5811

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/02/2024 xtgmf]k; ມະຫະກຳບຸນຊ້າງ.... ກຽມຄວາມພ້ອມ... ກົນໄກຂອງຂະບວນການ... ອອປສ ມອບໃບຢັ້ງຢືນ... ໂຮງງານຜະລິດເຂົ້າໜົມ... ຮອງນາຍົກລັດຖະມົນຕີ... ມອບລາງວັນ... ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ງານວາງສະ ແດງສິນຄ້າ ໃນມະຫະກໍາບຸນຊ້າງ ປະຈໍາປີ 2024 ໄດ້ເປີດຂຶ້ນໃນວັນທີ 12 ກຸມພາ ຜ່ານມາ, ທີ່ເດີ່ນສະໜາມ ຫລວງຂອງ ແຂວງໄຊຍະບູລີ ໂດຍ ມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງ, ປະທານຄະນະກໍາມະການ ຈັດມະຫະກໍາບຸນຊ້າງ, ທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູ ລີ, ມີການນໍາຂອງແຂວງ, ການນໍາ ຂອງເມືອງ, ຕົວແທນຮ້ານວາງສະ ແດງສິນຄ້າຈາກ 11 ເມືອງ, ບັນດາ ແລະ ຕ່າງປະເທດເຂົ້າຮ່ວມໃນນີ້, ປະເພດສິນຄ້າທີ່ນຳເຂົ້າມາວາງ ສະແດງ ແລະ ຈຳໜ່າຍໃນງານປະ ກອບມີ: ສິນຄ້າຫັດຖະກຳຈາກບັດ ດາເມືອງ, ສິນຄ້າປະເພດເຄື່ອງນຸ່ງ ຫົ່ມ, ສິນຄ້າອຸປະໂພກ-ບໍລິໂພກ, ສິນ ຄ້າປະເພດເຄື່ອງດື່ມ, ກົນຈັກ ແລະ ລົດ, ເຄື່ອງຫລິ້ນສຳລັບເດັກລວມ ມີຮ້ານວາງສະແດງ 310 ຮ້ານ, ມີ ມູນຄ່າສິນຄ້າ 20 ຕື້ກວ່າກີບ. ໃນພິທີ, ທ່ານ ເພັດພິໄຊ ສູນວິໄລ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງ ບັນຍາກາດ ແລະ ປະກອບສ່ວນ ໂຄດພູທອນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ມີບັນດາຄະນະພັກ, ເລ ຂາໜ່ວຍພັກ, ຫົວໜ້າຫ້ອງການ, ບັນດາກົມ ແລະ ສະມາຊິກພັກເຂົ້າ ຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຄຳນູທອນ ສູນວິເລີດ ຮອງປະທານ ກວດກາພັກ, ຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານໄດ້ຜ່ານບົດສະຫລຸບ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລະ ມະຕິຕົກລົງຂອງຄະນະ ບໍລິຫານງານພັກ ອົງການໄອຍະ ການປະຊາຊົນສູງສຸດ ວ່າດ້ວຍການ ຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ຈຳນວນ 7 ໜ່ວຍ ພັກ ຄື: ໜ່ວຍພັກຫ້ອງການ, ໜ່ວຍ ພັກກົມຈັດຕັ້ງ-ພະນັກງານ, ໜ່ວຍ ພັກກົມການເງິນ, ໜ່ວຍພັກກົມກວດ ກາ, ໜ່ວຍພັກກົມຕິດຕາມກວດກາ ການດໍາເນີນຄະດີອາຍາ, ໜ່ວຍພັກ ກົມຕິດຕາມກວດກາຄ້າຍຄຸມຂັງດັດສ້າງ ແລະ ໜ່ວຍພັກສະຖາບັນ ຄົ້ນຄວ້າແລະຝຶກອົບຮົມໄອຍະການ. ຜ່ານການດໍາເນີນການປະເມີນແຜນ ສ້າງໜ່ວຍພັກນັ້ນ, ເຫັນວ່າບໍ່ມີສະ ມາຊິກພັກອ່ອນແລະ ເສຍທາດຂາດ ຄຸນ. ສ່ວນໜ່ວຍພັກທີ່ບໍ່ທັນໄດ້ຮັບ ນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2023 ແມ່ນຈະຕ້ອງໄດ້ສືບຕໍ່ປະຕິບັດຕາມ ເງື່ອນໄຂ ແລະ ແຜນການໃນການ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ພ້ອມກັນນີ້, ກໍໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມຕິດຕາມ ກວດກາການດຳເນີນຄະດີແພ່ງ, ຫົວ ໜ້າກົມຕິດຕາມກວດກາການດຳ ເນີນຄະດີອາຍາ, ຫົວໜ້າກົມຕິດຕາມ ກວດກາການດຳເນີນຄະດີແພ່ງ, ຫົວ ໜ້າກົມຕິດຕາມກວດກາຄ້າຍຄຸມ ຂັງ-ດັດສ້າງ ແລະ ຫົວໜ້າກົມກວດ ກາຜູ້ເກົ່າ ແລະ ຜູ້ໃໝ່. ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງ ມາຍັງຄະນະໜ່ວຍພັກ ແລະ ສະມາ ຊິກພັກທຸກສະຫາຍ ຈົ່ງພ້ອມກັນຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີXIຂອງພັກ,ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກອົງການ ໄອຍະການປະຊາຊົນສູງສຸດ ແລະ ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ຕົນສ້າງເປັນແຜນງານ, ເປັນໂຄງ ການລະອຽດ ແລະ ພ້ອມກັນຈັດຕັ້ງ ປະຕິບັດໃຫ້ມີຜົນສຳເລັດເປັນຢ່າງ ດີ.ພ້ອມທັງໃຫ້ບັນດາໜ່ວຍພັກຈົ່ງສູ້ ຊົນປະຕິບັດຕາມແຜນການຂອງຕົນ ໃຫ້ຮັກສາໄດ້ມູນເຊື້ອໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2024. ຂ່າວ: ຈະເລີນສິນ ເຈົ້າແຂວງ, ຮອງເຈົ້າຄອງ, ພະແນກ ແຜນການ ແລະ ການລົງທຶນແຂວງ, ບັນດາທູຕານຸທູດ ແລະ ອົງການ ຈັດຕັ້ງສາກົນເຂົ້າຮ່ວມ ເຊິ່ງກົນໄກ ຂອງຂະບວນການໂຕະມົນໄດ້ປະ ກອບສ່ວນອັນສໍາຄັນໃນການສ້າງ ຄວາມເຊື່ອໝັ້ນ ແລະ ເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມ ພັດທະນາ ແລະ ເປັນກົນໄກ ໃນການ ລະດົມຂົນຂວາຍທຶນຮອນ ເພື່ອປະ ກອບສ່ວນເຂົ້າໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ ໃນແຕ່ລະໄລຍະ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນໄດ້ໃຫ້ຮູ້ວ່າ:ການຈັດກອງປະ ຊຸມໂຕະມົນ ປະຈຳປີ 2023 ຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫລາຍ ຕໍ່ກັບ ສປປ ລາວ ຖືເປັນໂອກາດທີ່ດີ ໃຫ້ແກ່ພວກເຮົາໄດ້ມີການປຶກສາ ຫາລືກ່ຽວກັບບົດສະຫລຸບການຈັດ ຕັ້ງປະຕິບັດກາງສະໄໝແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍຸດທະສາດດ້ານເງິນ ເພື່ອສະໜັບ ສະໜູນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ IXແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ, ຄວາມຄືບໜ້າໃນການ ສ້າງບົດລາຍງານແບບສະໝັກໃຈ ແຫ່ງຊາດ ຄັ້ງທີ III ແລະ ຍຸດທະ ສາດການຂ້າມຜ່ານອອກຈາກສະ ຖານະພາບດ້ອຍພັດທະນາຢ່າງໂລ່ງ ລ່ຽນຂອງສປປລາວ, ວິໄສທັດຮອດ ປີ 2030 ແລະ ທິດທາງໃນຕໍ່ໜ້າ. ນອກຈາກນີ້, ກໍໄດ້ມີການປຶກສາຫາ ລືກ່ຽວກັບການຮ່ວມມືເພື່ອການພັດ ທະນາ (ການເຂົ້າຮ່ວມການຕິດ ຕາມປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາໃນລະດັບສາກົນ ຄັ້ງທີ 4 ແລະ ຄໍາແນະນໍາຂະບວນ ການໂຕະມົນ) ແລະ ການຍົກສູງປະ ສິດທິພາບ ແລະ ປະສິດທິຜົນຂອງ ກົນໄກຂອງຂະບວນການໂຕະມົນ ເຊິ່ງມີ10 ໜ່ວຍງານ,ຂະແໜງການ, ເປັນເວທີໃນການປຶກສາຫາລື ລະ ຫວ່າງກະຊວງ-ຂະແໜງການ ແລະ ຄູ່ຮ່ວມພັດທະນາກ່ຽວກັບບູລິມະ ສິດການພັດທະນາຂອງຂະແໜງ ການຮ່ວມກັບຄູ່ຮ່ວມພັດທະນາ ເຊິ່ງກົນໄກຂອງຂະບວນການໂຕະ ມົນ ໄດ້ປະກອບສ່ວນອັນສໍາຄັນໃນ ການສ້າງຄວາມເຊື່ອໝັ້ນ ແລະ ເຂົ້າ ອົກເຂົ້າໃຈລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ເປັນກົນ ໄກໃນການລະດົມຂົນຂວາຍທຶນ ຮອນ ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ໃນແຕ່ລະໄລຍະ ເຊິ່ງ ສະແດງອອກໃນການສືບຕໍ່ໃຫ້ການ ສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກບັນດາຄູ່ຮ່ວມ ພັດທະນາ, ປະກອບສ່ວນໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ. ພ້ອມນີ້, ທ່ານ ບັກໂຄເດັຍ ເບີຄະນ໋ອຟ ກໍໄດ້ມີຄໍາເຫັນວ່າ: ເນື່ອງຈາກຄວາມທ້າທາຍຫລາຍ ຢ່າງທີ່ພວກເຮົາກໍາລັງຜະເຊີນຢູ່ໃນ ປັດຈຸບັນຫລາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ ເຮັດວຽກຮ່ວມກັນຢ່າງມີປະສິດທິ ຜົນກວ່າເກົ່າ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ແຫ່ງຊາດ ຂອງ ສປປ ລາວ ໂດຍສະເພາະໄລຍະທ້າຍສະ ໄໝຂອງແຜນ 5 ປີ ຄັ້ງທີ IX, ເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ການຈັດຕັ້ງປະຕິບັດຍຸດທະ ສາດການອອກຈາກສະຖານະພາບ ການດ້ອຍພັດທະນາຂອງ ສປປ ລາວ. ກອງປະຊຸມຄັ້ງນີ້, ໄດ້ຮັບການ ສະໜັບສະໜູນຈາກອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ແລະ ອົງການຮ່ວມມືສາ ກົນ ອາເມລິກາ (USAID). ພາຍຫລັງສຳເລັດກອງປະຊຸມ, ທ່ານປະທານກອງປະຊຸມ, ພ້ອມ ດ້ວຍຜູ້ຕາງໜ້າຝ່າຍຄູ່ຮ່ວມພັດທະ ນາຈະນຳສະເໜີຜົນ ແລະ ເນື້ອໃນ ຈິດໃຈຂອງກອງປະຊຸມລາຍງານຕໍ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນທິດທາງໃນການຈັດ ຕັ້ງຜັນຂະຫຍາຍຜົນຂອງກອງປະ ຊຸມໂຕະມົນ ປີ 2023 ໃຫ້ປະກົດຜົນ ເປັນຈິງ. ຂ່າວ-ພາບ: ຊີລິການດາ ພາຍໃນ ສະບັບເລກທີ 356/ພນ, ລົງວັນທີ 29 ທັນວາ 2023 ກ່ຽວ ກັບການສ້າງຕັ້ງອົງການໄອຍະ ການປະຊາຊົນເຂດເສດຖະກິດພິ ເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ. ສະນັ້ນ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ຈຶ່ງໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບກະກຽມໃນການ ສ້າງອົງການໄອຍະການປະຊາຊົນ ເຂດດັ່ງກ່າວ ເພື່ອຮັບປະກັນໃຫ້ຄະ ນະດັ່ງກ່າວ, ໄດ້ເຄື່ອນໄຫວຢ່າງມີ ປະສິດທິພາບ, ມີຜົນສຳເລັດຕາມ ເປົ້າໝາຍທີ່ວາງໄວ້. ພ້ອມນີ້, ທ່ານ ຍັງໄດ້ເນັ້ນໃຫ້ສຳມະນາກອນຈົ່ງຍົກ ສູງຄວາມຮັບຜິດຊອບຂອງຕົນເອົາ ໃຈໃສ່ຍາດແຍ່ງເອົາຄວາມຮູ້, ບົດ ຮຽນ, ເປັນເຈົ້າການປະກອບສ່ວນ ໃນການແລກປ່ຽນບົດຮຽນ ເພື່ອ ສາມາດນຳມາໝູນໃຊ້ເຂົ້າໃນໜ້າທີ່ ວຽກງານຂອງຕົນ ໃຫ້ເກີດຜົນປະ ໂຫຍດສູງສຸດ. 576 ຖົງ ແລະ ຢູນິເວັບ 720 ຖົງ ມາມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອ ປະກອບສ່ວນຊຸກຍູ້ກອງປະຊຸມສະ ຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023, ຕາງໜ້າມອບໂດຍ ທ່ານ ນາງ ມະນິລິນ ສິດທິໄຊ ຜູ້ອຳ ນວຍການໂຮງງານຜະລິດເຂົ້າໜົມ ສາຍຂອງການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ຮັບໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຂອບໃຈມາຍັງທ່ານ ນາງ ມະນິລິນ ສິດທິໄຊ ກໍຄື ໂຮງງານຜະລິດເຂົ້າ ໜົມສາຍຂອງທີ່ເຫັນໄດ້ຄວາມສຳ ຄັນນຳເອົາເຄື່ອງບໍລິໂພກມາມອບ ໃຫ້ໃນຄັ້ງນີ້ ເຊິ່ງເປັນອົງປະກອບ ໜຶ່ງທີ່ປະກອບສ່ວນເຮັດໃຫ້ກອງສະ ຫລຸບວຽກງານ ຖວທ ທົ່ວປະເທດ ກໍຄືປະກອບສ່ວນເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຊີມ, ໄດ້ກິນເຂົ້າໜົມທີ່ເປັນຜະລິດ ຕະພັນຂອງຄົນລາວ, ໂຮງງານຜະ ລິດຢູ່ລາວ, ຈຳໜ່າຍຢູ່ລາວ ແລະ ຕ່າງປະເທດ. ເຂົ້າໃນມະຫະກໍາບຸນຊ້າງ ປະຈໍາປີ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ເພື່ອເປັນການຖອດຖອນບົດຮຽນ ແລກປ່ຽນຊື້-ຂາຍສິນຄ້າລະຫວ່າງ ນັກທຸລະກິດ, ຜູ້ຜະລິດ, ພໍ່ຄ້າ-ຊາວ ຂາຍໃນການຊອກ ແລະ ຂະຫຍາຍ ຕະຫລາດແກ່ຜະລິດພັນໂອດັອບ ຂອງແຂວງໃຫ້ນັບມື້ກ້າວເປັນສິນ ຄ້າຕິດດາວຕໍ່ໄປ, ອັນພົ້ນເດັ່ນສຳລັບ ສິນຄ້າທີ່ນຳມາວາງສະແດງຕະ ຫລາດນັດຄັ້ງນີ້, ແມ່ນໄດ້ວາງສະ ແດງສິນຄ້າໂອດັອບ, ສິນຄ້າທີ່ເປັນ ທ່າແຮງຂອງແຂວງ ແລະ ການໂຄ ສະນາສິນຄ້າຂອງຫົວໜ່ວຍທຸລະ ກິດຈຳນວນໜຶ່ງ. ການຈັດຕະຫລາດນັດປີນີ້, ແມ່ນຕ່າງຈາກທຸກໆປີ ໂດຍສະເພາະ ແມ່ນການວາງສະແດງສິນຄ້າຂອງ ບັນດາເມືອງ, ຕ່າງແຂວງ ແລະ ສິນ ຄ້າຂອງບັນດາເຜົ່າມາຕິດພັນຢູ່ນຳ ເຊິ່ງບຸນຊ້າງປີນີ້, ປະກອບມີຕະ ຫລາດນັດ, ບໍລິການຝາກລົດ, ຂາຍ ຂອງທີ່ລະນຶກ, ຄອນເສີດ, ເຄື່ອງ ຫລິ້ນເດັກນ້ອຍ, ກິດຈະກຳຖ່າຍຮູບ, ບໍລິການຫ້ອງນ້ຳ, ກິດຈະກຳຕັ້ງ ແຄມ, ກິດຈະກຳໂດດຈ້ອງ, ກາຍຍະ ສິນ ແລະ ມາຍາກົນ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ການຈັດຕັ້ງ ແລະ ວຽກງານວິຊາສະ ເພາະ. ທັງນີ້ກໍເພື່ອເຮັດໃຫ້ວຽກງານ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີບາດກ້າວຫັນປ່ຽນໃໝ່ ຢ່າງໜັກແໜ້ນ ປະກອບສ່ວນສໍາຄັນ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸໄດ້ຕາມເປົ້າໝາຍຂອງມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກກະຊວງ ຖວທ ຄັ້ງທີV ວາງອອກໃຫ້ປາກົດຜົນເປັນຈິງ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ສະເໜີໃຫ້ເອົາໃຈໃສ່ ວຽກງານກໍ່ສ້າງພັກ ໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກ ທາງດ້ານການເມືອງ ໂດຍນຳໃຊ້ ຫລາຍຮູບການ, ວິທີການທີ່ອຸດົມສົມ ບູນ, ສອດຄ່ອງເໝາະສົມ ເພື່ອໂຄ ສະນາເຜີຍແຜ່, ສຶກສາອົບຮົມພະ ນັກງານ,ສະມາຊິກພັກໃຫ້ຮັບຮູ້, ເຂົ້າ ໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງ ພັກ, ລະບຽບກົດໝາຍຂອງລັດໃນ ແຕ່ລະໄລຍະ, ເປັນເຈົ້າການຜັນຂະ ຫຍາຍແລະກຳນົດໜ້າທີ່ການເມືອງ ຂອງຕົນ(ຂອງພັກແຕ່ລະຂັ້ນ) ແລະ ສະຫາຍການນຳແຕ່ລະຄົນຢ່າງ ຖືກຕ້ອງ ແລະ ຕັດສິນໃຈເດັດດ່ຽວ ປະຕິບັດໃຫ້ປະກົດຜົນເປັນຈິງ; ເປັນ ເຈົ້າການກໍ່ສ້າງພັກທາງດ້ານແນວ ຄິດ, ໃນນີ້ສຳຄັນກວ່າໝູ່ແມ່ນເອົາ ໃຈໃສ່ປັບປຸງຍົກລະດັບທິດສະດີ ການເມືອງ-ການປົກຄອງ ໂດຍສະ ເພາະແມ່ນທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ,ທິດສະ ດີການເມືອງ ແລະ ມູນເຊື້ອຂອງພັກ ເຮົາ, ແນວຄິດ ໄກສອນ ພົມວິຫານ ແລະບົດຮຽນທີ່ດີຂອງປະເທດເພື່ອນ ມິດດ້ວຍຮູບການຈັດຕັ້ງຝຶກອົບຮົມ ໄປຍົກລະດັບຢູ່ພາຍໃນ ແລະ ຕ່າງ ປະເທດ, ທັງປັບປຸງຍົກສູງຄວາມ ເຊື່ອໝັ້ນຢ່າງຕາຍໃຈຄວາມເປັນ ເອກະພາບສູງກັບແນວທາງ, ທິດ ທາງທີ່ພັກ, ລັດວາງອອກ, ບົນພື້ນ ຖານສ້າງຄວາມຕັດສິນໃຈເດັດ ດຽວຈັດຕັ້ງໃຫ້ເກີດເປັນຈິງ; ຍູ້ແຮງ ຄວາມຕື່ນຕົວເປັນເຈົ້າການຝຶກຝົນ ຫລໍ່ຫລອມຕົນເອງຂອງສະມາຊິກ ພັກດ້ານຄຸນທາດການເມືອງ,ຄຸນສົມ ບັດສິນທຳປະຕິວັດ, ຄວາມຮູ້ຄວາມ ສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈ ໃສ່ ຈົດຈໍ່ຕໍ່ການກໍ່ສ້າງພັກທາງດ້ານ ການຈັດຕັ້ງ. ໃນນັ້ນ, ອັນເປັນກົກ ແມ່ນປະຕິບັດເຂັ້ມງວດ 5 ຫລັກ ການ 3 ທິດນຳແຫ່ງການຈັດຕັ້ງ ຂອງພັກ (ໂດຍເລີ່ມຈາກຄະນະພັກ, ຄະນະປະຈຳເປັນກົກ); ຕັ້ງໜ້າປັບ ປຸງແບບແຜນນຳພາຂອງອົງຄະນະ ພັກ ເປັນຕົ້ນ ພັກນຳພາດ້ວຍແນວ ທາງ ແລະ ລະບຽບກົດໝາຍຕິດພັນ ກັບການຂະຫຍາຍຄວາມເປັນແບບ ຢ່າງນຳໜ້າຂອງພັກ, ປະຕິບັດ ແນວທາງ, ແບບຢ່າງໃນການປະ ຕິບັດລະບຽບກົດໝາຍ; ການປ່ຽນ ແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນ ຫລໍ່ຫລອມຕົນເອງໃຫ້ດີຂຶ້ນ; ຕ້ອງ ເອົາໃຈໃສ່ວຽກພະນັກງານ, ອົງຄະ ນະພັກຕ້ອງປັບປຸງຢ່າງຈິງຈັງວຽກ ງານພະນັກງານເປັນປັດໄຈສ້າງ ການຫັນປ່ຽນຢ່າງແຂງແຮງເລິກ ເຊິ່ງໃນທຸກຂອດຂອງວຽກງານ ພະນັກງານ ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ສັບຊ້ອນພະ ນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ, ການເພີ່ມທະວີການຄຸ້ມຄອງຕິດ ຕາມກວດກາ ແລະ ປະຕິບັດວິໄນຕໍ່ ພະນັກງານຢ່າງຖືກຕ້ອງເຂັ້ມງວດ. ຖ້າເຮັດໄດ້ແນວນັ້ນ ພວກເຮົາຈຶ່ງ ຈະສາມາດຍົກສູງບົດບາດພະນັກ ງານທີ່ເປັນປັດໄຈຕັດສິນຫັນເຂົ້າ ສູ່ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ, ລັດ, ເປັນຂໍກະແຈ ແຫ່ງການປະຕິບັດບົດບາດນຳພາ ຂອງພັກ ແລະ ພາລະກິດຂອງພັກ ເຮົາຕໍ່ວຽກງານທັງໝົດຂອງ ຖວທ. ສໍາລັບວຽກງານການຈັດຕັ້ງ: ໃຫ້ເອົາໃຈໃສ່ປັບປຸງດ້ານກົງຈັກ ການຈັດຕັ້ງ ແລະ ການກໍ່ສ້າງບຸກ ຄະລາກອນ ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນທາງ ດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມ ທິດພະນັກງານສືບທອດປ່ຽນແທນ ແຕ່ລະໄລຍະ, ກວດກາ ເບິ່ງຄືນບ່ອນ ໃດພະນັກງານເຫລືອບໍ່ພໍ, ພະນັກ ງານບໍ່ມີຄຸນນະພາບກໍຕ້ອງແກ້ໄຂ ໃຫ້ໄວ, ຄຽງຄູ່ກັບການສັບຊ້ອນ ຈັດວາງ, ຍົກຍ້າຍພະນັກງານຕາມ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຕົວຈິງ ແລະ ແທດເໝາະ ກັບຄວາມຮູ້, ຄວາມສາມາດວິຊາ ສະເພາະຜູ້ໜຶ່ງຕ້ອງເຮັດໄດ້ຫລາຍ ວຽກຍ້ອນປັດຈຸບັນໂກຕ້າພະນັກ ງານ-ລັດຖະກອນ ມີຈຳກັດຫລາຍ; ເອົາໃຈໃສ່ຄົ້ນຄວ້າ, ສ້າງ ແລະ ປັບ ປຸງນິຕິກຳ ເພື່ອເປັນເຄື່ອງມືຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມ ຖືວ່າເປັນວຽກ ງານຈຸດສຸມອັນໜຶ່ງທີ່ກະຊວງ ຖວທ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າເບິ່ງຄືນ ວ່າ: ມາຮອດປັດຈຸບັນພວກເຮົາມີ ກົດໝາຍຈັກສະບັບ ແລະ ລະບຽບ ການອັນໃດແດ່ແລ້ວ ທີ່ນຳໃຊ້ເຂົ້າ ໃນວຽກງານຕົວຈິງ ແລະ ມີຄວາມ ແທດເໝາະແລ້ວບໍ?ຫລືມີຄວາມຈຳ ເປັນຕ້ອງໄດ້ປັບປຸງ, ອັນໃດບໍ່ທັນມີ ຈະຕ້ອງໄດ້ສ້າງຂຶ້ນໃໝ່ ເພື່ອນຳສະ ເໜີໄປຫາລັດຖະບານພິຈາລະນາ; ສືບຕໍ່ເອົາໃຈໃສ່ວຽກງານເສນາທິ ການຮັບໃຊ້ໃນລະບົບກົງຈັກພາຍໃນ ກະຊວງ, ທ້ອງຖິ່ນ ໃຫ້ປະສານກົມ ກຽວກັນຫລາຍຂຶ້ນ, ທັງຮັບປະກັບ ຄວາມປອດໄພ, ວ່ອງໄວ ແລະ ຖືກ ຕ້ອງຕາມທິດ (ແນວທາງນະໂຍ ບາຍ) ແລະ ລະບຽບກົດໝາຍຂອງ ບ້ານເມືອງ. ສ່ວນວຽກວິຊາສະເພາະ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນ ໃຫ້ເອົາໃຈໃສ່ປັບປຸງຍົກລະດັບວຽກ ງານສື່ມວນຊົນໃຫ້ທັນສະໄໝດ້ວຍ ການຫັນປ່ຽນ ຈາກລະບົບອານາ ລັອກໄປສູ່ລະບົບດີຈິຕອນ, ການຂະ ຫຍາຍຕາໜ່າງໂທລະໂຄ່ງໄປສູ່ ຊຸມຊົນທ້ອງຖິ່ນເຂດຫ່າງໄກສອກ ຫລີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວ ສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫລາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະ ໂຍບາຍຂອງພັກແລະກົດໝາຍຂອງ ລັດ, ຕອບຕ້ານການໂຄສະນາສິ່ງທີ່ ບິດເບືອນຂໍ້ມູນຕົວຈິງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ປັບປຸງ ເນື້ອຫາສາລະຂອງບົດຂ່າວ, ບົດ ຄວາມ, ບົດສາລະຄະດີ ແລະ ລາຍ ການບັນເທີງຕ່າງໆຕ້ອງໃຫ້ມີເນື້ອ ໃນໂນມນ້າວ, ດຶງດູດ, ຈູງໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ; ຄົ້ນຄວ້າປະຕິບັດ ນະໂຍບາຍຍ້ອງຍໍສັນລະເສີນບຸກ ຄົນ, ສັງຄົມ ແລະ ໜ່ວຍງານທີ່ມີຜົນ ງານດີເດັ່ນຕາມຄວາມເປັນຈິງ; ບໍາ ລຸງສ້າງພະນັກງານໃນຖັນແຖວສື່ ມວນຊົນທາງດ້ານເຕັກນິກວິຊາ ການ ແລະ ຈັນຍາບັນຂອງສື່ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ພ້ອມທັງ ຍາດແຍ່ງເອົາການຮ່ວມມື, ການ ຊ່ວຍເຫລືອຈາກພາຍໃນ ແລະ ຕ່າງ ປະເທດ; ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະ ບວນການສ້າງຄອບຄົວ ແລະ ບ້ານ ວັດທະນະທໍາຕ້ອງມີຄຸນນະພາບ ຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າ ວັດທະນະທໍາທີ່ເປັນເອກະລັກ ຂອງ ຊາດ ແລະ ພັດທະນາ ຄວາມສີວິໄລ ດ້ານຈິດໃຈຂອງສັງຄົມບົນພື້ນຖານ ການອະນຸລັກຟື້ນຟູ ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງ ຊາດ ແລະ ຂອງເຜົ່າໄປພ້ອມກັບ ການແກ້ໄຂ-ຕີຖອຍສິ່ງຫລ້າຫລັງ ງົມງວາຍ; ສົ່ງເສີມເອກະລັກດ້ານ ສິລະປະວັນນະຄະດີ, ພູມປັນຍາ ເຂົ້າໃນການສ້າງຜະລິດຕະພັນວັດ ທະນະທໍາ ໃຫ້ມີຫລາກຫລາຍສີສັນຫລາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງມໍລະດົກວັດ ທະນະທໍາຂອງຊາດ ໂດຍສະເພາະ ແມ່ນສຸມໃສ່ການນໍາສະເໜີເອົາພູຫີນ ໜາມໜໍ່, ຟ້ອນລໍາວົງລາວ ແລະ ສິ້ນລາຍນາກລາວ ເຂົ້າເປັນມໍລະດົກ ໂລກ. ນອກຈາກນີ້, ຕ້ອງໄດ້ກໍ່ສ້າງ ພະນັກງານ ຜູ້ທີ່ມີພອນສະຫວັນທາງ ດ້ານວັດທະນະທໍາ ໃຫ້ມີການພັດທະ ນາດີຂຶ້ນ, ໄປຄຽງຄູ່ກັບການປະຕິ ບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຢ່າງ ສົມເຫດສົມຜົນ ແລະ ຖືກຕ້ອງ ຕາມຄວາມເປັນຈິງ; ເອົາໃຈໃສ່ໂຄ ສະນາ, ພັດທະນາ, ຄຸ້ມຄອງແຫລ່ງ ທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງ ທ່ຽວກະສິກໍາ ແລະ ການທ່ອງທ່ຽວ ແບບຍືນຍົງປະຊາຊົນມີສ່ວນຮ່ວມ; ປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ ແລະ ບັນດາຫົວ ໜ່ວຍທຸລະກິດຈັດຕັ້ງປະຕິບັດແຜນ ຟື້ນຟູການທ່ອງທ່ຽວພາຍຫລັງທີ່ ໄດ້ເປີດປະເທດ, ຊຸກຍູ້ແນະນໍາບັນດາ ຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານໃຫ້ມີຄຸນນະພາບ,ສ້າງ ກິດຈະກຳ ແລະ ຜະລິດຕະພັນການ ທ່ອງທ່ຽວໃຫ້ມີຄວາມຫລາກຫລາຍ ຕິດພັນກັບການທ່ອງທ່ຽວວັດທະ ນະທຳຂອງບັນດາເຜົ່າ ແລະ ກະສິ ກຳ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ ຊົມໃຊ້ຜະລິດຕະ ພັນລາວ” ແລະ ຄຸ້ມຄອງບັນດາຫົວ ໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້້າສູ່ລະ ບຽບການ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ຫົວໜ້າພະແນກ ຖວທ ນະຄອນ ຫລວງວຽງຈັນແລະ ຜູ້ຕາງໜ້າຈາກ ບັນດາແຂວງທົ່ວປະເທດ, ພາກທຸ ລະກິດທີ່ໄດ້ຮັບລາງວັນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຜູ້ປະກອບການທຸລະກິດການ ທ່ອງທ່ຽວ ຂອງ ສປປ ລາວ ທີ່ໄດ້ ຮັບລາງວັນໃນຄັ້ງນີ້, ມີ 52 ພາກ ສ່ວນ ທີ່ບັນລຸຕາມເງື່ອນໄຂມາດ ຕະຖານທີ່ອາຊຽນກໍານົດໄວ້ໃນ 3 ປະເພດຈໍານວນ 52 ລາງວັນ ຄື: ລາງວັນມາດຕະຖານໂຮງແຮມ ຂຽວອາຊຽນ ຈໍານວນ 45 ລາງ ວັນ; ລາງວັນມາດຕະຖານສະຖານ ທີ່ຈັດງານອາຊຽນ ປະເພດສະຖານ ທີ່ຈັດເທສະການ ຈໍານວນ 6 ລາງ ວັນ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຈໍານວນ 1 ລາງວັນ ຊຶ່ງຫົວຂໍ້ການແຂ່ງຂັນສໍາ ລັບປີ 2024 ແມ່ນການສົ່ງເສີມອາ ຫານ ເພື່ອການທ່ອງທ່ຽວ. ທ່ານ ຄົມ ດວງຈັນທາ ຫົວໜ້າ ກົມໂຄສະນາການທ່ອງທ່ຽວໄດ້ ໃຫ້ຮູ້ວ່າ: ລາງວັນມາດຕະຖານການ ທ່ອງທ່ຽວອາຊຽນ ແມ່ນລາງວັນ ອັນຊົງກຽດທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງໃນການສົ່ງ ເສີມອຸດສາຫະກຳການທ່ອງທ່ຽວ ອາຊຽນ ໃຫ້ມີຄຸນນະພາບທີ່ດີ ໂດຍ ສະເພາະການພັດທະນາອຸດສາຫະ ກຳການທ່ອງທ່ຽວຂອງ ສປປ ລາວ ຊຶ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງ ໜ້າຂອງພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກເອກະຊົນ ທີ່ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກ ຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ ມີຄຸນນະພາບ, ມີຄວາມຮັບຜິດຊອບ, ມີຄວາມຍືນຍົງ ແລະສາມາດແຂ່ງ ຂັນກັນໄດ້. ທັງນີ້, ກໍເພື່ອເປັນການ ປົກປັກຮັກສາ ແລະ ສົ່ງເສີມມໍລະດົກ ທາງດ້ານທຳມະຊາດທີ່ອຸດົມສົມບູນ ແລະ ມໍລະດົກທາງດ້ານວັດທະນະ ທຳທີ່ໂດດເດັ່ນຂອງ ສປປ ລາວ ໃຫ້ ຍືນຍົງຕະຫລອດໄປ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ

RkJQdWJsaXNoZXIy MTc3MTYxMQ==