xtgmf]k; 6 07/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme oa dmj v'mj P;8j k'xtgmf g0Q k,k]k;gruj ,0B o1j k'8+ gonj v' ໂດຍ: ເກີດຂວັນໃຈ ມາລີຈັນສີ * ນັກທ່ອງທ່ຽວອາຊຽນ,ຈີນ, ເກົາຫລີ, ຍີ່ປຸ່ນ, ເອີຣົບ ແລະ ສາກົນ ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ໝາຍເພີ່ມຂຶ້ນພາຍຫລັງ ສປປ ລາວ ເປີດປີທ່ອງທ່ຽວ ແລະ ສໍາເລັດ ຈັດກອງປະຊຸມອາຊຽນ ຂະນະທີ່ ເສັ້ນທາງຍອດນິຍົມ ແລະ ປາຍທາງ ການທ່ອງທ່ຽວທີ່ພົ້ນເດັ່ນແມ່ນ ພາກເໜືອຂອງ ສປປ ລາວ ຜ່ານ ເສັ້ນທາງລົດໄຟ ລາວ-ຈີນ. ແຫລ່ງຂ່າວຈາກ ຖວທ ແຂວງ ຫລວງພະບາງ ລາຍງານເມື່ອບໍ່ ດົນມານີ້ວ່າ: ມີນັກທ່ອງທ່ຽວເດີນ ທາງເຂົ້າມາເມືອງມໍລະດົກໂລກ ຫລວງພະບາງ ເປັນຈຳນວນຫລວງ ຫລາຍ ໂດຍຜ່ານ 3 ທິດທາງຄື: ເສັ້ນທາງລົດໄຟ, ເຮືອບິນ ແລະ ລົດ ໂດຍສານ ແຕ່ນັກທ່ອງທ່ຽວນິຍົມ ໃຊ້ບໍລິການຫລາຍ ທີ່ສຸດຄື “ລົດໄຟ ລາວ-ຈີນ” ໂດຍສະເລ່ຍຢ່າງໜ້ອຍ ພັນຄົນ. ແນວໃດກໍດີ ບໍລິສັດທາງລົດ ໄຟລາວ-ຈີນ ໄດ້ປະກາດເພີ່ມຂະ ບວນລົດໄຟ ຂ້າມຊາຍແດນ ລາວ- ຈີນ ຂຶ້ນຕື່ມ 50 ບ່ອນນັ່ງ ເພື່ອຮອງ ຮັບວັນພັກຜ່ອນ ໃນໄລຍະສະເຫລີມ ສະຫລອງກຸດຈີນ ທີ່ເປັນໄລຍະທີ່ມີ ການເດີນທາງທ່ອງທ່ຽວເປັນຈໍາ ນວນຫລວງຫລາຍ, ເຮັດໃຫ້ບ່ອນ ນັ່ງຂ້າມຊາຍແດນມີບ່ອນນັ່ງ ເພີ່ມ ຂຶ້ນ ຈາກ 300 ເປັນ 350 ບ່ອນນັ່ງ ຕໍ່ຖ້ຽວ ລະຫວ່າງ ນະຄອນຫລວງ ວຽງຈັນ ສປປ ລາວ ແລະ ນະຄອນ ຂຸນມິງ ສປ ຈີນ. ການໃຫ້ບໍລິການລະຫວ່າງ ສອງປະເທດ ແມ່ນມີການໃຫ້ບໍລິ ການໄປກັບໃນທຸກໆມື້ ໂດຍລົດໄຟ ຈະອອກຈາກນະຄອນຄຸນມິງ ເວລາ 08:00 ແລະ ຮອດນະຄອນຫລວງ ວຽງຈັນ ເວລາ 16:30, ລວມເວລາ 9 ຊົ່ວໂມງ 30 ນາທີ (ລວມທັງ ຂະບວນການແຈ້ງອອກ ແລະ ເຂົ້າ ເມືອງ). ສະເພາະເທສະການກຸດຈີນ ຂອງ ສປ ຈີນ ໃນປີນີ້, ແມ່ນຈະເລີ່ມ ແຕ່ວັນທີ 10 ກຸມພາ ແລະຄາດວ່າ ຄົນເດີນທາງຈະມີຈໍານວນຫລາຍ ໄປຈົນຮອດວັນ ທີ 10 ມີນາ 2024. ປັດຈຸບັນນີ້ ການບໍລິການຜູ້ໂດຍ ສານໄດ້ສະສົມຜູ້ໂດຍສານເຖິງ 2.400 ລ້ານຄົນ ແລະ ຂົນສົ່ງສິນ ຄ້າ 2.900 ລ້ານກວ່າໂຕນ. ໃນນັ້ນ, ມີ 600 ລ້ານກວ່າໂຕນ ຂ້າມ ແດນ; ການຂົນສົ່ງກວມເອົາ 10 ປະເທດ ລວມ ສປປ ລາວ ແລະ ໄທ ເຊິ່ງ ເປັນການຊຸກຍູ້ການຮ່ວມມືດ້ານ ທຸລະກິດ ແລະ ການເຊື່ອມໂຍງທາງ ດ້ານວັດທະນະທຳ ແລະ ກາຍເປັນ ຊ່ອງທາງທີ່ດີຂອງສາກົນທີ່ເຊື່ອມ ຕໍ່ພາຍໃນ ແລະ ນອກປະເທດໃກ້ ຄຽງໃຫ້ມີຜົນປະໂຫຍດຮ່ວມກັນ. ພາບປະກອບ ພາບປະກອບ * ເມືອງປາກລາຍ ແຂວງໄຊ ຍະບູລີ ແມ່ນເມືອງໜຶ່ງທີ່ຄືກັບ ຫລາຍໆເມືອງໃນທົ່ວປະເທດ ທີ່ນິ ຍົມເຮັດບຸນພະເຫວດ ໃນແຕ່ລະປີ, ບຸນດັ່ງກ່າວ ແມ່ນນິຍົມຈັດຂຶ້ນໃນ ລະຫວ່າງ ເດືອນ 3 ຫາເດືອນ 4. ສໍາລັບ ຢູ່ເມືອງປາກລາຍກໍມີການ ແຫ່ພະເຫວດເຊັ່ນກັນ, ແຕ່ມີອັນ ແປກແຕກຕ່າງກັບບ່ອນອື່ນໆກໍ່ຄື ມີຜີຕາໂຂນທີ່ປະກອບຂຶ້ນມານັ້ນ ເອງ. ສະນັ້ນ, ເພື່ອເປັນການດຶງດູດ ນັກທ່ອງທ່ຽວ ໃນໂອກາດປີທ່ອງ ທ່ຽວລາວ ອົງການປົກຄອງເມືອງ ປາກລາຍແຂວງໄຊຍະບູລີ, ໄດ້ຕົກ ລົງເປັນເອກະພາບກໍານົດເອົາບຸນ ປະເພນີຜີຕາໂຂນ ເປັນໂອກາດເປີດ ປີທ່ອງທ່ຽວລາວ 2024 ຊຶ່ງຄາດ ເມືອງນັ້ນ ໄດ້ມີພູດຜີປີສາດ (ທະ ຫານຮັກສາພະອົງ) ຕາມມາສົ່ງ ເຖິງບ່ອນເຖິງທີ່ຈຶ່ງໄດ້ຄຳວ່າ: ຜີ ຕາມຄົນໝາຍວ່າ: ຜີ ໄດ້ແຫ່ມາສົ່ງ ພະເຫວດເຖິງເມືອງ ແລະ ຫລາຍປີ ຕໍ່ມາຄຳວ່າ: ຜີຕາມຄົນ ກໍກາຍມາ ເປັນຜີຕາໂຂນ ຫລື ຜີໂຂນໃນ ປັດຈຸ ບັນ. ສ່ວນຮູບຮ່າງຂອງຜີຕາໂຂນ ທີ່ພວກເຮົາເຫັນຢູ່ໃນ ພິທີແຫ່ພະ ເຫວດໃນແຕ່ລະປີນັ້ນກໍແມ່ນຈິນຕະ ນາການຂອງບັນດາອາຈານໃນສະ ໄໝອາດີດຂອງເມືອງປາກລາຍ ຄິດຄົ້ນຂຶ້ນມາໃຫ້ມີລັກສະນະຮູບ ຮ່າງແປກຈາກຄົນເຮົາ ມີຫົວໃຫຍ່, ສານດ້ວຍໄມ້ເຮ້ຍ, ມີດັງໂມ, ລີ້ນ ຍາວ, ຫູຍາວ, ນຸ່ງເຄື່ອງຄ້າຍ ຄືຄົນ ເຮົາ ມີສຽງຮ້ອງອອກມາແບບເອ ກະລັກສະເພາະຂອງເມືອງ, ຢູ່ໃບຫູ ມັກຈະຂຽນເປັນພາສາລາວ ສະ ແດງອອກເຖິງຄວາມຮັກລະຫວ່າງ ບ່າວສາວ. xtgrou [5 ozu 8k30o g,n v'xkd]kp xu oU 9t9a f0B o8y fra oda [xu mj v'mj P;]k; ວ່າຈະສາມາດດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວໃນໄລຍະດັ່ງກ່າວ ໄດ້ເປັນຈໍານວນຫລາຍ. ບຸນຜີຕາໂຂນປີນີ້ ຈະຈັດຂຶ້ນຢູ່ ບ້ານສີສະອາດຊົມພູ ຊຶ່ງຈະມີຫລາຍ ກິດຈະກຳຕິດພັນການທ່ອງທ່ຽວ, ສ່ອງແສງໃຫ້ເຫັນຄຸນຄ່າສໍາຄັນ ດ້ານປະເພນີວັດທະນາທໍາອັນຈົບ ງາມ ແລະຮັບປະກັນໄດ້ຄວາມປອດ ໄພ, ສ້າງຄວາມປະທັບໃຈອັນດີໃຫ້ ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາຮ່ວມບຸນດັ່ງ ກ່າວເປັນຢ່າງດີ ອັນຈະຊ່ວຍດຶງ ດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງ ທ່ຽວຢູ່ປະເທດລາວເວົ້າລວມ ເວົ້າ ສະເພາະແມ່ນແຂວງໄຊຍະບູລີ ໃຫ້ ນັບມື້ເພີ່ມຂຶ້ນ. ສ່ວນຄວາມເປັນມາຂອງຜີຕາ ໂຂນທີ່ກ່ຽວພັນກັບບຸນພະເຫວດ ນັ້ນ ກໍມີເລື່ອງເລົ່າທີ່ຂ້ອນຂ້າງເປັນ ປະຫວັດຍາວສົມຄວນ, ແຕ່ມີບາງ ຕອນຂອງເລື່ອງເລົ່າໄດ້ບອກວ່າ: ເວລາພະເຫວດສັນດອນກັບເຂົ້າສູ່
RkJQdWJsaXNoZXIy MTc3MTYxMQ==