5812

Ill s;o7n o,6 og-N v;a olh k'8A ' ltstra ode,t[ko]k; 7q [Iv[ 68 xu sa f4tde8j eczj o-eg|n v ,= ]tfq d76 j da [-k;]k; 1h P,-q ,I6 [rk[-u ;y fdkog7n j vows; xt8y ;a f0v'xtmko 7ew8 lu ra ofvo g]a j '9a f8A 'xt8y [a fzq odkomq [m;odk'ltw\ czora fmtokglf4tdy f{la '7q , 5 xu 7A 'mu IX ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 15.02.2024 ປີທີ 23 ສະບັບທີ 5.873 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf Iv'okpq d]a f4t,q o8u goA o.sh 0tc|'dko rkp.ogvq k.9.lj s]kp[a oskle7a o dt-;' zm fegou odv'xt-5 ,7q [7tot [= ]y sko'kora dgxu fd;h k' 7a A 'mu 10 dP,d+ lh k's= s]a dg,n v' c]t xt86 30' c0;'-P'0;k' m6 f]k; pn j olko8k8A '8+ lq ,gfa frtik-k 7ia ' f5 d csj ' ik-tvkok9a d]5 d-e[;d ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານ ລາວ ຄົບຮອບ 68 ປີ(01 ກຸມພາ 1956-01 ກຸມພາ 2024) ໃນວັນ ທີ 13 ກຸມພາ 2024 ໂດຍການປາ ຖະກະຖາຂອງ ສະຫາຍ ປະເດີມ ພອນ ສົນທະນີ ຮອງເລຂາຄະນະພັກ ກະຊວງ, ຮອງລັດຖະມົນຕີກະຊວງ ຮສສ, ທັງເປັນຜູ້ຊີ້ນຳວຽກສາມ ອົງການຈັດຕັ້ງມະຫາຊົນກະຊວງ ຮສສ, ມີທ່ານ ບຸນມາ ສິດທິໂສມ ປະທານສະຫະພັນກຳມະບານກະ ຊວງ, ພ້ອມຄະນະ ແລະ ສະມາຊິກ ຂປລ. ກອງປະຊຸມໂຕະມົນ ປະ ຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງ ລັດການຈັດຕັ້ງປະຕິບັດຜົນການ ທົບທວນກາງສະໄໝຂອງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາຂອງ ສປປລາວ”ປິດລົງດ້ວຍຜົນສຳເລັດ ອັນຈົບງາມ ໃນວັນທີ 13 ກຸມພາ 2024 ທີ່ນະຄອນຫລວງວຽງຈັນ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ ໄດ້ຖະແຫລງຜົນສຳເລັດ ຂອງກອງປະຊຸມໂຕະມົນ ປະຈຳປີ 2023 ວ່າ: ເພື່ອບັນລຸໄດ້ເປົ້າໝາຍ ແລະ ວາລະການພັດທະນາແຫ່ງ ຊາດ ລວມທັງເປົ້າໝາຍການພັດ ທະນາແບບຍືນຍົງ (SDG) ແລະ ກຳມະບານພາຍໃນແລະອ້ອມຂ້າງ ກະຊວງ ຮສສ ເຂົ້າຮ່ວມ. ສະຫາຍ ປະເດີມ ພອນສົນທະນີ ຂປລ. ບໍລິສັດ ພັດທະນາແຫລ່ງ ທ່ອງທ່ຽວນໍ້າຕົກຕາດເຍືອງ ແລະ ກົງສຸນໃຫຍ່ແຫ່ງຣາຊະອານາຈັກ ໄທ ປະຈໍາແຂວງສະຫວັນນະເຂດ ນໍາໂດຍ ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ, ທ່ານ ນາງ ທິຕິຍາ ປານມະນີ ຮັກສາ ການຫົວໜ້າກົງສຸນໃຫຍ່ ແຫ່ງຣາ ຊະອານາຈັກໄທ ປະຈໍາແຂວງສະ ຫວັນນະເຂດ,ທ່ານຕໍ່ພົງປະເສີດສັງ ສັດຕະວະແພດ ແຂວງມຸກດາຫານ ຄະນະຮັບຜິດຊອບສູນເພາະພັນໄກ່ ໜອງເຕົ່າ ແຂວງສະຫວັນນະເຂດ ພ້ອມຄະນະວິຊາການໄດ້ເຄື່ອນໄຫວ ເກັບກໍາຂໍ້ມູນ ແລະ ປຶກສາຫາລື gda [de0= ,6 o7;k,gxa owxwfh .odkolq j 'glu , ]h P'wdj ]kf 16 j 4 g,n v'c0;'lk]t;a o h ຄວາມເປັນໄປໄດ້ໃນການສົ່ງເສີມ ການລ້ຽງໄກ່ລາດພັນພື້ນເມືອງແລະ ການຂະຫຍາຍສູນເພາະພັນລູກໄກ່ ຮ່ວມກັບເມືອງລະຄອນເພັງ ແລະ 3 ເມືອງຂອງແຂວງສາລະວັນ ຄື: ເມືອງວາປີ, ເມືອງຕຸ້ມລານ ແລະ ເມືອງຄົງເຊໂດນ ໂດຍມີ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະ ຄອນເພັງ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ທ່ານ ທອງໃສ ເພັດລາສີ ເຈົ້າເມືອງຕຸ້ມລານ, ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງ ເຊໂດນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດເຄື່ອນໄຫວຄັ້ງນີ້, ຂປລ. ເມື່ອບໍ່ດົນມານີ້, ຢູ່ພະ ຣາຊະວັງ Palais grand-ducal ທີ່ລຸກຊຳບວກ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາ ຕັ້ງຕໍ່ສົມເດັດ ພະຣາຊາ ຄຣັງດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ເພື່ອດຳລົງຕຳແໜ່ງເປັນເອກອັກ ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດກອງປະ ຊຸມຄົບຄະນະບໍລິຫານງານພັກເປີດ ສະຫາຍ ຄຳເຈນ ວົງໂພສີ ກວ້າງຄັ້ງທີ 10 ສະໄໝທີ IV ໃນວັນທີ14ກຸມພາ2024ໂດຍການ ເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ, ມີສະຫາຍຮອງເລຂາຄະນະພັກ, ຄະ ນະປະຈຳພັກ, ຄະນະພັກ, ເລຂາ ໜ່ວຍພັກ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ສະຫລຸບ ຕີລາຄາການນໍາພາ-ຊີ້ນໍາວຽກງານ ຂອງຄະນະບໍລິຫານງານພັກກະ ຂປລ. ແຂວງຊຽງຂວາງຈັດ ກອງປະຊຸມຜ່ານແບບ ແຜນຫໍຫລັກ ເມືອງ ແລະ ປະຕູໂຂງ ຂອງແຂວງ ໃນວັນທີ 13 ກຸມພາ 2024 ໂດຍ ການເປັນປະທານຂອງທ່ານບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຫົວໜ້າ-ຮອງຫົວໜ້າພະແນກ ການ, ອົງການ ແລະ ວິຊາການທີ່ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບ ຊົມແບບຫໍຫລັກເມືອງ ແລະ ປະຕູ ໂຂງຂອງແຂວງ, ພ້ອມທັງໄດ້ປະ ກອບຄຳຄິດຄຳເຫັນ ເພື່ອໃຫ້ຫໍຫລັກ ເມືອງ ແລະ ປະຕູໂຂງ ຂອງແຂວງ ເໝາະສົມກັບ ຈຸດພິເສດຂອງ ແຂວງທາງວັດທະນະທຳ, ປະຫວັດ ສາດ, ມູນເຊື້ອພິລະອາດຫານ, ໄຫຫີນອັນລືຊື່ ແລະ ພູມສັນຖານ ຂອງແຂວງ. ພ້ອມນີ້, ທ່ານເຈົ້າແຂວງ ກໍໄດ້ ສະຫລຸບຄວາມຄິດເຫັນ ແລະ ຕົກ ລົງເປັນເອກະພາບເອົາຮູບແບບປະ ຕູໂຂງຕາມແບບທີ່ສະເໜີມາ, ແຕ່ ປ່ຽນແປງເລັກນ້ອຍບາງຈຸດ, ສ່ວນ ຫໍຫລັກເມືອງແມ່ນຕົກລົງໃຫ້ແຕ້ມ ແບບຕື່ມອີກ ເພື່ອໃຫ້ມີຫລາຍແບບ ມາສົບທຽບກັນ ແລະ ສະເໜີປັບປຸງ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມສະຫລຸບວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງຂະແໜງການພາຍໃນ ວັນທີ 14 ກຸມພາ 2024 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ປົກຄອງ ແລະ ວັດທະນະທໍາ-ສັງຄົມ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໂດຍ ທ່ານໄດ້ເນັ້ນໃຫ້ຂະແໜງການພາຍ ໃນເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເປັນການຍົກສູງບົດບາດໜ້າ ທ່ານ ກິແກ້ວ ໄຂຄໍາພິທູນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/02/2024 xtgmf]k; ຮສສ ຫວນຄືນ... ເລັ່ງຈັດຕັ້ງປະຕິບັດ... ຢ້ຽມຊົມຮູບພາບຊີິວິດ... ກະຊວງ ຜທ... ກຽມກໍ່ສ້າງ... ເກັບກຳຂໍ້ມູນ... ທູດລາວ ຍື່ນສານຕາຕັ້້ງ... ຂປລ. ຄະນະຊາວໜຸ່ມກົມໃຫຍ່ ການເມືອງ ກະຊວງ ປກສ ນໍາໂດຍ ທ່ານ ພັຕ ບົວໄລ ສີສຸລາດ ຄະນະປະ ຈໍາ, ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ເຂົ້າຢ້ຽມ ຊົມງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນພາຍ ໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນ ໄຫວປະຕິວັດຂອງປະທານ ຄຳໄຕ ການກະກຽມຄວາມພ້ອມໃນການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາຂອງ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມ ມືກັບບັນດາປະເທດເພື່ອນມິດ, ຄູ່ ຮ່ວມພັດທະນາ ແລະ ທຸກພາກ ສ່ວນ ຈຶ່ງໄດ້ຖືເອົາຂະບວນການໂຕະມົນ ເປັນເວທີ ແລະ ກົນໄກແຫ່ງການປຶກ ສາຫາລື ໃນລະດັບນະໂຍບາຍ ເພື່ອ ສ້າງຄວາມເຂົ້າໃຈຕໍ່ທິດທາງ ແລະ ໜ້າວຽກຈຸດສຸມຂອງການພັດທະ ນາຢູ່ ສປປ ລາວ ໃນແຕ່ລະປີເຊິ່ງ ກອງປະຊຸມຄັ້ງນີ້, ໄດ້ນໍາສະເໜີ 3 ຫົວຂໍ້ທີ່ສໍາຄັນ ຄື: ບົດສະຫລຸບການ ຈັດຕັ້ງປະຕິບັດກາງສະໄໝແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX, ຍຸດທະສາດ ດ້ານເງິນ ເພື່ອສະໜັບສະໜູນແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ແລະ ຂອບການ ຟື້ນຟູເສດຖະກິດຂອງ ສປປ ລາວ; ບົດລາຍງານແບບສະໝັກໃຈແຫ່ງ ຊາດ ຄັ້ງທີ III ແລະ ແຜນຍຸດທະສາດ ການຂ້າມຜ່ານອອກຈາກສະຖາ ນະພາບດ້ອຍພັດທະນາຢ່າງໂລ່ງ ລ່ຽນຂອງສປປລາວ,ວິໄສທັດຮອດ ປີ 2030 ແລະ ທິດທາງໃນຕໍ່ໜ້າ ແລະ ນໍາສະເໜີກ່ຽວກັບການຮ່ວມ ມືເພື່ອການພັດທະນາ (ການຕິດ ຕາມການເປັນຄູ່ຮ່ວມມືສາກົນ ຄັ້ງ ທີ 4 ແລະ ບົດແນະນໍາການຈັດຕັ້ງ ປະຕິບັດຂະບວນການໂຕະມົນ). ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານຜົນຂອງການປຶກ ສາຫາລືຈາກກຸ່ມສົນທະນາ ໃນສອງ ຫົວຂໍ້ຄື: ສະພາບເສດຖະກິດ ແລະ ທິດທາງການເຕີບໂຕເພື່ອຄວາມ ຍືນຍົງ ແລະ ສີ ຂຽວ ແລະ ຊັບພະ ຍາກອນມະນຸດ ເພື່ອການພັດທະນາ ແບບຍືນຍົງ. ກອງປະຊຸມໃນຄັ້ງນີ້, ໄດ້ເປັນ ເອກະພາບກັນວ່າ: ຈະໄດ້ພ້ອມກັນ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສໍາລັບປີ 2024 ແລະ ວາລະແຫ່ງຊາດ ໃຫ້ສຳເລັດ ຕາມຄາດໝາຍທີ່ສະພາແຫ່ງຊາດ ໄດ້ຮັບຮອງ; ສືບຕໍ່ເຊື່ອມສານບັນ ດາເປົ້າໝາຍການພັດທະນາແບບ ຍືນຍົງແລະການຫລຸດພົ້ນອອກຈາກ ສະຖານະພາບຄວາມດ້ອຍພັດທະ ນາເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ປະຈຳປີ 2024 ແລະ ສູ້ຊົນ ເພື່ອບັນລຸເປົ້າ ໝາຍພັດທະນາແບບຍືນຍົງ ແລະ ການຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະ ຍາກອນມະນຸດທີ່ຮັບປະກັນຄຸນນະ ພາບ, ເພີ່ມທະວີການຄຸ້ມຄອງເສດ ຖະກິດ-ສັງຄົມດ້ວຍກົດໝາຍຢ່າງ ເຂັ້ມງວດ, ພະຍາຍາມທຸກຄວາມສາ ມາດ ເພື່ອຫລຸດຜ່ອນຄວາມແຕກ ໂຕນຂອງການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເດັກນ້ອຍ ແລະ ເພື່ອແກ້ໄຂຄວາມ ທຸກຍາກ ແລະ ສ້າງຂີດຄວາມສາ ມາດໃນການແຂ່ງຂັນຂອງພາກທຸ ລະກິດພາຍໃນດ້ວຍການສ້າງສະ ພາບແວດລ້ອມການດຳເນີນທຸລະ ກິດທີ່ ເອື້ອອໍານວຍໃຫ້ດີຂຶ້ນ. ພ້ອມ ທັງ, ຈະເພີ່ມຄວາມເອົາໃຈໃສ່ ໃນ ການຊຸກຍູ້ການຈັດຕັ້ງປະຕິບັດຍຸດ ທະສາດການເງິນ ເພື່ອສະໜັບສະ ໜູນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX; ຕັ້ງ ໜ້າຈັດຕັ້ງຜັນຂະຫຍາຍຂອບການ ຟື້ນຟູເສດຖະກິດຂອງ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ຈະພະຍາຍາມຍົກລະດັບການ ກະກຽມຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳ ມະຊາດ, ດ້ວຍການສືບຕໍ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານປ້ອງກັນ ແລະ ຄວບ ຄຸມໄພພິບັດ, ການປັບປຸງລະບົບ ການເຕືອນໄພລ່ວງໜ້າ, ການສຶກສາ ຄວາມສ່ຽງ ແລະ ການສ້າງແຜນ ຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ເອົາໃຈໃສ່ໃຫ້ຊ່ວຍເຫລືອແກ່ຊຸມ ຊົນທີ່ມີຄວາມສ່ຽງສູງ; ສືບຕໍ່ເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະ ມົນ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານ ມາລວມທັງໜ່ວຍງານຂະແໜງ ການ ກໍຄື ແຜນດຳເນີນງານຂອງ ຖະແຫລງການວຽງຈັນ ວ່າດ້ວຍ ການເປັນຄູ່ຮ່ວມ ເພື່ອການພັດທະ ນາທີ່ມີປະສິດທິພາບ ແລະ ປະສິດ ທິຜົນສູງ. ພ້ອມນີ້, ທ່ານ ຄຳເຈນ ວົງໂພສີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງ ຢູ່ ສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາ ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມສືບ ຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມ ເປັນເຈົ້າການ, ເພີ່ມທະວີການປະ ສານງານສົມທົບເຊິ່ງກັນ ແລະ ກັນ ຢ່າງກົມກຽວ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ມີປະ ສິດທິຜົນ, ທັງນີ້ ກໍເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ, ວາລະແຫ່ງ ຊາດຂອງລັດຖະບານ, ວາລະການ ພັດທະນາ2030ແລະພັນທະສາກົນ ຕ່າງໆທີ່ ສປປ ລາວ ເປັນພາຄີໃຫ້ ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ຂ່າວ: ທະນູທອງ ຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວປະຈຳ ຣາຊະອານາຈັກ ລຸກຊຳບວກ ໂດຍມີສະຖານທູດຕັ້ງ ຢູ່ ບຣຸກແຊນ, ປະເທດ ແບນຊິກ. ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບ ກຽດໂອ້ລົມກັບ ສົມເດັດ ພະຣາຊາ ຄຣັງດຸກ ແຫ່ງຣາຊະອານາຈັກລຸກ ຊຳບວກດ້ວຍບັນຍາກາດອັດທະຍາ ໄສໄມຕີຈິດອັນດີ ເຊິ່ງທ່ານທູດໄດ້ ນຳເອົາຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນແລະພອນໄຊອັນປະເສີດ ຂອງທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ລັດ ຖະບານແລະປະຊາຊົນລຸກຊຳບວກ ທຸກຖ້ວນໜ້າ. ພ້ອມນີ້, ທ່ານທູດຍັງ ໄດ້ກ່າວໃນນາມຕາງໜ້າລັດຖະ ບານລາວວ່າສປປລາວຕີລາສູງຕໍ່ ການພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ສອງ ປະເທດໄດ້ສ້າງສາຍພົວພັນການ ທູດນຳກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ແມ່ນຄົບຮອບ 25 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກລຸກຊຳບວກ ແລະ ການເດີນ ທາງໄປຢ້ຽມຍາມ ສປປ ລາວ ຂອງ ສົມເດັດ ພະຣາຊາ ຄຣັງ ດຸກ ເຊິ່ງ ເປັນຂີດໝາຍສຳຄັນທາງດ້ານປະ ຫວັດສາດແຫ່ງການພົວພັນຮ່ວມ ມືລະຫວ່າງສອງປະເທດ. ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງຣາຊະ ອານາຈັກລຸກຊຳບວກກໍໄດ້ສະແດງ ຄວາມຂອບໃຈ ແລະ ສົ່ງຄຳອວຍ ພອນຢື້ຢາມຖາມຂ່າວຄືນເຖິງປະ ທານປະເທດ ແຫ່ງ ສປປ ລາວ ເຊັ່ນ ດຽວກັນ, ທັງໄດ້ສະແດງຄວາມຍິນ ດີຕ້ອນຮັບທ່ານທູດຄົນໃໝ່ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ການທູດທຸກປະການ. ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊຳບວກ ໄດ້ເລີ່ມຕົ້ນມີມາ ແຕ່ ປີ 1996 (ກ່ອນສ້າງຕັ້ງສາຍ ພົວພັນການທູດ ໃນປີ 1997),ລັດ ຖະບານລຸກຊຳບວກໄດ້ເລີ່ມໃຫ້ ການຊ່ວຍເຫລືອແກ່ ສປປ ລາວ ດ້ວຍມູນຄ່າ ປະມານ 2 ລ້ານໂດລາ ສະຫະລັດ ຕໍ່ປີ. ສິ່ງທີ່ພົ້ນເດັ່ນທີ່ສຸດ ປີ 2001 ລຸກຊໍາບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃຫ້ ການຊ່ວຍເຫລືອ(TargetCountry), ທັງສອງປະເທດໄດ້ລົງນາມ ໃນແຜນງານການຮ່ວມມືລະຫວ່າງ ສອງລັດຖະບານຫລື Indicative Cooperation Programme (ICP) ເຮັດໃຫ້ການຊ່ວຍເຫລືອ ຈາກລຸກຊຳບວກໃຫ້ແກ່ການພັດ ທະນາໃນລາວ ນັບມື້ນັບເພີ່ມຂຶ້ນ, ລວມມູນຄ່າການຊ່ວຍເຫລືອທັງ ໝົດນັບແຕ່ ICP I-V (20032027) ປະມານ 299 ລ້ານເອີໂຣ. ຂ່າວ-ພາບ: ກຕທ ໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ຊົນຊັ້ນກຳມະກອນ, ພາລະກຳປະ ຫວັດສາດຂອງຂະບວນການກຳມະ ບານລາວ, ສະພາບຈຸດພິເສດການ ຕໍ່ສູ້ຂອງຊົນຊັ້ນກຳມະກອນໃນທົ່ວ ໂລກ, ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກຳມະບານລາວ 68 ປີ (1956-2024) ຂອງອົງການ ກໍາມະບານລາວ ກັບການປະກອບ ສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ໃນປັດຈຸບັນ ແລະ ການເສີມຂະຫຍາຍມູນເຊື້ອອັນດີ ງາມຂອງຊົນຊັ້ນກຳມະກອນລາວ ໃນເມື່ອກ່ອນ. ນັບແຕ່ມື້ສ້າງຕັ້ງ ຈົນເຖິງປັດຈຸບັນ, ສະຫະພັນກຳມະ ບານລາວ ແຕ່ລະຂັ້ນໄດ້ເສີມຂະ ຫຍາຍທາດແທ້ລັກສະນະອັນດີເລີດ ຂອງຊົນຊັ້ນກຳມະກອນລາວ ແລະ ມູນເຊື້ອອັນດີງາມຂອງກຳມະກອນ ລາວບັນດາເຜົ່າ ໃນຕະຫລອດໄລຍະ 68 ປີ ກໍຄື ໄລຍະການຕໍ່ສູ້ກູ້ຊາດ ຂອງຊົນຊັ້ນກໍາມະກອນ ແລະ ຊາວ ຜູ້ອອກແຮງງານລາວບັນດາເຜົ່າ ໃນເມື່ອກ່ອນ ເພື່ອຈັດຕັ້ງເຜີຍແຜ່ ແນວທາງແຜນການ ແລະ ນະໂຍ ບາຍຂອງພັກ, ກົດໝາຍ, ລະບຽບ ການໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິ ໄນຕໍ່ການອອກແຮງງານ, ມີຄວາມ ສາມັກຄີແໜ້ນແຟ້ນຢູ່ອ້ອມຂ້າງພັກ ເຊິ່ງສະແດງອອກໃຫ້ເຫັນຜົນງານ ທີ່ພົ້ນເດັ່ນໃນໄລຍະຜ່ານມາ, ທັງ ເປັນການຮຽກຮ້ອງໃຫ້ສະຫະພັນ ກຳມະບານກະຊວງ, ອົງການ, ນະ ຄອນຫລວງ ແລະ ແຂວງ ເພື່ອຈັດ ຕັ້ງປະຕິບັດມະຕິກອງປະຊຸມຄົບ ຄະນະກາງສະໄໝ ຄະນະບໍລິຫານ ງານສູນກາງສະຫະພັນກຳມະບານ ລາວ ສະໄໝທີ VIII. ການສະເຫລີມສະຫລອງວັນ ສໍາຄັນດັ່ງກ່າວ, ແນໃສ່ເຮັດໃຫ້ສະ ມາຊິກກໍາມະບານ,ກຳມະກອນແລະ ຜູ້ອອກແຮງງານລາວ ຮຸ່ນສືບທອດ ທົ່ວສັງຄົມ ເຫັນໄດ້ມູນເຊື້ອແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງການຈັດຕັ້ງກຳມະ ບານລາວ, ທັງເປັນການສຶກສາອົບ ຮົມທາງດ້ານເມືອງ-ແນວຄິດໃຫ້ ແກ່ຖັນແຖວສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງ ງານ ໄດ້ຮັບຮູ້ເຖິງຄວາມໝາຍ ແລະ ຄວາມສໍາຄັນກ່ຽວກັບພາລະບົດ ບາດ, ສິດໜ້າທີ່ຂອງສະຫະພັນກໍາ ມະບານລາວ ໃນໄລຍະໃໝ່ ເຊິ່ງ ເປັນອົງການຈັດຕັ້ງທີ່ເປັນຕົວ ແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະ ມາຊິກກຳມະກອນ ແລະ ຜູ້ອອກ ແຮງງານ, ທັງເປັນການເສີມຂະ ຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດ ຂອງຊົນ ຊັ້ນກຳມະກອນ ໂດຍພາຍໃຕ້ການ ນໍາພາຂອງພັກປະຊາຊົນປະຕິວັດ ລາວ, ປຸກລະດົມ ແລະ ສ້າງຈິດສໍາ ນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ຫວນຄືນມູນເຊື້ອອັນອົງອາດ ກ້າຫານຂອງສະມາຊິກກໍາມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນຮຸ່ນກ່ອນຈົນເຖິງປັດຈຸບັນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານກຳມະ ບານລາວ ແລະ ເປັນການປຸກລະດົມ ສ້າງຂະບວນການ ໃນການປະຕິບັດ ໜ້າທີ່ວຽກງານດ້ານວິຊາສະເພາະ, ມີລະບຽບວິໄນໃນການອອກແຮງ ງານ ແລະ ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ”. ໃນຕອນທ້າຍພິທີ, ສະຫາຍປະ ເດີມພອນ ສົນທະນີ ຍັງໄດ້ມອບຂໍ້ ຕົກລົງ ແລະ ໃບຢ້ງຢືນ 5 ເປັນເຈົ້າ ໃຫ້ສະຫະພັນກຳມະບານກະຊວງ ຮສສ ນຳອີກ. ຂ່າວ: ຂ່າວສານ ຮສສ ສີພັນດອນ” ໃນວັນທີ 14 ກຸມພາ 2024 ເນື່ອງໃນໂອກາດສະເຫລີມ ສະຫລອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໂດຍມີໜ່ວຍຊາວໜຸ່ມຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມກົມ ກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ. ທ່ານ ພັຕ ບົວໄລ ສີສຸລາດ ໄດ້ກ່າວວ່າ: ການເຂົ້າຢ້ຽມຊົມງານ ວາງສະແດງຮູບພາບຄັ້ງນີ້, ເປັນ ການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ປະ ເທດຊາດແນໃສ່ຮຽນຮູ້ແລະນໍາເອົາ ແບບຢ່າງທີ່ດີຂອງເພິ່ນມາໝູນໃຊ້ ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວແລະ ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນ ຄົນຕ່າງໆ ກໍຄື ສະມາຊິກຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ໃຫ້ມີຄຸນ ທາດການເມືອງທີ່ໜັກແໜ້ນ, ພ້ອມ ກັນສືບຕໍ່ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວຂຶ້ນຕາມອຸດົມການ ຂອງພັກຢ່າງມີໄຊ. ການງານສະແດງ ໄດ້ແບ່ງອອກ ເປັນ 5 ພາກ ຄື: ພາກທີ 1 ບ້ານເກີດ ເມືອງນອນ,ໄລຍະເຍົາໄວ ແລະ ໄລ ຍະໄວໜຸ່ມ ຂອງປະທານ ຄຳໄຕ ສີພັນດອນ (1924-1946); ພາກທີ 2 ເຂົ້າຮ່ວມຂະບວນການ ຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະລະພາບ, ຕ້ານກັບການ ຮຸກຮານ, ຢຶດຄອງຂອງລ່າເມືອງ ຂຶ້ນແບບເກົ່າແລະຂຸນເສິກ(19471954); ພາກທີ 3 ປະທານ ຄຳໄຕ ສີພັນດອນ ປະກອບສ່ວນນໍາພາ ການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບ ໃໝ່ ແລະ ລູກມື (1955-1975); ພາກທີ 4 ປະທານ ຄຳໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະ ຕິວັດລາວ ໄດ້ນໍາພາ-ຊີ້ນໍາພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ສືບຕໍ່ນໍາພາພາລະກິດປ່ຽນ ແປງໃໝ່ຮອບດ້ານທີ່ມີຫລັກການ ຂອງພັກ ຢ່າງມີໄຊຕະຫລອດມາ (1976-ປັດຈຸບັນ) ແລະ ພາກທີ 5 ປະທານ ຄຳໄຕ ສີພັນດອນ ກັບວຽກ ງານການຕ່າງປະເທດ. ໃນຈໍານວນ 5 ພາກນັ້ນ, ປະກອບມີບັນດາຮູບ ພາບວາງສະແດງ 275 ແຜ່ນ, ເອກະສານຈຳນວນ 30 ສະບັບ ແລະ ວັດຖຸພັນ ຈຳນວນ 20 ລາຍການ. ໄດ້ມີການພົບປະ ແລະ ປຶກສາຫາລື ຮ່ວມກັນກ່ຽວກັບແນວຄວາມຄິດ ໃນການຂະຫຍາຍສູນເພາະພັນລູກ ໄກ່ລາດທີ່ໄດ້ມາດຕະຖານ ເພື່ອຕອບ ສະໜອງລູກໄກ່ ທີ່ມີຄຸນນະພາບໃຫ້ ປະຊາຊົນ 4 ເມືອງນໍາໄປລ້ຽງ ເພື່ອສະໜອງຕາມຄວາມຕ້ອງການ ຂອງຕະຫລາດ ແລະ ເປັນວັດຖຸດິບ ປ້ອນການຜະລິດປີ້ງໄກ່ນາປົ່ງຄຸນ ຊວງແຜນການ ແລະ ການລົງທຶນ ປະຈຳປີ 2023 ແລະ ແຜນວຽກ ຈຸດສຸມໃນປີ 2024, ສະຫລຸບຕີລາ ຄາຄືນການຈັດຕັ້ງຜັນຂະຫຍາຍຜົນ ຂອງການດໍາເນີນຊີວິດການເມືອງ ກາງສະໄໝຂອງໜ່ວຍພັກໃນໄລຍະ ຜ່ານມາ, ເຜີຍແຜ່ແຜນການກະກຽມ ດໍາເນີນກອງປະຊຸມໃຫຍ່ຂັ້ນຮາກ ຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງ ຄະນະພັກກະຊວງ ຜທ, ເຜີຍແຜ່ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳລວມໃນການກະກຽມ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະ ນະພາບໃໝ່ ປະກອບສ່ວນສ້າງ ລາຍຮັບໃຫ້ຄອບຄົວ. ຜ່ານການປຶກສາຫາລືເບື້ອງຕົ້ນ ໃນຄັ້ງນີ້, ກົງສຸນໃຫຍ່ແຫ່ງຣາຊະ ອານາຈັກໄທ ປະຈໍາແຂວງສະຫວັນ ນະເຂດຈະໄດ້ຮວບຮວມຂໍ້ມູນນໍາສະ ເໜີພາກສ່ວນກ່ຽວຂ້ອງຂອງຕົນ ເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນ ການຮ່ວມມືຂະຫຍາຍສູນເພາະພັນ ລູກໄກ່ ແລະ ການຊ່ວຍເຫລືອດ້ານ ອື່ນໆ. ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະ ພັກກະຊວງ ຜທ ແລະ ເຜີຍແຜ່ຄໍາ ແນະນໍາກ່ຽວກັບການກະກຽມກອງ ປະຊຸມໃຫຍ່ຂັ້ນຮາກຖານພັກ,ຄະ ນະພັກຮາກຖານທົ່ວອົງຄະນະພັກ ກະຊວງ ຜທ ປີ 2024 ເຊິ່ງຜູ້ເຂົ້າ ຮ່ວມໄດ້ສຸມສະຕິປັນຍາປະກອບຄໍາ ຄິດ, ຄໍາເຫັນຕໍ່ເນື້ອໃນຕ່າງໆຢ່າງ ກົງໄປກົງມາດ້ວຍຄວາມຮັບຜິດ ຊອບສູງ ແລະ ໄດ້ລົງເລິກຕີລາຄາ ຄືນກ່ຽວກັບການນໍາພາ-ຊີ້ນໍາ ວຽກ ງານຮອບດ້ານຂອງຄະນະພັກກະ ຊວງ ແລະ ຄວາມຮັບຜິດຊອບຂອງ ຄະນະພັກຮາກຖານ, ບັນດາໜ່ວຍ ພັກຕ່າງໆ ຕື່ມອີກ. ໂອກາດນີ້, ສະຫາຍ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງອົງ ຄະນະພັກກະຊວງ ຜທ ໃນໄລຍະ ຜ່ານມາ ເຊິ່ງສາມາດມີຜົນສຳເລັດ ຫລາຍດ້ານ ແລະ ໄດ້ເນັ້ນໃຫ້ຄະ ນະພັກຮາກຖານ, ບັນດາໜ່ວຍພັກ ແລະ ບັນດາສະຫາຍສະມາຊິກພັກ ສືບຕໍ່ກຳແໜ້ນແນວທາງ, ມະຕິຄຳ ສັ່ງຂອງສູນກາງພັກກໍຄືລັດຖະບານ ໂດຍສະເພາະຕ້ອງກຳແໜ້ນເອກະ ສານຕ່າງໆ. ສຳລັບການກະກຽມ ໃຫ້ແກ່ກອງປະຊຸມ 3 ຂັ້ນ ບົນພື້ນ ຖານນັ້ນ, ຕ້ອງເອົາໃຈໃສ່ກະກຽມ ດຳເນີນກອງປະຊຸມໜ່ວຍພັກຂອງ ຕົນ ໃຫ້ສຳເລັດຕາມແຜນການຂອງ ອົງຄະນະພັກກະຊວງຜທວາງອອກ, ຄະນະພັກຮາກຖານ, ບັນດາໜ່ວຍ ພັກຕ້ອງເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ແລະ ວຽກງານປັບປຸງ-ກໍ່ສ້າງພັກຕາມ 5 ຫລັກການ ແລະ 3 ທິດນຳ ໃນ ກົດລະບຽບຂອງພັກ ສະໄໝທີ XI ແລະ ຄຳສັ່ງຂອງກົມການເມືອງ ສູນກາງພັກວ່າດ້ວຍການເພີ່ມທະວີ ກໍ່ສ້າງໜ່ວຍພັກ,ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄະນະພັກຮາກຖານ, ບັນດາໜ່ວຍພັກ ແລະ ສະມາຊິກພັກ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂຂໍ້ ຄົງຄ້າງຕໍ່ການດຳເນີນຊີວິດການ ເມືອງກາງສະໄໝຂອງບັນດາໜ່ວຍ ພັກຕົນ ໃນໄລຍະຜ່ານມາໃຫ້ປາກົດ ຜົນເປັນຈິງ, ວຽກງານຂະຫຍາຍ ພັກໃຫ້ແຕ່ລະໜ່ວຍພັກເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍຕາມກົດລະ ບຽບພັກສະໄໝທີ XI, ການຂະ ຫຍາຍພັກຖືຄຸນນະພາບເປັນກົກ, ພ້ອມປະຕິບັດຕາມຄໍາແນະນໍາກ່ຽວ ກັບການຈັດຕັ້ງປະຕິບັດກົດລະບຽບ ພັກ ສະໄໝທີ XI ແລະ ພ້ອມກັນຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ, ໃຫ້ປັບ ປຸງແບບແຜນນໍາພາ ແລະ ວິທີເຮັດ ວຽກຂອງຄະນະໜ່ວຍພັກ ແລະ ຄະ ນະພັກຮາກຖານໃນກະຊວງ ຜທ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມ ງວດຫລັກການນຳພາຂອງພັກ, ເພີ່ມທະວີການນໍາພາ-ຊີ້ນໍາ ເພື່ອ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ໃນວຽກງານພະນັກງານ ແນໃສ່ສ້າງໃຫ້ມີກຳລັງຖັນແຖວພະ ນັກງານໜຸ່ມ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີຕໍ່ພັກຕໍ່ປະ ເທດຊາດ ແລະ ປະຊາຊົນ, ມີຄວາມ ຮັບຜິດຊອບສູງ, ຫ້າວຫັນບຸກບືນ, ຄະນະພັກກະຊວງ ແລະ ບັນດາຮາກ ຖານພັກຕ້ອງເພີ່ມທະວີວຽກງານ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ເປັນ ປົກກະຕິ ແລະ ແທດເຖິງທຸກກົມ, ທຸກພະແນກການ ແລະ ດ້ານວຽກ ງານວິຊາສະເພາະບັນດາສະຫາຍ ກຳມະການພັກກະຊວງ ແລະ ຄະນະ ໜ່ວຍພັກຈົ່ງສືບຕໍ່ເອົາໃຈໃສ່ເປັນ ເສນາທິການໃຫ້ແກ່ຄະນະພັກ-ຄະ ນຳກະຊວງ ຜທ, ຊຸກຍູ້ບັນດາກົມວິ ຊາການຈັດຕັ້ງປະຕິບັດວຽກງານ ຂອງຕົນໃຫ້ສຳເລັດຕາມກຳນົດເວ ລາ ແລະ ເອົາໃຈໃສ່ປະສານກັບຂະ ແໜງການກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈອດກັນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ແບບເກົ່າໃນບາງຈຸດ ເພື່ອເອົາມາ ຜ່ານກອງປະຊຸມຕື່ມອີກໃນຕໍ່ໜ້າ ເພື່ອຄັດເລືອກເອົາແບບຫໍຫລັກ ເມືອງໃຫ້ຄູ່ບ້ານຄູ່ເມືອງ, ເລືອກ ເອົາແບບທີ່ເໝາະສົມທີ່ສຸດ ເນື່ອງ ຈາກສ້າງແລ້ວຈະເປັນບ່ອນກາບ ໄຫວ້ສັກກາລະບູຊາ. ພ້ອມນີ້, ທ່ານ ຍັງຮຽກຮ້ອງມາຍັງພາກສ່ວນທີ່ ກ່ຽວຂ້ອງ ຈົ່ງໃຊ້ຄວາມຮູ້ຄວາມສາ ມາດໃນການອອກແບບຄັດເລືອກ ໃຫ້ເໝາະສົມທີ່ສຸດ ແລະ ມີມູນຄ່າ ການກໍ່ສ້າງທີ່ເໝາະສົມ. ຂ່າວ: ບຸນມີ ແສງທຸມມີ

xtgmf]k; 3 15/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີົີ ໂດຍ: ສັນນິຕິບບານັ ໂດຍ: ຄ້ອງໃໝ່້ ອ່ g,nj vsp5h 'pkd pyj '8h v'vq fmq o[5 d[n o ຮິບໂຮມໂດຍ: ພະກາິ ບ lb dlk[k'd= ]tou 7emuj ,k9kdrklkvnj o *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ co;7y f-U oe0v' xtmko 7ew8 lu ra ofvo 8+ dkoxt8y [a f lv'|h kmuj p5 fmtlkf (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024)ື່ ອັ ນີ ດີ ພັນົ ບີ ັນີ ໃນສະພາບການດັ່ງກ່າວ ປະ ທານ ຄຳໄຕ ສີພັນດອນ ເປັນຜູ້ ໜຶ່ງທີ່ໄດ້ຮັບມອບໝາຍໜ້າທີ່ຮັບ ຜິດຊອບຊີ້ນຳໃນການວາງແຜນ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະ ສາດທີ່ກ່າວມານັ້ນ ເຊິ່ງເພິ່ນໄດ້ຈັດ ວາງ ກຳລັງພະນັກງານນັກຮົບ ໃນ ຖັນແຖວກຳລັງປະກອບອາວຸດສົມ ທົບກັບຖັນແຖວພະນັກງານຂອງ ຂະແໜງການຕ່າງໆ, ຈັດຕັ້ງເປັນ ຫລາຍກອງ, ຫລາຍໜ່ວຍກະຈາຍ ລົງສູ່ທ້ອງຖິ່ນຮາກຖານເຮັດໜ້າທີ່ ສຶກສາອົບຮົມປຸກລະດົມຂົນຂວາຍ ປະຊາຊົນ, ປັບປຸງລະບົບການຈັດ ຕັ້ງອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ຢູ່ຮາກ ຖານ, ທັງເຮັດໜ້າທີ່ສົມທົບກັບທະ ຫານທ້ອງຖິ່ນ, ທະຫານລາດ-ກອງ ຫລອນເຄື່ອນໄຫວຕີສັດຕູ ແລະ ປະ ຕິບັດນະໂຍບາຍຂົນຂວາຍເລີກຮື້ ກອງປຸ້ນ, ຈັດຕັ້ງຊີວິດໃໝ່ໃຫ້ປະຊາ ຊົນທີ່ພົ້ນຈາກການຄອບງໍາຂອງ ສັດຕູ ເພື່ອເຮັດໃຫ້ເຂົາເຈົ້າສາມາດ ທຳມາຫາກິນເປັນປົກກະຕິ, ສຳລັບ ຢູ່ເຂດຊາຍແດນ ເພິ່ນໄດ້ຈັດວາງ ກຳລັງປະກອບອາວຸດ, ຈັດຕັ້ງປະຊາ ຊົນປົກປັກຮັກສາເຂດຊາຍແດນ, ເດັດດ່ຽວຕ້ານທຸກການລ່ວງລໍ້າ ບຽດຢຶດຂອງສັດຕູ; ໃນການແກ້ໄຂ ບັນຫາຊາຍແດນ ເພິ່ນໄດ້ຊີ້ນຳ ແລະ ຖືເປັນສຳຄັນການເຈລະຈາແກ້ໄຂ ໂດຍສັນຕິ, ຫລີກເວັ້ນການພະເຊີນ ໜ້າທາງດ້ານການທະຫານ; ພ້ອມ ກັນນັ້ນ, ປະທານຍັງໄດ້ເອົາໃຈໃສ່ ແລະ ຖືເປັນສໍາຄັນການປະສານສົມ ທົບລະຫວ່າງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການ ພັດທະນາເສດຖະກິດ; ອອກແຮງ ພັດທະນາກໍ່ສ້າງເຂດພູດອຍຊົນເຜົ່າ ໃຫ້ເປັນເຂດແນວຫລັງຍຸດທະສາດ ປ້ອງກັນຊາດ ປ້ອງກັນຄວາມສະ ຫງົບຢ່າງຍາວນານ, ເປັນຕົ້ນເພິ່ນ ໄດ້ຊີ້ນໍາໂດຍກົງການພັດທະນາເຂດ ພູດອຍ ເຮັດໃຫ້ເຂດພູດອຍມີຄວາມ ສະຫງົບ, ຮາກຖານການເມືອງໄດ້ ຮັບການປັບປຸງນັບມື້ນັບແໜ້ນໜາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ ຮັບການປົວແປງນັບມື້ນັບດີຂຶ້ນ. ໃນການຊີ້ນຳຈັດຕັ້ງປະຕິບັດ, ປະທານໄດ້ລົງໄປແຕ່ລະກົມກອງ, ທ້ອງຖິ່ນ, ຮາກຖານ ເພື່ອກໍາສະພາບ ການຕິດຕາມກວດກາຊຸກຍູ້ ແລະ ຖອດຖອນບົດຮຽນທັງນີ້ແມ່ນແນໃສ່ ເຮັດໃຫ້ພະນັກງານນັກຮົບຊາບຊຶມ ກຳແໜ້ນແຜນນະໂຍບາຍຂອງພັກ, ພ້ອມກັນນັ້ນກໍ່ດັດແປງແກ້ໄຂສິ່ງ ຜິດເຂວ ເພື່ອປັບປຸງເພີ່ມທະວີຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຄວາມສາມັກຄີລະຫວ່າງ ທະຫານກັບປະຊາຊົນ. ປະທານຍັງ ໄດ້ເອົາໃຈໃສ່ຕໍ່ການເພີ່ມທະວີການ ເຄື່ອນໄຫວທາງດ້ານການຕ່າງປະ ເທດ ເພື່ອຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດອ້າຍນ້ອງເພື່ອນ ມິດ, ຍາດແຍ່ງການສະໜັບສະໜູນ ຊ່ວຍເຫລືອໃນດ້ານຕ່າງໆ ເພິ່ນຖື ສຳຄັນການຮັດແໜ້ນຄວາມສາມັກ ຄີພິເສດການຮ່ວມສໍາພັນສູ້ຮົບລະ ຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດລາວ-ຫວຽດນາມ ອ້າຍ ນ້ອງຢ່າງບໍ່ຢຸດຢັ້ງດ້ວຍການພົວ ພັນຮ່ວມມືຕົວຈິງຫລາຍຮູບການ. ໂດຍພາຍໃຕ້ການນໍາພາທີ່ຖືກຕ້ອງ ຄົນອື່ນໆ ໃນການຄົ້ນຄວ້າກໍານົດ ແນວທາງ, ນະໂຍບາຍ, ແຜນນະໂຍ ບາຍ, ຍຸດທະສາດແລະ ວິທີປະຕິວັດ ທີ່ຖືກຕ້ອງສອດຄ່ອງ ໃຫ້ແກ່ການ ປະຕິວັດລາວໃນແຕ່ລະໄລຍະ; ການ ຕັດສິນໃຈ ແລະ ການເຄື່ອນໄຫວ ວຽກງານຂອງເພິ່ນເວລາໃດກໍ່ຢຶດ ໝັ້ນຫລັກການລວມສູນປະຊາທິປະ ໄຕ, ປຶກສາຫາລື, ຕົກລົງເປັນໝູ່ຄະ ນະ, ແບ່ງງານໃຫ້ທຸກຄົນຮັບຜິດ ຊອບ, ເຄັ່ງຄັດໃນຄວາມຮັບຜິດ ຊອບ, ເຂັ້ມງວດດ້ານລະບຽບວິໄນ ເພື່ອທຸ້ມເທສະຕິປັນຍາ ເຂົ້າໃນການ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ. ສັງລວມແລ້ວ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ການທະຫານ ທີ່ມີຄວາມປີຊາສາ ມາດ, ແມ່ນແບບຢ່າງແຫ່ງຄວາມ ກ້າແກ່ນໜຽວແໜ້ນໃນທຸກສະຖາ ນະການ. ບັນດາຜົນງານ, ຄຸນງາມ ຄວາມດີ ຂອງປະທານ ຄຳໄຕ ສີພັນ ດອນ ໄດ້ກາຍເປັນມໍລະດົກອັນລໍ້າ ຄ່າໃຫ້ແກ່ສະມາຊິກພັກ-ພະນັກ ງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ. ເນື່ອງ ໃນໂອກາດສະເຫລີມສະຫລອງວັນ ເກີດຄົບຮອບ 100 ປີ ຂອງປະທານ ຄຳໄຕ ສີພັນດອນທົ່ວພັກ, ທົ່ວກອງ ທັບ, ທົ່ວປວງຊົນລາວ ຂໍສະແດງ ຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ ແລະຄຸນ ງາມຄວາມດີ ຂອງທ່ານ ຍັງ ຈະ ຍືນຍົງໃນດວງໃຈຂອງປະຊາ ຊົນ ລາວຕະຫລອດໄປ. *ໃນຫລັກໄວຍາກອນລາວປັດ ຈຸບັນ ຊຶ່ງເປັນຄູ່ມືການຮຽນການ ສອນພາສາລາວ ໂດຍກະຊວງສຶກ ສາທິການແລະ ກິລາ, ພິມປີ2020, ພາກອັກຂະຫລະວິທີ ໄດ້ກໍານົດເອົາ ໄວ້ “ວິທີຂຽນຄໍາທີ່ມີເຄົ້າມາຈາກ ພາສາຕ່າງປະເທດ...” ຊຶ່ງມີທັງ ຄໍາທີ່ແປງມາເປັນພາສາລາວ, ຄໍາ ທີ່ໃຊ້ມາກ່ອນແລ້ວ ແລະ ຄໍາທີ່ຢືມ ມາໃໝ່. ໃນຫລັກໄວຍາກອນລາວ ທີ່ ກ່າວເຖິງໄດ້ລະບຸເອົາໄວ້ວ່າ “ຄໍາ ທີ່ມີເຄົ້າມາຈາກພາສາຕ່າງປະເທດ ໃນພາສາລາວ ປະກອບດ້ວຍຄໍາທີ່ ມາຈາກພາສາຂະແມ, ຝຣັ່ງ, ອັງ ກິດ, ໄທ, ຕີນ, ຫວຽດນາມ ແລະ ອື່ນໆ”. ການຢືມຄໍາຈາກພາສາ ໃດ ກໍ່ແມ່ນການລອກເອົາສຽງຂອງ ພາສານັ້ນ ໃຫ້ຄືສຽງເດີມທີ່ສຸດເທົ່າ ທີ່ສຽງ ແລະ ອັກສອນຂອງພາສາ ລາວມີໃຊ້ ໂດຍສະເພາະແມ່ນຄໍາສັບ ທາງວິທະຍາສາດ, ເຕັກໂນໂລຊີ, ຄໍາສັບສະເພາະ ແລະ ອື່ນໆ. ການ ຂຽນຄໍາທີ່ມີເຄົ້າມາຈາກພາສາ ຕ່າງປະເທດ ໃຫ້ປະຕິບັດດັ່ງນີ້: 1. ຄໍາທີ່ໄດ້ແປງມາເປັນພາສາ ລາວແລ້ວ ຊຶ່ງພ້ຽນຈາກພາສາເດີມ ແລະ ນິຍົມໃຊ້ກັນຢ່າງແພ່ຫລາຍ ມາຮອດດຽວນີ້ ພວກເຮົາຍັງ ຢູ່ໃນໄລຍະສຸມໃສ່ປະຕິບັດຄໍາສັ່ງ ເລກທີ13/ນຍ ວ່າດ້ວຍການເພີ່ມທະ ວີແກ້ໄຂສະພາບເຄັ່ງຮ້ອນຂອງເສດ ຖະກິດ-ການເງິນ, ເງິນເຟີ້, ອັດຕາ ແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ ສິນຕ່າງປະເທດ ດ້ວຍຈິດໃຈທີ່ບຸກ ທະລຸ ເອົາການເອົາງານໃນແຕ່ລະ ດ້ານ ແລະ ມີຜົນສໍາເລັດເປັນຂັ້ນໆ ເລື້ອຍມາ. ປະເດັນນໍາແລກປ່ຽນມື້ນີ້ ຄືຍາມຫຍຸ້ງຍາກຍິ່ງຕ້ອງອົດທົນບຸກ ບືນ ຈຶ່ງຈະຜ່ານຜ່າໄປສູ່ຜົນສໍາເລັດ ໄດ້ດັ່ງຄໍາສຸພາສິດລາວເຮົາທີ່ວ່າເກົ້າ ອົດເກົ້າເຍື້ອນຫາກຊິໄດ້ທ່ອນຄໍາ. ພຶດຕິກໍາຕົວຈິງຜ່ານມາໄດ້ໃຫ້ ພວກເຮົາເຫັນ ແລະ ຮັບຮູ້ນໍາກັນວ່າ ທຸກໄລຍະຂອງການພັດທະນາມັນ ມີທັງໂອກາດທີ່ເອື້ອອໍານວຍແລະ ສິ່ງທ້າທາຍຫລາຍ, ໝາຍວ່າ ມີທັງ ສະດວກ ແລະ ຫຍຸ້ງຍາກ. ຄໍາສຸພາ ສິດຈີນ ກໍ່ມີວ່າ ບໍ່ມີຍາມໃດທີ່ບໍ່ມີ ຄວາມຫຍຸ້ງຍາກ. ເມື່ອເປັນຄືແນວ ນັ້ນ ເຮົາກໍ່ບໍ່ຕ້ອງຄອງຄອຍຍາມສະ ດວກແລ້ວຈຶ່ງເຮັດນັ້ນເຮັດນີ້ຕາມຄິດ ເອົາໄວ້, ລໍຖ້າຄືແນວນັ້ນກໍ່ເທົ່າກັບ ເຜົາເວລາຖິ້ມລ້າໆ. ຄືດັ່ງປັດຈຸບັນ, ສະພາບພາຍນອກຫລາຍອັນກະທົບ ໃສ່ພວກເຮົາ, ບວກກັບສະພາບພາຍ ໃນທີ່ບໍ່ທັນອໍານວຍເທົ່າທີ່ຄວນ ໂດຍ ແລະ ສະຫລາດສ່ອງໃສຂອງສູນ ກາງພັກ, ຂອງປະທານ ໄກສອນ ພົມວິຫານແລະ ດ້ວຍການຊີ້ນຳ-ນໍາ ພາຈັດຕັ້ງປະຕິບັດດ້ວຍຄວາມຕັ້ງ ໜ້າຂອງປະທານຄຳໄຕສີພັນດອນ ໄດ້ເຮັດໃຫ້ການປະຕິບັດສອງໜ້າທີ່ ຍຸດທະສາດຍາດໄດ້ຜົນສຳເລັດອັນ ໃຫຍ່ຫລວງໃນຫລາຍດ້ານ, ເຮັດ ໃຫ້ປະເທດຊາດມີຄວາມສະຫງົບ ໂດຍພື້ນຖານ, ການພັດທະນາເສດ ຖະກິດ-ສັງຄົມມີການຂະຫຍາຍ ຕົວ, ຊີວິດການເປັນຢູ່ນັບທັງທາງ ດ້ານວັດຖຸ ແລະ ຈິດໃຈຂອງປະຊາ ຊົນບັນດາເຜົ່ານັບມື້ນັບດີຂຶ້ນ. ປະທານຄຳໄຕສີພັນດອນແມ່ນ ນັກຍຸດທະສາດ ທີ່ມີວິໄສທັດທາງ ການເມືອງ ແລະ ການທະຫານ ອັນ ກວ້າງໄກສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖາ ນະການ ເພື່ອເປັນເຈົ້າການໃນການ ແກ້ໄຂສະພາບການໄດ້ຢ່າງຖືກຕ້ອງ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ ຊິດ ແລະ ສະໜິດສະໜົມທີ່ສຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນຳພັກ-ລັດ ແລ້ວ ກໍ່ໃຫ້ນໍາໃຊ້ ຫລື ຂຽນແນວ ນັ້ນຕໍ່ໄປ ເຊັ່ນ: ກໍາຈັດ, ກັງວົນ, ຈະເລີນ, ຕໍາຫລວດ. . .(ມີເຄົ້່າ ມາຈາກພາສາຂະແມ); ເຕົ້າຮູ້, ຍີ່ຫໍ້, ຫຸ້ນ...(ມີເຄົ້າຈາກພາສາຈີນ); ເຝີ, ບັນກວນ. . .(ມີເຄົ້າຈາກພາສາ ຫວຽດນາມ). 2. ຄໍາໃດຢືມມາຈາກ 2 ພາສາ ແລະ ໃຊ້ຄຽງຄູ່ກັນໄປ (ຝຣັ່ງ, ອັງ ກິດ) ໃຫ້ພິຈາລະນາວ່າເຮົາຢືມຄໍາ ນັ້ນມາພາສາໃດກ່ອນ ແລະ ໃຫ້ສະ ກົດຄໍາຕາມພາສາທີ່ຢືມມາກ່ອນ, ຄໍາໃດທີ່ໃຊ້ມາຢ່າງກວ້າງຂວາງ ແລະ ຊິນເຄີຍແລ້ວ ກໍ່ຄວນຮັກສາ ໄວ້, ສ່ວນຄໍາທີ່ຢືມມາໃໝ່ ກໍ່ກໍານົດ ວ່າຈະສະກົດຕາມພາສາໃດ ແລ້ວ ນໍາໃຊ້ໃຫ້ເປັນເອກະພາບກັນ. ໃນ ເອກະສານທາງການນັ້ນ, ຄໍາດຽວ ບໍ່ຄວນສະກົດເປັນສອງພາສາ. ຕົວຢ່າງ ຄໍາທີ່ໃຊ້ມາກ່ອນແລ້ວ: ເອເລັກໂຕຣນິກ, ອິນເດຍ, ຣັດເຊຍ, ວິຕາມິນ, ແມ່ນໍ້ານິນ, ປາແລັດສະ ຕິນ, ແອັດສະປາຍ, ອາກຊັງຕິນ, ລຸກຊໍາບວກ, ເຕັກໂນໂລຊີ...