5811

ຈັນ, ພຸດ xtgmf]k; 3 14/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ *** ບົດສະເໜີ ໂດຍ: ສັນຕິບານ ບົດ-ພາບ: ໂດຍ ກິດຕິສັກ ບົວໄລ ltstdvolqj 'glu ,dtly de g,n v'sq 'lk xtdv[lj ;os]5 fzj vo7;k,m5 dpkd0v'xt-k-q o co;7y f-U oe0v' xtmko 7ew8 lu ra ofvo 8+ dkoxt8y [a f lv'|h kmuj p5 fmtlkf (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) * ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ແລະ ຜູ້ນຳຮຸ່ນ ທຳອິດຂອງພັກເຮົາ ທີ່ມີຄວາມ ປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກ ແໜ້ນໃນທຸກສະຖານະການ; ເພິ່ນ ທັງແມ່ນນັກຍຸດທະສາດ, ນັກຍຸດໂທ ບາຍ ທີ່ຄາດຄະເນສະພາບການໄກ, ຄ່ອງແຄ່ວ, ວ່ອງໄວ ທັງມີຄວາມ ປະດິດສ້າງໃນການວາງແນວທາງ ການເມືອງ, ວາງຍຸດທະສາດການ ທະຫານເຂົ້າກັບເງື່ອນໄຂ ແລະ ຈຸດ ພິເສດຕົວຈິງຂອງປະເທດຊາດໃນ ແຕ່ລະໄລຍະຢ່າງຖືກຕ້ອງ ດັ່ງນັ້ນ, ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍຢ່າງສົມບູນ ໂດຍໄດ້ຮັບ ການມອບໝາຍຈາກພັກ, ໄດ້ຮັບ ຄວາມເຊື່ອໝັ້ນໄວ້ວາງໃຈຈາກກອງ ທັບແລະປະຊາຊົນລາວບັນດາເຜົ່າ, ປະທານ ຄໍາໄຕ ສີພັນດອນ ສືບຕໍ່ໄດ້ ຮັບການເລືອກຕັ້ງເປັນກຳມະການ ກົມການເມືອງສູນກາງພັກ, ໄດ້ຮັບ ແຕ່ງຕັ້ງເປັນຮອງນາຍົກລັດຖະມົນ ຕີ, ເປັນລັດຖະມົນຕີກະຊວງປ້ອງ ກັນປະເທດ ແລະ ສືບຕໍ່ເປັນຜູ້ບັນຊາ ການສູງສຸດກອງທັບປະຊາຊົນ ລາວ. ດ້ວຍຄວາມຮັບຜິດຊອບສູງ ແລະ ມີປະສົບການສູງຕໍ່ໜ້າທີ່ອັນສໍາ ຄັນດັ່ງກ່າວເພິ່ນໄດ້ຄຽງບ່າຄຽງໄຫລ່ ກັບປະທານໄກສອນພົມວິຫານແລະ ບັນດາກົມການເມືອງສູນກາງພັກ ໃນການຄົ້ນຄວ້າກຳນົດທິດທາງໜ້າ ທີ່ຍຸດທະສາດຂອງການປະຕິວັດ ລາວໃນໄລຍະໃໝ່; ປະທານ ຄຳໄຕ * ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ແມ່ນອົງການຈັດຕັ້ງ ລວມໝູ່ ປະກອບມີ 11 ກຸ່ມໃນການ ຈັດຕັ້ງສະຫະກອນ. ໃນນັ້ນ, ມີກຸ່ມ ຜະລິດກະສິກໍາ 3 ກຸ່ມ, ກຸ່ມປຸງແຕ່ງ ຜົນຜະລິດກະສິກໍາ 2 ກຸ່ມ, ກຸ່ມຮວບ ຮວມຜົນຜະລິດ 1 ກຸ່ມ, ກຸ່ມຕັດ ຫຍິບ 1 ກຸ່ມ, ກຸ່ມລ້ຽງສັດ 2 ກຸ່ມ, ກຸ່ມຫັດຖະກໍຈັກ ສານ 1 ກຸ່ມ ແລະ ກຸ່ມລ້ຽງເຜິ້ງ 1 ກຸ່ມ. ມີສະມາຊິກ ທັງໝົດ 145 ຄອບຄົວ, ໃນສົກປີ 2023 ສາມາດສ້າງລາຍຮັບໄດ້ ທັງໝົດ 1 ຕື້ 959 ລ້າກວ່າກີບ, ປະ ຕິບັດລາຍຈ່າຍ ທັງໝົດ 1 ຕື້ 604 ລ້ານກວ່າກີບ ແລະ ກໍາໄລສຸດທິ ຈາກການດຳເນີນທຸລະກິດ 355 ລ້ານກວ່າກີບ. ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານໄດ້ ປະກອບສ່ວນສ້າງລາຍຮັບທີ່ໝັນ ຄົງໃຫ້ແກ່ສະມາຊິກ ເຮັດໃຫ້ສະມາ ຊິກຫລາຍຄອບຄົວສາມາດຫລຸດ ພົ້ນອອກຈາກຄວາມທຸກຍາກໄດ້ ເທື່ອລະກ້າວ. ໃນກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະ ຈຳປີ 2023 ຂຶ້ນຢູ່ທີ່ຫ້ອງການພາກ ສະໝາມພະແນກພັດທະນາສັງຄົມ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ມີ ການສະຫລຸບວຽກງານໃນໜຶ່ງປີ ຜ່ານມາ ແລະ ວາງແຜນພັດທະນາ ສະຫະກອນໃນຕໍ່ໜ້າ ເພື່ອຄວາມ ໝັ້ນຄົງ, ສ້າງຜົນປະໂຫຍດໃຫ້ສະ ມາຊິກທຸກກຸ່ມຂອງສະຫະກອນໃຫ້ ມີການພັດທະນາຂຶ້ນເລື້ອຍໆ ຊຶ່ງ ສະມາຊິກຂອງສະຫະກອນສ່ວນ ຫລາຍແມ່ນຢູ່ພາຍໃນເມືອງຫົງສາ, ມີເຄື່ອຂ່າຍສະຫະກອນຢູ່ເມືອງ ພຽງ 4 ເຄືອຂ່າຍ, ເມືອງເງິນ 2 ເຄືອຂ່າຍ, ເມືອງຊຽງຮ່ອນ 3 ເຄືອ ຂ່າຍ, ເມືອງໄຊຍະບູລີ 3 ເຄືອຂ່າຍ, ນະຄອນຫລວງວຽງຈັນ 6 ເຄືອ ຂ່າຍ ແລະ 1 ບໍລິສັດ ລາວ-ໄທ ອີຕາ ລຽນ. ພ້ອມນັ້ນ ກໍ່ໄດ້ປະຕິບັດນະໂຍ ບາຍແບ່ງປັນຜົນກຳໄລຕາມອັດຕາ ສວນຄື: ປັນຜົນໃຫ້ສະມາຊິກ36%, ເປັນທຶນພັດທະນາສະຫະກອນ30%, ເປັນທຶນສຳຮອງ 15%, ເປັນຄ່າ ແຮງງານໃຫ້ແຄະນະບໍລິຫານງານ 10%, ເປັນທຶນສະຫວັດດີການ 8% ແລະ ເປັນທຶນຊ່ວຍເຫລືອສັງ ຄົມ 1%. ຈາກນັ້ນກອງປະຊຸມຍັງ ໄດ້ຮັບຟັງການຜ່ານລະບຽບຂອງ ສະຫະກອນ (ສະບັບປັບປຸ່ງໃໝ່) ຕື່ມອີກ. ທ່ານ ບຸນຊື່ນ ຕະວະ ປະທານສະ ຫະກອນສົ່ງເສີມກະສິກຳເມືອງຫົງ ສາ ໃຫ້ຮູ້ວ່າ: ສຳຫລັບແຜນການ ເຄື່ອນໄຫວໃນຕໍ່ໜ້າຈະສືບຕໍ່ຈັດຕັ້ງ ປະຕິບັດວຽກງານດ້ານຕ່າງໆ ຕາມ ທິດທາງແຜນການວາງອອກໃຫ້ໄດ້ ຮັບໝາກຜົນຫລາຍຂຶ້ນກວ່າເກົ່າ, ຊຸກຍູ້ສົ່ງເສີມຄະນະກຳມະການ, ສະ ມາຊິກກຸ່ມໃຫ້ມີຄວາມຮູ້ຄວາມສາ ມາດ, ປະສົບການ ແລະ ຮຽນຮູ້ບົດ ຮຽນອັນໃໝ່ໃນການບໍລິຫານຈັດ ການສະຫະກອນ, ຄະນະບໍລິຫານກຸ່ມ ຜະລິດທີ່ແຕ່ງຕັ້ງໄວ້ຕ້ອງມີຄວາມ ຕື່ນຕົວ, ມີສ່ວນຮ່ວມໃນການບໍລິ ການຄຸ້ມຄອງກິດຈະກຳຂອງກຸ່ມ, ມີ ຄວາມຮັບຜິດຊອບໃນການນຳເອົາ ແຜນທຸລະກິດ, ແຜນຜະລິດຂອງສະ ຫະກອນໄປເຜີຍແຜ່ ແລະ ນຳພາສະ ມາຊິກຈັດຕັ້ງປະຕິບັດໃຫ້ໄດ້ຕາມ ແຜນທີ່ວາງໄວ້, ສ້າງພະນັກງານ ໜຸ່ມນ້ອຍ ເປັນພະນັກງານສະຫະ ກອນປ່ຽນແທນພະນັກງານບໍລິສັດ ໄຟຟ້າຫົງສາຈຳກັດໃຫ້ໄດ້ ແລະ ພ້ອມກັນຈັດຕັ້ງປະຕິບັດເຮັດໃຫ້ສະ ຫະກອນສາມາດຕອບສະໜອງສິນ ຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງ ລູກຄ້າຢ່າງຕໍ່ເນື່ອງ. ສີພັນດອນ ໄດ້ເປັເຈົ້າການສະເໜີ ໃຫ້ກົມການເມືອງສູນກາງພັກ ພິຈາ ລະນາຕົກລົງກ່ຽວກັບການກໍານົດ ສອງໜ້າທີ່ຍຸດທະສາດ ຂອງການ ປະຕິວັດໃນໄລຍະໃໝ່ ເຊິ່ງໃນນັ້ນຖື ເອົາການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເປັນໜ້າ ທີ່ສຳຄັນແຖວໜ້າຂອງການປະຕິ ວັດ, ຖືເອົາການພັດທະນາເສດຖະ ກິດ, ພັດທະນາຊັບພະຍາກອນມະ ນຸດເປັນໜ້າທີ່ໃຈກາງ ເຊິ່ງເປັນການ ກຳນົດໜ້າທີ່ຍຸດທະສາດທີ່ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ ຂອງການປະຕິວັດລາວ. ໃນໄລຍະແຫ່ງການປົກປັກຮັກ ສາປະເທດຊາດ ແລະ ສ້າງສາລະ ບອບໃໝ່ປະທານຄຳໄຕ ສີພັນດອນ ຍາມໃດກໍ່ຄຽງບ່າຄຽງໄຫລ່ກັບປະ ທານ ໄກສອນ ພົມວິຫານ ແລະ ຜູ້ ນຳຄົນອື່ນ ຄົ້ນຄວ້າວິໄຈບັນດາຈຸດ ພິເສດຂອງສະພາບການຢູ່ພາຍໃນ ປະເທດ, ບັນດາທ່າອ່ຽງຂອງຍຸກ ສະໄໝແລະໄດ້ກຳນົດແນວທາງຍຸດ ທະສາດຂອງການປະຕິວັດໃນໄລ ຍະໃໝ່ຢ່າງຖືກຕ້ອງ ເພື່ອນໍາພາປະ ເທດຊາດກ້າວໄປສູ່ຈຸດໝາຍສັງຄົມ ນິຍົມເທື່ອລະກ້າວຢ່າງໜັກແໜ້ນ; ໃນຂົງເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໃນຖານະ ທີ່ເປັນເສນາທິການໂດຍກົງໃຫ້ສູນ ກາງພັກນັ້ນ ປະທານ ຄຳໄຕ ສີພັນ ດອນ ເປັນເຈົ້າການໄຈ້ແຍກສະພາບ ການດ້ານຕ່າງໆ ໂດຍສະເພາະແມ່ນ ກົນອຸບາຍຂອງສັດຕູ ເພິ່ນໄດ້ສະເໜີ ທິດທາງໜ້າທີ່ອັນຮີບດ່ວນ ເພື່ອໃຫ້ ກົມການເມືອງຄົ້ນຄວ້າແລະກຳນົດ ເປັນແຜນນະໂຍບາຍຂອງພັກ. ເນື້ອ ໃນຂອງສອງໜ້າທີ່ຍຸດທະສາດ ຕາມແນວຄິດປະທານ ຄຳໄຕ ສີພັນ ດອນ ແມ່ນຖືໜ້າທີ່ປົກປັກຮັກສາປະ ເທດຊາດເປັນໜ້າທີ່ແຖວໜ້າຂອງ ການປະຕິວັດ, ແນໃສ່ປັບປຸງ, ກໍ່ ສ້າງກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ສ້າງໃຫ້ທົ່ວປວງຊົນກາຍ ເປັນກຳລັງປ້ອງກັນຊາດ ເພື່ອສະ ກັດກັ້ນກົນອຸບາຍ ແລະ ການເຄື່ອນ ໄຫວມ້າງເພຂອງອິດທິກຳລັງປໍລະ ປັກ, ກຸ່ມຄົນບໍ່ດີ; ໜ້າທີ່ສ້າງສາປະ ເທດຊາດແມ່ນການຖືເອົາປະຊາຊົນ ແລະ ເສດຖະກິດເປັນໃຈກາງຂອງ ການພັດທະນາ, ໃນນັ້ນເອົາການພັດ ທະນາຊັບພະຍາກອນມະນຸດ, ພັດ ທະນາປະຊາຊົນໃຫ້ມີຄວາມຮູ້ກ່ຽວ ກັບແນວທາງນະໂຍບາຍຂອງພັກ ເປັນເຈົ້າການຜະລິດສິນຄ້າເປັນບັນ ຫາກົກ ເພື່ອສ້າງປະຖົມປັດໄຈສັງ ຄົມນິຍົມແຕ່ຮາກຖານຂຶ້ນມາ. ພຶດ ຕິກຳແຫ່ງຊຸມປີຫລັງປົດປ່ອຍໄດ້ຊີ້ ໃຫ້ເຫັນວ່າປະເທດເຮົາໄດ້ກາຍເປັນ ປ້ອມດ້ານໜ້າຂອງການປະຕິວັດຢູ່ ໃນອິນດູຈີນ ແລະ ອາຊີອາຄະເນ, ປະເຊີນໜ້າໂດຍກົງກັບການເຄື່ອນ ໄຫວມ້າງເພທຳລາຍຂອງສັດຕູຢູ່ ພາຍໃນ ແລະ ຈາກພາຍນອກ. ເຮັດ ໃຫ້ປະເທດເຮົາພົບຄວາມຫຍຸ້ງຍາກ, ສັບສົນຫລາຍຢ່າງ. ຢູ່ພາຍໃນປະ ເທດ ພວກທະຫານຫຸ່ນວຽງຈັນ ຈຳ ນວນຫລວງຫລາຍ ຍັງບໍ່ທັນໄດ້ ຮັບການສຶກສາອົບຮົມດັດສ້າງຈໍາ ນວນໜຶ່ງໂຕນເຂົ້າປ່າ, ຈໍານວນໜຶ່ງ ແຕກໄປຢູ່ນໍາປະຊາຊົນຕາມທ້ອງ ຖິ່ນຮາກຖານຕ່າງໆ ແລະ ອີກຈຳ ນວນໜຶ່ງໂຕນໄປຢູ່ປະເທດໃກ້ຄຽງ ສ່ວນໜຶ່ງທີ່ດື້ດ້ານໄດ້ເຕົ້າໂຮມກຳ ລັງຄືນໃໝ່ ແລະ ສົມທົບກັບກຳລັງ ຍິ່ງໄປກວ່ານັ້ນບາງບ່ອນພວກເຂົາ ພະຍາຍາມຈະກໍ່ການລຸກຮື້ຂຶ້ນ ຫວັງປະຕິບັດແຜນການສ້າງສອງ ເຂດສອງກໍາລັງຢູ່ພາຍໃນປະເທດ ເພື່ອເປັນເງື່ອນໄຂຮ້ອງຂໍການແຊກ ແຊງຈາກທາງນອກ ກໍຄືຈັກກະພັດ, ສໍາລັບທາງນອກພວກເຂົາດໍາເນີນ ການປິດລ້ອມດ້ານເສດຖະກິດ, ຊອກທຸກວິທີໂດດດ່ຽວທາງດ້ານ ຕ່າງປະເທດ, ທັງໃຊ້ກໍາລັງຂົ່ມຂູ່ ເກາະຜິດ ແລະ ບຽດຢຶດຢູ່ຕາມເຂດ ຊາຍແດນຂອງປະເທດເຮົາ, ເຮັດ ໃຫ້ສະພາບການມີຄວາມເຄັ່ງຕຶງ ແລະ ເປັນອັນຕະລາຍທີ່ສຸດ. ທັງໝົດ ນັ້ນສັດຕູຫວັງສົມທົບການເຄື່ອນ ໄຫວມ້າງເພກໍ່ຄວາມບໍ່ສະຫງົບຢູ່ ພາຍໃນກັບການກົດໜີບຢູ່ໃນລະ ດັບສູງຈາກທາງນອກ, ຫວັງມ້າງ ເພລະບອບໃໝ່, ລົບລ້າງໝາກຜົນ ຂອງການປະຕິວັດຢູ່ປະເທດເຮົາ. ປະຕິການລາວພັດຖິ່ນທີ່ໄດ້ຮັບການ ລ້ຽງເກືອ, ຝຶກແອບປະກອບອາວຸດ ຈາກອິດທິກຳລັງຈັກກະພັດແລະປະ ຕິການທາງນອກ ແລ້ວສົ່ງເຂົ້າມາ ກໍ່ຄວາມວຸ້ນວາຍຕ້ານຄືນລະບອບ ໃໝ່ ເຊັ່ນ: ການກໍ່ຄວາມບໍ່ສະຫງົບ, ການປຸ້ນຈີ້, ລອບສັງຫານພະນັກ ງານທ້ອງຖິ່ນ, ສະກັດລັດຕີຕາມ ສາຍທາງຍຸດທະສາດຕ່າງໆ, ບຸກຕີ ແລະ ຈູດເຜົາບ້ານຊ່ອງປະຊາຊົນ ອັນໄດ້ເຮັດໃຫ້ສະພາບການຢູ່ພາຍ ໃນປະເທດມີຄວາມສັບສົນບໍ່ໜ້ອຍ;

RkJQdWJsaXNoZXIy MTc3MTYxMQ==