5811

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** 14/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k vvxl 8h voIa [ Iv'xtmkol6 odk'ltstra oc,j py ']k; ltskp dy , g9y ' vy o z6 h oemu j py j '.spj 0v'xt-k-q o lxx gdq ks]u xk4tdt4k]tob d;a o7h kp;a ogdu f xtmko dy , g9y ' vy o 7q [Iv[ 82 xu ຂປລ. ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກະຊວງ ປ້ອງກັນຄວາມສະຫງົບ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫລີປະຈໍາ ສປປ ລາວ ຈັດ ປາຖະກະຖາ ເນື່ອງໃນໂອກາດວັນ ຄ້າຍວັນເກີດຂອງປະທານ ກິມ ເຈິງ ອິນ ຄົບຮອບ 82 ປີ(16/2/1942- 16/2/2024) ໃນວັນທີ 9 ກຸມພາ 2024 ໂດຍການປາຖະກະຖາຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ໂດຍມີ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ທ່ານນາງ ວິລະ ວອນ ພັນທະວົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ຮອງ ປະທານສະມາຄົມມິດຕະພາບລາວສປປ ເກົາຫລີ, ມີຮອງຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ. ການຈັດປາຖະກະຖາໃນຄັ້ງນີ້, ເປັນນິມິດໝາຍອັນດີທີ່ພັກ ແລະ ລັດຖະບານ ກໍຄື ປະຊາຊົນ ສປປ ເກົາຫລີ ໃນທົ່ວປະເທດໄດ້ມີການ ຈັດຕັ້ງງານໂຮມຊຸມນຸມ ເພື່ອລະນຶກ ວັນທີ່ມີຄວາມໝາຍຄວາມສຳຄັນນີ້, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ກະຊວງປ້ອງກັນ ຄວາມສະຫງົບ ແລະ ສະມາຄົມ ມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ເປັນເຈົ້າພາບຈັດປາຖະກະຖາ ເພື່ອລະນຶກເຖິງວັນອັນມີຄວາມ ໝາຍດັ່ງກ່າວຂອງປະຊາຊົນ ສປປ ເກົາຫລີ. ໃນໂອກາດດຽວກັນ, ຍັງ ມີການວາງສະແດງຮູບພາບ ແລະ ສາຍວິດີໂອ ກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມ, ພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະທີ່ຜ່ານມາ ແລະ ປັດຈຸບັນ. ໂອກາດນີ້, ສະຫາຍ ລີ ຢົງ ຊົນ ໄດ້ຍົກໃຫ້ເຫັນເຖິງບົດບາດການ ນໍາພາ ແລະ ຜົນງານ ຂອງປະທານ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນໄລຍະຜ່ານ ມາ ກໍຄື ການພັດທະນາຂອງ ສປປ ເກົາຫລີ ໃນປັດຈຸບັນພາຍໃຕ້ການ ນໍາພາຂອງພັກແຮງງານເກົາຫລີ ບົນເສັ້ນທາງສູ່ຈຸດໝາຍສັງຄົມ ນິຍົມ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນ ເຖິງສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫລີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮັບການພັດທະນາເພີ່ມພູນຄູນ ສ້າງຢ່າງຕໍ່ເນື່ອງ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ປະເທດ, ທັງເປັນການປະກອບ ສ່ວນເຂົ້າໃນພະລາກິດເສີມສ້າງ ສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມືໃນຂົງເຂດ ແລະ ໃນໂລກ. ພາບ: ຂັນໄຊ *ວັນທີ16 ກຸມພາ 2024,ເປັນ ວັນເກີດ ຄົບຮອບ 82 ປີ (16/2/ 1942-16/2/2024) ຂອງສະ ຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງ ໃຫຍ່ຂອງປະຊາຊົນ ສປປ ເກົາຫລີ. ບັນດາຜົນສຳເລັດອັນໃຫຍ່ ຫລວງຂອງປະຊາຊົນສປປ ເກົາຫລີ ໃນການກໍ່ສ້າງສັງຄົມນິຍົມທີ່ມີກໍາ ລັງເເຮງ, ເຂັ້ມແຂງໃນໄລຍະທີ່ຜ່ານ ມາເຖິງວ່າຈະປະສົບກັບຄວາມຫຍຸ້ງ ຍາກລໍາບາກ ເເຕ່ບໍ່ສາມາດແຍກ ຈາກຄຸນງາມຄວາມດີທີ່ເປັນອຳມະ ຕະຂອງສະຫາຍ ກິມ ເຈິງ ອິນ. ສະຫາຍ ກິມ ເຈິງ ອິນ ເປັນຜູ້ສືບ ທອດຂອງພາລະກິດການປະຕິວັດ ແລະ ເປັນຜູ້ນຳຂອງພັກເເຮງງານ ເກົາຫລີ ໄດ້ກ້າວສູ່ສັງກາດໃໝ່. ສະຫາຍ ກິມ ເຈິງ ອິນ ໄດ້ເສີມ ຂະຫຍາຍ ແລະ ພັດທະນາພັກແຮງ ງານເກົາຫລີ ໃຫ້ເປັນພັກເຂັ້ມແຂງ ທີ່ມີການຈັດຕັ້ງ, ມີລະບຽບວິໄນ ສູງ, ເປັນພັກທີ່ມີຄວາມສາມັກ ຄີເປັນປຶກແຜ່ນໃນດ້ານແນວຄິດ ແລະ ຈິດໃຈ, ເປັນພັກທີ່ມີອໍານາດ ທີ່ໄດ້ຮັບການສະໜັບສະໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະ ຊາຊົນ. ໃນຕະຫລອດໄລຍະການນຳພາ ພັກແຮງງານເກົາຫລີ ສະຫາຍ ກິມ ເຈິງ ອິນ ໄດ້ຖືເປັນວຽກງານສໍາຄັນ ໃນການເສີມຂະຫຍາຍ ເເລະ ພັດ ທະນາພັກຂອງ ປະທານ ກິມ ອິນ ຊຸງ ຜູ້ທີ່ກໍ່ຕັ້ງດ້ວຍນາມມະຍົດ ແລະ ຄວາມເປັນຈິງ ເປັນພາລະກິດຕົ້ນ ຕໍ ແລະ ດຳເນີນການຈັດຕັ້ງປະຕິ ບັດຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວຄິດ ປະຕິວັດ, ແນວຄິດຈຸດເຊ ທີ່ປະທານ ກິມ ອິນ ຊຸງ ໄດ້ສ້າງຕັ້ງຂຶ້ນໃຫ້ (ເນື່ອງໃນໂອກາດວັນເກີດຂອງ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ຄົບຮອບ 82 ປີ, 