5807

dv'xt-5 ,|j ;p'ko;y -kdkog9Q k|h kmu j vk;5 3lxh v'da oxtgmfvk-Po leg]a fdv'xt-5 ,lts]5 [;Pd'ko xh v'da o-kf xt9exu 2023 sk]n dkoza o0tspkpco;7y f-U oe 0v'g]0kmy dko.spj dj P;da [ lv9 lo- xk4tdt4k;a ogdu fxtmko 7ew8 lu ra ofvo 7q [Iv[ 100 xu pq d]tfa [dkoIPoI6 h ma dlt fh kodq f\kpc[[,n vk-u [ ;k'ltcf'I6 [rk[{gvdtlko{xB , c]t ;a f45 ra o 3vdkf;a ogdu fxtmko 7ew8 lu ra ofvo lt4kom6 fs;Pfok, xt9e]k; xk4tdt4k;a ogdu fxtmko 7ew8 lu ra ofvo dt-;' xdl g-nj v,-b ,gvdtlko dkofegou odv'xt-5 ,.spj 3 0A o0v'ra d -u ;y fdkog7n j vows;0v'xtmko 7ew8 lu ra ofvo 8y fra o.o0t[;oxt8y ;a f c]t lh k'lkra fmtokxtgmf-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 08.02.2024 ປີທີ 23 ສະບັບທີ 5.868 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf okpq d]a f4t,q o8u goA o.sh rtoa d'ko s]a dcs]j 'c0;'[+ cdh ; gvq k.9.lj fh kodkog,n v'co;7y f ຂປລ. ໃນໂອກາດເຄື່ອນໄຫວ ວຽກງານຢູ່ແຂວງບໍ່ແກ້ວ, ໃນວັນທີ 6 ກຸມພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ແລະ ຜັນຂະຫຍາຍ ແນວຄິດຊີ້ນຳຂອງເລຂາທິການ ໃຫຍ່ກ່ຽວກັບການສ້າງເສດຖະ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຈັດເຊື່ອມຊຶມ ເອກະສານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຫລັກແຫລ່ງ ເພື່ອດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນວັນທີ 6 ມັງກອນ 2014 ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນ ກາງພັກ, ຮອງລັດຖະມົນຕີກະຊວງ ຂປລ. ສະຖານທູດຫວຽດນາມ ປະຈຳລາວ ຈັດປາຖະກະຖາລະນຶກ ວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານ ປະເທດແຫ່ງ ສປປ ລາວ ຄົບຮອບ 100 ປີ (8/2/1924-8/2/2024) ໃນວັນທີ 6 ກຸມພາ 2024 ໂດຍມີ ສະຫາຍ ຟານ ມິງຈຽນ ອັກຄະລັດ ຖະທູດທີ່ປຶກສາສະຖານທູດຫວຽດ ນາມປະຈຳລາວ, ມີພະນັກງານສະ ຖານທູດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ. ທັງນີ້, ຂປລ. ອົງການໄອຍະການປະ ຊາຊົນສູງສຸດຈັດສຳມະນາຍົກລະ ດັບຄວາມຮູ້ກ່ຽວກັບ “ການຮຽນ ຮູ້ທັກສະທາງກົດໝາຍແບບມືອາ ຊີບ” ໃນວັນທີ 6 ກຸມພາ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ ແລະ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະ ຊວງຍຸຕິທຳ, ມີສະມາຊິກກຸ່ມຄົ້ນ ຄວ້າປະມວນກົດໝາຍແພ່ງ, ກົດ ໝາຍອາຍາແລະພັດທະນາການສຶກ ສາ (ກົດໝາຍແພ່ງ) ທີ່ມາຈາກກະ ຊວງຍຸຕິທຳ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນ ຂປລ. ສູນກາງແນວລາວສ້າງ ຊາດ(ສນຊ) ຈັດປາຖະກະຖາວັນ ເກີດປະທານ ຄໍາໄຕ ສີພັນດອນ ຄົບ ຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ໃນວັນທີ 6 ກຸມພາ ຂປລ.ກອງປະຊຸມສະຫລຸບຖອດ ຖອນບົດຮຽນວຽກງານປ້ອງກັນ ຊາດ ປະຈຳປີ 2023 ແລະ ທິດທາງ * ໃນຂະບວນວິວັດແຫ່ງການກຳເນີດການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ ຍາມໃດກໍ່ຕິດພັນກັບບົດບາດການນຳພາອັນ ໂດດເດັ່ນຂອງພັກ ແລະ ຂອງບຸກຄົນການນຳຂອງພັກໃນແຕ່ລະໄລຍະ. ດັ່ງພວກເຮົາລ້ວນແຕ່ຮັບຮູ້ນຳກັນວ່າ: ໃນຂະບວນວິວັດແຫ່ງການຕໍ່ສູ້ ກູ້ຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ເຕັມໄປດ້ວຍ ຄວາມທຸກຍາກ, ລຳບາກ, ຍາວນານຂອງການປະຕິວັດປະເທດເຮົາ ນັ້ນ, ໄດ້ສ້າງໃຫ້ມີບັນດາວິລະບູລຸດຂອງຊາດ ແລະ ບັນດາຜູ້ນຳທີ່ເກັ່ງ ກ້າ, ສາມາດຫລາຍທ່ານ. ໃນນັ້ນ, ນອກຈາກປະທານໄກສອນພົມວິຫານ ວິລະບຸລຸດຂອງຊາດ, ປະທານ ສຸພານຸວົງ ເຈົ້າຊາຍແດງ ແລ້ວກໍຍັງ ມີປະທານ ຄຳໄຕ ສີພັນດອນ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ.ອັນໂດດເດັ່ນຂອງບຸກຄົນການນຳຂອງພັກ ຄະນະນຳຂອງພັກ ຫລາຍທ່ານໄດ້ອຸທິດເສຍສະລະທັງຊີວິດເຫຶ່ອແຮງສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນພາລະກິດ ລວມດັ່ງກ່າວ, ໜຶ່ງໃນນັ້ນກໍ່ມີປະທານ ຄຳໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ແຜນການ ປີ 2024 ໄດ້ອັດລົງດ້ວຍ ຜົນສຳເລັດຢ່າງຈົບງາມໃນວັນທີ ທ່ານ ຄໍາພັນ ເຜີຍຍະວົງ 2024.ໂດຍການປາຖະກະຖາຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິ ການສູນກາງພັກ, ຫົວໜ້າຄະນະ ໂຄສະນາ-ອົບຮົມສູນກາງພັກ ປະ ທານສະພາທິດສະດີສູນກາງພັກ, ມີທ່ານ ສິນລະວົງ ຄຸດໄພທູນ ກໍາ ມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງ ຊາດ, ຮອງປະທານສູນກາງແນວ ລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ ແລະ ແນວລາວ ສ້າງຊາດແຂວງ-ນະຄອນຫລວງ ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າ ແບບເຊິ່ງໜ້າ ແລະ ແບບທາງໄກ ກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນວັນທີ 6 ກຸມພາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ການນຳຫລັກແຫລ່ງແຂວງບໍ່ແກ້ວ ໂດຍທ່ານເນັ້ນໃຫ້ເອົາໃຈໃສ່ຕື່ມ ກໍເພື່ອໃຫ້ຜູ້ເຂົ້າຮ່ວມເຫັນໄດ້ຄຸນ ສົມບັດສິນທຳປະຕິວັດ, ຄວາມຈົງ ຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນ ທ່ຽງ, ມີໄຫວພິບໃນການຈັດຕັ້ງປະ ຕິບັດບັນດາໜ້າທີ່ວຽກງານທີ່ຕົນ ຮັບຜິດຊອບ ເພື່ອອຸທິດຕົນໃຫ້ພາລະ ກິດປະຕິວັດ ເພື່ອຊາດເພື່ອປະຊາຊົນ ຂອງປະທານ ຄຳໄຕ ສີພັນດອນ. ໃນພິທີ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວ ສະຫາຍ ພົທ ກົງທອງ ພົງວິຈິດ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/02/2024 xtgmf]k; ນາຍົກລັດຖະມົນຕີ... ກອງປະຊຸມໜ່ວຍງານ... ວາງສະແດງ ສຳເລັດກອງປະຊຸມ.. ຊີວິດການເຄື່ອນໄຫວ... ຂປລ. ໃນລະຫວ່າງວັນທີ 5-6 ກຸມພາ 2024, ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໄດ້ເປັນ ເຈົ້າພາບຈັດກອງປະຊຸມໜ່ວຍງານ ວິຊາການເຈົ້າໜ້າທີ່ອາວຸໂສປ້ອງ ກັນປະເທດອາຊຽນ (ADSOM WG) ທີ່ ແຂວງຫລວງພະບາງ ສປປ ລາວ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນ ຕ່າງປະເທດ, ຫົວໜ້າໜ່ວຍງານວິ ຊາການເຈົ້າໜ້າທີ່ອາວຸໂສປ້ອງກັນ ປະເທດອາຊຽນ ແຫ່ງ ສປປ ລາວ, ມີຫົວໜ້າໜ່ວຍງານວິຊາການເຈົ້າ ໜ້າທີ່ອາວຸໂສປ້ອງກັນປະເທດຂອງ ບັນດາປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດ ການ, ສູນແພດທະຫານອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືກ່ຽວ ກັບບັນດາເນື້ອໃນເອກະສານ ແລະ ຫລາຍບັນຫາທີ່ສໍາຄັນໃນຂອບການ ຮ່ວມມືດ້ານວຽກງານປ້ອງກັນ ຊາດອາຊຽນ ເພື່ອກະກຽມໃຫ້ແກ່ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງ ກັນປະເທດອາຊຽນ, ກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ໂດຍສະ ເພາະແມ່ນ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນງານ ຂອງກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ ໃນໄລຍະປີ 2023-2026, ການສະຫລຸບຕີລາ ກ່ຽວກັບກິດຈະກໍາການຮ່ວມມືຂອງ ບັນດາໜ່ວຍງານຜູ້ຊ່ຽວຊານ ໃນ ຂອບກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ-ບວກ ໃນຮອບ ວຽນປີ 2021-2023, ທິດທາງ ແຜນການຮ່ວມມືຂອງໜ່ວຍງານຜູ້ ຊ່ຽວຊານ ໃນຂອບກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນບວກໃນຮອບວຽນປີ2024-2027, ລາຍງານຄວາມຄືບໜ້າຂອງສູນ ແພດທະຫານອາຊຽນ ແລະ ການພິ ຈາລະນາກ່ຽວກັບຮ່າງຖະແຫລງ ຮ່ວມຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນວົງແຄບ ເຊິ່ງຈະຈັດຂຶ້ນທີ່ຫລວງພະບາງ ໃນລະຫວ່າງວັນທີ 4-6 ມີນາ 2024, ຮ່າງຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ (ADMM) ຄັ້ງທີ 18 ວ່າດ້ວຍການຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງອາຊຽນ ແລະ ຮ່າງ ຖະແຫລງການຮ່ວມຂອງກອງປະ ຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ (ADMM-Plus) ຄັ້ງທີ 11 ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ເຊິ່ງຈະຈັດຢູ່ນະຄອນ ຫລວງວຽງຈັນ ໃນເດືອນພະຈິກ 2024. ຂປລ. ງານວາງສະແດງຮູບ ພາບ, ເອກະສານ, ປຶ້ມ ແລະ ວັດຖຸ ພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະ ທານ ຄໍາໄຕ ສີພັນດອນ” ຈັດຂຶ້ນ ວັນທີ 7 ກຸມພາ 2024 ທີ່ຫໍພິພິທະ ພັນ ໄກສອນ ພົມວິຫານ ນະຄອນ ຫລວງວຽງຈັນ ເນື່ອງໃນໂອກາດ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924-8 ກຸມພາ 2024) ໂດຍ ການເຂົ້າຮ່ວມເປີດງານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມ ການເມື ອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ, ມີການ ນໍາຂັ້ນສູງພັກ-ລັດ, ອະດີດການນໍາ ຂັ້ນສູງພັກ-ລັດ, ພັນລະຍາຂອງ ປະທານ ຄໍາໄຕ ສີພັນດອນ ພ້ອມ ດ້ວຍລູກຫລານ, ບັນດາລັດຖະມົນ ຕີ, ຮອງລັດຖະມົນຕີ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ງານວາງສະແດງໄດ້ແບ່ງອອກ ເປັນ 5 ພາກຄື: ພາກທີ 1 ບ້ານເກີດ ເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມຂອງປະທານ ຄໍາໄຕ ສີພັນດອນ (1924- 1946); ປະທານ ຄຳໄຕ ສີພັນດອນ ກຳເນີດໃນຄອບຄົວຊາວນາທີ່ທຸກຍາກ ໂດຍໄດ້ ຮັບການອົບຮົມ, ບົ່ມສອນ ແລະ ຮຽນຮູ້ຫລາຍສິ່ງຫລາຍຢ່າງທີ່ເປັນປະໂຫຍດ ຈາກພໍ່ເຖົ້າມະຫາແກ້ວ, ເປັນຕົ້ນໄດ້ປູກຝັງແນວຄິດຮັກຊາດ ກໍ່ຄືມູນເຊື້ອຕໍ່ສູ້ເດັດ ດ່ຽວ, ບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າຕ້ານພວກສັກດີນາລ່າເມືອງ ຂຶ້ນຜູ້ຮຸກຮານ ໂດຍສະເພາະຢ່າງຍິ່ງເມື່ອເຕີບໃຫຍ່ ປະທານ ຄຳໄຕ ສີພັນດອນ ໄດ້ສຳຜັດເຫັນແຈ້ງເຖິງສະຖານະອັນຕໍ່າຕ້ອຍຂອງຄົນລາວໃນເວລານັ້ນ, ເຫັນ ແຈ້ງເຖິງການສູນເສຍອຳນາດອະທິປະໄຕຂອງຊາດ, ປະຊາຊົນລາວບັນດາເຜົ່າ ຕົກເປັນຂ້ອຍຂ້າຂອງພວກຈັກກະພັດລ່າເມືອງຂຶ້ນ, ສົມທົບກັບຜົນສະທ້ອນຈາກ ຂະບວນການຕໍ່ຕ້ານຂອງປະຊາຊົນລາວ ກໍ່ຄືປະຊາຊົນຫວຽດນາມ, ກຳປູເຈຍ. ໃນ ການຕ້ານກັບພວກລ່າເມືອງຂຶ້ນຜູ້ຮຸກຮານ ໄດ້ເຮັດໃຫ້ປະທານ ຄຳໄຕ ສີພັນດອນ ມີສະຕິຕື່ນຕົວຮັກຊາດ, ຄຽດແຄ້ນສັດຕູ ແລະ ຕັດສິນໃຈເຂົ້າຮ່ວມໃນກຳລັງຕໍ່ ຕ້ານລາວອິດສະຫລະ ນັ້ນເປັນບາດລ້ຽວທີ່ສຳຄັນໃນຊີວິດ, ເປັນຈຸດເລີ່ມຕົ້ນແຫ່ງ ການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ. ປີ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວເປັນຄັ້ງທີ 2 ດ້ວຍ ການຍູ້ໜູນຂອງອັງກິດ, ພວກລ່າເມືອງຂຶ້ນຝຣັ່ງໄດ້ຢຶດເອົາຕົວເມືອງຕ່າງໆທົ່ວ ທຸກພາກຂອງອິນດູຈີນ ແລະ ປະເທດລາວ, ກອງທະຫານຝຣັ່ງໄປຮອດໃສກໍ່ໄດ້ປາບ ຂະບວນການຮັກຊາດ ແລະ ປະຊາຊົນລາວຢ່າງໂຫດຮ້າຍປ່າເຖື່ອນ, ຈາກນັ້ນ ຈິ່ງເກີດມີການເຄື່ອນໄຫວຂອງຄະນະພັກແຄວ້ນລາວເພື່ອຕໍ່ສູ້ຂັບໄລ່ຝຣັ່ງເທື່ອທີ ສອງ ເຊິ່ງໄດ້ລະເບີດຂຶ້ນຢ່າງແຂງແຮງ, ກວ້າງຂວາງຢູ່ທົ່ວປະເທດເຮົາ. ເດືອນມີນາ ປີ 1947 ປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກເມືອງປາກເຊ ແບບປິດລັບ ເພື່ອ ເຂົ້າຮ່ວມໃນກຳລັງລັດຖະບານລາວ ຕໍ່ຕ້ານຢູ່ບາງກອກ ປະເທດໄທ. ໂດຍແມ່ນ ສະເດັດເຈົ້າ ສຸພານຸວົງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຜູ້ ບັນຊາການທະຫານສູງສຸດ ກຳລັງລາວອິດສະຫລະ. ໃນເວລາຕໍ່ມາ, ສະເດັດເຈົ້າ ສຸພານຸວົງ ໄດ້ມອບໝາຍໃຫ້ປະທານ ຄຳໄຕ ສີພັນດອນ ເປັນຜູ້ຊ່ວຍເພີ່ມໃນການ ປັບປຸງກອງທະຫານລາວອິດສະຫລະ ຢູ່ເຂດໃຕ້ນັ້ນ ເປັນບາດລ້ຽວໃນຊີວິດ ທັງ ເປັນຈຸດເລີ່ມຕົ້ນບົນເສັ້ນທາງປະຕິວັດຂອງປະທານ ຄຳໄຕ ສີພັນດອນ. ນັບແຕ່ປີ 1946 ເຖິງທ້າຍປີ 1949 ຂະບວນການຕໍ່ສູ້ຂອງປະຊາຊົນລາວຕ້ານລ່າ ເມືອງຂຶ້ນຝຣັ່ງໄດ້ຂະຫຍາຍຕົວຢ່າງແຂງແຮງ ແລະ ເລີ່ມມີພື້ນຖານອັນແໜ້ນ ໜາ, ໃນໄລຍະດຽວກັນນີ້ ກອງທັບລາວອິດສະຫລະໄດ້ກາຍເປັນກອງທັບປະ ກອບອາວຸດ ແລະ ມີລະດັບວິທະຍາສາດດີ, ບັງຄັບບັນຊາດີພໍສົມຄວນ ໄດ້ຮັບ ການເຝິກຝົນຫລໍ່ຫລອມຕາມແນວທາງທັດສະນະຊົນຊັ້ນຂອງພັກ, ທັງສູ້ຮົບ ທັງກໍ່ສ້າງກຳລັງ, ຍຶດເອົາອາວຸດຂອງສັດຕູມາປະກອບໃຫ້ຕົນແລ້ວຕີສັດຕູຂະ ຫຍາຍສົງຄາມກອງຫລອນ, ກ້າວຂຶ້ນຕີສັດຕູຢູ່ໃນເຂດຄອບຄອງຂອງພວກເຂົາ; ຕໍ່ມາ, ບໍ່ພໍເທົ່າໃດປະທານ ຄຳໄຕ ສີພັນດອນ ກໍ່ໄດ້ຮັບໜ້າທີ່ສຳຄັນໃນການນຳພາສູ້ ຮົບດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ປະຊາຊົນ, ເຊື່ອໝັ້ນໃນກໍາລັງແຮງອັນມະ ຫາສານຂອງປະຊາຊົນ, ຮູ້ອີງໃສ່ປະຊາຊົນແລະປຸກລະດົມປະຊາຊົນເຂົ້າຮ່ວມການ ຕໍ່ຕ້ານ, ປະທານ ຄຳໄຕ ສີພັນດອນ ໄດ້ນຳພາກໍ່ສ້າງຮາກຖານການເມືອງ, ກໍ່ສ້າງ ເຂດທີ່ໝັ້ນຕໍ່ຕ້ານຢູ່ເຂດໃຕ້ ເພື່ອປັບປຸງຟື້ນຟູຂະບວນການຕໍ່ສູ້ຢູ່ພາກກາງ ເຮັດ ໃຫ້ເຂດຕໍ່ສູ້ຢູ່ເຂດກາງຫລຸດພົ້ນອອກຈາກສະພາວະຫຍຸ້ງຍາກ ແລະ ສືບຕໍ່ຂະ ຫຍາຍຕົວ. ຜົນສຳເລັດໃນການກໍ່ສ້າງເຂດທີ່ໝັ້ນຕໍ່ຕ້ານຢູ່ເຂດໃຕ້ ແລະ ເຂດກາງ ເປັນຜົນສຳເລັດທີ່ມີຄວາມສຳຄັນຕໍ່ການປະຕິວັດລາວ ແລະ ການປະຕິວັດຂອງ 3 ປະເທດອິນດູຈີນໃນເວລານັ້ນ. ກຳລັງຕໍ່ຕ້ານທີ່ປະທານ ຄຳໄຕ ສີພັນດອນ ໄດ້ອົບ ຮົມເຝິກຝົນຫລໍ່ຫລອມກໍ່ສ້າງໂດຍຜ່ານການທົດສອບໃນການຕໍ່ສູ້ກູ້ຊາດຕ້ານຈັກ ກະພັດລ່າເມືອງຂຶ້ນຢູ່ເຂດໃຕ້ ແລະ ເຂດກາງລາວໄດ້ເປັນກຳລັງສຳຄັນໃນການຕໍ່ສູ້ ປົກປັກຮັກສາສອງແຂວງເຕົ້າໂຮມ. ພາຍຫລັງ, ປະເທດຊາດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ເມື່ອ 2 ທັນວາ ປີ 1975 ບັນດາສະຫາຍພະນັກງານນັກຮົບ ຈຳນວນສ່ວນຫລາຍໄດ້ກາຍເປັນ ພະນັກງານຫລັກແຫລ່ງຂອງທ້ອງຖິ່ນ ແລະ ເປັນການນຳຂອງສູນກາງພັກ ປະຊາຊົນປະຕິວັດລາວ. ດ້ວຍຄວາມເກັ່ງກ້າສາມາດສະຫລາດສ່ອງໃສໃນ ການຈັດຕັ້ງນຳພາຂະບວນການປະຕິວັດ, ເວລາໃດປະທານ ຄຳໄຕ ສີພັນດອນ ກໍ່ໄດ້ຮັບຄວາມນັບຖື, ຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍ່ຄືພະ ນັກງານ-ນັບຮົບ ແລະ ປະຊາຊົນລາວບັນດາເຜົ່າ. ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍໜ້າທີ່ສຳຄັນເປັນລຳດັບມາ ຈາກເປັນຜູ້ແທນລັດຖະບານລາວ ອິດສະຫລະປະຈຳເຂດໃຕ້ລາວ, ກໍ່ໄດ້ຮັບມອບໝາຍໃຫ້ເປັນປະທານຄະນະກຳ ມະການຕໍ່ຕ້ານເຂດກາງ, ຕໍ່ມາເປັນກຳມະການສູນກາງແນວລາວອິດສະຫລະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ເປັນຜູ້ບັນຊາສູງສຸດກອງ ທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນກຳ ມະການກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເປັນ ຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກ ລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກ, ເປັນປະທານປະເທດ ແຫ່ງ ສປປ ລາວ; ມາຮອດປີ 2006 ໄດ້ພັກຜ່ອນບຳນານ. ໃນໂອກາດລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (08/02/1924-08/02/2024) ທົ່ວພັກ, ລັດ, ກຳລັງປະກອບອາວຸດ ກໍຄື ປວງຊົນລາວທັງຊາດໄດ້ພ້ອມກັນສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການອຸທິດ ຂອງເພິ່ນ ໃນການຈັດຕັ້ງນຳພາຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາ ເຜົ່າ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງກໍາລັງປະຕິວັດໃນທົ່ວປະເທດ ໃຫ້ເຕີບໃຫຍ່ເຂັ້ມແຂງ ກໍ່ຄືໃນໄຊຊະນະລວມຂອງການຕໍ່ສູ້ປົດປ່ອຍຊາດ ໂດຍຍົກ ໃຫ້ເຫັນມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ພ້ອມ ທັງເປັນການສັນລະເສີນຜົນງານ ແລະ ຈົດຈຳຄຸນງາມຄວາມດີຂອງປະທານ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ເປັນບ່ອນອີງເພື່ອໃຫ້ພະນັກ ງານ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ປະຊາຊົນ ແລະ ຄົນຮຸ່ນຫລັງ ໄດ້ ສຶກສາຮຽນຮູ້ມູນເຊື້ອອັນສະຫງ່າອົງອາດຂອງພະນັກງານ, ນັກຮົບ ແລະ ປະຊາ ຊົນເຮົາ ໃນພາລະກິດຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຮູ້ເສີມ ຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດອັນແສນຮັກຂອງພວກເຮົາໃຫ້ຮັ່ງມີເຂັ້ມແຂງໃນຕໍ່ໜ້າ. ບາງດ້ານ ເປັນຕົ້ນ ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດຂອງ ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ສະພາບຄວາມ ເປັນ ຈິງກ່ຽວກັບບັນຫາຄວາມຫຍຸ້ງ ຍາກດ້ານຕ່າງໆ ແລະ ຄວາມພະຍາ ຍາມເອົາໃຈໃສ່ໃນການແກ້ໄຂຂອງ ພັກ ແລະ ລັດຖະບານ ກໍຄືອົງການ ປົກຄອງຂັ້ນຕ່າງໆ ເຊິ່ງເຫັນວ່າ ມີທ່າອ່ຽງດີຂຶ້ນເປັນກ້າວໆ. ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບ ຕໍ່ຊຸກຍູ້ການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ສູ່ລວງເລິກສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານໃນການນຳພາ ຂອງພັກ ເຂົ້າສູ່ທຸກຂົງເຂດວຽກ ງານຕົວຈິງ ເພື່ອໃຫ້ມີການຫັນປ່ຽນ ທີ່ດີຂຶ້ນຢ່າງຈະແຈ້ງ; ພ້ອມກັນຈັດ ຕັ້ງປະຕິບັດ ດໍາລັດສະບັບເລກທີ 381/ນຍ ວ່າດ້ວຍການກໍານົດໜ້າ ວຽກແລະແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດ ສອບໃຫ້ໄດ້ຮັບຜົນດີ; ຊຸກຍູ້ສົ່ງເສີມ ການຂະຫຍາຍລະບົບຊຳລະສະ ສາງຜ່ານບັນຊີທະນາຄານ ໃຫ້ສັງ ຄົມໄດ້ຊົມໃຊ້ກວ້າງຂວາງ ແລະ ສະ ດວກສະບາຍ, ທັງເປັນການດຶງດູດ ເງິນຕາ ເຂົ້າສູ່ລະບົບການຄຸ້ມຄອງ ຂອງທະນາຄານໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງເງິນຕາ, ລວມ ທັງເງິນທີ່ນຳເຂົ້າມາລົງທຶນພາຍ ໃນແຂວງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະ ພັນສິນຄ້າພາຍໃນໃຫ້ຫລາຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າຂອງ ທ້ອງຖິ່ນຕົນ ໃຫ້ກຸ້ມຕົນເອງ ແລະ ສາມາດຈຳໜ່າຍສົ່ງອອກຕ່າງປະ ເທດ ເພື່ອຫລີກລ້ຽງການນຳເຂົ້າປະ ເພດສິນຄ້າຟູມເຟືອຍ ນັບມື້ໃຫ້ຫລຸດ ລົງ; ສົ່ງເສີມການທ່ອງທ່ຽວດ້ວຍ ການໂຄສະນາເຜີຍແຜ່ດຶງດູດເອົາ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໃຫ້ນັບມື້ ຫລາຍຂຶ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ສ້າງອາ ຊີບຄົງທີ່ ແລະ ວຽກເຮັດງານທຳ ໃຫເຂົາເຈົ້າໄດ້ຮັບການພັດທະນາ ນັບມື້ດີຂຶ້ນເປັນກ້າວໆ ໂດຍອີງໃສ່ ບັນດາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາທີ່ໄດ້ ກຳນົດໃນດຳລັດສະບັບ ເລກທີ 348/ລບ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດ ໝາຍທີ່ກໍານົດໄວ້ ໄປຄຽງຄູ່ກັບປັບ ປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ. ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ລາຍ ງານໃຫ້ຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໃນໄລຍະ 1 ປີຜ່ານມາ ເຊິ່ງ ອັນພົ້ນເດັ່ນ ເຫັນວ່າ ທົ່ວແຂວງສືບ ຕໍ່ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ການແກ້ໄຂວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດຫລາຍພາກສ່ວນໃນສັງຄົມ ໄດ້ເປັນເຈົ້າການ ແລະ ມີສ່ວນຮ່ວມ ເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ໄດ້ຮັບຜົນດີເປັນກ້າວໆ; ເສດຖະ ກິດຂະຫຍາຍຕົວໃນລະດັບ 4,8%; ລວມຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າ 3.715 ຕື້ກວ່າ ກີບ, ສາມາດຈັດເກັບລາຍຮັບໄດ້ 640ຕື້ກວ່າກີບ ເທົ່າກັບ136,83% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 341 ຕື້ກວ່າກີບ ເທົ່າ ກັບ 97,93% ຂອງແຜນການປີ; ມີບ້ານຊົມໃຊ້ນໍ້າລິນ ແລະ ແບບຢ່າງ ດ້ານສາທາລະນະສຸກ ກວມ 98% ຂອງຈໍານວນບ້ານໃນທົ່ວແຂວງ, ບ້ານວັດທະນະທໍາກວມ85%, ບ້ານ ພັດທະນາກວມ 48,39%,ຄອບ ຄົວພັດທະນາ ກວມ 59,62%, ບ້ານພົ້ນທຸກ ກວມ 75,81%, ຄອບ ຄົວພົ້ນທຸກ ກວມ 79,54%. ນອກ ນັ້ນ, ທ່ານເຈົ້າແຂວງຍັງໄດ້ລາຍ ງານໃຫ້ຊາບກ່ຽວກັບຂໍ້ຄົງຄ້າງ ຂອງແຂວງຈໍານວນໜຶ່ງ ແລະ ທິດ ທາງແຜນວຽກຈຸດສຸມໃນຕໍ່ໜ້າເພື່ອ ສືບຕໍ່ປົກປັກຮັກສາ ແລະ ພັດທະ ນາແຂວງ ໃຫ້ນັບມື້ຈະເລີນກ້າວໜ້າ ບໍ່ຢຸດຢັ້ງ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍຄື ຜູ້ເຂົ້າຮ່ວມ ໄດ້ເຈາະຈີ້ມຕໍ່ບາງຂົງເຂດວຽກ ງານທີ່ພາກລັດ ແລະ ສັງຄົມໃຫ້ ຄວາມສົນໃຈ. ຈາກນັ້ນ, ຜູ້ຕາງໜ້າ ຈາກຂະແໜງການກ່ຽວຂ້ອງຂອງ ແຂວງ ແລະ ສູນກາງກໍໄດ້ມີຄຳເຫັນ ລາຍງານໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບສະພາບຄວາມເປັນຈິງ ຂອງບັນດາບັນຫາທີ່ທ່ານນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນເຈາະຈີ້ມ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ພາກທີ 2 ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດ ສະຫລະພາບຕ້ານກັບການຮຸກຮານ ຢຶດຄອງຂອງລ່າເມືອງຂຶ້ນແບບ ເກົ່າ ແລະ ພວກຂຸນເສິກ (19471954); ພາກທີ 3 ປະທານ ຄໍາໄຕ ສີພັນດອນ ປະກອບສ່ວນນໍາພາ ການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບ ໃໝ່ ແລະ ລູກມື (1955-1975), ພາກທີ 4 ປະທານ ຄໍາໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະ ຕິວັດລາວ ໄດ້ນໍາພາ-ຊີ້ນໍາພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ສືບຕໍ່ນໍາພາພາລະກິດ ປ່ຽນແປງໃໝ່ຮອບດ້ານທີ່ມີຫລັກ ການຂອງພັກ ຢ່າງມີໄຊຕະຫລອດ ມາ (1976-ປັດຈຸບັນ) ແລະ ພາກ ທີ 5 ປະທານ ຄໍາໄຕ ສີພັນດອນ ກັບວຽກງານການຕ່າງປະເທດ. ໃນຈໍານວນ 5 ພາກ ດັ່ງກ່າວ, ປະ ກອບມີຮູບພາບວາງສະແດງ 275 ແຜ່ນ, ເອກະສານ 30 ສະບັບ ແລະ ວັດຖຸພັນ 20 ລາຍການ ແລະ ໄດ້ ເລີ່ມເປີດໃຫ້ຜູ້ທີ່ມີຈຸດປະສົງເຂົ້າ ຊົນແມ່ນສາມາດເຂົ້າມາໄດ້ໃນວັນ ແລະ ເວລາລັດຖະການ ເຊິ່ງງານ ຄັ້ງນີ້ຈັດຂຶ້ນເປັນເວລາ 3 ເດືອນ ນັບແຕ່ມື້ເປີດງານເປັນຕົ້ນໄປ. ສໍາ ລັບຄົນລາວ ແມ່ນສາມາດເຂົ້າຊົມ ແບບບໍ່ເສຍຄ່າ, ສ່ວນຄົນຕ່າງປະ ເທດ ແມ່ນໄດ້ຊື້ປີ້ເຂົ້າຊົມໃນລາຄາ 5.000 ກີບ. ທ່ານ ຄໍາພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ກ່າວວ່າ: ເພື່ອສ້າງຂະບວນການ ອັນຄຶກຄື້ນ ເນື່ອງໃນວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ພວກເຮົາພ້ອມກັນຈັດງານ ວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້ “ຊີ ວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ເພິ່ນທີ່ມີຕໍ່ປະເທດຊາດ ແນໃສ່ຮຽນ ຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງ ເພິ່ນມາໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດໍາລົງຊີວິດ ຂອງພະນັກງານ, ສະມາຊິກພັກ,ປະ ຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບ ຕໍ່ພັດທະນາປະເທດຊາດກ້າວ ຂຶ້ນ ຕາມ ອຸດົມການຂອງພັກຢ່າງມີໄຊ. ໃນໂອກາດດັ່ງກ່າວ, ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ພິພິທະ ພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ ໄດ້ກ່າວ ວ່າ: ການຈັດງານດັ່ງກ່າວ ກໍເພື່ອ ໂຄສະນາເຜີຍແຜ່ຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດສະຕິ ປັນຍາ, ກໍາລັງວັງຊາປະກອບສ່ວນ ອັນໃຫຍ່ຫລວງໃຫ້ແກ່ພາລະກິດປະ ຕິວັດຂອງພັກ, ຂອງປະຊາຊົນລາວ ບັນດາເຜົ່າໃນໄລຍະຜ່ານມາ, ເພື່ອ ໃຫ້ມວນຊົນທັງພາຍໃນ ແລະ ຕ່າງ ປະເທດຮັບຮູ້ເຂົ້າໃຈຢ່າງກວ້າງ ຂວາງເລິກເຊິ່ງ. ພ້ອມກັນນີ້, ກໍເພື່ອ ສ້າງເງື່ອນໄຂ ໃຫ້ພະນັກງານ-ສະ ມາຊິກພັກ, ນັກຮົບ ແລະ ປະຊາຊົນ ໄດ້ສຶກສາຮໍ່າຮຽນແບບຢ່າງອັນໃສ ແຈ້ງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄຸນງາມ ຄວາມດີຜົນງານອັນ ໃຫຍ່ຫລວງ ແລະ ແບບຢ່າງທີ່ດີເລີດ ຂອງປະທານ ຄໍາໄຕ ສີພັນດອນ, ທັງ ເປັນການສຶກສາອົບຮົມທາງດ້ານ ການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ, ນັກຮຽນຮູ້, ຕະຫລອດເຖິງປະຊາ ຊົນລາວບັນດາເຜົ່າ, ແຂກພາຍ ໃນ ແລະ ຕ່າງປະເທດ ຮັບຮູ້ເຖິງຜົນ ງານການເຄື່ອນໄຫວຂອງປະທານ ຄໍາໄຕ ສີ ພັນດອນ ແລະ ຜູ້ນໍາພັກລັດ ທ່ານອື່ນໆ. ຂ່າວ: ກິດຕາ, ພາບ: ຂັນໄຊ 6 ກຸມພາ 2024, ພາຍຫລັງດຳ ເນີນມາເປັນເວລາ 2 ວັນ ໂດຍການ ເປັນປະທານຂອງສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະ ການກົມການເມືອງສູນການພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີຄະນະ ນໍາກະຊວງປ້ອງກັນປະເທດ, ພ້ອມ ດ້ວຍພະນັກງານນຳພາ-ບັນຊາ ຫລັກແຫລ່ງທົ່ວກອງທັບເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ມີຄໍາເຫັນສັງລວມ ກ່າວປິດກອງປະຊຸມວ່າ: ກອງປະ ຊຸມໄດ້ດໍາເນີນບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມໄດ້ສໍາເລັດຕາມ ຈຸດປະສົງຄາດໝາຍຢ່າງຈົບງາມ, ໃນວາລະດໍາເນີນກອງປະຊຸມໄດ້ ພ້ອມກັນຄົ້ນຄວ້າຕີລາຄາສະພາບ ການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດໃນ ປີ 2023 ຜ່ານມາ ກໍຄື ການເຄື່ອນ ໄຫວປັບປຸງກໍ່ສ້າງກໍາລັງທາງດ້ານ ການເມືອງ-ແນວຄິດແລະການຈັດ ຕັ້ງ, ການປະຕິບັດໜ້າທີ່ຂອງບັນດາ ອົງການ,ກົມກອງ-ທ້ອງຖິ່ນເຊິ່ງໄດ້ ຍົກໃຫ້ເຫັນຜົນງານດ້ານດີ, ດ້ານ ຕັ້ງໜ້າ, ບັນດາຈຸດອ່ອນທີ່ຍັງຄົງ ຄ້າງ, ວິທີການແກ້ໄຂ ແລະ ເປັນ ເອກະພາບຕໍ່ທິດທາງວຽກງານຈຸດ ສຸມໃນປີຕໍ່ໜ້າ ເພື່ອສືບຕໍ່ກໍ່ສ້າງກອງ ທັບເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ເນັ້ນໃຫ້ຄະນະພັກ-ຄະນະບັນຊາບັນ ດາກົມກອງເປັນເຈົ້າການເພີ່ມທະ ວີການນຳພາ-ຊີ້ນຳວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ; ຕັ້ງໜ້າຍົກສູງສະຕິກຽມພ້ອມຄໍາ ສັ່ງປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍ ລ່ຽມທຳລາຍຂອງສັດຕູ,ທັບມ້າງຍຸດ ທະສາດຫັນປ່ຽນໂດຍສັນຕິຂອງ ອິດທິກໍາລັງປໍລະປັກ, ເປັນເຈົ້າການ ໃນການປະຕິບັດແນວທາງ ປກຊປກສ ທົ່ວປວງຊົນຮອບດ້ານຂອງ ພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດ ຊາດມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບປອດ ໄພທາງດ້ານສັງຄົມຢ່າງໜັກແໜ້ນ; ຕັ້ງໜ້າສຶກສາອົບຮົມການເມືອງແນວຄິດ, ອົບຮົມທາດແທ້ມູນເຊື້ອ ກອງທັບປະຕິວັດ, ກອງທັບປະຊາ ຊົນ ໃນເງື່ອນໄຂໃໝ່ໃຫ້ຕິດພັນກັບ ການເກັບກຳສະພາບການເມືອງ- ແນວຄິດຂອງພະນັກງານ-ນັກຮົບ ທົ່ວກອງທັບ; ເອົາໃຈໃສ່ສ້າງພະລາ ທິການກັບທີ່ແລະວຽກງານເຕັກນິກ ການທະຫານເພີ່ມທະວີການພົວພັນ ຮ່ວມມືກັບກອງທັບຂອງບັນດາປະ ເທດອ້າຍນ້ອງເພື່ອນມິດຍຸດທະ ສາດ, ເພື່ອນມິດໃກ້ຄຽງ ແລະ ໃນ ໂລກ ເພື່ອປະກອບສ່ວນເຂົ້າໃນການ ເສີມສ້າງສັນຕິພາບ, ສະຖຽນລະ ພາບ, ການຮ່ວມມືກັບພາກພື້ນແລະ ສາກົນ; ທັງເອົາໃຈໃສ່ຈັດຕັ້ງປະ ຕິບັດແຜນວຽກງານຈຸດສຸມໃນປິ 2024 ໃຫ້ສຳເລັດຕາມແຜນການ, ເຮັດໃຫ້ທຸກຂົງເຂດວຽກງານມີ ການຫັນປ່ຽນທີ່ກ້າວໜ້າ ແລະ ໂດດເດັ່ນ ສ້າງກົມກອງ ກໍຄື ກອງ ທັບປະຊາຊົນລາວ ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ຂ່າວ: ປູນາ ສຸດທະວົງ

RkJQdWJsaXNoZXIy MTc3MTYxMQ==