xtgmf]k; 3 07/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ lts;a ootg0f l5 ,.lj ra fmtokglf4tdy f 8k,my f0v'ra d co;7y f-U oe xtmko 7ew8 lu ra ofvo .odkozt]y fdtly degxa oly o7h k (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) ບົດສະເໜີ * ແຂວງສະຫວັນນະເຂດ ເປັນ ແຂວງໜຶ່ງຂອງ ສປປ ລາວ ທີ່ມີທ່າ ແຮງດ້ານເສດຖະກິດ ໂດຍສະເພາະ ແມ່ນກະຜະລິດກະສິກຳເປັນສິນ ຄ້າ, ມີພື້ນຖານໂຄງລ່າງດ້ານຄົມ ມະນາທີ່ອຳນວຍຄວາມສະດວກແກ່ ການຂົນສົ່ງສິນຄ້າ ໂດຍສະເພາະ ແມ່ນຂົວມິດຕະພາບລາວ-ໄທແຫ່ງ ທີ 2 ທີ່ເຊື່ອມຕໍ່ກັບຈັງຫວັດມຸກດາ ຫານຂອງໄທ ເຊິ່ງຂົວນີ້ ເປັນຂົວຍຸດ ທະສາດໃນດ້ານຄົມມະນາຄົມຂົນ ສົ່ງທີ່ເຊື່ອມແລວທາງເສດຖະກິດ ຕາເວັກຕົກ-ຕາ ວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ມຽນມາ ຈຶ່ງເຮັດໃຫ້ແຂວງສະຫວັນນະເຂດ ເປັນເສັ້ນທາງການຄ້າທີ່ສຳຄັນ ສາຍໜຶ່ງ. ນອກນີ້, ຍັງມີເຂດເສດ ຖະກິດພິເສດ ສະຫວັນ-ເຊໂນ ເຊິ່ງ ເປັນນິຄົມອຸດສາຫະກໍາການຜະລິດ ສິນຄ້າຂະໜາດໃຫຍ່ ທີ່ສາມາດດຶງ ດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ. ດັ່ງທີ່, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ໃນປີ 2023 ຜ່ານມາ, ອົງຄະນະພັກ ກໍຄືອຳນາດ ການປົກຄອງ ແຂວງໄດ້ເປັນເຈົ້າ ການຊີ້ນໍາບັນດາພະແນກການທີ່ ກ່ຽວຂ້ອງໃຫ້ເອົາໃຈໃສ່ຊຸກຍູ້ສົ່ງ ເສີມການຜະລິດເປັນສີນຄ້າ ເພື່ອທົດ ແທນການນໍາເຂົ້າ, ໂດຍສະເພາະ ສິນຄ້າທີ່ສາມາດຜະລິດຂາຍໄດ້ໃນ ແຂວງ ເປັນຕົ້ນແມ່ນການຊຸກຍູ້ສົ່ງ ເສີມການລ້ຽງສັດປີກ, ລ້ຽງໝູ ໂດຍມີນະໂຍບາຍສົ່ງເສີມໃຫ້ຜູ້ປະ ກອບການໃນຂົງເຂດດັ່ງກ່າວສາ ມາດເຂົ້າເຖິງແຫລ່ງທຶນດອກເບ້ຍ ຕໍ່າ. ນອກນີ້ຍັງໄດ້ຊຸກຍູ້ສົ່ງເສີມໂຄງ ການປູກເຂົ້ານາໄຮ່ໃຫຍ່, ໂຄງການ ສະໜອງແນວພັນເຂົ້າທີ່ມີສະມັດຕະ ພາບໃຫ້ແກ່ຊາວກະສິກອນ, ປັບປຸງ ລະບົບຊົນລະປະທານໃນຂອບເຂດ ທົ່ວແຂວງ ເພື່ອໃຫ້ສາມາດຜະລິດ ໄດ້ 2 ລະດູ ໂດຍສະເພາະໂຄງການ ຊົນລະກະເສດຄົບວົງຈອນຢູ່ເມືອງ ຈໍາພອນ ແລະ ເມືອງສອງຄອນ. ຄຽງຄູ່ກັນນັ້ນກໍໄດ້ສຸມໃສ່ວຽກງານ ອອກສິດນໍາໃຊ້ທີ່ດິນຢູ່ 3 ເຂດຈຸດ ສູມ ເພື່ອໃຫ້ປະຊາຊົນໄດ້ມີດິນປູກ ຝັງ-ລ້ຽງສັດ ແລະ ທໍາການຜະລິດ. ສໍາລັບໃນຂົງເຂດຫັດຖະກໍາ ກໍແມ່ນ ການສົ່ງເສີມໂຄງການຕໍ່າຜ້າຝ້າຍ ລາວເຂດບ້ານລະຫານໍ້າ ເມືອງສອງ ຄອນ ເພື່ອໃຫ້ມີການຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ພ້ອມທັງຊຸກຍູ້ການ ຜະລິດຫັດຖະກໍາພື້ນບ້ານ, ໂດຍສະ ເພາະເຄື່ອງຈັກສານ, ເຄື່ອງທີ່ລະ ນຶກ ແລະ ອຶ່ນໆ. ສ່ວນໃນຂົງເຂດອຸດສາຫະກໍາ ກໍມີການຂະຫຍາຍຕົວດີ, ໄດ້ມີ ຫລາຍໂຮງຈັກໂຮງງານອຸດສາ ຫະກໍາ ເກີດຂຶ້ນໃນເຂດເສດຖະກິດ ແລະ ໃນຂອບເຂດທົ່ວແຂວງ ເພື່ອ ຜະລິດສິນຄ້າສົ່ງອອກ ເປັນຕົ້ນ ໂຮງງານນໍ້າຕານ, ໂຮງງານເຈ້ຍ, ຜະລິດແກ້ດເຈ້ຍ, ໂຮງງານຢາສູບ, ໂຮງງານແຮ່ຄໍາ-ທອງ, ຫີນກາວ ແລະ ອື່ນໆ ເຊິ່ງທັງໝົດນີ້ ໄດ້ເປັນ ເງື່ອນໄຂສໍາຄັນ ທີ່ຊຸກຍູ້ໃຫ້ພື້ນຖານ ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ ມີການພັດທະນາດີຂຶ້ນ ແລະ ກ້າວ ໄປສູ່ການຫລຸດຜ່ອນຄວາມທຸກ ຍາກຂອງປະຊາຊົນໄດ້ດີຂຶ້ນເທື່ອ ລະກ້າວ. * ປະທານ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ນໍາທີ່ມີຄວາມສາ ມາດສູງສົ່ງຮອບດ້ານ, ມີທັດສະນະ ແລະ ວິໄສທັດກວ້າງຂວາງ, ເລິກ ເຊິ່ງ ແລະ ຍາວໄກເປັນຜູ້ໃຫ້ທິດ ຊີ້ນໍາທາງຍຸດທະສາດ, ແນວທາງ ນະໂຍບາຍໃຫຍ່ໆຂອງພັກ ແລະ ຂອງຊາດເທົ່ານັ້ນ ແຕ່ເພິ່ນຍັງລົງ ເລິກຊີ້ນໍາບັນຫາລະອຽດ ແລະ ເຮັດຕົວຈິງກ່ຽວກັບການຄົ້ນຄວ້າ ທົດລອງບັນຫາຕ່າງໆ ເປັນຕົ້ນ ແມ່ນການປູກຝັງ ແລະ ລ້ຽງສັດ, ການປະມົງ ແລະ ປ່າໄມ້, ການ ອອກແບບ, ການກໍ່ສ້າງ, ການບໍລິ ການ ແລະ ອື່ນໆດ້ວຍສີມື ຂອງ ເພິ່ນເອງ. ຕາມການບອກເລົ່າຜ່ານບົດ ຂຽນຂອງທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໃນປຶ້ມ “ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງ ຜູ້ໃກ້ສິດ” ໂດຍປະທານເຄີຍເນັ້ນ ເລື້ອຍໆວ່າ: ປະເທດເຮົາມີທ່າແຮງ ທາງດ້ານຊັບພະຍາກອນທໍາມະ ຊາດອັນອຸດົມສົມບູນ ແລະ ຮັ່ງມີ ເຊັ່ນ: ດິນ, ນໍ້າ, ປ່າໄມ້ ແລະ ແຮ່ ທາດ... ການຂຸດຄົ້ນແຮ່ທາດມັນມີ ມື້ໝົດໄດ້, ສ່ວນການ ນໍາໃຊ້ດິນ, ນໍ້າ ແລະ ປ່າໄມ້ ຖ້າຮູ້ໃຊ້ມັນຈະບໍ່ມີມື້ ໝົດຈັກເທື່ອ. ໃນຮຸ້ນປັດຈຸບັນ ຄວນ ນໍາໃຊ້ຊັບພະຍາກອນອັນອຸດົມຮັ່ງ ມີເທິງໜ້າດິນນີ້ກ່ອນ ເພື່ອສ້າງຮັ່ງ ຄູນມີໃຫ້ປະເທດຊາດ, ສ່ວນແຮ່ທາດ ຢູ່ໃຕ້ດິນຄວນຮັກສາໃຫ້ຮຸ້ນລູກ, ຮຸ້ນ ຫລານ, ຮຸ້ນເຫລນຕໍ່ໆໄປໃຊ້ຕາມ ຫລັງ. ໃນໂອກາດໂອ້ລົມຕໍ່ຄະນະ ພັກແຂວງຈໍາປາສັກປີ 2000 ປະ ທານເນັ້ນວ່າ: ແຂວງຈໍາປາສັກ ເປັນ ແຂວງທີ່ອຸດົມສົມບູນ ໄປດ້ວຍຊັບ ພະຍາກອນທໍາມະຊາດ, ດິນ, ນໍ້າ ແລະ ປ່າໄມ້ ໂດຍສະເພາະເມືອງ ປາກຊ່ອງ ເຊິ່ງມີຊື່ສຽງມາແຕ່ບູ ຮານນະການວ່າ ເປັນເມືອງແຜ່ນ ດິນຄໍາ, ແຕ່ເປັນຫຍັງຫລາຍທົດສະ ວັດມາແລ້ວ, ປະຊາຊົນປາກຊ່ອງ ຍັງທຸກຍາກ. ແຂວງຕ້ອງເອົາໃຈໃສ່ ຂຸດຄົ້ນທ່າແຮງດັ່ງກ່າວ ເພື່ອສ້າງ ຄວາມຢູ່ດີກິນດີ ແລະ ຮັ່ງມີໃຫ້ປະ ຊາຊົນ. ປະທານ ຄຳໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ຊີ້ນໍາເທົ່ານັ້ນ, ແຕ່ ເພິ່ນຍັງເປັນຜູ້ພາເຮັດຕົວຈິງໃນ ຫລາຍໆກິດຈະການທີ່ກາຍເປັນໜໍ່ ແໜງຕົວແບບ. ໃນແຕ່ລະຕົວແບບ ແມ່ນຕິດພັນກັບເງື່ອນໄຂທ່າແຮງ ແລະ ມູນເຊື້ອທີ່ປະຊາຊົນເຄີຍເຮັດ. ແຕ່ໃນນັ້ນ ເພິ່ນໄດ້ເອົາໃຈໃສ່ການ ນໍາໃຊ້ວິທະຍາສາດ-ເຕັກນິກ ເພື່ອ ເຮັດໃຫ້ການຜະລິດມີປະສິດທິ ພາບສູງ. ນອກຈາກກິດຈະກໍາປູກຝັງ ແລະ ລ້ຽງສັດ ການກໍ່ສ້າງພື້ນຖານ ກິດຈະກໍາໂຄງລ່າງ, ເປັນຕົ້ນແມ່ນ: ໂຮງຮຽນ, ໂຮງໝໍ, ກິດຈະກໍາອື່ນໆ ເພື່ອຊ່ວຍເມືອງແລະບ້ານທຸກຍາກ, ເຂດຫ່າງໄກສອກຫລີກ, ປະທານ ຄຳໄຕ ສີພັນດອນ ຍັງຊ່ວຍສ້າງ ຫລາຍກິດຈະກໍາດ້ານການບໍລິການ ຢູ່ແຂວງຈໍາປາສັກ ເປັນຕົ້ນແມ່ນ ການອອກແບບ ແລະ ຕໍ່ເຮືອໃຫຍ່ ສາມາດບັນທຸກຄົນໂດຍສານເຖິງ 500 ຄົນ, ການອອກແບບ ແລະ ກໍ່ສ້າງເຮືອນຊານ, ເສັ້ນທາງ ແລະ ຊົນລະປະທານຫລາຍແຫ່ງ. ໃນໄລ ຍະພັກຜ່ອນບໍານານ ຢູ່ເມືອງໂຂງ ແລະ ເມືອງປາກຊ່ອງ ເຖິງອາຍຸສູງ ແຕ່ປະທານຍາມໃດກໍ່ເສຍສະລະ ທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ ເມື່ອຍສ້າງຫລາຍກິດຈະກໍາທີ່ສໍາ ຄັນທີ່ເປັນໜໍ່ແໜງໃຫ້ແຂວງຈໍາ ປາສັກກໍ່ຄືທົ່ວປະເທດໄດ້ໄປຖອດ ຖອນບົດຮຽນແລະ ເພື່ອໄປສືບຕໍ່ຂະ ຫຍາຍກວ້າງຂວາງອອກໃນທົ່ວ ປະເທດ.
RkJQdWJsaXNoZXIy MTc3MTYxMQ==