lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/02/2024 xtgmf]k; ນາຍົກລັດຖະມົນຕີ... ງານວາງສະແດງລົດ... ລາວ-ຕວັກກີ ເພີ່ມທະວີ... ຮອງປະທານປະເທດ... ຄຳມ່ວນ ປາຖະກະຖາ... ຮອງນາຍົກລັດຖະມົນຕີ... ຂປລ. ໃນລະຫວ່າງວັນທີ 4-5 ກຸມພາ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຄື່ອນໄຫວ ຢ້ຽມຢາມ ສາທາລະນະລັດ ຕວັກກີ ຢ່າງເປັນທາງການ, ຕາມການເຊື້ອ ເຊີນຂອງ ທ່ານ ຮາກັນ ຟີດັນ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືທີ່ມີມາແຕ່ດົນ ນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວັກກີ. ໃນໄລຍະການເຄື່ອນໄຫວ ຢູ່ ສາທາລະນະລັດ ຕວັກກີ ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ພົບປະເຮັດວຽກກັບຄູ່ ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ລັດຖະມົນຕີກະຊວງການຕ່າງປະ ເທດ ສາທາລະນະລັດ ຕວັກກີ ເຊິ່ງ ສອງຝ່າຍໄດ້ປຶກສາຫາລືວຽກງານ ການພົວພັນຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ແຂວງບໍ່ແກ້ວ, ທ່ານ ສຸໄລ ດວງຜາ ສຸກ ເຈົ້າເມືອງປາກທາ ພ້ອມດ້ວຍ ຄະນະນຳຂອງເມືອງ ແລະ ອົງການ ປົກຄອງບ້ານ ພາຍໃນເທສະບານ ເມືອງປາກທາ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານເຈົ້າເມືອງ ປາກທາ ໄດ້ລາຍງານໃຫ້ຊາບກ່ຽວ ກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງອັນພົ້ນເດັ່ນ ເຫັນວ່າ ທົ່ວເມືອງສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ; ເສດ ຖະກິດຂະຫຍາຍຕົວ ໃນລະດັບ 2,59%, ສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 1,36 ຕື້ກີບ ເທົ່າກັບ 113% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 100% ຂອງແຜນການປີ; ລະບົບສາທາລະ ນະສຸກ ແລະ ລະບົບໄຟຟ້າກວມ 100%ຂອງຈໍານວນບ້ານທັງໝົດ, ອັດຕາການຊົມໃຊ້ນ້ຳສະອາດໃນ ຄົວເຮືອນກວມ 93,48%, ອັດຕາ ການຊົມໃຊ້ວິດຖ່າຍໃນຄົວເຮືອນ ກວມ 95,43%; ທຽບໃສ່ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນ ທຸກ ແລະ ມາດຕະຖານການພັດທະ ນາ, ປັດຈຸບັນທົ່ວເມືອງຍັງມີຄອບ ຄົວທຸກຍາກທັງໝົດ 895 ຄອບຄົວ, ມີບ້ານທຸກຍາກ 12 ບ້ານ, ມີຄອບ ຄົວພັດທະນາທັງໝົດ 1.738 ຄອບ ຄົວ. ນອກນັ້ນ, ທ່ານເຈົ້າເມືອງ ຍັງໄດ້ລາຍງານໃຫ້ຊາບກ່ຽວກັບຂໍ້ ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍໃນການພັດທະນາເສດຖະ ກິດ- ສັງຄົມຂອງເມືອງຕື່ມອີກ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍ ໄດ້ນຳເອົາຄວາມຢ້ຽມຢາມຖາມ ຂ່າວ, ຄວາມເປັນຫ່ວງເປັນໄຍ, ຄວາມເຊື່ອໝັ້ນຂອງສູນກາງພັກ ແລະ ລັດຖະບານ ມາສູ່ອົງການປົກ ຄອງ ແລະ ປະຊາຊົນບັນດາເຜົ່າ ເມືອງປາກທາ. ພ້ອມທັງມີຄຳເຫັນ ເຈາະຈິ້ມ ເຖິງສາເຫດຂໍ້ຄົງຄ້າງຈຳ ນວນໜຶ່ງ ແລະ ຍົກໃຫ້ເຫັນສະພາບ ການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີຜ່ານມາ ຈົນຮອດປັດຈຸບັນ, ລວມທັງທ່າ ອ່ຽງທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ອົງການປົກຄອງ ເມືອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຊຸກຍູ້ຢ່າງແຂງແຮງໃນ ການຜະລິດເປັນສິນຄ້າ ເພື່ອຊົມໃຊ້ ພາຍໃນ ແລະ ສົ່ງອອກເປັນສິນຄ້າ ຫລຸດຜ່ອນການນຳເຂົ້າສິນຄ້າຕິດ ພັນກັບສົ່ງເສີມການປຸງແຕ່ງເປັນ ຜະລິດຕະພັນ ເພື່ອສ້າງມູນຄ່າ ເພີ່ມ; ເພີ່ມທະວີການເກັບລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫລື ລື່ນແຜນທີ່ກຳນົດໄວ້ໄປຄຽງ ຄູ່ກັບການຫັນວຽກງານດັ່ງກ່າວ ເປັນທັນສະໄໝ; ພ້ອມກັນຈັດຕັ້ງ ປະຕິບັດບັນດາມາດຕະການ ປະຢັດ ມັດທະຍັດ ແລະ ຕ້ານການຟູມເຟືອຍ ທີ່ໄດ້ວາງອອກໃຫ້ມີການຫັນປ່ຽນ ຢ່າງເປັນຮູບປະທຳຫລາຍກວ່າ ເກົ່າ; ສືບຕໍ່ປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໂດຍສະເພາະບັນດາເນື້ອ ໃນທີ່ໄດ້ກຳນົດໄວ້ໃນວາລະດັ່ງ ກ່າວ, ພ້ອມທັງລົງເລິກວຽກງານ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາ ເສບຕິດຕິດພັນກັບການສຶກສາອົບ ຮົມການເມືອງແນວຄິດຂອງພະ ນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາ ເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບຄວາມເປັນຈິງ ໃນການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນຂອງພັກ ແລະ ລັດຖະບານ ກໍຄື ອົງການປົກຄອງຂັ້ນຕ່າງໆ; ເອົາ ໃຈໃສ່ປ້ອງກັນບັນຫາໝອກຄວັນ ແຕ່ຫົວທີ ໂດຍພ້ອມກັນສຸມໃສ່ຈັດ ຕັ້ງຜັນຂະຫຍາຍຄຳສັ່ງ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ, ປົກປັກຮັກ ສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນ ປ່າ ໄມ້ ແລະ ໄຟໄໝ້ລາມປ່າໃຫ້ປະ ກົດຜົນເປັນຈິງ; ພ້ອມກັນສືບຕໍ່ກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດ ໝາຍທີ່ກໍານົດໄວ້ບົນພື້ນຖານຍົກ ສູງຄວາມເປັນເອກະພາບ, ຮັບປະ ກັນຄວາມສາມັກຄີ, ໄດ້ເນື້ອໃນ, ເປັນຂະບວນການ ຟົດຟື້ນ, ມີປະສິດ ທິພາບ ແລະ ປະສິດທິຜົນ ໄປຄຽງຄູ່ ກັບການປັບປຸງກົງຈັກການຈັດຕັ້ງ ຂັ້ນຕ່າງໆ ຕາມທິດທີ່ກຳນົດໄວ້; ນຳໃຊ້ທ່າແຮງຂອງເມືອງເຂົ້າໃນ ການສ້າງເສດຖະກິດ ແລະ ພັດ ທະນາທ້ອງຖິ່ນຕ່າງໆ ໃຫ້ເກີດປະ ໂຫຍດສູງສຸດ; ສືບຕໍ່ປັບປຸງສະພາບ ແວດລ້ອມການດຳລົງຊີວິດພາຍ ໃນເມືອງ ກໍຄື ຊຸມຊົນຕ່າງໆໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ, ສະ ອາດງາມຕາ, ໜ້າຢູ່ ແລະ ມີການ ພັດທະນາຕາມທິດສີຂຽວ ແລະ ຍືນ ຍົງ; ປັບປຸງແບບແຜນການດຳລົງ ຊີວິດ ແລະ ວັດທະນະທຳທີ່ມີລັກສະ ນະກົດໜ່ວງຖ່ວງດຶງການພັດທະ ນາ ໄປສູ່ແບບແຜນດຳລົງຊີວິດທີ່ ກ້າວໜ້າແລະມີຄຸນນະພາບສູງຂຶ້ນ; ພ້ອມກັນສົ່ງເສີມ ແລະ ຊົມໃຊ້ເງິນ ກີບ ເພື່ອປະກອບສ່ວນແກ້ໄຂບັນ ຫາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງເປັນກ້າວໆ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ມອບງົບປະມານ, ເຄື່ອງກັນໜາວ ແລະ ອຸປະກອນກິ ລາຈຳນວນໜຶ່ງ ໃຫ້ເມືອງດັ່ງກ່າວ ເພື່ອນຳເອົາໄປແຈກຢາຍໃຫ້ປະຊາ ຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກ ຫລີກຕື່ມອີກ. ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ ການຊ່ວຍເຫລືອຈາກ ບໍລິສັດ ຊີໂນອາກຣີ ໂປຕາສ ຈໍາກັດ (ເປັນບໍລິ ສັດໃນເຄືອຂອງ ອາຊີ ໂປຕາສ ສາ ກົນ) ໂດຍມີ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນ ພ້ອມ ດ້ວຍຄະນະນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ ແລະ ໄດ້ຮັບການຕ້ອນຮັບຈາກ ທ່ານ ໄອ່ ຢົງ ຈຸນ ຮອງຜູ້ອຳນວຍ ການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມຄະນະ. ໃນການເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຢ້ຽມຊົມເຂດໂຄງການທົດລອງ ລ້ຽງໄກ່ 3 ສາຍພັນ, ການກໍ່ສ້າງ ບ່ອນລ້ຽງປາ, ຢ້ຽມຊົມ ແລະ ຊື້ສິນ ຄ້າຜົນຜະລິດກະສິກໍາ ແລະ ສິນຄ້າ ທີ່ຊອກຫາມາໄດ້ຕາມທໍາມະຊາດ ທີ່ພໍ່ແມ່ປະຊາຊົນ ໄດ້ມາວາງຂາຍຢູ່ ຕະຫລາດຊຸມຊົນຂອງບ້ານ, ພ້ອມ ທັງເຄື່ອນໄຫວທ່ຽວຊົມເຮືອນຊົນ ເຜົ່າມະກອງ ໂດຍສະເພາະແມ່ນ ເບິ່ງການວາງສະແດງເຄື່ອງຫັດ ຖະກໍາ ແລະ ຮູບພາບທີ່ຕິດພັນກັບ ການດໍາລົງຊີວິດຂອງຊົນເຜົ່າມະ ກອງ. ຈາກນັ້ນ, ກໍສືບຕໍ່ເຄື່ອນໄຫວ ທ່ຽວຊົມໂຄງການປູກຜັກໃນເຮືອນ ຮົ່ມ ແລະ ການປູກຜັກກາງແຈ້ງທີ່ ໂຄງການໄດ້ຈັດຕັ້ງປະຕິບັດ ເພື່ອ ຊຸກຍູ້ສົ່ງເສີມອາຊີບໃຫ້ພໍ່ແມ່ປະຊາ ຊົນຜູ້ທີ່ຫວ່າງງານ, ໂດຍສະເພາະ ແມ່ນຄອບຄົວທີ່ທຸກຍາກໄດ້ມີວຽກ ເຮັດງານທໍາ ເພື່ອສ້າງລາຍຮັບ ໃຫ້ແກ່ການພັດທະນາຊີວິດການ ເປັນຢູ່. ໂອກາດນີ້, ທ່ານຮອງປະທານ ປະເທດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງ ບໍລິສັດຊີໂນ-ອາກຣີ ໂປຕາສ ຈຳກັດ ໃນນາມນັກລົງທຶນ ຕ່າງປະເທດ ທີ່ໄດ້ກໍານົດແຜນດໍາ ເນີນງານໂຄງການ ເພື່ອຊ່ວຍເຫລືອ ພັດທະນາແລະປັບປຸງແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ບ້ານຊຽງ ແຫວນ ໃຫ້ມີຊີວິດດີຂຶ້ນ ແລະ ກາຍ ເປັນບ້ານພັດທະນາຕົວແບບໃນຕໍ່ ໜ້າ, ທັງໄດ້ແນະນໍາໃຫ້ການຈັດຕັ້ງ ບ້ານເອົາໃຈໃສ່ໃຫ້ການສະໜັບສະ ໜູນ ແລະ ມີສ່ວນຮ່ວມກັບບໍລິສັດ ເຂົ້າໃນການພັດທະນາຊີວິດການ ເປັນຢູ່ກໍຄື ການພັດທະນາບ້ານຊ່ອງ ຂອງຕົນເອງ. ນອກນັ້ນ, ທ່ານ ບຸນທອງ ຈິດມະນີ ແລະ ຄະນະຍັງໄດ້ເຄື່ອນ ໄຫວ ເບິ່ງຜົນສໍາເລັດກິດຈະການກໍ່ ສ້າງໂຮງຮຽນປະຖົມສົມບູນບ້ານ ກະບູດ-ຊຽງແຫວນ ທີ່ໄດ້ມີການ ມອບຮັບ ແລະ ເປີດການນໍາໃຊ້ໃນ ປີຜ່ານມາ. ແລະ ຫັດຖະກຳ, ທ່ານນາງ ຄໍາພາ ຄໍາບຸນເຮືອງ (ຮອງຜູ້ອຳນວຍການ ໃຫຍ່ ຝ່າຍການຄ້າ) ບໍລິສັດ ລາວ ເວີນມະຫາຊົນພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ງານວາງສະແດງລົດວຽງຈັນນາ ນາຊາດ ໂອໂຕໂຊ 2024 ຈະດໍາ ເນີນເປັນເວລາ 9 ວັນ ເລີ່ມແຕ່ວັນທີ 02-10 ມີນາ 2024 ທີ່ສູນການຄ້າ ລາວ-ໄອເຕັກ, ງານຄັ້ງນີ້ ມີຫລາຍ ປະເພດສິນຄ້າເຊັ່ນ: ລົດໄຟຟ້າ, ລົດ ທີ່ປະຢັດ ພະລັງງານນໍ້າມັນ, ອຸປະ ກອນປະດັບລົດ, ບັນດາເຄື່ອງຮັບ ໃຊ້ທີ່ຕິດພັນກັບພາຫະນະ, ສະຖາ ບັນການເງິນ ແລະ ທະນາຄານທຸ ລະກິດ. ມາຮອດປັດຈຸບັນ, ການລະ ດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າ ຮ່ວມມີຫລາຍກວ່າ 30 ຄ້າຍ, ມີ ການຈັດສັນຫລາຍກວ່າ 70 ຮ້ານ ເພື່ອໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດ ເຂົ້າມາຮ່ວມ. ນອກຈາກນັ້ນ, ຍັງມີ ການວາງສະແດງຜະລິດຕະພັນສິນ ຄ້າໂອດັອບ ແລະ ສິນຄ້າທ່າແຮງ ຂອງລາວ ມາວາງສະແດງ ເພື່ອ ເປັນການໂຄສະນາ ແລະ ສົ່ງເສີມ ການຊົມໃຊ້ສິນຄ້າລາວນໍາອີກ. ສໍາລັບລູກຄ້າທີ່ຈອງລົດ ພາຍ ໃນງານຈະມີສິດລົງທະບຽບ ເພື່ອ ຮັບຄູ່ປ່ອງລຸ້ນໂຊກ ຮັບລາງວັນ ເປັນຕົ້ນ ພວງກະແຈໂລໂກ້ງານ, ນໍ້າຫອມໃສ່ລົດ, ນໍ້າຢາລ້າງລົດ, ຜ້າ ເຊັດລົດໄມໂຄຟາຍເບີ້, ອຸປະກອນ ທີ່ສຽບສາຍເຊັກເບ້ວ, ນໍ້າຢາເຊັດ ລໍ້ລົດ, ບັດເຄືອບແກ້ວລົດຟຣີ, ເສື້ອ ໂລໂກ້ງານ, ສາຍຄໍຄໍາ ແລະ ລາງ ວັນອື່ນໆ ອີກຢ່າງຫລວງຫລາຍ. ພ້ອມກັນນັ້ນ, ພາຍໃນງານຍັງຈະ ມີກິດຈະກຳຫລາຍຢ່າງ ເປັນຕົ້ນ ການການທົດລອງຂັບລົດຂອງແຕ່ ລະຄ້າຍລົດ, ການຕົບແຕ່ງເຄື່ອງ ສຽງລົດ, ການປະກວດເຄື່ອງສຽງ ລົດ, ການສະແດງຄວາມສາມາດ ໃນການຂັບຂີ່ ແລະ ອື່ນໆ. ຂ່າວ: ສົມຫວັງ ການຮ່ວມມືໃນຂົງເຂດຕ່າງໆ ເປັນ ຕົ້ນ ດ້ານວັດທະນະທຳ, ການສຶກ ສາ, ການທ່ອງທ່ຽວ, ກິລາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ອາ ຊຽນ ແລະ ຈີນ ພ້ອມທັງເປັນການ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານອາຊຽນ-ຈີນ ເຊິ່ງທັງສອງຝ່າຍໄດ້ຕົກລົງສ້າງ ຕັ້ງຂຶ້ນນັບແຕ່ປີ2021 ເປັນຕົ້ນມາ. ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 2 ກຸມພາ 2024 ໂດຍ ທ່ານຮອງນາ ຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ໄດ້ຮັບກຽດຂຶ້ນກ່າວຄໍາເຫັນ ແລະ ອ່ານສານຊົມເຊີຍພິທີເປີດປີແຫ່ງ ການໄປມາຫາສູ່ ລະຫວ່າງ ປະຊາ ຊົນອາຊຽນ ແລະ ຈີນ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງສປປລາວ.ພ້ອມນີ້,ທ່ານ ຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກປ່ຽນການ ໄປມາຫາສູ່ຂອງປະຊາຊົນ ອາຊຽນ ແລະ ຈີນ ເພາະມີຄວາມໝາຍສໍາ ຄັນໃນການເພີ່ມທະວີຮັດແໜ້ນສາຍ ພົວພັນຮ່ວມມືອາຊຽນ-ຈີນ ແລະ ເປັນການຈັດຕັ້ງຜັນຂະຫຍາຍຄູ່ ຮ່ວມຍຸດທະສາດຮອບດ້ານອາ ຊຽນ-ຈີນ. ການຈັດພິທີເປີດ ແລະ ບັນດາກິດຈະກໍາປິ່ນອ້ອມ ເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການສົ່ງເສີມການຮ່ວມມືດ້ານວັດ ທະນະທຳ, ການໄປມາຫາສູ່ກັນລະ ຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແລະ ການຮ່ວມມືດ້ານຕ່າງໆໃຫ້ ຫລາຍຂຶ້ນກວ່າເກົ່າ, ທັງເປັນການ ຟື້ນຟູເສດຖະກິດ ແລະ ສົ່ງເສີມ ການທ່ອງທ່ຽວ ພາຍຫລັງໄດ້ຮັບ ຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19. ນອກຈາກນີ້, ໃນປີ 2024 ສປປ ລາວ ໄດ້ຮັບ ກຽດເປັນປະທານອາຊຽນ ພາຍ ໃຕ້ຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ສປປ ລາວ ກໍໄດ້ກໍາ ນົດເອົາປີ 2024 ເປັນ “ປີທ່ອງ ທ່ຽວລາວ” ເຊິ່ງຈະເປັນການປະ ກອບສ່ວນສົ່ງເສີມການໄປມາຫາ ສູ່ກັນລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ. ໃນຕອນບ່າຍວັນດຽວກັນ, ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ພົບ ປະກັບ ທ່ານ ນາງ ເສີນ ອີ ຊິນ ທີ່ ປຶກສາແຫ່ງລັດ, ປະທານສະຫະພັນ ແມ່ຍິງທົ່ວປະເທດຈີນ ແລະ ພົບປະ ກັບ ທ່ານ ໂຈ່ ສູອີ້ ເລຂາພັກແຂວງ ຝູຈ້ຽນ, ສປ ຈີນ ເຊິ່ງການພົບປະ ກັນໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ເຊິ່ງເຫັນ ໄດ້ຢ່າງຈະແຈ້ງການພົວພັນຮ່ວມ ມືລະຫວ່າງສອງຝ່າຍໄດ້ຮັບການ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງ ຫລາຍດ້ານ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ່ວຍການເປັນຄູ່ຮ່ວມຊາຕາກຳ ລາວ ແລະ ຈີນ ສະບັບໃໝ່ ແລະ ບັນດາຄຳເຫັນເປັນເອກະພາບກັນ ຂອງສອງເລຂາທິການໃຫຍ່, ປະ ທານປະເທດລາວ ແລະ ຈີນ, ລວມ ທັງການເສີມຂະຫຍາຍການພົວພັນ ຮ່ວມມືລະຫວ່າງ ແຂວງຝູຈ້ຽນ, ສປ ຈີນ ກັບ ສປປ ລາວ ໂດຍສະ ເພາະແມ່ນການສົ່ງເສີມການໄປມາ ຫາສູ່ກັນ, ການຮ່ວມມືດ້ານການ ທ່ອງທ່ຽວ, ລວມທັງການຮ່ວມມື ກັນຂອງສອງຝ່າຍໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສປ ຈີນ ຈະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຂະແໜງການທີ່ທັງ ສອງຝ່າຍຕົກລົງເຫັນດີຮ່ວມກັນ. ຂ່າວ-ພາບ: ກຕທ ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ ບັນຫາສະພາບພາກພື້ນ ແລະ ສາ ກົນທີ່ສອງຝ່າຍໃຫ້ຄວາມສົນໃຈ. ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວແລະສາທາ ລະນະລັດ ຕວັກກີ ຕະຫລອດໄລຍະ 60 ກວ່າປີຜ່ານມາ, ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ; ການ ພົວພັນຮ່ວມມື ລະຫວ່າງສອງປະ ເທດໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງບໍ່ວ່າຈະເປັນການພົວພັນ ດ້ານການເມືອງ ກໍຄື ດ້ານເສດຖະ ກິດ ແລະ ອື່ນໆ ໂດຍສະເພາະມີການ ແລກປ່ຽນການຢ້ຽມຄະນະຜູ້ແທນ ຂັ້ນສູງລະຫວ່າງ ສອງປະເທດ ແລະ ຮ່ວມມືໃນວຽກງານຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ, ຕ້ານ ແລະ ຄຸ້ມຄອງໄພພິບັດ, ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ອື່ນໆ. ໃນຕໍ່ໜ້າ, ສອງຝ່າຍເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການພົວພັນ ຮ່ວມມືທາງດ້ານເສດຖະກິດ-ການ ຄ້າໃຫ້ຫລາຍຂຶ້ນຕື່ມ ໂດຍອີງໃສ່ທ່າ ແຮງຂອງແຕ່ລະປະເທດ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ແຈ້ງການເປັນ ປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມ ການເຊື່ອມຕໍ່ພາກພື້ນ ແລະ ສ້າງ ຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງເຊີນຊວນຊາວຕວັກກີ ໄປທ່ອງທ່ຽວປີທ່ອງທ່ຽວລາວ 2024. ນອກຈາກການປຶກສາຫາ ລືແລກປ່ຽນຄໍາເຫັນແລ້ວ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄູ່ ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ຍັງໄດ້ລົງນາມບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການຮ່ວມມືລະ ຫວ່າງກະຊວງການຕ່າງປະເທດ ແຫ່ງ ສປປລາວແລະ ກະຊວງການ ຕ່າງປະເທດ ສ ຕວັກກີ ໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຊັບເດັດ ຢີລມາ (Cevdet Yilmaz), ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ແລະ ເຂົ້າຮ່ວມກອງປະຊຸມແລກປ່ຽນ ບົດຮຽນກ່ຽວກັບການພັດທະນາ ແລະ ວິວັດທະນາການຂອງຂະ ແໜງການພະລັງງານຕວັກກີ. ພ້ອມ ທັງເຂົ້າຢ້ຽມຢາມຫ້ອງການຂອງ ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ ຕວັກກີ ແລະ ຢ້ຽມຢາມ ຫໍພິພິທະພັນບູຮານອັນເກົ່າແກ່, ຫໍ ສະໝຸດແຫ່ງຊາດ ຂອງທີ່ນະຄອນ ຫລວງ ອັງກາຣາ, ຕວັກກີ. ການຢ້ຽມຢາມ ສ ຕວັກກີ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ໃນ ຄັ້ງນີ້ ເປັນຂີດໝາຍອັນສໍາຄັນໃນ ທ່າມກາງບັນຍາກາດທີ່ສອງປະ ເທດ ກຳລັງສະເຫລີມສະຫລອງຄົບ ຮອບ 65 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ, ວັນທີ 26 ມິຖຸນາ 1958. ໃນຂະນະດຽວກັນ ປີ 2024 ນີ້, ສປປ ລາວ ເປັນປະ ທານອາຊຽນແລະ ເປັນປີທ່ອງທ່ຽວ ລາວ ເຊິ່ງເປັນປີທີ່ສຳຄັນ ແລະ ມີ ຄວາມໝາຍຕໍ່ ສປປ ລາວ. ຂ່າວ-ພາບ: ກຕທ ແຂວງເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນເຖິງປະ ຫວັດ, ພາລະກິດແລະ ຜົນງານການ ເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ໃນແຕ່ລະໄລຍະໂດຍສະ ເພາະ ໃນຂະບວນການປະຕິວັດ ເຊິ່ງໄດ້ຮ່ວມກັບຜູ້ນໍາຄົນອື່ນໆນໍາ ພາລະກິດການຕໍ່ສູ້ປົດປ່ອຍປະເທດ ຊາດ ອອກຈາກແອກປົກຄອງຂອງ ຈັກກະພັດຕ່າງດ້າວ ກໍຄື ພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດ ອັນສູງສົ່ງ, ເສຍສະລະທຸກສິ່ງທຸກ ຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງ ວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍຄຽງບ່າ ຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆຈັດ ຕັ້ງນໍາພາຂະບວນການປະຕິວັດໄດ້ ເຕີບໃຫຍ່ຂະຫຍາຍຕົວຍາດໄດ້ໄຊ ຊະນະຢ່າງຕໍ່ເນື່ອງແລະຍາດໄດ້ຜົນ ສໍາເລັດຢ່າງມີໄຊ ແລະ ພາປະເທດ ຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິ ຍົມເທື່ອລະກ້າວຢ່າງໜັກແໜ້ນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ບາດກ້າວອັນສໍາຄັນຂອງປະທານ ຄໍາໄຕ ສີພັນດອນ ໃນການນໍາພາຊີ້ນໍາປະຕິບັດ 2 ໜ້າທີ່ຍຸດທະສາດ, ພາລະກິດປ່ຽນແປງໃໝ່ຂອງພັກ ແລະ ການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ພາຍຫລັງອອກ ພັກຜ່ອນຮັບບໍານານ. ນອກຈາກນີ້, ຍັງມີບົດຮຽນ ຫລາຍຢ່າງທີ່ຄົນຮຸ່ນໜຸ່ມຄວນຮ່ຳ ຮຽນເອົາເປັນແບບຢ່າງ ແລະ ເສີມ ຂະຫຍາຍຄຸນງາມຄວາມດີຂອງ ເພິ່ນ ເປັນຕົ້ນ ທາງດ້ານການເມືອງ, ສະຕິຕໍ່ການການຈັດຕັ້ງ, ຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບ ໝາຍ ແລະ ກໍານົດທິດທາງຍຸດທະ ສາດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່.
RkJQdWJsaXNoZXIy MTc3MTYxMQ==