5812

xtgmf]k; 3 15/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີົີ ໂດຍ: ສັນນິຕິບບານັ ໂດຍ: ຄ້ອງໃໝ່້ ອ່ g,nj vsp5h 'pkd pyj '8h v'vq fmq o[5 d[n o ຮິບໂຮມໂດຍ: ພະກາິ ບ lb dlk[k'd= ]tou 7emuj ,k9kdrklkvnj o *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ co;7y f-U oe0v' xtmko 7ew8 lu ra ofvo 8+ dkoxt8y [a f lv'|h kmuj p5 fmtlkf (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024)ື່ ອັ ນີ ດີ ພັນົ ບີ ັນີ ໃນສະພາບການດັ່ງກ່າວ ປະ ທານ ຄຳໄຕ ສີພັນດອນ ເປັນຜູ້ ໜຶ່ງທີ່ໄດ້ຮັບມອບໝາຍໜ້າທີ່ຮັບ ຜິດຊອບຊີ້ນຳໃນການວາງແຜນ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະ ສາດທີ່ກ່າວມານັ້ນ ເຊິ່ງເພິ່ນໄດ້ຈັດ ວາງ ກຳລັງພະນັກງານນັກຮົບ ໃນ ຖັນແຖວກຳລັງປະກອບອາວຸດສົມ ທົບກັບຖັນແຖວພະນັກງານຂອງ ຂະແໜງການຕ່າງໆ, ຈັດຕັ້ງເປັນ ຫລາຍກອງ, ຫລາຍໜ່ວຍກະຈາຍ ລົງສູ່ທ້ອງຖິ່ນຮາກຖານເຮັດໜ້າທີ່ ສຶກສາອົບຮົມປຸກລະດົມຂົນຂວາຍ ປະຊາຊົນ, ປັບປຸງລະບົບການຈັດ ຕັ້ງອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ຢູ່ຮາກ ຖານ, ທັງເຮັດໜ້າທີ່ສົມທົບກັບທະ ຫານທ້ອງຖິ່ນ, ທະຫານລາດ-ກອງ ຫລອນເຄື່ອນໄຫວຕີສັດຕູ ແລະ ປະ ຕິບັດນະໂຍບາຍຂົນຂວາຍເລີກຮື້ ກອງປຸ້ນ, ຈັດຕັ້ງຊີວິດໃໝ່ໃຫ້ປະຊາ ຊົນທີ່ພົ້ນຈາກການຄອບງໍາຂອງ ສັດຕູ ເພື່ອເຮັດໃຫ້ເຂົາເຈົ້າສາມາດ ທຳມາຫາກິນເປັນປົກກະຕິ, ສຳລັບ ຢູ່ເຂດຊາຍແດນ ເພິ່ນໄດ້ຈັດວາງ ກຳລັງປະກອບອາວຸດ, ຈັດຕັ້ງປະຊາ ຊົນປົກປັກຮັກສາເຂດຊາຍແດນ, ເດັດດ່ຽວຕ້ານທຸກການລ່ວງລໍ້າ ບຽດຢຶດຂອງສັດຕູ; ໃນການແກ້ໄຂ ບັນຫາຊາຍແດນ ເພິ່ນໄດ້ຊີ້ນຳ ແລະ ຖືເປັນສຳຄັນການເຈລະຈາແກ້ໄຂ ໂດຍສັນຕິ, ຫລີກເວັ້ນການພະເຊີນ ໜ້າທາງດ້ານການທະຫານ; ພ້ອມ ກັນນັ້ນ, ປະທານຍັງໄດ້ເອົາໃຈໃສ່ ແລະ ຖືເປັນສໍາຄັນການປະສານສົມ ທົບລະຫວ່າງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການ ພັດທະນາເສດຖະກິດ; ອອກແຮງ ພັດທະນາກໍ່ສ້າງເຂດພູດອຍຊົນເຜົ່າ ໃຫ້ເປັນເຂດແນວຫລັງຍຸດທະສາດ ປ້ອງກັນຊາດ ປ້ອງກັນຄວາມສະ ຫງົບຢ່າງຍາວນານ, ເປັນຕົ້ນເພິ່ນ ໄດ້ຊີ້ນໍາໂດຍກົງການພັດທະນາເຂດ ພູດອຍ ເຮັດໃຫ້ເຂດພູດອຍມີຄວາມ ສະຫງົບ, ຮາກຖານການເມືອງໄດ້ ຮັບການປັບປຸງນັບມື້ນັບແໜ້ນໜາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ ຮັບການປົວແປງນັບມື້ນັບດີຂຶ້ນ. ໃນການຊີ້ນຳຈັດຕັ້ງປະຕິບັດ, ປະທານໄດ້ລົງໄປແຕ່ລະກົມກອງ, ທ້ອງຖິ່ນ, ຮາກຖານ ເພື່ອກໍາສະພາບ ການຕິດຕາມກວດກາຊຸກຍູ້ ແລະ ຖອດຖອນບົດຮຽນທັງນີ້ແມ່ນແນໃສ່ ເຮັດໃຫ້ພະນັກງານນັກຮົບຊາບຊຶມ ກຳແໜ້ນແຜນນະໂຍບາຍຂອງພັກ, ພ້ອມກັນນັ້ນກໍ່ດັດແປງແກ້ໄຂສິ່ງ ຜິດເຂວ ເພື່ອປັບປຸງເພີ່ມທະວີຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຄວາມສາມັກຄີລະຫວ່າງ ທະຫານກັບປະຊາຊົນ. ປະທານຍັງ ໄດ້ເອົາໃຈໃສ່ຕໍ່ການເພີ່ມທະວີການ ເຄື່ອນໄຫວທາງດ້ານການຕ່າງປະ ເທດ ເພື່ອຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດອ້າຍນ້ອງເພື່ອນ ມິດ, ຍາດແຍ່ງການສະໜັບສະໜູນ ຊ່ວຍເຫລືອໃນດ້ານຕ່າງໆ ເພິ່ນຖື ສຳຄັນການຮັດແໜ້ນຄວາມສາມັກ ຄີພິເສດການຮ່ວມສໍາພັນສູ້ຮົບລະ ຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດລາວ-ຫວຽດນາມ ອ້າຍ ນ້ອງຢ່າງບໍ່ຢຸດຢັ້ງດ້ວຍການພົວ ພັນຮ່ວມມືຕົວຈິງຫລາຍຮູບການ. ໂດຍພາຍໃຕ້ການນໍາພາທີ່ຖືກຕ້ອງ ຄົນອື່ນໆ ໃນການຄົ້ນຄວ້າກໍານົດ ແນວທາງ, ນະໂຍບາຍ, ແຜນນະໂຍ ບາຍ, ຍຸດທະສາດແລະ ວິທີປະຕິວັດ ທີ່ຖືກຕ້ອງສອດຄ່ອງ ໃຫ້ແກ່ການ ປະຕິວັດລາວໃນແຕ່ລະໄລຍະ; ການ ຕັດສິນໃຈ ແລະ ການເຄື່ອນໄຫວ ວຽກງານຂອງເພິ່ນເວລາໃດກໍ່ຢຶດ ໝັ້ນຫລັກການລວມສູນປະຊາທິປະ ໄຕ, ປຶກສາຫາລື, ຕົກລົງເປັນໝູ່ຄະ ນະ, ແບ່ງງານໃຫ້ທຸກຄົນຮັບຜິດ ຊອບ, ເຄັ່ງຄັດໃນຄວາມຮັບຜິດ ຊອບ, ເຂັ້ມງວດດ້ານລະບຽບວິໄນ ເພື່ອທຸ້ມເທສະຕິປັນຍາ ເຂົ້າໃນການ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ. ສັງລວມແລ້ວ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ການທະຫານ ທີ່ມີຄວາມປີຊາສາ ມາດ, ແມ່ນແບບຢ່າງແຫ່ງຄວາມ ກ້າແກ່ນໜຽວແໜ້ນໃນທຸກສະຖາ ນະການ. ບັນດາຜົນງານ, ຄຸນງາມ ຄວາມດີ ຂອງປະທານ ຄຳໄຕ ສີພັນ ດອນ ໄດ້ກາຍເປັນມໍລະດົກອັນລໍ້າ ຄ່າໃຫ້ແກ່ສະມາຊິກພັກ-ພະນັກ ງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ. ເນື່ອງ ໃນໂອກາດສະເຫລີມສະຫລອງວັນ ເກີດຄົບຮອບ 100 ປີ ຂອງປະທານ ຄຳໄຕ ສີພັນດອນທົ່ວພັກ, ທົ່ວກອງ ທັບ, ທົ່ວປວງຊົນລາວ ຂໍສະແດງ ຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ ແລະຄຸນ ງາມຄວາມດີ ຂອງທ່ານ ຍັງ ຈະ ຍືນຍົງໃນດວງໃຈຂອງປະຊາ ຊົນ ລາວຕະຫລອດໄປ. *ໃນຫລັກໄວຍາກອນລາວປັດ ຈຸບັນ ຊຶ່ງເປັນຄູ່ມືການຮຽນການ ສອນພາສາລາວ ໂດຍກະຊວງສຶກ ສາທິການແລະ ກິລາ, ພິມປີ2020, ພາກອັກຂະຫລະວິທີ ໄດ້ກໍານົດເອົາ ໄວ້ “ວິທີຂຽນຄໍາທີ່ມີເຄົ້າມາຈາກ ພາສາຕ່າງປະເທດ...” ຊຶ່ງມີທັງ ຄໍາທີ່ແປງມາເປັນພາສາລາວ, ຄໍາ ທີ່ໃຊ້ມາກ່ອນແລ້ວ ແລະ ຄໍາທີ່ຢືມ ມາໃໝ່. ໃນຫລັກໄວຍາກອນລາວ ທີ່ ກ່າວເຖິງໄດ້ລະບຸເອົາໄວ້ວ່າ “ຄໍາ ທີ່ມີເຄົ້າມາຈາກພາສາຕ່າງປະເທດ ໃນພາສາລາວ ປະກອບດ້ວຍຄໍາທີ່ ມາຈາກພາສາຂະແມ, ຝຣັ່ງ, ອັງ ກິດ, ໄທ, ຕີນ, ຫວຽດນາມ ແລະ ອື່ນໆ”. ການຢືມຄໍາຈາກພາສາ ໃດ ກໍ່ແມ່ນການລອກເອົາສຽງຂອງ ພາສານັ້ນ ໃຫ້ຄືສຽງເດີມທີ່ສຸດເທົ່າ ທີ່ສຽງ ແລະ ອັກສອນຂອງພາສາ ລາວມີໃຊ້ ໂດຍສະເພາະແມ່ນຄໍາສັບ ທາງວິທະຍາສາດ, ເຕັກໂນໂລຊີ, ຄໍາສັບສະເພາະ ແລະ ອື່ນໆ. ການ ຂຽນຄໍາທີ່ມີເຄົ້າມາຈາກພາສາ ຕ່າງປະເທດ ໃຫ້ປະຕິບັດດັ່ງນີ້: 1. ຄໍາທີ່ໄດ້ແປງມາເປັນພາສາ ລາວແລ້ວ ຊຶ່ງພ້ຽນຈາກພາສາເດີມ ແລະ ນິຍົມໃຊ້ກັນຢ່າງແພ່ຫລາຍ ມາຮອດດຽວນີ້ ພວກເຮົາຍັງ ຢູ່ໃນໄລຍະສຸມໃສ່ປະຕິບັດຄໍາສັ່ງ ເລກທີ13/ນຍ ວ່າດ້ວຍການເພີ່ມທະ ວີແກ້ໄຂສະພາບເຄັ່ງຮ້ອນຂອງເສດ ຖະກິດ-ການເງິນ, ເງິນເຟີ້, ອັດຕາ ແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ ສິນຕ່າງປະເທດ ດ້ວຍຈິດໃຈທີ່ບຸກ ທະລຸ ເອົາການເອົາງານໃນແຕ່ລະ ດ້ານ ແລະ ມີຜົນສໍາເລັດເປັນຂັ້ນໆ ເລື້ອຍມາ. ປະເດັນນໍາແລກປ່ຽນມື້ນີ້ ຄືຍາມຫຍຸ້ງຍາກຍິ່ງຕ້ອງອົດທົນບຸກ ບືນ ຈຶ່ງຈະຜ່ານຜ່າໄປສູ່ຜົນສໍາເລັດ ໄດ້ດັ່ງຄໍາສຸພາສິດລາວເຮົາທີ່ວ່າເກົ້າ ອົດເກົ້າເຍື້ອນຫາກຊິໄດ້ທ່ອນຄໍາ. ພຶດຕິກໍາຕົວຈິງຜ່ານມາໄດ້ໃຫ້ ພວກເຮົາເຫັນ ແລະ ຮັບຮູ້ນໍາກັນວ່າ ທຸກໄລຍະຂອງການພັດທະນາມັນ ມີທັງໂອກາດທີ່ເອື້ອອໍານວຍແລະ ສິ່ງທ້າທາຍຫລາຍ, ໝາຍວ່າ ມີທັງ ສະດວກ ແລະ ຫຍຸ້ງຍາກ. ຄໍາສຸພາ ສິດຈີນ ກໍ່ມີວ່າ ບໍ່ມີຍາມໃດທີ່ບໍ່ມີ ຄວາມຫຍຸ້ງຍາກ. ເມື່ອເປັນຄືແນວ ນັ້ນ ເຮົາກໍ່ບໍ່ຕ້ອງຄອງຄອຍຍາມສະ ດວກແລ້ວຈຶ່ງເຮັດນັ້ນເຮັດນີ້ຕາມຄິດ ເອົາໄວ້, ລໍຖ້າຄືແນວນັ້ນກໍ່ເທົ່າກັບ ເຜົາເວລາຖິ້ມລ້າໆ. ຄືດັ່ງປັດຈຸບັນ, ສະພາບພາຍນອກຫລາຍອັນກະທົບ ໃສ່ພວກເຮົາ, ບວກກັບສະພາບພາຍ ໃນທີ່ບໍ່ທັນອໍານວຍເທົ່າທີ່ຄວນ ໂດຍ ແລະ ສະຫລາດສ່ອງໃສຂອງສູນ ກາງພັກ, ຂອງປະທານ ໄກສອນ ພົມວິຫານແລະ ດ້ວຍການຊີ້ນຳ-ນໍາ ພາຈັດຕັ້ງປະຕິບັດດ້ວຍຄວາມຕັ້ງ ໜ້າຂອງປະທານຄຳໄຕສີພັນດອນ ໄດ້ເຮັດໃຫ້ການປະຕິບັດສອງໜ້າທີ່ ຍຸດທະສາດຍາດໄດ້ຜົນສຳເລັດອັນ ໃຫຍ່ຫລວງໃນຫລາຍດ້ານ, ເຮັດ ໃຫ້ປະເທດຊາດມີຄວາມສະຫງົບ ໂດຍພື້ນຖານ, ການພັດທະນາເສດ ຖະກິດ-ສັງຄົມມີການຂະຫຍາຍ ຕົວ, ຊີວິດການເປັນຢູ່ນັບທັງທາງ ດ້ານວັດຖຸ ແລະ ຈິດໃຈຂອງປະຊາ ຊົນບັນດາເຜົ່ານັບມື້ນັບດີຂຶ້ນ. ປະທານຄຳໄຕສີພັນດອນແມ່ນ ນັກຍຸດທະສາດ ທີ່ມີວິໄສທັດທາງ ການເມືອງ ແລະ ການທະຫານ ອັນ ກວ້າງໄກສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖາ ນະການ ເພື່ອເປັນເຈົ້າການໃນການ ແກ້ໄຂສະພາບການໄດ້ຢ່າງຖືກຕ້ອງ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ ຊິດ ແລະ ສະໜິດສະໜົມທີ່ສຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນຳພັກ-ລັດ ແລ້ວ ກໍ່ໃຫ້ນໍາໃຊ້ ຫລື ຂຽນແນວ ນັ້ນຕໍ່ໄປ ເຊັ່ນ: ກໍາຈັດ, ກັງວົນ, ຈະເລີນ, ຕໍາຫລວດ. . .(ມີເຄົ້່າ ມາຈາກພາສາຂະແມ); ເຕົ້າຮູ້, ຍີ່ຫໍ້, ຫຸ້ນ...(ມີເຄົ້າຈາກພາສາຈີນ); ເຝີ, ບັນກວນ. . .(ມີເຄົ້າຈາກພາສາ ຫວຽດນາມ). 2. ຄໍາໃດຢືມມາຈາກ 2 ພາສາ ແລະ ໃຊ້ຄຽງຄູ່ກັນໄປ (ຝຣັ່ງ, ອັງ ກິດ) ໃຫ້ພິຈາລະນາວ່າເຮົາຢືມຄໍາ ນັ້ນມາພາສາໃດກ່ອນ ແລະ ໃຫ້ສະ ກົດຄໍາຕາມພາສາທີ່ຢືມມາກ່ອນ, ຄໍາໃດທີ່ໃຊ້ມາຢ່າງກວ້າງຂວາງ ແລະ ຊິນເຄີຍແລ້ວ ກໍ່ຄວນຮັກສາ ໄວ້, ສ່ວນຄໍາທີ່ຢືມມາໃໝ່ ກໍ່ກໍານົດ ວ່າຈະສະກົດຕາມພາສາໃດ ແລ້ວ ນໍາໃຊ້ໃຫ້ເປັນເອກະພາບກັນ. ໃນ ເອກະສານທາງການນັ້ນ, ຄໍາດຽວ ບໍ່ຄວນສະກົດເປັນສອງພາສາ. ຕົວຢ່າງ ຄໍາທີ່ໃຊ້ມາກ່ອນແລ້ວ: ເອເລັກໂຕຣນິກ, ອິນເດຍ, ຣັດເຊຍ, ວິຕາມິນ, ແມ່ນໍ້ານິນ, ປາແລັດສະ ຕິນ, ແອັດສະປາຍ, ອາກຊັງຕິນ, ລຸກຊໍາບວກ, ເຕັກໂນໂລຊີ...ບາງ ຄໍາທີ່ໃຊ້ມາແລ້ວ ແຕ່ເຫັນວ່າບໍ່ ເໝາະສົມກັບຍຸກສະໄໝປັດຈຸບັນ ກໍ່ ປັບປຸງປ່ຽນແປງໃຊ້ຄໍາທີ່ເໝາະສົມ ກວ່າ ເປັນຕົ້ນແມ່ນຊື່ບາງປະເທດ, ຊື່ສະຖານທີ່ ແລະ ອື່ນໆ ທີ່ສັງຄົມ ຍອມຮັບ ແລະ ເປັນທີ່ເຂົ້າໃຈດີກວ່າ ຄໍາທີ່ໃຊ້ມາກ່ອນ ເຊັ່ນ: ນິວຊີແລນ, ສະວີເດນ, ຈໍແດນ, ມຽນມາ, ເຈນີ ວາ... ສ່ວນຄໍາທີ່ຢືມມາໃໝ່ ກໍ່ໃຫ້ ຂຽນຕາມສຽງພາສາອັງກິດ ເຊັ່ນ: ເອດ, ຄອມພິວເຕີ, ໄວຣັດ, ດາວ ໂຫລດ... ຫລັກໄວຍາກອນຍັງໄດ້ກໍາ ນົດ ການຂຽນທັບສັບພາສາຕ່າງ ປະເທດ ຄວນໃຊ້ພະຍັນຊະນະ, ສະຫລະ ແລະ ຕົວສະກົດທີ່ກົງ ຫລື ໃກ້ຄຽງກັບພາສາເດີມ, ແຕ່ບໍ່ ຄວນໃຫ້ຕົວໜັງສືເຫລືອຢູ່ໃນຄໍາ ແລະ ບໍ່ນໍາໃຊ້ເຄື່ອງໝາຍກາລັນ. ການຂຽນທັບສັບ ສາມາດໃຊ້ຕົວ ຣ, ສະກົດພິເສດກາງຄໍາ(ຖ້າຈໍາ ເປັນ) ແລະ ອັກສອນຄວບອື່ນໆ ລວມທັງຕົວ ວ ໄດ້. ການຂຽນຄໍາທີ່ ອອກສຽງເປັນສະຫລະ ໄx ໃຫ້ໃຊ້ ສະຫລະ ໄx ໄມ້ມາຍ ຕົວດຽວເທົ່າ ນັ້ນ. ສ່ວນຕົວສະກົດພິເສດທ້າຍ ຄໍາ ໃຊ້ສະເພາະຄໍາທີ່ຈໍາເປັນທີ່ສຸດ ເທົ່ານັ້ນ(ໃຊ້ໃນທາງໂຟນີຕິກ ຫລື ອອກສຽງ). ດັ່ງນັ້ນ ຈຶ່ງນໍາມາ ເພື່ອສຶກສາ ນໍາກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ສະເພາະສະພາບຄວາມບອບບາງ ທາງດ້ານເສດຖະກິດ ຈຶ່ງເກີດມີ ຄວາມຫຍຸ້ງຍາກບໍ່ແມ່ນຂອງຄ່ອຍ. ສະນັ້ນຖ້າເຮົາຈະມີແຕ່ຄອງຄອຍຖ້າ ສະພາບດີຂຶ້ນຈຶ່ງຈະລົງມືເຮັດອັນ ນັ້ນເຮັດອັນນີ້ ໂດຍຂາດຈິດໃຈອົດ ທົນບຸກບືນ ກໍ່ຈະບໍ່ໄປຮອດໃສ. ຄໍາຊີ້ນໍາຂອງການນໍາເຮົາທ່ານ ໜຶ່ງເວົ້າວ່າ ເຫັນແຕ່ຄວາມຫຍຸ້ງ ຍາກກໍ່ຈະບໍ່ມີຈິດໃຈບຸກບືນ. ນັ້ນ ແມ່ນຖືກຕ້ອງ ແລະ ເປັນສັດຈະທໍາ ໃນຖະໜົນຊີິວິດ-ວຽກງານ ທີ່ສຸດ. ຫລາຍທັດສະນະເວົ້າໃນລວງດຽວ ກັນວ່າ ຖ້າເຫັນແຕ່ຄວາມຫຍຸ້ງຍາກ ດ້ານດຽວພວກເຮົາກໍ່ຈະບໍ່ມີແນວ ຄິດອົດທົນ ແລະ ບືນຕົວ. ໃນພຶດຕິ ກໍາຕົວຈິງຊີວິດແລະວຽກງານລ້ວນ ແຕ່ມີຄວາມສະດວກ ແລະ ກໍ່ບໍ່ອາດ ປາສະຈາກອຸປະສັກ ຄວາມຫຍຸ້ງ ຍາກ. ຄວາມສະດວກ ແລະ ຫຍຸ້ງ ຍາກແຕ່ລະໄລຍະແມ່ນຕ່າງກັນໄປ. ເຫັນຫລາຍເອກະສານນໍາພາແນວ ຄິດຂອງຈີນມັກຈະໃຊ້ຄໍາວ່າ“ຄວາມ ຫຍຸ້ງຍາກຊົ່ວຄາວ” ອັນໝາຍວ່າ ຄວາມຫຍຸ້ງຍາກ ແລະ ບັນຫາທີ່ ເຮັດໃຫ້ໜັກໃຈນັ້ນບໍ່ມື້ໃດກໍ່ມື້ໜຶ່ງ ມັນກໍ່ຈະໝົດໄປ ຫລື ຖືກແກ້ໄຂໃຫ້ ຕົກໄປ. ເວົ້າແນວນີ້ ບໍ່ໝາຍຄວາມ ວ່າປ່ອຍໃຫ້ມັນແກ້ໄຂເອງໄດ້ທຸກ ອັນ, ມັນຕ້ອງໄດ້ຮັບການເອົາໃຈ ໃສ່ຈາກມະນຸດເຮົານີ້ລະ ເປັນເຈົ້າ ການແກ້ໄຂບັນຫາ ແລະ ຄວາມ ຫຍຸ້ງຍາກເຫລົ່ານັ້ນ. ດຽວນີ້ພວກ ເຮົາປຸກລະດົມກັນສ້າງຄວາມເຂັ້ມ ແຂງພາຍໃນດ້ານຕ່າງໆ ເປັນຕົ້ນ ການຍູ້ແຮງຜະລິດເປັນສິນຄ້າ ໃຫ້ ມີຜົນຜະລິດພາຍໃນຫລາຍຂຶ້ນ, ລະ ດົມທົ່ວສັງຄົມຊົມໃຊ້ສິນຄ້າຜະລິດ ພາຍໃນໃຫ້ຫລາຍ ແລະ ອື່ນໆ. ຄວາມຫຍຸ້ງຍາກແນ່ນອນປາສະ ຈາກບໍ່ໄດ້ ໃນຂະບວນການດໍາເນີນ ກິດຈະການ ແລະ ການປຸກລະດົມ ໃຫ້ຄົນຊົມໃຊ້. ແຕ່ດ້ວຍຄວາມຫວັງ ສູງສົ່ງ, ຄົນລາວຈໍານວນຫລວງ ຫລາຍກໍ່ເຫັນວ່າບໍ່ມື້ໃດມື້ໜຶ່ງໃນ ອະນາຄົດອັນໃກ້ ສະພາບກໍ່ຈະ ດີຂຶ້ນແນ່ນອນ, ຂໍພຽງທຸກຄົນຊ່ວຍ ກັນ.ທຸກໄລຍະເວລາລ້ວນມີສຽງ ຈົ່ມວ່າກ່ຽວກັບລາຍຮັບຈໍາກັດ ບໍ່ ສົມຄູ່ກັບລາຍຈ່າຍ, ນັ້ນແມ່ນຄວາມ ຫຍຸ້ງຍາກໜຶ່ງ ຊຶ່ງເຮົາຍິ່ງຕ້ອງອົດ ທົນບຸກບືນຕົວໃຫ້ຫລາຍຂຶ້ນ, ນອກ ຈາກປະຢັດແລ້ວຕ້ອງຊອກຫາຫລາຍ ແຫລ່ງຕາມທ່າແຮງຂອງເຮົາ ໂດຍ ຖືກຕ້ອງລະບຽບກົດໝາຍ. ຈະຖ້າ ແຕ່ຄວາມຊ່ວຍເຫລືອ, ຖ້າໃຫ້ສະ ພາບມັນປັບຕົວມັນເອງ..ເຮັດແນວ ນັ້ນ ຍິ່ງຈະຫຍຸ້ງຍາກຕື່ມຄົນລາວ ເຮົາລ້ວນແຕ່ມີມູນເຊື້ອແຫ່ງຄວາມ ດຸໝັ່ນອົດທົນບຸກບືນເປັນພື້ນຖານ ນັ້ນແມ່ນອັນດີທີ່ສຸດ, ສະນັ້ນ ຈຶ່ງມີຄໍາ ເວົ້າທີ່ວ່າ ໄປຢຽບໝາ ມາຢຽຂຽດ. ສະຫລຸບວ່າ ໃນຍາມຫຍຸ້ງຍາກ ໄລຍະໃດກໍ່ຕາມ, ພວກເຮົາບໍ່ອາດລໍ ຖ້າໃຫ້ດີເອງ, ຕ້ອງມີຄວາມອົດທົນ ບຸກບືນຜ່ານຜ່າ, ຍິ່ງຫຍຸ້ງຍາກ ຍິ່ງ ທຸກຍາກ ກໍ່ຍິ່ງຕ້ອງບຸກບືນພັດທະ ນາຕົນເອງ ເອົາວິກິດໃຫ້ເປັນໂອ ກາດຄືເພິ່ນວ່າ, ເຫັນຄວາມຫຍຸ້ງ ຍາກແລ້ວ ຍິ່ງຕ້ອງມີໃຈ. ສະພາບ ສື່ສັງຄົມອອນລາຍ ມີຫລາຍເພຈ ພາສາປະເທດເພື່ອນບ້ານທີ່ຄົນ ລາວເຂົ້າໃຈດີໃສ່ຮ້າຍປ້າຍສີ ວິຈານ ບັນຫາຫຍຸ້ງຍາກຂອງພວກເຮົາ ແນວນັ້ນແນວນີ້. ຖ້າເຮົາບໍ່ມີໃຈ, ບໍ່ອົດທົນບຸກບືນພັດທະນາ ໃຫ້ມີ ຄວາມເຂັ້ມແຂງ, ການທັບຖົມຕໍ່ເຮົາ ກໍ່ຈະມີໄປໜ້າ, ຍິ່ງຖ້າຄົນລາວທຸກ ຄົນບໍ່ຮັບຮູ້ເຂົ້າໃຈໃນບັນຫາຫຍຸ້ງ ຍາກທີ່ເກີດຂຶ້ນດີກໍ່ຈະຕົກເປັນເຄື່ອງ ມື ຫລື ຫລົງ ສະໜັບສະໜູນຄໍາທັບ ຖົມໂຈມຕີຂອງພວກ “ກິນເຂົ້າໂຕ ໂສເລື່ອງຜູ້ອື່ນ” ທີ່ຍຸແຍ່ໃຫ້ພວກ ເຮົາແຕກຄວາມສາມັກຄີ.

RkJQdWJsaXNoZXIy MTc3MTYxMQ==