່ອຍຄຽງບ່າຄຽງໄຫລ່ກັບຜູ້ ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນ ການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ ເນື່ອງ, ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ນຳພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວ ຢ່າງໜັກແໜ້ນ. ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມ ນັບຖືຮັກແພງແລະ ເຊື່ອໝັ້ນໄວ້ວາງ ໃຈຈາກໝູ່ຄະນະກໍຄືພະນັກງານນັກ ຮົບ ແລະ ປະຊາຊົນລາວບັນດາເຜົ່າ ໂດຍໄດ້ຮັບການມອບໝາຍຫລາຍ ໜ້າທີ່ສຳຄັນ, ຈາກຜູ້ແທນລັດຖະ ບານລາວອິດສະຫລະປະຈຳເຂດ ໃຕ້ລາວ, ເປັນປະທານຄະນະກຳມະ ການຕໍ່ຕ້ານເຂດກາງ, ເປັນກຳມະ ການສູນກາງແນວລາວອິດສະຫລະ ແລະ ແນວລາວຮັກຊາດ, ເປັນກຳ ມະການສູນກາງພັກ, ໄດ້ຮັບການປະ ດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາ ການສູງສຸດ ກອງທັບປົດປ່ອຍປະ ຊາຊົນລາວ ແລະ ກອງທັບປະຊາຊົນ ລາວໃນເວລາຕໍ່ມາ; ເປັນກໍາມະ ການກົມການເມືອງ ແລະ ຄະນະເລ ຂາທິການສູນກາງພັກ, ເປັນຮອງ ນາຍົກລັດຖະມົນຕີ, ເປັນລັດຖະມົນ ຕີກະຊວງປ້ອງກັນປະເທດ, ເປັນນາ ຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງ ສຸດຂອງພັກ ແລະ ລັດ. ຂ່າວ ສົມຫວັງ, ເກດສະໜາ ຂອງອົງການກວດກາແຫ່ງລັດ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການ ກວດສອບແຫ່ງລັດ. ພ້ອມນີ້, ກໍເພື່ອ ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດ ໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິຂອງສະພາ ແຫ່ງຊາດ ທີ່ໄດ້ເນັ້ນໜັກໃຫ້ອົງການ ກວດກາແຫ່ງລັດແລະອົງການກວດ ສອບແຫ່ງລັດ ເພີ່ມທະວີການປະ ຕິບັດພາລະບົດບາດໜ້າທີ່ໃນການ ຄົ້ນຄວ້າ, ພິຈາລະນາ, ວິໄຈບັນຫາ ແລະ ຫາວິທີແກ້ໄຂຜົນຂອງການ ກວດກາ, ຜົນຂອງການກວດສອບ ໃຫ້ເປັນປົກກະຕິ, ເຂັ້ມງວດ, ລາຍ ງານຕໍ່ສະພາແຫ່ງຊາດ, ປະທານປະ ເທດ ແລະ ນາຍົກລັດຖະມົນຕີໃຫ້ທັນ ກັບສະພາບການ. ການປັບປຸງບົດບັນທຶກການປະ ສານງານ ລະຫວ່າງ ສອງອົງການ ໄດ້ດໍາເນີນມາເປັນຄັ້ງທີ 2 ເຊິ່ງໄດ້ ປັບປຸງບົດບັນທຶກການປະສານງານ ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ (ສະ ບັບທຳອິດ) ທີ່ໄດ້ລົງນາມເຊັນຮັບ ຮອງ ໃນປີ 2013 ມາເປັນບົດບັນ ທຶກປະສານງານ ສະບັບປີ 2015, ສະເພາະຄັ້ງນີ້ ແມ່ນບົດບັນທຶກປະ ສານງານ ລະຫວ່າງ ອົງການກວດ ກາແຫ່ງລັດແລະອົງການກວດສອບ ແຫ່ງລັດ ເຊິ່ງໄດ້ມີການບັບປຸງເພີ່ມ ເຕີມເນື້ອໃນໃຫ້ຄົບຖ້ວນ ແລະ ຮັດ ກຸມຂຶ້ນກວ່າເກົ່າ, ຂ່າວ: ອົງການກວດສອບແຫ່ງລັດ ການຄ້າ, ຫົວໜ້າຄະນະສານຄອບ ຄົວ, ຫົວໜ້າຄະນະສານແຮງງານ, ຫົວໜ້າຄະນະສານເດັກ, ຫົວໜ້າຄະ ນະສານປົກຄອງ ແລະ ບັນດາຫົວ ໜ້າກົມ, ຮອງກົມຈາກອົງການໄອ ຍະການປະຊາຊົນສູງສຸດເຂົ້າຮ່ວມ. ກອງປະຊຸມປຶກສາຫາລືໃນຄັ້ງ ນີ້, ແນໃສ່ຈັດຕັ້ງປະຕິບັດຕາມໜັງ ສືສະເໜີພິຈາລະນາເອົາການຕິດ ຕາມກວດກາການດຳເນີນຄະດີ ແພ່ງທົ່ວໄປອອກຈາກອົງການໄອ ຍະການປະຊາຊົນຕາມການສະເໜີ ເຖິງທ່ານປະທານຄະນະປະຈຳສະ ພາແຫ່ງຊາດ ສະບັບເລກທີ 144/ ອອປສ, ລົງວັນທີ 27/10/ 2023 ວ່າດ້ວຍອົງການໄອຍະການປະຊາ ຊົນແມ່ນອົງການຕິດຕາມກວດ ກາຂອງລັດມີພາລະບົດບາດຕິດ ຕາມ, ກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການປະຕິ ບັດສິດກ່າວຟ້ອງ (ການສັ່ງຟ້ອງ) ເຊິ່ງການເຄື່ອນໄຫວປະຕິບັດໜ້າທີ່ ຂອງອົງການໄອຍະການປະຊາຊົນ ແລະສານປະຊາຊົນເຫັນວ່າຜ່ານມາ ການພິຈາລະນາຕັດສິນ ແລະ ພິ ພາກສາຄະດີແພ່ງຂອງສານປະຊາ ຊົນແຕ່ລະຂັ້ນມີຄຸນນະພາບດີຂຶ້ນ ເປັນກ້າວໆ. ສະນັ້ນ, ອົງການໄອຍະການປະ ຊາຊົນສູງສຸດ ຈຶ່ງຈັດກອງປະຊຸມຂຶ້ນ ເພື່ອແລກປ່ຽນຄຳຄິດຄໍາເຫັນລະ ຫວ່າງ ອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງ ສຸດໃນການປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນໃຫ້ສອດຄ່ອງ, ຖືກ ຕ້ອງຕາມກົດໝາຍທີ່ກໍານົດໄວ້ ຢ່າງກົງໄປກົງມາ ເພື່ອຄວາມເປັນ ເອກະພາບ ແລະ ລາຍງານບັນຫາ ທີ່ປຶກສາກັນໃຫ້ຂັ້ນເທິງພິຈາລະ ນາຕໍ່ໄປ. ຂ່າວ: ອານຸສັກ ຂຶ້ນ ເພື່ອຫລຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ ຕິດພັນກັບການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ການແກ້ໄຂ ຄວາມທຸກຍາກຂອງແຂວງ; ໄລ ຍະຜ່ານມາເສດຖະກິດແຂວງຂະ ຫຍາຍຕົວ 7,03% ລື່ນແຜນການ 6,45%, ລວມຍອດຜະລິດຕະພັນ ພາຍໃນ (GDP) ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 22,45 ລ້ານກີບ, ລື່ນແຜນ ການ 16,31 ລ້ານກີບ; ໄດ້ສຸມໃສ່ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃນ 128 ບ້ານ, 7.040 ຄອບ ຄົວໂດຍຫັນເອົາພະນັກງານລົງກໍ່ ສ້າງຮາກຖານການເມືອງຕິດພັນ ກັບການພັດທະນາຊົນນະບົດຮອບ ດ້ານຕາມທິດ3ສ້າງ ເຊິ່ງຜ່ານການ ປະເມີນການແກ້ໄຂຄວາມທຸກຍາກ ມາຮອດ ປີ 2023 ແຂວງຜົ້ງສາ ລີ ມີບ້ານທຸກ 341 ບ້ານ ກວມ 67,25% ແລະ ຄອບຄົວທຸກຍາກ ຍັງມີ 20.277 ຄອບຄົວ ກວມ 55,02%; ທຽບໃສ່ປີ 2022 ບ້ານ ທຸກຫລຸດລົງ 13 ບ້ານ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະ ນະພັກ, ຄະນະນຳຂອງແຂວງ, ເມືອງ ແລະ ບ້ານ ເຊິ່ງສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍການ ນຳຂອງແຂວງ, ຂອງເມືອງ ແລະ ອົງການປົກຄອງບ້ານທຸກຂັ້ນລວມ ທັງສະມາຊິກພັກ-ພະນັກງານ, ຕະ ຫລອດຮອດພໍ່ແມ່ປະຊາຊົນຊາວ ແຂວງຜົ້ງສາລີ ທີ່ສາມາດສ້າງຜົນ ງານມີຜົນສຳເລັດຫລາຍດ້ານ. ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນບາງບັນ ຫາທີ່ສຳຄັນເປັນຕົ້ນ:ໃຫ້ສືບຕໍ່ສຶກ ສາອົບຮົມການເມືອງ-ແນວຄິດ ດ້ວຍຫລາຍຮູບການ, ຫລາຍວິທີ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກ ງານຕະຫລອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າ ມີຄວາມຮັບຮູ້-ເຂົ້າ ໃຈຕໍ່ແນວທາງແຜນນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ, ເພີ່ມທະວີ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບພາຍໃນແຂວງ, ເມືອງ,ບ້ານຕ້ອງຮັບປະກັນໃຫ້ມີສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະ ບຽບຮຽບຮ້ອຍ, ສົ່ງເສີມທ່າແຮງ ບົ່ມຊ້ອນຂອງແຂວງໃນແຕ່ລະດ້ານ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ຍູ້ແຮງການສ້າງເສດຖະ ກິດຄອບຄົວ, ຍົກລະດັບຄຸນນະ ພາບຊີວິດການເປັນຢູ່ຂອງສະມາ ຊິກ ພັກ-ພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮັບປະກັນດ້ານຄຸນ ນະພາບ, ສ້າງໄດ້ສະມາຊິກພັກທີ່ດີ ເດັ່ນ ແລະ ເປັນແບບຢ່າງນຳໜ້າໃຫ້ ແກ່ມະຫາຊົນ; ເອົາໃຈໃສ່ກໍ່ສ້າງພະ ນັກງານ-ສະມາຊິກພັກ ຮັບປະກັນ ໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດສົມຄູ່ ກັບໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍ, ຕັ້ງໜ້າຄົ້ນຄວ້າ ແລະ ຈັດ ຕັ້ງປະຕິບັດມະຕິຄຳສັ່ງຂອງຄະນະ ເລຂາທິການສູນກາງພັກວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ນິຕິ ກຳທີ່ກ່ຽວຂ້ອງວຽກດັ່ງກ່າວ ໃຫ້ ຖືກຕ້ອງ, ເປັນເອກະພາບ ແລະ ທັນ ເວລາໃນທົ່ວພັກ ເຮັດໃຫ້ການກະ ກຽມແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງຕິດພັນກັບ ການສ້າງຂະບວນການຂ່ຳນັບຮັບ ຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໃຫ້ມີຜົນ ສຳເລັດ ແລະ ບັນລຸຕາມລະດັບຄາດ ໝາຍທີ່ກຳນົດໄວ້. ພາບ ແລະ ຂ່າວໂດຍ: ພອນສະຫວັນ ມີລະບົບສາຍສົ່ງໄຟຟ້າແຮງສູງ 230 kV ລວງຍາວທັງໝົດ 1.859 km/ວົງຈອນ ແລະ ລະບົບສາຍສົ່ງ ໄຟຟ້າ 115 kV ລວງຍາວທັງໝົດ 6.985 km/ວົງຈອນ, ລະບົບຕາ ຂ່າຍແຮງດັນກາງ 22 kV-35 kV ລວງຍາວທັງໝົດ 37.948 km/ວົງ ຈອນ, ລະບົບຕາຂ່າຍແຮງດັນຕໍ່າ 0,4 kVລວງຍາວທັງໝົດ22.378 km/ວົງຈອນ, ສະຖິຕິໄຟຕົກ-ໄຟ ມອດ ທົ່ວປະເທດ ພາກລະບົບສົ່ງ 424 ຄັ້ງ, ທຽບໃສ່ປີ 2022 (ຈໍາ ນວນ 557 ຄັ້ງ), ຫລຸດລົງ 133 ຄັ້ງ ຫລື ເທົ່າກັບ 23,88%. ໂຄງ ການສາຍສົ່ງ-ສະຖານີໄຟຟ້າ ແລະ ປັບປຸງລະບົບຈໍາໜ່າຍທີ່ກໍາລັງຈັດ ຕັ້ງປະຕິບັດລວມທັງໝົດມີ 9 ໂຄງ ການ ແລະ ດ້ານວຽກງານອື່ນໆກໍໄດ້ ຖຶກຈັດຕັ້ງປະຕິບັດດ້ວຍຜົນສໍາເລັດ. ພອ້ມນີ້ກອງປະຊຸມຍັງໄດ້ວາງທິດ ທາງວຽກງານຈຸດສຸມ ໃນປີ 2024 ຕື່ມອີກ. ໃນໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ເນັ້ນໃຫ້ລັດວິສາຫະ ກິດໄຟຟ້າລາວ ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າເພື່ອປັບປຸງຂອດການບໍລິ ການໃຫ້ມີຄຸນນະພາບ, ຫັນອອກ ຈາກຂອດບໍລິການແບບເກົ່າຄືເຄີຍ ເຮັດຜ່ານມາໄປສູ່ການເຮັດການບໍລິ ການ ຕາມກົນໄກຕະຫລາດດ້ານໄຟ ຟ້າຢ່າງແຂງແຮງ ແລະ ເຮັດໃຫ້ເຕັມ ຮູບແບບ, ສ້າງທຸກເງື່ອນໄຂເພື່ອນຳ ເອົາຜະລິດຕະພັນດ້ານກະແສໄຟຟ້າ ເຂົ້າສູ່ລະບົບການຜະລິດໃຫ້ຫລາຍ ຂຶ້ນ ໂດຍສະເພາະເຂົ້າສູ່ການຜະ ລິດໃນຂະແໜງອຸດສາຫະກຳ, ກະສິ ກໍາ, ການຂົນສົ່ງ ແລະ ການບໍລິການ ເນື່ອງຈາກການຊົມໃຊ້ໄຟໃນປະ ເພດນີ້ ແມ່ນໃຊ້ແບບເປັນປະຈຳປົກ ກະຕິ. ພ້ອມນີ້ຈະເປັນການສ້າງຖານ ລາຍຮັບໃຫ້ລັດຖະບານຫລາຍຂຶ້ນ, ປະຊາຊົນຈະມີວຽກເຮັດງານທຳ ຫລາຍຂຶ້ນ, ປະເທດເຮົາກໍຈະມີສີນ ຄ້າສົ່ງອອກເພີ່ມຂຶ້ນ ແລະ ການຂາດ ດຸນການຄ້າກໍຄ່ອຍໆຫລຸດລົງເທື່ອ ລະກ້າວ. ສິ່ງສຳຄັນໃຫ້ສືບຕໍ່ປັບປຸງຍົກ ສູງປະສິດທິຜົນໃນການດຳເນີນ ທຸລະກິດຂອງໄຟຟ້າລາວ ໃນເງື່ອນ ໄຂໃໝ່ ເຊິ່ງເປັນບັນຫາສໍາຄັນ ແລະ ເປັນໃຈກາງຂອງການເຄື່ອນໄຫວ ຂອງໄຟຟ້າລາວ ເປັນຕົ້ນ ກ່ອນອື່ນ ໝົດແມ່ນການປັບປຸງແລະເພີ່ມທະວີ ຮູບແບບການຄຸ້ມຄອງ, ປັບປຸງການ ຄຸ້ມຄອງລາຍຮັບ-ລາຍຈ່າຍ, ການ ແກ້ໄຂໜີ້ສິນທົ່ວໄປ ແລະ ສຸມໃສ່ແກ້ ໄຂໜີ້ສິນຄຸມເຄືອ, ປັບປຸງຂອດການ ບໍລິການຜູ້ຊົມໃຊ້ໄຟຟ້າ, ການຄຸ້ມ ຄອງພະລັງງານຕົກເຮ່ຍ, ຕິດພັນກັບ ການຄຸ້ມຄອງບັນດາໂຄງການ,ແຜນ ງານທີ່ພວມຈັດຕັ້ງປະຕິບັດໃຫ້ຖືກ ກັບເນື້ອໃນສັນຍາ, ມາດຖານດ້ານ ເຕັກນິກ ແລະ ທັນຕາມກໍານົດເວລາ. ຂ່າວ: ກິດຕາພາບ: ສຸກສະຫວັນ ລາວ ໃນປີ 2024. ໃຫ້ກຽດເປັນປະ ທານຮ່ວມຂອງ ທ່ານ ໂພສີ ແກ້ວມະ ນີວົງ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດ ສະຕຣາລີ ປະຈໍາ ສປປ ລາວ, ມີວິ ທະຍາກອນຈາກກະຊວງການຕ່າງ ປະເທດ, ກະຊວງອຸດສາຫະກໍາແລະ ການຄ້າ, ກະຊວງ ຖວທ, ອະດີດ ນັກການທູດ, ວິທະຍາກອນຈາກປະ ເທດໄທ ມາຖ່າຍທອດບົດຮຽນໃຫ້ ໃນຄັ້ງນີ້, ໂດຍມີສຳມະນາກອນກໍ ຄືສື່ມວນຊົນລາວ 70 ກວ່າຄົນ ເຂົ້າຮ່ວມ. ທ່ານ ໂພສີ ແກ້ວມະນີວົງ ກ່າວ ວ່າ: ຊຸດສໍາມະນາວຽກງານສື່ມວນ ຊົນໃນຄັ້ງນີ້, ມີຄວາມໝາຍ, ຄວາມ ສໍາຄັນຢ່າງເລິກເຊິ່ງຕໍ່ຂົງເຂດສື່ ມວນຊົນເວົ້າລວມ, ເວົ້າສະເພາະກໍ ຄື ກະຊວງ ຖວທ ທີ່ຮັບຜິດຊອບ ວຽກງານຊຸກຍູ້ໂຄສະນາຜ່ານສື່ ມວນຊົນ ເພື່ອຮັບປະກັນເຮັດໃຫ້ ການກະຈາຍຂໍ້ມູນຂ່າວສານຖືກ ຕ້ອງ, ວ່ອງໄວ ແລະ ສາມາດເຂົ້າ ເຖິງຜູ້ອ່ານ, ຜູ້ຊົມ, ຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງ ທີ່ສຸດ. ນອກນັ້ນ, ກໍເພື່ອຮັບປະກັນ ບໍ່ໃຫ້ຂໍ້ມູນມີຄວາມຜິດພາດ ຫລື ຂາດເຄື່ອນໄປໃນທາງທີ່ບໍ່ຖືກຕ້ອງ ແລະ ບໍ່ສ້າງສັນ. ຊຸດສໍາມະນາວຽກ ງານສື່ມວນຊົນຄັ້ງນີ້, ບັນດາວິທະ ຍາກອນໄດ້ນໍາສະເໜີບົດຮຽນໃຫ້ ສື່ມວນຊົນລາວ ໃນຫລາຍຫົວຂໍ້ສຳ ຄັນຕິດພັນກັບວຽກງານສື່ມວນຊົນ ເປັນຕົ້ນ ຄວາມເຂົ້າໃຈຕໍ່ຄວາມເປັນ ມາຂອງອາຊຽນ, ວຽກງານຂອງ ແຕ່ລະເສົາຄໍ້າ, ການໂຄສະນາໃຫ້ ແກ່ກອງປະຊຸມລະດັບສາກົນ, ການ ກະກຽມ ແລະ ອື່ນໆ. ນອກນັ້ນ,ຈະ ໄດ້ຮັບຟັງຫົວຂໍ້ການໄຈ້ແຍກຂໍ້ມູນ ບິດເບືອນ ແລະ ຂ່າວປອມຈາກບັນ ດາວິທະຍາກອນ ແລະ ຜູ້ຊ່ຽວຊານ. ທ່ານ ໂພສີ ແກ້ວມະນີວົງ ຍັງ ໄດ້ເນັ້ນໃຫ້ສື່ມວນຊົນ ທີ່ເຂົ້າຮ່ວມ ສຳມະນາ ໃນຄັ້ງນີ້ເອົາໃຈໃສ່ຄົ້ນ ຄວ້າຖອດຖອນບົດຮຽນ ແລະ ນຳ ເອົາບົດຮຽນທີ່ຖອດຖອນໄດ້ໄປ ໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ ຕົນເອງຮັບຜິດຊອບ ໂດຍສະເພາະ ແມ່ນການກະກຽມຮັບໃຊ້ກອງປະ ຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃຫ້ມີຄຸນນະພາບແລະ ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ. ຂ່າວ: ທະນູທອງ ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==