5807

08 xtgmf]k; 37ltok c]t [= ]y dko 08/02/2024 ຂປລ.ໃນວັນທີ4ກຸມພາ2024ຜ່ານ ມາ, ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດແຫ່ງ ສປປ ລາວ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມໂຄງ ການພັດທະນາ ແລະ ປັບປຸງແກ້ໄຂ ຄວາມທຸກຍາກ ຢູ່ບ້ານກະບູດ-ຊຽງ Iv'xtmkoxtgmf 1h P,1k,37'dko cdh w07;k,m5 dpkd 16 j [h kodt[6 f{-P'cs;o ແຫວນ ເມືອງທ່າແຂກ ແຂວງຄຳ ມ່ວນ ທີ່ໄດ້ຮັບການຊ່ວຍເຫລືອຈາກ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ (ເປັນບໍລິສັດໃນເຄືອຂອງອາຊີໂປຕາສ ສາກົນ) ໂດຍມີ ທ່ານ ວັນໄຊ ພອງ ສະຫວັນເຈົ້າແຂວງຄຳມ່ວນພ້ອມດ້ວຍ ຄະນະນຳຂອງແຂວງ ແລະ ພະແນກ ການກ່ຽວຂ້ອງ ເຂົ້າຮ່ວມ ແລະ ໄດ້ ຮັບການຕ້ອນຮັບ ຈາກ ທ່ານ ໄອ່ ຢົງຈຸນຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີໂປຕາສຈໍາກັດພ້ອມ ຄະນະ. ໃນການເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຢ້ຽມຊົມເຂດໂຄງການທົດ ລອງລ້ຽງໄກ່ 3 ສາຍພັນ, ການກໍ່ ສ້າງບ່ອນລ້ຽງປາ, ຢ້ຽມຊົມ ແລະ ຊື້ສິນຄ້າ ຜົນຜະລິດກະສິກໍາ ແລະ ສິນຄ້າທີ່ຊອກຫາມາໄດ້ຕາມທໍາ ມະຊາດ ທີ່ພໍ່ແມ່ປະຊາຊົນໄດ້ມາ ວາງຂາຍຢູ່ຕະຫລາດຊຸມຊົນ ຂອງບ້ານ, ພ້ອມທັງເຄື່ອນໄຫວ ທ່ຽວຊົມ ເຮືອນຊົນເຜົ່າມະກອງ ໂດຍສະເພາະແມ່ນເບິ່ງການ ວາງສະແດງເຄື່ອງຫັດຖະກໍາແລະ ຮູບພາບທີ່ຕິດພັນກັບການດໍາລົງ ຊີວິດຂອງຊົນເຜົ່າມະກອງ. ຈາກນັ້ນ, ກໍສືບຕໍ່ເຄື່ອນໄຫວ ທ່ຽວຊົມໂຄງການປູກຜັກໃນ ເຮືອນຮົ່ມ ແລະ ການປູກຜັກກາງ ແຈ້ງ ທີ່ໂຄງການໄດ້ຈັດຕັ້ງປະຕິ ບັດ ເພື່ອຊຸກຍູ້ສົ່ງເສີມອາຊີບໃຫ້ພໍ່ແມ່ ປະຊາຊົນ ຜູ້ທີ່ຫວ່າງງານ, ໂດຍ ສະເພາະແມ່ນຄອບຄົວທີ່ທຸກຍາກ ໄດ້ມີວຽກເຮັດງານທໍາເພື່ອສ້າງລາຍ ຮັບໃຫ້ແກ່ການພັດທະນາຊີວິດການ ເປັນຢູ່. ໂອກາດນີ້, ທ່ານຮອງປະທານປະ ເທດ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍມາຍັງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໃນນາມນັກລົງທຶນ ຕ່າງປະເທດ ທີ່ໄດ້ກໍານົດແຜນດໍາ ເນີນງານໂຄງການ ເພື່ອຊ່ວຍເຫລືອ ພັດທະນາ ແລະ ປັບປຸງແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ໃຫ້ມີຊີວິດດີຂຶ້ນ ແລະ ກາຍເປັນບ້ານພັດທະນາຕົວ ແບບໃນຕໍ່ໜ້າ, ທັງໄດ້ແນະນໍາໃຫ້ ການຈັດຕັ້ງບ້ານ ເອົາໃຈໃສ່ໃຫ້ການ ສະໜັບສະໜູນແລະ ມີສ່ວນຮ່ວມ ກັບບໍລິສັດ ເຂົ້າໃນການພັດທະນາຊີ ວິດການເປັນຢູ່ກໍຄື ການພັດທະນາ ບ້ານຊ່ອງຂອງຕົນເອງ. ນອກນັ້ນ, ທ່ານ ບຸນທອງ ຈິດ ມະນີ ແລະ ຄະນະ ຍັງໄດ້ເຄື່ອນໄຫວ ເບິ່ງຜົນສໍາເລັດກິດຈະການກໍ່ສ້າງ ໂຮງຮຽນປະຖົມສົມບູນ ບ້ານກະບູດຊຽງແຫວນທີ່ໄດ້ມີການມອບຮັບ ແລະ ເປີດການນໍາໃຊ້ໃນປີຜ່ານມາ.

RkJQdWJsaXNoZXIy MTc3MTYxMQ==