16/2/1942-16/2/2024) ເປັນຮູບປະທຳ ແລະ ເປັນແນວຄິດ ຊີ້ນຳພຽງໜຶ່ງດຽວຂອງພັກແຮງ ງານເກົາຫລີ, ທັງໄດ້ຖືເອົາແນວ ຄິດດັ່ງກ່າວນີ້ ເປັນຕົວແບບອຸດົມ ການສູງສຸດໃນທົ່ວສັງຄົມ. ພາຍໃຕ້ການຊີ້ນໍານໍາພາຂອງ ສະຫາຍ, ພັກແຮງງານເກົາຫລີ ໄດ້ ຮັບການເສີມຂະຫຍາຍ ເເລະ ພັດ ທະນາກາຍເປັນອົງການຈັດຕັ້ງທີ່ ມີຄວາມປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບ ໃນການກະທຳຕົວ ຈິງ, ເປັນອົງການຈັດຕັ້ງທີ່ມີລະບົບ ແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາທີ່ເປັນ ໜຶ່ງດຽວຂອງຜູ້ນຳຢ່າງໝັ້ນຄົງ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງ ພັກແຮງງານເກົາຫລີ ໃຫ້ກາຍເປັນ ພັກທີ່ຮັບໃຊ້ປະຊາຊົນ, ມີຄວາມຮັບ ຜິດຊອບຢ່າງເຕັມສ່ວນຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນທັງ ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍ ລິສຸດຢ່າງແທ້ຈິງ. ການເຊີດຊູເສີມຂະຫຍາຍຮັດ ເເໜ້ນສາຍພົວພັນມິດຕະພາບອັນ ເປັນມູນເຊື້ອລະຫວ່າງ ພັກແຮງ ງານເກົາຫລີີ ແລະ ປະຊາຊົນ, ລວມ ທັງຮັດເເໜ້ນຮາກຖານປະຊາຊົນ ຂອງພັກເປັນຫລັກການທີ່ສຳຄັນໃນ ການກໍ່ສ້າງພັກກໍ່ຄືການຄົງຕົວ ແລະ ຂະຫຍາຍຕົວຂອງພັກ. ສະ ຫາຍໄດ້ຊຸກຍູ້ບັນດາການຈັດຕັ້ງ ຂອງພັກ ແລະ ພະນັກງານລ້ວນແຕ່ ຕ້ອງດຳເນີນການຈັດຕັ້ງປະຕິບັດ ເພື່ອຜົນປະໂຫຍດຂອງປະຊາຊົນ ດຳລົງຊີວິດຕິດແທດກັບປະຊາຊົນ ແລະ ເປັນຜູ້ຮັບໃຊ້ປະຊາຊົນ. ຍ້ອນມີແນວທາງການເມືອງທີ່ ຮັບໃຊ້ສິດຜົນປະໂຫຍດຂອງທົ່ວ ປວງຊົນ, ພັກແຮງງານເກົາຫລີ ຈຶ່ງ ໄດ້ບັນລຸຜົນສຳເລັດໃນການເຕົ້າ ໂຮມຄວາມເປັນເອກະພາບຈິດໜຶ່ງ ໃຈດຽວຂອງຜູ້ນຳ ກໍ່ຄືຂອງພັກ ແລະ ຂອງມວນຊົນ ເປັນຄັ້ງທຳອິດ ໃນປະຫວັດສາດທ່າມກາງຄວາມ ຜັນແປທາງການເມືອງຂອງໂລກ ກໍ່ຕາມ ເເຕ່ສາມາດນຳພາສັງຄົມ ເກົາຫລີ ໃຫ້ການເປັນຄອບຄົວສັງ ຄົມນິຍົມທີ່ເປັນປຶກແຜ່ນ ແລະ ສະ ແດງໃຫ້ເຫັນຄວາມເກັ່ງກ້າສາມາດ ຂອງພັກທີ່ບໍ່ມີສັດຕູເອົາຊະນະໄດ້ ເຊິ່ງໄດ້ນຳພາປວງຊົນທັງຊາດ ຍາດເອົາໄຊຊະນະ ໃນການສ້າງ ສັງຄົມນິຍົມທີ່ໄດ້ຮັບການສະໜັບ ສະໜູນ ແລະ ໄວ້ເນື້ອເຊື່ອໃຈຈາກ ປວງຊົນຕະຫລອດມາ. ສະຫາຍ ກິມ ເຈິງ ອິນ ໄດ້ເສີມ ຂະຫຍາຍທາງການທະຫານຂອງ ປະເທດໃນທຸກດ້ານ ໂດຍຜ່ານການ ນຳພາການປະຕິວັດບົນພື້ນຖານນະ ໂຍບາຍເຊິນກຸນ. ສະຫາຍໄດ້ໝູນໃຊ້ນະໂຍບາຍ ການເມືອງເຊິນກຸນທີ່ເປັນເອກະ ລັກມາແຕ່ຊຸມປີຕົ້ນການເຄື່ອນໄຫວ ຂອງຕົນ, ໄດ້ເຊີດຊູນະໂຍບາຍການ ເມືອງເຊິນກຸນ ຢ່າງປົກກະຕິ. ສະຫາຍ ໄດ້ສ້າງນະໂຍບາຍ ຂປລ. ໃນວັນທີ 12 ກຸມພາ 2024 ນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ ລາວ ພ້ອມຄະນະ ໃນໂອກາດລົງຊຸກ ຍູ້ວຽກງານສ້າງພະນັກງານນຳພາຄຸ້ມຄອງເພດຍິງ ແລະ ການກະກຽມ ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຢູ່ບັນດາກະຊວງ, ອົງການຕິດພັນ ກັບການກະກຽມດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນ ຂອງພັກ. ໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ສະຫາຍ ນາງ ທຳມາ ເພັດວິໄຊ ພ້ອມຄະນະ ທີ່ໄດ້ລົງເຄື່ອນໄຫວຊຸກ ຍູ້ວຽກງານສ້າງພະນັກງານນຳພາ- ຄຸ້ມຄອງເພດຍິງຢູ່ບັນດາກະຊວງ, ອົງການ ໃນຄັ້ງນີ້. ພ້ອມທັງ, ອວຍ ພອນ ໃຫ້ການລົງມາເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານ ໃນຄັ້ງນີ້, ຈົ່ງມີຜົນສຳເລັດຢ່າງຈົບງາມ. ສະຫາຍ ນາງ ທໍາມາ ເພັດວິໄຊ ກໍໄດ້ແຈ້ງຈຸດປະສົງຂອງການລົງ ເຄື່ອນໄຫວວຽກງານໃນຄັ້ງນີ້, ໃຫ້ ທ່ານຫົວໜ້າ ອອປສ ຮັບຊາບ. ທັງ ນີ້, ກໍເພື່ອປຶກສາຫາລືວຽກງານ ໃນການເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານການສ້າງພະນັກງານ- ນຳພາຄຸ້ມຄອງເພດຍິງແລະທັງເປັນ ການກະກຽມບຸກຄະລາກອນເພດ ຍິງໃຫ້ແກ່ກອງປະຊຸມໃຫຍ່ ຂອງສະ ຫະພັນແມ່ຍິງ ຕິດພັນກັບກອງປະ ຊຸມໃຫຍ່ 3 ຂັ້ນ ຂອງພັກໃຫ້ບັນລຸ ຕາມເປົ້າໝາຍ. ໃນໂອກາດດຽວກັນ, ທ່ານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບປະ ກັບສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ, ຜູ້ຊີ້ນໍາວຽກງານອົງ ການຈັດຕັ້ງມະຫາຊົນ ແລະ ເຮັດ ວຽກຮ່ວມກັບສະຫາຍນາງພອນທິບ ສາວະລີ ປະທານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງ ສຸດ,ຫົວໜ້າກົມກວດກາພ້ອມຄະນະ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍ ງານແຜນກໍານົດພະນັກງານນໍາພາຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ອົງການຄຸ້ມຄອງ, ການບໍາລຸງ-ກໍ່ ສ້າງ ແລະ ບັນຈຸ, ສັບຊ້ອນພະນັກ ງານນໍາພາ-ຄຸ້ມຄອງເພດຍິງ ແລະ ແຜນຄາດຄະເນເປົ້າໝາຍຄະນະ ບໍລິຫານງານສະຫະພັນແມ່ຍິງຊຸດ ໃໝ່, ຮັບຟັງການລາຍງານການ ເຄື່ອນໄຫວວຽກງານຮອບດ້ານ ແລະ ການກະກຽມດໍາເນີນກອງປະ ຊຸມໃຫຍ່ ຂອງສະຫະພັນແມ່ຍິງອົງ ການໄອຍະການປະຊາຊົນສູງສຸດ ອີກດ້ວຍ. ຂ່າວ-ພາບ: ອານຸສັກ ລາວ-ອິນເດຍ ແລກປ່ຽນ... ຜູ້ຊື້-ຜູ້ຂາຍ, ການແລກປ່ຽນຢ້ຽມ ຢ້າມບັນດາການນຳຂັ້ນສູງລະ ຫວ່າງ ປະເທດລາວ-ອິນເດຍ ແລະ ອື່ນໆ; ປະເທດອິນເດຍ ມີເສດຖະກິດ ທີ່ດີ ເຊິ່ງເປັນຕະຫລາດຂະໜາດໃຫ ຍ່ສຳລັບການສົ່ງອອກສິນຄ້າຈາກ ສປປ ລາວ ແລະ ທ່າແຮງການລົງ ທຶນດ້ານອຸດສາຫະກຳໃນ ສປປ ລາວ. ພ້ອມນີ້, ຍັງມີໂອກາດສູງໃນ ການລົງທຶນດ້ານກະສິກຳ ແລະ ປຸງ ແຕ່ງອາຫານ, ການຂຸດຄົ້ນແຫລ່ງ ຊັບພະຍາກອນບໍ່ແຮ່, ການທ່ອງ ທ່ຽວ ແລະ ຂະແໜງການອື່ນໆທີ່ສາ ມາດພັດທະນາໄດ້ໃນ ສປປ ລາວ ເຊິ່ງການພົບປະໃນຄັ້ງນີ້, ໄດ້ເປີດ ໂອກາດໃນການແລກປ່ຽນດ້ານ ການລົງທຶນທີ່ຈະສາມາດສົ່ງເສີມ ການຄ້າ ແລະ ເສດຖະກິດ ລະຫວ່າງ ສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍ ຕົວຢ່າງມີປະສິດທິພາບ ແລະ ປະ ສິດທິຜົນ. ພ້ອມນີ້, ຍັງໄດ້ແລກປ່ຽນ ປະສົບການດ້ານທຸລະກິດທີ່ດີເຊັ່ນ: ດ້ານບໍ່ແຮ່, ເຫລັກ, ໂລຈິສຕິກ, ການ ຂົນສົ່ງ, ການທ່ອງທ່ຽວ, ການຮັກ ສາສຸຂະພາບ, ກະສິກຳ, ພື້ນຖານ ໂຄງລ່າງ, ແຜ່ນແພ ແລະ ອື່ນໆ. ຜ່ານກອງປະຊຸມຄັ້ງນີ້,ນັກທຸລະ ກິດອິນເດຍ ຫລື ສະພາທຸລະກິດ ອາຊຽນ-ອິນເດຍ ຈະຊ່ວຍສົ່ງເສີມ ການລົງທຶນ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະການຮ່ວມມື ກັບບໍລິສັດລາວໃນຫລາຍຂະແໜງ ການ ເພື່ອຕ່າງຝ່າຍຕ່າງພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ; ການລົງທຶນທຸລະກິດຢູ່ລາວ ບໍ່ພຽງແຕ່ສາມາດເຂົ້າເຖິງຕະ ຫລາດລາວ ແຕ່ຍັງສາມາດເຂົ້າເຖິງ ຕະຫລາດອາຊຽນ ອີກດ້ວຍ. ປັດ ຈຸບັນ, ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວມີຫລາຍ ໂຄງການພາຍໃຕ້ການພັດທະນາ ແລະ ຕ້ອງການຄວາມຊ່ວຍເຫລືອ ຈາກນັກທຸລະກິດຕ່າງປະເທດໃນ ຫລາຍຂະແໜງການເຊັ່ນ: ໂຄງການ ພະລັງງານ, ກໍ່ສ້າງ, ຂົວທາງ, ກະ ສິກຳ, ໂຮງແຮມ, ທ່ອງທ່ຽວ, ໄອຊີ ທີ, ແຜ່ນແພ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==