xtgmf]k; 3 08/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ອ່ານຕໍ່ສະັໜ້າ ໂດຍ: ຄ້ອງໃໝ່ g7n j v'8h vo g7n j v'v;prvoDDD ຮິບໂຮມໂດຍ: ພະກາ 7eG 8u o{gmQ k .orklk]k; co;7y f-U oe0v' xtmko 7ew8 lu ra ofvo .odkod+ lh k'Ikd4kodkog,n v' c]t ra fmtok-q oot[q f (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) ົດສະເໜີ * ການກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາຊົນນະບົດ ແມ່ນ 2 ໜ້າທີ່ທີ່ຕິດແໜ້ນກັນ, ໃນນັ້ນ ການກໍ່ສ້າງຮາກຖານການ ເມືອງເປັນວຽກກົກ, ການພັດທະນາ ຊົນນະບົດເປັນວຽກທີ່ສືບຕໍ່ແຕ່ກັບ ມີຜົນກະທົບຄືນຢ່າງຕັ້ງໜ້າຕໍ່ການ ກໍ່ສ້າງຮາກຖານການເມືອງ ເພາະ ວ່າ ເມື່ອໃດທີ່ປະຊາຊົນມີກິນ, ມີໃຊ້, ມີຊີວິດການເປັນຢູ່ທີ່ດີເຂົາເຈົ້າ ກໍມີເວລາ, ມີທຶນຮອນ ແລະ ຈະປະ ກອບສ່ວນເຂົ້າໃນການກໍ່ສ້າງຮາກ ຖານການເມືອງຫລາຍຂຶ້ນ, ເມື່ອນັ້ນ ບັນດາການຈັດຕັ້ງໃນລະບົບການ ເມືອງຢູ່ຮາກຖານ ກໍຈະມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນເຮັດ ໃຫ້ລະບອບໃໝ່, ລະບອບປະຊາທິ ປະໄຕປະຊາຊົນຢູ່ປະເທດເຮົາ ນັບ ມື້ໄດ້ຮັບການບູລະນະແລະກ້າວຂຶ້ນ ຕາມເສັ້ນທາງສັງຄົມນິຍົມເທື່ອລະ ກ້າວ ການກໍ່ສ້າງຮາກຖານການ ເມືອງແລະພັດທະນາແນວຄິດຊີ້ນໍາ ຂອງ ປະທານ ຄໍາໄຕ ສີພັນດອນ ແມ່ນເກີດຈາກແນວຄວາມຄິດການ * ເວົ້າເຖິງເຄື່ອງຕ້ອນຂອງຝາກ ແຕ່ໃດມາເວລາໄປໃສມາຕ້ອງມີມາ ໃຫ້ຄອບຄົວ, ຕ້ອນພີ່ນ້ອງ-ໝູ່ຄູ່- ຄົນຮັກແພງ...ຊີວິດຍາມຍັງນ້ອຍ, ເວລາພໍ່ແມ່ໄປທາງໃດມາຮອດເຮືອນ ມີເຄື່ອງຕ້ອນ ແມ່ນສຸດດີໃຈຫາສິ່ງ ໃດທຽບຍາກ, ບໍ່ຫລາຍບໍ່ໜ້ອຍເຂົ້າ ໜົມນ້ອຍຫໍ່ໜຶ່ງກໍ່ດີໃຈບໍ່ຊ່າງພັນລະ ນາ. ຄົນລາວຈຶ່ງບໍ່ປະເຄື່ອງຕ້ອນ ຂອງຝາກ, ຜູ້ອ່າວມີເສດຖະກິດດີ ແດ່ໄປໃສມາຫອບມາເປັນຫີບຢາຍ ກັນໄປ, ດີໃຈທັງຜູ້ໃຫ້ແລະຜູ້ໄດ້ຮັບ. ເບິ່ງແລ້ວກໍ່ຄືບໍ່ຕ່າງກັນການໄປອວຍ ພອນກັນໃນກາລະໂອກາດຕ່າງໆ, ໄປລ້າດຽວດາຍບໍ່ຄື, ຕ້ອງຖືສິ່ງຂອງ ຕາມເງື່ອນໄຂຕົວຈິງໄປນໍາເປັນກະ ຕ່າຂອງຂວັນຫລາກແນວ ຫລື ຊໍ່ ດອກໄມ້ງາມໆກໍ່ວ່າກັນໄປຕາມຕົວ ຈິງເໝາະສົມກາລະໂອກາດ. ການໃຫ້ເຄື່ອງຕ້ອນຂອງຝາກ ມາຈາກບ່ອນອື່ນ ຈະບໍ່ລົງເລິກໃນ ບົດນີ້, ຂໍຍົກເອົາບາງທັດສະນະຂໍ້ ຄິດຄວາມເຫັນຈາກຜູ້ອ່ານມາແລກ ປ່ຽນກັນຕໍ່ ສະເພາະເຄື່ອງຕ້ອນເວ ລາໄປອວຍພອນກັນໃນໂອກາດ ສໍາຄັນຕ່າງໆແມ່ນເຮັດແນວໃດຈະ ໃຫ້ສົມຄູ່ກັບໄລຍະພັດທະນາ ກໍ່ຄື ຄວາມສອດຄ່ອງ-ຖືກຕ້ອງແນວ ທາງ-ນະໂຍບາຍຂອງພັກ-ລັດ ໃນ ການຊຸກຍູ້ຂະບວນການຜະລິດ ພາຍ ໃນ ສ້າງຄວາມເຂັ້ມແຂງດ້ວຍຕົນ ວະສ່ວນອື່ນໆເຊັ່ນ: “ໄວປາກເສຍ ສິນໄວຕີນຕົກຕົ້ນໄມ້”; “ສັດສີ່່ຕີນ ຍັງຮູ້ພະລາດນັກປາດຍັງຮູ້ຫລົງ”; “ຄຳທໍ່ຫົວໝາບໍ່ທໍ່ນາຕີນບ້ານ”; “ຕີນຊ້າງຢຽບປາກນົກ”ແລະອື່ນໆ. ຈາກການເກັບກໍາອ່ານພົບຄໍາ ເຫັນບັນດາອາຈານ- ນັກຄົ້ນຄວ້າ ພາສາລາວ, ວັດຈະນານຸກົມພາສາ ລາວ ກໍ່ພໍສັງຮວມໄດ້ບາງເນື້ອໃນ ຄື: ຕີນເປັນຄຳລາວເດີມ, ເປັນຄຳ ຮ່ວມຕະກຸນກັບພາສາໄທສະຫຍາມ, ໄທລື້, ໄທດຳ, ໄທຂາວ, ໄທແດງ, ໄທໃຫຍ່, ໄທອາຫົມ, ພາສາປູ້ອີ ແລະ ພາສາຈ້ວງ. ຄໍາສັບດັ່ງກ່າວນີ້ ປາກົດຢູ່ໃນວັດຈະນານຸກົມພາສາ ລາວສະບັບຕ່າງໆ ເປັນຕົ້ນໃນວັດ ຈະນານຸກົມລາວຂອງມະຫາສິລາວີ ລະວົງໄດ້ໃຫ້ຄວາມໝາຍ“ຕີນ” ໝາຍເຖິງອະໄວຍະວະທີ່ໃຊ້ຍ່າງ, ບ່ອນຕັ້ງ, ບ່ອນສຸດຂອງຂາທາງ ລຸ່ມ. ວັດຈະນານຸກົມພາສາລາວ ຂອງ ດຣ. ທອງຄຳອ່ອນມະນີສອນ ປີ2008ກໍ່ໄດ້ໃຫ້ນິຍາມວ່າ“ອະໄວ ຍະວະທີ່ໃຊ້ຍ່າງ, ບ່ອນຕັ້ງ, ບ່ອນສຸດ ຂອງຂາທາງລຸ່ມເອີ້ນຕີນ, ຮັບໃຊ້ ຕາງມືຕາງຕີນເອີ້ນຕາງຕີນ. ສ່ວນ ວັດຈະນານຸກົມພາສາລາວຂອງສະ ຖາບັນວິທະຍາສາດສັງຄົມແຫ່ງ ຊາດປີ 2012 ກໍ່ໄດ້ໃຫ້ຄວາມໝາຍ ວ່າ “ອະໄວຍະວະທີ່ໃຊ້ຍ່າງຂອງ ຄົນ ຫລື ສັດ, ບ່ອນສຸດຂອງຂາທາງ ລຸ່ມ, ບ່ອນຕັ້ງລຸ່ມສຸດຂອງສິ່ງຂອງ ໃດໜຶ່ງເຊັ່ນຕີນຄົນ, ຕີນພູ, ຕີນຂັ້ນ ໄດ, ຕີນໂຕະ, ຕີນເສົາ. ຄໍາວ່າ “ຕີນ”, ນອກຈາກໃຊ້ ເວົ້າ-ຂຽນທົ່ວໄປແລ້ວ, ໃນບາງກໍ ລະນີມັນຍັງຖືກນຳໃຊ້ໄປໃນທາງ ບໍ່ສຸພາບໂດຍສະເພາະແມ່ນຄຳດ່າ, ອາດຍ້ອນວ່າເປັນອະໄວຍະວະທີ່ ຕໍ່າສຸດ ໃນສັງຄົມລາວເຮົາ, ການ ໃຊ້ພາສາກາຍເພິ່ນຫ້າມບໍ່ໃຫ້ໃຊ້ຕີນ ຊີ້ເປັນເດັດຂາດຖ້າໃຜຂືນເຮັດກໍ່ ສະແດງວ່າຜູ້ນັ້ນບໍ່ຮູ້ວັດທະນະທຳ ໃນ ການໃຊ້ພາສາກາຍຂອງລາວ. ຄຽງຄູ່ກັບການໃຊ້ຄຳວ່າ: “ຕີນ”, ໃນພາສາລາວຍັງມີຄຳວ່າ “ເທົ້າ” ເຊິ່ງເປັນຄຳພ້ອງຄວາມໝາຍ ຫລື ຄວາມໝາຍຄ້າຍຄືກັນ, ເຫລື່ອມກັນ ກໍ່ວ່າ. ຕາມນັກຄົ້ນຄວ້າຫລາຍທ່ານ ເພິ່ນວ່າ ຄໍາວ່າ ເທົ້າ ເປັນຄຳທີ່ປາກົດ ມີໃຊ້ລຸນຫລັງ ຄຳວ່າ “ຕີນ” ຫລາຍ ຮ້ອຍປີ ຫລື ອາດຈະເປັນຫລາຍພັນ ປີກໍ່ເປັນໄດ້. ຄຳວ່າ “ເທົ້າ” ທີ່ເປັນ ຄຳພ້ອງຄວາມໝາຍກັບ “ຕີນ” ນີ້ ປາກົດເຫັນຢູ່ໃນວັດຈະນານຸກົມພາ ສາລາວທຸກສະບັບນັບຕັ້ງແຕ່ວັດ ຈະນານຸກົມລາວຂອງມະຫາສິລາ ວີລະວົງປີ 1960, ວັດຈະນານຸກົມ ພາສາລາວຂອງດຣ.ທອງຄຳອ່ອນ ມະນີສອນ ປີ 2008 ແລະ ວັດຈະ ນານຸກົມພາສາລາວຂອງສະຖາບັນ ວິທະຍາສາດສັງຄົມແຫ່ງຊາດ ປີ 2012 ລ້ວນແຕ່ມີຄຳ“ເທົ້າ”, ພ້ອມທັງໄດ້ໃຫ້ຄວາມໝາຍເອົາ ໄວ້ວ່າ “ຕີນ”. ໃນຄໍາເຫັນຂອງທ່ານ ແສງຟ້າ ໂຫລານຸພາບ ຍັງສະຫລຸບ ໃຫ້ຮູ້ ຕື່ມວ່າ: ໃນຊຸມປີ 50-70 ຂອງສະ ຕະວັດຜ່ານມາ, ເພິ່ນມັກໃຊ້ຄຳວ່າ “ເທົ້າ” ແທນ “ຕີນ” ເພື່ອສະແດງ ຄວາມສຸພາບແລະມັກໃຊ້ຢູ່ໃນສຳ ນວນທີ່ວ່າ “ສາມີເປັນຊ້າງເທົ້າໜ້າ ພັນລະຍາເປັນຊ້າງເທົ້າຫລັງ”. ພ້ອມກັນນັ້ນ, ຄຳວ່າ “ຖົງຕີນ” ກໍ່ ມັກຈະເອີ້ນວ່າ“ຖົງເທົ້າ” ເຊິ່ງປັດຈຸ ບັນ ຄົນຮຸ່ນອາວຸໂສຈໍານວນບໍ່ໜ້ອຍ ກໍ່ຍັງລຶ້ງໃຊ້ຄໍານີ້ຢູ່. ພາຍຫລັງປີ 1975, ຄຳວ່າ “ເທົ້າ” ກໍ່ຄ່ອຍໆ ເສື່ອມຄວາມນິຍົມຢູ່ໃນສັງຄົມ ລາວ. ຄຳວ່າ “ຕີນ” ເຊິ່ງເປັນຄຳ ລາວທີ່ມີມາແຕ່ປາງປະຖົມບູຮານ ພຸ້ນກໍ່ໄດ້ຮັບການນຳໃຊ້ຢ່າງກວ້າງ ຂວາງ. ເວລາເຈັບອະໄວຍະວະເບື້ອງ ລຸ່ມສຸດຄົນເຈັບກໍ່ເວົ້າກັບແພດໝໍ ຢ່າງຈິງຈັງວ່າ“ເຈັບຕີນ”ແລະເມື່ອ ໄປຊື້ເຄື່ອງນຸ່ງຖືເພື່ອສຸບໃສ່ອະໄວ ຍະວະລຸ່ມສຸດຂອງຮ່າງກາຍກໍ່ເວົ້າ ຢ່າງເຕັມສົບເຕັມປາກວ່າ “ຖົງຕີນ”. ຈາກບ່ອນນີ້ສະແດງໃຫ້ເຫັນວ່າ ຄຳສັບໃດໜຶ່ງຈະເປັນຄຳສຸພາບຫລື ບໍ່ສຸພາບແມ່ນສັງຄົມເປັນຜູ້ກຳນົດ. ໃນຂະນະດຽວກັນ, ຄຳວ່າ “ເທົ້າ” ເຮົາພັດເຫັນວ່າໄດ້ຮັບ ຄວາມນິຍົມໃຊ້ຢູ່ປະເທດເພື່ອນ ບ້ານຢ່າງກວ້າງຂວາງເພາະເຂົາ ເຈົ້າຖືວ່າ “ເທົ້າ” ເປັນຄຳສຸພາບ ສ່ວນ “ຕີນ” ເປັນຄຳບໍ່ສຸພາບ, ນັ້ນ ກໍ່ແມ່ນຈຸດພິເສດຂອງສະພາບສັງ ຄົມຂອງເຂົາເຈົ້າ. ຢູ່ໃນວັດຈະນາ ນຸກົມພາສາລາວ ສະບັບຄົ້ນຄວ້າ ຮຽບຮຽບໂດຍ ທ່ານ ສີວຽງແຂກ ກອນນິວົງ ກໍ່ໄດ້ບັນຈຸຄຳວ່າ “ເທົ້າ” ເຊັ່ນກັນແລະໃຫ້ນິຍາມວ່າ “ຕີນ” ແລະອະທິບາຍຕໍ່ໃສ່ວ່າ“ເປັນຄຳ ເວົ້າທີ່ນິຍົມໃຊ້ຢູ່ປະເທດໄທ” (ເທົ້າ ໃນພາສາໄທຈະອອກສຽງຍາວ ເປັນ “ທ້າວ”). ມາຮອດປັດຈຸບັນການນຳໃຊ້ “ເທົ້າ” ໄດ້ປາກົດເຫັນຂຽນຢູ່ໃນ ເທິງປ້າຍຂອງບາງຮ້ານນວດວ່າ “ນວດຝາເທົ້າ”. ບາງຮ້ານກໍ່ຂຽນ ວ່າ“ນວດຝາເທົ້າ”ແລະມີວົງເລັບ ວ່າ (ນວດຝາຕີນ). ແຕ່ສ່ວນຫລາຍ ກໍ່ຍັງໃຊ້ “ນວດຝາຕີນ”. ໃນພາສາ ເອງຂອງພວກເຮົາ. ໃນໂອກາດວັນ ປີໃໝ່ສາກົນທີ່່ກາຍມາ, ເຖິງວ່າສະ ພາບເສດຖະກິດບໍ່ອໍານວຍເທົ່າໃດ, ແຕ່ບັນຍາກາດສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ກໍ່ບໍ່ເຖິງຂັ້ນມິດງຽບ, ບາງ ເຂດຢາກວ່າປົກກະຕິຄືທຸກປີ. ທຸລະ ກິດຂາຍກະຕ່າຂອງຂວັນ-ດອກ ໄມ້...ເພື່ອການອວຍພອນ ຫລາຍ ບ່ອນໃນເຂດເມືອງໃຫຍ່ ຍັງພໍຢູ່ໄດ້ ເພາະຍັງມີລູກຄ້າໃນລະດັບຕ່າງ ກັນໄປອຸດໜູນຢູ່, ບາງຄົນກໍ່ປ່ຽນ ເອົາກະຕ່າທີ່ມູນຄ່າບໍ່ຫລາຍຄືແຕ່ ເກົ່າ, ແຕ່ຈໍານວນກໍ່ບໍ່ຫລຸດລົງ... ຕາມຂໍ້ມູນທີ່ໄດ້ມາ. ມີຫລາຍຄົນກໍ່ເວົ້າວ່າ ໄປອວຍ ພອນໃນໂອກາດຕ່າງໆປີນີ້ ໄດ້ປ່ຽນ ບາງອັນ, ໃນນັ້ນສໍາຄັນແມ່ນໄດ້ຫລິງ ເຫັນຄວາມສໍາຄັນໃນການສົ່ງເສີມ ຜະລິດຕະພັນທີ່ຜະລິດຢູ່ພາຍໃນປະ ເທດ ເຊິ່ງມີໃຫ້ເລືອກຫລາຍ, ສີສັນ ກໍ່ສວຍງາມ, ທັງສະທ້ອນຄວາມ ໝາຍຄວາມສໍາຄັນຕາມວັດທະນະ ທໍາຂອງພວກເຮົາ. ມີຫລາຍຄົນສະ ດຸ້ງໄວ ແລະ ຖືສໍາຄັນຄວາມເປັນ ແບບຢ່າງໃຫ້ສັງຄົມ ກໍ່ຄືລູກໆຫລານ ບໍ່ຊື້ກະຕ່າໂດຍສະເພາະແມ່ນບັນຈຸ ອາຫານເຄື່ອງດື່ມນໍາເຂົ້າຈາກຕ່າງ ປະເທດທີ່ບໍ່ມີຄວາມຈໍາເປັນໃນຊີ ວິດປະຈໍາວັນ (ຕົວຈິງມີບາງອັນໃກ້ ຈະໝົດຫລືກາຍອາຍຸບໍລິໂພກ-ເສຍ ຄຸນ).ພ່ອງກໍ່ບໍ່ຊື້ກະຕ່າອາຫານເສີມ ຄ້າຍຄືກະຕ່າມະຍຸມະຍະ ນໍາເຂົ້າ ຈາກຕ່າງປະເທດ ກາຍເປັນຂີ້ເຫຍື້ອ ປລາສຕິກ...ບໍ່ຊື້ດອກໄມ້ ມີທີ່ມາ ທີ່ໄປເກືອບທັງໝົດແມ່ນນໍາເຂົ້າ. ເຫດຜົນກໍ່ແມ່ນດ້ວຍຈິດໃຈຮັກ ຊາດ, ປະກອບສ່ວນຄວາມເປັນ ແບບຢ່າງໃນການສ້າງເສດຖະກິດ ທີ່ເປັນເອກະລາດ ເປັນເຈົ້າຕົນເອງ. ແຕ່ລະເດືອນມີຫລາຍວັນສໍາຄັນ ຕິດພັນວຽກງານ-ການພົວພັນສັງ ຄົມ...ນັບແຕ່ນີ້ຮອດທ້າຍປີຈະມີ ຫລາຍວັນທີ່ຕ້ອງໄດ້ອວຍພອນກັນ ທັງແບບໝູ່ຄະນະ-ຄອບຄົວ-ສັງຄົມ ແລະ ອື່ນໆທີ່ພົວພັນວຽກງານ. ມີ ບາງທັດສະນະຜູ້ອ່ານຈໍານວນໜຶ່ງ ເຫັນວ່າສໍານັກງານອົງການລັດ ແລະ ບໍລິສັດ ມີການຈັດຕັ້ງດີກວ່າ, ເປັນຜູ້ໃຫ້ ແລະ ຮັບຂອງຕ້ອນອວຍ ພອນລາຍໃຫຍ່ກວ່າ, ສະນັ້ນ ຈຶ່ງ ເຫັນວ່າຄວນເປັນແບບຢ່າງ ນໍາໜ້າ ໃນການຫັນປ່ຽນພຶດຕິກໍາ ໂດຍບໍ່ເຫີ່ ກັນເຮັດແບບເກົ່າ ເຮັດໃຫ້ເງິນໄຫລ ອອກນອກປະເທດໂດຍບໍ່ຈໍາເປັນ. ຜົນຜະລິດພາຍໃນປະເທດເຮົານັບມື້ ຫລາຍ, ອັນໃດທີ່ຈະເປັນການສ້າງ ຄວາມນິຍົມບໍ່ຖືກຕ້ອງແນວທາງ ກໍ່ຄືຂັດກັບແນວຄິດທີ່ເປັນຄຸນດີຕໍ່ ຊາດ ກໍ່ຄວນຫັນປ່ຽນແຕ່ດຽວນີ້ ໂລດ, ຖ້າມີແຕ່ຈົ່ມບູດຈົ່ມເໜົ່າ ເອົາ ຄວາມບໍ່ຖືກຕ້ອງ-ຜິດພາດໂຍນ ໃຫ້ ແຕ່ຜູ້ອື່ນ ໂດຍຕົນເອງບໍ່ມີການປັບ ປຸງປ່ຽນແປງພຶດຕິກໍານໍາກັນ ບາງ ທີກໍ່ອາດສົມທຽບຄືການເອົາຕີນ ທວນນໍ້າໃນຂະນະໝູ່ຄະນະພ້ອມ ກັນພາຍເຮືອໄປໜ້າ, ແນວນັ້ນກໍ່ ບໍ່ເປັນ, ແມ່ນບໍ່ທ່ານຜູ້ອື່ນໃຈດີໃຈ ກວ້າງ ແລະ ຮັກຊາດ-ສາມັກຄີພາຍ ໃນດີທັງຫລາຍ * ເຫັນຫົວຂໍ້ບົດນີ້ ແລ້ວຢ່າຟ້າວ ຕີຄວາມໝາຍວ່າ ເວົ້າຕໍ່າ, ແຕ່ດ້ວຍ ພຶດຕິກໍາການໃຊ້ພາສາ ແມ່, ບາງ ເທື່ອບາງຍາມ ພວກເຮົາກໍ່ເກີດຈິດ ໃຈແຄບຍ້ອນຄິດແຄບ, ອາດຄົ້ນ ຄວ້າບໍ່ເລິກ ບາງເທື່ອຈຶ່ງເຫັນວ່າ ອັນໃດກໍ່ເອົາຄໍາຈາກພາສາອື່ນມາ ໃຊ້ ເຊິ່ງໃນຕົວຈິງຂອງຂະບວນວິ ວັດທາງພາສາສາດ, ໃນພາສາໜຶ່ງໆ ຄໍາສັບທີ່ມີຄວາມໝາຍດຽວກັນນັ້ນ ມີຫລາຍ, ທັງນີ້ກໍ່ແມ່ນຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝ ການພັດທະນາ. ຄໍາວ່າ:“ຕີນ”ແລະ“ເທົ້າ”ລ້ວນ ແຕ່ແມ່ນ ຄໍາເກົ່າ ຫລື ດັ້ງເດີມຂອງ ລາວເຮົາ, ໃຊ້ມາດົນນານ ເຊິ່ງສະ ທ້ອນໃຫ້ເຫັນຜ່ານບັນດາຄໍາສຸພາ ສິດ, ຄໍາກອນບູຮານ, ນິທານ, ຄໍາ ສອນ ແລະ ອື່ນໆ. ສອງຄໍານີ້ ໃນທຸກ ວັນນີ້ ກໍ່ຍັງຮັກສາຄວາມໝາຍ ເກົ່າ ຂອງມັນ,ແຕ່ການໃຊ້ພົບວ່າ“ເທົ້າ” ໃຊ້ບໍ່ຫລາຍໃນຊີວິດປະຈໍາວັນ, ເຖິງຢ່າງໃດ ສອງຄໍານີ້ກໍ່ມີຄວາມ ໝາຍຄືກັນຢູ່ ແລະ ພົບວ່າບໍ່ໄດ້ມີ ການແບ່ງຊັ້ນວັນນະອັນໃດມີລັກສະ ນະຕໍ່າຕ້ອຍ ຫລື ສູງສັກສີກວ່າກັນ. ຫລາຍທ່ານອາດຈະຍັງຈື່ວ່າຜູ້ ເກັບກໍານໍາມາຂຽນຕໍ່ ເຄີຍຍົກເອົາ ຄໍາເຫັນຂອງທ່ານ ແສງຟ້າ ໂຫລານຸ ພາບ ອາຈານສອນພາກວິຊາພາ ສາ ແລະ ວັດທະນະທໍາລາວ ມະຫາ ວິທະຍາໄລແຫ່ງຊາດ ທີ່ມີບາງ ເນື້ອໃນວ່າ ຄຳສຸພາສິດລາວທີ່ເວົ້າ ເຖິງ “ຕີນ” ມີຫລາຍກວ່າອະໄວຍະ ປາກເວົ້າເວລາຫັດກາຍພວກເຮົາ ຍັງໃຊ້ວະລີທີ່ວ່າ “ຢ່ຳເທົ້າĴ”, ບໍ່ສູ້ ໄດ້ຍິນໃຊ້ວ່າ“ຢ່ຳຕີນ”ແລະກໍ່ຍັງມີ ໄມ້ທີ່ຜູ້ເຖົ້າຫລືຄົນເຈັບ...ມັກໃຊ້ຄ້ຳ ຊູຮ່າງກາຍໃນເວລາຍ່າງກໍ່ແມ່ນ “ໄມ້ເທົ້າ” ຫລື “ໄມ້ຄ້ອນເທົ້າ” ກໍ່ວ່າ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພັດທະນາທີ່ຖືເອົາປະຊາຊົນເປັນກົກ, ການພັດທະນາທີ່ອີງໃສ່ກໍາລັງແຮງ ຂອງປະຊາຊົນ ແລະ ຮາກຖານເປັນ ຕົ້ນຕໍ ແລະ ນໍາເອົາຜົນການພັດທະ ນາມາໃຫ້ປະຊາຊົນນໍາໃຊ້. ປະທານ ຄໍາໄຕ ສີພັນດອນ ແມ່ນ ໜຶ່ງໃນບັນດາຜູ້ນຳຮຸ້ນທໍາອິດຂອງ ການປະຕິວັດລາວ ທີ່ມີຄວາມປີຊາ ສາມາດ, ມີໄຫວພິບສະຫລາດແຫລມ ຄົມ ນັບແຕ່ມື້ເລີ້ມຕົ້ນເຄື່ອນໄຫວປະ ຕິວັດ ຈົນຮອດປັດຈຸບັນ ບໍ່ວ່າຢູ່ໃນ ຖານະຕໍາແໜ່ງໃດກໍ່ຕາມ ປະທານ ຄໍາໄຕ ສີພັນດອນ ເວລາໃດກໍຖືປະ ຊາຊົນເປັນບໍ່ເກີດຂອງຂະບວນ ການ ແລະ ກໍາລັງການປະຕິວັດ, ເພິ່ນມີຄວາມເຊື່ອໝັ້ນຢ່າງແຮງກ້າ ຕໍ່ກໍາລັງແຮງຂອງປະຊາຊົນ ດ້ວຍ ເຫດນັ້ນ ຢູ່ໃນແນວທາງການເມືອງ ຂອງພັກ ພາຍຫລັງທີ່ປະເທດຊາດ ເຮົາຍາດໄດ້ເອກະລາດ, ດໍາເນີນພາ ລະກິດປ່ຽນແປງໃໝ່, ຮອບດ້ານ ທີ່ມີຫລັກການຂອງພັກ ໃນຖານະ ເປັນຜູ້ນໍາສູງສຸດຂອງພັກ ເພິ່ນຈຶ່ງຖື ສໍາຄັນ ແລະ ເຊື່ອໝັ້ນຢ່າງສະເໝີ ຕົ້ນ, ສະເໝີປາຍຕໍ່ການກໍ່ສ້າງຮາກ ຖານການເມືອງແນ່ໃສ່ເຮັດໃຫ້ຮາກ ຖານມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງ ພັກ ແລະ ລັດ ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບອບປະຊາທິປະໄຕປະ ຊາຊົນ ໂດຍເລີ່ມຈາກຮາກຖານຕາມ ທິດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວ. ປະທານ ຄໍາໄຕ ສີພັນ ດອນ ຢືນຢັນຢ່າງສະເໝີຕົ້ນ ສະເໝີ ປາຍວ່າ: “ການກໍ່ສ້າງຮາກຖານ ການເມືອງຕິດພັນກັບການພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກຂອງ ປະຊາຊົນ 3 ວຽກນີ້ຕ້ອງ ຕິດແໜ້ນນໍາກັນ ເພາະວ່າເມື່ອໃດ ຮາກຖານການເມືອງ ໄດ້ຮັບການ ປັບປຸງເຂັ້ມແຂງທັງ 4 ດ້ານ, ປະ ຊາຊົນມີເງື່ອນໄຂທໍາມາຫາກິນກໍ ຈະຊ່ວຍແກ້ໄຂລົບລ້າງຄວາມທຸກ ຍາກ ເທື່ອລະກ້າວ; ເມື່ອມີຊີວິດການ ເປັນຢູ່ທີ່ດີ, ບ້ານ, ເມືອງມີຄວາມສະ ຫງົບປອດໄພ ເວລານັ້ນປະຊາຊົນກໍ ຈະປະກອບສ່ວນເຂົ້າໃນການສ້າງ ສາພັດທະນາເຮືອນຊານບ້ານຊ່ອງ ຫລາຍຂຶ້ນ ໃນເມື່ອປະຊາຊົນຮັ່ງມີ, ຜາສຸກແລ້ວ ກໍຍິ່ງຈະເຮັດໃຫ້ຮາກ ຖານໄດ້ຮັບການພັດທະນາ, ມີຄວາມ ແຂງແກ່ນ ແລະ ກາຍເປັນປ້ອມໝັ້ນ ສັງຄົມນິຍົມຢູ່ຮາກຖານ”ຈາກແນວ ຄິດລິເລີ່ມ ດັ່ງກ່າວນັ້ນ, ປະທານ ຄໍາໄຕ ສີພັນດອນ ໄດ້ພະຍາຍາມ ພັດທະນາ, ປັບປຸງຈົນກາຍມາເປັນ ທັດສະນະຂອງພັກ ກ່ຽວກັບການກໍ່ ສ້າງຮາກຖານການເມືອງ ຕິດພັນ ກັບການພັດທະນາຊົນນະບົດ ແລະແກ້ ໄຂຄວາມທຸກຍາກຂອງປະຊາຊົນ. ປະທານ ຄໍາໄຕ ສີພັນດອນ ໄດ້ ໃຫ້ຄວາມສໍາຄັນ ກ່ຽວກັບການກໍ່ ສ້າງຮາກຖານການເມືອງ, ພັດທະນາ ຊົນນະບົດເປັນບັນຫາສໍາຄັນເພາະ ວ່າ ເພິ່ນເປັນຜູ້ໜຶ່ງທີ່ຕິດພັນກັບຮາກ ຖານ, ຮັບຮູ້ແຈ້ງບົດບາດຄວາມສໍາ ຄັນທີ່ມີຄວາມໝາຍຕັດສິນການ ຄົງຕົວ, ການຂະຫຍາຍຕົວຂອງລະ ບອບການເມືອງ ກໍຄືພາລະກິດປະ ຕິວັດຂອງພັກ.ດັ່ງນັ້ນ, ບໍ່ວ່າຢູ່ໃນຂະ ບວນການຕໍ່ສູ້ກູ້ຊາດ ກໍຄືໄລຍະ ການພັດທະນາສ້າງສາປະເທດ ຊາດ ຍາມໃດເພິ່ນກໍຮັກສາແບບແຜນ ຕິດພັນກັບຮາກຖານ, ກໍາແໜ້ນສະ ພາບແນວຄິດ, ຄວາມມຸ້ງມາດປາດ ຖະໜາ ແລະ ການດໍາລົງຊີວິດຢູ່ ຮາກຖານ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==