5812

xtgmf]k; 6 15/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີ​ດາ saa f4tde8j eczj o-eg|n v ,= ]tfq d76j da [-k;]k; ໂດຍ: ເກີດຂວັນໃຈ ມາລີຈັນສີ * ແຂວງໄຊຍະບູລີຫວັງດຶງດູດ ນັກທ່ອງທ່ຽວເຂົ້າມາຢ້ຽມຢາມ​ ໃນມະຫະກໍາບຸນຊ້າງປີ 2024 ນີ້ ຢ່າງງໜ້ອຍ 10 ພັນຄົນ ຂະນະທີ່ ການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຕິດພັນກັບ ມະຫະກໍາບຸນຊ້າງ ເຊິ່ງກວມເອົາ 12 ກິດຈະກໍາ. ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດ ສະມາຊິກອາຊຽນ ທີ່ມີ ປະຫວັດສາດຍາວນານຕິດພັນກັບ ຊ້າງ ເຊິ່ງໃນເມື່ອກ່ອນໃຊ້ຊ້າງ ໃນ ການລາກແກ່ຂົນສົ່ງສິນຄ້າ, ຂົນສົ່ງ ຄົນ ລວມທັງເປັນພາຫະນະເຂົ້າໃນ ການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງ ຂຶ້ນ ແຕ່ໃນເງື່ອນໄຂໃໝ່ຊ້າງໄດ້ ກາຍເປັນສ່ວນໜຶ່ງໃນການປະກອບ ສ່ວນສ້າງເສດຖະກິດ ແລະ ຍູ້ແຮງ ພາກອຸດສາຫະກໍາທ່ອງທ່ຽວ. ດັ່ງ ທີ່ຮູ້ນໍາກັນເມື່ອກ່ອນ, ສປປ ລາວ ໄດ້ຮັບການຂະໜານນາມວ່າ ປະ ເທດລ້ານຊ້າງ ອັນສືບເນື່ອງມາ ຈາກປະເທດເຮົາມີຄວາມອຸດົມສົມ ບູນດ້ານທໍາມະຊາດ, ມີຊີວະນາໆພັນ ແລະ ມີຊ້າງນັບໄດ້ລ້ານໂຕ ແຕ່ປັດຈຸ ບັນນີ້ ຕາມການເປີດເຜີຍຂອງການ ອົງການອະນຸລັ​ ກສັດປ່າ ຫລື ອະນຸ ລັກຊ້າງໄດ້ໃຫ້ຮູ້ວ່າ: ຍັງມີຊ້າງ ຫລົງເຫລືອຢູ່ພຽງແຕ່ 900 ໂຕ ໃນນັ້ນຊ້າງປ່າມີປະມານ 400 ໂຕ ແລະ ຊ້າງບ້ານມີປະມານ 500 ໂຕ ເຊິ່ງຫລາຍກວ່າໝູ່ແມ່ນຢູ່ແຂວງ ໄຊຍະບູລີ, ຮອງລົງມາແມ່ນຢູ່ເຂດ ພາກກາງ (ສະຫວັນນະເຂດ, ຄໍາ ມ່ວນ)ແລະ ເຂດພາກໃຕ້. ເຖິງແນວ * ດັ່ງ​ທີ່​ຮູ້​ນໍາກັນ​ແລ້ວ​ວ່າ ຫັດ​ ຖະກໍາ​ຕໍ່າ​ແຜ່ນຊໍາ​ເໜືອ ​ແມ່ນໜຶ່ງ​ ຜະ​ລິດຕະພັນ​ລາວ ທີ່​ໄດ້​ຮັບຄວາມ​ ນິຍົມ​ສູງ ດ້ວຍ​ສິລະ​ປະ​ລວດລາຍ, ຄວາມລະອຽດໃນ​ການ​ທັກທໍເຮັດ ໃຫ້ມີຄຸ​ ນຄ່​ າ ແ​ ລະ ລາຄາສູ​ ງຫລາຍ​ ໃນ​ປັດຈຸບັນຈົນ​ກາຍ​ເປັນທ່າແຮງ ແລະ ສ້າງອາຊີບຂາຍເ​ຄື່ອງໄໝຊໍາ​ ເໜືອ ຂະຫຍາຍຕົວ​ຢ່າງ​ກວ້າງ ຂວາງບໍ່​ວ່າ​ພາຍໃນ ​ແລະ ຕ່າງ​ ແຂວງສາມາດເຮັດໃຫ້ປະຊາຊົນ​ ຫັນມາປະກອບອາຊີບນີ້ຫລາຍ​ຂຶ້ນ​ ເນື່ອງ​ຈາກ​ວ່າຄວາມ​ຕ້ອງການ​ ຂອງ​ສັງຄົມ​ທີ່​ນັບ​ມື​ນັບ​ເພີ່ມ​ຂຶ້ນຈົນ​ ເຮັດໃ​ ຫ້ອ​ າຊີບນີ້​ ສ້າງລ​ າຍຮັ​ ບໃ​ ຫ້ປ​ ະ ຊາຊົ​ນ​ໄດ້​ຫລາຍ​ລ້ານ​ກີບ​ຕໍ່​ເດືອນ​ ເໝືອນດັ່ງ ນາງ ນາລີ ປະຊາຊົນ ຈາກເມືອງຊໍາ​ເໜືອ ​ແຂວງຫົວພັນ. ນາງ ນາລີ ​ເວົ້າ​ສູ່​ຟັງໃນໂ​ ອກາດ​ ເຂົ້າ​ຮ່ວມ​ງານວາງສະ​ແດງສິນຄ້າ​ ສົ່ງ​ອອກ​ລາວ-​ຈີນ Lao-China (Yunan) Export Fair ປະຈຳປີ 2024 ທີ່ຈັ​ ດ​ຂຶ້ນ ​ຢູ່ວຽງຈັນເຊັນເ​ຕີ ນະຄອນຫລວງວ​ ຽງຈັນວ່າ: ຮູ້ສຶກດີ​ ໃຈ​ຫລາຍ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ໃນ​ ຄັ້ງນີ້ ​ເພາະ​ເປັນ​ອີກ​ງານໜຶ່ງທີ່​ມີ​ ຄວາມໝາຍຄວາມ​ສໍາຄັນ​ ທີ່ເຮັດ ໃຫ້​ຜູ້​ປະກອບ​ການນໍາ​ເອົາສີນຄ້າ ມາ​ວາງສະແ​ ດງ​ຂາຍ ​ໃຫ້ນັກ​ທ່ອງ​ ທ່ຽວທັງພ​ າຍໃ​ ນ ແ​ ລະ ຕ່າງປະເທດ​ ໄດ້ສໍ​ າຜັດກັບຄ​ ວາມສ​ ວຍງາມຂອງ​ ສິນຄ້າຫັດຖະ​ກໍາ​ຕໍ່າແຜ່ນຊໍາເໜືອ ຫລາຍ​ຂຶ້ນ ​ແລະ ກໍ່ເປັນ​ໄປຕາມ​ ຄວາມຄາດໝາຍເພາະເຄື່ອງທີ່ນໍາ ມາຄັ້ງນີ້ມີ: ສິ້ນ, ຜ້າ​ປູ​ໂຕະ,​ ເສື້ອ,​ ແພ​ເສື້ອ ​ແລະ ​ເຄື່ອງ​ໄໝທີ່ຕັດ​ສົ​ມ ບູນ​ແລ້ວ ລ້ວນ​ແຕ່​ໄດ້​ຮັບ​ຄວາມນິ ຍົມ​ຈາກ​ນັກ​ທ່ອງ​ທ່ຽວຊາວ​ຈີນ ເຊິ່ງແຕ່ລ​ ະມື້​ ກໍ​ ຈ​ ະມີ​ ລູ​ ກຄ້​ າມ​ າທ່​ ຽວ ຊົມ ​ແລະ ຊື້ ຢ່າງສະໝໍ່າສະເ​ໜີ ​ແຕ່​ ມື້​ທໍາ​ອິດຈົນ​ຮອດ​ມື້ສຸດ​ທ້າຍ​ຂອງ​ ການວ​ າງສະແ​ ດງ ເ​ຊິ່ງມັນສະແ​ ດງ​ ໃຫ້ເ​ຫັນວ່​ າ ສິລະປ​ ະການນຸ່​ ງຖື​ ຂ​ ອງ​ ລາວ​ເປັນ​ທີ່​ຮູ້ຈັກ​ຫລາຍ​ຂຶ້ນ​ໃນປັດ ຈຸບັນ. ​ແນວ​ໃດ​ກໍ​ດີສໍາລັບ​ຈຸດ​ເລີ່​ມ ຕົນ​ຂອງ​ອາຊີບ​ນີ້ ​ແມ່ນຜູກ​ພັນມາ​ ແຕ່​ຍັງ​ນ້ອຍ ຍ້ອນ​ໄດ້​ເຮັດຊ່ວຍ​ແມ່ ມາຕ​ ະຫລອດ ຈົນມ​ າຮ​ ອດປີ​ 2009​ ໄດ້​ສ້າງ​ຄອບຄົວ​ແຕ່ຕົນ​ເອງ​ກໍ​ບໍ່​ ໄດ້​ເຮັດ​ວຽກຫຍັງ ຈຶ່ງ​ຢາກ​ຊອກ​ ອາຊີບ​ເຮັດ​ ແຕ່​ກໍ່​ບໍ​່ຮູ້​ຈະ​ເຮັດ​ຫຍັງ ນອກ​ຈາກຄວາມ​ຮູ້​ການ​ຫຍິບ​ປັກ​ ຖັກ​ແຊ່ວ ຈຶ່ງ​ນໍາ​ມາ​ໃຊ້​ໃຫ້​ເກີດ​ປະ​ ໂຫຍ​ດ ​ໂດຍ​ເລີ່​ມຕົ້ນແມ່ນ​ເຮັດ​ເອງ​ ໃນ​ເຮືອນມາ​ໄດ້​ໄລຍະໜຶ່ງ ​ຄົນ​ກໍ່​ ຮູ້ຈັກ​ຫລາຍ​ຂຶ້ນ ​ແລະ ສັ່ງ​ເຂົ້າ​ມາ​ ເລື້ອຍໆ ​ຈົນ​ເຮັດ​ບໍ່​ທັນຈຶ່ງ​ຕິດຕໍ່ພົວ​ ພັນ​ປະຊາຊົນ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ ການ​ຕໍ່າຫູກ​ຂາຍ ​ເພື່ອສ້າງ​ອາຊີບ​ ເສີມ ຫລັງຈ​ າກໄ​ ດ້ຈໍ​ ານວນຄົນທີ່​ ຈ​ ະ​ ເຮັດແລ້ວກໍ່​ຊື້ອຸປະກອນ​ລົງໄປແຈກ​ ຢາຍໃຫ້ເ​ຂົາເ​ຈົ້າຜ​ ະລິດເ​ພື່ອມ​ າຂ​ າຍ​ ໃຫ້ໂ​ ດຍກ​ ານຂ​ າຍແ​ ມ່ນຂ​ າຍພາຍໃ​ ນ​ ແຂວງ ແ​ ລະ ຕ່າງ​ແຂວງ. ນາງ ນາລີ ເ​ວົ້າເ​ສີມວ່​ າ: ສໍາລັບ ຜະລິດຕ​ ະພັນທີ່​ ນໍ​ າ​ ມາວ​ າງສະແດງ​ ໃນງ​ ານຄັ້​ ງນີ້​ ສີ້ນ​ ໄ​ ໝ, ເ​ສື້ອໄ​ ໝ, ແ​ ພ​ ຕັດເ​ສື້ອ,​ແພປູ​ ໂ​ ຕະ. ນອກນີ້​ ຍັງມີ​ ສີ້ນ​ , ແພ​ບ່ຽງ ​ແລະ ​ເສື້ອມືສອງລາຄາ​ ເລີ່ມ​ ຕົ້ນ 2 ແ​ ສນກີ​ ບຂຶ້​ ນໄ​ ປຕາມແ​ ບບ​ ແລະ ລວດລາຍຂ​ ອງຜະລິດຕະພັນ​ ແຕ່ລະ​ແບບນັ້ນ​ເອງ. ສໍາລັບການ​ ຂາຍ ນອກຈາກຂ​ າຍຕ​ າມງ​ ານວ​ າງ ສະ​ແດງ​ແລ້ວ ກໍ​ຍັງ​ສົ່ງ​ຂາຍ​ຕາມ​ ຮ້ານ​ຂາຍ​ສີ້​ນ ໃນ​ນະຄອນຫລວງ​ ວຽງຈັນ ແ​ ລະ ຕ່າງແ​ ຂວງອີ​ ກດ້​ ວຍ. w-pt[6 ]u 9a f[5 o-h k'8y fra oda [gxu fxu mj v'mj P;]k; ໃດກໍດີອົງການອະນຸລັກສັດປ່າຍັງ ອ້າງວ່າ: ປະຊາກອນສັດປ່າໂດຍສະ ເພາະຊ້າງມີທ່າອ່ຽງຈະຫລຸດລົງ ຍ້ອນມີການບຸກລຸກທີ່ຢູ່ອາໄສຂອງ ມັນ, ແຫລ່ງທໍາມະຊາດໄດ້ຮັບການ ທໍາລາຍເຮັດໃຫ້ຊ້າງມີການເຄື່ອນ ຍ້າຍຖິ່ນຖານໄປເຂດອື່ນໆ, ດ້ວຍເຫດ ນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ເອົາໃຈໃສ່ແລະໃຫ້ຄວາມສໍາຄັນການ ອະນຸລັກສັດປ່າຢ່າງຍືນຍົງ ເພື່ອ ເອົາໄວ້ໃຫ້ລູກໃຫ້ຫລານໄດ້ເຫັນໃນ ຕໍ່ໜ້າແລະຍັງເປັນມໍລະດົກຕົກທອດ ໃຫ້ປວງຊົນລາວບັນດາເຜົ່າອີກ ດ້ວຍ. ຕາມວາລະແລ້ວມະຫະກໍາ ບຸນຊ້າງປີ 2024 ຈະຈັດຂຶ້ນລະ ຫວ່າງວັນທີ 12-18 ກຸມພາ 2024 ໃນນັ້ນວັນທີ 17 ກຸມພາ 2024 ເປັນມື້ເປີດຢ່າງເປັນທາງການພ້ອມ ມີລາຍການສະແດງຫລາຍຢ່າງ ແລະ ຈະມີຊ້າງເຂົ້າຮ່ວມທັງໝົດ75 ເຊືອກ ໂດຍຈະຈັດທີ່ເດີ່ນສະໜາມ ຫລວງ ບ້ານນາໄຮ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ວັນທີ 12-13/2/ 2024 ງານຕະຫລາດນັດ ຕອນຄືນ ມີການສະແດງສິລະປະ; ວັນທີ1415/2/2024 ຊ້ອມໃຫຍ່ພິທີເປີດ ຢ່າງເປັນທາງການ; ຕອນຄືນງານ ປະກວດນາງສາວທິດາຊ້າງປະ ຈຳປີ 2024; ວັນທີ 16/2/2024 ພິທີໃສ່ບາດ ແລະ ບາສີສູ່ຂວັນຊ້າງ, ຕອນກາງຄືນມີກິດຈະກຳຕີກອງ ຫາງແລະອື່ນໆ;ວັນທີ17/2/2024 ພິທີເປີດຢ່າງເປັນທາງການສໍາລັບ ມະຫາກຳບຸນຊ້າງ ແລະ ເປີດປີ ທ່ອງທ່ຽວແຂວງໄຊຍະບູລີ 2024 ຕອນບ່າຍມີການສະແດງໂດດຈ້ອງ ຈາກກອງທັບປະຊາຊົນລາວ; ວັນ ທີ 18/2/2024 ກິດຈະກຳຊ້າງ ອາບນ້ຳ, ຂີ່ຊ້າງ, ເປີດສູນອະນຸລັກ ຊ້າງພູແຄນ, ໃຫ້ອາຫານບຸບເຟ ຊ້າງ, ສະແດງກາຍາສິນ ແລະ ອື່ນໆ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງໄຊຍະບູລີ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນແຂວງໄຊຍະບູລີໃນວັນ ທີ 13 ທັນວາ ນີ້ວ່າ: ແຂວງໄຊຍະ ບູລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກ ເໜືອຂອງ ສປປ ລາວ, ມີເສັ້ນທາງ ຄົມມະນາຄົມທີ່ເຊື່ອມຕໍ່ກັບບັນດາ ແຂວງຕ່າງໆແລະປະເທດໃກ້ຄຽງ, ຢູ່ໃນອະນຸພາກພື້ນທີ່ສໍາຄັນ; ມີປ່າ ສະຫງວນແຫ່ງຊາດທີ່ອຸດົມສົມບູນ ໄປດ້ວຍຊີວະນາໆພັນ ແລະ ເປັນ ແຂວງດຽວທີ່ມີປະຊາກອນຊ້າງ ຫລາຍກວ່າໝູ່ ຖ້າທຽບໃສ່ແຂວງ ອື່ນໆ ໃນ ສປປ ລາວ. ດ້ວຍເຫດນັ້ນ ເພື່ອເປັນການອະນຸລັກ, ຮັກສາຊ້າງ ບໍ່ໃຫ້ສູນພັນ ແລະ ທັງເປັນການສືບ ຕໍ່ປົກປັກຮັກສາວັດທະນະທຳ, ຮີດ ຄອງປະເພນີອັນດີງາມ ແລະ ວິຖີ ການດຳລົງຊີວິດຂອງປະຊາຊົນ ລາວບັນດາເຜົ່າ ທີ່ຕິດພັນກັບຊ້າງ ມາແຕ່ອະດີດຕະການ ໃຫ້ຍືນຍົງຄົງ ຕົວແລະຢູ່ກັບປະຊາຊົນລາວບັນດາ ເຜົ່າ, ໂດຍສະເພາະປະຊາຊົນຊາວ ແຂວງໄຊຍະບູລີ ທັງເປັນການໂຄ ສະນາດຶງດູດນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາ ທ່ອງທ່ຽວ ສປປ ລາວ ກໍຄືແຂວງ ໄຊຍະບູລີໃຫ້ຫລາຍຂຶ້ນ ຈຶ່ງໄດ້ຈັດ ມະຫະກຳບຸນຊ້າງແລະ ໄປພ້ອມກັບ ການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຊຶ່ງການຈັດ ມະຫະກໍາບຸນຊ້າງໃນປີນີ້ຈະມີກິດ ຈະກຳທີ່ຕິດພັນກັບປີທ່ອງທ່ຽວ ລາວ 2024 ຢູ່ແຂວງໄຊຍະບູລີ ທັງ ໝົດ 12 ກິດຈະກໍາຄື: ກິດຈະກໍາລະ ດັບຊາດ ແມ່ນກໍານົດເອົາມະຫະ ກໍາບຸນຊ້າງ ປະຈໍາປີ 2024 ແລະ ເປັນພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ. ກິດຈະກໍາລະ ດັບແຂວງ ແມ່ນກໍານົດເອົາເທສະ ການບຸນກອງເຂົ້າໃຫຍ່ ເມືອງພຽງ ໃນວັນທີ 9-12 ມັງກອນ 2024, ເປີດແຫລ່ງທ່ອງທ່ຽວສູນອະນຸລັກ ຊ້າງພູແຄນ ໃນເດືອນກຸມພາ 2024, ກິດຈະກຳລະດັບເມືອງມີ 10 ກິດ ຈະກໍາ. ສຳລັບການຈັດມະຫະກໍາ ບຸນຊ້າງແຂວງໄຊຍະບູລີ ໃນປີ 2024 ນີ້ ຖືວ່າເປັນຄັ້ງທີ 17 ຊຶ່ງ ປະກອບມີກິດຈະກຳຕ່າງໆດັ່ງນີ້: ກິດຈະກໍາຫລັກ ມີຄື: ວັນທີ 12 ກຸມພາ 2024 ເປີດຕະຫລາດນັດ ວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ໃນຕອນຄໍ່າຂອງ ວັນທີ 12-13 ກຸມພາ 2024 ຈະມີ ການສະແດງສິລະປະວັນນະຄະດີ ມີ12ຄະນະ,36 ລາຍການ(ຄືນລະ 18 ລາຍການ) ແລະ ການສະແດງ ຄອນເສີດຂອງວົງດົນຕີ-ນັກຮ້ອງ ທີ່ມີຊື່ສຽງ ທີ່ພວກເຮົາຈະໄດ້ເຊີນ ມາຈາກນະຄອນຫລວງວຽງຈັນ. ກິດຈະກໍາດ້ານການທ່ອງທ່ຽວມີ ຄື: ກາບໄຫວ້ບູຊາວັດສີບຸນເຮືອງ (ບ້ານໃຫຍ່), ຫໍຫລັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນອະນຸລັກ ຊ້າງລາວ (ອ່າງນ້ຳຕຽນ), ສູນອະ ນຸລັກ ແລະ ຂະຫຍາຍພັນຊ້າງອາຊີ (ຢູ່ພູແຄນ) ແລະ ມູນນິທິອະນຸລັກ ສັດ ແລະ ສິ່ງແວດລ້ອມລາວ (ບ້ານ ນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອະນຸລັກຊ້າງຢູ່ສູນ ອະນຸລັກຊ້າງນໍ້າຕຽນ, ນອກຈາກ ນີ້ຍັງມີກິດຈະກໍາແຂ່ງຂັນແຕ້ມຮູບ ແລະ ພັດກ໋ອບ ເພື່ອສ້າງທັກສະ ແລະ ສ້າງຈິດສໍານຶກກ່ຽວກັບຊ້າງໃຫ້ ເຍົາວະຊົນ, ຊາວໜຸ່ມຢູ່ສະໜາມຊ້າງ ນ້ອຍກ໋ອບ. ພ້ອມກັນນີ້ໄດ້ມີຄວາມ ພ້ອມບໍລິການເຕັ້ນນອນຢູ່ແຄມນໍ້າ ຮຸ່ງສໍາລັບນັກທ່ອງທ່ຽວ, ຂີ່ເຮືອຊົມ ທິວທັດນ້ຳຂອງ(ບ້ານທ່າເດື່ອ). ຄຽງຄູ່ກັນນັ້ນ ແຂວງໄຊຍະບູລີ ຂອງພວກເຮົາກໍໄດ້ຈັດຝຶກອົບຮົມ ດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິ ການຕ່າງໆໃຫ້ມີຄວາມສະອາດ ປອດໄພ, ໄດ້ຄວບຄຸມລາຄາສິນຄ້າ ທີ່ສົມເຫດສົມຜົນ ເພື່ອຕອບສະ ໜອງໃຫ້ແກ່ແຂກ ແລະ ນັກທ່ອງ ທ່ຽວທີ່ໄດ້ມາທ່ຽວມາຊົມມະຫະກໍາ ບຸນຊ້າງໃນຄັ້ງນີ້ໃຫ້ມີຄວາມປະ ທັບໃຈ.

RkJQdWJsaXNoZXIy MTc3MTYxMQ==