ບາງ ຄໍາທີ່ໃຊ້ມາແລ້ວ ແຕ່ເຫັນວ່າບໍ່ ເໝາະສົມກັບຍຸກສະໄໝປັດຈຸບັນ ກໍ່ ປັບປຸງປ່ຽນແປງໃຊ້ຄໍາທີ່ເໝາະສົມ ກວ່າ ເປັນຕົ້ນແມ່ນຊື່ບາງປະເທດ, ຊື່ສະຖານທີ່ ແລະ ອື່ນໆ ທີ່ສັງຄົມ ຍອມຮັບ ແລະ ເປັນທີ່ເຂົ້າໃຈດີກວ່າ ຄໍາທີ່ໃຊ້ມາກ່ອນ ເຊັ່ນ: ນິວຊີແລນ, ສະວີເດນ, ຈໍແດນ, ມຽນມາ, ເຈນີ ວາ... ສ່ວນຄໍາທີ່ຢືມມາໃໝ່ ກໍ່ໃຫ້ ຂຽນຕາມສຽງພາສາອັງກິດ ເຊັ່ນ: ເອດ, ຄອມພິວເຕີ, ໄວຣັດ, ດາວ ໂຫລດ... ຫລັກໄວຍາກອນຍັງໄດ້ກໍາ ນົດ ການຂຽນທັບສັບພາສາຕ່າງ ປະເທດ ຄວນໃຊ້ພະຍັນຊະນະ, ສະຫລະ ແລະ ຕົວສະກົດທີ່ກົງ ຫລື ໃກ້ຄຽງກັບພາສາເດີມ, ແຕ່ບໍ່ ຄວນໃຫ້ຕົວໜັງສືເຫລືອຢູ່ໃນຄໍາ ແລະ ບໍ່ນໍາໃຊ້ເຄື່ອງໝາຍກາລັນ. ການຂຽນທັບສັບ ສາມາດໃຊ້ຕົວ ຣ, ສະກົດພິເສດກາງຄໍາ(ຖ້າຈໍາ ເປັນ) ແລະ ອັກສອນຄວບອື່ນໆ ລວມທັງຕົວ ວ ໄດ້. ການຂຽນຄໍາທີ່ ອອກສຽງເປັນສະຫລະ ໄx ໃຫ້ໃຊ້ ສະຫລະ ໄx ໄມ້ມາຍ ຕົວດຽວເທົ່າ ນັ້ນ. ສ່ວນຕົວສະກົດພິເສດທ້າຍ ຄໍາ ໃຊ້ສະເພາະຄໍາທີ່ຈໍາເປັນທີ່ສຸດ ເທົ່ານັ້ນ(ໃຊ້ໃນທາງໂຟນີຕິກ ຫລື ອອກສຽງ). ດັ່ງນັ້ນ ຈຶ່ງນໍາມາ ເພື່ອສຶກສາ ນໍາກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ສະເພາະສະພາບຄວາມບອບບາງ ທາງດ້ານເສດຖະກິດ ຈຶ່ງເກີດມີ ຄວາມຫຍຸ້ງຍາກບໍ່ແມ່ນຂອງຄ່ອຍ. ສະນັ້ນຖ້າເຮົາຈະມີແຕ່ຄອງຄອຍຖ້າ ສະພາບດີຂຶ້ນຈຶ່ງຈະລົງມືເຮັດອັນ ນັ້ນເຮັດອັນນີ້ ໂດຍຂາດຈິດໃຈອົດ ທົນບຸກບືນ ກໍ່ຈະບໍ່ໄປຮອດໃສ. ຄໍາຊີ້ນໍາຂອງການນໍາເຮົາທ່ານ ໜຶ່ງເວົ້າວ່າ ເຫັນແຕ່ຄວາມຫຍຸ້ງ ຍາກກໍ່ຈະບໍ່ມີຈິດໃຈບຸກບືນ. ນັ້ນ ແມ່ນຖືກຕ້ອງ ແລະ ເປັນສັດຈະທໍາ ໃນຖະໜົນຊີິວິດ-ວຽກງານ ທີ່ສຸດ. ຫລາຍທັດສະນະເວົ້າໃນລວງດຽວ ກັນວ່າ ຖ້າເຫັນແຕ່ຄວາມຫຍຸ້ງຍາກ ດ້ານດຽວພວກເຮົາກໍ່ຈະບໍ່ມີແນວ ຄິດອົດທົນ ແລະ ບືນຕົວ. ໃນພຶດຕິ ກໍາຕົວຈິງຊີວິດແລະວຽກງານລ້ວນ ແຕ່ມີຄວາມສະດວກ ແລະ ກໍ່ບໍ່ອາດ ປາສະຈາກອຸປະສັກ ຄວາມຫຍຸ້ງ ຍາກ. ຄວາມສະດວກ ແລະ ຫຍຸ້ງ ຍາກແຕ່ລະໄລຍະແມ່ນຕ່າງກັນໄປ. ເຫັນຫລາຍເອກະສານນໍາພາແນວ ຄິດຂອງຈີນມັກຈະໃຊ້ຄໍາວ່າ“ຄວາມ ຫຍຸ້ງຍາກຊົ່ວຄາວ” ອັນໝາຍວ່າ ຄວາມຫຍຸ້ງຍາກ ແລະ ບັນຫາທີ່ ເຮັດໃຫ້ໜັກໃຈນັ້ນບໍ່ມື້ໃດກໍ່ມື້ໜຶ່ງ ມັນກໍ່ຈະໝົດໄປ ຫລື ຖືກແກ້ໄຂໃຫ້ ຕົກໄປ. ເວົ້າແນວນີ້ ບໍ່ໝາຍຄວາມ ວ່າປ່ອຍໃຫ້ມັນແກ້ໄຂເອງໄດ້ທຸກ ອັນ, ມັນຕ້ອງໄດ້ຮັບການເອົາໃຈ ໃສ່ຈາກມະນຸດເຮົານີ້ລະ ເປັນເຈົ້າ ການແກ້ໄຂບັນຫາ ແລະ ຄວາມ ຫຍຸ້ງຍາກເຫລົ່ານັ້ນ. ດຽວນີ້ພວກ ເຮົາປຸກລະດົມກັນສ້າງຄວາມເຂັ້ມ ແຂງພາຍໃນດ້ານຕ່າງໆ ເປັນຕົ້ນ ການຍູ້ແຮງຜະລິດເປັນສິນຄ້າ ໃຫ້ ມີຜົນຜະລິດພາຍໃນຫລາຍຂຶ້ນ, ລະ ດົມທົ່ວສັງຄົມຊົມໃຊ້ສິນຄ້າຜະລິດ ພາຍໃນໃຫ້ຫລາຍ ແລະ ອື່ນໆ. ຄວາມຫຍຸ້ງຍາກແນ່ນອນປາສະ ຈາກບໍ່ໄດ້ ໃນຂະບວນການດໍາເນີນ ກິດຈະການ ແລະ ການປຸກລະດົມ ໃຫ້ຄົນຊົມໃຊ້. ແຕ່ດ້ວຍຄວາມຫວັງ ສູງສົ່ງ, ຄົນລາວຈໍານວນຫລວງ ຫລາຍກໍ່ເຫັນວ່າບໍ່ມື້ໃດມື້ໜຶ່ງໃນ ອະນາຄົດອັນໃກ້ ສະພາບກໍ່ຈະ ດີຂຶ້ນແນ່ນອນ, ຂໍພຽງທຸກຄົນຊ່ວຍ ກັນ.ທຸກໄລຍະເວລາລ້ວນມີສຽງ ຈົ່ມວ່າກ່ຽວກັບລາຍຮັບຈໍາກັດ ບໍ່ ສົມຄູ່ກັບລາຍຈ່າຍ, ນັ້ນແມ່ນຄວາມ ຫຍຸ້ງຍາກໜຶ່ງ ຊຶ່ງເຮົາຍິ່ງຕ້ອງອົດ ທົນບຸກບືນຕົວໃຫ້ຫລາຍຂຶ້ນ, ນອກ ຈາກປະຢັດແລ້ວຕ້ອງຊອກຫາຫລາຍ ແຫລ່ງຕາມທ່າແຮງຂອງເຮົາ ໂດຍ ຖືກຕ້ອງລະບຽບກົດໝາຍ. ຈະຖ້າ ແຕ່ຄວາມຊ່ວຍເຫລືອ, ຖ້າໃຫ້ສະ ພາບມັນປັບຕົວມັນເອງ..ເຮັດແນວ ນັ້ນ ຍິ່ງຈະຫຍຸ້ງຍາກຕື່ມຄົນລາວ ເຮົາລ້ວນແຕ່ມີມູນເຊື້ອແຫ່ງຄວາມ ດຸໝັ່ນອົດທົນບຸກບືນເປັນພື້ນຖານ ນັ້ນແມ່ນອັນດີທີ່ສຸດ, ສະນັ້ນ ຈຶ່ງມີຄໍາ ເວົ້າທີ່ວ່າ ໄປຢຽບໝາ ມາຢຽຂຽດ. ສະຫລຸບວ່າ ໃນຍາມຫຍຸ້ງຍາກ ໄລຍະໃດກໍ່ຕາມ, ພວກເຮົາບໍ່ອາດລໍ ຖ້າໃຫ້ດີເອງ, ຕ້ອງມີຄວາມອົດທົນ ບຸກບືນຜ່ານຜ່າ, ຍິ່ງຫຍຸ້ງຍາກ ຍິ່ງ ທຸກຍາກ ກໍ່ຍິ່ງຕ້ອງບຸກບືນພັດທະ ນາຕົນເອງ ເອົາວິກິດໃຫ້ເປັນໂອ ກາດຄືເພິ່ນວ່າ, ເຫັນຄວາມຫຍຸ້ງ ຍາກແລ້ວ ຍິ່ງຕ້ອງມີໃຈ. ສະພາບ ສື່ສັງຄົມອອນລາຍ ມີຫລາຍເພຈ ພາສາປະເທດເພື່ອນບ້ານທີ່ຄົນ ລາວເຂົ້າໃຈດີໃສ່ຮ້າຍປ້າຍສີ ວິຈານ ບັນຫາຫຍຸ້ງຍາກຂອງພວກເຮົາ ແນວນັ້ນແນວນີ້. ຖ້າເຮົາບໍ່ມີໃຈ, ບໍ່ອົດທົນບຸກບືນພັດທະນາ ໃຫ້ມີ ຄວາມເຂັ້ມແຂງ, ການທັບຖົມຕໍ່ເຮົາ ກໍ່ຈະມີໄປໜ້າ, ຍິ່ງຖ້າຄົນລາວທຸກ ຄົນບໍ່ຮັບຮູ້ເຂົ້າໃຈໃນບັນຫາຫຍຸ້ງ ຍາກທີ່ເກີດຂຶ້ນດີກໍ່ຈະຕົກເປັນເຄື່ອງ ມື ຫລື ຫລົງ ສະໜັບສະໜູນຄໍາທັບ ຖົມໂຈມຕີຂອງພວກ “ກິນເຂົ້າໂຕ ໂສເລື່ອງຜູ້ອື່ນ” ທີ່ຍຸແຍ່ໃຫ້ພວກ ເຮົາແຕກຄວາມສາມັກຄີ.

RkJQdWJsaXNoZXIy MTc3MTYxMQ==