5812

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກສະບັບກ່ອນ*** *** ອ່ານຕໍ່ສະບັບໜ້າ *** 15/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dv'[a o-kdkomtskoot7vos];';P'9a o g-n j v,-b ,gvdtlkole7a o0v'ra d ltskp dy , g9y ' vy o z6 h oemu j py j '.spj 0v'xt-k-q o lxx gdq ks]u ສະຫາຍໄດ້ສ້າງນະໂຍບາຍການ ເມືອງເຊິນກຸນ ໃຫ້ເປັນຮູບແບບທາງ ການເມືອງຕົ້ນຕໍຂອງລັດທິສັງຄົມ ນິຍົມ ແລະ ລົງເຄື່ອນໄຫວຊີ້ນຳແຕ່ ລະກົມກອງ ຂອງກອງທັບປະຊາ ຊົນ ສປປ ເກົາຫລີ ເພື່ອພັດທະນາ ກອງທັບປະຊາຊົນ ສປປ ເກົາຫລີ ທີ່ເປັນກຳລັງຫລັກແຫລ່ງໃຫ້ເປັນ ກຳລັງທີ່ເຂັ້ມແຂງ ມີຄວາມສາມາດ ປ້ອງກັນຕົນເອງ, ມີແນວຄິດການ ເມືອງໜັກແໜ້ນ, ມີເຕັກນິກທາງ ການທະຫານທີ່ຮັບປະກັນ ເເລະ ສາມາດເອົາຊະນະບັນດາຜູ້ຮຸກຮານ ໄດ້ທຸກເວລາ. ພາຍໃຕ້ການນຳພາຂອງສະ ຫາຍກອງທັບປະຊາຊົນເກົາຫລີ ໄດ້ ກາຍເປັນກຳລັງອັນເຂັ້ມແຂງທີ່ມີ ຄວາມພ້ອມສູງໃນການສູ້ຮົບ ເພື່ອພິ ທັກປົກປ້ອງລັດທິສັງຄົມນິຍົມ ແລະ ໄດ້ຮັບການປະກອບພາຫະນະອາ ວຸດທັນສະໄໝ. ດ້ວຍຄວາມພະຍາຍາມເຕົ້າ ໂຮມຄວາມສາມັກຄີຂອງທົ່ວປວງ ຊົນເຂົ້າໃນພາລະກິດການປ້ອງກັນ ຊາດ, ການປະກອບອາວຸດ ໃຫ້ທົ່ວ ປວງຊົນໄດ້ສ້າງປ້ອມໝັ້ນອັນແຂງ ແກ່ນໃຫ້ປະເທດຊາດຢ່າງບໍ່ເຄີຍ ມີມາກ່ອນ. ສປປ ເກົາຫລີ ມີຂີດຄວາມສາ ມາດໃນການຜະລິດອາວຸດຍຸດໂທ ປະກອນ ໃນປະລິມານທີ່ພຽງພໍຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ໃນການສ້າງຄວາມເຂັ້ມແຂງໃຫ້ ແກ່ກຳລັງປ້ອງກັນຊາດ. ສະຫາຍ ໄດ້ເສີມຂະຫຍາຍທ່າທີ ທາງດ້ານການເມືອງເເນວຄິດ ເເລະ ອຸດົມການຂອງປະເທດໃຫ້ເຂັ້ມ ເເຂງຂຶ້ນຄືດັ່ງຫີນ. ການກໍ່ສ້າງກອງທັບປະຊາຊົນ ເກົາຫລີ ໃຫ້ກາຍເປັນເສົາຄ້ຳອັນ ແຂງແກ່ນຂອງລັດທິສັງຄົມນິຍົມ ແລະ ເປັນກຳລັງຫລັກແຫລ່ງຂອງ ການປະຕິວັດ, ໄດ້ເອົາໃຈໃສ່ຢ່າງ ເລິກເຊິ່ງ ໃນການກໍ່ສ້າງກຳລັງການ ເມືອງຂອງສັງຄົມເກົາຫລີ ກັບກອງ ທັບປະຊາຊົນເກົາຫລີ ຢ່າງເເໜ້ນ ເເຟ້ນ. ສະຫາຍ ໄດ້ສົ່ງເສີມມູນເຊື້ອທີ່ ເປັນເອກະພາບ ລະຫວ່າງກອງທັບ ກັບປະຊາຊົນໃນລະດັບສູງ ຈົນບັນ ລຸຄວາມເປັນຈິດໜຶ່ງໃຈດຽວໃນ ການເຮັດວຽກງານບົນພື້ນຖານນ້ຳ ໃຈປະຕິວັດອັນກ້າແກ່ນ. ສະຫາຍ ໄດ້ເຕົ້າໂຮມເອົາທຸກ ພາກສ່ວນໃຫ້ເປັນກ້ອນກຳລັງອັນ ເປັນປຶກແຜ່ນຢູ່ອ້ອມຂ້າງພັກແຮງ (ເນື່ອງໃນໂອກາດວັນເກີດຂອງ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຄົບຮອບ 82 ປີ, 16/2/1942 -16/2/2024) ງານ ເກົາຫລີ ດ້ວຍລັດທິການເມືອງ ແຫ່ງຄວາມຮັກ ແລະ ຄວາມໄວ້ ວາງໃຈ. ດ້ວຍເຫດນັ້ນ, ກຳລັງປ້ອງກັນ ຊາດທັງໝົດແລະປະຊາຊົນໄດ້ກາຍ ເປັນອັນເປັນປຶກແຜ່ນທີ່ມີອຸດົມການ ແລະ ຈຸດໝາຍປາຍທາງອັນດຽວ ກັນກັບພັກ. ຄວາມເປັນຈິດໜຶ່ງໃຈດຽວກັນ ຂອງທົ່ວສັງຄົມເປັນອາວຸດອັນ ແຫລມຄົມທາງການເມືອງ ແລະ ແນວຄິດ ເຊິ່ງມີພະລັງແຮງກວ່າລູກ ລະເບີດປະລະມານູ ແລະ ສປປ ເກົາຫລີ ໄດ້ເປັນປະເທດທີ່ເຂັ້ມແຂງ ດ້ານແນວຄິດການເມືອງທີ່ບໍ່ຫວັ່ນ ໄຫວໃນທ່າມກາງລົມພັດແຮງໃດໆ. ສະຫາຍ ໄດ້ກ້າວເຂົ້າສູ່ຍຸກສະ ໄໝໃໝ່ໃນການກໍ່ສ້າງປະເທດສັງ ຄົມນິຍົມທີ່ຮັ່ງມີ ເເລະ ເຂັ້ມແຂງ. ສະຫາຍ ໄດ້ວາງແນວທາງ ພັດທະນາເສດຖະກິດໃນຍຸກສະໄໝ ເຊີນກຸນ ທີ່ຈະເຮັດໃຫ້ບູລິມະສິດໃຫ້ ແກ່ການພັດທະນາອຸດສາຫະກຳ ປ້ອງກັນຊາດ ຄຽງຄູ່ໄປກັບການພັດ ທະນາອຸດສາຫະກຳເບົາ ແລະ ກະ ສິກຳ. ການຊຸກຍູ້ເສດຖະກິດທົ່ວ ປວງຊົນ ໄດ້ຮັບການຊຸກຍູ້ ແລະພັດ ທະນາໂດຍຜ່ານບົດບາດນຳພາ ຂອງອຸດສາຫະກຳປ້ອງກັນປະເທດ ທັງເປັນກຳລັງຊຸກຍູ້ໃຫ້ເສດຖະກິດ ແຫ່ງຊາດ ແລະ ການພັດທະນາ ເສດຖະກິດໂດຍລວມ. ພ້ອມດຽວ ກັນນັ້ນ, ສະຫາຍ ໄດ້ໃຫ້ຄວາມໝັ້ນ ໃຈວ່າກອງທັບປະຊາຊົນເກົາຫລີ ໄດ້ດຳເນີນການບຸກທະລຸ ໃນບັນດາ ຂະແໜງການກໍ່ສ້າງເສດຖະກິດທີ່ມີ ຄວາມທ້າທາຍ ແລະ ມີຄວາມໝາຍ ສຳຄັນເຊິ່ງເຮັດໃຫ້ປວງຊົນທັງຊາດ ໄດ້ຮ່ຳຮຽນຈາກນໍ້າໃຈປະຕິວັດທີ່ ບໍ່ມີສິ່ງໃດເອົາຊະນະໄດ້ຂອງທະ ຫານ ແລະ ໄດ້ສ້າງນະວັດຕະກຳໃໝ່ ຂຶ້ນໃນທົ່ວປະເທດ. ພາຍໃຕ້ການນຳພາຂອງສະ ຫາຍ, ປະຊາຊົນເກົາຫລີ ໄດ້ເປີດຈຸດ ຫັນປ່ຽນໃນການກໍ່ສ້າງປະເທດໃຫ້ ມີຄວາມເຂັ້ມເເຂງໂດຍການຜ່ານຜ່າ ທຸກອຸປະສັກ ແລະ ຄວາມຫຍຸ້ງຍາກ ນາໆປະການ. ເຊິ່ງ ສປປ ເກົາຫລີ ໄດ້ປະສົບຜົນສໍາເລັດໃນການປ່ອຍ ດາວທຽມ 2 ຄັ້ງ ທີ່ເຮັດດ້ວຍຕົນ ເອງ ໃນປີ 1998 ແລະ ປີ 2009. ນອກນັ້ນ, ໄດ້ພັດທະນາເຕັກໂນໂລຊີ CNCໃນລະດັບໂລກ ເພື່ອການສ້າງ ເຄື່ອງກົນຈັກ ແລະ ນຳໃຊ້ຢູ່ໃນບັນ ດາໂຮງງານ. ໃນອຸດສາຫະກຳຜະ ລິດເຫລັກກ້າ, ລະບົບການຜະລິດ ໃໝ່ທີ່ບໍ່ຕ້ອງນຳໃຊ້ຖ່ານຫິນໂຄກ (cokes) ແລະ ເຫລັກເສດໄດ້ຖືກ ສ້າງຕັ້ງຂຶ້ນ ແລະ ບັນດາລະບົບການ ຜະລິດຜ້າວີນາລອນ (vinalon), ຝຸ່ນຈາກວັດຖຸດິບ ແລະ ເຊື້ອໄຟທີ່ ຫາໄດ້ໃນທ້ອງຖິ່ນ ໄດ້ສ້າງຕັ້ງຂຶ້ນ ໃໝ່ໃນຂະແໜງອຸດສາຫະກຳເຄມີ. ໃນຂົງເຂດກະສິກໍາ ເນື້ອທີ່ດິນໃນທົ່ວ ປະເທດຖືກຈັດສັນເປັນທົ່ງກວ້າງ ໃຫຍ່ທີ່ໄດ້ມາດຕະຖານ, ບໍ່ສາມາດ ເຫັນຮູບລັກສະນະແບບເກົ່າໄດ້, ລະບົບຊົນລະປະທານແບບທຳມະ ຊາດຖືກສ້າງຂຶ້ນຢ່າງຕໍ່ເນື່ອງ ແລະ ວິສະວະກຳພັນທຸກໍາ ແລະ ຊີວະວິ ທະຍາໄດ້ຮັບການພັດທະນາຢ່າງ ຕັ້ງໜ້າ. ທັງໝົດເຫລົ່ານີ້ ໄດ້ສ້າງ ພື້ນຖານອັນເຂັ້ມແຂງໃຫ້ແກ່ການ ເພີ່ມຜົນຜະລິດດ້ານທັນຍາຫານ. ໃນທົ່ວປະເທດໄດ້ກໍ່ສ້າງ ເເລະ ປັບປຸງໃໝ່ ໂດຍສະເພາະບັນດາຖະ ໜົນ,ກຸ່ມບ້ານແລະອາພາດເມັນໃໝ່ ໄດ້ຫັນເປັນສິ່ງກໍ່ສ້າງແບບສັງຄົມ ນິຍົມ,ການພັດທະນາເສດຖະກິດ ແລະ ວັດທະນະທຳຂອງ ສປປ ເກົາຫລີ ໄດ້ນັບມື້ມີຄວາມຈະເລີນ ຮຸ່ງເຮືອງຂຶ້ນ. ສະຫາຍ ໄດ້ສືບຕໍ່ເສັ້ນທາງການ ຊີ້ນຳໆພາ ເພື່ອສ້າງປະເທດສັງຄົມ ນິຍົມໃຫ້ເຂັ້ມເເຂງຈົນເຖິງວິນາທີສຸດ ທ້າຍຂອງຊີວິດ ເເລະ ໄດ້ເຖິງແກ່ ມໍ ລະນະກຳຢູ່ເທິງລົດໄຟທີ່ພວມແລ່ນ ເພື່ອລົງເຄື່ອນໄຫວຢ້ຽມຢາມ. ໃນໄລຍະເວລາ 10 ກວ່າ ປີຜ່ານ ມາ ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາ ແລ້ວ, ສະຫາຍ ກິມ ເຈິງ ອຸນ, ທີ່ແສນ ເຄົາລົບຮັກໄດ້ນຳພາການປະຕິວັດ ສປປ ເກົາຫລີ ແລະ ບັນລຸບັນດາຜົນ ງານອັນໃຫຍ່ຫລວງຢ່າງແທ້ຈິງ. ພາຍໃຕ້ການຊີ້ນຳໆພາອັນສະ ຫລາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳ ພາ ແລະ ການສູ້ຊົນຂອງພັກແຮງ ງານ ເກົາຫລີ ໄດ້ຮັບການເພີ່ມທະວີ ຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງ ການກໍ່ສ້າງສັງຄົມນິຍົມໄດ້ເປີດ ກວ້າງ. ຂປລ. ກອງບັນຊາການທະຫານ ນະຄອນຫລວງວຽງຈັນ ໄດ້ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ມະຕິວ່າດ້ວຍ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກກອງບັນຊາການ ທະຫານນະຄອນຫລວງວຽງຈັນ ໃນວັນທີ 13 ກຸມພາ 2024 ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາໂສພາວັນທຳມະເທວາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫລວງວຽງຈັນ, ມີຄະນະພັກຄະ ນະບັນຊາ, ພະແນກການຈາກອົງ ການ 5 ຫ້ອງ ແລະ ກົມກອງທີ່ຂຶ້ນ ກັບເຂົ້າຮ່ວມ. ໂອກາດນີ້,ສະຫາຍພົນຈັດຕະວາ ໂສພາວັນ ທຳມະເທວາ ໄດ້ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 7 ສະໄໝ ທີ XI ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມໄດ້ຕີລາຄາການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ, ແຜນເງິນ ຕາ ປະຈຳປີ 2023 ແລະ ທິດທາງ ແຜນການປະຈຳປີ 2024 ຕິດພັນ ກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດ, ຕີລາຄາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແລະວຽກງານການ ຕ່າງປະເທດປະຈຳປີ 2023 ແລະ ທິດທາງ ປີ 2024, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກ ຮາກຖານກຸ່ມບ້ານ ຫລື ບ້ານໃຫຍ່, ຈຸດສຸມນໍາພາ-ຊີ້ນຳຂອງຄະນະບໍລິ ຫານງານສູນກາງພັກ ແຕ່ນີ້ຮອດ ກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 8 ສະໄໝທີ XI. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ມະຕິວ່າດ້ວຍການດຳເນີນກອງປະ ຊຸມໃຫຍ່ ຂອງພັກແຕ່ລະຂັ້ນ, ມະຕິ ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະ ຮັບຜິດຊອບກະກຽມດຳເນີນກອງ ປະຊຸມໃຫຍ່, ແຜນການເຄື່ອນໄຫວ ທາບທາມບຸກຄະລາກອນສະໝັກ ເລືອກຕັ້ງເຂົ້າໃນຄະນະພັກກອງບັນ ຊາການທະຫານນະຄອນຫລວງ ວຽງຈັນ ສະໄໝທີ VI ແລະ ບັນດາ ຮາກຖານພັກ, ແຜນການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ໃນທົ່ວອົງ ຄະນະພັກກອງບັນຊາການທະຫານ ນະຄອນຫລວງວຽງຈັນ ຕື່ມອີກ. ຂ່າວ: ຮ້ອຍເອກ ແສງດາລາ ໄຊຍະລາດ ພາບ: ຮ້ອຍໂທ ນາງ ສຸພາວະດີ ຮອງນາຍົກລັດຖະມົນຕີ... ທີ່ການເມືອງທີ່ໄດ້ຮັບມອບໝາຍ ຈາກພັກ ແລະ ລັດຖະບານ ພ້ອມທັງ ຮັບປະກັນໄດ້ການຈັດຕັ້ງປະຕິບັດ ວຽກງານຈຸດສຸມຂອງຂະແໜງການ ພາຍໃນ ໃນຊຸມປີຕໍ່ໜ້າໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ກວ່າເກົ່າ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີໄດ້ເນັ້ນວ່າ: ເພື່ອເປັນການ ຍົກສູງບົດບາດໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍຈາກພັກ ແລະ ລັດຖະບານ ພ້ອມທັງຮັບປະກັນໄດ້ ການຈັດຕັ້ງປະຕິບັດວຽກງານຈຸດ ສຸມຂອງຂະແໜງການພາຍໃນ ໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະການຜັນຂະຫຍາຍວາ ລະແຫ່ງຊາດ, ກ່ຽວກັບວຽກງານ ຂອງຂະແໜງພາຍໃນໃຫ້ເປັນຮູບ ປະທໍາ; ເສີມຂະຫຍາຍບົດບາດ ການນໍາພາຂອງຄະນະພັກ, ຄະນະ ນຳແຕ່ລະຂັ້ນ ແລະ ຄວາມເປັນແບບ ຢ່າງໃຫ້ພະນັກງານ-ລັດຖະກອນ; ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງແນວຄິດໃຫ້ພະນັກ ງານ-ລັດຖະກອນຂະແໜງການ ພາຍໃນກຳແໜ້ນ ແລະ ເຂົ້າໃຈຢ່າງ ເລິກເຊິ່ງກ່ຽວກັບແນວທາງນະໂຍ ບາຍຂອງພັກ ແລະ ການບໍລິຫານ ຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະ ຍາສາດ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວບົນຈິດໃຈຫ້າວຫັນ, ມີຈັນຍາບັນໃນໜ້າທີ່, ຄວາມຊື່ສັດ, ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບ ແຜນວິທີເຮັດວຽກຢ່າງຖືກຕ້ອງ ຕາມຫລັກການໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການກັບວຽກ ງານຕົວຈິງ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດ ຊອບໃນການປະຕິບັດວຽກງານ ຂອງຕົນ. ພ້ອມກັນນັ້ນ, ຕ້ອງຍົກສູງຄວາມ ເປັນເຈົ້າການຫັນແນວທາງນະໂຍ ບາຍຂອງພັກມາເປັນໂຄງການ, ແຜນການ-ແຜນງານພ້ອມທັງສ້າງ ແລະ ປັບປຸງກົດໝາຍ, ລະບຽບການ ບໍລິຫານລັດໃຫ້ແທດເໝາະກັບສະ ພາບເງື່ອນໄຂຕົວຈິງໃນປັດຈຸບັນ. ຄຽງຄູ່ກັນນັ້ນ, ກໍຕ້ອງເພີ່ມທະວີການ ຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ລະບຽບການທີ່ມີແລ້ວໃຫ້ມີຜົນ ສັກສິດ ພ້ອມທັງເຜີຍແຜ່, ຊຸກຍູ້, ຕິດ ຕາມ ແລະ ກວດກາການຈັດຕັ້ງປະຕິ ບັດບັນດານິຕິກຳຕ່າງໆ ທີ່ຕິດພັນ ກັບຂະແໜງການພາຍໃນໃຫ້ປະກົດ ຜົນເປັນຈິງ; ເພີ່ມທະວີຄວາມຮັບ ຜິດຊອບໃນການຊຸກຍູ້ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນ ທົ່ວລະບົບການເມືອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະ ທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບບົນພື້ນ ຖານການສ້າງຍຸດທະສາດການປັບ ປຸງກົງຈັກ; ກໍານົດຕໍາແໜ່ງງານໃຫ້ ເໝາະສົມກັບວິຊາສະເພາະທີ່ຕ້ອງ ການ, ສອດຄ່ອງໜ້າວຽກຕົວຈິງ; ການປັບປຸງການຈັດຕັ້ງຕ້ອງຕິດພັນ ກັບການສ້າງແຜນສັບຊ້ອນ-ຈັດ ວາງບຸກຄະລາກອນໄປພ້ອມໆກັນ ໂດຍສະເພາະລັດຖະກອນທີ່ມີຕຳ ແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດ ນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີ ເຂົ້າ-ມີອອກ ແລະ ມີການເຄື່ອນ ຍ້າຍບ່ອນປະຈຳການຕາມເງື່ອນໄຂ ຕົວຈິງ; ປັບປຸງບັນດານິຕິກໍາຕ່າງໆ ທີ່ກ່ຽວກັບຊື່ເອີ້ນຕໍາແໜ່ງບໍລິຫານການປົກຄອງ, ຊື່ເອີ້ນຕໍາແໜ່ງວິຊາ ການຢູ່ຂົງເຂດຕ່າງໆຕາມທີ່ສູນກາງ ພັກໄດ້ຕົກລົງ; ສ້າງ ແລະ ຫັນການ ບໍລິຫານລັດເປັນທັນສະໄໝ,ຫລຸດ ຂັ້ນຂອດ; ຄົ້ນຄວ້າລະບອບ ແລະ ສ້າງເງື່ອນໄຂການນໍາຂົງເຂດລັດ ແຕ່ລະຂັ້ນສະໝັກເລືອກເປັນສະມາ ຊິກສະພາຂັ້ນຕ່າງໆ ແລະ ຊຸກຍູ້ໃຫ້ ບັນດາກະຊວງ, ອົງການສ້າງລະ ບຽບການ ແລະ ກົນໄກເຮັດວຽກ ພາຍໃນຂອງແຕ່ລະຂະແໜງການ ເພື່ອຮັບປະກັນການເຄື່ອນໄຫວມີ ປະສິດທິພາບ; ເອົາໃຈໃສ່ເປັນເຈົ້າ ການໃນການຈັດຕັ້ງປະຕິບັດກົດ ໝາຍແລະລະບຽບການຕ່າງໆກ່ຽວ ກັບວຽກງານຄຸ້ມຄອງລັດຖະກອນ ຢ່າງເຂັ້ມງວດ ແລະ ສືບຕໍ່ຄົ້ນຄວ້າ ປັບປຸງບັນດານິຕິກຳທີ່ບໍ່ທັນສອດ ຄ່ອງ, ສ້າງກົນໄກ ແລະ ວິທີການຄຸ້ມ ຄອງພະນັກງານ-ລັດຖະກອນຫັນ ເປັນລະບົບທັນສະໄໝຫລາຍຂຶ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ຄົ້ນ ຄວ້າມາດຕະການ ແລະ ວິທີການ ຫລຸດຜ່ອນຈໍານວນພົນ ໃນກົງຈັກ ລັດ (ຈາກປັດຈຸບັນ 2,4% ຂອງ ພົນລະມືອງ ໃຫ້ເຫລືອ 2,2% ຂອງ ພົນລະເມືອງ ໃນປີ 2025); ຄົ້ນ ຄວ້າລະບົບສອບເສັງເລື່ອນຕໍາແໜ່ງ ບໍລິຫານແຕ່ລະຂັ້ນ ແລະ ຄົ້ນຄວ້າ ກົນໄກ, ວິທີ ແລະ ຂັ້ນຕອນການ ເຄື່ອນຍ້າຍ, ຫັນພະນັກງານຈາກ ສູນກາງ-ທ້ອງຖິ່ນ-ສູນກາງຢ່າງ ເປັນລະບົບ; ເອົາໃຈໃສ່ໃນການຄົ້ນ ຄວ້າສ້າງນິຕິກໍາທີ່ກ່ຽວຂ້ອງໃນ ການຫັນຫົວໜ່ວຍວິຊາການ ໄປກຸ້ມ ຕົນເອງທາງດ້ານງົບປະມານໃຫ້ ສຳເລັດໂດຍໄວ, ສືບຕໍ່ຄົ້ນຄວ້າການ ຫັນພະນັກງານ-ລັດຖະກອນໄປ ເປັນພາລະກອນໃນຂົງເຂດວິຊາ ການຕ່າງໆທີ່ມີເງື່ອນໄຂ; ສ້າງ ຫລັກສູດຝຶກອົບຮົມໃຫ້ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂຕົວ ຈິງໃນການເຄື່ອນໄຫວວຽກງານ ຂອງພະນັກງານລັດຖະກອນ ເພື່ອ ຍົກສູງຄວາມຮູ້, ຄວາມສາມາດ ແລະປະສົບການພ້ອມທັງຮັບປະກັນ ການປະຕິບັດໜ້າທີ່ວຽກງານໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນ, ຕ້ອງໄດ້ກໍານົດນະໂຍບາຍທີ່ ເໝາະສົມໃຫ້ພະນັກງານ-ລັດຖະ ກອນທີ່ຢູ່ເຂດຫ່າງໄກສອກຫລີກທຸ ລະກັນດານໄດ້ມີເງື່ອນໄຂຍົກລະ ດັບຄວາມຮູ້ໃນດ້ານຕ່າງໆໃຫ້ ກວ້າງຂວາງທົ່ວເຖິງ; ເອົາໃຈໃສ່ ການປະເມີນຜົນການປະຕິບັດວຽກ ງານຂອງພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ, ມີຄຸນນະພາບ ພ້ອມທັງສືບຕໍ່ສ້າງລະບົບ ແລະ ຮູບ ແບບຂອງການປະເມີນຜົນຢ່າງມີວິ ທະຍາສາດ, ພາວະວິໄສ, ຖືກຕ້ອງ ແລະ ເປັນທຳໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ສືບຕໍ່ປັບ ປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກ ງານ 3 ສ້າງ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍ ສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານລະ ຫວ່າງຂະແໜງການດ້ວຍກັນ, ສູນ ກາງກັບທ້ອງຖິ່ນ ໃນການປົກຄອງ ດ້ວຍກົດໝາຍ, ມອບຄວາມຮັບຜິດ ຊອບໃຫ້ທ້ອງຖິ່ນຫລາຍຂຶ້ນ; ຄົ້ນ ຄວ້າສ້າງມາດຕະຖານ ແລະ ເງື່ອນ ໄຂກໍານົດໃຫ້ແຂວງ, ນະຄອນຂຶ້ນ ກັບສູນກາງໂດຍກົງ; ຄົ້ນຄວ້າພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ຕາແສງ ໂດຍປັບປຸງກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍກ່ຽວຂ້ອງ ແລະ ວຽກງານ ສຳຄັນອື່ນໆຈໍານວນໜຶ່ງ. ນອກຈາກນັ້ນ, ຍັງມີບາງວຽກ ງານທີ່ຈະຕ້ອງໄດ້ສຸມໃສ່ສືບຕໍ່ປັບ ປຸງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດ ທິພາບຕື່ມອີກ ເຊັ່ນ: ວຽກງານຊົນ ເຜົ່າ, ສາສະໜາ, ວຽກງານອົງ ການຈັດຕັ້ງສັງຄົມ, ກົງຈັກການຈັດ ຕັ້ງຂອງເຂດຖະກິດພິເສດ, ກົງຈັກ ການຈັດຕັ້ງດ່ານຊາຍແດນ ແລະ ສະ ໜາມບິນສາກົນ ຕື່ມອີກ. ຂໍ້ມູນ-ພາບ: ສວລ

RkJQdWJsaXNoZXIy MTc3MTYxMQ==